Skip to content
The Believer's Library

Biblica® Open Lao Contemporary Version

John 16 OLCV

Show OLCV only
Verse × ×
1 "I have told you all this so that you will not fall away. “ຂໍ້ຄວາມ​ທັງໝົດ​ນີ້​ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ຫລົງທາງ​ໄປ.
2 They will expel you from synagogues; but the hour is coming when whoever kills you will think he offers a service to God. ພວກເຂົາ​ຈະ​ຂັບໄລ່​ພວກເຈົ້າ​ອອກຈາກ​ທຳມະສາລາ, ໃນ​ຄວາມເປັນຈິງ​ແລ້ວ ເວລາ​ກຳລັງ​ຈະ​ມາ​ເຖິງ​ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ​ພວກເຂົາ​ກຳລັງ​ຮັບໃຊ້​ພຣະເຈົ້າ​ຢູ່.
3 They will do this because they have not known the Father or me. ພວກເຂົາ​ຈະ​ເຮັດ​ຢ່າງ​ນັ້ນ​ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະບິດາເຈົ້າ ແລະ ບໍ່​ຮູ້ຈັກ​ເຮົາ.
4 But I've told you this so that when their hour comes, you'll remember I told you. I didn't tell you this from the start, because I was with you. ເຮົາ​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ ເພື່ອວ່າ​ເມື່ອ​ເວລາ​ຂອງ​ພວກເຂົາ​ມາ​ເຖິງ ພວກເຈົ້າ​ຈະ​ໄດ້​ລະນຶກ​ວ່າ​ເຮົາ​ໄດ້​ເຕືອນ​ພວກເຈົ້າ​ໄວ້​ແລ້ວ. ເຮົາ​ບໍ່​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.
5 "But now I'm going to him who sent me, and none of you asks me, 'Where are you going?' “ແຕ່​ບັດນີ້ ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ, ແຕ່​ກໍ​ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ໃນ​ພວກເຈົ້າ​ທີ່​ຖາມ​ເຮົາ​ວ່າ, ‘ພຣະອົງ​ກຳລັງ​ຈະ​ໄປ​ໃສ?’
6 Instead, because I have said these things to you, sorrow has filled your heart. ເພາະ​ເຮົາ​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ໄວ້​ແລ້ວ ພວກເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມທຸກໂສກ.
7 I tell you the truth: my going is for your good. If I don't go, the Helper, the Holy Spirit, won't come to you. But if I go, I will send him to you. ແຕ່​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ວ່າ, ການ​ທີ່​ເຮົາ​ຈະ​ຈາກ​ພວກເຈົ້າ​ໄປ​ນັ້ນ​ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ. ຖ້າ​ເຮົາ​ບໍ່​ຈາກໄປ ອົງ​ພຣະຜູ້ຊ່ວຍ​ກໍ​ຈະ​ບໍ່​ມາ​ຫາ​ພວກເຈົ້າ, ແຕ່​ຖ້າ​ເຮົາ​ຈາກ​ໄປ​ເຮົາ​ຈະ​ໃຊ້​ພຣະອົງ​ມາ​ຫາ​ພວກເຈົ້າ.
8 And when he comes, he will convict the world concerning sin and righteousness and judgment: ເມື່ອ​ພຣະອົງ​ມາ, ພຣະອົງ​ຈະເຮັດ​ໃຫ້​ໂລກ​ສຳນຶກ​ໃນ​ຄວາມຜິດ​ໃນ​ເລື່ອງ​ບາບ, ຄວາມຊອບທຳ ແລະ ການພິພາກສາ:
9 concerning sin, because they do not believe in me; ໃນ​ເລື່ອງ​ຄວາມບາບ ກໍ​ເພາະ​ມະນຸດ​ບໍ່​ເຊື່ອ​ໃນ​ເຮົາ,
10 concerning righteousness, because I am going to my Father and you will see me no longer; ໃນ​ເລື່ອງ​ຄວາມຊອບທຳ ກໍ​ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ ບ່ອນ​ທີ່​ພວກເຈົ້າ​ບໍ່​ສາມາດ​ເຫັນ​ເຮົາ​ອີກ​ຕໍ່ໄປ,
11 concerning judgment, because the ruler of this world has been judged. ແລະ ໃນ​ເລື່ອງ​ການ​ພິພາກສາ ກໍ​ເພາະ​ບັດນີ້​ຜູ້ປົກຄອງ​ໂລກ​ນີ້​ຖືກ​ຕັດສິນລົງໂທດ​ແລ້ວ.
