Skip to content
The Believer's Library

Biblica® Open Lao Contemporary Version

Leviticus 6 OLCV

Show OLCV only
Verse × ×
1 Our Father spoke to Moses: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ,
2 "If anyone sins, unfaithful to your Father, by deceiving his neighbor about a deposit, a pledge, or stolen goods, or by cheating him, “ຖ້າ​ຜູ້ໃດ​ເຮັດ​ບາບ ແລະ ບໍ່​ສັດຊື່​ຕໍ່​ພຣະເຈົ້າ​ຢາເວ​ໂດຍ​ຫລອກລວງ​ເພື່ອນບ້ານ​ກ່ຽວກັບ​ສິ່ງ​ຂອງ​ທີ່​ຝາກ​ໄວ້​ກັບ​ຕົນ ຫລື ມອບ​ໃຫ້​ຢູ່​ໃນ​ການ​ເບິ່ງແຍງ​ຂອງ​ຕົນ ຫລື ຖືກ​ລັກ​ໄປ ຫລື ສໍ້ໂກງ​ເພື່ອນ​ບ້ານ​ຂອງ​ຕົນ,
3 or if he finds lost property and lies about it, swearing falsely—any such act by which a person sins. ຖ້າ​ພວກເຂົາ​ເກັບ​ສິ່ງ​ຂອງ​ໄດ້ ແລະ ຕົວະ​ກ່ຽວກັບ​ສິ່ງ​ນັ້ນ ຫລື ຖ້າ​ພວກເຂົາ​ສາບານ​ບໍ່​ຈິງ​ກ່ຽວກັບ​ບາບ​ທີ່​ຄົນ​ທັງຫລາຍ​ເຮັດ
4 When he sins and is guilty, he must return what he stole, or extorted, or the deposit entrusted to him, or the lost item he found, ເມື່ອ​ພວກເຂົາ​ເຮັດ​ບາບ​ໃນ​ທາງ​ໃດ​ໜຶ່ງ​ຕາມ​ທີ່​ກ່າວ​ມາ​ນີ້ ແລະ ສຳນຶກ​ໄດ້​ວ່າ​ຕົນ​ມີ​ຄວາມ​ຜິດ, ພວກເຂົາ​ຕ້ອງ​ສົ່ງ​ສິ່ງ​ຂອງ​ທີ່​ຕົນ​ໄດ້​ລັກ ຫລື ສິ່ງ​ຂອງ​ທີ່​ໄດ້​ມາ​ໂດຍ​ການ​ຂູ່ເຂັນ ຫລື ສິ່ງຂອງ​ທີ່​ພວກເຂົາ​ຮັບ​ຝາກ​ໄວ້ ຫລື ສິ່ງ​ຂອງ​ທີ່​ພວກເຂົາ​ເກັບ​ໄດ້,
5 or whatever he swore falsely about, he must repay it in full, add a fifth to it, and give it to its owner on the day he admits his guilt. ຫລື ສິ່ງໃດ​ກໍ​ຕາມ​ທີ່​ພວກເຂົາ​ສາບານ​ບໍ່​ຈິງ​ກ່ຽວກັບ​ສິ່ງ​ນັ້ນ. ພວກເຂົາ​ຕ້ອງ​ຊົດໃຊ້​ໃຫ້​ເຕັມ​ລາຄາ ແລະ ເພີ່ມ​ອີກ​ໜຶ່ງ​ສ່ວນ​ຫ້າ​ຂອງ​ມູນຄ່າ​ຂອງ​ສິ່ງ​ຂອງ​ເຫລົ່ານັ້ນ​ໃຫ້​ກັບ​ເຈົ້າຂອງ​ໃນ​ວັນ​ທີ່​ພວກເຂົາ​ຖວາຍ​ເຄື່ອງຖວາຍ​ລຶບລ້າງ​ຄວາມ​ຜິດ.
