Skip to content
The Believer's Library

Biblica® Open Lao Contemporary Version

Leviticus 1 OLCV

Show OLCV only
Verse × ×
1 Our Father called to Moses and spoke to him from the tent of meeting, saying: ພຣະເຈົ້າ​ຢາເວ​ໄດ້​ເອີ້ນ​ໂມເຊ ແລະ ກ່າວ​ກັບ​ເພິ່ນ​ຈາກ​ເຕັນນັດພົບ. ພຣະອົງ​ໄດ້​ກ່າວ​ວ່າ,
2 "Speak to the Israelites and say to them: When any of you brings me an offering, bring your offering of livestock from the herd or the flock. “ຈົ່ງ​ກ່າວ​ຕໍ່​ຊາວ​ອິດສະຣາເອນ ແລະ ບອກ​ພວກເຂົາ​ວ່າ: ‘ເມື່ອ​ຄົນ​ໃດ​ໃນ​ທ່າມກາງ​ພວກເຈົ້າ​ນຳເອົາ​ເຄື່ອງຖວາຍ​ແກ່​ພຣະເຈົ້າ​ຢາເວ​ນັ້ນ, ຈົ່ງ​ນຳ​ເອົາ​ສັດ​ໂຕ​ໜຶ່ງ​ຈາກ​ຝູງງົວ ຫລື ແບ້ ແລະ ຝູງແກະ​ເປັນ​ເຄື່ອງຖວາຍ.
3 "If his offering is a burnt offering from the herd, he is to offer a male without defect, offering it at the entrance of the tent of meeting, to be accepted before me. “ ‘ຖ້າ​ເຄື່ອງຖວາຍ​ເປັນ​ເຄື່ອງເຜົາບູຊາ​ຈາກ​ຝູງສັດ, ຈົ່ງ​ນຳ​ເອົາ​ສັດ​ໂຕ​ຜູ້​ໂຕ​ໜຶ່ງ​ທີ່​ບໍ່​ມີ​ຕຳໜິ. ພວກເຈົ້າ​ຕ້ອງ​ນຳ​ມາ​ຖວາຍ​ຢູ່​ທີ່​ທາງ​ເຂົ້າ​ເຕັນນັດພົບ ເພື່ອວ່າ​ສັດ​ນັ້ນ​ຈະ​ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະເຈົ້າ​ຢາເວ.
4 He is to lay his hand on the burnt offering's head, and it will be accepted for him, to atone for him. ໃຫ້​ພວກເຈົ້າ​ວາງ​ມື​ລົງ​ເທິງ​ຫົວ​ຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງເຜົາ​ບູຊາ​ນັ້ນ, ແລ້ວ​ເຄື່ອງບູຊາ​ນັ້ນ​ຈະ​ຖືກ​ຮັບ​ໃນ​ນາມ​ຂອງ​ພວກເຈົ້າ​ເພື່ອ​ລົບ​ບາບ​ແກ່​ພວກເຈົ້າ.
5 He is to kill the young bull before me, and Aaron's sons the priests are to bring the blood and splash it around the altar at the entrance of the tent of meeting. ໃຫ້​ພວກເຈົ້າ​ຂ້າ​ງົວເຖິກ​ໂຕ​ນັ້ນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ແລ້ວ​ບັນດາ​ປະໂລຫິດ ເຊິ່ງ​ເປັນ​ລູກຊາຍ​ຂອງ​ອາໂຣນ​ຈະ​ນຳເອົາ​ເລືອດ​ມາ​ຊິດ​ໃສ່​ຂ້າງ​ແທ່ນບູຊາ​ຢູ່​ທີ່​ທາງ​ເຂົ້າ​ເຕັນນັດພົບ.
6 Then he is to skin the burnt offering and cut it into its pieces. ໃຫ້​ພວກເຈົ້າ​ລອກ​ໜັງ​ຂອງ​ເຄື່ອງເຜົາ​ບູຊາ​ນັ້ນ ແລະ ຕັດ​ເປັນ​ຊິ້ນ​ສ່ວນ.
7 Aaron's sons the priests will lay a fire on the altar and arrange wood on it. ບັນດາ​ລູກຊາຍ​ຂອງ​ອາໂຣນ​ຈະ​ດັງ​ໄຟ​ຢູ່​ເທິງ​ແທ່ນບູຊາ ແລະ ລຽງ​ຟືນ​ໃສ່​ກອງໄຟ​ນັ້ນ.
8 Aaron's sons, the priests, arrange the pieces, head, and fat on the wood over the fire on the altar. ແລ້ວ​ພວກລູກຊາຍ​ຂອງ​ອາໂຣນ​ຜູ້​ທີ່​ເປັນ​ປະໂລຫິດ​ຈະ​ລຽງ​ຊິ້ນ​ສ່ວນ​ຕ່າງໆ, ລວມ​ທັງ​ຫົວ ແລະ ໄຂມັນ​ໃສ່​ກອງ​ຟືນ​ທີ່​ກຳລັງ​ລຸກໄໝ້​ຢູ່​ເທິງ​ແທ່ນບູຊາ.
9 He is to wash its inner organs and legs with water; the priest burns it all on the altar—a burnt offering, a food offering, a pleasing aroma to me. ໃຫ້​ພວກເຈົ້າ​ລ້າງ​ເຄື່ອງໃນ ແລະ ຂາ​ງົວ​ດ້ວຍ​ນ້ຳ ແລະ ປະໂລຫິດ​ຈະ​ເຜົາ​ເຄື່ອງເຫລົ່ານັ້ນ​ທັງໝົດ​ເທິງ​ແທ່ນບູຊາ. ນີ້​ຄື​ເຄື່ອງເຜົາບູຊາ, ອາຫານ​ບູຊາ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
