Skip to content
The Believer's Library

Biblica® Open Lao Contemporary Version

Leviticus 2 OLCV

Show OLCV only
Verse × ×
1 "When anyone brings a grain offering to our Father, the offering must be fine flour. Pour oil on it, put frankincense on it, “ ‘ເມື່ອ​ຜູ້ໃດ​ນຳເອົາ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ແກ່​ພຣະເຈົ້າ​ຢາເວ​ນັ້ນ, ເຄື່ອງຖວາຍ​ຂອງ​ຕົນ​ຕ້ອງ​ເປັນ​ແປ້ງ​ລະອຽດ. ພວກເຂົາ​ຖອກ​ນ້ຳມັນ​ໝາກກອກ​ລົງ​ໃສ່​ແປ້ງ​ນັ້ນ ແລະ ໂຮຍ​ເຄື່ອງຫອມ​ໃສ່​ດ້ວຍ.
2 and bring it to Aaron's sons, the priests. The priest will take a handful of its fine flour and oil, with all its frankincense, and burn the memorial portion on the altar—a fire offering, a pleasing aroma to our Father. ແລະ ນຳເອົາ​ມາ​ມອບ​ໃຫ້​ແກ່​ບັນດາ​ປະໂລຫິດ​ທີ່​ເປັນ​ລູກຊາຍ​ຂອງ​ອາໂຣນ. ປະໂລຫິດ​ຈະ​ກຳ​ເອົາ​ແປ້ງ​ລະອຽດ​ມາ​ກຳ​ມື​ໜຶ່ງ ແລະ ນ້ຳມັນ, ແລ້ວ​ນຳ​ມາ​ລວມ​ກັບ​ເຄື່ອງຫອມ, ແລະ ເຜົາ​ສິ່ງ​ນີ້​ເປັນ​ສ່ວນ​ອະນຸສອນ​ເທິງ​ແທ່ນບູຊາ, ເປັນ​ເຄື່ອງບູຊາ​ດ້ວຍ​ໄຟ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
3 The rest of the grain offering belongs to Aaron and his sons—most holy, from the fire offerings to our Father. ສ່ວນ​ທີ່​ເຫລືອ​ຂອງ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ນັ້ນ​ແມ່ນ​ເປັນ​ຂອງ​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ, ເຊິ່ງ​ເປັນ​ສ່ວນ​ບໍລິສຸດ​ທີ່ສຸດ​ຂອງ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
4 "When you bring a grain offering baked in an oven: fine flour, either loaves without yeast mixed with oil, or wafers without yeast spread with oil. “ ‘ຖ້າ​ພວກເຈົ້າ​ຈະ​ຖວາຍ​ພືດຜົນ​ເປັນ​ເມັດ​ທີ່​ເປັນ​ເຂົ້າໜົມ​ອົບ ເຂົ້າໜົມ​ນັ້ນ​ຕ້ອງ​ເຮັດ​ຈາກ​ແປ້ງ​ລະອຽດ​ຄື: ປະສົມ​ກັບ​ນ້ຳມັນ​ໝາກກອກ​ໂດຍ​ບໍ່​ໃສ່​ເຊື້ອ​ແປ້ງ ຫລື ໃຊ້​ເຂົ້າຈີ່​ແຜ່ນ​ບາງ​ບໍ່​ໃສ່​ເຊື້ອແປ້ງ ແລະ ທາ​ດ້ວຍ​ນ້ຳມັນ​ໝາກກອກ.
5 If your offering is a grain offering on a griddle, it must be fine flour mixed with oil, without yeast. ຖ້າ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ໄດ້​ເຮັດ​ເປັນ​ເຂົ້າຈີ່​ທີ່​ປີ້ງ​ໃສ່​ເຫລັກປີ້ງ ກໍ​ຈົ່ງ​ເຮັດ​ຈາກ​ແປ້ງ​ລະອຽດ​ປົນ​ກັບ​ນ້ຳມັນ ແລະ ບໍ່​ມີ​ເຊື້ອແປ້ງ.
6 Break it into pieces and pour oil on it; it is a grain offering. ຈົ່ງ​ຫັກ​ເຂົ້າຈີ່​ເປັນ​ຕ່ອນ​ນ້ອຍໆ​ແລ້ວ​ເທ​ນ້ຳມັນ​ໃສ່​ເຂົ້າຈີ່​ນັ້ນ, ນີ້​ເປັນ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ.
7 If your offering is grain cooked in a pan, make it with fine flour and oil. ຖ້າ​ເຄື່ອງ​ຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ພວກເຈົ້າ​ຫາກ​ປຸງແຕ່ງ​ໃນ​ໝໍ້ກະທະ​ກໍ​ໃຫ້​ເຮັດ​ຈາກ​ແປ້ງ​ລະອຽດ ແລະ ນ້ຳມັນ​ໝາກກອກ.
8 Bring the grain offering made from these to our Father; present it to the priest, who brings it to the altar. ຈົ່ງ​ນຳ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ທີ່​ເຮັດ​ຈາກ​ສິ່ງ​ເຫລົ່ານີ້​ທີ່​ຈະ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ: ມາ​ມອບ​ໃຫ້​ປະໂລຫິດ, ຜູ້​ຈະ​ນຳ​ມາ​ຍັງ​ແທ່ນບູຊາ​ນັ້ນ.
