Skip to content
The Believer's Library

Biblica® Open Lao Contemporary Version

John 12 OLCV

Show OLCV only
Verse × ×
1 Six days before Passover, Jesus came to Bethany, where Lazarus, whom Jesus raised from death, lived. ຫົກ​ວັນ​ກ່ອນ​ເຖິງ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ມາ​ຮອດ​ບ້ານ​ເບັດທານີ, ເຊິ່ງ​ເປັນ​ທີ່ຢູ່​ຂອງ​ລາຊາໂຣ​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ.
2 There they gave him a dinner; Martha served, and Lazarus was one of those at the table with him. ມີ​ການ​ຈັດ​ງານລ້ຽງ​ຢູ່​ທີ່​ນັ້ນ​ເພື່ອ​ເປັນ​ກຽດ​ແກ່​ພຣະເຢຊູເຈົ້າ, ນາງ​ມາທາ​ກໍ​ຮັບໃຊ້​ຢູ່, ໃນຂະນະ​ນັ້ນ​ລາຊາໂຣ​ເປັນ​ຜູ້​ໜຶ່ງ​ໃນ​ທ່າມກາງ​ຜູ້​ທີ່​ນັ່ງ​ຮ່ວມ​ໂຕະ​ກັບ​ພຣະອົງ.
3 Mary took about a pint of pure nard perfume, expensive, and anointed Jesus' feet, then wiped his feet with her hair. The house filled with the fragrance of the perfume. ແລ້ວ​ນາງ​ມາຣີ​ກໍ​ໄດ້​ເອົາ​ນ້ຳຫອມ​ບໍລິສຸດ​ປະມານ​ເຄິ່ງ​ລິດ​ທີ່​ມີ​ລາຄາ​ແພງ​ມາ ນາງ​ໄດ້​ຖອກ​ນໍ້າຫອມ​ນັ້ນ​ຫົດ​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ໃຊ້​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ. ຈົນ​ທົ່ວ​ທັງ​ເຮືອນ​ຫອມກຸ້ມ​ດ້ວຍ​ກິ່ນ​ນ້ຳຫອມ​ນັ້ນ.
4 But Judas Iscariot, one of his disciples, the one who was about to betray him, said, ແຕ່​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະອົງ ຄື​ຢູດາ​ອິດສະກາຣິອົດ ຜູ້​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ​ໄດ້​ຄັດຄ້ານ​ຂຶ້ນ​ມາ​ວ່າ,
5 "Why was this perfume not sold for about a year's wages and given to the poor?" “ເປັນຫຍັງ​ຈຶ່ງ​ບໍ່​ຂາຍ​ນ້ຳຫອມ​ນີ້ ແລະ ເອົາ​ເງິນ​ໄປ​ແຈກຢາຍ​ໃຫ້​ຄົນຍາກຈົນ? ນ້ຳຫອມ​ນີ້​ມີ​ມູນຄ່າ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຜູ້​ໜຶ່ງ​ໝົດ​ທັງ​ປີ”.
6 He said this not because he cared about the poor, but because he was a thief who kept the money box, taking what was put in it. ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ລາວ​ຫ່ວງໃຍ​ນໍາ​ຄົນຍາກຈົນ​ແຕ່​ເພາະ​ລາວ​ເປັນ​ຄົນຂີ້ລັກ, ໃນ​ຖານະ​ເປັນ​ຜູ້​ຖື​ຖົງ​ເງິນ ລາວ​ເຄີຍ​ຍັກຍອກ​ເອົາ​ເງິນ​ທີ່​ໃສ່​ໄວ້​ໃນ​ຖົງ​ນັ້ນ​ໄປ.
7 So Jesus said, "Leave her alone. She has kept this for the day of my burial. ພຣະເຢຊູເຈົ້າ​ຕອບ​ວ່າ, “ປ່ອຍ​ນາງ​ເທາະ ຕັ້ງໃຈ​ວ່າ​ນາງ​ຄວນ​ຈະ​ເກັບ​ນ້ຳຫອມ​ນີ້​ໄວ້​ສຳລັບ​ວັນ​ຝັງສົບ​ຂອງ​ເຮົາ.
8 You will always have the poor among you, but you will not always have me." ພວກເຈົ້າ​ຈະ​ມີ​ຄົນຍາກຈົນ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ສະເໝີ ແຕ່​ພວກເຈົ້າ​ຈະ​ບໍ່​ມີ​ເຮົາ​ຢູ່​ນໍາ​ສະເໝີ​ໄປ”.
