Skip to content
The Believer's Library

Biblica® Open Lao Contemporary Version

Leviticus 7 OLCV

Show OLCV only
Verse × ×
1 "This is the law of the guilt offering. It is most holy. “ ‘ຕໍ່ໄປ​ນີ້​ເປັນ​ກົດລະບຽບ​ກ່ຽວກັບ​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ ເຊິ່ງ​ບໍລິສຸດ​ທີ່ສຸດ​ຄື:
2 Where they slaughter the burnt offering, they must slaughter the guilt offering; splatter its blood on all sides of the altar. ສັດ​ທີ່​ນຳ​ມາ​ຖວາຍ​ເປັນ​ເຄື່ອງຖວາຍ​ເພື່ອ​ລຶບລ້າງ​ຄວາມ​ຜິດ​ຈະ​ຕ້ອງ​ຖືກ​ຂ້າ​ໃນ​ບ່ອນ​ສຳລັບ​ຂ້າສັດ​ເປັນ​ເຄື່ອງເຜົາບູຊາ ແລະ ໃຫ້​ຊິດ​ເລືອດ​ຂອງ​ສັດ​ນັ້ນ​ໃສ່​ທຸກ​ດ້ານ​ຂອງ​ແທ່ນບູຊາ.
3 All its fat is offered: the fat tail and fat covering the inner organs, ໄຂມັນ​ທັງໝົດ​ຈະ​ຕ້ອງ​ຖືກ​ນຳມາ​ຖວາຍ​ເຊັ່ນ: ໄຂມັນ​ສ່ວນ​ຫາງ ແລະ ໄຂມັນ​ຫຸ້ມ​ເຄື່ອງໃນ,
4 the two kidneys and their fat at the loins, and the liver's long lobe, removed with the kidneys. ໝາກໄຂ່ຫລັງ​ທັງ​ສອງ​ໜ່ວຍ​ພ້ອມ​ກັບ​ໄຂມັນ​ຫຸ້ມ​ໝາກໄຂ່ຫລັງ​ທີ່​ຢູ່​ໃກ້​ແອວ ແລະ ໜັງ​ບາງໆ​ຫຸ້ມ​ຕັບ ເຊິ່ງ​ຈະ​ຕ້ອງ​ເອົາ​ອອກ​ພ້ອມ​ກັບ​ໝາກໄຂ່ຫລັງ.
5 The priest burns them on the altar as a food offering to our Father; a guilt offering. ປະໂລຫິດ​ຈະ​ເຜົາ​ສິ່ງ​ເຫລົ່ານີ້​ເທິງ​ແທ່ນບູຊາ​ເປັນ​ເຄື່ອງບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ນີ້​ຄື​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ.
6 Any male priest may eat it, eaten only in a holy place; it is most holy. ມີ​ແຕ່​ຜູ້ຊາຍ​ໃນ​ຄອບຄົວ​ຂອງ​ປະໂລຫິດ​ເທົ່ານັ້ນ​ທີ່​ຈະ​ກິນ​ສິ່ງ​ນັ້ນ​ໄດ້, ແຕ່​ຈະ​ຕ້ອງ​ກິນ​ໃນ​ບໍລິເວນ​ສະຖານ​ນະມັດສະການ; ເພາະ​ເປັນ​ຂອງ​ບໍລິສຸດ​ທີ່ສຸດ.
7 "The sin offering and guilt offering share one law: it belongs to the priest who makes atonement with it. “ ‘ກົດ​ອັນ​ດຽວ​ກັນ​ນີ້​ທີ່​ໃຊ້​ໄດ້​ທັງ​ເຄື່ອງບູຊາ​ໄຖ່​ບາບ ແລະ ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ​ຄື: ເຄື່ອງບູຊາ​ທີ່​ປະໂລຫິດ​ຖວາຍ​ເພື່ອ​ລຶບລ້າງ​ບາບ​ແມ່ນ​ມອບ​ໃຫ້​ເປັນ​ອາຫານ​ຂອງ​ປະໂລຫິດ.
