Skip to content
The Believer's Library

Biblica® Open Lao Contemporary Version

John 21 OLCV

Show OLCV only
Verse × ×
1 Afterward Jesus showed himself again to the disciples by the Sea of Tiberias—this is how he showed himself. ຕໍ່ມາ ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ​ຂອງ​ພຣະອົງ​ອີກ​ທີ່​ທະເລ​ຄາລີເລ. ເຫດການ​ເກີດຂຶ້ນ​ດັ່ງນີ້​ຄື
2 Simon Peter, Thomas called Twin, Nathanael from Cana in Galilee, Zebedee's sons, and two other disciples were together. ຊີໂມນ​ເປໂຕ, ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ), ນະທານາເອັນ ມາ​ຈາກ​ບ້ານ​ການາ​ໃນ​ແຂວງ​ຄາລີເລ, ລູກຊາຍ​ທັງ​ສອງ​ຂອງ​ເຊເບດາຍ ແລະ ສາວົກ​ອີກ​ສອງ​ຄົນ​ກໍ​ຢູ່​ນຳ​ກັນ.
3 Simon Peter told them, "I'm going fishing." "We'll go with you," they said. So they went out and got into the boat, but caught nothing that night. ຊີໂມນ​ເປໂຕ​ບອກ​ພວກເພິ່ນ​ວ່າ, “ຂ້ອຍ​ຈະ​ອອກ​ໄປ​ຫາປາ”. ພວກເພິ່ນ​ເວົ້າ​ວ່າ, “ພວກເຮົາ​ຈະ​ໄປ​ນຳ​ເຈົ້າ​ດ້ວຍ”. ພວກເພິ່ນ​ຈຶ່ງ​ລົງ​ເຮືອ​ອອກ​ໄປ ແຕ່​ໃນ​ຄືນ​ນັ້ນ​ພວກເພິ່ນ​ຫາປາ​ບໍ່​ໄດ້​ຈັກໂຕ.
4 At daybreak Jesus stood on the shore, yet the disciples didn't know it was Jesus. ເມື່ອ​ຮຸ່ງເຊົ້າ​ມາ ພຣະເຢຊູເຈົ້າ​ຢືນ​ຢູ່​ເທິງ​ແຄມຝັ່ງ ແຕ່​ພວກສາວົກ​ບໍ່​ຮູ້ຈັກ​ວ່າ​ແມ່ນ​ພຣະເຢຊູເຈົ້າ.
5 Jesus said to them, "Children, do you have any fish?" They answered him, "No." ພຣະເຢຊູເຈົ້າ​ຮ້ອງ​ຖາມ​ວ່າ, “ເພື່ອນ​ເອີຍ, ບໍ່​ມີ​ປາ​ເລີຍ​ບໍ?” ພວກເພິ່ນ​ຕອບ​ວ່າ, “ບໍ່​ມີ”.
6 He told them, "Cast the net on the boat's right side, and you'll find fish." So they cast it, and were no longer able to haul it in for the sheer number of fish. ພຣະອົງ​ຈຶ່ງກ່າວ​ວ່າ, “ຈົ່ງ​ຖິ້ມ​ມອງ​ລົງ​ເບື້ອງຂວາ​ຂອງ​ເຮືອ​ແມ ແລ້ວ​ພວກເຈົ້າ​ຈຶ່ງ​ຈະ​ໄດ້​ປາ”. ດັ່ງນັ້ນ ເມື່ອ​ພວກເພິ່ນ​ຖິ້ມ​ມອງ​ລົງ​ກໍ​ໄດ້​ປາ​ຈໍານວນ​ຫລວງຫລາຍ​ຈົນ​ດຶງ​ມອງ​ຂຶ້ນ​ບໍ່​ໄດ້.
7 The disciple Jesus loved told Peter, "It's the Lord!" Hearing it was the Lord, Simon Peter wrapped his coat around him—he'd taken it off to work—and threw himself into the sea. ແລ້ວ​ສາວົກ​ຄົນ​ທີ່​ພຣະເຢຊູເຈົ້າ​ຮັກ​ຈຶ່ງ​ເວົ້າ​ກັບ​ເປໂຕ​ວ່າ, “ແມ່ນ​ອົງພຣະຜູ້ເປັນເຈົ້າ!” ເມື່ອ​ຊີໂມນ​ເປໂຕ​ໄດ້​ຍິນ​ລາວ​ເວົ້າ​ວ່າ, “ແມ່ນ​ອົງພຣະຜູ້ເປັນເຈົ້າ” ເປໂຕ​ກໍ​ຈັບ​ເສື້ອຊັ້ນນອກ​ມາ​ນຸ່ງ (ເພາະ​ເພິ່ນ​ໄດ້​ຖອດ​ໄວ້) ແລ້ວ​ໂດດ​ລົງ​ນ້ຳ.
