Skip to content
The Believer's Library

Biblica® Open Lao Contemporary Version

John 13 OLCV

Show OLCV only
Verse × ×
1 Now, before the Passover festival, Jesus knew his hour had come to leave this world to his Father. Having loved his own in the world, he loved them to the end. ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ແລ້ວ, ພຣະເຢຊູເຈົ້າ​ຮູ້​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ພຣະອົງ​ຈະ​ຈາກ​ໂລກ​ນີ້​ໄປ​ຫາ​ພຣະບິດາເຈົ້າ. ພຣະອົງ​ຮັກ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢູ່​ໃນ​ໂລກ​ນີ້, ພຣະອົງ​ໄດ້​ຮັກ​ພວກເຂົາ​ຈົນ​ເຖິງ​ທີ່ສຸດ.
2 During supper, the devil had already put into Judas son of Simon Iscariot's heart the plan to betray Jesus. ເມື່ອ​ພຣະອົງ​ກຳລັງ​ຮັບປະທານ​ອາຫານ​ຄ່ຳ​ຢູ່ ແລະ ມານຮ້າຍ​ກໍ​ໄດ້​ເຂົ້າ​ສິງ​ໃນ​ໃຈ​ຂອງ​ຢູດາ​ລູກ​ຂອງ​ຊີໂມນ ອິດສະກາຣີອົດ​ໃຫ້​ມີ​ຄວາມຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.
3 Jesus, knowing that the Father had given everything into his hands, and that he had come from him and was returning to him, ພຣະເຢຊູເຈົ້າ​ຮູ້​ວ່າ​ພຣະບິດາເຈົ້າ​ໄດ້​ມອບ​ທຸກ​ສິ່ງ​ໄວ້​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ ຮູ້​ວ່າ​ພຣະອົງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ກັບ​ເມືອ​ຫາ​ພຣະເຈົ້າ.
4 rose from supper, took off his outer clothes, picked up a towel, and tied it around his waist. ດັ່ງນັ້ນ ພຣະອົງ​ຈຶ່ງ​ລຸກຂຶ້ນ​ຈາກ​ໂຕະອາຫານ ແກ້​ເສື້ອຄຸມ​ຂອງ​ພຣະອົງ​ອອກ ແລະ ເອົາ​ຜ້າເຊັດໂຕ​ມັດແອວ​ຂອງ​ພຣະອົງ.
5 Then he poured water into a basin and began washing the disciples' feet, drying them with the towel tied around him. ຫລັງຈາກນັ້ນ ກໍ​ຖອກ​ນ້ຳ​ໃສ່​ອ່າງນໍ້າ ແລະ ເລີ່ມຕົ້ນ​ລ້າງ​ຕີນ​ໃຫ້​ພວກສາວົກ​ຂອງ​ພຣະອົງ ແລະ ເຊັດ​ດ້ວຍ​ຜ້າເຊັດໂຕ​ທີ່​ພຣະອົງ​ມັດແອວ​ໄວ້​ນັ້ນ.
6 He came to Simon Peter, who said to him, "Lord, are you going to wash my feet?" ເມື່ອ​ພຣະອົງ​ມາ​ຮອດ​ຊີໂມນ​ເປໂຕ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຈະ​ລ້າງ​ຕີນ​ຂອງ​ຂ້ານ້ອຍ​ບໍ?”
7 Jesus answered him, "You do not realize now what I am doing, but later you will understand." ພຣະເຢຊູເຈົ້າ​ຕອບ​ວ່າ, “ສິ່ງ​ທີ່​ເຮົາ​ກຳລັງ​ເຮັດ​ຢູ່​ໃນ​ເວລາ​ນີ້​ເຈົ້າ​ບໍ່​ເຂົ້າໃຈ ແຕ່​ເຈົ້າ​ຈະ​ເຂົ້າໃຈ​ຕາມພາຍຫລັງ”.
8 "You will never wash my feet," Peter said. Jesus answered, "Unless I wash you, you share nothing with me." ເປໂຕ​ຕອບ​ວ່າ, “ບໍ່, ພຣະອົງ​ຈະ​ລ້າງ​ຕີນ​ຂອງ​ຂ້ານ້ອຍ​ບໍ່​ໄດ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ເຮົາ​ບໍ່​ລ້າງຕີນ​ໃຫ້​ເຈົ້າ ເຈົ້າ​ຈະ​ບໍ່​ມີ​ສ່ວນ​ໃນ​ເຮົາ”.
9 Simon Peter said to him, "Lord, not only my feet, but also my hands and head!" ຊີໂມນ​ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຖ້າ​ເປັນ​ຢ່າງ​ນັ້ນ​ບໍ່​ພຽງ​ແຕ່​ຕີນ​ຂອງ​ຂ້ານ້ອຍ ແຕ່​ລ້າງ​ທັງ​ມື ແລະ ຫົວ​ຂອງ​ຂ້ານ້ອຍ​ນຳ​ດ້ວຍ!”