8 The priest who offers anyone's burnt offering keeps its hide for himself. ປະໂລຫິດ​ຜູ້​ທີ່​ຖວາຍ​ເຄື່ອງເຜົາ​ບູຊາ​ຈະ​ໄດ້​ຮັບ​ໜັງ​ຂອງ​ສັດ​ດ້ວຍ.
9 Any grain offering baked in an oven, and all made in a pan or on a griddle, belongs to the priest who offers it. ປະໂລຫິດ​ຜູ້​ທີ່​ຖວາຍ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ທຸກ​ຢ່າງ​ຈະ​ໄດ້​ຮັບ​ສ່ວນ​ທີ່​ເຫລືອ​ເມື່ອ​ພິທີ​ສຳເລັດ​ແລ້ວ ບໍ່​ວ່າ​ຈະ​ເປັນ​ພືດຜົນ​ເປັນ​ເມັດ​ທີ່​ອົບ​ໃນ​ເຕົາອົບ ຫລື ຈືນ​ໃສ່​ໝໍ້ກະທະ ຫລື ປີ້ງ​ໃສ່​ເຫລັກປີ້ງ,
10 Every grain offering, mixed with oil or dry, belongs equally to all Aaron's sons. ແລະ ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ທຸກຢ່າງ, ບໍ່​ວ່າ​ຈະ​ປະສົມ​ກັບ​ນ້ຳມັນ​ໝາກກອກ ຫລື ຍັງ​ແຫ້ງ​ຢູ່, ທັງໝົດ​ນັ້ນ​ເປັນ​ຂອງ​ບັນດາ​ລູກຊາຍ​ຂອງ​ອາໂຣນ​ທຸກຄົນ​ຢ່າງ​ເທົ່າ​ກັນ.
11 "This is the law of the sacrifice of peace offerings that anyone may bring to our Father. “ ‘ຕໍ່ໄປ​ນີ້​ແມ່ນ​ກົດລະບຽບ​ກ່ຽວກັບ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ເຊິ່ງ​ຜູ້ໃດ​ຈະ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ມີ​ດັ່ງ​ນີ້:
12 If he presents it as a thank offering, with it he must offer unleavened cakes mixed with oil, unleavened wafers coated with oil, and cakes of fine flour well kneaded and mixed with oil. “ ‘ຖ້າ​ພວກເຂົາ​ຖວາຍ​ເປັນ​ເຄື່ອງບູຊາ​ເພື່ອ​ຂອບພຣະຄຸນ, ກໍ​ໃຫ້​ຜູ້​ນັນ​ນຳເອົາ​ເຂົ້າຈີ່​ກ້ອນ​ໜາ​ທີ່​ບໍ່​ມີ​ເຊື້ອແປ້ງ​ປະສົມ​ດ້ວຍ​ນ້ຳມັນ​ໝາກກອກ ແລະ ເຂົ້າຈີ່​ແຜ່ນ​ບາງ​ບໍ່​ໃສ່​ເຊື້ອແປ້ງ​ທາ​ນ້ຳມັນ ແລະ ເຂົ້າຈີ່​ກ້ອນ​ໜາ​ທີ່​ເຮັດ​ດ້ວຍ​ແປ້ງ​ລະອຽດ​ນວດ​ຢ່າງດີ​ປະສົມ​ໃສ່​ນ້ຳມັນ.
13 He must bring loaves of leavened bread with his thanksgiving sacrifice of peace offerings. ໃຫ້​ນຳ​ເຂົ້າຈີ່​ໃສ່​ເຊື້ອແປ້ງ​ມາ​ຖວາຍ​ພ້ອມ​ກັບ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ເປັນ​ເຄື່ອງບູຊາ​ເພື່ອ​ຂອບພຣະຄຸນ.
14 From it he must give one of each as a contribution to our Father; it belongs to the priest who spatters the blood of the peace offerings. ພວກເຂົາ​ຈະ​ຕ້ອງ​ນຳ​ສ່ວນ​ໜຶ່ງ​ຈາກ​ເຄື່ອງບູຊາ​ແຕ່​ລະ​ຊະນິດ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ; ແລ້ວ​ມອບ​ໃຫ້​ປະໂລຫິດ​ຜູ້​ທີ່​ຊິດ​ເລືອດ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ໃສ່​ແທ່ນບູຊາ.
