Skip to content
The Believer's Library

Biblica® Open Lao Contemporary Version

John 19 OLCV

Show OLCV only
Verse × ×
1 Then Pilate took Jesus and had him flogged. ຫລັງຈາກ​ນັ້ນ ປີລາດ​ຈຶ່ງ​ໃຫ້​ເອົາ​ພຣະເຢຊູເຈົ້າ​ໄປ​ຂ້ຽນຕີ.
2 The soldiers wove a crown of thorns, put it on his head, and wrapped a purple robe around him. ພວກທະຫານ​ໄດ້​ສານ​ມົງກຸດ​ໜາມ​ແລ້ວ​ສຸບໃສ່​ຫົວ​ຂອງ​ພຣະເຢຊູເຈົ້າ ແລະ ໃຫ້​ພຣະອົງ​ນຸ່ງ​ເສື້ອຄຸມ​ສີມ່ວງ
3 They kept coming to him, saying, "Hail, King of the Jews!" and slapped his face. ແລ້ວ​ພວກເຂົາ​ໄດ້​ເຂົ້າ​ມາຫາ​ພຣະອົງ​ຫລາຍ​ຄັ້ງ ແລະ ກ່າວ​ວ່າ, “ຂໍ​ໃຫ້​ກະສັດ​ຂອງ​ຊາວ​ຢິວ ຂໍ​ຈົ່ງ​ຈະເລີນ!” ແລະ ພວກເຂົາ​ກໍ​ຕົບ​ໜ້າ​ຂອງ​ພຣະອົງ.
4 Pilate went out again and said to them, "Look, I'm bringing him out to you, so you'll know I find no fault in him." ປີລາດ​ໄດ້​ອອກ​ໄປ​ອີກ​ເທື່ອ​ໜຶ່ງ ແລະ ກ່າວ​ກັບ​ພວກ​ຢິວ​ວ່າ, “ເບິ່ງ​ແມ ເຮົາ​ກຳລັງ​ນຳ​ໂຕ​ລາວ​ອອກມາ​ໃຫ້​ພວກທ່ານ​ເພື່ອ​ພວກທ່ານ​ຈະ​ໄດ້​ຮູ້​ວ່າ​ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຄົນ​ນີ້”.
5 So Jesus came out wearing the crown of thorns and the purple robe. Pilate told them, "Here is the man!" ເມື່ອ​ພຣະເຢຊູເຈົ້າ​ອອກ​ມາ ພຣະອົງ​ສວມ​ມົງກຸດ​ໜາມ ແລະ ເສື້ອຄຸມ​ສີມ່ວງ, ປີລາດ​ກ່າວ​ກັບ​ພວກເຂົາ​ວ່າ, “ລາວ​ຢູ່​ບ່ອນນີ້​ແລ້ວ!”
6 When the chief priests and guards saw him, they shouted, "Crucify him! Crucify him!" Pilate told them, "Take him yourselves and crucify him, since I find no guilt in him." ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຈົ້າໜ້າທີ່​ເຫັນ​ພຣະອົງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ! ຄຶງ​ໄວ້​ທີ່​ໄມ້ກາງແຂນ!” ແຕ່​ປີລາດ​ຕອບ​ວ່າ, “ໃຫ້​ພວກທ່ານ​ເອົາ​ລາວ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ສາ. ຝ່າຍ​ເຮົາ, ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້”.
7 The Jews answered him, "We have a law; by that law he must die, because he made himself the Son of God." ພວກ​ຢິວ​ຢືນຢັນ​ວ່າ, “ພວກເຮົາ​ມີ​ກົດບັນຍັດ ແລະ ຕາມ​ກົດບັນຍັດ​ນັ້ນ​ລາວ​ຕ້ອງ​ຕາຍ ເພາະ​ລາວ​ອ້າງ​ໂຕເອງ​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.
8 When Pilate heard this, he was even more afraid. ເມື່ອ​ປີລາດ​ໄດ້​ຍິນ​ຢ່າງ​ນີ້ ເພິ່ນ​ກໍ​ຕົກໃຈ​ຢ້ານ​ຫລາຍ​ຂຶ້ນ,
9 He went into headquarters again and asked Jesus, "Where are you from?" But Jesus gave him no answer. ເພິ່ນ​ຈຶ່ງ​ກັບຄືນ​ເຂົ້າ​ໄປ​ໃນ​ວັງ ແລະ ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ຕອບ​ຫຍັງ.
