Skip to content
The Believer's Library

Biblica® Open Lao Contemporary Version

Leviticus 9 OLCV

Show OLCV only
Verse × ×
1 On the eighth day Moses called Aaron and his sons and the elders of Israel. ໃນ​ວັນ​ທີ​ແປດ​ໂມເຊ​ເອີ້ນ​ເອົາ​ອາໂຣນ​ກັບ​ລູກຊາຍ​ຂອງ​ລາວ ແລະ ບັນດາ​ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ມາ​ປະຊຸມ​ກັນ.
2 He told Aaron, "Take a bull calf for yourself as a sin offering, a ram as a burnt offering, both without defect, and offer them before our Father. ເພິ່ນ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ເລືອກ​ລູກງົວ​ໜຸ່ມ​ມາ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ເຈົ້າ ແລະ ເອົາ​ແກະຜູ້​ມາ​ເປັນ​ເຄື່ອງເຜົາ​ບູຊາ​ຂອງ​ເຈົ້າ, ສັດ​ທັງສອງ​ຊະນິດ​ບໍ່ມີ​ມົນທິນ ແລະ ຖວາຍ​ສັດ​ເຫລົ່ານີ້​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
3 Tell the Israelites: Take a male goat for a sin offering, and a yearling calf and lamb, without defect, for a burnt offering. ຈາກ​ນັ້ນ​ຈົ່ງ​ກ່າວ​ແກ່​ຊາວ​ອິດສະຣາເອນ​ວ່າ: ‘ຈົ່ງ​ເລືອກເອົາ​ແບ້ຜູ້​ມາ​ເປັນ​ເຄື່ອງບູຊາ​ໄຖ່​ບາບ, ເລືອກເອົາ​ລູກງົວ ແລະ ລູກແກະ​ສັດ​ທັງສອງ​ນີ້​ຕ້ອງ​ມີ​ອາຍຸ​ໜຶ່ງ​ປີ ແລະ ບໍ່​ມີ​ຕຳໜິ​ມາເປັນ​ເຄື່ອງເຜົາ​ບູຊາ
4 An ox and a ram for a peace offering, to sacrifice before our Father, plus a grain offering mixed with oil—for today our Father will appear to you." ແລະ ຈົ່ງ​ນຳເອົາ​ງົວ ແລະ ແກະ​ຜູ້​ຢ່າງ​ລະ​ໂຕ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ເພື່ອ​ມາ​ຖວາຍ​ບູຊາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ລວມທັງການຖວາຍ​ພືດຜົນ​ເປັນ​ເມັດ​ປະສົມ​ກັບ​ນ້ຳມັນ​ໝາກກອກ. ເພາະ​ໃນ​ວັນ​ນີ້​ພຣະເຈົ້າ​ຢາເວ​ຈະ​ມາ​ປາກົດ​ແກ່​ພວກເຈົ້າ​ທັງຫລາຍ’ ”.
5 They brought what Moses commanded to the tent of meeting's entrance; the whole assembly drew near and stood before our Father. ພວກເຂົາ​ຈຶ່ງ​ນຳເອົາ​ສິ່ງຂອງ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ມາ​ໄວ້​ຕໍ່ໜ້າ​ເຕັນນັດພົບ ແລະ ພວກເຂົາ​ທັງໝົດ​ຫຍັບ​ເຂົ້າ​ມາ​ໃກ້ ແລະ ຢືນ​ລວມ​ກັນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
6 Moses said, "Do what our Father commanded, so the glory of our Father will appear to you." ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໃຫ້​ພວກເຈົ້າ​ທັງຫລາຍ​ປະຕິບັດ​ຕາມ, ເພື່ອວ່າ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ຈະ​ປາກົດ​ແກ່​ພວກເຈົ້າ”.
7 Moses told Aaron, "Come to the altar. Offer your sin offering and burnt offering, atone for yourself and the people. Offer the people's offering and atone for them, as our Father commanded." ໂມເຊ​ກ່າວ​ກັບ​ອາໂຣນ​ວ່າ, “ຈົ່ງ​ເຂົ້າ​ມາ​ທີ່​ແທ່ນບູຊາ ແລະ ຖວາຍບູຊາ​ເຄື່ອງບູຊາ​ໄຖ່​ບາບ ແລະ ເຄື່ອງເຜົາ​ບູຊາ​ຂອງ​ເຈົ້າ ເພື່ອ​ເຮັດ​ພິທີ​ລຶບລ້າງບາບ​ສຳລັບ​ເຈົ້າເອງ ແລະ ປະຊາຊົນ; ຈົ່ງ​ຖວາຍ​ເຄື່ອງບູຊາ​ສຳລັບ​ປະຊາຊົນ ແລະ ລຶບລ້າງບາບ​ໃຫ້​ພວກເຂົາ​ດັ່ງ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້”.