9 A large crowd of Jews learned Jesus was there and came, not only for him but to see Lazarus, whom he had raised from the dead. ໃນ​ຂະນະ​ດຽວ​ກັນ​ນັ້ນ​ກໍ​ມີ​ຊາວ​ຢິວ​ຈໍານວນ​ຫລວງຫລາຍ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ໃນ​ທີ່​ນັ້ນ​ຈຶ່ງ​ພາກັນ​ມາ, ພວກເຂົາ​ບໍ່​ໄດ້​ມາ​ພຽງ​ເພາະ​ພຣະອົງ​ເທົ່ານັ້ນ​ແຕ່​ເພື່ອ​ຈະ​ໄດ້​ເຫັນ​ລາຊາໂຣ​ເໝືອນກັນ, ຜູ້​ທີ່​ພຣະເຢຊູເຈົ້າ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ນັ້ນ.
10 So the chief priests planned to kill Lazarus as well, ດັ່ງນັ້ນ ພວກຫົວໜ້າ​ປະໂລຫິດ​ຈຶ່ງ​ວາງແຜນ​ຈະ​ຂ້າ​ລາຊາໂຣ​ເໝືອນກັນ,
11 because on account of him many of the Jews were going over and believing in Jesus. ເພາະ​ລາຊາໂຣ ເປັນ​ຕົ້ນເຫດ​ໃຫ້​ຊາວ​ຢິວ​ຫລາຍຄົນ​ໄປ​ຫາ​ພຣະເຢຊູເຈົ້າ ແລະ ເຊື່ອ​ໃນ​ພຣະອົງ.
12 The next day, the large crowd that came for the feast heard Jesus was coming to Jerusalem. ໃນ​ວັນ​ຕໍ່ມາ ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ທີ່​ມາ​ງານ​ເທດສະການ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ມາ​ນະຄອນ​ເຢຣູຊາເລັມ.
13 They took palm branches and went out to meet him, shouting, "Hosanna! Blessed is he who comes in the name of our Father—the King of Israel!" ພວກເຂົາ​ກໍ​ພາກັນ​ຖື​ກ້ານຕານ​ອອກ​ມາ​ຕ້ອນຮັບ​ພຣະອົງ ແລະ ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ!” “ສັນລະເສີນ​ພຣະອົງ​ຜູ້​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ສັນລະເສີນ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ!”
14 Jesus found a young donkey and rode on it, just as it is written: ພຣະເຢຊູເຈົ້າ​ພົບ​ລໍນ້ອຍ​ໂຕ​ໜຶ່ງ ແລະ ຂຶ້ນ​ຂີ່​ລໍ​ນັ້ນ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:
15 "Do not be afraid, daughter of Zion; look, your king is coming, seated on a donkey's colt." “ຢ່າ​ຢ້ານ​ເລີຍ, ລູກສາວ​ແຫ່ງ​ຊີໂອນ; ເບິ່ງ​ແມ, ກະສັດ​ຂອງ​ເຈົ້າ​ກຳລັງ​ມາ ນັ່ງ​ຢູ່​ເທິງ​ລໍ”.
16 His disciples didn't understand these things at first; but when Jesus was glorified, they remembered these things were written about him, and that they had done these things to him. ໃນ​ຕອນທຳອິດ​ນັ້ນ​ພວກສາວົກ​ຂອງ​ພຣະອົງ​ບໍ່​ທັນ​ເຂົ້າໃຈ​ເຫດການ​ທັງໝົດ​ນີ້. ແຕ່​ເມື່ອ​ຫລັງຈາກ​ພຣະເຢຊູເຈົ້າ​ໄດ້​ຮັບ​ສະຫງ່າລາສີ​ແລ້ວ ພວກເພິ່ນ​ຈຶ່ງ​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ ແລະ ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ຕໍ່​ພຣະອົງ.
17 The crowd that was with him when he called Lazarus from the tomb and raised him from the dead kept testifying. ຝ່າຍ​ຄົນ​ທັງປວງ​ທີ່​ຢູ່​ກັບ​ພຣະອົງ​ເມື່ອ​ພຣະອົງ​ເອີ້ນ​ລາຊາໂຣ​ອອກຈາກ​ອຸບມຸງ​ຝັງສົບ ແລະ ເຮັດ​ໃຫ້​ລາວ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ພາກັນ​ສືບຕໍ່​ເຜີຍແຜ່​ຂ່າວ​ອອກໄປ.