10 So Pilate said to him, "You won't speak to me? Don't you know I have authority to release you, and authority to crucify you?" ປີລາດ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ບໍ່​ເວົ້າ​ກັບ​ເຮົາ​ບໍ? ເຈົ້າ​ບໍ່​ຮູ້ຈັກ​ບໍ​ວ່າ​ເຮົາ​ມີ​ອຳນາດ​ທີ່​ຈະ​ປ່ອຍ​ໂຕ​ເຈົ້າ ຫລື ຄຶງ​ເຈົ້າ​ທີ່​ໄມ້ກາງແຂນ​ກໍ​ໄດ້?”
11 Jesus answered him, "You would have no authority over me at all unless it had been given you from above. That is why the one who handed me over to you bears the greater sin." ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເຮົາ ຖ້າ​ເບື້ອງເທິງ​ບໍ່​ມອບ​ໃຫ້​ແກ່​ເຈົ້າ. ເຫດສະນັ້ນ ຜູ້​ທີ່​ໄດ້​ມອບ​ເຮົາ​ໃຫ້​ແກ່​ເຈົ້າ​ກໍ​ມີ​ຄວາມບາບ​ຮ້າຍແຮງ​ກວ່າ”.
12 From then on, Pilate tried to release him, but the Jews cried out, "If you release him, you're no friend of Caesar. Anyone who makes himself king opposes Caesar." ຫລັງຈາກນັ້ນ ປີລາດ​ກໍ​ຫາ​ວິທີທາງ​ທີ່​ຈະ​ປ່ອຍ​ພຣະເຢຊູເຈົ້າ ແຕ່​ພວກ​ຢິວ​ຮ້ອງ​ສຽງດັງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ວ່າ, “ຖ້າ​ທ່ານ​ປ່ອຍ​ຊາຍ​ຄົນ​ນີ້​ໄປ ທ່ານ​ກໍ​ບໍ່​ແມ່ນ​ມິດ​ຂອງ​ກາຍຊາ. ຜູ້ໃດ​ທີ່​ອ້າງ​ໂຕເອງ​ວ່າ​ເປັນ​ກະສັດ ກໍ​ເປັນ​ສັດຕູ​ກັນ​ກັບ​ກາຍຊາ”.
13 Hearing these words, Pilate brought Jesus out and sat on the judgment seat at a place called Stone Pavement—Gabbatha in Aramaic. ເມື່ອ​ປີລາດ​ໄດ້​ຍິນ​ຢ່າງ​ນັ້ນ, ເພິ່ນ​ກໍ​ພາ​ພຣະເຢຊູເຈົ້າ​ອອກມາ​ທາງນອກ ແລະ ນັ່ງ​ເທິງ​ບັນລັງ​ພິພາກສາ​ໃນ​ບ່ອນ​ທີ່​ເອີ້ນ​ວ່າ​ລານຫີນ (ພາສາ​ອາຣາມິກ​ເອີ້ນວ່າ​ຄັບບາທາ.)
14 It was Passover Preparation Day, about noon. He told the Jews, "Here is your King!" ໃນ​ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ​ກ່ອນ​ເທດສະການ​ປັດສະຄາ ເຊິ່ງ​ເປັນ​ເວລາ​ປະມານ​ທ່ຽງວັນ. ປີລາດ​ເວົ້າ​ກັບ​ພວກ​ຢິວ​ວ່າ, “ນີ້​ຄື​ກະສັດ​ຂອງ​ພວກທ່ານ”.
15 They yelled, "Take him away! Take him away! Crucify him!" Pilate asked them, "Crucify your king?" The chief priests answered, "We have no king but Caesar." ແຕ່​ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ເອົາ​ມັນ​ໄປ! ເອົາ​ມັນ​ໄປ! ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!” ປີລາດ​ຖາມ​ວ່າ, “ພວກທ່ານ​ຈະ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກຫົວໜ້າ​ປະໂລຫິດ​ຕອບ​ວ່າ, “ນອກຈາກ​ກາຍຊາ​ແລ້ວ​ພວກເຮົາ​ບໍ່​ມີ​ກະສັດ”.
