Skip to content
The Believer's Library

Biblica® Open Lao Contemporary Version

Leviticus 8 OLCV

Show OLCV only
Verse × ×
1 Our Father spoke to Moses: ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
2 "Take Aaron and his sons with him, the garments, the anointing oil, the bull of the sin offering, the two rams, and the basket of yeast-free bread, “ຈົ່ງ​ນຳເອົາ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ ພ້ອມ​ທັງ​ເຄື່ອງ​ແຕ່ງກາຍ​ຂອງ​ພວກເຂົາ, ນ້ຳມັນ​ເຈີມ, ງົວ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແກະຜູ້​ຄູ່ໜຶ່ງ​ພ້ອມ​ກັບ​ຖາດ​ໃສ່​ເຂົ້າຈີ່​ບໍ່​ໃສ່​ເຊື້ອແປ້ງ​ມາ
3 and assemble the whole congregation at the entrance of the tent of meeting." ແລະ ເອີ້ນ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ເຕົ້າໂຮມກັນ​ທີ່​ທາງເຂົ້າ​ເຕັນນັດພົບ”.
4 Moses did as our Father commanded him; the assembly gathered at the entrance of the tent of meeting. ໂມເຊ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້ ແລະ ຊຸມຊົນ​ທັງໝົດ​ໄດ້​ມາ​ລວມ​ກັນ​ທີ່​ທາງ​ເຂົ້າ​ເຕັນນັດພົບ.
5 And Moses said to the congregation, "This is what our Father has commanded to be done." ໂມເຊ​ກ່າວ​ກັບ​ຊຸມຊົນ​ວ່າ, “ນີ້​ຄື​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້​ໃຫ້​ປະຕິບັດ​ຕາມ”.
6 Then Moses brought Aaron and his sons forward and washed them with water. ແລ້ວ​ໂມເຊ​ກໍ​ໄດ້​ນຳເອົາ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ເຂົ້າມາ ແລະ ຊຳລະລ້າງ​ພວກເຂົາ​ດ້ວຍ​ນ້ຳ.
7 He put the tunic on Aaron, tied the sash around him, dressed him in the robe, put the ephod on him, tied the ephod's skillfully woven band around him, and fastened it to him. ເພິ່ນ​ໄດ້​ສວມ​ເສື້ອຊັ້ນໃນ​ໃຫ້​ອາໂຣນ, ມັດ​ສາຍຮັດແອວ​ອ້ອມ​ໂຕ​ລາວ, ສວມ​ເສື້ອຄຸມ​ໃຫ້​ລາວ ແລະ ສວມ​ເສື້ອເອໂຟດ​ໃຫ້​ລາວ. ເພິ່ນ​ຍັງ​ໄດ້​ມັດ​ເສື້ອເອໂຟ​ດ້ວຍ​ສາຍແອວ​ທີ່​ຕົບແຕ່ງ​ຢ່າງດີ​ອ້ອມ​ໂຕ​ໃຫ້​ລາວ.
8 He placed the breastpiece on him, and in the breastpiece he put the Urim and the Thummim. ແລ້ວ​ອາໂຣນ​ກໍ​ເອົາ​ແຜ່ນປົກເອິກ​ໃສ່​ໃຫ້​ເພິ່ນ​ພ້ອມ​ທັງ​ສອດ​ອູຣິມ ແລະ ທຸມມິມ​ໃສ່​ໃນ​ແຜ່ນປົກເອິກ​ນັ້ນ.
9 He set the turban on Aaron's head, and on its front he set the gold plate, the holy crown, as our Father commanded Moses. ແລ້ວ​ເພິ່ນ​ກໍ​ສວມ​ຜ້າຄຽນຫົວ​ຂອງ​ອາໂຣນ ແລະ ສວມ​ແຜ່ນຄຳ​ທີ່​ເປັນ​ເຄື່ອງໝາຍ​ສັກສິດ​ໃສ່​ທາງ​ດ້ານໜ້າ​ຂອງ​ຜ້າຄຽນຫົວ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ແລ້ວ.