18 The crowd went to meet him because they heard he had done this sign. ປະຊາຊົນ​ຈໍານວນ​ຫລວງຫລາຍ​ຈຶ່ງ​ພາກັນ​ອອກໄປ​ພົບ​ພຣະອົງ ເພາະ​ໄດ້​ຍິນ​ວ່າ​ພຣະອົງ​ສະແດງ​ໝາຍສຳຄັນ​ນີ້.
19 So the Pharisees said to each other, "See, you're accomplishing nothing—the whole world has gone after him." ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ຕໍ່​ກັນ​ວ່າ, “ເຫັນ​ບໍ, ພວກເຮົາ​ເຮັດ​ຫຍັງ​ບໍ່​ໄດ້​ເລີຍ. ເບິ່ງ​ແມ ໝົດ​ທັງ​ໂລກ​ກໍ​ຕິດຕາມ​ມັນ​ໄປ!”
20 Now there were some Greeks among those who went up to worship at the feast. ດຽວນີ້​ມີ​ຊາວ​ກຣີກ​ບາງຄົນ​ໃນ​ບັນດາ​ຄົນ​ທັງຫລາຍ​ທີ່​ຂຶ້ນ​ໄປ​ເພື່ອ​ນະມັດສະການ​ໃນ​ເທດສະການ​ນັ້ນ.
21 These came to Philip, from Bethsaida in Galilee, and asked him, "Sir, we want to see Jesus." ພວກເຂົາ​ໄດ້​ໄປ​ຫາ​ຟີລິບ ຜູ້​ທີ່​ມາ​ຈາກ​ເບັດຊາອີດາ​ໃນ​ແຂວງ​ຄາລີເລ ດ້ວຍ​ຄຳ​ຂໍຮ້ອງ​ວ່າ, “ນາຍ​ເອີຍ, ພວກຂ້ານ້ອຍ​ຢາກ​ເຫັນ​ພຣະເຢຊູເຈົ້າ”.
22 Philip went and told Andrew; then Andrew and Philip went and told Jesus. ຟີລິບ​ຈຶ່ງ​ໄປ​ບອກ​ອັນເດອາ ແລ້ວ​ອັນເດອາ ແລະ ຟີລິບ​ກໍ​ກັບ​ໄປ​ບອກ​ພຣະເຢຊູເຈົ້າ.
23 Jesus replied to them, "The hour has come for the Son of Man to be glorified. ພຣະເຢຊູເຈົ້າ​ຕອບ​ວ່າ, “ເວລາ​ນັ້ນ​ກໍ​ມາ​ເຖິງ​ແລ້ວ​ທີ່​ບຸດມະນຸດ​ຈະ​ຕ້ອງ​ໄດ້​ຮັບກຽດ.
24 Truly, truly, I tell you, unless a wheat grain falls to the ground and dies, it stays alone; but if it dies, it bears much fruit. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດ​ເຂົ້າຫວີດ​ບໍ່​ຕົກ​ລົງ​ພື້ນດິນ ແລະ ຕາຍ​ໄປ ກໍ​ຄົງ​ຈະ​ມີ​ຢູ່​ພຽງ​ແຕ່​ເມັດ​ດຽວ. ແຕ່​ຖ້າ​ເມັດ​ນັ້ນ​ໄດ້​ຕາຍ​ໄປ​ກໍ​ຈະ​ເກີດຜົນ​ໃຫ້​ມີ​ເມັດ​ອື່ນໆ​ຫລາຍ​ຂຶ້ນ.
25 Whoever loves his life loses it; whoever hates his life in this world keeps it for eternal life. ຜູ້​ທີ່​ຮັກ​ຊີວິດ​ຂອງ​ຕົນ​ກໍ​ຈະ​ເສຍ​ຊີວິດ ສ່ວນ​ຜູ້​ທີ່​ຊັງ​ຊີວິດ​ຂອງ​ຕົນ​ໃນ​ໂລກ​ນີ້​ກໍ​ຈະ​ຮັກສາ​ຊີວິດ​ໄວ້ ແລະ ມີຊີວິດ​ນິລັນດອນ.
