Skip to content
The Believer's Library

Biblica® Open Lao Contemporary Version

John 17 OLCV

Show OLCV only
Verse × ×
1 After saying this, Jesus looked up to heaven and said: "Father, the hour has come. Glorify your Son, so the Son may glorify you, ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ແລ້ວ ພຣະອົງ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ອະທິຖານ​ວ່າ: “ພຣະບິດາເຈົ້າ​ເອີຍ, ເຖິງ​ເວລາ​ແລ້ວ. ຂໍໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າລາສີ ເພື່ອ​ວ່າ​ພຣະບຸດ​ຂອງ​ພຣະອົງ​ຈະ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ.
2 since you gave him authority over all people, to give eternal life to all you gave him. ເພາະ​ພຣະອົງ​ໃຫ້​ພຣະບຸດ​ມີ​ສິດອຳນາດ​ເໜືອ​ຄົນ​ທັງປວງ ເພື່ອ​ພຣະບຸດ​ຈະ​ໄດ້​ໃຫ້​ຊີວິດ​ນິລັນດອນ​ແກ່​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້ມອບ​ໃຫ້​ແກ່​ພຣະບຸດ​ນັ້ນ.
3 This is eternal life: that they know you, the only true Father, and Jesus Christ whom you sent. ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.
4 I glorified you on the earth, having finished the work you gave me to do. ຂ້ານ້ອຍ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ​ໃນ​ໂລກ ໂດຍ​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບໝາຍ​ໃຫ້​ແກ່​ຂ້ານ້ອຍ​ເຮັດ​ນັ້ນ​ສຳເລັດ​ແລ້ວ.
5 Father, glorify me now with yourself, with the glory I had with you before the world existed. ແລະ ບັດນີ້ ພຣະບິດາເຈົ້າ​ເອີຍ, ຂໍໃຫ້​ຂ້ານ້ອຍ​ໄດ້​ຮັບ​ສະຫງ່າລາສີ​ຢູ່​ຕໍ່ໜ້າ​ພຣະອົງ ຄື​ສະຫງ່າລາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ຮ່ວມ​ກັບ​ພຣະອົງ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ​ນັ້ນ.
6 I revealed your name to those you gave me from the world. They were yours; you gave them to me, and they have kept your word. “ຂ້ານ້ອຍ​ໄດ້​ເປີດເຜີຍ​ພຣະອົງ​ແກ່​ບັນດາ​ຄົນ​ທັງຫລາຍ​ຈາກ​ໂລກ​ນີ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຂ້ານ້ອຍ. ພວກເຂົາ​ເປັນ​ຂອງ​ພຣະອົງ, ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ ແລະ ພວກເຂົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.
7 Now they know that everything you have given me is from you, ບັດນີ້ ພວກເຂົາ​ຮູ້ຈັກ​ວ່າ​ທຸກສິ່ງ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ​ມາ​ຈາກ​ພຣະອົງ.
8 for I gave them the words you gave me; they received them, truly knew I came from you, and believed you sent me. ເພາະ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ໃຫ້​ນັ້ນ ຂ້ານ້ອຍ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ຮັບ​ໄວ້​ແລ້ວ. ພວກເຂົາ​ທັງຫລາຍ​ຮູ້​ຢ່າງ​ແນ່ນອນ​ວ່າ​ຂ້ານ້ອຍ​ໄດ້​ມາ​ຈາກ​ພຣະອົງ ແລະ ພວກເຂົາ​ເຊື່ອ​ວ່າ​ພຣະອົງ​ໄດ້​ໃຊ້​ຂ້ານ້ອຍ​ມາ.
9 I pray for them, not for the world, but for those you gave me, since they are yours. ຂ້ານ້ອຍ​ອະທິຖານ​ເພື່ອ​ພວກເຂົາ. ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພວກເຂົາ​ເປັນ​ຂອງ​ພຣະອົງ.
10 Everything mine is yours, and yours is mine, and I am glorified in them. ທຸກສິ່ງ​ທີ່​ຂ້ານ້ອຍ​ມີ​ກໍ​ເປັນ​ຂອງ​ພຣະອົງ ແລະ ທຸກສິ່ງ​ທີ່​ພຣະອົງ​ມີ​ກໍ​ເປັນ​ຂອງ​ຂ້ານ້ອຍ, ແລະ ຂ້ານ້ອຍ​ໄດ້​ຮັບ​ສະຫງ່າລາສີ​ຜ່ານ​ທາງ​ພວກເຂົາ.
