Skip to content
The Believer's Library

Biblica® Open Lao Contemporary Version

Joshua 15 OLCV

Side by side with the Father's Heart Bible™

ດິນແດນ​ຂອງ​ເຜົ່າ​ຢູດາ

1ດິນແດນ​ທີ່​ເປັນ​ສ່ວນ​ຂອງ​ເຜົ່າ​ຢູດາ​ຕາມ​ແຕ່​ລະ​ຕະກຸນ, ຕັ້ງແຕ່​ທາງ​ທິດ​ໃຕ້​ລົງ​ໄປ​ຈົນ​ຮອດ​ເຂດແດນ​ເມືອງ​ເອໂດມ, ໄປ​ເຖິງ​ຖິ່ນແຫ້ງແລ້ງກັນດານ​ຊິນ ທາງ​ໃຕ້​ສຸດ.

2ເຂດແດນ​ທາງ​ດ້ານ​ທິດ​ໃຕ້​ຂອງ​ພວກເຂົາ​ແມ່ນ​ເລີ່ມ​ຈາກ​ອ່າວ​ທີ່​ຢູ່​ປາຍ​ທະເລ​ຕາຍ​ທາງ​ໃຕ້, 3ຜ່ານ​ທາງ​ໃຕ້​ຂອງ​ຊ່ອງ​ແຄບ​ແມງງອດ ມາ​ຍັງ​ຖິ່ນແຫ້ງແລ້ງກັນດານ​ຊິນ ແລະ ໄປ​ທີ່​ທາງ​ໃຕ້​ຂອງ​ກາເດັດ​ບາກເນອາ. ແລ້ວ​ຜ່ານ​ເຮສະໂຣນ​ໄປ​ຍັງ​ອັດດາ ອ້ອມ​ມາ​ທີ່​ກາກກາ. 4ຜ່ານ​ມາ​ຍັງ​ອາສະໂມນ​ໄປ​ຮອດ​ລຳ​ນ້ຳ​ແຫ່ງ​ເອຢິບ, ມາ​ສິ້ນ​ສຸດ​ຢູ່​ທີ່​ທະເລ. ນີ້​ຄື​ດິນແດນ​ທາງ​ທິດ​ໃຕ້​ຂອງ​ພວກເຂົາ.

5ເຂດແດນ​ດ້ານ​ທິດ​ຕາເວັນ​ອອກ​ແມ່ນ​ຕັ້ງແຕ່​ທະເລ​ຕາຍ​ຈົນ​ໄປ​ເຖິງ​ປາກ​ແມ່ນ້ຳ​ຈໍແດນ. ເຂດແດນ​ທາງ​ດ້ານ​ເໜືອ​ແມ່ນ​ເລີ່ມ​ຈາກ​ອ່າວ​ຂອງ​ທະເລ​ທີ່​ປາກ​ແມ່ນ້ຳ​ຈໍແດນ,