10 Then Moses took the anointing oil and anointed the tabernacle and everything in it, and consecrated them. ແລ້ວ​ໂມເຊ​ນຳເອົາ​ນ້ຳມັນເຈີມ ແລະ ເຈີມ​ໃສ່​ຫໍເຕັນ ແລະ ທຸກໆສິ່ງ​ທີ່​ຢູ່​ໃນ​ນັ້ນ ແລະ ທັງ​ເປັນ​ການ​ຊຳລະ​ສິ່ງ​ເຫລົ່ານັ້ນ​ໃຫ້​ບໍລິສຸດ.
11 He sprinkled some of it on the altar seven times, anointing the altar, all its utensils, and the basin with its stand, to dedicate them. ເພິ່ນ​ນຳ​ນ້ຳມັນ​ສ່ວນໜື່ງ​ຊິດ​ໃສ່​ແທ່ນບູຊາ​ເຈັດ​ຄັ້ງ, ເຈີມ​ແທ່ນບູຊາ ແລະ ເຄື່ອງໃຊ້​ຕ່າງໆ​ປະຈຳ​ແທ່ນບູຊາ​ທຸກຢ່າງ ແລະ ອ່າງ​ຊຳລະ​ພ້ອມ​ກັບ​ຖານຮອງ​ອ່າງ ເພື່ອ​ເປັນ​ການອຸທິດຖວາຍ​ສິ່ງ​ເຫລົ່ານີ້.
12 He poured some anointing oil on Aaron's head and anointed him to dedicate him. ເພິ່ນ​ຖອກ​ນ້ຳມັນເຈີມ​ບາງສ່ວນ​ລົງ​ເທິງ​ຫົວ​ຂອງ​ອາໂຣນ ແລະ ໄດ້​ເຈີມ​ລາວ ເພື່ອ​ເປັນ​ການອຸທິດຖວາຍ​ລາວ.
13 Then Moses brought Aaron's sons forward, dressed them in tunics, tied on sashes, and put caps on their heads, as our Father had commanded Moses. ແລ້ວ​ໂມເຊ​ກໍ​ໄດ້​ນຳເອົາ​ບັນດາ​ລູກຊາຍ​ຂອງ​ອາໂຣນ​ອອກມາ​ທາງໜ້າ ສວມ​ເສື້ອຄຸມຍາວ​ໃຫ້​ພວກເຂົາ, ມັດ​ຜ້າຮັດແອວ​ໃຫ້​ພວກເຂົາ ແລະ ສຸບ​ໝວກ​ໃຫ້​ພວກເຂົາ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ແລ້ວ​ນັ້ນ.
14 He brought the bull of the sin offering, and Aaron and his sons laid their hands on its head. ຈາກ​ນັ້ນ​ໂມເຊ​ກໍ​ໄດ້​ຖວາຍ​ງົວເຖິກ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ໃຫ້​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ​ພາກັນ​ວາງມື​ໃສ່​ເທິງ​ຫົວ​ຂອງ​ງົວ​ນັ້ນ.
15 Moses slaughtered it, took the blood, and with his finger applied it to the altar's horns all around, purifying the altar. He poured the rest of the blood at the altar's base and dedicated the altar, making atonement for it. ໂມເຊ​ໄດ້​ຂ້າ​ງົວ​ນັ້ນ ແລະ ເອົາ​ເລືອດ​ບາງສ່ວນ, ແລ້ວ​ເພິ່ນ​ກໍ່​ເອົາ​ນີ້ວມື​ຈຸ່ມລົງ​ໃນ​ເລືອດ​ທາ​ໃສ່​ເຂົາ​ຂອງ​ແທ່ນບູຊາ​ທັງໝົດ​ເພື່ອ​ຊຳລະ​ແທ່ນບູຊາ​ໃຫ້​ບໍລິສຸດ. ແລ້ວ​ເພິ່ນ​ກໍ​ຖອກ​ເລືອດ​ສ່ວນ​ທີ່​ເຫລືອ​ລົງ​ພື້ນ​ແທ່ນບູຊາ. ນັ້ນ​ຄື​ເພິ່ນ​ໄດ້​ເຮັດ​ການ​ອຸທິດຖວາຍ​ສິ່ງນັ້ນ ແລະ ເຮັດ​ພິທີ​ຊຳລະ​ສຳລັບ​ແທ່ນບູຊາ​ນັ້ນ.