16 So then he handed him over to them to be crucified. So they took Jesus, ໃນທີ່ສຸດ​ປີລາດ​ກໍ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ເພື່ອ​ນໍາ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ດັ່ງນັ້ນ ພວກທະຫານ​ຈຶ່ງ​ຄຸມໂຕ​ພຣະເຢຊູເຈົ້າ​ອອກ​ໄປ.
17 carrying his own cross, he went out to the place called The Place of a Skull, called Golgotha in Aramaic. ພຣະອົງ​ແບກ​ໄມ້ກາງແຂນ​ຂອງ​ພຣະອົງ​ອອກ​ໄປ​ຍັງ​ບ່ອນ​ທີ່​ເອີ້ນ​ວ່າ​ສະຖານທີ່​ແຫ່ງ​ກະໂຫລກຫົວ (ພາສາ​ອາຣາມິກ​ເອີ້ນ​ວ່າ​ໂຄລະໂຄທາ.)
18 There they crucified him, with two others, one on each side, Jesus in the middle. ໃນ​ທີ່​ນັ້ນ ພວກເຂົາ​ໄດ້​ຄຶງ​ພຣະອົງ​ໄວ້​ເທິງ​ໄມ້ກາງແຂນ​ກັບ​ຊາຍ​ສອງ​ຄົນ ເຊິ່ງ​ຢູ່​ຄົນ​ລະ​ຂ້າງ ແລະ ພຣະເຢຊູເຈົ້າ​ຢູ່​ທາງກາງ.
19 Pilate also wrote a sign and put it on the cross: Jesus of Nazareth, King of the Jews. ປີລາດ​ໄດ້​ສັ່ງ​ໃຫ້​ຂຽນ​ປ້າຍ​ຕິດ​ໃສ່​ເທິງ​ໄມ້ກາງແຂນ​ວ່າ, ເຢຊູ​ຊາວ​ນາຊາເຣັດ ກະສັດ​ຂອງ​ຊາວຢິວ.
20 Many Jews read this sign, since the place Jesus was crucified was near the city; it was written in Aramaic, Latin, and Greek. ພວກ​ຢິວ​ຫລາຍ​ຄົນ​ໄດ້​ອ່ານ​ປ້າຍ​ນີ້, ເພາະ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ​ຢູ່​ໃກ້​ກັບ​ຕົວເມືອງ ແລະ ປ້າຍ​ນັ້ນ​ຂຽນ​ໄວ້​ເປັນ​ພາສາ​ອາຣາມິກ, ພາສາ​ລາຕິນ ແລະ ພາສາ​ກຣີກ.
21 So the Jewish chief priests said to Pilate, "Don't write 'The King of the Jews,' but 'This man said, I am King of the Jews.'" ພວກຫົວໜ້າ​ປະໂລຫິດ​ຂອງ​ຊາວຢິວ​ຈຶ່ງ​ຄັດຄ້ານ​ປີລາດ​ວ່າ, “ຢ່າ​ຂຽນ​ວ່າ ‘ກະສັດ​ຂອງ​ຊາວຢິວ’ ແຕ່​ໃຫ້​ຂຽນ​ວ່າ​ຊາຍ​ຄົນນີ້​ອ້າງ​ຕົນ​ວ່າ​ເປັນ​ກະສັດ​ຂອງ​ຊາວຢິວ”.
22 Pilate answered, "What I have written, I have written." ປີລາດ​ຕອບ​ວ່າ, “ສິ່ງ​ທີ່​ເຮົາ​ໄດ້​ຂຽນ​ແລ້ວ​ກໍ​ແລ້ວ​ໄປ”.
23 After crucifying Jesus, the soldiers took his clothes and split them into four shares, one per soldier, and took the tunic too. The tunic was seamless, woven in one piece from top to bottom. ເມື່ອ​ພວກທະຫານ​ຄຶງ​ພຣະເຢຊູເຈົ້າ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ ພວກເຂົາ​ກໍ​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ແບ່ງ​ເປັນ​ສີ່​ສ່ວນ​ປັນ​ກັນ​ຄົນ​ລະ​ສ່ວນ ຍັງ​ເຫລືອ​ແຕ່​ເສື້ອຊັ້ນໃນ ເຊິ່ງ​ເປັນ​ເສື້ອ​ບໍ່​ມີ​ຮອຍ​ຕໍ່ ທີ່​ຕໍ່າ​ເປັນ​ຜືນ​ດຽວ​ກັນ​ຕັ້ງແຕ່​ເທິງ​ລົງ​ລຸ່ມ.