6 He must bring his guilt offering to your Father: a ram without defect from the flock, at your valuation, as a guilt offering, to the priest. ແລະ ເພື່ອ​ເປັນ​ການ​ລົງໂທດ ພວກເຂົາ​ຕ້ອງ​ນຳເອົາ​ເຄື່ອງຖວາຍ​ລຶບລ້າງ​ຄວາມ​ຜິດ​ມາ​ໃຫ້​ປະໂລຫິດ, ນັ້ນ​ຄື ພວກເຂົາ​ຕ້ອງ​ນຳເອົາ​ແກະຜູ້​ທີ່​ບໍ່​ມີ​ຕຳໜິ ແລະ ມີ​ມູນຄ່າ​ທີ່​ເໝາະສົມ​ຈາກ​ຝູງ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
7 The priest will atone for him before your Father, and he'll be forgiven for whatever he did that made him guilty." ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ​ສຳລັບ​ຄວາມ​ຜິດ​ທີ່​ພວກເຂົາ​ໄດ້​ເຮັດ”.
8 Then our Father spoke to Moses: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ,
9 "Command Aaron and his sons: This is the law for the burnt offering. It stays on the altar's hearth all night until morning, and the altar fire must keep burning on it. “ຈົ່ງ​ມອບ​ຄຳສັ່ງ​ນີ້​ແກ່​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ວ່າ: ‘ນີ້​ຄື​ກົດລະບຽບ​ກ່ຽວກັບ​ເຄື່ອງເຜົາ​ບູຊາ: ໃຫ້​ປະ​ເຄື່ອງເຜົາ​ບູຊາ​ໄວ້​ຢູ່​ທີ່​ເຕົາ​ຂອງ​ແທ່ນບູຊາ​ຕະຫລອດ​ທັງ​ຄືນ​ຈົນ​ເຖິງ​ເຊົ້າ ແລະ ໃຫ້​ໄຟ​ເທິງ​ແທ່ນບູຊາ​ລຸກ​ຢູ່​ຢ່າງ​ນັ້ນ.
10 The priest is to wear his linen garment, with linen undergarments against his skin, then remove the ashes left after the fire consumes the burnt offering on the altar, and place them beside the altar. ແລ້ວ​ປະໂລຫິດ​ຈະ​ຕ້ອງ​ນຸ່ງ​ເຄື່ອງ​ແຕ່ງ​ກາຍ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍ​ລິນິນພ້ອມ​ກັບ​ເຄື່ອງ​ແຕ່ງ​ກາຍ​ຊັ້ນໃນ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍ​ລິນິນ​ທີ່​ຕິດ​ກັບ​ໂຕ ແລະ ລາວ​ຈະ​ຕ້ອງ​ກວາດ​ຂີ້ເຖົ່າ​ຂອງ​ເຄື່ອງເຜົາ​ບູຊາ​ທີ່​ຖືກ​ເຜົາ​ແລ້ວ​ຢູ່​ເທິງ​ແທ່ນ​ນັ້ນ​ອອກ ແລະ ເອົາ​ໄປ​ກອງ​ໄວ້​ຢູ່​ຂ້າງ​ແທ່ນບູຊາ.
11 Then he removes his garments, puts on others, and carries the ashes outside the camp to a clean place. ຫລັງຈາກ​ນັ້ນ ລາວ​ຈະ​ຕ້ອງ​ປ່ຽນ​ເຄື່ອງ​ແຕ່ງ​ກາຍ ແລະ ນຸ່ງ​ຊຸດ​ອື່ນ​ໃສ່ ແລ້ວ​ນຳເອົາ​ຂີ້ເຖົ່າ​ອອກ​ນອກ​ຄ້າຍພັກ​ໄປ​ຍັງ​ບ່ອນ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ລະບຽບ​ພິທີ.