26 Whoever serves me must follow me, so my servant will be where I am. Whoever serves me, my Father will honor him." ຜູ້ໃດ​ກໍ​ຕາມ​ທີ່​ຮັບໃຊ້​ເຮົາ​ຜູ້​ນັ້ນ​ຕ້ອງ​ຕິດຕາມ​ເຮົາ​ມາ ແລະ ເຮົາ​ຢູ່​ບ່ອນໃດ, ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ຈະ​ຢູ່​ບ່ອນນັ້ນ​ເໝືອນກັນ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ໃຫ້​ກຽດ​ແກ່​ຜູ້​ທີ່​ຮັບໃຊ້​ເຮົາ.
27 "Now my soul is troubled. What should I say—'Father, save me from this hour'? But this is why I came to this hour. Father, glorify your name." “ເວລາ​ນີ້​ຈິດໃຈ​ຂອງ​ເຮົາ​ວຸ້ນວາຍ ແລະ ເຮົາ​ຈະ​ກ່າວ​ວ່າ​ຢ່າງໃດ? ຈະ​ວ່າ ‘ຂ້າແດ່​ພຣະບິດາເຈົ້າ, ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ນີ້​ໄປ​ແດ່​ທ້ອນ’ ຢ່າງ​ນັ້ນ​ບໍ? ບໍ່​ເລີຍ, ເພາະ​ເຮົາ​ມາ​ເຖິງ​ຊົ່ວໂມງ​ນີ້​ກໍ​ເພື່ອ​ການ​ນີ້​ແຫລະ.
28 Then a voice came from heaven: "I have glorified it, and I will glorify it again." ຂ້າແດ່​ພຣະບິດາເຈົ້າ ຂໍ​ເຮັດ​ໃຫ້​ນາມ​ຂອງ​ພຣະອົງ​ໄດ້​ຮັບ​ກຽດ!” ແລ້ວ​ກໍ​ມີ​ສຽງ​ມາ​ຈາກ​ສະຫວັນ​ວ່າ, “ເຮົາ​ໄດ້​ເຮັດ​ໃຫ້​ນາມ​ຂອງ​ເຮົາ​ໄດ້​ຮັບ​ກຽດ​ແລ້ວ ແລະ ເຮົາ​ຈະ​ເຮັດ​ໃຫ້​ນາມ​ຂອງ​ເຮົາ​ໄດ້​ຮັບກຽດ​ອີກ”.
29 The crowd standing there heard it and said it thundered; others said an angel spoke to him. ຄົນ​ທັງຫລາຍ​ທີ່​ຢູ່​ທີ່​ນັ້ນ ແລະ ໄດ້​ຍິນ​ສຽງ​ນີ້​ກໍ​ກ່າວ​ວ່າ​ເກີດ​ຟ້າຮ້ອງ, ຄົນ​ອື່ນໆ​ກໍ​ເວົ້າ​ວ່າ​ມີ​ເທວະດາ​ຕົນ​ໜຶ່ງ​ໄດ້​ເວົ້າ​ກັບ​ພຣະອົງ.
30 Jesus said, "This voice came for your sake, not mine. ພຣະເຢຊູເຈົ້າ​ກ່າວ​ວ່າ, “ສຽງ​ນີ້​ເກີດ​ຂຶ້ນ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ​ທັງຫລາຍ​ບໍ່​ແມ່ນ​ເພື່ອ​ເຮົາ.
31 Now is the judgment of this world; now the ruler of this world will be cast out. ບັດນີ້ ເຖິງ​ເວລາ​ພິພາກສາ​ໂລກ​ນີ້​ແລ້ວ ແລະ ຜູ້ປົກຄອງ​ໂລກ​ນີ້​ຈະ​ຖືກ​ຂັບໄລ່​ອອກ​ໄປ.
32 And I, when I am lifted up from the earth, will draw all people to myself." ແຕ່​ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນດິນໂລກ​ນີ້​ແລ້ວ, ເຮົາ​ຈະ​ນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ”.
33 He said this to show by what kind of death he was going to die. ພຣະອົງ​ກ່າວ​ດັ່ງນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພຣະອົງ​ຈະ​ຕາຍ​ຢ່າງໃດ.