12 "I still have many things to say to you, but you cannot bear them now. “ເຮົາ​ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່​ຈະ​ກ່າວ​ກັບ​ພວກເຈົ້າ, ຫລາຍ​ເກີນ​ກວ່າ​ທີ່​ພວກເຈົ້າ​ຈະ​ຮັບ​ໄດ້​ໃນ​ເວລາ​ນີ້.
13 But when he, the Spirit of truth, comes, he will guide you into all truth. He won't speak on his own, but will speak whatever he hears, and will tell you what is coming. ແຕ່​ເມື່ອ​ພຣະວິນຍານ​ແຫ່ງ​ຄວາມຈິງ​ມາ ພຣະອົງ​ຈະນຳ​ພວກເຈົ້າ​ໄປ​ສູ່​ຄວາມຈິງ​ທັງໝົດ. ພຣະອົງ​ຈະ​ບໍ່​ກ່າວ​ໂດຍ​ພຣະອົງ​ເອງ​ແຕ່​ຈະ​ກ່າວ​ສະເພາະ​ສິ່ງ​ທີ່ໄດ້​ຍິນ ແລະ ຈະ​ບອກ​ພວກເຈົ້າ​ໃຫ້​ຮູ້ຈັກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.
14 He will glorify me, for he will take what is mine and tell it to you. ພຣະອົງ​ຈະ​ຖວາຍ​ກຽດ​ເຮົາ​ໂດຍ​ການ​ນຳ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ມາ​ສະແດງ​ໃຫ້​ພວກເຈົ້າ​ໄດ້​ຮູ້.
15 All my Father has is mine; that's why I said he takes from what is mine and will tell you. ທຸກສິ່ງ​ທີ່​ເປັນ​ຂອງ​ພຣະບິດາເຈົ້າ​ກໍ​ເປັນ​ຂອງ​ເຮົາ. ດ້ວຍເຫດນີ້, ເຮົາ​ຈຶ່ງ​ກ່າວ​ວ່າ​ພຣະວິນຍານ​ຮັບ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ນັ້ນ​ມາ​ສະແດງ​ໃຫ້​ພວກເຈົ້າ​ໄດ້​ຮູ້”.
16 "Soon you'll no longer see me; then soon again you'll see me." ພຣະເຢຊູເຈົ້າ​ກ່າວ​ຕໍ່​ໄປ​ອີກ​ວ່າ, “ອີກ​ບໍ່​ດົນ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ ຫລັງຈາກ​ນັ້ນ​ບໍ່​ດົນ​ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ”.
17 So some of his disciples asked each other, "What does he mean: 'In a little while you will not see me, and then in a little while you will see me,' and, 'Because I am going to the Father'?" ສາວົກ​ຂອງ​ພຣະອົງ​ບາງຄົນ​ຈຶ່ງ​ຖາມ​ກັນ​ວ່າ, “ພຣະອົງ​ໝາຍຄວາມ​ວ່າ​ຢ່າງໃດ​ທີ່​ກ່າວ​ວ່າ, ‘ອີກ​ບໍ່​ດົນ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ ຫລັງຈາກ​ນັ້ນ​ບໍ່​ດົນ​ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ’? ແລະ ຍັງ​ເວົ້າ​ວ່າ ‘ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ’?”
18 So they kept saying, "What does he mean, 'a little while'? We don't know what he's talking about." ພວກເພິ່ນ​ຍັງ​ຖາມ​ກັນ​ວ່າ, “ທີ່​ພຣະອົງ​ກ່າວ​ວ່າ ‘ອີກ​ບໍ່​ດົນ’ ນັ້ນ​ໝາຍຄວາມ​ວ່າ​ຢ່າງ​ໃດ? ພວກເຮົາ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະອົງ​ກ່າວ​ເລີຍ”.