6ຂຶ້ນ​ໄປ​ເຖິງ​ເບັດ​ໂຮກະລາ ແລະ ໄປ​ທາງ​ທິດ​ເໜືອ​ຂອງ​ເບັດ​ອາຣາບາ ຈົນ​ໄປ​ເຖິງ​ສີລາ​ແຫ່ງ​ໂບຮານ ລູກຊາຍ​ຣູເບັນ. 7ຈາກ​ທີ່​ນັ້ນ ກໍ​ຜ່ານ​ຮ່ອມພູ​ອາໂຄ​ມາ​ຈົນ​ເຖິງ​ເດບີ ແລ້ວ​ກໍ​ຂຶ້ນ​ເໜືອ​ໄປ​ຍັງ​ກິນການ, ເຊິ່ງ​ກົງກັນຂ້າມ​ກັບ​ຮ່ອມພູ​ອາດຸມມິມ​ທາງ​ດ້ານ​ໃຕ້​ຂອງ​ຮ່ອມພູ. ໄປ​ຕໍ່​ຈົນ​ເຖິງ​ແຫລ່ງ​ນ້ຳ​ເອນເຊເມດ ແລະ ໄປ​ສູ່​ເອນໂຣເກນ. 8ຫລັງ​ຈາກ​ນັ້ນ ກໍ​ຜ່ານ​ຮ່ອມພູ​ເບນ​ຮິນໂນມ ໄປ​ຕາມ​ເປີ້ນພູ​ທາງ​ທິດ​ໃຕ້​ຂອງ​ເມືອງ​ເຢບຸດ (ຄື​ເຢຣູຊາເລັມ). ແລ້ວ​ກໍ​ຂຶ້ນ​ໄປ​ຍັງ​ຍອດ​ພູເຂົາ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ຮ່ອມພູ​ຮິນໂນມ ໄປ​ເຖິງ​ທາງ​ດ້ານ​ເໜືອ​ຂອງ​ຮ່ອມພູ​ແຫ່ງ​ເຣຟາອິມ. 9ຈາກ​ຍອດ​ພູເຂົາ​ນີ້ ເສັ້ນ​ແບ່ງ​ເຂດແດນ​ແມ່ນ​ມຸ່ງ​ໄປ​ຫາ​ນ້ຳ​ເນັບໂທອາ, ແລ້ວ​ກໍ​ອອກ​ໄປ​ຫາ​ເມືອງ​ຕ່າງໆ ທີ່​ຢູ່​ບໍລິເວນ​ພູເຂົາ​ເອຟະໂຣນ​ມາ​ຈົນ​ເຖິງ​ບາອາລາ (ຄື​ກີຣິອາດ​ເຢອາຣິມ). 10ຫລັງ​ຈາກ​ນັ້ນ ເຂດແດນ​ກໍ​ໄດ້​ໂຄ້ງ​ໄປ​ທາງ​ທິດ​ຕາເວັນ​ຕົກ ຈາກ​ບາອາລາ​ໄປ​ຈົນ​ເຖິງ​ພູເຂົາ​ເຊອີ, ມາ​ຕາມ​ຕີນພູ​ດ້ານ​ເໜືອ​ຂອງ​ພູເຂົາ​ເຢອາຣິມ (ຄື​ເກສາໂລນ), ລົງ​ມາ​ຈົນ​ເຖິງ​ເບັດ​ເຊເມດ ແລະ ໄປ​ຍັງ​ຕິມນາ. 11ໄປ​ສູ່​ຕີນພູ​ທາງ​ທິດ​ເໜືອ​ຂອງ​ເອັກໂຣນ, ລ້ຽວ​ໄປ​ຍັງ​ຊິກເກໂຣນ, ລົງ​ມາ​ສູ່​ພູເຂົາ​ບາອາລາ ແລ້ວ​ກໍ​ຜ່ານ​ຢັບນີເອນ. ເຂດແດນ​ກໍ​ສິ້ນສຸດ​ຢູ່​ທີ່​ທະເລ.

12ເຂດແດນ​ດ້ານ​ທິດ​ຕາເວັນ​ຕົກ​ແມ່ນ​ຢູ່​ແຄມຝັ່ງ​ທະເລ​ເມດີແຕຣາເນ. ນີ້​ແມ່ນ​ເຂດແດນ​ອ້ອມ​ຮອບ​ຂອງ​ຊາວ​ຢູດາ​ທີ່​ແບ່ງ​ຕາມ​ຕະກຸນ​ຂອງ​ພວກເຂົາ.

13ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ໂຢຊວຍ​ໄດ້​ມອບ​ດິນແດນ​ສ່ວນໜຶ່ງ​ໃນ​ຢູດາ​ໃຫ້​ແກ່​ກາເລັບ ລູກຊາຍ​ຂອງ​ເຢຟຸນເນ ຄື​ກິຣິອາດ​ອາກບາ ຫລື ເຮັບໂຣນ. (ອາຣາບາ​ເປັນ​ບັນພະບຸລຸດ​ຂອງ​ອານາກ). 14ກາເລັບ​ໄດ້​ຂັບໄລ່​ລູກຊາຍ​ທັງ​ສາມ​ຂອງ​ອານາກ​ຈາກ​ເຮັບໂຣນ ຄື​ເຊຊາຍ, ອາຮີມານ ແລະ ຕານໄມ. 15ຈາກ​ທີ່​ນັ້ນ ເພິ່ນ​ກໍ​ເດີນ​ທັບ​ໄປ​ສູ້ຮົບ​ກັບ​ຊາວ​ເດບີ (ເຊິ່ງ​ແຕ່​ກ່ອນ​ຊື່​ວ່າ​ກີຣິອາດ​ເຊເຟ). 16ແລະ ກາເລັບ​ກໍ​ໄດ້​ເວົ້າ​ວ່າ “ຂ້າພະເຈົ້າ​ຈະ​ຍົກ​ອັກຊາ​ລູກສາວ​ຂອງ​ຂ້າພະເຈົ້າ​ໃຫ້​ແຕ່ງງານ​ກັບ​ຊາຍ​ຜູ້​ທີ່​ສາມາດ​ໂຈມຕີ ແລະ ຢຶດ​ເອົາ​ເມືອງ​ກີຣິອາດ​ເຊເຟ​ໄດ້​ສຳເລັດ”. 17ໂອດນີເອນ ລູກຊາຍ​ຂອງ​ເກນາ, ເຊິ່ງ​ເປັນ​ນ້ອງຊາຍ​ຂອງ​ກາເລັບ ໄດ້​ເອົາ​ຊະນະ​ເມືອງ​ນັ້ນ​ສຳເລັດ; ດັ່ງນັ້ນ ກາເລັບ​ຈຶ່ງ​ຍົກ​ນາງ​ອັກຊາ​ລູກສາວ​ຂອງ​ເພິ່ນ​ໃຫ້​ແຕ່ງງານ​ກັບ​ລາວ.