9 The priest takes the grain offering's memorial portion and burns it on the altar—a fire offering, a pleasing aroma to our Father. ປະໂລຫິດ​ຈະ​ຕ້ອງ​ນຳ​ເອົາ​ສ່ວນ​ທີ່​ເປັນ​ອະນຸສອນ​ຈາກ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ມາ​ເຜົາ​ເທິງ​ແທ່ນບູຊາ​ເປັນ​ເຄື່ອງບູຊາ​ດ້ວຍ​ໄຟ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
10 What remains of the grain offering belongs to Aaron and his sons—most holy, from the fire offerings to our Father. ສ່ວນ​ທີ່​ເຫລືອ​ຂອງ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ນັ້ນ​ແມ່ນ​ເປັນ​ຂອງ​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ, ເຊິ່ງ​ເປັນ​ສ່ວນ​ບໍລິສຸດ​ທີ່ສຸດ​ຂອງ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
11 "No grain offering you bring to our Father may contain yeast, for you must not burn any yeast or honey as a fire offering to our Father. “ ‘ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ທຸກຢ່າງ​ທີ່​ເຈົ້າ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ນັ້ນ​ຈະ​ຕ້ອງ​ບໍ່​ໃສ່​ເຊື້ອແປ້ງ, ບໍ່​ໃຫ້​ພວກເຈົ້າ​ເຜົາ​ເຊື້ອແປ້ງ​ໃດໆ ຫລື ນ້ຳເຜິ້ງ​ໃນ​ອາຫານ​ບູຊາ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
12 You may bring them to our Father as a firstfruits offering, but do not offer them on the altar as a pleasing aroma. ເຈົ້າ​ອາດ​ຈະ​ຖວາຍ​ເຂົ້າຈີ່​ໃສ່​ເຊື້ອແປ້ງ ແລະ ນ້ຳເຜິ້ງ​ເປັນ​ເຄື່ອງ​ຖວາຍ​ບູຊາ​ຜົນ​ທຳອິດ​ແກ່​ພຣະເຈົ້າ​ຢາເວ, ແຕ່​ບໍ່​ຕ້ອງ​ນຳ​ມາ​ເຜົາ​ຖວາຍ​ເທິງ​ແທ່ນບູຊາ​ເພື່ອ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ພໍໃຈ.
13 Salt every grain offering. Don't leave out your Father's covenant salt; add salt to all your offerings. ຈົ່ງ​ປຸງ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ພວກເຈົ້າ​ທຸກ​ຢ່າງ​ດ້ວຍ​ເກືອ. ຢ່າ​ໃຫ້​ເກືອ​ແຫ່ງ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ​ຂາດ​ຈາກ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ພວກເຈົ້າ, ຈົ່ງ​ໃສ່​ເກືອ​ໃນ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ພວກເຈົ້າ​ທຸກຢ່າງ.
14 "If you bring a firstfruits grain offering to our Father, offer new grain roasted in fire, crushed kernels, as your firstfruits offering. “ ‘ຖ້າ​ພວກເຈົ້າ​ນຳເອົາ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ພືດຜົນ​ຫົວ​ປີ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ, ຈົ່ງ​ເດັດ​ເມັດ​ຈາກ​ຮວງ​ທີ່​ກ່ຽວ​ມາ​ໃໝ່ໆ​ນຳ​ມາ​ບົດ ແລະ ປີ້ງ​ດ້ວຍ​ໄຟ.
15 Put oil on it and lay frankincense on it; it is a grain offering. ໃສ່​ນ້ຳມັນ ແລະ ເຄື່ອງຫອມ, ນີ້​ຄື​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ.
16 The priest burns the memorial portion—some of the crushed grain and oil—with all its frankincense, as a fire offering to our Father." ປະໂລຫິດ​ຈະ​ເຜົາ​ສ່ວນ​ທີ່​ເປັນ​ອະນຸສອນ​ຂອງ​ເມັດພືດ​ທີ່​ບົດ​ແລ້ວ, ນ້ຳມັນ ແລະ ລວມ​ທັງ​ເຄື່ອງຫອມ​ທັງໝົດ, ນີ້​ຄື​ເຄື່ອງບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າ​ຢາເວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]