15 The meat of his thanksgiving peace offerings must be eaten the day it's offered; none of it may remain until morning. ຊີ້ນ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ທີ່​ເປັນ​ການ​ຂອບພຣະຄຸນ​ຈະ​ຕ້ອງ​ກິນ​ໃນ​ວັນ​ທີ່​ຖວາຍ​ນັ້ນ​ໃຫ້​ໝົດ, ຢ່າ​ປະ​ໃຫ້​ເຫລືອ​ຄ້າງ​ຈົນ​ເຖິງ​ເຊົ້າ.
16 "If his offering is a vow or voluntary sacrifice, it must be eaten the day he offers it; what remains may be eaten the next day. “ ‘ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ເປັນ​ເຄື່ອງບູຊາ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້ ຫລື ເຄື່ອງບູຊາ​ຕາມ​ຄວາມ​ສະໝັກໃຈ, ສ່ວນ​ທີ່​ປະໂລຫິດ​ຍັງ​ບໍ່​ໄດ້​ກິນ​ໃນ​ວັນ​ທີ່​ຖວາຍ ອາດ​ຈະ​ກິນ​ໃນ​ວັນ​ຕໍ່ມາ​ກໍ​ໄດ້.
17 But any sacrifice flesh remaining on the third day must be burned in fire. ແຕ່​ຊີ້ນ​ຂອງ​ເຄື່ອງບູຊາ​ອັນ​ໃດ​ກໍ​ຕາມ​ທີ່​ເຫລືອ​ຄ້າງ​ຈົນ​ເຖິງ​ວັນ​ທີ​ສາມ​ຕ້ອງ​ເຜົາ​ຖິ້ມ.
18 If any of his peace offering's meat is eaten on the third day, it won't be accepted, it won't count for the offerer—it's tainted, and whoever eats it bears his guilt. ຊີ້ນ​ອັນ​ໃດ​ກໍ​ຕາມ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຖ້າ​ນຳ​ມາ​ກິນ​ໃນ​ວັນ​ທີ​ສາມ, ຜູ້​ຖວາຍ​ສິ່ງ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ. ຖື​ວ່າ​ມັນ​ບໍ່​ເປັນ​ຜົນ​ດີ​ແກ່​ຜູ້​ທີ່​ນຳ​ມາ​ຖວາຍ, ເພາະ​ເປັນ​ເຄື່ອງບູຊາ​ທີ່​ບໍ່​ບໍລິສຸດ; ຜູ້​ທີ່​ກິນ​ສິ່ງ​ນີ້​ກໍ​ຈະ​ຕ້ອງ​ຮັບຜິດຊອບ.
19 "Flesh that touches anything unclean must not be eaten—burn that flesh in fire. But other flesh: anyone clean may eat it. “ ‘ຢ່າ​ກິນ​ສັດ​ທີ່​ໄປ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ​ຕາມ​ພິທີ, ຕ້ອງ​ເຜົາ​ຖິ້ມ. ແຕ່​ສຳລັບ​ຊີ້ນ​ສ່ວນ​ອື່ນໆ​ນັ້ນ, ຜູ້ໃດ​ທີ່​ບໍ່​ມີ​ມົນທິນ​ຕາມ​ພິທີ​ກິນ​ໄດ້.
20 Anyone who eats meat of our Father's peace offering while unclean will be cut off from his people. ແຕ່​ຖ້າ​ຜູ້ໃດ​ເປັນມົນທິນ​ແລ້ວ​ຍັງ​ຂືນ​ກິນ​ຊີ້ນ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ທີ່​ເປັນ​ຂອງ​ພຣະເຈົ້າ​ຢາເວ, ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຕັດອອກ​ຈາກ​ທ່າມກາງ​ປະຊາຊົນ​ຂອງ​ຕົນ.
