Skip to content
The Believer's Library

Biblica® Open Lao Contemporary Version

John 18 OLCV

Show OLCV only
Verse × ×
1 After saying these things, Jesus went out with his disciples across the Kidron Valley, where a garden stood; he and his disciples entered it. ເມື່ອ​ພຣະອົງ​ອະທິຖານ​ຈົບ​ແລ້ວ, ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ ແລະ ຂ້າມ​ຮ່ອມພູ​ກິດໂຣນ​ໄປ. ອີກ​ຟາກ​ໜຶ່ງ​ຢູ່​ບ່ອນ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ, ພຣະອົງ​ໄດ້​ເຂົ້າໄປ​ໃນ​ສວນ​ນັ້ນ​ພ້ອມ​ກັບ​ພວກສາວົກ​ຂອງ​ພຣະອົງ.
2 Judas the betrayer knew the place too, since Jesus often gathered there with his disciples. ຝ່າຍ​ຢູດາ​ຜູ້​ທີ່​ທໍລະຍົດ​ພຣະອົງ​ກໍ​ຮູ້ຈັກ​ບ່ອນ​ນັ້ນ ເພາະ​ພຣະເຢຊູເຈົ້າ​ໄດ້​ພົບ​ກັບ​ພວກສາວົກ​ຂອງ​ພຣະອົງ​ໃນ​ບ່ອນ​ນັ້ນ​ຢູ່​ເລື້ອຍໆ.
3 So Judas came there with a detachment of soldiers and officers from the chief priests and Pharisees, carrying lanterns, torches, and weapons. ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກທະຫານ ແລະ ພວກ​ເຈົ້າໜ້າທີ່​ຈຳນວນ​ໜຶ່ງ​ທີ່​ມາ​ຈາກ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ ມາ​ທີ່​ສວນ​ນັ້ນ. ພວກເຂົາ​ຖື​ກະບອງ, ໂຄມໄຟ ແລະ ອາວຸດ​ມາ​ພ້ອມ.
4 So Jesus, knowing all that was coming on him, went out and said to them, "Who are you looking for?" ພຣະເຢຊູເຈົ້າ​ຮູ້ຈັກ​ທຸກສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ພຣະອົງ, ພຣະອົງ​ຈຶ່ງ​ອອກ​ໄປ ແລະ ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຕ້ອງການ​ຜູ້ໃດ?”
5 They answered him, "Jesus of Nazareth." Jesus said, "I AM." Judas, his betrayer, stood with them. ພວກເຂົາ​ຕອບ​ວ່າ, “ເຢຊູ​ຊາວ​ນາຊາເຣັດ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ນັ້ນ” (ແລະ​ຢູດາ​ຜູ້​ທີ່​ທໍລະຍົດ​ກໍ​ຢືນ​ຢູ່​ກັບ​ພວກເຂົາ​ຢູ່​ທີ່​ນັ້ນ.)
6 When Jesus said to them, "I AM," they drew back and fell to the ground. ເມື່ອ​ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ນັ້ນ” ພວກເຂົາ​ກໍ​ຖອຍຫລັງ ແລະ ລົ້ມລົງ​ກັບ​ພື້ນດິນ.
7 So he asked them again, "Who are you looking for?" And they said, "Jesus of Nazareth." ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ອີກ​ວ່າ, “ພວກເຈົ້າ​ຕ້ອງການ​ຜູ້ໃດ?” ແລະ ພວກເຂົາ​ເວົ້າ​ວ່າ, “ເຢຊູ​ຊາວ​ນາຊາເຣັດ”.
8 Jesus answered, "I told you I AM. So if you're looking for me, let these men go." ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ວ່າ​ເຮົາ​ຄື​ຜູ້​ນັ້ນ. ຖ້າ​ພວກເຈົ້າ​ກຳລັງ​ຊອກຫາ​ເຮົາ ຈົ່ງ​ປ່ອຍ​ຄົນ​ເຫລົ່ານີ້​ໄປ​ສາ”.
9 This fulfilled Jesus's own word: "I have not lost a single one of those you gave me." ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ວ່າ, “ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ຂ້ານ້ອຍ​ບໍ່​ໄດ້​ສູນເສຍ​ໄປ​ແມ່ນ​ແຕ່​ຄົນ​ດຽວ”.
