Skip to content
The Believer's Library

Biblica® Open Lao Contemporary Version

John 20 OLCV

Show OLCV only
Verse × ×
1 Early on the first day of the week, while dark, Mary Magdalene came to the tomb and saw the stone taken from it. ຕອນເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ​ໃນຂະນະ​ທີ່​ຍັງ​ມືດ​ຢູ່, ມາຣີ​ຊາວ​ມັກດາລາ​ໄດ້​ມາ​ທີ່​ອຸບມຸງ​ຝັງສົບ ແລະ ເຫັນ​ວ່າ​ກ້ອນຫີນ​ຖືກ​ກຶ່ງອອກ​ຈາກ​ປາກ​ອຸບມຸງ​ແລ້ວ.
2 So she ran and came to Simon Peter and the other disciple, the one Jesus loved, and told them, "They've taken the Lord from the tomb, and we don't know where they put him." ດັ່ງນັ້ນ ນາງ​ຈຶ່ງ​ແລ່ນ​ໄປ​ຫາ​ຊີໂມນ​ເປໂຕ ແລະ ສາວົກ​ຄົນ​ອື່ນ​ຜູ້​ທີ່​ພຣະເຢຊູເຈົ້າ​ຮັກ​ນັ້ນ ແລະ ເວົ້າ​ວ່າ, “ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ອອກ​ຈາກ​ອຸບມຸງ​ແລ້ວ ແລະ ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ບ່ອນໃດ!”
3 So Peter and the other disciple set out and went toward the tomb. ດັ່ງນັ້ນ ເປໂຕ​ກັບ​ສາວົກ​ຄົນ​ອື່ນ​ຈຶ່ງ​ອອກໄປ​ທີ່​ອຸບມຸງ,
4 Both ran together, but the other disciple ran faster than Peter, reaching the tomb first. ທັງ​ສອງ​ຄົນ​ແລ່ນ​ໄປ ແຕ່​ສາວົກ​ຄົນ​ອື່ນ​ແລ່ນ​ໄວ​ກວ່າ​ເປໂຕ ເພິ່ນ​ຈຶ່ງ​ມາ​ຮອດ​ອຸບມຸງ​ກ່ອນ.
5 And stooping down, he saw the linen cloths lying there, but he did not go in. ເພິ່ນ​ກົ້ມ​ລົງ ແລະ ເບິ່ງ​ເຂົ້າ​ໄປ​ທາງ​ໃນ​ກໍ​ເຫັນ​ຜ້າຝ້າຍລິນິນ​ວາງ​ຢູ່ ແຕ່​ເພິ່ນ​ບໍ່​ໄດ້​ເຂົ້າ​ໄປ​ທາງໃນ.
6 Simon Peter, following him, arrived and entered the tomb, and saw the linen cloths lying there, ແລ້ວ​ຊີໂມນ​ເປໂຕ​ທີ່​ນຳ​ມາ​ຕາມຫລັງ​ກໍ​ແລ່ນ​ຊື່​ເຂົ້າ​ໄປ​ໃນ​ອຸບມຸງ​ເລີຍ, ເພິ່ນ​ເຫັນ​ຜ້າຝ້າຍລິນິນ​ວາງ​ຢູ່
7 and the cloth that was on his head, not lying with the linen wrappings but folded separately in one place. ພ້ອມ​ກັບ​ຜ້າ​ທີ່​ພັນ​ອ້ອມ​ຫົວ​ຂອງ​ພຣະເຢຊູເຈົ້າ. ຜ້າ​ນັ້ນ​ຍັງ​ວາງ​ຢູ່​ບ່ອນ​ເກົ່າ ເຊິ່ງ​ແຍກ​ຕ່າງຫາກ​ຈາກ​ຜ້າຝ້າຍລິນິນ.
8 The other disciple, first to reach the tomb, then went in too; he saw and believed. ແລ້ວ​ສາວົກ​ຄົນ​ອື່ນ​ທີ່​ມາ​ຮອດ​ອຸບມຸງ​ກ່ອນ​ກໍ​ໄດ້​ເຂົ້າ​ມາ​ທາງ​ໃນ​ນຳ​ກັນ, ເພິ່ນ​ໄດ້​ເຫັນ ແລະ ໄດ້​ເຊື່ອ.