34 The crowd replied, "We've heard from the Law that the Christ stays forever. How can you say the Son of Man must be lifted up? Who is this Son of Man?" ຄົນ​ທັງຫລາຍ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ພວກເຮົາ​ໄດ້​ຍິນ​ຈາກ​ພຣະບັນຍັດ​ວ່າ​ພຣະຄຣິດເຈົ້າ​ຈະ​ມີຊີວິດ​ນິລັນດອນ, ແລ້ວ​ດ້ວຍເຫດໃດ ທ່ານ​ຈຶ່ງ​ເວົ້າ​ວ່າ, ‘ບຸດມະນຸດ​ຈະ​ຕ້ອງ​ຖືກ​ຍົກຂຶ້ນ?’ ຜູ້ໃດ​ຄື ‘ບຸດມະນຸດ’ ນີ້?”
35 So Jesus said, "The light is with you a little while longer. Walk while you have light, so darkness doesn't overtake you. Whoever walks in darkness doesn't know where he's going. ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເຂົາ​ວ່າ, “ພວກເຈົ້າ​ຈະ​ມີ​ຄວາມສະຫວ່າງ​ອີກ​ໜ້ອຍໜຶ່ງ. ຈົ່ງ​ເດີນ​ຕໍ່ໄປ​ຂະນະ​ທີ່​ຍັງ​ມີ​ແສງສະຫວ່າງ​ຢູ່ ກ່ອນ​ທີ່​ຄວາມມືດ​ຈະ​ຄອບຄອງ​ພວກເຈົ້າ, ຜູ້​ທີ່​ເດີນ​ຢູ່​ໃນ​ຄວາມມືດ​ນັ້ນ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.
36 While you have light, believe in the light, so you become children of light." Having said this, Jesus left and hid from them. ຈົ່ງ​ເຊື່ອ​ໃນ​ຄວາມສະຫວ່າງ​ຂະນະ​ທີ່​ພວກເຈົ້າ​ຍັງ​ມີ​ຄວາມສະຫວ່າງ ເພື່ອ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ລູກ​ຂອງ​ຄວາມສະຫວ່າງ”. ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຈົບ​ແລ້ວ​ພຣະອົງ​ກໍ​ຈາກ​ໄປ ແລະ ຫລົບຫລີກ​ໃຫ້​ພົ້ນ​ຈາກ​ພວກເຂົາ.
37 Though he had performed so many signs in their presence, they still would not believe in him, ເຖິງ​ແມ່ນ​ວ່າ​ພຣະເຢຊູເຈົ້າ​ໄດ້​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ​ຕໍ່ໜ້າ​ພວກເຂົາ​ກໍ​ຕາມ, ພວກເຂົາ​ກໍ​ຍັງ​ບໍ່​ເຊື່ອ​ໃນ​ພຣະອົງ.
38 so that the word of Isaiah the prophet would be fulfilled, which he spoke: "Father, who has believed our message? And to whom has the arm of our Father been revealed?" ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຄຳ​ຂອງ​ຜູ້ທຳນວາຍ​ເອຊາຢາ​ທີ່​ວ່າ: “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ຜູ້ໃດ​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພວກເຮົາ ແລະ ແຂນ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສະແດງ​ແກ່​ຜູ້ໃດ?”
39 This is why they could not believe, for Isaiah said again: ດ້ວຍເຫດນີ້​ພວກເຂົາ​ຈຶ່ງ​ບໍ່​ສາມາດ​ເຊື່ອ ເພາະ​ຕາມ​ທີ່​ເອຊາຢາ​ກ່າວ​ໄວ້​ອີກ​ຕອນ​ໜຶ່ງ​ວ່າ:
40 "He has blinded their eyes and hardened their heart, so that they would not see with their eyes, nor understand with their heart, nor turn—and I would heal them." “ພຣະອົງ​ໄດ້​ເຮັດ​ໃຫ້​ຕາ​ຂອງ​ພວກເຂົາ​ບອດ ແລະ ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ແຂງກະດ້າງ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ສາມາດ​ເຫັນ​ດ້ວຍ​ຕາ ບໍ່​ເຂົ້າໃຈ​ດ້ວຍ​ຫົວໃຈ​ຂອງ​ພວກເຂົາ ບໍ່​ຫັນ​ກັບ​ຄືນ​ມາ ແລະ ເຮົາ​ຈະ​ຮັກສາ​ພວກເຂົາ​ໃຫ້​ຫາຍດີ”.
41 Isaiah said these things because he saw Jesus' glory and spoke about him. ເອຊາຢາ​ໄດ້​ກ່າວ​ຢ່າງ​ນີ້​ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຢຊູເຈົ້າ ແລະ ໄດ້​ກ່າວ​ເຖິງ​ພຣະອົງ.