8 So Aaron approached the altar and slaughtered the sin-offering calf, which was for himself. ດັ່ງນັ້ນ​ອາໂຣນ​ຈຶ່ງ​ເຂົ້າ​ມາ​ທີ່​ແທ່ນບູຊາ​ແລ້ວ​ຂ້າ​ລູກງົວ ເພື່ອ​ເປັນ​ເຄື່ອງຖວາຍໄຖ່​ບາບ​ສຳລັບ​ເພິ່ນເອງ.
9 Aaron's sons brought him the blood; he dipped his finger in it, put it on the altar's horns, and poured the rest at its base. ບັນດາ​ລູກຊາຍ​ຂອງ​ອາໂຣນ​ກໍ​ນຳ​ເລືອດ​ມາ​ໃຫ້​ເພິ່ນ, ແລ້ວ​ເພິ່ນ​ກໍ​ເອົາ​ນີ້ວມື​ຈຸ່ມ​ລົງ​ໃນ​ເລືອດ​ທາ​ໃສ່​ເຂົາ​ຂອງ​ແທ່ນບູຊາ; ເລືອດ​ສ່ວນ​ທີ່​ເຫລືອ​ເພິ່ນ​ຖອກ​ລົງ​ພື້ນ​ຂອງ​ແທ່ນບູຊາ.
10 But he burned the sin offering's fat, kidneys, and liver lobe on the altar, as our Father commanded Moses. ເທິງ​ແທ່ນບູຊາ​ເພິ່ນ​ໄດ້​ນຳເອົາ​ໄຂມັນ ໝາກໄຂ່ຫລັງ ແລະ ໜັງບາງໆ​ຫຸ້ມ​ຕັບ​ຈາກ​ເຄື່ອງບູຊາ​ໄຖ່​ບາບ​ມາ​ເຜົາ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.
11 He burned the flesh and the skin with fire outside the camp. ສ່ວນ​ຊີ້ນ ແລະ ໜັງ ເພິ່ນ​ເອົາ​ໄປ​ເຜົາ​ຢູ່​ນອກ​ຄ້າຍພັກ.
12 He killed the burnt offering. Aaron's sons handed him the blood, and he splashed it against the altar's sides. ແລ້ວ​ອາໂຣນ​ກໍ​ຂ້າ​ສັດ​ເປັນ​ເຄື່ອງເຜົາ​ບູຊາ. ບັນດາ​ລູກຊາຍ​ຂອງ​ເພິ່ນ​ນຳເອົາ​ເລືອດ​ມາ​ໃຫ້ ແລະ ເພິ່ນ​ຊິດ​ເລືອດ​ໃສ່​ຮອບໆ​ຂ້າງ​ແທ່ນບູຊາ.
13 They handed him the burnt offering in pieces, with the head, and he burned them on the altar. ພວກເຂົາ​ມອບ​ເຄື່ອງເຜົາ​ບູຊາ​ມາ​ໃຫ້​ເພິ່ນ​ເທື່ອ​ລະ​ຕ່ອນ, ລວມ​ທັງ​ຫົວ ແລະ ເພິ່ນ​ກໍ​ນຳ​ສິ່ງ​ເຫລົ່ານັ້ນ​ທັງໝົດ​ມາ​ເຜົາ​ເທິງ​ແທ່ນບູຊາ.
14 He washed the intestines and legs, burning them on the altar with the burnt offering. ອາໂຣນ​ລ້າງ​ເຄື່ອງໃນ ແລະ ຂາ​ຂອງ​ສັດ ແລ້ວ​ເຜົາ​ສິ່ງ​ເຫລົ່ານັ້ນ​ຢູ່​ເທິງ​ເຄື່ອງເຜົາ​ບູຊາ​ທີ່​ແທ່ນບູຊາ.
15 Then he brought the people's offering: took their sin-offering goat, slaughtered it, and offered it for sin, like the first. ແລ້ວ​ອາໂຣນ​ນຳເອົາ​ເຄື່ອງຖວາຍ​ບູຊາ​ສຳລັບ​ປະຊາຊົນ​ເຂົ້າ​ມາ. ເພິ່ນ​ນຳເອົາ​ແບ້​ທີ່​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ປະຊາຊົນ​ມາ​ຂ້າ ແລະ ຖວາຍ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ກັບ​ສັດ​ໂຕ​ທຳອິດ.
16 He presented the burnt offering and offered it as prescribed. ເພິ່ນ​ໄດ້​ນຳເອົາ​ເຄື່ອງເຜົາ​ບູຊາ​ມາ​ຖວາຍ​ຕາມ​ວິທີ​ທີ່​ໄດ້​ກຳນົດ​ໄວ້.
