Skip to content
The Believer's Library

Biblica® Open Lao Contemporary Version

John 14 OLCV

Show OLCV only
Verse × ×
1 "Do not let your hearts be troubled. Believe in our Father; believe also in me. “ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ວຸ້ນວາຍ​ໄປ, ພວກເຈົ້າ​ຈົ່ງ​ເຊື່ອ​ໃນ​ພຣະເຈົ້າ ແລະ ຈົ່ງ​ເຊື່ອ​ໃນ​ເຮົາ​ເໝືອນກັນ.
2 In my Father's house are many rooms. If it were not so, would I have told you that I am going to prepare a place for you? ໃນ​ຜາສາດ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ມີ​ຫ້ອງ​ຢູ່​ຫລວງຫລາຍ; ຖ້າ​ບໍ່​ມີ​ເຮົາ​ຄົງ​ໄດ້​ບອກ​ພວກເຈົ້າ​ແລ້ວ ເຮົາ​ກຳລັງ​ໄປ​ບ່ອນ​ນັ້ນ ເພື່ອ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ,
3 And if I go and prepare a place for you, I'll come back and take you to myself, so you'll be where I am. ແລະ ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ, ເຮົາ​ຈະ​ກັບ​ຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.
4 And you know the way to where I am going." ພວກເຈົ້າ​ຮູ້ຈັກ​ທາງ​ໄປ​ສູ່​ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ໄປ​ນັ້ນ”.
5 Thomas said to him, "Lord, we don't know where you're going—how can we know the way?" ໂທມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພວກຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ທ່ານ​ກຳລັງ​ຈະ​ໄປ​ໃສ, ດັ່ງນັ້ນ​ພວກຂ້ານ້ອຍ​ຈະ​ຮູ້ຈັກ​ທາງ​ນັ້ນ​ໄດ້​ຢ່າງໃດ?”
6 Jesus told him, "I am the way, and the truth, and the life. No one comes to the Father except through me. ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.
7 Had you known me, you would have known my Father too. Starting now, you know him and have seen him." ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ​ແທ້ໆ ພວກເຈົ້າ​ກໍ​ຈະ​ຮູ້ຈັກ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ. ຕັ້ງ​ແຕ່​ນີ້​ໄປ, ພວກເຈົ້າ​ກໍ​ຮູ້ຈັກ​ພຣະອົງ ແລະ ໄດ້​ເຫັນ​ພຣະອົງ​ແລ້ວ”.
8 Philip said to him, "Lord, show us the Father, and that will be enough for us." ຟີລິບ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ​ກໍ​ພຽງພໍ​ແລ້ວ​ສຳລັບ​ພວກຂ້ານ້ອຍ”.
9 Jesus said, "Philip, I've been with you this long, and you don't know me? Whoever has seen me has seen the Father. How can you say, 'Show us the Father'? ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ​ແລ້ວ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະບິດາເຈົ້າ. ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ບອກ​ວ່າ, ‘ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ’?
10 Don't you believe I'm in the Father, and the Father in me? The words I speak to you aren't my own—the Father living in me does his works. ພວກເຈົ້າ​ບໍ່​ເຊື່ອ​ບໍ​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ​ຢູ່​ໃນ​ເຮົາ? ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນັ້ນ​ເຮົາ​ບໍ່​ໄດ້​ກ່າວ​ໂດຍ​ສິດອຳນາດ​ຂອງ​ເຮົາ​ເອງ. ແຕ່​ແມ່ນ​ພຣະບິດາເຈົ້າ​ຜູ້​ຢູ່​ໃນ​ເຮົາ​ເປັນ​ຜູ້​ກະທຳ​ກິດຈະການ​ຂອງ​ພຣະອົງ.
11 Believe me: I'm in the Father, the Father in me—or else believe because of the works themselves. ຈົ່ງ​ເຊື່ອ​ໃນ​ເຮົາ​ເມື່ອ​ເຮົາ​ກ່າວ​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ​ຢູ່​ໃນ​ເຮົາ, ຫລື ຢ່າງ​ນ້ອຍ​ກໍ​ໃຫ້​ເຊື່ອ​ໃນ​ຫລັກຖານ​ຂອງ​ກິດຈະການ​ນັ້ນ.