42 Still, many even of the rulers believed in him, but they didn't admit it because of the Pharisees, so they wouldn't be expelled from the synagogue, ເຖິງ​ຢ່າງ​ໃດ ໃນ​ເວລາ​ດຽວກັນ​ນັ້ນ​ເຖິງ​ວ່າ​ໃນ​ທ່າມກາງ​ພວກ​ຜູ້ນຳ​ກໍ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະອົງ. ແຕ່​ພວກເຂົາ​ບໍ່​ຍອມ​ຮັບ​ຄວາມເຊື່ອ​ຂອງ​ຕົນ​ຢ່າງ​ເປີດເຜີຍ​ເພາະ​ຢ້ານ​ຈະ​ຖືກ​ພວກ​ຟາຣີຊາຍ​ໄລ່​ອອກ​ຈາກ​ທຳມະສາລາ,
43 for they loved the glory that comes from people more than the glory that comes from our Father. ດ້ວຍວ່າ ພວກເຂົາ​ຮັກ​ການຍ້ອງຍໍ​ຈາກ​ມະນຸດ​ຫລາຍກວ່າ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ.
44 Jesus cried out, "Whoever believes in me does not believe in me only, but in the one who sent me. ແລ້ວ​ພຣະເຢຊູເຈົ້າ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ບໍ່​ໄດ້​ເຊື່ອ​ໃນ​ເຮົາ​ເທົ່ານັ້ນ, ແຕ່​ຍັງ​ເຊື່ອ​ໃນ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.
45 And whoever sees me sees the one who sent me. ຜູ້​ທີ່​ເບິ່ງ​ເຮົາ​ກໍ​ເຫັນ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.
46 I came into the world as light, so no one who believes in me stays in the darkness. ເຮົາ​ໄດ້​ເຂົ້າ​ມາ​ໃນ​ໂລກ​ນີ້​ໃນ​ຖານະ​ທີ່​ເປັນ​ຄວາມສະຫວ່າງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ.
47 If anyone hears my words and doesn't keep them, I don't judge him—I didn't come to judge the world, but to save the world. “ຖ້າ​ຜູ້ໃດ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ເຮົາ​ແຕ່​ບໍ່​ປະຕິບັດ​ຕາມ​ຖ້ອຍຄຳ​ນັ້ນ, ເຮົາ​ກໍ​ບໍ່​ພິພາກສາ​ຜູ້​ນັ້ນ. ເພາະ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ພິພາກສາ​ໂລກ ແຕ່​ມາ​ເພື່ອ​ຊ່ວຍ​ໂລກ​ໃຫ້​ພົ້ນ.
48 Whoever rejects me and doesn't accept my words already has a judge: my spoken word will judge him on the last day. ມີ​ຜູ້ພິພາກສາ​ສຳລັບ​ຄົນ​ທີ່​ປະຕິເສດ​ເຮົາ ແລະ ບໍ່​ຍອມຮັບ​ຖ້ອຍຄຳ​ຂອງ​ເຮົາ, ຖ້ອຍຄຳ​ທີ່​ເຮົາ​ກ່າວ​ນີ້​ແຫລະ​ຈະ​ຕັດສິນ​ລົງໂທດ​ພວກເຂົາ​ໃນ​ວັນ​ສຸດທ້າຍ.
49 I have not spoken on my own; but the Father who sent me himself commanded me what to say and how to speak. ເພາະ​ເຮົາ​ບໍ່​ໄດ້​ກ່າວ​ຕາມໃຈ​ຂອງ​ເຮົາ​ເອງ, ແຕ່​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ບັນຊາ​ເຮົາ​ໃຫ້​ກ່າວ​ທຸກ​ຄຳ​ທີ່​ເຮົາ​ຕ້ອງ​ກ່າວ.
50 I know his commandment is eternal life, so I say only what the Father told me to say." ເຮົາ​ຮູ້​ວ່າ​ຄຳສັ່ງ​ຂອງ​ພຣະອົງ​ນຳ​ໄປ​ສູ່​ຊີວິດ​ນິລັນດອນ. ດັ່ງນັ້ນ, ສິ່ງໃດ​ກໍ​ຕາມ​ທີ່​ເຮົາ​ກ່າວ​ກໍ​ຄື​ສິ່ງ​ທີ່​ພຣະບິດາເຈົ້າ​ໄດ້​ບອກ​ໃຫ້​ເຮົາ​ກ່າວ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]