16 He took all the fat on the inner organs, the liver's lobe, and the two kidneys with their fat, and burned it on the altar. ໂມເຊ​ນຳເອົາ​ໄຂມັນ​ທັງໝົດ​ທີ່​ຫຸ້ມ​ເຄື່ອງໃນ, ໜັງບາງໆ​ຫຸ້ມ​ຕັບ ແລະ ໝາກໄຂ່ຫລັງ​ທັງ​ສອງ​ໜ່ວຍ​ພ້ອມ​ໄຂມັນ​ທີ່​ຫຸ້ມ​ໝາກໄຂ່ຫລັງ​ນັ້ນ​ເຜົາ​ເທິງ​ແທ່ນບູຊາ.
17 But the bull—hide, flesh, and waste—he burned outside the camp, as our Father commanded Moses. ສ່ວນ​ໂຕ​ງົວ​ພ້ອມ​ທັງ​ໜັງ ແລະ ຊິ້ນ​ພ້ອມ​ທັງ​ໄສ້​ຖືກ​ນຳ​ອອກ​ໄປ​ເຜົາ​ຢູ່​ນອກ​ເຂດ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ແລ້ວ​ນັ້ນ.
18 He brought the ram for the burnt offering; Aaron and his sons laid their hands on its head. ແລ້ວ​ເພິ່ນ​ຍັງ​ໄດ້​ຖວາຍ​ແກະຜູ້​ເປັນ​ເຄື່ອງເຜົາ​ບູຊາ ແລະ ໃຫ້​ອາໂຣນ​ກັບ​ລູກຊາຍ​ພາກັນ​ວາງມື​ໃສ່​ເທິງ​ຫົວ​ແກະ.
19 Moses slaughtered it and threw the blood against the sides of the altar. ຈາກ​ນັ້ນ​ໂມເຊ​ກໍ​ຂ້າ​ແກະ ແລະ ເອົາ​ເລືອດ​ຊິດ​ອ້ອມ​ແທ່ນບູຊາ.
20 He cut the ram into pieces and burned the head, the pieces, and the fat. ເພິ່ນ​ຕັດ​ແກະ​ເປັນ​ຕ່ອນໆ ແລ້ວ​ເອົາ​ຫົວ, ສ່ວນຕ່າງໆ​ພ້ອມທັງ​ໄຂມັນ​ນຳໄປ​ເຜົາ.
21 He washed the inner organs and legs in water, then burned the whole ram on the altar—a burnt offering, a pleasing aroma, a food offering to our Father, as our Father commanded Moses. ເພິ່ນ​ໃຊ້​ນ້ຳ​ລ້າງ​ເຄື່ອງໃນ ແລະ ຂາ ແລ້ວ​ຈຶ່ງ​ເຜົາ​ແກະ​ທັງໂຕ​ເທິງ​ແທ່ນບູຊາ. ນີ້​ເປັນ​ເຄື່ອງເຜົາ​ບູຊາ, ເປັນ​ກິ່ນຫອມ​ທີ່​ພໍໃຈ ເປັນ​ເຄື່ອງບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າ​ຢາເວ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.
22 He brought the second ram, the ram of ordination, and Aaron and his sons laid their hands on its head. ຈາກ​ນັ້ນ​ໂມເຊ​ກໍ​ນຳເອົາ​ແກະ​ອີກ​ໂຕໜຶ່ງ​ມາ, ແກະ​ໂຕນັ້ນ​ໃຊ້​ສຳລັບ​ພິທີ​ສະຖາປະນາ ແລະ ໃຫ້​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ​ພາກັນ​ວາງມື​ໃສ່​ເທິງ​ຫົວ​ແກະ​ນັ້ນ.
23 Moses slaughtered it, took some of its blood, and put it on Aaron's right earlobe, right thumb, and right big toe. ໂມເຊ​ຂ້າ​ແກະຜູ້​ໂຕ​ນັ້ນ ແລະ ເອົາ​ເລືອດ​ບາງ​ສ່ວນ​ມາ​ທາ​ໃສ່​ຕິ່ງຫູ​ຂວາ​ຂອງ​ອາໂຣນ ທາ​ໃສ່​ຫົວ​ໂປ້ມື​ຂວາ ແລະ ຫົວ​ໂປ້ຕີນ​ຂວາ​ຂອງ​ເພິ່ນ.