9 For they still did not understand the Scripture, that he must rise from the dead. (ພວກເພິ່ນ​ຍັງ​ບໍ່​ເຂົ້າໃຈ​ຂໍ້​ພຣະຄຳພີ​ທີ່​ມີ​ຂຽນ​ໄວ້​ວ່າ​ພຣະເຢຊູເຈົ້າ​ຕ້ອງ​ເປັນຄືນມາຈາກຕາຍ.)
10 Then the disciples went back to their homes. ແລ້ວ​ສາວົກ​ທັງສອງ​ຄົນ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ​ຕົນ,
11 But Mary stood outside the tomb, weeping. As she wept, she bent to look into the tomb. ແຕ່​ນາງ​ມາຣີ​ໄດ້​ຢືນ​ຮ້ອງໄຫ້​ຢູ່​ຂ້າງນອກ​ອຸບມຸງ. ໃນຂະນະ​ທີ່​ນາງ​ຮ້ອງໄຫ້​ຢູ່​ນັ້ນ ນາງ​ໄດ້​ກົ້ມ​ລົງ​ເບິ່ງ​ເຂົ້າໄປ​ໃນ​ອຸບມຸງ
12 She saw two angels in white, seated where Jesus's body had lain, one at the head, one at the feet. ແລະ ໄດ້​ເຫັນ​ເທວະດາ​ສອງ​ຕົນ​ໃສ່​ຊຸດ​ສີຂາວ ນັ່ງ​ຢູ່​ໃນ​ບ່ອນ​ທີ່​ພວກເຂົາ​ເຄີຍ​ວາງ​ສົບ​ຂອງ​ພຣະເຢຊູເຈົ້າ, ຕົນ​ໜຶ່ງ​ຢູ່​ເບື້ອງຫົວ ອີກ​ຕົນ​ໜຶ່ງ​ຢູ່​ເບື້ອງຕີນ.
13 They asked her, "Woman, why are you crying?" She answered, "They took my Lord, and I don't know where they put him." ເທວະດາ​ທັງ​ສອງ​ຕົນ​ນັ້ນ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ມາຣີ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ຢູ່​ໃສ”.
14 Saying this, she turned and saw Jesus standing there, not knowing it was Jesus. ແລ້ວ​ນາງ​ມາຣີ​ກໍ​ໄດ້​ຫັນຫລັງມາ ແລະ ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ນັ້ນ, ແຕ່​ນາງ​ບໍ່​ຮູ້ຈັກ​ວ່າ​ແມ່ນ​ພຣະເຢຊູເຈົ້າ.
15 Jesus said to her, "Woman, why are you crying? Who are you seeking?" Taking him for the gardener, she said, "Sir, if you carried him off, tell me where you put him, and I'll take him away." ພຣະອົງ​ກ່າວ​ວ່າ, “ນາງ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ກຳລັງ​ຊອກຫາ​ຜູ້ໃດ?” ນາງ​ມາຣີ​ຄິດ​ວ່າ​ພຣະອົງ​ເປັນ​ຄົນ​ຮັກສາ​ສວນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ຖ້າ​ທ່ານ​ໄດ້​ເອົາ​ພຣະອົງ​ໄປ ຂໍ​ທ່ານ​ບອກ​ຂ້ານ້ອຍ​ໃຫ້​ຮູ້​ແດ່​ວ່າ​ທ່ານ​ເອົາ​ພຣະອົງ​ໄປ​ໄວ້​ຢູ່​ໃສ ແລະ ຂ້ານ້ອຍ​ຈະ​ໄດ້​ໄປ​ຮັບ​ເອົາ​ພຣະອົງ”.
16 Jesus said to her, "Mary." She turned and said to him in Aramaic, "Rabboni!" (which means Teacher). ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ມາຣີ​ເອີຍ”. ນາງ​ມາຣີ​ຫັນ​ໜ້າ​ກັບ​ມາ​ຫາ​ພຣະອົງ ແລະ ຮ້ອງ​ອອກ​ມາ​ເປັນ​ພາສາ​ອາຣາມິກ​ວ່າ, “ຣັບໂບນີ!” (ເຊິ່ງ​ແປ​ວ່າ “ອາຈານ”).