24 So they said to each other, "Let's not tear it, but cast lots for who gets it." This was to fulfill the Scripture that says, "They divided my clothes among themselves, and cast lots for my garment." So the soldiers did this. ພວກເຂົາ​ເວົ້າ​ກັນ​ວ່າ, “ຢ່າ​ຈີກ​ເສື້ອ​ຜືນ​ນີ້​ເລີຍ ໃຫ້​ພວກເຮົາ​ຈັບສະຫລາກ​ກັນ​ວ່າ​ແມ່ນ​ຜູ້ໃດ​ຈະ​ໄດ້​ເສື້ອ​ຜືນ​ນີ້”. ສິ່ງ​ນີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ພຣະຄຳພີ​ທີ່​ວ່າ, “ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ຂ້ານ້ອຍ​ມາ​ແບ່ງ​ປັນ​ກັນ ແລະ ເອົາ​ເສື້ອຜ້າ​ຂອງ​ຂ້ານ້ອຍ​ມາ​ຈັບສະຫລາກ”. ພວກທະຫານ​ໄດ້​ເຮັດ​ຢ່າງ​ນີ້​ແຫລະ.
25 His mother, his mother's sister, Mary wife of Clopas, and Mary Magdalene stood near Jesus' cross. ຜູ້​ທີ່​ຢືນ​ຢູ່​ໃກ້​ໄມ້ກາງແຂນ​ຂອງ​ພຣະເຢຊູເຈົ້າ​ນັ້ນ​ມີ​ແມ່​ຂອງ​ພຣະອົງ, ນ້າສາວ​ຂອງ​ພຣະອົງ, ມາຣີ​ເມຍ​ຂອງ​ກະໂລປາ ແລະ ມາຣີ​ຊາວ​ມັກດາລາ.
26 Seeing his mother and the disciple he loved standing there, Jesus told her, "Woman, here is your son." ເມື່ອ​ພຣະເຢຊູເຈົ້າ​ເຫັນ​ແມ່​ຂອງ​ພຣະອົງ ແລະ ສາວົກ​ທີ່​ພຣະອົງ​ຮັກ​ຢືນ​ຢູ່​ໃກ້ໆ, ພຣະອົງ​ຈຶ່ງ​ກ່າວ​ກັບ​ແມ່​ຂອງ​ພຣະອົງ​ວ່າ, “ນາງ​ເອີຍ, ນີ້​ແຫລະ ຄື​ລູກຊາຍ​ຂອງ​ເຈົ້າ”
27 Then he said to the disciple, "Here is your mother." From that hour, the disciple took her into his home. ແລະ ກ່າວ​ກັບ​ສາວົກ​ຄົນ​ນັ້ນ​ວ່າ, “ນີ້​ຄື​ແມ່​ຂອງ​ເຈົ້າ”. ຕັ້ງແຕ່​ນັ້ນ​ມາ​ສາວົກ​ຄົນ​ນີ້​ກໍ​ຮັບ​ແມ່​ຂອງ​ພຣະອົງ​ມາ​ຢູ່​ທີ່​ເຮືອນ​ຂອງ​ຕົນ.
28 After this, knowing all was now finished, Jesus said, to fulfill Scripture, "I am thirsty." ຫລັງຈາກນັ້ນ ເມື່ອ​ພຣະອົງຮູ້​ວ່າ​ທຸກສິ່ງ​ໄດ້​ສຳເລັດ​ຄົບຖ້ວນ​ແລ້ວ ແລະ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຫິວນ້ຳ”.