10 So Simon Peter drew his sword, struck the high priest's servant, and cut off his right ear—the servant named Malchus. ແລ້ວ​ຊີໂມນ​ເປໂຕ ຜູ້​ທີ່​ມີ​ດາບ ກໍ​ຖອດ​ດາບ​ຂອງ​ຕົນ​ອອກມາ​ຟັນ​ຫູ​ຄົນຮັບໃຊ້​ຂອງ​ມະຫາ​ປະໂລຫິດ​ຂາດ​ເບື້ອງຂວາ. (ຄົນຮັບໃຊ້​ຄົນ​ນັ້ນ​ຊື່​ມາລະໂຂ.)
11 So Jesus told Peter, "Sheath your sword. Shouldn't I drink the cup my Father has given me?" ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ເຈົ້າ​ເກັບ​ໃສ່​ຝັກ​ໄວ້​ສາ! ເຮົາ​ຈະ​ບໍ່​ດື່ມ​ຈອກ​ທີ່​ພຣະບິດາເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ບໍ?”
12 Then the troops, their commander, and the Jewish officers seized Jesus and tied him up. ແລ້ວ​ກອງທະຫານ​ພ້ອມ​ດ້ວຍ​ນາຍພັນ ແລະ ເຈົ້າໜ້າທີ່​ຂອງ​ພວກ​ຢິວ​ຈຶ່ງ​ຈັບ​ພຣະເຢຊູເຈົ້າ​ມັດ​ໄວ້
13 They took him to Annas first, for he was father-in-law to Caiaphas, high priest that year. ແລະ ພາ​ພຣະອົງ​ໄປ​ຫາ​ອັນນາ​ກ່ອນ, ອັນນາ​ເປັນ​ພໍ່​ເມຍ​ຂອງ​ກາຢະຟາ​ຜູ້​ທີ່​ເປັນ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ.
14 Caiaphas was the one who advised the Jews: better one man die for the people. ກາຢະຟາ​ຄື​ຜູ້​ທີ່​ເຄີຍ​ແນະນຳ​ພວກ​ຢິວ​ວ່າ, ໃຫ້​ຊາຍ​ຄົນ​ດຽວ​ຕາຍ​ເພື່ອ​ປະຊາຊົນ​ທັງໝົດ​ກໍ​ດີ​ກວ່າ.
15 Simon Peter and another disciple followed Jesus. That disciple was known to the high priest, so he entered with Jesus into the high priest's courtyard, ຊີໂມນ​ເປໂຕ ແລະ ສາວົກ​ອີກ​ຄົນ​ໜຶ່ງ​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ, ສາວົກ​ຜູ້ນີ້​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ​ຈົນ​ເຖິງ​ເດີ່ນ​ເຮືອນ​ຂອງ​ມະຫາ​ປະໂລຫິດ ເພາະ​ລາວ​ຮູ້ຈັກ​ກັບ​ມະຫາ​ປະໂລຫິດ,
16 but Peter stood outside at the door. So the other disciple, known to the high priest, went out, spoke to the servant girl who kept the door, and brought Peter in. ແຕ່​ເປໂຕ​ຕ້ອງ​ລໍຖ້າ​ຢູ່​ທາງນອກ​ປະຕູ. ສາວົກ​ຄົນ​ອື່ນ​ຜູ້​ທີ່​ຮູ້ຈັກ​ກັບ​ມະຫາ​ປະໂລຫິດ​ໄດ້​ກັບ​ອອກມາ​ເວົ້າ​ກັບ​ຍິງ​ທີ່​ເຮັດ​ໜ້າທີ່​ຢູ່​ທີ່​ນັ້ນ ແລະ ພາ​ເປໂຕ​ເຂົ້າໄປ​ທາງ​ໃນ.
17 The servant girl guarding the door said to Peter, "You also are not one of this man's disciples, are you?" He said, "I'm not." ຍິງ​ຄົນ​ນັ້ນ​ຖາມ​ເປໂຕ​ວ່າ, “ເຈົ້າ​ແມ່ນ​ສາວົກ​ຂອງ​ຊາຍ​ຄົນ​ນັ້ນ​ເໝືອນກັນ​ບໍ?” ເປໂຕ​ຕອບ​ວ່າ, “ບໍ່​ແມ່ນ”.