12 The altar fire must keep burning; it must not go out. Every morning the priest adds wood on it, arranges the burnt offering on it, and burns the fat of the peace offerings on it. ຈະ​ຕ້ອງ​ໃຫ້​ໄຟ​ທີ່​ຢູ່​ເທິງ​ແທ່ນບູຊາ​ນັ້ນ​ລຸກໄໝ້​ຢູ່​ຕະຫລອດ​ເວລາ, ຢ່າ​ໃຫ້​ໄຟ​ມອດ​ເດັດຂາດ. ໃຫ້​ປະໂລຫິດ​ເຕີມ​ຟືນ​ໃສ່​ທຸກ​ເຊົ້າ ແລະ ວາງ​ເຄື່ອງເຜົາ​ບູຊາ​ປະຈຳ​ວັນ​ລົງ​ໃສ່ ແລ້ວ​ເຜົາ​ໄຂມັນ​ຂອງ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ເທິງ​ແທ່ນບູຊາ.
13 The fire must be kept burning on the altar continually; it must not go out. ຈົ່ງ​ໃຫ້​ໄຟ​ລຸກໄໝ້​ຢູ່​ເທິງ​ແທ່ນບູຊາ​ຕະຫລອດ​ເວລາ. ຢ່າ​ໃຫ້​ໄຟ​ມອດ​ເດັດຂາດ.
14 "This is the law of the grain offering: Aaron's sons must bring it before your Father, in front of the altar. “ ‘ຕໍ່ໄປ​ນີ້​ແມ່ນ​ກົດລະບຽບ​ກ່ຽວກັບ​ເຄື່ອງຖວາຍ​ພືດຜົນ​ເປັນເມັດ: ໃຫ້​ບັນດາ​ລູກຊາຍ​ຂອງ​ອາໂຣນ​ນຳ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ມາ​ຕໍ່​ໜ້າ​ພຣະເຈົ້າ​ຢາເວ​ຢູ່​ດ້ານໜ້າ​ຂອງ​ແທ່ນບູຊາ.
15 The priest takes a handful of the grain offering's fine flour and oil, with all its frankincense, and burns this memorial portion on the altar as a pleasing aroma to your Father. ໃຫ້​ປະໂລຫິດ​ເອົາ​ແປ້ງ​ລະອຽດ​ໜຶ່ງ​ກຳມື ແລະ ນ້ຳມັນ​ໝາກກອກ, ພ້ອມ​ກັບ​ເຄື່ອງຫອມ​ທັງໝົດ​ໂຮຍ​ໃສ່​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລ້ວ​ເຜົາ​ສ່ວນ​ທີ່​ເປັນ​ອະນຸສອນ​ນັ້ນ​ເທິງ​ແທ່ນບູຊາ ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
16 Aaron and his sons eat what remains; it must be eaten without yeast in a holy place, eaten in the courtyard of the tent of meeting. ອາໂຣນ ແລະ ບັນດາ​ລູກຊາຍ​ຈະ​ຕ້ອງ​ກິນ​ສ່ວນ​ທີ່​ເຫລືອ, ແຕ່​ຕ້ອງ​ກິນ​ໂດຍ​ບໍ່​ໃສ່​ເຊື້ອແປ້ງ​ໃນ​ບໍລິເວນ​ສະຖານ​ນະມັດສະການ; ໃຫ້​ພວກເຂົາ​ກິນ​ສ່ວນ​ທີ່​ເຫລືອ​ນັ້ນ​ຢູ່​ທີ່​ເດີ່ນ​ຂອງ​ເຕັນນັດພົບ.
17 Do not bake it with yeast. I've given it as their share of my food offerings, like the sin and guilt offerings; it is most holy. ແປ້ງ​ນັ້ນ​ຈະ​ຕ້ອງ​ອົບ​ໂດຍ​ບໍ່​ໃສ່​ເຊື້ອແປ້ງ; ເຮົາ​ໄດ້​ມອບ​ອາຫານ​ບູຊາ​ສ່ວນ​ນີ້ ເຊິ່ງ​ຖວາຍ​ແກ່​ເຮົາ​ດ້ວຍ​ໄຟ​ໃຫ້​ເປັນ​ສ່ວນ​ຂອງ​ປະໂລຫິດ. ເປັນ​ຂອງ​ບໍລິສຸດ​ທີ່ສຸດ​ເໝືອນ​ກັບ​ເຄື່ອງບູຊາ​ໄຖ່​ບາບ ແລະ ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ.