18ຢູ່​ມາ​ມື້​ໜຶ່ງ ນາງ​ໄດ້​ມາ​ຫາ​ໂອດນີເອນ, ນາງ​ໄດ້​ຊັກຊວນ​ໂອດນີເອນ​ໄປ​ຂໍ​ທີ່​ດິນ​ຈາກ​ພໍ່​ຂອງ​ນາງ. ເມື່ອ​ນາງ​ລົງ​ຈາກ​ຫລັງ​ລໍ ແລ້ວ​ກາເລັບ​ຈຶ່ງ​ຖາມ​ນາງ​ວ່າ “ພໍ່​ຈະ​ຊ່ວຍ​ຫຍັງ​ເຈົ້າ​ໄດ້​ແດ່?”

19ນາງ​ໄດ້​ຕອບ​ວ່າ “ຂໍ​ເມດຕາ​ລູກ​ເປັນ​ພິເສດ. ເມື່ອ​ພໍ່​ໄດ້​ຍົກ​ທີ່​ດິນ​ໃນ​ເນເກັບ​ໃຫ້​ລູກ​ແລ້ວ, ກໍ​ຂໍ​ກະລຸນາ​ຍົກ​ບໍ່ນ້ຳ​ນີ້​ໃຫ້​ລູກ​ດ້ວຍ”. ດັ່ງນັ້ນ ກາເລັບ​ຈຶ່ງ​ມອບ​ບໍ່ນ້ຳ​ດ້ານ​ເທິງ ແລະ ບໍ່ນ້ຳ​ດ້ານ​ລຸ່ມ​ໃຫ້​ນາງ.

20ຕໍ່ໄປ​ນີ້​ແມ່ນ​ກຳມະສິດ​ຂອງ​ເຜົ່າ​ຢູດາ ເຊິ່ງ​ໄດ້​ແບ່ງ​ຕາມ​ຕະກຸນ ມີ​ດັ່ງ​ນີ້:

21ເມືອງ​ຕ່າງໆ​ທີ່​ຢູ່​ໃຕ້​ສຸດ​ຂອງ​ເຜົ່າ​ຢູດາ​ໃນ​ເນເກັບ​ໄປ​ຈົນ​ເຖິງ​ຊາຍແດນ​ຂອງ​ເອໂດມ ມີ​ດັ່ງນີ້: ກັບເຊເອນ, ເອເດ, ຢາກູເຣ,

22ກີນາ, ດີໂມນາ, ອາດາດາ, 23ເກເດັດ, ຮາໂຊ, ອິດນັນ, 24ສີເຟ, ເຕເລັມ, ເບອາໂລດ, 25ຮາໂສ​ຮາດັດຕາ, ເກຣິໂອດ​ເຮສະໂຣນ (ຄື​ຮາໂຊ), 26ອາມາມ, ເຊມາ, ໂມລາດາ, 27ຮາສາ​ກັດດາ, ເຮຊະໂມນ, ເບັດ​ປາເລດ, 28ຮາສາ​ຊູອານ, ເບເອນເຊບາ, ບິສີໂອທິອາ, 29ບາອາລາ, ອີອິມ, ເອເສມ, 30ເອນໂຕລັດ, ເກຊິນ, ໂຮມາ, 31ຊິກລັກ, ມາດມານນາ, ຊັນຊັນນາ, 32ເລບາໂອດ, ຊິນຮີມ, ອາອິນ ແລະ ຣີມໂມນ ລວມທັງ​ໝົດ​ມີ 29 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

33ຢູ່​ໃນ​ແຖບ​ຕີນພູ​ທາງ​ທິດ​ຕາເວັນ​ຕົກ​ມີ​ດັ່ງນີ້: ເອຊະຕາໂອນ, ໂຊຣາ, ອາຊະນາ,

34ຊາໂນອາ, ເອັນກັນນິມ, ຕັບປູອາ, ເອນາມ, 35ຢາຣະມຸດ, ອາດຸນລຳ, ໂຊໂກ, ອາເສກາ, 36ຊາອາຣາອີມ, ອາດີທາອີມ ແລະ ເກເດຣາ (ຫລື ເກເດໂຣທາອີມ) ລວມ​ມີ 14 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