21 Whoever touches anything unclean—human impurity, an unclean animal, or any unclean, detestable thing—then eats meat from our Father's peace offering, that person will be cut off from his people." ຜູ້ໃດ​ທີ່​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ ບໍ່​ວ່າ​ຈະ​ເປັນ​ມະນຸດ​ທີ່​ເປັນມົນທິນ ຫລື ສັດ​ທີ່​ເປັນມົນທິນ ຫລື ສິ່ງ​ທີ່​ມີ​ຊີ​ວິດ​ໃດໆ​ທີ່​ເລືອຄານ​ຢູ່​ຕາມ​ໜ້າດິນ ແລ້ວ​ມາ​ກິນ​ຊີ້ນ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ທີ່​ເປັນ​ຂອງ​ພຣະເຈົ້າ​ຢາເວ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ຂອງ​ຕົນ’ ”.
22 Our Father spoke to Moses: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ,
23 "Tell the people of Israel: Do not eat any fat from ox, sheep, or goat. “ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ: ‘ຢ່າ​ກິນ​ໄຂມັນ​ໃດໆ ບໍ່​ວ່າ​ໄຂມັນ​ຂອງ​ງົວ, ຂອງ​ແກະ ຫລື ຂອງ​ແບ້.
24 Fat from a carcass or animal mauled by a predator may serve any purpose, but never eat it. ໄຂມັນ​ຈາກ​ສັດ​ທີ່​ພົບ​ເມື່ອ​ຕາຍ​ແລ້ວ ຫລື ຖືກ​ສັດ​ປ່າ​ກັດ ອາດ​ຈະ​ໃຊ້​ເຮັດ​ຢ່າງ​ອື່ນ​ໄດ້, ແຕ່​ຢ່າ​ກິນ​ສັດ​ນັ້ນ​ເດັດຂາດ.
25 Anyone who eats fat from an animal offered to me by fire will be cut off from his people. ຜູ້ໃດ​ກິນ​ໄຂມັນ​ຈາກ​ສັດ​ທີ່​ຖວາຍ​ດ້ວຍ​ໄຟ​ແກ່​ພຣະເຈົ້າ​ຢາເວ ຈະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ຂອງ​ຕົນ.
26 You must not eat any blood at all, from bird or animal, wherever you live. ແລະ ບໍ່​ວ່າ​ຜູ້​ນັ້ນ​ອາໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ, ຫ້າມ​ກິນ​ເລືອດ ບໍ່​ວ່າ​ຈະ​ເປັນ​ເລືອດ​ນົກ ຫລື ເລືອດ​ສັດ​ໃດໆ.
27 Anyone who eats any blood will be cut off from his people." ຖ້າ​ຜູ້ໃດ​ກິນ​ເລືອດ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ຂອງ​ຕົນ’ ”.
28 Our Father spoke to Moses: ພຣະເຈົ້າ​ຢາເວ​ເວົ້າ​ກັບ​ໂມເຊ​ວ່າ,
29 "Speak to the Israelites: Whoever presents his peace offering to me must bring his offering to me from that sacrifice. “ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ: ‘ຜູ້ໃດ​ນຳ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຈະ​ຕ້ອງ​ນຳ​ສ່ວນ​ໜຶ່ງ​ຂອງ​ເຄື່ອງບູຊາ​ນັ້ນ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
30 With his hands he must bring my food offerings; the fat with the breast he must bring, to wave the breast as a wave offering before me. ພວກເຂົາ​ຕ້ອງ​ນຳ​ເອົາ​ອາຫານ​ບູຊາ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ດ້ວຍ​ມື​ຂອງ​ຜູ້​ນັ້ນ​ເອງ; ໃຫ້​ພວກເຂົາ​ນຳເອົາ​ໄຂມັນ, ພ້ອມ​ກັບ​ສ່ວນ​ເອິກ ແລະ ແກ່ວງ​ສ່ວນ​ເອິກ​ນັ້ນ​ໄປ​ມາ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ ເພື່ອ​ເປັນ​ເຄື່ອງບູຊາ​ແກວ່ງ​ໄປ​ແກ່ວງ​ມາ.
31 The priest burns the fat on the altar; the breast belongs to Aaron and his sons. ປະໂລຫິດ​ຈະ​ຕ້ອງ​ເຜົາ​ໄຂມັນ​ຢູ່​ເທິງ​ແທ່ນບູຊາ, ແຕ່​ສ່ວນ​ເອິກ​ນັ້ນ​ເປັນ​ຂອງ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ.