12 Truly, truly, I tell you, whoever believes in me will do the works I do, and will do even greater works, because I am going to the Father. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ ພວກເຂົາ​ຈະ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນີ້​ອີກ, ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ.
13 Whatever you ask in my name, I will do it, so the Father may be glorified in the Son. ສິ່ງໃດ​ທີ່​ພວກເຈົ້າ​ຂໍ​ໃນ​ນາມ​ຂອງ​ເຮົາ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ ເພື່ອ​ວ່າ​ພຣະບິດາເຈົ້າ​ຈະ​ໄດ້​ຮັບກຽດ​ໂດຍ​ທາງ​ພຣະບຸດ.
14 If you ask me anything in my name, I will do it. ຖ້າ​ພວກເຈົ້າ​ຂໍ​ສິ່ງ​ໃດ​ໃນ​ນາມ​ຂອງ​ເຮົາ ແລະ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ.
15 "If you love me, you will keep my commandments. “ຖ້າ​ພວກເຈົ້າ​ຮັກ​ເຮົາ ຈົ່ງ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ເຮົາ.
16 And I will ask the Father, and he will give you another Helper, the Holy Spirit, to be with you forever, ແລະ ເຮົາ​ຈະ​ຂໍ​ຕໍ່​ພຣະບິດາເຈົ້າ ແລະ ພຣະອົງ​ຈະປະທານ​ຜູ້ຊ່ວຍ​ອີກ​ອົງ​ໜຶ່ງ​ເພື່ອ​ຊ່ວຍ ແລະ ຢູ່​ກັບ​ພວກເຈົ້າ​ຕະຫລອດໄປ​ເປັນນິດ
17 the Spirit of truth, whom the world cannot receive, since it neither sees him nor knows him. But you know him, since he remains with you and will be in you. ຄື​ອົງ​ພຣະວິນຍານ​ແຫ່ງ​ຄວາມຈິງ. ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ເພາະ​ໂລກ​ບໍ່​ເຫັນ ແລະ ບໍ່​ຮູ້ຈັກ​ພຣະອົງ. ແຕ່​ພວກເຈົ້າ​ຮູ້ຈັກ​ພຣະອົງ​ເພາະ​ພຣະອົງ​ຢູ່​ກັບ​ພວກເຈົ້າ ແລະ ຈະ​ຢູ່​ໃນ​ພວກເຈົ້າ.
18 I will not leave you as orphans; I will come to you. ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຈົ້າ​ໃຫ້​ເປັນ​ລູກກຳພ້າ, ເຮົາ​ຈະ​ມາຫາ​ພວກເຈົ້າ.
19 Soon the world won't see me anymore, but you will see me. Because I live, you will live too. ອີກ​ບໍ່​ດົນ ໂລກ​ກໍ​ຈະ​ບໍ່​ເຫັນ​ເຮົາ​ອີກ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່​ເໝືອນກັນ.
20 On that day you'll know: I'm in my Father, you in me, and I in you. ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພວກເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພວກເຈົ້າ.
21 Whoever has my commandments and keeps them loves me, and my Father will love whoever loves me. I will love him and show myself to him." ຜູ້ໃດ​ກໍ​ຕາມ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ເຮົາ ແລະ ເຊື່ອຟັງ​ຄຳສັ່ງ​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ​ທີ່​ຮັກ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະຮັກ​ຜູ້​ທີ່​ຮັກ​ເຮົາ ແລະ ເຮົາ​ກໍ​ຈະ​ຮັກ​ພວກເຂົາ ແລະ ຈະ​ສະແດງ​ໂຕ​ເຮົາ​ເອງ​ແກ່​ພວກເຂົາ​ດ້ວຍ”.
22 Judas, not Iscariot, asked, "Lord, why show yourself to us and not to the world?" ແລ້ວ​ຢູດາ (ບໍ່ແມ່ນ​ຢູດາ​ອິດສະກາຣີອົດ) ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ດ້ວຍເຫດໃດ ພຣະອົງ​ຈຶ່ງ​ເຈດຕະນາ​ທີ່​ຈະ​ສະແດງ​ພຣະອົງ​ເອງ​ໃຫ້​ແກ່​ພວກຂ້ານ້ອຍ​ແຕ່​ບໍ່​ສະແດງ​ໃຫ້​ແກ່​ໂລກ?”
