Skip to content
The Believer's Library

Biblica® Open Lao Contemporary Version

John 15 OLCV

Show OLCV only
Verse × ×
1 "I am the true vine, and my Father is the gardener. “ເຮົາ​ເປັນ​ເຄືອອະງຸ່ນ​ແທ້ ແລະ ພຣະບິດາເຈົ້າ​ຂອງ​ເຮົາ​ເປັນ​ຜູ້ເບິ່ງແຍງຮັກສາ.
2 Every branch in me not bearing fruit, he removes; and every one bearing fruit, he prunes, so it bears more fruit. ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ.
3 You are already clean because of the word I have spoken to you. ພວກເຈົ້າ​ສະອາດ​ແລ້ວ​ເພາະ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.
4 Remain in me, and I in you. As a branch can't bear fruit alone, unless it remains in the vine, neither can you unless you remain in me. ຈົ່ງ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ເຂົ້າສະໜິດ​ຢູ່​ໃນ​ພວກເຈົ້າ. ກິ່ງ​ຈະ​ເກີດຜົນ​ເອງ​ບໍ່​ໄດ້​ນອກຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນໃດ, ພວກເຈົ້າ​ທັງຫລາຍ​ກໍ​ຈະ​ເກີດຜົນ​ເອງ​ບໍ່​ໄດ້ ນອກຈາກ​ຈະ​ເຂົ້າສະໜິດ​ຢູ່​ໃນ​ເຮົາ​ສັນນັ້ນ.
5 I am the vine, you the branches. Whoever remains in me, and I in them, bears much fruit, for apart from me you can do nothing. “ເຮົາ​ເປັນ​ເຄືອອະງຸ່ນ ພວກເຈົ້າ​ເປັນ​ກິ່ງ. ຖ້າ​ຜູ້ໃດ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ຜູ້​ນັ້ນ, ຜູ້​ນັ້ນ​ແຫລະ​ຈະ​ເກີດຜົນ​ຫລາຍ ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.
6 Anyone not remaining in me is thrown out like a branch and withers; branches are gathered, thrown into the fire, and burned. ຖ້າ​ຜູ້ໃດ​ບໍ່​ເຂົ້າສະໜິດ​ຢູ່​ໃນ​ເຮົາ ຜູ້​ນັ້ນ​ຈະ​ເປັນ​ເໝືອນ​ກິ່ງ​ໜຶ່ງ​ທີ່​ຖືກ​ຕັດ​ຖິ້ມ ແລະ ຫ່ຽວແຫ້ງ​ໄປ, ກິ່ງ​ເຫລົ່ານີ້​ຈະ​ຖືກ​ເກັບ​ໄປ​ໂຍນຖິ້ມ​ໃສ່​ໄຟ ແລະ ເຜົາໄໝ້.
7 If you remain in me and my words remain in you, ask whatever you want, and it will happen for you. ຖ້າ​ພວກເຈົ້າ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ຖ້ອຍຄຳ​ຂອງ​ເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງນັ້ນ.
8 This is how my Father is glorified: that you bear much fruit and prove to be my disciples. ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ​ກໍ​ເປັນ​ການ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຈົ້າ​ເອງ​ເປັນ​ສາວົກ​ຂອງ​ເຮົາ.
9 "As the Father has loved me, so I have loved you. Remain in my love. “ພຣະບິດາເຈົ້າ​ໄດ້​ຮັກ​ເຮົາ​ຢ່າງໃດ ເຮົາ​ກໍ​ຮັກ​ພວກເຈົ້າ​ຢ່າງນັ້ນ. ບັດນີ້ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ.
10 If you keep my commands, you will remain in my love, as I have kept my Father's commands and remain in his love. ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະອົງ.
11 I've told you this so my joy may be in you, and your joy be complete. ເຮົາ​ໄດ້​ບອກ​ສິ່ງ​ນີ້​ແກ່​ພວກເຈົ້າ​ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ຈະ​ຢູ່​ໃນ​ພວກເຈົ້າ ແລະ ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບເຕັມບໍລິບູນ.
12 "This is my command: love one another as I have loved you. ຄຳສັ່ງ​ຂອງ​ເຮົາ​ກໍ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ຮັກ​ພວກເຈົ້າ.
13 No one has greater love than this: to lay down one's life for one's friends. ບໍ່​ມີ​ຜູ້ໃດ​ມີ​ຄວາມ​ຮັກ​ຍິ່ງໃຫຍ່​ກວ່າ​ນີ້​ຄື: ການ​ທີ່​ຜູ້​ໜຶ່ງ​ຍອມ​ສະຫລະ​ຊີວິດ​ເພື່ອ​ມິດສະຫາຍ​ຂອງ​ຕົນ.
14 You are my friends if you do what I command you. ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ມິດສະຫາຍ​ຂອງ​ເຮົາ.
15 I no longer call you servants—a servant doesn't know what his master does. I call you friends, since I've made known to you everything I heard from my Father. ເຮົາ​ບໍ່​ເອີ້ນ​ພວກເຈົ້າ​ວ່າ​ຄົນຮັບໃຊ້​ອີກ​ຕໍ່ໄປ, ເພາະວ່າ​ຄົນຮັບໃຊ້​ບໍ່​ຮູ້ຈັກ​ວ່າ​ນາຍ​ຂອງ​ຕົນ​ກຳລັງ​ເຮັດ​ຫຍັງ, ແຕ່​ເຮົາ​ເອີ້ນ​ພວກເຈົ້າ​ວ່າ​ມິດສະຫາຍ ເພາະວ່າ​ທຸກສິ່ງ​ທີ່​ເຮົາ​ໄດ້​ຮຽນຮູ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ ເຮົາ​ໄດ້​ສະແດງ​ໃຫ້​ພວກເຈົ້າ​ຮູ້​ແລ້ວ.