18 Every male of Aaron's descendants may eat it—a lasting portion through your generations from your Father's food offerings. Whatever touches them becomes holy." ໃຫ້​ລູກ​ຫລານ​ຂອງ​ອາໂຣນ​ທີ່​ເປັນ​ຜູ້ຊາຍ​ກິນ​ສິ່ງ​ນີ້​ໄດ້. ນີ້​ເປັນ​ສ່ວນແບ່ງ​ຂອງ​ລາວ​ທີ່​ຈະ​ໄດ້​ຮັບ​ເປັນ​ປະຈຳ​ຈາກ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຕະຫລອດ​ໄປ​ທຸກ​ຊົ່ວ​ອາຍຸ. ສິ່ງໃດ​ກໍ​ຕາມ​ທີ່​ແຕະຕ້ອງ​ສິ່ງ​ເຫລົ່ານີ້​ກໍ​ຈະ​ບໍລິສຸດ’ ”.
19 Our Father said to Moses: ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ອີກ​ວ່າ,
20 "This is Aaron and his sons' offering to your Father on the day he is anointed: about two quarts of fine flour as a regular grain offering, half in the morning, half in the evening. “ນີ້​ຄື​ເຄື່ອງບູຊາ​ທີ່​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ຕ້ອງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ໃນ​ວັນ​ທີ່​ລາວ​ໄດ້​ຮັບ​ການ​ເຈີມ​ຄື: ແປ້ງ​ລະອຽດ​ໜຶ່ງ​ສ່ວນ​ສິບ​ເອຟາ ເພື່ອ​ເປັນ​ພືດຜົນ​ເປັນ​ເມັດ​ທີ່​ຖວາຍ​ເປັນ​ປະຈຳ, ເຄິ່ງ​ໜຶ່ງ​ຂອງ​ແປ້ງ​ນັ້ນ​ໃຫ້​ຖວາຍ​ຕອນເຊົ້າ ແລະ ອີກ​ເຄິ່ງ​ໜຶ່ງ​ຖວາຍ​ຕອນແລງ.
21 Prepare it with oil on a griddle, bring it well-kneaded, present the grain offering in broken pieces—a pleasing aroma to your Father. ຈົ່ງ​ທອດ​ແປ້ງ​ນັ້ນ​ກັບ​ນ້ຳມັນ​ໃນ​ໝໍ້ກະທະ; ປະສົມ​ໃຫ້​ເຂົ້າກັນ​ເປັນ​ຢ່າງດີ ແລະ ນຳ​ເຄື່ອງຖວາຍພືດຜົນ​ເປັນ​ເມັດ​ທີ່​ຫັກ​ເປັນ​ຕ່ອນໆ​ນີ້​ມາ​ຖວາຍ ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
22 The anointed priest who succeeds him from among his sons must prepare it—a lasting decree before your Father: it must be burned completely. ລູກຊາຍ​ຜູ້​ທີ່​ຈະ​ສືບທອດ​ຕຳແໜ່ງ​ປະໂລຫິດ​ທີ່​ໄດ້​ຮັບ​ການ​ເຈີມ​ໄວ້​ຕໍ່​ຈາກ​ອາໂຣນ​ຈະ​ຕ້ອງ​ເປັນ​ຜູ້​ຕຽມ​ເຄື່ອງຖວາຍ​ນີ້. ນີ້​ເປັນ​ສ່ວນ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ເປັນ​ປະຈຳ ແລະ ຈະ​ຕ້ອງ​ເຜົາ​ໃຫ້​ໝົດ.
23 Every grain offering of a priest is to be burned completely; it must not be eaten." ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ປະໂລຫິດ​ທຸກຢ່າງ​ຈະ​ຕ້ອງ​ເຜົາ​ໃຫ້​ໝົດ, ຫ້າມ​ກິນ​ເດັດຂາດ”.