24 Moses brought Aaron's sons near and put blood on their right earlobes, thumbs, and big toes, then splashed the rest against the altar's sides. ໂມເຊ​ເອົາ​ເລືອດ​ທາ​ໃສ່​ຕິ່ງຫູ​ຂວາ​ຂອງ​ບັນດາ​ລູກຊາຍ​ຂອງ​ອາໂຣນ ແລະ ທາ​ໃສ່​ຫົວ​ໂປ້ມື​ຂວາ​ກັບ​ຫົວ​ໂປ້ຕີນ​ຂວາ​ຂອງ​ພວກເຂົາ​ດ້ວຍ. ແລ້ວ​ເພິ່ນ​ກໍ​ຊິດ​ເລືອດ​ໃສ່​ຂ້າງ​ແທ່ນບູຊາ.
25 He took the fat, the fat tail, all the fat on the intestines, the liver's long lobe, the two kidneys with their fat, and the right thigh. ຫລັງຈາກນັ້ນ ເພິ່ນ​ກໍ​ເອົາ​ໄຂມັນ ເຊິ່ງ​ມີ​ໄຂມັນ​ຂອງ​ຫາງ, ໄຂມັນ​ຫຸ້ມ​ເຄື່ອງໃນ​ທັງໝົດ, ໜັງ​ບາງໆ​ຫຸ້ມ​ຕັບ, ໝາກໄຂ່ຫລັງ​ທັງ​ສອງ​ໜ່ວຍ​ພ້ອມ​ກັບ​ໄຂມັນ ແລະ ຕົ້ນຂາ​ຂວາ.
26 From the basket of unleavened bread before our Father, he took one cake, one oiled cake, and one wafer, and put them on the fat and the right thigh. ຈາກ​ນັ້ນ​ເພິ່ນ​ກໍ​ເອົາ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກ້ອນໜຶ່ງ​ຈາກ​ຖາດ ເຊິ່ງ​ຕັ້ງ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ເພິ່ນ​ເອົາ​ເຂົ້າຈີ່​ໜາ​ກ້ອນໜຶ່ງ​ປະສົມ​ກັບ​ນ້ຳມັນ​ໝາກກອກ ແລະ ເຂົ້າຈີ່​ບາງ​ແຜ່ນໜຶ່ງ​ມາ​ວາງລົງ​ເທິງ​ໄຂມັນ ແລະ ຂາໂຕ້​ເບື້ອງຂວາ​ຂອງ​ສັດ.
27 He put all these in Aaron's and his sons' hands, and waved them as a wave offering before our Father. ເພິ່ນ​ນຳເອົາ​ສິ່ງ​ທັງໝົດ​ເຫລົ່ານີ້​ໃສ່​ມື​ຂອງ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ, ແລ້ວ​ໃຫ້​ພວກເຂົາ​ແກວ່ງ​ໄປ​ມາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເປັນ​ເຄື່ອງບູຊາ​ແກວ່ງ​ໄປ​ແກວ່ງ​ມາ.
28 Moses took them from their hands and burned them on the altar with the burnt offering—an ordination offering, a pleasing aroma, a food offering to our Father. ແລ້ວ​ໂມເຊ​ກໍ​ຮັບ​ເອົາ​ສິ່ງ​ທັງໝົດ​ຄືນ​ຈາກ​ມື​ຂອງ​ພວກເຂົາ ແລ້ວ​ນຳ​ມາ​ເຜົາ​ເທິງ​ຍອດ​ແທ່ນບູຊາ ເຊິ່ງ​ເປັນ​ເຄື່ອງເຜົາ​ບູຊາ​ໃນ​ພິທີ​ສະຖາປະນາ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ ເປັນ​ເຄື່ອງຖວາຍບູຊາ​ອາຫານ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
29 Moses took the breast and waved it as a wave offering before our Father—Moses's portion from the ram of ordination, as our Father commanded him. ໂມເຊ​ຍັງ​ໄດ້​ນຳເອົາ​ຊີ້ນ​ໜ້າເອິກ​ຂອງ​ແກະ​ເຊິ່ງເປັນ​ສ່ວນແບ່ງ​ຂອງ​ເພິ່ນ​ສຳລັບ​ການ​ສະຖາປະນາ​ມາ ແລ້ວ​ຖວາຍ​ແກວ່ງ​ໄປ​ແກວ່ງ​ມາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ເປັນ​ເຄື່ອງຖວາຍ​ແກວ່ງ​ໄປ​ແກວ່ງ​ມາ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.