18 The servants and officers, feeling the cold, had lit a charcoal fire and stood warming themselves; Peter stood with them, warming himself. ຂະນະ​ນັ້ນ​ອາກາດ​ໜາວເຢັນ, ພວກ​ຄົນຮັບໃຊ້ ແລະ ພວກ​ເຈົ້າໜ້າທີ່​ຢືນ​ຢູ່​ອ້ອມ​ກອງໄຟ​ທີ່​ພວກເຂົາ​ດັງ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ອຸ່ນ. ເປໂຕ​ກໍ​ຢືນ​ຝີງໄຟ​ກັບ​ພວກເຂົາ​ເໝືອນກັນ.
19 The high priest then questioned Jesus about his disciples and his teaching. ໃນຂະນະ​ດຽວ​ກັນ​ນັ້ນ ມະຫາ​ປະໂລຫິດ​ໄດ້​ຖາມ​ພຣະເຢຊູເຈົ້າ​ກ່ຽວກັບ​ພວກສາວົກ ແລະ ຄຳສອນ​ຂອງ​ພຣະອົງ.
20 Jesus answered him, "I spoke openly to the world; I always taught in synagogues and in the temple, where all the Jews gather. I said nothing in secret. ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ກ່າວ​ກັບ​ໂລກ​ຢ່າງ​ເປີດເຜີຍ. ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ຫລື ໃນ​ວິຫານ​ຢູ່​ສະເໝີ, ສະຖານ​ທີ່​ເຫລົ່ານີ້​ເປັນ​ບ່ອນ​ທີ່​ຊາວຢິວ​ທັງໝົດ​ມາ​ເຕົ້າໂຮມ​ກັນ. ເຮົາ​ບໍ່​ໄດ້​ເວົ້າ​ສິ່ງ​ໃດ​ທີ່​ເປັນ​ຄວາມລັບ.
21 Why ask me? Ask those who heard what I said to them; they know what I said." ຖາມ​ເຮົາ​ເຮັດຫຍັງ? ຈົ່ງ​ຖາມ​ຄົນ​ທັງຫລາຍ​ທີ່​ໄດ້​ຟັງ​ເຮົາ​ກ່າວ. ພວກເຂົາ​ຮູ້ຈັກ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ແນ່ນອນ”.
22 At this, one of the guards nearby slapped Jesus, saying, "Is that how you answer the high priest?" ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຢ່າງ​ນັ້ນ​ແລ້ວ, ເຈົ້າໜ້າທີ່​ຄົນ​ໜຶ່ງ​ທີ່​ຢືນ​ຢູ່​ໃກ້​ນັ້ນ​ກໍ​ຕົບ​ໜ້າ​ພຣະອົງ ແລະ ຖາມ​ວ່າ, “ເຈົ້າ​ຕອບ​ມະຫາ​ປະໂລຫິດ​ຢ່າງ​ນີ້​ບໍ?”
23 Jesus answered him, "If I spoke wrongly, testify about the wrong; but if rightly, why do you strike me?" ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ໄດ້​ເວົ້າ​ສິ່ງ​ໃດ​ຜິດ​ກໍ​ຈົ່ງ​ເປັນ​ພະຍານ​ເບິ່ງ​ວ່າ​ຜິດ​ບ່ອນໃດ. ແຕ່​ຖ້າ​ເຮົາ​ໄດ້​ເວົ້າ​ຄວາມຈິງ​ເປັນຫຍັງ​ເຈົ້າ​ຈຶ່ງ​ຕົບ​ໜ້າ​ເຮົາ?”
24 Then Annas sent him, still bound, to Caiaphas the high priest. ແລ້ວ​ອັນນາ​ຈຶ່ງ​ສົ່ງ​ພຣະເຢຊູເຈົ້າ​ທີ່​ຍັງ​ຖືກ​ມັດ​ຢູ່​ນັ້ນ ໄປ​ພົບ​ມະຫາ​ປະໂລຫິດ​ກາຢະຟາ.
25 Simon Peter, meanwhile, stood warming himself. They said, "Aren't you also one of his disciples?" He denied it: "I'm not." ໃນຂະນະ​ນັ້ນ, ຊີໂມນ​ເປໂຕ​ຍັງ​ຢືນ​ຢູ່​ທີ່​ນັ້ນ​ເພື່ອ​ໃຫ້​ຕົນ​ເອງ​ອົບອຸ່ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ເຈົ້າ​ເປັນ​ສາວົກ​ຄົນ​ໜຶ່ງ​ຂອງ​ລາວ​ບໍ່​ແມ່ນ​ບໍ?” ເປໂຕ​ປະຕິເສດ​ວ່າ, “ຂ້ອຍ​ບໍ່​ໄດ້​ເປັນ”.