17 Jesus said to her, "Do not cling to me, for I have not yet ascended to the Father. But go to my brothers and say to them, 'I am ascending to my Father and your Father.'" ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ໜ່ວງໜ່ຽວ​ເຮົາ​ໄວ້​ເທາະ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ. ຈົ່ງ​ໄປ​ຫາ​ພວກ​ພີ່ນ້ອງ​ຂອງ​ເຮົາ ແລະ ບອກ​ພວກເຂົາ​ວ່າ, ‘ເຮົາ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ, ຈະ​ຂຶ້ນ​ໄປ​ຫາ​ພຣະເຈົ້າ​ຂອງ​ເຮົາ ແລະ ພຣະເຈົ້າ​ຂອງ​ພວກເຈົ້າ’ ”.
18 Mary Magdalene went and told the disciples, "I have seen the Lord," and that he had said these things to her. ດັ່ງນັ້ນ ນາງ​ມາຣີ​ຊາວ​ມັກດາລາ​ຈຶ່ງ​ໄປ​ບອກ​ຂ່າວ​ນີ້​ແກ່​ພວກສາວົກ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ!” ແລະ ໄດ້​ເລົ່າ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້ກ່າວ​ກັບ​ນາງ.
19 That evening, the first day of the week, with the doors locked where the disciples were, for fear of the Jewish leaders, Jesus came, stood among them, and said, "Peace be with you." ຕອນຄ່ຳ​ຂອງ​ວັນ​ຕົ້ນ​ສັບປະດາ​ນັ້ນ, ເມື່ອ​ພວກສາວົກ​ມາ​ຢູ່​ນຳ​ກັນ ພວກເພິ່ນ​ອັດ​ປະຕູ​ໃສ່​ກະແຈ​ເພາະ​ຢ້ານ​ພວກ​ຢິວ, ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”
20 After saying this, he showed them his hands and side. The disciples rejoiced to see the Lord. ເມື່ອ​ພຣະອົງ​ກ່າວ​ແລ້ວ ພຣະອົງ​ໄດ້​ໃຫ້​ພວກເຂົາ​ເບິ່ງ​ມື ແລະ ຂ້າງ​ຂອງ​ພຣະອົງ. ເມື່ອ​ພວກສາວົກ​ເຫັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ ກໍ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ.
21 Jesus said to them again, "Peace to you. As the Father has sent me, so I send you." ພຣະເຢຊູເຈົ້າ​ກ່າວ​ອີກ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ເຈົ້າ​ທັງຫລາຍ! ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຢ່າງໃດ ເຮົາ​ກໍ​ໃຊ້​ພວກເຈົ້າ​ໄປ​ຢ່າງນັ້ນ”.
22 After saying this, he breathed on them and said to them, "Receive the Holy Spirit. ເມື່ອ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ເປົ່າ​ລົມຫາຍໃຈ​ອອກ​ໃສ່​ພວກເພິ່ນ​ພ້ອມ​ທັງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ພຣະວິນຍານບໍລິສຸດເຈົ້າ.
23 If you forgive anyone's sins, they're forgiven; if you hold back forgiveness from anyone, it's held back." ຖ້າ​ພວກເຈົ້າ​ອະໄພ​ຄວາມບາບ​ຂອງ​ຜູ້ໃດ, ຜູ້​ນັ້ນ​ກໍ​ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ອະໄພ​ໃຫ້​ກັບ​ຜູ້ໃດ ພວກເຂົາ​ກໍ​ບໍ່​ໄດ້​ຮັບ​ການ​ໃຫ້​ອະໄພ”.
24 Now Thomas, one of the Twelve, called the Twin, was not with them when Jesus came. ຝ່າຍ​ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ) ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ​ທີ່​ບໍ່​ໄດ້​ຢູ່​ນຳ​ພວກສາວົກ​ໃນ​ເວລາ​ທີ່​ພຣະເຢຊູເຈົ້າ​ມາ​ປາກົດ.