23 Jesus replied, "Anyone who loves me will keep my word, and my Father will love that person, and we will come to them and make our home with them. ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ຮັກ​ພວກເຂົາ, ພຣະບິດາເຈົ້າ​ກັບ​ເຮົາ​ຈະ​ມາ​ຫາ​ພວກເຂົາ ແລະ ຈະ​ຢູ່​ກັບ​ພວກເຂົາ.
24 Whoever doesn't love me doesn't keep my words. And the word you hear isn't mine but the Father's who sent me. ຜູ້​ທີ່​ບໍ່​ຮັກ​ເຮົາ​ກໍ​ຈະ​ບໍ່​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ຖ້ອຍຄຳ​ເຫລົ່ານີ້​ທີ່​ພວກເຈົ້າ​ໄດ້​ຍິນ​ນັ້ນ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ເປັນ​ຂອງ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ.
25 I have spoken these things to you while I am still with you. “ຂໍ້ຄວາມ​ທັງໝົດ​ນີ້​ເຮົາ​ໄດ້​ກ່າວ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.
26 But the Helper, the Holy Spirit, whom the Father will send in my name, will teach you everything and remind you of everything I said to you. ແຕ່​ພຣະຜູ້ຊ່ວຍ​ຄື​ອົງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ຈະ​ສັ່ງສອນ​ທຸກສິ່ງ​ແກ່​ພວກເຈົ້າ ແລະ ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ທຸກສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.
27 Peace I leave you; my own peace I give you. Not as the world gives, I give it. Don't let your hearts be troubled or afraid. ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ມອບ​ໃຫ້​ນັ້ນ​ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້. ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ວຸ້ນວາຍ​ໄປ ແລະ ຢ່າ​ຢ້ານ​ເລີຍ.
28 You heard me say to you, 'I'm going away, and I'm coming to you.' If you loved me, you'd have rejoiced, because I'm going to the Father, for the Father is greater than I. “ພວກເຈົ້າ​ໄດ້​ຍິນ​ເຮົາ​ບອກ​ພວກເຈົ້າ​ແລ້ວ​ວ່າ, ‘ເຮົາ​ກຳລັງ​ຈະ​ຈາກ​ໄປ ແລະ ເຮົາ​ກຳລັງ​ຈະ​ກັບມາ​ຫາ​ພວກເຈົ້າ​ອີກ’. ຖ້າ​ພວກເຈົ້າ​ຮັກ​ເຮົາ ພວກເຈົ້າ​ກໍ​ຈະ​ດີໃຈ​ທີ່​ເຮົາ​ກຳລັງ​ໄປ​ຫາ​ພຣະບິດາເຈົ້າ ເພາະ​ພຣະບິດາເຈົ້າ​ຍິ່ງໃຫຍ່​ກວ່າ​ເຮົາ.
29 And now I've told you before it happens, so that when it happens you'll believe. ເຮົາ​ໄດ້​ບອກ​ພວກເຈົ້າ​ເວລາ​ນີ້​ກ່ອນ​ສິ່ງ​ນັ້ນ​ຈະ​ເກີດຂຶ້ນ ເພື່ອ​ວ່າ​ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ​ແລ້ວ ພວກເຈົ້າ​ຈະ​ໄດ້​ເຊື່ອ.
30 I won't talk with you much longer—this world's ruler is coming. He has no hold on me, ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ໄດ້​ອີກ​ບໍ່​ດົນ ເພາະ​ຜູ້ປົກຄອງ​ໂລກ​ນີ້​ກຳລັງ​ຈະ​ມາ. ຜູ້​ນັ້ນ​ບໍ່​ມີ​ສິດອຳນາດ​ເໜືອ​ເຮົາ.
31 but I do exactly as the Father commanded me, so the world may know I love the Father. Get up, let's leave this place." ແຕ່​ລາວ​ມາ​ເພື່ອ​ໂລກ​ນີ້​ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ຮັກ​ພຣະບິດາເຈົ້າ ແລະ ໄດ້​ເຮັດ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ເຮົາ​ໄວ້. “ຈົ່ງ​ລຸກຂຶ້ນ, ໃຫ້​ພວກເຮົາ​ພາກັນ​ໄປ​ເທາະ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]