19 Jesus knew they wanted to ask him, so he said to them, "Are you asking each other what I meant by saying, 'In a little while you will not see me, and then a little while you will see me'? ພຣະເຢຊູເຈົ້າ​ເຫັນ​ວ່າ​ພວກເພິ່ນ​ຢາກ​ຖາມ​ພຣະອົງ​ກ່ຽວກັບ​ເລື່ອງ​ນີ້, ດັ່ງນັ້ນ​ພຣະອົງ​ຈຶ່ງກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ກຳລັງ​ຖາມ​ກັນ​ໃນ​ເລື່ອງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ວ່າ​ເຮົາ​ໝາຍຄວາມ​ວ່າ​ຢ່າງໃດ​ທີ່​ກ່າວ​ວ່າ, ‘ອີກ​ບໍ່​ດົນ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ ຫລັງຈາກ​ນັ້ນ​ອີກ​ບໍ​ດົນ​ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ’ ແມ່ນ​ບໍ?
20 "Truly, truly, I tell you: you will weep and mourn, but the world rejoices. You'll grieve, but your grief will become joy. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ຮ້ອງໄຫ້​ຄ່ຳຄວນ​ໃນຂະນະ​ທີ່​ໂລກ​ຊື່ນຊົມຍິນດີ. ພວກເຈົ້າ​ຈະ​ມີ​ຄວາມທຸກໂສກ​ແຕ່​ຄວາມທຸກໂສກ​ຂອງ​ພວກເຈົ້າ​ນັ້ນ​ຈະ​ກາຍເປັນ​ຄວາມຊື່ນຊົມຍິນດີ.
21 A woman in labor has pain because her hour has come; but once she gives birth, she forgets the anguish, because she is joyful that a person has been born into the world. ຍິງ​ທີ່​ຈະ​ເກີດລູກ​ກໍ​ຍ່ອມ​ເຈັບປວດ​ເພາະ​ເຖິງ​ກຳນົດ​ແລ້ວ, ແຕ່​ເມື່ອ​ລູກ​ເກີດ​ອອກ​ມາ​ແລ້ວ​ນາງ​ກໍ​ລືມ​ຄວາມເຈັບປວດ​ທໍລະມານ​ເພາະ​ນາງ​ຊື່ນຊົມຍິນດີ​ທີ່​ເດັກນ້ອຍ​ຄົນ​ໜຶ່ງ​ໄດ້​ເກີດ​ມາ​ໃນ​ໂລກ.
22 So you also have sorrow now, but I will see you again, and your heart will rejoice, and no one will take your joy from you. ພວກເຈົ້າ​ກໍ​ເໝືອນກັນ ບັດນີ້​ເປັນ​ເວລາ​ແຫ່ງ​ຄວາມທຸກໂສກ​ຂອງ​ພວກເຈົ້າ, ແຕ່​ເຮົາ​ຈະ​ເຫັນ​ພວກເຈົ້າ​ອີກ ແລະ ພວກເຈົ້າ​ຈະ​ຊື່ນຊົມຍິນດີ, ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໄປ​ໄດ້.
23 In that day you will ask me nothing. Truly, truly, I tell you: whatever you ask my Father in my name, he will give you. ໃນ​ວັນ​ນັ້ນ​ພວກເຈົ້າ​ຈະ​ບໍ່​ຖາມ​ເຮົາ​ເຖິງ​ສິ່ງໃດ​ອີກ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ທີ່​ພວກເຈົ້າ​ຂໍ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.
24 Until now you've asked nothing in my name. Ask, and you will receive, so your joy may be complete. ຈົນ​ເຖິງ​ບັດນີ້​ພວກເຈົ້າ​ຍັງ​ບໍ່​ໄດ້​ຂໍ​ສິ່ງໃດ​ໃນ​ນາມ​ຂອງ​ເຮົາ​ເລີຍ. ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ເຕັມບໍລິບູນ.