26 One of the high priest's servants, a relative of the man whose ear Peter cut off, asked, "Didn't I see you with him in the garden?" ຄົນຮັບໃຊ້​ຄົນ​ໜຶ່ງ​ຂອງ​ມະຫາ​ປະໂລຫິດ​ທີ່​ເປັນ​ພີ່ນ້ອງ​ກັບ​ຄົນ​ທີ່​ຖືກ​ເປໂຕ​ຟັນ​ຫູ​ຂາດ​ນັ້ນ​ກໍ​ຢືນຢັນ​ວ່າ, “ຂ້ອຍ​ເຫັນ​ເຈົ້າ​ຢູ່​ກັບ​ລາວ​ໃນ​ສວນ​ໝາກກອກ​ບໍ່​ແມ່ນ​ບໍ?”
27 Peter again denied it, and at once a rooster crowed. ເປໂຕ​ປະຕິເສດ​ອີກ ແລະ ໃນທັນໃດ​ນັ້ນ​ໄກ່​ກໍ​ເລີ່ມ​ຂັນ.
28 Then they led Jesus from Caiaphas to the governor's headquarters. It was early morning. They themselves didn't enter, so they wouldn't be made unclean but could eat the Passover. ຫລັງຈາກນັ້ນ ພວກ​ຢິວ​ໄດ້​ນໍາ​ພຣະເຢຊູເຈົ້າ​ອອກຈາກ​ເຮືອນ​ຂອງ​ກາຢະຟາ​ໄປ​ຍັງ​ວັງ​ຂອງ​ຜູ້ປົກຄອງ​ຊາວໂຣມ. ຕອນ​ນີ້​ຍັງ​ເປັນ​ເວລາ​ເຊົ້າ​ມືດ​ຢູ່, ພວກ​ຢິວ​ຈຶ່ງ​ບໍ່​ເຂົ້າໄປ​ໃນ​ວັງ​ເພື່ອ​ຫລີກເວັ້ນ​ການ​ເປັນມົນທິນ​ຕາມ​ທຳນຽມ, ເພາະວ່າ​ພວກເຂົາ​ຕ້ອງການ​ໃຫ້​ຕົນ​ເອງ​ສາມາດ​ກິນ​ອາຫານ​ປັດສະຄາ​ໄດ້.
29 So Pilate went out to them and said, "What accusation do you bring against this man?" ດັ່ງນັ້ນ ປີລາດ​ຈຶ່ງ​ອອກ​ມາ​ພົບ​ພວກເຂົາ ແລະ ຖາມ​ວ່າ, “ພວກທ່ານ​ໄດ້​ຟ້ອງ​ຊາຍ​ຄົນ​ນີ້​ໃນ​ເລື່ອງໃດ?”
30 They answered him, "If this man weren't doing wrong, we wouldn't have handed him over to you." ພວກເຂົາ​ຕອບ​ວ່າ, “ຖ້າ​ລາວ​ບໍ່​ແມ່ນ​ຜູ້ຮ້າຍ​ພວກເຮົາ​ກໍ​ຄົງ​ບໍ່​ພາ​ລາວ​ມາ​ມອບ​ໃຫ້​ແກ່​ທ່ານ​ດອກ”.
31 Pilate said, "Take him yourselves and judge him by your own law." The Jews said, "We're not permitted to execute anyone." ປີລາດ​ກ່າວ​ວ່າ, “ໃຫ້​ພວກທ່ານ​ນຳ​ໂຕ​ລາວ​ໄປ​ຕັດສິນ​ຕາມ​ກົດໝາຍ​ຂອງ​ທ່ານ​ເອງ​ເທາະ”. ພວກ​ຢິວ​ຄັດຄ້ານ​ວ່າ, “ແຕ່​ພວກເຮົາ​ບໍ່​ມີ​ສິດ​ຂ້າ​ຜູ້ໃດ”.
32 This fulfilled the word Jesus had spoken, showing what kind of death he was about to die. ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ຈະ​ເປັນ​ຈິງ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ​ພຣະອົງ​ຈະ​ຕາຍ​ຢ່າງໃດ.