37ເສນານ, ຮາດາຊາ, ມິກດັນກາດ, 38ດິເລອານ, ມີຊະປາ, ໂຢກເທເອນ, 39ລາກິດ, ໂບສະກາດ, ເອກໂລນ, 40ກັບໂບນ, ລາມານ, ກິດລິດ, 41ເກເດໂຣດ, ເບັດດາໂກນ, ນາອາມາ ແລະ ມັກເກດາ ລວມ​ມີ 16 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

42ລິບນາ, ເອເທ, ອາຊານ, 43ອີຟະຕາ, ອາຊະນາ, ເນສິບ, 44ເກອີລາ, ອັກຊິບ ແລະ ມາເຣຊາ ລວມ​ມີ 9 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

45ເອັກໂຣນ​ພ້ອມ​ກັບ​ໝູ່ບ້ານ ແລະ ຖິ່ນຖານ​ໂດຍ​ອ້ອມຮອບ; 46ທິດ​ຕາເວັນ​ຕົກ​ຂອງ​ເອັກໂຣນ​ທັງໝົດ​ໃນ​ແຖບ​ອາຊະໂດດ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ; 47ອາຊະໂດດ​ພ້ອມ​ກັບ​ໝູ່ບ້ານ ແລະ ຖິ່ນຖານ​ໂດຍ​ອ້ອມຮອບ; ກາຊາ​ພ້ອມ​ກັບ​ໝູ່ບ້ານ ແລະ ຖິ່ນຖານ​ໂດຍ​ອ້ອມຮອບ, ໄປ​ຈົນ​ເຖິງ​ລຳ​ນ້ຳ​ແຫ່ງ​ເອຢິບ ແລະ ແຄມຝັ່ງ​ທະເລ​ເມດີແຕຣາເນ.

48ໃນ​ເຂດ​ເນີນ​ພູເຂົາ ມີ​ດັ່ງ​ນີ້: ຊາເມຍ, ຢັດທີ, ໂຊໂກ,

49ດານນາ, ກີຣິອາດ​ຊັນນາ (ຄື​ເດບີ), 50ອານາບ, ເອຊະເຕໂມອາ, ອານີມ, 51ໂກເຊັນ, ໂຮໂລນ ແລະ ກິໂລ ລວມ​ມີ 11 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່າ​ນັ້ນ.

52ອາຣາບ, ດູມາ, ເອຊານ, 53ຢານິມ, ເບັດ​ຕັບປູອາ, ອາເຟກາ, 54ຮຸມຕາ, ກິຣິອາດ​ອາກບາ (ຄື​ເຮັບໂຣນ) ແລະ ສີໂອເຣ ລວມ​ມີ 9 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

55ມາໂອນ, ກາກເມນ, ສີເຟ, ຢຸດຕາ, 56ຢິດຊະເຣນ, ຢົກເດອາມ, ຊາໂນອາ, 57ກາອິນ, ກີເບອາ ແລະ ຕິມນາ ລວມ​ມີ 10 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່າ​ນັ້ນ.

58ຮັນຮູນ, ເບັດຊູເຣ, ເກໂດເຣ, 59ມາອາຣາດ, ເບັດອາໂນດ ແລະ ເອນເຕໂກນ ລວມ​ມີ 6 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

60ກີຣິອາດ​ບາອານ (ຄື​ກີຣິອາດ​ເຢອາຣິມ) ແລະ ຣັບບາ ລວມ​ມີ 2 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ສອງ​ເມືອງ​ນີ້.

61ໃນ​ຖິ່ນແຫ້ງແລ້ງກັນດານ ມີ​ດັ່ງ​ນີ້: ເບດ​ອາຣາບາ, ມິດດິນ, ເຊກາກາ,

62ນິບຊານ, ເມືອງ​ເກືອ ແລະ ເອນເກດີ ລວມ​ມີ 6 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານີ້.

63ຊາວ​ຢູດາ​ບໍ່​ສາມາດ​ຂັບໄລ່​ຊາວ​ເຢບຸດ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ອອກ​ໄປ​ໄດ້; ຊາວ​ເຢບຸດ​ຈຶ່ງ​ຍັງ​ຄົງ​ອາໄສ​ຢູ່​ທີ່​ນັ້ນ​ຮ່ວມ​ກັບ​ຊາວ​ຢູດາ​ຈົນ​ມາ​ເຖິງ​ທຸກ​ວັນ​ນີ້.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]