11 I'm no longer in the world, but they are in the world, and I'm coming to you. Holy Father, keep them in your name, the name you gave me, so they may be one as we are. ຂ້ານ້ອຍ​ຈະ​ບໍ່​ຢູ່​ໃນ​ໂລກ​ອີກ​ຕໍ່ໄປ​ແຕ່​ພວກເຂົາ​ຍັງ​ຈະ​ຢູ່​ໃນ​ໂລກ ແລະ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຫາ​ພຣະອົງ. ພຣະບິດາເຈົ້າ​ຜູ້​ບໍລິສຸດ​ເອີຍ, ຂໍ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ​ໄວ້​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ, ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພື່ອ​ວ່າ​ພວກເຂົາ​ຈະ​ເປັນ​ອັນໜຶ່ງອັນດຽວກັນ​ເໝືອນດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງອັນດຽວກັນ.
12 While with them, I kept them in your name you gave me. I guarded them—none was lost except the son of destruction, so Scripture would be fulfilled. ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ, ຂ້ານ້ອຍ​ກໍ​ໄດ້​ປົກປ້ອງ ແລະ ຮັກສາ​ພວກເຂົາ​ໄວ້​ໃຫ້​ປອດໄພ​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ. ບໍ່​ມີ​ຈັກ​ຄົນ​ທີ່​ສູນເສຍ​ໄປ ຍົກເວັ້ນ​ແຕ່​ຜູ້​ດຽວ​ທີ່​ຈະ​ຕ້ອງ​ຈິບຫາຍ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.
13 Now I come to you, and I say these things in the world so they may have my joy completed in themselves. “ບັດນີ້ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຫາ​ພຣະອົງ ແຕ່​ຂ້ານ້ອຍ​ກ່າວ​ສິ່ງ​ເຫລົ່ານີ້​ຂະນະ​ທີ່​ຂ້ານ້ອຍ​ຍັງ​ຢູ່​ໃນ​ໂລກ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມຊື່ນຊົມຍິນດີ​ຂອງ​ຂ້ານ້ອຍ​ຢ່າງ​ເຕັມລົ້ນ​ຢູ່​ພາຍໃນ​ພວກເຂົາ.
14 I've given them your word; the world hated them, since they're not of the world, just as I'm not of the world. ຂ້ານ້ອຍ​ໄດ້​ມອບ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ແລ້ວ ແລະ ໂລກ​ໄດ້​ກຽດຊັງ​ພວກເຂົາ​ເພາະ​ພວກເຂົາ​ບໍ່​ໄດ້​ເປັນ​ຂອງ​ໂລກ​ອີກ​ຕໍ່ໄປ​ເໝືອນ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.
15 I don't ask you to remove them from the world, but to guard them from the evil one. ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ຂໍ​ໃຫ້​ພຣະອົງ​ເອົາ​ພວກເຂົາ​ອອກ​ໄປ​ຈາກ​ໂລກ ແຕ່​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ.
16 They are not of the world, just as I am not of the world. ພວກເຂົາ​ບໍ່​ເປັນ​ຂອງ​ໂລກ​ເໝືອນດັ່ງ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.
17 Make them holy by truth; your word is truth. ຂໍ​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ​ດ້ວຍ​ຄວາມຈິງ, ພຣະທຳ​ຂອງ​ພຣະອົງ​ເປັນ​ຄວາມຈິງ.
18 As you sent me into the world, so I have sent them into the world. ພຣະອົງ​ໃຊ້​ຂ້ານ້ອຍ​ເຂົ້າ​ມາ​ໃນ​ໂລກ​ສັນໃດ ຂ້ານ້ອຍ​ກໍ​ໄດ້​ໃຊ້​ພວກເຂົາ​ໄປ​ໃນ​ໂລກ​ສັນນັ້ນ.