33 So Pilate went back into the headquarters, summoned Jesus, and asked, "Are you the King of the Jews?" ປີລາດ​ຈຶ່ງ​ກັບ​ເຂົ້າ​ໄປ​ໃນ​ວັງ ແລ້ວ​ເອີ້ນ​ພຣະເຢຊູເຈົ້າ​ມາ ແລະ ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?”
34 Jesus answered, "Are you saying this on your own, or did others tell you about me?" ພຣະເຢຊູເຈົ້າ​ຖາມ​ວ່າ, “ຄຳຖາມ​ນີ້​ເປັນ​ຄວາມຄິດ​ຂອງ​ທ່ານ​ເອງ ຫລື ມີ​ຄົນ​ອື່ນ​ບອກ​ທ່ານ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ?”
35 Pilate replied, "Am I a Jew? Your own nation and chief priests handed you over to me. What have you done?" ປີລາດ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ຢິວ​ບໍ? ຄົນ​ຮ່ວມ​ຊາດ​ຂອງ​ເຈົ້າ ແລະ ພວກຫົວໜ້າ​ປະໂລຫິດ​ຂອງ​ເຈົ້າ​ໄດ້​ນຳ​ໂຕ​ເຈົ້າ​ມາ​ມອບ​ໃຫ້​ຂ້ອຍ. ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ​ແດ່?”
36 Jesus answered, "My kingdom isn't from this world. If it were, my servants would fight against my being handed to the Jews. But my kingdom isn't from here." ພຣະເຢຊູເຈົ້າ​ຕອບ​ວ່າ, “ອານາຈັກ​ຂອງ​ເຮົາ​ບໍ່​ໄດ້​ເປັນ​ຂອງ​ໂລກ​ນີ້. ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກ​ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ຄົງ​ຈະ​ຕໍ່ສູ້​ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກ​ຢິວ​ຈັບ​ໂຕ​ເຮົາ. ແຕ່​ບັດນີ້​ອານາຈັກ​ຂອງ​ເຮົາ​ແມ່ນ​ມາ​ຈາກ​ບ່ອນ​ອື່ນ”.
37 Then Pilate said to him, "So you are a king?" Jesus answered, "You say I'm a king. I was born for this, and I came into the world for this—to testify to the truth. Everyone who belongs to the truth hears my voice." ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຈົ້າ​ເປັນ​ກະສັດ​ບໍ!” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ​ເຮົາ​ເປັນ​ກະສັດ. ແທ້​ຈິງ​ແລ້ວ ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ເກີດ​ມາ ແລະ ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຈະ​ເປັນ​ພະຍານ​ເຖິງ​ຄວາມຈິງ. ທຸກ​ຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ​ກໍ​ຍ່ອມ​ຟັງ​ເຮົາ”.
38 Pilate asked, "What is truth?" Then he went out to the Jews again and said, "I find nothing wrong in him. ປີລາດ​ຖາມວ່າ, “ຄວາມຈິງ​ນັ້ນ​ແມ່ນຫຍັງ?” ເມື່ອ​ປີລາດ​ຖາມ​ດັ່ງນັ້ນ​ແລ້ວ​ເພິ່ນ​ກໍ​ອອກມາ​ຫາ​ພວກ​ຢິວ​ອີກ ແລະ ບອກ​ພວກເຂົາ​ວ່າ, “ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.
39 But you have a custom: I release one man to you at Passover. So do you want me to release the King of the Jews to you?" ແຕ່​ເປັນ​ທຳນຽມ​ຂອງ​ພວກທ່ານ​ທີ່​ໃຫ້​ເຮົາ​ປ່ອຍ​ນັກໂທດ​ໜຶ່ງ​ຄົນ​ໃຫ້​ແກ່​ພວກທ່ານ​ໃນ​ເທດສະການ​ປັດສະຄາ, ພວກທ່ານ​ຢາກ​ໃຫ້​ເຮົາ​ປ່ອຍ ‘ກະສັດ​ຂອງ​ຊາວ​ຢິວ’ ບໍ?”
40 They cried out again, "Not this man, but Barabbas!" Now Barabbas was a robber. ພວກເຂົາ​ທັງຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່, ບໍ່​ແມ່ນ​ຊາຍ​ຄົນ​ນີ້! ປ່ອຍ​ບາຣາບາ​ໃຫ້​ພວກເຮົາ!” ບາຣາບາ​ນັ້ນ​ໄດ້​ມີ​ສ່ວນຮ່ວມ​ໃນ​ການກະບົດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]