30 Moses took some anointing oil and some blood from the altar and sprinkled it on Aaron and his garments, on his sons and their garments. So he consecrated Aaron and his garments, and his sons and their garments with him. ຫລັງ​ຈາກ​ນັ້ນ​ໂມເຊ​ກໍ​ໄດ້​ເອົາ​ນ້ຳມັນເຈີມ​ສ່ວນໜຶ່ງ​ກັບ​ເລືອດ​ສ່ວນໜຶ່ງ​ຈາກ​ແທ່ນບູຊາ​ມາ​ຊິດ​ໃສ່​ອາໂຣນ ແລະ ເຄື່ອງນຸ່ງ​ຂອງ​ລາວ ແລະ ຊິດ​ໃສ່​ບັນດາ​ລູກຊາຍ​ຂອງ​ລາວ ແລະ ເຄື່ອງນຸ່ງ​ຂອງ​ພວກເຂົາ​ດ້ວຍ.
31 Moses told Aaron and his sons, "Boil the meat at the tent of meeting's entrance, eat it there with the bread from the ordination-offering basket, as I commanded: Aaron and his sons will eat it. ຈາກ​ນັ້ນ​ໂມເຊ​ກໍ​ກ່າວ​ຕໍ່​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ວ່າ, “ຈົ່ງ​ຕົ້ມ​ຊີ້ນ​ຢູ່​ທີ່​ທາງເຂົ້າ​ເຕັນ​ນັດພົບ ແລ້ວ​ກິນ​ຊີ້ນ​ນັ້ນ​ຢູ່​ທີ່​ນັ້ນ​ພ້ອມ​ກັບ​ເຂົ້າຈີ່​ໃນ​ຖາດ​ຂອງ​ເຄື່ອງ​ຖວາຍ​ບູຊາ​ໃນ​ພິທີ​ສະຖາປະນາ ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ທ່ານ​ໄວ້​ວ່າ: ‘ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ຕ້ອງ​ກິນ​ຊີ້ນ​ນັ້ນ’.
32 Whatever is left of the meat and the bread, burn it with fire. ແລ້ວ​ເຜົາ​ຊີ້ນ ແລະ ເຂົ້າຈີ່​ສ່ວນ​ທີ່​ເຫລືອ​ໃຫ້​ໝົດ.
33 Do not leave the Tent of Meeting's entrance for seven days, until your ordination days end, for it takes seven days to ordain you. ຢ່າ​ອອກ​ໄປ​ຈາກ​ທາງເຂົ້າ​ເຕັນນັດພົບ​ນີ້​ເປັນ​ເວລາ​ເຈັດ​ວັນ ຈົນກວ່າ​ຈະ​ຄົບ​ກຳນົດ​ເວລາ​ແຫ່ງ​ການ​ສະຖາປະນາ​ຂອງ​ພວກເຈົ້າ​ຈະ​ຊິ້ນສຸດລົງ, ເພາະ​ການ​ສະຖາປະນາ​ພວກເຈົ້າ​ຈະ​ໃຊ້​ເວລາ​ເຈັດ​ວັນ.
34 What has been done today, our Father has commanded to be done to make atonement for you. ສິ່ງ​ທີ່​ໄດ້​ເຮັດ​ໄປ​ໃນ​ວັນ​ນີ້​ທັງໝົດ​ແມ່ນ​ເປັນ​ໄປ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ເພື່ອ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຈົ້າ.
35 Stay at the tent of meeting's entrance day and night, seven days, doing what our Father requires, so you do not die—this is what I was commanded." ພວກເຈົ້າ​ຈະ​ຕ້ອງ​ຢູ່​ທີ່​ບໍລິເວນ​ທາງເຂົ້າ​ເຕັນນັດພົບ​ນີ້​ທັງ​ກາງວັນ ແລະ ກາງຄືນ​ເປັນ​ເວລາ​ເຈັດ​ວັນ ແລະ ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຮຽກຮ້ອງ, ເພື່ອ​ພວກເຈົ້າ​ຈະ​ບໍ່​ຕາຍ ເພາະ​ພຣະອົງ​ສັ່ງ​ຂ້າພະເຈົ້າ​ໄວ້​ເຊັ່ນ​ນີ້”.
36 So Aaron and his sons did everything our Father had commanded through Moses. ດັ່ງນັ້ນ ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຈຶ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]