16 You didn't choose me—I chose you and placed you to go, bear fruit that lasts, so whatever you ask the Father in my name, he'll give you. ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.
17 This is my command to you: love one another. ນີ້​ແມ່ນ​ຄຳສັ່ງ​ຂອງ​ເຮົາ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ.
18 "If the world hates you, know that it hated me first. “ຖ້າ​ໂລກ​ກຽດຊັງ​ພວກເຈົ້າ, ຈົ່ງ​ຮູ້​ວ່າ​ໂລກ​ໄດ້​ກຽດຊັງ​ເຮົາ​ກ່ອນ​ແລ້ວ.
19 If you were of the world, the world would love you as its own. But you are not of the world; instead, I chose you out of the world, so the world hates you. ຖ້າ​ພວກເຈົ້າ​ເປັນ​ຂອງ​ໂລກ. ໂລກ​ກໍ​ຈະ​ຮັກ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຂອງ​ມັນ. ແຕ່​ເພາະ​ພວກເຈົ້າ​ບໍ່​ໄດ້​ເປັນ​ຂອງ​ໂລກ​ເພາະວ່າ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ໂລກ​ແລ້ວ. ດ້ວຍເຫດນີ້ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ.
20 Remember what I told you: a servant isn't greater than his master. If they persecuted me, they'll persecute you too; if they kept my word, they'll keep yours too. ຈົ່ງ​ລະນຶກ​ເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ໄວ້​ວ່າ: ‘ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ, ພວກເຂົາ​ກໍ​ຈະ​ຂົ່ມເຫັງ​ພວກເຈົ້າ​ເໝືອນກັນ. ຖ້າ​ພວກເຂົາ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ, ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ພວກເຈົ້າ​ເໝືອນກັນ.
21 But they'll do all this to you because of my name, since they don't know the one who sent me. ພວກເຂົາ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ຢ່າງ​ນີ້​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ, ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.
22 Had I not come and spoken to them, they would have no sin; now they have no excuse for their sin. ຖ້າ​ເຮົາ​ບໍ່​ໄດ້​ມາ​ກ່າວ​ແກ່​ພວກເຂົາ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມຜິດບາບ. ແຕ່​ບັດນີ້ ພວກເຂົາ​ບໍ່​ມີ​ຂໍ້​ແກ້ໂຕ​ໃຫ້​ກັບ​ຄວາມບາບ​ຂອງ​ຕົນ​ແລ້ວ.
23 Whoever hates me hates my Father as well. ຜູ້​ທີ່​ກຽດຊັງ​ເຮົາ​ກໍ​ກຽດຊັງ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ.
24 Had I not done among them the works no one else did, they would have no sin. But now they have seen and hated both me and my Father. ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ເຊິ່ງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ເຮັດ​ມາ​ກ່ອນ​ນັ້ນ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມບາບ. ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ ແລະ ໄດ້​ກຽດຊັງ​ທັງ​ເຮົາ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ.
25 But this happened to fulfill what is written in their Law: 'They hated me without cause.' ແຕ່​ເພື່ອ​ໃຫ້​ເປັນຈິງ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ພວກເຂົາ​ທີ່​ວ່າ: ‘ພວກເຂົາ​ໄດ້​ກຽດຊັງ​ເຮົາ​ໂດຍ​ບໍ່​ມີ​ເຫດຜົນ’.
26 "When the Helper comes, whom I will send you from the Father—the Spirit of truth proceeding from the Father—he will testify about me. “ເຮົາ​ຈະ​ສົ່ງ​ອົງ​ພຣະຜູ້ຊ່ວຍ​ຈາກ​ພຣະບິດາເຈົ້າ​ມາ​ຫາ​ພວກເຈົ້າ​ຄື ພຣະວິນຍານ​ແຫ່ງ​ຄວາມຈິງ ເຊິ່ງ​ເປັນ​ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.
27 "And you also must testify, because you have been with me from the beginning." ແລະ ພວກເຈົ້າ​ຈະ​ຕ້ອງ​ເປັນ​ພະຍານ​ເໝືອນກັນ, ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ມາ​ຕັ້ງ​ແຕ່​ຕົ້ນ​ແລ້ວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]