17 He brought the grain offering, took a handful, and burned it on the altar, besides the morning burnt offering. ເພິ່ນ​ຍັງ​ນຳ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ, ເພິ່ນ​ກຳ​ເອົາ​ເຄື່ອງຖວາຍ​ດັ່ງກ່າວ​ກຳມື​ໜຶ່ງ ແລະ ເຜົາ​ເທິງ​ແທ່ນບູຊາ​ເພີ່ມຕື່ມ​ຈາກ​ເຄື່ອງເຜົາບູຊາ​ທີ່​ຖວາຍ​ປະຈຳ​ທຸກ​ເຊົ້າ​ແລ້ວ.
18 He slaughtered the ox and the ram, the people's peace offering sacrifice, and Aaron's sons brought him the blood, which he threw against the altar's sides. ເພິ່ນ​ກໍ​ໄດ້​ຂ້າ​ງົວ ແລະ ແກະຜູ້​ທີ່​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ປະຊາຊົນ. ບັນດາ​ລູກຊາຍ​ຂອງ​ເພິ່ນ​ກໍ​ນຳເອົາ​ເລືອດ​ມາ​ໃຫ້ ແລະ ເພິ່ນ​ຊິດ​ໃສ່​ຮອບໆ​ຂ້າງ​ແທ່ນບູຊາ.
19 But the fat of the ox and ram: the fat tail, fat covering, kidneys, and long liver lobe, ແຕ່​ສ່ວນ​ທີ່​ເປັນ​ໄຂມັນ​ຂອງ​ງົວ ແລະ ແກະຜູ້ ຄື​ໄຂມັນ​ສ່ວນ​ຫາງ, ຊັ້ນ​ຂອງ​ໄຂມັນ ໝາກໄຂ່ຫລັງ ແລະ ໜັງບາງໆ​ຫຸ້ມ​ຕັບ
20 they placed the fat portions on the breasts, and he burned the fat portions on the altar. ສິ່ງ​ທັງໝົດ​ເຫລົ່ານີ້ ເພິ່ນ​ນຳເອົາ​ມາ​ວາງ​ເທິງ​ໜ້າເອິກ, ແລ້ວ​ອາໂຣນ​ເຜົາ​ໄຂມັນ​ນັ້ນ​ເທິງ​ແທ່ນບູຊາ.
21 But Aaron waved the breasts and the right thigh as a wave offering before our Father, as Moses had commanded. ອາໂຣນ​ຖວາຍ​ຊີ້ນ​ໜ້າເອິກ​ແກວ່ງໄປໄກວ່ມາ ແລະ ຊີ້ນ​ກົກຂາ​ເບື້ອງຂວາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ເປັນ​ເຄື່ອງຖວາຍບູ​ແກວ່ງໄປໄກວ່າມາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້.
22 Aaron raised his hands toward the people and blessed them, then came down from making the sin, burnt, and peace offerings. ແລ້ວ​ອາໂຣນ​ຍົກ​ມື​ຂອງ​ເພິ່ນ​ຂຶ້ນ​ໃສ່​ປະຊາຊົນ ແລະ ອວຍພອນ​ພວກເຂົາ. ແລະ ເມື່ອ​ເພິ່ນ​ໄດ້​ຖວາຍ​ເຄື່ອງບູຊາ​ໄຖ່​ບາບ, ເຄື່ອງເຜົາ​ບູຊາ ແລະ ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແລ້ວ​ແລ້ວ ເພິ່ນ​ກໍ​ລົງມາ​ຈາກ​ແທ່ນບູຊາ.
23 Moses and Aaron entered the tent of meeting, came out, and blessed the people; the glory of our Father appeared to all the people. ຈາກ​ນັ້ນ​ໂມເຊ​ກັບ​ອາໂຣນ​ກໍ​ເຂົ້າໄປ​ໃນ​ເຕັນນັດພົບ. ເມື່ອ​ພວກເພິ່ນ​ອອກ​ມາ ພວກເພິ່ນ​ກໍ​ກ່າວ​ອວຍພອນ​ປະຊາຊົນ; ແລ້ວ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ກໍ​ມາ​ປາກົດ​ຕໍ່ໜ້າ​ປະຊາຊົນ​ທັງປວງ.
24 Fire came from our Father's presence and consumed the burnt offering and fat on the altar. All the people saw it, shouted for joy, and fell facedown. ໄຟ​ໄດ້​ອອກມາ​ຈາກ​ທີ່​ສະຖິດ​ຂອງ​ພຣະເຈົ້າ​ຢາເວ ແລະ ຮັບເອົາ​ເຄື່ອງເຜົາ​ບູຊາ ແລະ ສ່ວນ​ທີ່​ປັນ​ໄຂມັນ​ເທິງ​ແທ່ນບູຊາ. ເມື່ອ​ປະຊາຊົນ​ທັງໝົດ​ເຫັນ​ດັ່ງນັ້ນ​ແລ້ວ, ພວກເຂົາ​ກໍ​ພາກັນ​ໂຮ່ຮ້ອງຂຶ້ນ​ດ້ວຍ​ຄວາມ​ຊື່ນຊົມຍິນດີ ແລະ ພາກັນ​ກົ້ມຂາບລົງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]