10 Jesus told him, "One who has bathed needs only to wash his feet—he is fully clean. You are clean, but not all of you." ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ວ່າ, “ຜູ້​ທີ່​ອາບນ້ຳ​ແລ້ວ​ລ້າງ​ແຕ່​ຕີນ​ກໍ​ພໍ ເພາະ​ທົ່ວ​ທັງ​ຮ່າງກາຍ​ກໍ​ສະອາດ​ຢູ່​ແລ້ວ. ພວກເຈົ້າ​ທັງຫລາຍ​ກໍ​ສະອາດ ເຖິງ​ວ່າ​ຈະ​ບໍ່​ແມ່ນ​ໝົດ​ທຸກ​ຄົນ”.
11 He knew who would betray him; that's why he said, "Not all of you are clean." ເພາະ​ພຣະອົງ​ຮູ້​ແລ້ວ​ວ່າ​ແມ່ນ​ຜູ້ໃດ​ຈະ​ທໍລະຍົດ​ຕໍ່​ພຣະອົງ, ດ້ວຍເຫດນີ້​ພຣະອົງ​ຈຶ່ງ​ກ່າວ​ວ່າ​ບໍ່ແມ່ນ​ໝົດ​ທຸກ​ຄົນ​ທີ່​ສະອາດ.
12 After washing their feet and dressing, he reclined again and said to them, "Do you understand what I have done for you? ເມື່ອ​ພຣະອົງ​ລ້າງ​ຕີນ​ພວກເພິ່ນ​ແລ້ວ, ພຣະອົງ​ກໍ​ນຸ່ງ​ເສື້ອ​ຄືນ​ແລ້ວ​ກັບ​ໄປ​ທີ່​ບ່ອນ​ຂອງ​ພຣະອົງ ແລະ ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ເຂົ້າໃຈ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ແລ້ວ​ບໍ?
13 You call me Teacher and Lord, and rightly so, for that is what I am. ພວກເຈົ້າ​ເອີ້ນ​ເຮົາ​ວ່າ ‘ອາຈານ’ ແລະ ‘ອົງພຣະຜູ້ເປັນເຈົ້າ’ ເຊິ່ງ​ຖືກຕ້ອງ​ແລ້ວ, ເພາະ​ນັ້ນ​ຄື​ສິ່ງ​ທີ່​ເຮົາ​ເປັນ.
14 So if I, your Lord and Teacher, washed your feet, you too must wash each other's feet. ດັ່ງນັ້ນ ຖ້າ​ເຮົາ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ອາຈານ​ຂອງ​ພວກເຈົ້າ​ຍັງ​ໄດ້​ລ້າງຕີນ​ໃຫ້​ພວກເຈົ້າ​ສັນໃດ, ພວກເຈົ້າ​ກໍ​ຄວນ​ລ້າງຕີນ​ໃຫ້​ກັນແລະກັນ​ສັນນັ້ນ.
15 For I have given you an example, that you should do as I have done for you. ເຮົາ​ໄດ້​ວາງ​ແບບຢ່າງ​ໄວ້​ເພື່ອ​ພວກເຈົ້າ​ຈະ​ໄດ້​ເຮັດ​ເໝືອນ​ທີ່​ເຮົາ​ໄດ້​ເຮັດ​ເພື່ອ​ພວກເຈົ້າ​ແລ້ວ.
16 Truly, truly, I say to you, a servant isn't greater than his master, nor a messenger greater than his sender. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ ແລະ ຜູ້​ທີ່​ຖືກ​ໃຊ້​ໄປ​ກໍ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຜູ້​ທີ່​ໃຊ້​ຕົນ​ໄປ​ນັ້ນ.
17 If you know these things, you are blessed if you do them. ເມື່ອ​ພວກເຈົ້າ​ຮູ້​ສິ່ງ​ເຫລົ່ານີ້​ແລ້ວ ຖ້າ​ພວກເຈົ້າ​ປະຕິບັດຕາມ​ພວກເຈົ້າ​ກໍ​ຈະ​ເປັນສຸກ.
18 "I don't mean all of you—I know those I've chosen. But Scripture must be fulfilled: 'The one eating my bread has raised his heel against me.' “ເຮົາ​ບໍ່​ໄດ້​ໝາຍ​ເຖິງ​ທຸກ​ຄົນ​ໃນ​ພວກເຈົ້າ, ເຮົາ​ຮູ້ຈັກ​ບັນດາ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ ແຕ່​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະຄຳພີ​ທີ່​ກ່າວ​ໄວ້​ວ່າ: ‘ຜູ້​ທີ່​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ ຍັງ​ໄດ້​ຫັນມາ​ຕໍ່ສູ້​ເຮົາ’.