29 A jar full of sour wine sat there; they soaked a sponge in it, fixed it on a hyssop stalk, and lifted it to his mouth. ໃນ​ທີ່​ນັ້ນ​ມີ​ອ່າງ​ໜ່ວຍ​ໜຶ່ງ​ທີ່​ມີ​ເຫລົ້າອະງຸ່ນສົ້ມ​ຕັ້ງ​ຢູ່, ພວກເຂົາ​ຈຶ່ງ​ເອົາ​ຟອງນ້ຳ​ຈຸ່ມ​ໃສ່​ເຫລົ້າອະງຸ່ນ​ສົ້ມ​ແລ້ວ​ເອົາ​ສຽບ​ໃສ່​ປາຍ​ໄມ້​ຫູສົບ​ຍົກ​ຂຶ້ນ​ໃສ່​ປາກ​ຂອງ​ພຣະເຢຊູເຈົ້າ.
30 Jesus took the sour wine and said, "It is finished." He bowed his head and gave up his spirit. ເມື່ອ​ພຣະອົງ​ຮັບ​ເຫລົ້າອະງຸ່ນສົ້ມ​ນັ້ນ​ແລ້ວ ກໍກ່າວ​ວ່າ, “ສຳເລັດ​ແລ້ວ”. ຈາກ​ນັ້ນ ພຣະອົງ​ກໍ​ກົ້ມຫົວ​ລົງ ແລະ ມອບ​ຈິດວິນຍານ​ໄວ້.
31 Since it was Preparation Day, and they didn't want the bodies remaining on the cross during the Sabbath—that Sabbath was a special day—the Jews asked Pilate to break their legs and remove the bodies. ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ ແລະ ຮຸ່ງເຊົ້າ​ມາ​ກໍ​ຈະ​ເປັນ​ວັນ​ຊະບາໂຕ​ພິເສດ. ເນື່ອງ​ຈາກ​ພວກ​ຢິວ​ບໍ່​ຕ້ອງການ​ໃຫ້​ສົບ​ຄ້າງ​ຢູ່​ເທິງ​ໄມ້ກາງແຂນ​ໃນ​ຊ່ວງ​ວັນ​ຊະບາໂຕ, ພວກເຂົາ​ຈຶ່ງ​ຂໍ​ອະນຸຍາດ​ຈາກ​ປີລາດ​ເພື່ອ​ທຸບ​ຂາ​ຜູ້​ທີ່​ຖືກ​ຄຶງ​ໃຫ້​ຫັກ ແລະ ເອົາ​ສົບ​ລົງ​ມາ.
32 So soldiers came and broke the legs of the first man, then the other crucified with him. ດັ່ງນັ້ນ ພວກທະຫານ​ຈຶ່ງ​ມາ​ທຸບ​ຂາ​ຂອງ​ຊາຍ​ຄົນ​ທຳອິດ​ທີ່​ຖືກ​ຄຶງ​ໄວ້​ເທິງ​ໄມ້ກາງແຂນ​ພ້ອມ​ກັນ​ກັບ​ພຣະເຢຊູເຈົ້າ, ແລ້ວ​ກໍ​ມາ​ທຸບ​ຂາ​ຂອງ​ຄົນ​ໜຶ່ງ​ອີກ.
33 But coming to Jesus, seeing he was already dead, they didn't break his legs. ແຕ່​ເມື່ອ​ພວກເຂົາ​ມາ​ເຖິງ​ພຣະເຢຊູເຈົ້າ​ກໍ​ເຫັນ​ວ່າ​ພຣະອົງ​ຕາຍ​ແລ້ວ, ພວກເຂົາ​ຈຶ່ງ​ບໍ່​ໄດ້​ທຸບ​ຂາ​ຂອງ​ພຣະອົງ.
34 But one of the soldiers pierced his side with a spear, and blood and water immediately came out. ແຕ່​ທະຫານ​ຄົນ​ໜຶ່ງ​ເອົາ​ຫອກ​ແທງ​ໃສ່​ຂ້າງ​ຂອງ​ພຣະເຢຊູເຈົ້າ ເລືອດ ແລະ ນ້ຳ​ກໍ​ໄຫລ​ອອກ​ມາ​ທັນທີ.
35 The eyewitness has testified—his testimony is true, and he knows he speaks the truth—so you also may believe. ຜູ້​ທີ່​ເຫັນ​ເຫດການ​ນັ້ນ​ໄດ້​ເປັນ​ພະຍານ ແລະ ຄຳພະຍານ​ຂອງ​ລາວ​ກໍ​ເປັນ​ຄວາມ​ຈິງ. ລາວ​ຮູ້​ວ່າ​ຕົນ​ເວົ້າ​ຄວາມຈິງ ແລະ ລາວ​ໄດ້​ເປັນ​ພະຍານ​ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ເຊື່ອ​ເໝືອນກັນ.