25 The other disciples kept telling him, "We've seen the Lord!" But he told them, "Unless I see the nail marks in his hands, put my finger where they were, and put my hand in his side, I'll never believe." ດັ່ງນັ້ນ ສາວົກ​ຄົນ​ອື່ນ​ຈຶ່ງ​ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ!” ແຕ່​ໂທມາ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຖ້າ​ຂ້ອຍ​ບໍ່​ໄດ້​ເຫັນ​ຮອຍ​ຕະປູ​ຢູ່​ທີ່​ຝາມື​ຂອງ​ພຣະອົງ, ບໍ່​ໄດ້​ເອົາ​ນິ້ວມື​ແຍ່​ໃສ່​ທີ່​ຮູ​ຕະປູ​ນັ້ນ ແລະ ບໍ່​ໄດ້​ເອົາ​ມື​ແຍ່​ໃສ່​ທີ່​ຂ້າງ​ຂອງ​ພຣະອົງ ຂ້ອຍ​ກໍ​ຈະ​ບໍ່​ເຊື່ອ”.
26 Eight days later, his disciples were indoors again, Thomas with them. Though the doors were locked, Jesus came, stood among them, and said, "Peace be with you." ໜຶ່ງ​ອາທິດ​ຕໍ່ມາ ພວກສາວົກ​ຂອງ​ພຣະອົງ​ໄດ້​ຢູ່​ຮ່ວມກັນ​ໃນ​ເຮືອນ​ຫລັງ​ນັ້ນ​ອີກ, ໂທມາ​ກໍ​ຢູ່​ກັບ​ພວກເພິ່ນ​ດ້ວຍ. ປະຕູ​ກໍ​ອັດ​ໃສ່​ໄລກອນ​ໄວ້ ແຕ່​ພຣະເຢຊູເຈົ້າ​ກໍ​ເຂົ້າ​ມາ​ຢືນຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”
27 Then he said to Thomas, "Put your finger here, see my hands. Reach your hand out, put it in my side. Leave doubt behind—believe." ຫລັງຈາກນັ້ນ ພຣະອົງກ່າວ​ກັບ​ໂທມາ​ວ່າ, “ຈົ່ງ​ເອົາ​ນິ້ວມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ບ່ອນນີ້ ຈົ່ງ​ເບິ່ງ​ມື​ຂອງ​ເຮົາ ແລະ ເອົາ​ມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ທີ່​ຂ້າງ​ຂອງ​ເຮົາ. ຈົ່ງ​ເຊົາ​ສົງໄສ ແລະ ຈົ່ງ​ເຊື່ອ”.
28 Thomas answered him, "My Lord and my God!" ໂທມາ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ!”
29 Jesus said to him, "Have you believed because you've seen me? Blessed are those who haven't seen, yet believe." ແລ້ວ​ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ເພາະ​ເຈົ້າ​ໄດ້​ເຫັນ​ເຮົາ​ເຈົ້າ​ຈຶ່ງ​ເຊື່ອ​ບໍ ຄວາມສຸກ​ມີ​ແກ່​ຜູ້​ທີ່​ບໍ່​ໄດ້​ເຫັນ​ແຕ່​ກໍ​ຍັງ​ເຊື່ອ”.
30 Jesus did many other signs before his disciples, not written in this book. ພຣະເຢຊູເຈົ້າ​ເຮັດ​ໝາຍສຳຄັນ​ອື່ນ​ອີກ​ຫລາຍ​ປະການ​ຕໍ່ໜ້າ​ພວກສາວົກ​ຂອງ​ພຣະອົງ ເຊິ່ງ​ບໍ່​ໄດ້​ບັນທຶກ​ໄວ້​ໃນ​ພຣະຄຳພີ​ເຫລັ້ມ​ນີ້.
31 But these are written so you'll believe Jesus is the Christ, the Son of our Father, and by believing have life in his name. ແຕ່​ເລື່ອງ​ເຫລົ່ານີ້​ໄດ້​ບັນທຶກ​ໄວ້​ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ ແລະ ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]