19 I tell you now, before it happens, so you'll believe, once it happens, that I AM. “ບັດນີ້ ເຮົາ​ກຳລັງ​ບອກ​ພວກເຈົ້າ​ກ່ອນ​ເຫດການ​ນີ້​ຈະ​ເກີດຂຶ້ນ, ເພື່ອ​ວ່າ​ເມື່ອ​ສິ່ງ​ນີ້​ເກີດຂຶ້ນ​ແລ້ວ​ພວກເຈົ້າ​ຈະ​ໄດ້​ເຊື່ອ​ວ່າ​ເຮົາ​ເປັນ​ຜູ້​ທີ່​ເຮົາ​ເປັນ.
20 Truly, truly, I tell you, whoever welcomes someone I send welcomes me, and whoever welcomes me welcomes the one who sent me." ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ​ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ”.
21 After saying this, Jesus, troubled in spirit, testified, "Truly, truly, I tell you, one of you will betray me." ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ເປັນທຸກ​ໃຈ ແລະ ກ່າວ​ຢືນຢັນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ”.
22 The disciples looked at one another, at a loss to know which of them he meant. ພວກສາວົກ​ແນມເບິ່ງ​ໜ້າ​ກັນ ບໍ່​ຮູ້​ວ່າ​ພຣະອົງ​ໝາຍ​ເຖິງ​ຄົນ​ໃດ​ໃນ​ພວກເພິ່ນ.
23 One of his disciples, the one Jesus loved, was reclining at his side. ມີ​ຜູ້​ໜຶ່ງ​ໃນ​ພວກສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ນັ່ງເອນໂຕ​ໃກ້​ກັບ​ພຣະອົງ.
24 So Simon Peter motioned to him to ask which one Jesus meant. ຊີໂມນ​ເປໂຕ​ຍິກ​ໜ້າ​ບອກ​ສາວົກ​ຜູ້​ນີ້ ແລະ ເວົ້າ​ວ່າ, “ຈົ່ງ​ຖາມ​ພຣະອົງ​ວ່າ​ພຣະອົງ​ໝາຍ​ເຖິງ​ຄົນ​ໃດ”.
25 Leaning back against Jesus, he asked him, "Lord, who is it?" ຂະນະ​ທີ່​ເນີ້ງໂຕ​ອີງ​ພຣະເຢຊູເຈົ້າ​ຢູ່​ນັ້ນ ເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຄົນ​ນັ້ນ​ແມ່ນ​ຜູ້ໃດ?”
26 Jesus answered, "It's the one I'll give this bread to, once I've dipped it." Then he dipped the bread and gave it to Judas, son of Simon Iscariot. ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ຈະ​ເອົາ​ເຂົ້າຈີ່​ປ່ຽງ​ນີ້​ຈ້ຳ​ແລ້ວ​ຍື່ນ​ໃຫ້​ຜູ້ໃດ​ກໍ​ແມ່ນ​ຜູ້​ນັ້ນ​ແຫລະ”. ແລ້ວ​ພຣະອົງ​ກໍ​ຈັບ​ເຂົ້າຈີ່​ປ່ຽງ​ໜຶ່ງ​ຈ້ຳ ແລະ ຍື່ນ​ໃຫ້​ແກ່​ຢູດາ​ລູກ​ຂອງ​ຊີໂມນ ອິດສະກາຣີອົດ.
27 After Judas took the bread, Satan entered into him. So Jesus told him, "Do quickly what you're doing." ທັນທີ​ທີ່​ຢູດາ​ຮັບ​ເອົາ​ເຂົ້າຈີ່​ນັ້ນ ມານຊາຕານ​ກໍ​ເຂົ້າ​ສິງ​ຢູ່​ໃນ​ລາວ. ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ສິ່ງ​ທີ່​ເຈົ້າ​ກຳລັງ​ຈະ​ເຮັດ ກໍ​ຈົ່ງ​ຟ້າວ​ເຮັດ​ສາ”.
28 But no one reclining at the table understood why he said this to him. ແຕ່​ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ທີ່​ນັ່ງ​ຮ່ວມ​ໂຕະອາຫານ​ເຂົ້າໃຈ​ວ່າ​ເປັນຫຍັງ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ຢ່າງ​ນີ້.
29 Since Judas held the money bag, some thought Jesus meant, 'Buy what we need for the feast,' or, 'Give something to the poor.' ເນື່ອງ​ຈາກ​ວ່າ ຢູດາ​ເປັນ​ຄົນ​ຖື​ເງິນ ບາງຄົນ​ຈຶ່ງ​ຄິດ​ວ່າ​ພຣະເຢຊູເຈົ້າ​ບອກ​ໃຫ້​ລາວ​ໄປ​ຊື້​ສິ່ງຂອງ​ຈຳເປັນ​ສຳລັບ​ງານ​ສະຫລອງ​ເທດສະການ ຫລື ໃຫ້​ລາວ​ເອົາ​ເຄື່ອງຂອງ​ໄປ​ໃຫ້​ແກ່​ຄົນຍາກຈົນ.
