Side by side with the Father's Heart Bible™ ດິນແດນຂອງເຜົ່າເອຟຣາອິມ ແລະ ມານາເຊ
1ດິນແດນທີ່ເປັນສ່ວນຂອງເຜົ່າໂຢເຊັບແມ່ນເລີ່ມຈາກຈໍແດນ, ເຊິ່ງຢູ່ທາງທິດຕາເວັນອອກຂອງບໍ່ນ້ຳພຸແຫ່ງເຢຣິໂກ ແລະ ຜ່ານຖິ່ນແຫ້ງແລ້ງກັນດານເຂົ້າສູ່ແຖບພູເຂົາແຫ່ງເບັດເອນ. 2ຈາກເບັດເອນ (ຄືລູເສ) ຂ້າມໄປສູ່ເຂດແດນຂອງຊາວອາກກິດທີ່ຢູ່ໃນອາຕາໂຣດ, 3ລົງມາທາງທິດຕາເວັນຕົກຈົນເຖິງເຂດແດນຂອງຊາວຢາຟະເລດ ໄກໄປຈົນເຖິງດ້ານລຸ່ມຂອງເບັດໂຮໂຣນ ແລະ ໄປຈົນເຖິງເກເຊ ແລ້ວສຸດທີ່ທະເລເມດີແຕຣາເນ.
4ດັ່ງນັ້ນ ເຜົ່າມານາເຊ ແລະ ເອຟຣາອິມ ທີ່ເປັນເຊື້ອສາຍຂອງໂຢເຊັບກໍໄດ້ຮັບກຳມະສິດຂອງຕົນຕາມນັ້ນ.
5ດິນແດນຂອງເອຟຣາອິມ ທີ່ໄດ້ແບ່ງຕາມແຕ່ລະຕະກຸນ ມີດັ່ງນີ້: ຊາຍແດນດ້ານທິດຕາເວັນອອກຂອງພວກເຂົາແມ່ນເລີ່ມຈາກອາຕາໂຣດອັດດາ ໄປຈົນເຖິງເບັດໂຮໂຣນເທິງ
6ແລະ ຕໍ່ເນື່ອງໄປເຖິງທະເລເມດີແຕຣາເນ. ຈາກມິກເມທັດທາງພາກເໜືອ ຊາຍແດນໄດ້ລ້ຽວໄປທາງທິດຕາເວັນອອກ ແລ້ວອອກສູ່ຕາອານາດຊີໂລ, ກາຍຢາໂນອາໄປທາງດ້ານທິດຕາເວັນອອກ. 7ແລ້ວຊາຍແດນນັ້ນກໍລົງໄປຈາກຢາໂນອາໄປຫາອາຕາໂຣດ ແລະ ນາອາຣາ ຈົນໄປຮອດເມືອງເຢຣິໂກ ແລະ ກໍສິ້ນສຸດລົງທີ່ແມ່ນ້ຳຈໍແດນ. 8ຈາກຊາຍແດນຂອງຕັບປູອາມາທາງທິດຕາເວັນຕົກໄປຫາຫ້ວຍນ້ຳກະນາ ແລະ ສິ້ນສຸດຢູ່ທີ່ທະເລເມດີແຕຣາເນ. ນີ້ແມ່ນກຳມະສິດຂອງເຜົ່າເອຟຣາອິມ ຕາມແຕ່ລະຕະກຸນ.
9ແລະ ຍັງລວມທັງເມືອງຕ່າງໆ ແລະ ໝູ່ບ້ານຕ່າງໆຂອງພວກເຂົາທີ່ຢູ່ໃນເຂດຂອງເຜົ່າມານາເຊທີ່ໄດ້ແຍກໄວ້ໃຫ້ຊາວເອຟຣາອິມອີກດ້ວຍ.
10ພວກເຂົາບໍ່ໄດ້ຂັບໄລ່ຊາວການາອານທີ່ອາໄສຢູ່ໃນເກເຊອອກໄປ; ຊາວການາອານຈຶ່ງຍັງອາໄສຢູ່ໃນທ່າມກາງຄົນເອຟຣາອິມ ແຕ່ໄດ້ຖືກເກນໄປເປັນຂ້າທາດແຮງງານມາຈົນເຖິງທຸກວັນນີ້.