10 "If his burnt offering is from the flock—sheep or goats—he must bring a male without defect. “ ‘ຖ້າ​ເຄື່ອງຖວາຍ​ເປັນ​ເຄື່ອງເຜົາບູຊາ​ຈາກ​ຝູງສັດ​ຈະ​ເປັນ​ແກະ ຫລື ແບ້​ກໍ​ໄດ້, ພວກເຈົ້າ​ຕ້ອງ​ຖວາຍ​ສັດ​ໂຕຜູ້​ທີ່​ບໍ່​ມີ​ຕຳໜິ.
11 He is to slaughter it on the altar's north side before me; Aaron's sons the priests are to splash its blood around the altar. ໃຫ້​ພວກເຈົ້າ​ຂ້າ​ສັດ​ນັ້ນ​ທີ່​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ບັນດາ​ລູກຊາຍ​ຂອງ​ອາໂຣນ ເຊິ່ງ​ເປັນ​ປະໂລຫິດ​ຈະ​ຊິດ​ເລືອດ​ຂອງ​ສັດ​ໃສ່​ຂ້າງ​ຂອງ​ແທ່ນບູຊາ.
12 He is to cut it into pieces—head and fat—and the priest is to arrange them on the wood, on the fire, on the altar. ໃຫ້​ພວກເຈົ້າ​ຕັດ​ສັດ​ເປັນ​ຊິ້ນ​ສ່ວນ ແລະ ປະໂລຫິດ​ຈະ​ລຽງ​ຊິ້ນ​ສ່ວນ​ເຫລົ່ານັ້ນ​ລວມ​ທັງ​ຫົວ ແລະ ໄຂມັນ, ວາງ​ເທິງ​ຟືນ​ທີ່​ກຳລັງ​ລຸກໄໝ້​ເທິງ​ແທ່ນບູຊາ.
13 He must wash the inner organs and legs with water; the priest offers it all, burns it on the altar—a burnt offering, a food offering, a pleasing aroma to me. ໃຫ້​ພວກເຈົ້າ​ລ້າງ​ເຄື່ອງໃນ ແລະ ຂາ​ດ້ວຍ​ນ້ຳ ແລະ ປະໂລຫິດ​ຈະ​ນຳເອົາ​ສິ່ງ​ເຫລົ່ານັ້ນ​ທັງໝົດ​ມາ​ເຜົາ​ເທິງ​ແທ່ນບູຊາ. ນີ້​ຄື​ເຄື່ອງເຜົາບູຊາ, ອາຫານ​ບູຊາ, ເຄື່ອງ​ບູຊາ​ທີ່​ມີ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
14 "If his burnt offering to me is a bird, he must bring turtledoves or young pigeons as his offering. “ ‘ຖ້າ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ​ນັ້ນ​ແມ່ນ​ເຄື່ອງເຜົາ​ບູຊາ​ທີ່​ເປັນ​ນົກ, ໃຫ້​ພວກເຈົ້າ​ຖວາຍ​ນົກເຂົາ​ໜຶ່ງ​ໂຕ ຫລື ນົກກາງແກ​ໜຸ່ມ​ໜຶ່ງ​ໂຕ.
15 The priest brings it to the altar, wrings off its head, burns it there; its blood drains against the altar's side. ປະໂລຫິດ​ຈະ​ຕ້ອງ​ນຳ​ເອົາ​ນົກ​ມາ​ທີ່​ແທ່ນບູຊາ ແລ້ວ​ບິດ​ຄໍ​ນົກ ແລະ ເຜົາ​ນົກ​ນັ້ນ​ຢູ່​ເທິງແທ່ນບູຊາ; ສ່ວນ​ເລືອດ​ຂອງ​ນົກ​ນັ້ນ​ຈະ​ຕ້ອງ​ໄຫລ​ລົງ​ມາ​ຂ້າງ​ແທ່ນບູຊາ.
16 He removes its crop with its contents, throwing it beside the altar eastward, at the ash heap. ແລ້ວ​ປະໂລຫິດ​ຈະ​ເອົາ​ໜຽງ ແລະ ຂົນ​ອອກ ແລ້ວ​ຖິ້ມ​ລົງ​ດ້ານ​ທິດ​ຕາເວັນ​ອອກ​ຂອງ​ແທ່ນບູຊາ​ບ່ອນ​ທີ່​ມີ​ຂີ້ເຖົ່າ.
17 He is to tear it open by the wings, not fully apart; the priest will burn it on the altar's wood over the fire—a burnt offering, a food offering, a pleasing aroma to me." ປະໂລຫິດ​ຈະ​ຕ້ອງ​ຈັບ​ປີກ​ທັງ​ສອງ​ຂ້າງ​ພື​ອອກ, ໂດຍ​ບໍ່​ໃຫ້​ຂາດ​ອອກ​ຈາກ​ກັນ ແລ້ວ​ປະໂລຫິດ​ຈະ​ເຜົາ​ນົກ​ເທິງ​ກອງຟືນ​ທີ່​ມີ​ໄຟ​ກຳລັງ​ລຸກໄໝ້​ເທິງ​ແທ່ນບູຊາ. ນີ້​ຄື​ເຄື່ອງເຜົາບູຊາ, ອາຫານ​ບູຊາ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]