36 For these things happened to fulfill the Scripture: "Not one of his bones will be broken." ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ຂໍ້​ພຣະຄຳພີ​ທີ່​ວ່າ, “ກະດູກ​ຂອງ​ເພິ່ນ​ຈະ​ບໍ່​ຖືກ​ຫັກ​ຈັກ​ເຫລັ້ມ”.
37 And again another Scripture says, "They will look on the one they have pierced." ແລະ ຍັງ​ມີ​ພຣະຄຳພີ​ອີກ​ຕອນ​ໜຶ່ງ​ທີ່​ກ່າວ​ວ່າ, “ພວກເຂົາ​ທັງຫລາຍ​ຈະ​ຫລຽວ​ເບິ່ງ​ຜູ້​ທີ່​ພວກເຂົາ​ໄດ້​ແທງ​ນັ້ນ”.
38 Afterward, Joseph of Arimathea—a disciple of Jesus, but secretly, for fear of the Jews—asked Pilate to let him remove Jesus' body. Pilate agreed, so he came and removed it. ຫລັງຈາກນັ້ນ ໂຢເຊັບ​ຊາວ​ອາຣີມາທາຍ​ໄດ້​ໄປ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ຈາກ​ປີລາດ. ໂຢເຊັບ​ເປັນ​ສາວົກ​ຂອງ​ພຣະເຢຊູເຈົ້າ​ແຕ່​ບໍ່​ກ້າ​ສະແດງ​ໂຕ​ເພາະ​ຢ້ານ​ພວກ​ຢິວ. ເມື່ອ​ປີລາດ​ອະນຸຍາດ​ແລ້ວ ລາວ​ກໍ​ມາ​ເອົາ​ສົບ​ຂອງ​ພຣະອົງ​ໄປ.
39 Nicodemus, who had first come to Jesus at night, also came, bringing a mixture of myrrh and aloes, about seventy-five pounds. ນີໂກເດມ ຜູ້​ທີ່​ກ່ອນໜ້ານີ້​ເຄີຍ​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ​ກໍ​ມາ​ຮ່ວມ​ເໝືອນກັນ. ນີໂກເດມ​ໄດ້​ນຳ​ເຄື່ອງຫອມ ຄື​ຢາງໄມ້ຫອມ​ປະສົມ​ກັບ​ອາໂລເອ ມີ​ນ້ຳໜັກ​ປະມານ​ສາມສິບສີ່​ກິໂລກຣາມ​ມາ.
40 They took Jesus's body and wrapped it in linen cloths with spices, as is Jewish burial custom. ທັງ​ສອງ​ຄົນ​ໄດ້​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ລົງ​ມາ ແລ້ວ​ເອົາ​ຕ່ອນ​ຜ້າຝ້າຍລິນິນ​ພັນ​ສົບ​ຂອງ​ພຣະອົງ​ພ້ອມ​ກັບ​ເຄື່ອງຫອມ​ຕາມ​ທຳນຽມ​ການຝັງສົບ​ຂອງ​ຊາວຢິວ.
41 Where he was crucified there was a garden, and in the garden a new tomb where no one had yet been laid. ໃນ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ມີ​ສວນ​ແຫ່ງ​ໜຶ່ງ, ແລະ ໃນ​ສວນ​ນັ້ນ​ມີ​ອຸບມຸງ​ຝັງສົບ​ໃໝ່​ທີ່​ຍັງ​ບໍ່​ເຄີຍ​ຝັງ​ສົບ​ຜູ້ໃດ​ມາ​ກ່ອນ.
42 Because it was the Jewish Preparation day, and the tomb was near, they laid Jesus there. ເນື່ອງ​ຈາກ​ວ່າ ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ​ຂອງ​ພວກ​ຢິວ ແລະ ອຸບມຸງ​ນັ້ນ​ກໍ​ຢູ່​ໃກ້, ພວກເພິ່ນ​ຈຶ່ງ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ວາງ​ໄວ້​ຢູ່​ທີ່​ນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]