19 For them I make myself holy, so they too may be made holy in truth. ເພາະ​ເຫັນ​ແກ່​ພວກເຂົາ ຂ້ານ້ອຍ​ຈຶ່ງ​ຊຳລະ​ຕົນ​ໃຫ້​ບໍລິສຸດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຢ່າງ​ແທ້ຈິງ​ເໝືອນກັນ.
20 I pray not only for these, but also for those who will believe in me through their word. “ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ພວກເຂົາ​ເທົ່ານັ້ນ. ແຕ່​ຂ້ານ້ອຍ​ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຈະ​ເຊື່ອ​ໃນ​ຂ້ານ້ອຍ​ຜ່ານ​ທາງ​ຖ້ອຍຄຳ​ຂອງ​ພວກເຂົາ​ເໝືອນກັນ,
21 Father, let them all be one, as you're in me and I in you, so they're in us too, and the world believes you sent me. ເພື່ອ​ພວກເຂົາ​ທັງໝົດ​ຈະ​ເປັນ​ອັນໜຶ່ງອັນດຽວກັນ, ພຣະບິດາເຈົ້າ​ເອີຍ, ພຣະອົງ​ຢູ່​ໃນ​ຂ້ານ້ອຍ ແລະ ຂ້ານ້ອຍ​ຢູ່​ໃນ​ພຣະອົງ​ຢ່າງໃດ ກໍ​ຂໍ​ໃຫ້​ພວກເຂົາ​ຢູ່​ໃນ​ພຣະອົງ ແລະ ຢູ່​ໃນ​ຂ້ານ້ອຍ​ຢ່າງນັ້ນ​ເໝືອນກັນ ເພື່ອ​ໂລກ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະອົງ​ທີ່​ໃຊ້​ຂ້ານ້ອຍ​ມາ.
22 The glory you have given me, I have given them, so they may be one as we are one. ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງອັນດຽວກັນ​ຄື,
23 I in them and you in me, so they may be made completely one, so the world may know you sent me and loved them as you loved me. ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ. ຂໍ​ໃຫ້​ພວກເຂົາ​ໄດ້​ເປັນ​ອັນໜຶ່ງອັນດຽວກັນ​ຢ່າງ​ສົມບູນ ເພື່ອ​ໃຫ້​ໂລກ​ຮູ້​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ ແລະ ພຣະອົງ​ໄດ້​ຮັກ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.
24 Father, I want those you gave me to be with me where I am, to see my glory, which you gave me because you loved me before the world was made. “ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ປາຖະໜາ​ໃຫ້​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ໄດ້​ຢູ່​ກັບ​ຂ້ານ້ອຍ​ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່ ແລະ ໃຫ້​ພວກເຂົາ​ເຫັນ​ສະຫງ່າລາສີ​ຂອງ​ຂ້ານ້ອຍ, ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ທີ່​ພຣະອົງ​ສ້າງ​ໂລກ.
25 Righteous Father—the world doesn't know you, but I know you, and these know you sent me. “ພຣະບິດາເຈົ້າ​ຜູ້ຊອບທຳ, ເຖິງ​ໂລກ​ນີ້​ບໍ່​ຮູ້ຈັກ​ພຣະອົງ ແຕ່​ຂ້ານ້ອຍ​ຮູ້ຈັກ​ພຣະອົງ, ແລະ ພວກເຂົາ​ກໍ​ຮູ້ຈັກ​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ.
26 I have made your name known to them, and will keep making it known, so the love you loved me with may be in them, and I in them." ຂ້ານ້ອຍ​ໄດ້​ເຮັດ​ໃຫ້​ພວກເຂົາ​ຮູ້ຈັກ​ນາມ​ຂອງ​ພຣະອົງ ແລະ ຈະ​ເຮັດ​ໃຫ້​ພວກເຂົາ​ຮູ້ຈັກ​ອີກ ເພື່ອ​ຄວາມຮັກ​ທີ່​ພຣະອົງ​ມີ​ຕໍ່​ຂ້ານ້ອຍ​ນັ້ນ​ຈະ​ຢູ່​ໃນ​ພວກເຂົາ ແລະ ເພື່ອ​ຂ້ານ້ອຍ​ເອງ​ຈະ​ຢູ່​ໃນ​ພວກເຂົາ​ເໝືອນກັນ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]