30 As soon as Judas had taken the bread, he went out. And it was night. ເມື່ອ​ຢູດາ​ຮັບ​ເຂົ້າຈີ່​ປ່ຽງ​ນັ້ນ​ແລ້ວ, ລາວ​ກໍ​ອອກ​ໄປ​ທັນທີ. ຂະນະ​ນັ້ນ​ເປັນ​ເວລາ​ກາງຄືນ.
31 After Judas left, Jesus said, "Now the Son of Man is glorified, and my Father is glorified in him. ເມື່ອ​ຢູດາ​ອອກ​ໄປ​ແລ້ວ ພຣະເຢຊູເຈົ້າ​ກ່າວ​ວ່າ, “ບັດນີ້ ບຸດມະນຸດ​ໄດ້​ຮັບ​ກຽດຕິຍົດ​ແລ້ວ ແລະ ພຣະເຈົ້າ​ກໍ​ໄດ້​ຮັບກຽດ​ເພາະ​ບຸດມະນຸດ.
32 If my Father is glorified in him, my Father will also glorify the Son in himself and glorify him immediately. ຖ້າ​ພຣະເຈົ້າ​ໄດ້​ຮັບກຽດ​ເພາະ​ບຸດມະນຸດ, ພຣະເຈົ້າ​ເອງ​ກໍ​ຈະ​ໃຫ້​ບຸດມະນຸດ​ໄດ້​ຮັບ​ກຽດຕິຍົດ​ຮ່ວມ​ກັນ​ກັບ​ພຣະອົງ ແລະ ຈະ​ໃຫ້​ບຸດມະນຸດ​ໄດ້​ຮັບ​ກຽດຕິຍົດ​ໃນ​ທັນທີ.
33 Dear children, I'm with you a little longer. You'll look for me, and as I told the Jewish leaders, so I tell you now: where I'm going, you can't come. “ລູກນ້ອຍ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ບໍ່​ດົນ. ພວກເຈົ້າ​ຈະ​ຊອກຫາ​ເຮົາ, ແລະ ດັ່ງ​ທີ່​ເຮົາ​ໄດ້​ບອກ​ພວກ​ຢິວ​ໄວ້​ແລ້ວ, ດັ່ງນັ້ນ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ໃນ​ເວລາ​ນີ້​ວ່າ: ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້.
34 I give you a new command: love one another. As I have loved you, so you must love one another. “ເຮົາ​ໃຫ້​ບັນຍັດ​ໃໝ່​ແກ່​ພວກເຈົ້າ​ທັງຫລາຍ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ. ເຮົາ​ຮັກ​ພວກເຈົ້າ​ຢ່າງ​ໃດ ພວກເຈົ້າ​ກໍ່​ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ນັ້ນ.
35 By this everyone will know that you are my disciples, if you love one another." ຖ້າ​ພວກເຈົ້າ​ຮັກ​ເຊິ່ງກັນແລະກັນ ທຸກຄົນ​ກໍ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ສາວົກ​ຂອງ​ເຮົາ”.
36 Simon Peter said to him, "Lord, where are you going?" Jesus answered, "Where I'm going you can't follow me now, but you'll follow later." ຊີໂມນ​ເປໂຕ​ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ກຳລັງ​ຈະ​ໄປ​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ໄປ​ໃນ​ເວລາ​ນີ້​ນັ້ນ ເຈົ້າ​ຕາມ​ໄປ​ບໍ່​ໄດ້ ແຕ່​ພາຍຫລັງ​ເຈົ້າ​ຈະ​ຕາມ​ໄປ”.
37 Peter asked, "Lord, why can't I follow you now? I'll lay down my life for you." ເປໂຕ​ຖາມວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕາມ​ພຣະອົງ​ໄປ​ໃນ​ເວລາ​ນີ້​ບໍ່​ໄດ້? ຂ້ານ້ອຍ​ຍອມ​ສະຫລະ​ຊີວິດ​ເພື່ອ​ພຣະອົງ”.
38 Jesus replied, "You will lay down your life for me? Truly, truly, I tell you: the rooster won't crow until you have denied me three times." ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ວ່າ, “ເຈົ້າ​ຈະ​ສະຫລະ​ຊີວິດ​ຂອງ​ເຈົ້າ​ເພື່ອ​ເຮົາ​ແທ້​ບໍ? ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ເຮົາ​ເຖິງ​ສາມ​ເທື່ອ!
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]