32 You are to give the right thigh to the priest as a contribution from your peace offerings. ຕົ້ນ​ຂາ​ຂວາ​ຂອງ​ສັດ​ທີ່​ນຳ​ມາ​ຖວາຍ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ນັ້ນ​ແມ່ນ​ມອບ​ໃຫ້​ແກ່​ປະໂລຫິດ​ຜູ້​ປະກອບ​ພິທີ.
33 Whichever son of Aaron offers the peace offering's blood and fat gets the right thigh as his portion. ລູກຊາຍ​ຂອງ​ອາໂຣນ​ຜູ້​ຖວາຍ​ເລືອດ ແລະ ໄຂມັນ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ຈະ​ໄດ້​ຮັບ​ຕົ້ນ​ຂາ​ຂວາ​ເປັນ​ສ່ວນແບ່ງ​ຂອງ​ລາວ.
34 For I have taken the breast of the wave offering and thigh of the contribution from Israel's peace offerings, and given them to Aaron the priest and his sons as a permanent share from Israel." ຈາກ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ຊາວ​ອິດສະຣາເອນ, ເຮົາ​ໄດ້​ເອົາ​ຊີ້ນ​ສ່ວນ​ເອິກ​ທີ່​ໃຫ້​ຍົກ​ສ່ວນ​ເອິກ​ທີ່​ແກວ່ງ​ໄປ​ມາ ແລະ ຕົ້ນ​ຂາ​ທີ່​ໄດ້​ຖວາຍ​ແລ້ວ ແລະ ໄດ້​ມອບ​ສິ່ງ​ເຫລົ່ານັ້ນ​ໃຫ້​ແກ່​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ ເພື່ອ​ເປັນ​ສ່ວນແບ່ງ​ປະຈຳ​ຈາກ​ຊາວ​ອິດສະຣາເອນ’ ”.
35 This is Aaron and his sons' portion from our Father's food offerings, from the day they were presented to serve our Father as priests. ນີ້​ເປັນ​ສ່ວນ​ຂອງ​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ​ຈາກ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ເຊິ່ງ​ມອບ​ໃຫ້​ແກ່​ພວກເຂົາ​ໃນ​ວັນ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ປະຕິບັດ​ໜ້າທີ່​ປະໂລຫິດ​ຮັບໃຊ້​ພຣະເຈົ້າ​ຢາເວ.
36 Our Father commanded this be given them from the Israelites, the day he anointed them—a permanent share for all their generations. ໃນ​ວັນ​ທີ່​ພວກເຂົາ​ໄດ້​ຮັບ​ການ​ເຈີມ​ນັ້ນ, ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ຊາວ​ອິດສະຣາເອນ​ໃຫ້​ມອບ​ສິ່ງ​ນີ້​ແກ່​ພວກເຂົາ​ເພື່ອ​ເປັນ​ສ່ວນແບ່ງ​ປະຈຳ​ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ.
37 This is the law for burnt offerings, grain offerings, sin offerings, guilt offerings, ordination offerings, and peace offerings, ທັງໝົດ​ນີ້​ຄື​ກົດລະບຽບ​ກ່ຽວກັບ​ເຄື່ອງເຜົາ​ບູຊາ, ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ, ເຄື່ອງບູຊາ​ໄຖ່​ບາບ, ເຄື່ອງຖວາຍ​ເພື່ອ​ລຶບລ້າງ​ຄວາມ​ຜິດ, ເຄື່ອງຖວາຍ​ໃນ​ພິທີ​ສະຖາປະນາ ແລະ ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ,
38 which our Father commanded Moses on Mount Sinai, the day he commanded the people of Israel to bring their offerings to our Father in the Wilderness of Sinai. ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ໂມເຊ​ຢູ່​ທີ່​ພູເຂົາ​ຊີນາຍ​ໃນ​ຖິ່ນແຫ້ງແລ້ງ​ຊີນາຍ​ໃນ​ວັນ​ທີ່​ພຣະອົງ​ໄດ້​ສັ່ງ​ຊາວ​ອິດສະຣາເອນ​ໃຫ້​ນຳເອົາ​ເຄື່ອງຖວາຍບູຊາ​ຂອງ​ພວກເຂົາ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]