24 Again our Father spoke to Moses: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ,
25 "Tell Aaron and his sons: this is the law of the sin offering: slaughter it before your Father, where the burnt offering is slaughtered; it is most holy. “ຈົ່ງ​ບອກ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ວ່າ: ‘ຕໍ່ໄປ​ນີ້​ເປັນ​ກົດລະບຽບ​ກ່ຽວກັບ​ເຄື່ອງບູຊາ​ໄຖ່​ບາບ​ຄື: ໃຫ້​ນຳ​ເຄື່ອງບູຊາ​ໄຖ່​ບາບ​ມາ​ຂ້າ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ບ່ອນ​ສຳລັບ​ຂ້າ​ສັດ​ເປັນ​ເຄື່ອງເຜົາ​ບູຊາ, ເຄື່ອງ​ບູຊາ​ໄຖ່​ບາບ​ນີ້​ຄື​ຂອງ​ບໍລິສຸດ​ທີ່ສຸດ.
26 The priest who offers it for sin must eat it; it must be eaten in a holy place, in the tent of meeting's courtyard. ປະໂລຫິດ​ຜູ້​ປະກອບ​ພິທີ​ຈະ​ຕ້ອງ​ກິນ​ເຄື່ອງບູຊາ​ນີ້; ຈະ​ຕ້ອງ​ກິນ​ເຄື່ອງບູຊາ​ນີ້​ໃນ​ບໍລິເວນ​ສະຖານ​ນະມັດສະການ, ໃນ​ເດີ່ນ​ຂອງ​ເຕັນນັດພົບ.
27 Whatever touches its flesh becomes holy. If its blood spatters a garment, wash the spattered spot in a holy place. ສິ່ງໃດ​ກໍ​ຕາມ​ທີ່​ແຕະຕ້ອງ​ຊີ້ນ​ນັ້ນ​ກໍ​ຈະ​ຕ້ອງ​ບໍລິສຸດ ແລະ ຖ້າ​ເລືອດ​ຟົ້ງ​ໄປ​ຖືກ​ເສື້ອຜ້າ, ຜູ້​ນັ້ນ​ຈະ​ຕ້ອງ​ຊັກ​ເສື້ອຜ້າ​ນັ້ນ​ໃນ​ບໍລິເວນ​ສະຖານ​ນະມັດສະການ.
28 The clay pot it is boiled in must be broken; if boiled in a bronze pot, it must be scoured and rinsed with water. ໝໍ້​ດິນ​ເຜົາ​ທີ່​ໃຊ້​ຕົ້ມ​ຊີ້ນ​ນັ້ນ​ຈະ​ຕ້ອງ​ທຸບ​ຖິ້ມ; ແຕ່​ຖ້າ​ໃຊ້​ໝໍ້​ທອງ​ສຳລິດ​ປຸງແຕ່ງ​ກໍ​ຕ້ອງ​ເຊັດ​ຖູ​ໝໍ້​ນັ້ນ ແລະ ລ້າງ​ດ້ວຍ​ນ້ຳ.
29 Every male among the priests may eat it; it is most holy. ຜູ້ຊາຍ​ທຸກຄົນ​ໃນ​ຄອບຄົວ​ຂອງ​ປະໂລຫິດ​ເທົ່ານັ້ນ​ທີ່​ກິນ​ເຄື່ອງບູຊາ​ນີ້​ໄດ້ ເພາະ​ເປັນ​ຂອງ​ບໍລິສຸດ​ທີ່ສຸດ.
30 No sin offering whose blood is brought into the tent of meeting to atone in the Holy Place may be eaten; it must be burned with fire." ແຕ່​ຢ່າ​ກິນ​ເຄື່ອງບູຊາ​ໄຖ່​ບາບ ເຊິ່ງ​ເລືອດ​ຂອງ​ມັນ​ແມ່ນ​ຖືກ​ນຳ​ເຂົ້າ​ໄປ​ໃນ​ເຕັນນັດພົບ​ເພື່ອ​ເຮັດ​ພິທີ​ລຶບລ້າງ​ບາບ​ໃນ​ສະຖານ​ສັກສິດ, ແຕ່​ຈະ​ຕ້ອງ​ເຜົາ​ຖິ້ມ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]