25 I've told you these things in figures. The hour is coming when I'll no longer speak in figures, but tell you plainly about my Father. “ເຖິງແມ່ນວ່າ​ເຮົາ​ໄດ້​ກ່າວ​ເປັນ​ຄຳປຽບທຽບ​ຕະຫລອດ​ມາ, ແຕ່​ອີກ​ບໍ່​ດົນ​ເຮົາ​ຈະ​ບໍ່​ໃຊ້​ພາສາ​ແບບ​ນີ້​ອີກ​ຕໍ່ໄປ ແຕ່​ເຮົາ​ຈະ​ບອກ​ພວກເຈົ້າ​ຢ່າງ​ຈະແຈ້ງ​ກ່ຽວກັບ​ເລື່ອງ​ພຣະບິດາເຈົ້າ​ຂອງ​ເຮົາ.
26 That day you'll ask in my name, and I'm not telling you I'll ask my Father on your behalf; ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ຂໍ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ. ເຮົາ​ບໍ່​ໄດ້​ເວົ້າ​ວ່າ​ເຮົາ​ຈະ​ຂໍ​ພຣະບິດາເຈົ້າ​ແທນ​ພວກເຈົ້າ.
27 for the Father himself loves you, because you've loved me and believed I came from our Father. ດ້ວຍວ່າ ພຣະບິດາເຈົ້າ​ເອງ​ກໍ​ຮັກ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮັກ​ເຮົາ ແລະ ໄດ້​ເຊື່ອ​ວ່າ​ເຮົາ​ມາ​ຈາກ​ພຣະເຈົ້າ.
28 I came from my Father and entered the world; again, I leave the world, going to my Father." ເຮົາ​ມາ​ຈາກ​ພຣະບິດາເຈົ້າ ແລະ ເຂົ້າ​ມາ​ໃນ​ໂລກ, ບັດນີ້ ເຮົາ​ກຳລັງ​ຈະ​ໄປ​ຈາກ​ໂລກ ແລະ ກັບ​ໄປ​ຫາ​ພຣະບິດາເຈົ້າ”.
29 His disciples said, "Now you are speaking plainly and not using any figure of speech! ແລ້ວ​ພວກສາວົກ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ພຣະອົງ​ກ່າວ​ຢ່າງ​ຈະແຈ້ງ​ໂດຍ​ບໍ່​ມີ​ຄຳປຽບທຽບ.
30 Now we know you know everything and need no one to ask you questions; so we believe you came from our Father." ດຽວນີ້​ພວກຂ້ານ້ອຍ​ຮູ້​ແລ້ວ​ວ່າ​ພຣະອົງ​ຮູ້ຈັກ​ທຸກສິ່ງ ແລະ ພຣະອົງ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ຜູ້ໃດ​ມາ​ຖາມ​ພຣະອົງ. ສິ່ງ​ນີ້​ເຮັດ​ໃຫ້​ພວກຂ້ານ້ອຍ​ທັງຫລາຍ​ເຊື່ອ​ວ່າ​ພຣະອົງມາ​ຈາກ​ພຣະເຈົ້າ”.
31 Jesus replied, "Do you now believe? ພຣະເຢຊູເຈົ້າ​ຕອບ​ວ່າ, “ບັດນີ້​ພວກເຈົ້າ​ເຊື່ອ​ແລ້ວ​ບໍ?
32 "See, the hour is coming—has come—when you'll be scattered, each to his own home, leaving me alone. Yet I'm not alone; my Father is with me. ແຕ່​ເວລາ​ນັ້ນ​ກຳລັງ​ຈະ​ມາ ແລະ ກໍ​ໄດ້​ມາ​ເຖິງ​ແລ້ວ ເມື່ອ​ພວກເຈົ້າ​ແຕ່ລະຄົນ​ຈະ​ຕ້ອງ​ກະແຈກກະຈາຍກັນ​ໄປ​ຍັງ​ເຮືອນ​ຂອງ​ຕົນ. ພວກເຈົ້າ​ຈະ​ປະຖິ້ມ​ເຮົາ​ໄວ້​ແຕ່​ຜູ້ດຽວ. ແຕ່​ເຮົາ​ກໍ​ບໍ່​ໄດ້​ຢູ່​ຜູ້ດຽວ ເພາະ​ພຣະບິດາເຈົ້າ​ຂອງ​ເຮົາ​ຢູ່​ກັບ​ເຮົາ.
33 I've told you this so you may have peace in me. In the world you'll face trouble, but take heart—I've overcome the world." “ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]