Skip to content
The Believer's Library

Biblica® Open Lao Contemporary Version

Leviticus 5 OLCV

Show OLCV only
Verse × ×
1 "If anyone sins by hearing a public call to testify, and is a witness, having seen or known, yet stays silent, he bears his guilt. “ ‘ຜູ້ໃດ​ທີ່​ເຮັດ​ບາບ​ເພາະ​ພວກເຂົາ​ບໍ່​ຍອມ​ໃຫ້​ການ​ໃນ​ສານ​ຕາມ​ທີ່​ພວກເຂົາ​ໄດ້​ມີ​ສ່ວນ​ຮູ້​ເຫັນ​ເພື່ອ​ເປັນ​ພະຍານ​ກ່ຽວກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ ຫລື ໃນ​ສິ່ງ​ທີ່​ຮູ້, ພວກເຂົາ​ຈະ​ຕ້ອງ​ໄດ້​ຮັບຜິດຊອບ.
2 "Or if someone unknowingly touches any unclean thing, or a carcass—unclean wild animal, unclean livestock, or unclean swarming creature—he becomes unclean and guilty. “ ‘ຖ້າ​ຜູ້ໃດ​ສຳນຶກ​ໄດ້​ວ່າ​ຕົນ​ມີ​ຄວາມ​ຜິດ ຖ້າ​ພວກເຂົາ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ​ຕາມ​ລະບຽບ​ພິທີ​ໂດຍ​ບໍ່​ຮູ້​ໂຕ (ບໍ່​ວ່າ​ຈະ​ເປັນ​ຊາກ​ສັດ​ທີ່​ເປັນມົນທິນ, ສັດປ່າ ຫລື ສັດ​ລ້ຽງ ຫລື ຊາກ​ສັດເລືອຄານ) ແລະ ພວກເຂົາ​ກໍ​ບໍ່​ຮູ້​ວ່າ​ຕົນ​ເປັນ​ມົນທິນ, ພວກເຂົາ​ກໍ​ມີ​ມົນທິນ ແລະ ມີ​ຄວາມ​ຜິດ​ແລ້ວ;
3 "Or if he touches human impurity—any impurity that makes one unclean—unknowingly, then learns of it, he is guilty. ຖ້າ​ພວກເຂົາ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ​ຂອງ​ຄົນ (ສິ່ງ​ໃດ​ກໍ​ຕາມ​ທີ່​ຈະ​ເຮັດ​ໃຫ້​ພວກເຂົາ​ເປັນມົນທິນ) ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ຮູ້​ໂຕ​ກໍ​ຕາມ, ແຕ່​ເມື່ອ​ພວກເຂົາ​ຮູ້​ໂຕ​ແລ້ວ ພວກເຂົາ​ກໍ​ມີ​ຄວາມ​ຜິດ,
4 "Or if anyone rashly swears an oath to do evil or good—whatever people rashly swear—and it's hidden from him, when he realizes it, he's guilty in any of these. ຖ້າ​ຜູ້ໃດ​ກ່າວ​ຄຳ​ສາບານ​ໂດຍ​ບໍ່​ຄິດ​ກ່ອນ ບໍ່​ວ່າ​ຈະ​ເຮັດ​ດີ ຫລື ຊົ່ວ (ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ທີ່​ລາວ​ອາດ​ຈະ​ສາບານ​ໂດຍ​ບໍ່​ເອົາໃຈໃສ່) ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ຮູ້​ໂຕ​ກໍ​ຕາມ, ແຕ່​ເມື່ອ​ພວກເຂົາ​ຮູ້​ໂຕ​ແລ້ວ ພວກເຂົາ​ກໍ​ຈະ​ມີຄວາມ​ຜິດ,
5 When anyone is guilty in any of these matters, he must confess the sin he has committed. ເມື່ອ​ຜູ້ໃດ​ສຳນຶກ​ໄດ້​ວ່າ​ຕົນ​ເຮັດ​ຜິດ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ຕາມ​ທີ່​ກ່າວ​ມາ​ນີ້, ພວກເຂົາ​ຕ້ອງ​ສາລະພາບ​ວ່າ​ຕົນ​ໄດ້​ເຮັດ​ບາບ.
6 He must bring our Father a penalty offering for the sin he committed—a female from the flock, a lamb or goat—as a sin offering; the priest will atone for his sin. ເພື່ອ​ເປັນ​ການ​ລົງໂທດ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ, ພວກເຂົາ​ຈະ​ຕ້ອງ​ນຳ​ເອົາ​ລູກແກະ​ແມ່ ຫລື ແບ້ແມ່ ຈາກ​ຝູງ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ປະໂລຫິດ​ຈະ​ຕ້ອງ​ເຮັດ​ພິທີ​ລຶບລ້າງ​ບາບ​ສຳລັບ​ຄວາມ​ບາບ​ຂອງ​ພວກເຂົາ.
