Side by side with the Father's Heart Bible™ 1ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດລະນຶກເຖິງສິ່ງທີ່ເກີດຂຶ້ນກັບຂ້ານ້ອຍທັງຫລາຍດ້ວຍ;ເບິ່ງແມ ແລະ ເບິ່ງຄວາມອັບອາຍຂອງພວກຂ້ານ້ອຍ.
2ມໍລະດົກຂອງພວກຂ້ານ້ອຍໄດ້ຕົກໄປເປັນຂອງບັນດາຄົນແປກໜ້າ,ເຮືອນຂອງພວກຂ້ານ້ອຍກໍຕົກເປັນຂອງບັນດາຄົນຕ່າງຊາດ.
3ພວກຂ້ານ້ອຍໄດ້ກາຍເປັນລູກກຳພ້າພໍ່,ແມ່ຂອງພວກຂ້ານ້ອຍກໍເປັນເໝືອນແມ່ໝ້າຍ.
4ພວກຂ້ານ້ອຍຕ້ອງໄດ້ຊື້ນ້ຳໄວ້ດື່ມ;ພວກຂ້ານ້ອຍຕ້ອງຊື້ຟືນເພື່ອໄວ້ໃຊ້.
5ບັນດາຜູ້ທີ່ໄລ່ຕາມຕິດສົ້ນຕີນຂອງພວກຂ້ານ້ອຍພວກຂ້ານ້ອຍອິດເມື່ອຍ ແລະ ບໍ່ໄດ້ພັກຜ່ອນ.
6ພວກຂ້ານ້ອຍຍອມຈັບມືກັນກັບເອຢິບ ແລະ ອັດຊີເຣຍເພື່ອໃຫ້ມີອາຫານກິນພຽງພໍ.
7ບັນພະບຸລຸດຂອງພວກຂ້ານ້ອຍໄດ້ເຮັດບາບ ແລະ ຕາຍໄປແລ້ວ,ສ່ວນພວກຂ້ານ້ອຍຕ້ອງໄດ້ຮັບໂທດແທນພວກເຂົາ.
8ພວກຂ້າທາດໄດ້ປົກຄອງພວກຂ້ານ້ອຍ,ແລະ ບໍ່ມີຜູ້ໃດຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກມືຂອງພວກເຂົາ.
9ພວກຂ້ານ້ອຍຕ້ອງສ່ຽງຊີວິດໃນຖິ່ນແຫ້ງແລ້ງກັນດານເພື່ອໃຫ້ມີອາຫານກິນ.
10ຜິວໜັງຂອງພວກຂ້ານ້ອຍກໍຮ້ອນເໝືອນເຕົາອົບ,ເປັນໄຂ້ເພາະຄວາມອຶດຫິວ.
11ແມ່ຍິງຖືກຂົ່ມຂືນໃນຊີໂອນແລະ ສາວບໍລິສຸດທີ່ຢູ່ຕາມເມືອງຕ່າງໆຂອງຢູດາກໍຖືກດ້ວຍ.
12ບັນດາເຈົ້ານາຍຖືກມັດມືແຂວນໄວ້;ບັນດາຜູ້ອາວຸໂສບໍ່ໄດ້ຮັບຄວາມເຄົາລົບນັບຖື.
13ຄົນໜຸ່ມກໍຖືກເກນໄປໂມ້ແປ້ງ;ເດັກນ້ອຍຜູ້ຊາຍກໍແບກຟືນລົ້ມລຸກຄຸກຄານ.
14ບັນດາຜູ້ອາວຸໂສບໍ່ໄດ້ນັ່ງຢູ່ທີ່ປະຕູເມືອງອີກຕໍ່ໄປ;ບັນດາຄົນໜຸ່ມກໍຢຸດບັນເລງດົນຕີຂອງຕົນ.
15ຄວາມຊື່ນຊົມຍິນດີໄດ້ຫາຍໄປຈາກໃຈຂອງພວກຂ້ານ້ອຍ;ການຟ້ອນລຳຂອງພວກຂ້ານ້ອຍກໍກັບກາຍເປັນການຄ່ຳຄວນ.
16ມົງກຸດກໍຫລົ່ນໄປຈາກຫົວຂອງພວກຂ້ານ້ອຍ.ວິບັດແກ່ພວກຂ້ານ້ອຍ ເພາະພວກຂ້ານ້ອຍໄດ້ເຮັດບາບ!
17ເພາະສິ່ງເຫລົ່ານີ້ ຫົວໃຈຂອງພວກຂ້ານ້ອຍຈຶ່ງອ່ອນເພຍ,ເພາະສິ່ງເຫລົ່ານີ້ຕາຂອງພວກເຮົາຈຶ່ງມືດມົວ.
18ເປັນຍ້ອນພູເຂົາຊີໂອນທີ່ເປັນບ່ອນຮົກຮ້າງ,ເປັນບ່ອນຍ່າງໄປມາຂອງຝູງໝາໄນ.
19ຂ້າແດ່ພຣະເຈົ້າຢາເວ, ພຣະອົງຄອບຄອງຢູ່ຕະຫລອດໄປ;ບັນລັງຂອງພຣະອົງກໍໝັ້ນຄົງຕະຫລອດທຸກຊົ່ວອາຍຸ
20ດ້ວຍເຫດໃດພຣະອົງຈຶ່ງລືມພວກຂ້ານ້ອຍ?ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມພວກຂ້ານ້ອຍໄປດົນ?
21ຂ້າແດ່ພຣະເຈົ້າຢາເວ ຂໍໂຜດກອບກູ້ພວກຂ້ານ້ອຍກັບຄືນສູ່ພຣະອົງ ເພື່ອພວກຂ້ານ້ອຍຈະໄດ້ກັບມາ;ຂໍໂຜດຟື້ນຟູອະດີດອັນຮຸ່ງເຮືອງຂອງພວກຂ້ານ້ອຍກັບຄືນມາ
22ເວັ້ນເສຍແຕ່ວ່າພຣະອົງໄດ້ປະຕິເສດພວກຂ້ານ້ອຍທີ່ສຸດແລະ ໄດ້ໂກດຮ້າຍພວກຂ້ານ້ອຍເກີນຂະໜາດ.