7 "If he can't afford a lamb, he must bring our Father two turtledoves or two young pigeons as penalty for his sin—one as a sin offering, the other as a burnt offering. “ ‘ຖ້າ​ຜູ້ໃດ​ບໍ່​ສາມາດ​ນຳ​ລູກແກະ​ມາ​ຖວາຍ ກໍ​ໃຫ້​ນຳເອົາ​ນົກເຂົາ​ໜຸ່ມ​ສອງ​ໂຕ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ເພື່ອ​ເປັນ​ການ​ລົງໂທດ​ບາບ​ຂອງ​ພວກເຂົາ ໂຕ​ໜຶ່ງ​ໃຊ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງເຜົາ​ບູຊາ.
8 He brings them to the priest, who presents the sin offering first, wringing its head at the neck without separating it. ພວກເຂົາ​ຈະ​ຕ້ອງ​ນຳເອົາ​ນົກ​ເຫລົ່ານັ້ນ​ມາ​ມອບ​ໃຫ້​ປະໂລຫິດ ໂດຍ​ຈະ​ຖວາຍ​ນົກ​ໂຕ​ໜຶ່ງ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ເປັນ​ອັນ​ດັບ​ທຳອິດ ໂດຍ​ຈະ​ຕ້ອງ​ບິດ​ຄໍ​ຂອງ​ນົກ​ນັ້ນ​ແຕ່​ບໍ່​ໃຫ້​ຫົວ​ຫລຸດ​ອອກ​ຈາກ​ໂຕ,
9 He sprinkles some blood from the sin offering on the altar's side; the rest drains at its base. It is a sin offering. ແລະ ຊິດ​ເລືອດ​ບາງ​ສ່ວນ​ໃສ່​ຂ້າງ​ແທ່ນບູຊາ​ດ້ານ​ໜຶ່ງ ແລະ ເທ​ເລືອດ​ທີ່​ເຫລືອ​ລົງ​ຖານ​ຂອງ​ແທ່ນບູຊາ. ນີ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ.
10 The second bird he offers as a burnt offering, per the rule. The priest atones for his sin, and he is forgiven. ປະໂລຫິດ​ຈະ​ຖວາຍ​ນົກ​ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງເຜົາ​ບູຊາ ໂດຍ​ປະຕິບັດ​ຕາມ​ຂັ້ນ​ຕອນ​ທີ່​ລະບຸ​ມາ​ເບື້ອງ​ຕົ້ນ ແລະ ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ສຳລັບ​ຄວາມ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ ແລະ ພວກເຂົາ​ຈະ​ໄດ້​ຮັບ​ການ​ອະໄພ.
11 "But if he cannot afford two doves or two young pigeons, he must bring two quarts of fine flour as his sin offering—no oil or incense on it, for it is a sin offering. “ ‘ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ພວກເຂົາ​ບໍ່​ສາມາດ​ຖວາຍ​ນົກເຂົາ​ສອງ​ໂຕ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ​ໄດ້ ກໍ​ໃຫ້​ພວກເຂົາ​ນຳ​ແປ້ງ​ລະອຽດ​ດີ​ປະມານ​ໜຶ່ງ​ສ່ວນ​ສິບ​ເອຟາ​ເພື່ອ​ເປັນ​ເຄື່ອງບູຊາ​ສຳລັບ​ຄວາມ​ບາບ​ຂອງ​ພວກເຂົາ ມາ​ຖວາຍ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ຕົນ. ພວກເຂົາ​ຕ້ອງ​ບໍ່​ໃສ່​ນ້ຳມັນ​ໝາກກອກ ຫລື ເຄື່ອງຫອມ​ລົງ​ໃສ່​ແປ້ງ​ນັ້ນ, ເພາະ​ນີ້​ຄື​ເຄື່ອງບູຊາ​ໄຖ່​ບາບ.
12 He must bring it to the priest, who takes a handful as its memorial portion and burns it on the altar atop our Father's fire offerings. It is a sin offering. ໃຫ້​ພວກເຂົາ​ນຳ​ແປ້ງ​ມາ​ມອບ​ໃຫ້​ປະໂລຫິດ, ຜູ້​ທີ່​ຈະ​ກຳ​ເອົາ​ແປ້ງ​ກຳ​ມື​ໜຶ່ງ​ເພື່ອ​ເປັນ​ສ່ວນ​ອະນຸສອນ ແລະ ເຜົາ​ເທິງ​ແທ່ນບູຊາ​ພ້ອມ​ກັບ​ອາຫານ​ບູຊາ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ນີ້​ຄື​ເຄື່ອງບູຊາ​ໄຖ່​ບາບ.
13 The priest will atone for him for any of these sins he committed, and he'll be forgiven; the rest belongs to the priest, like the grain offering." ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ໂດຍ​ວິທີ​ນີ້ ສຳລັບ​ຄວາມ​ບາບ​ເຫລົ່ານີ້​ທີ່​ພວກເຂົາ​ໄດ້​ເຮັດ ແລະ ພວກເຂົາ​ຈະ​ໄດ້​ຮັບ​ການ​ອະໄພ. ແປ້ງ​ທີ່​ເຫລືອ​ກໍ​ຈະ​ເປັນ​ຂອງ​ປະໂລຫິດ​ຄື​ກັນ​ກັບ​ການ​ຖວາຍ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ’ ”.
14 Then our Father said to Moses, ພຣະເຈົ້າ​ຢາເວ​ເວົ້າ​ກັບ​ໂມເຊ​ວ່າ,
15 "If anyone is unfaithful and sins unintentionally against any of our Father's holy things, he must bring our Father a ram without defect from the flock as his guilt offering, valued in silver by weight by the sanctuary standard—a guilt offering. “ຖ້າ​ຜູ້ໃດ​ບໍ່ສັດຊື່​ຕໍ່​ພຣະເຈົ້າ​ຢາເວ​ດ້ວຍ​ການ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ເຊິ່ງ​ກ່ຽວຂ້ອງ​ກັບ​ສິ່ງ​ຂອງ​ທີ່​ບໍລິສຸດ​ຂອງ​ພຣະເຈົ້າ​ຢາເວ, ໃຫ້​ພວກເຂົາ​ນຳ​ແກະຜູ້​ໂຕ​ໜຶ່ງ​ທີ່​ບໍ່​ມີ​ຕຳໜິ​ມາ​ຈາກ​ຝູງ ແລະ ມີ​ມູນຄ່າ​ເໝາະສົມ​ທຽບເທົ່າ​ນ້ຳໜັກ​ເງິນ​ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ນີ້​ຄື​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ.
16 He must repay for the holy thing he sinned against, adding a fifth, and give it to the priest. The priest will atone for him with the guilt-offering ram, and he'll be forgiven. ພວກເຂົາ​ຕ້ອງ​ຈ່າຍ​ຄ່າ​ຊົດໃຊ້​ສຳລັບ​ສິ່ງ​ຂອງ​ທີ່​ບໍລິສຸດ​ທີ່​ພວກເຂົາ​ເຮັດ​ໃຫ້​ເສຍຫາຍ, ແລ້ວ​ເພີ່ມ​ຄ່າ​ປັບ​ໂທດ​ອີກ​ໜຶ່ງ​ສ່ວນ​ຫ້າ​ຂອງ​ລາຄາ​ນັ້ນ ແລະ ນຳ​ສິ່ງ​ທັງໝົດ​ມາ​ມອບ​ໃຫ້​ປະໂລຫິດ​ຜູ້​ທີ່​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ ໂດຍ​ໃຊ້​ແກະຜູ້​ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ຄວາມ​ຜິດ ແລະ ພວກເຂົາ​ຈະ​ໄດ້​ຮັບ​ການ​ອະໄພ.
17 "If anyone sins, doing what our Father commanded not to be done, even unknowingly, he is guilty and bears his wrongdoing. “ຖ້າ​ຜູ້ໃດ​ເຮັດ​ບາບ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ຫ້າມ, ເຖິງ​ແມ່ນ​ພວກເຂົາ​ບໍ່​ຮູ້​ໂຕ ຜູ້​ນັ້ນ​ກໍ່​ມີ​ຄວາມ​ຜິດ ແລະ ຕ້ອງ​ຮັບຜິດຊອບ.
18 He must bring the priest a flawless ram from the flock, at the assessed value, as a guilt offering; the priest will atone for his unwitting sin, and he'll be forgiven. ພວກເຂົາ​ຈະ​ຕ້ອງ​ນຳ​ແກະຜູ້​ທີ່​ບໍ່​ມີ​ຕຳໜິ ແລະ ມີ​ມູນຄ່າ​ເໝາະສົມ​ຈາກ​ຝູງ​ມາ​ໃຫ້​ປະໂລຫິດ​ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ຄວາມ​ຜິດ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ໂດຍ​ວິທີ​ນີ້ ສຳລັບ​ຄວາມ​ຜິດ​ທີ່​ພວກເຂົາ​ເຮັດ​ໄປ​ໂດຍ​ບໍ່​ເຈດຕະນາ ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.
19 It is a guilt offering; he was certainly guilty before our Father." ນີ້​ຄື​ເຄື່ອງຖວາຍ​ລຶບລ້າງ​ຄວາມ​ຜິດ​ເນື່ອງ​ຈາກ​ພວກເຂົາ​ໄດ້​ເຮັດ​ຜິດ​ຕໍ່​ພຣະເຈົ້າ​ຢາເວ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]