8 The other disciples came in the boat, dragging the net full of fish, since they were only about one hundred yards from shore. ສາວົກ​ຄົນ​ອື່ນໆ​ກໍ​ໄດ້​ນັ່ງ​ເຮືອ​ຕາມ​ໄປ​ພ້ອມທັງ​ດຶງ​ມອງ​ທີ່​ມີ​ປາ​ເຕັມ​ຢູ່​ນັ້ນ​ມາ​ນຳ, ເພາະ​ພວກເພິ່ນ​ຢູ່​ບໍ່​ໄກ​ຈາກ​ຝັ່ງ, ຄື​ປະມານ 200 ສອກ​ເທົ່ານັ້ນ.
9 When they went ashore, they saw a charcoal fire with fish on it, and bread. ເມື່ອ​ພວກເພິ່ນ​ຂຶ້ນ​ເຖິງ​ຝັ່ງ​ແລ້ວ​ພວກເພິ່ນ​ກໍ​ເຫັນ​ຖ່ານໄຟ​ລຸກ​ຢູ່ ພ້ອມທັງ​ມີ​ປາ​ປິ້ງ​ຢູ່​ທາງ​ເທິງ​ຖ່ານໄຟ​ນັ້ນ ແລະ ມີ​ເຂົ້າຈີ່​ຈຳນວນ​ໜຶ່ງ.
10 Jesus said to them, "Bring some of the fish you have just caught." ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ເອົາ​ປາ​ບາງໂຕ​ທີ່​ພວກເຈົ້າ​ຫາ​ກໍ​ຈັບ​ໄດ້​ມາ​ນໍາ”.
11 So Simon Peter climbed aboard and dragged the net ashore, full of 153 large fish; despite so many, it didn't tear. ຊີໂມນ​ເປໂຕ​ປີນ​ຂຶ້ນ​ເຮືອ​ແລ້ວ​ດຶງ​ມອງ​ຂຶ້ນ​ຝັ່ງ, ມີ​ປາ​ໃຫຍ່​ເຕັມ​ມອງ​ນັບ​ໄດ້ 153 ໂຕ, ເຖິງ​ວ່າ​ຈະ​ມີ​ປາ​ຈໍານວນ​ຫລວງຫລາຍ​ມອງ​ກໍ​ຍັງ​ບໍ່​ຂາດ.
12 Jesus said to them, "Come, eat breakfast." None of the disciples dared ask him, "Who are you?"—they knew it was the Lord. ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ພາກັນ​ມາ​ກິນເຂົ້າ​ເຊົ້າ​ສາ”. ບໍ່​ມີ​ສາວົກ​ຄົນ​ໃດ​ກ້າ​ຖາມວ່າ, “ທ່ານ​ແມ່ນ​ຜູ້ໃດ?” ພວກເພິ່ນ​ຮູ້ຈັກ​ຢູ່​ແລ້ວ​ວ່າ​ແມ່ນ​ອົງພຣະຜູ້ເປັນເຈົ້າ.
13 Jesus came, took the bread, and gave it to them, and the fish as well. ພຣະເຢຊູເຈົ້າ​ມາ​ຈັບ​ເອົາ​ເຂົ້າຈີ່ ແລະ ຍື່ນ​ໃຫ້​ພວກເພິ່ນ, ພຣະອົງ​ຈັບ​ເອົາ​ປາ ແລະ ເຮັດ​ຢ່າງ​ດຽວ​ກັນ.
14 This was now the third time Jesus revealed himself to the disciples after being raised from the dead. ນີ້​ເປັນ​ເທື່ອ​ທີ​ສາມ​ທີ່​ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ​ຂອງ​ພຣະອົງ ຫລັງຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ.
15 After they ate breakfast, Jesus asked Simon Peter, "Simon, son of John, do you love me with all your heart, more than these?" He answered, "Yes, Lord, you know I love you as a friend." Jesus told him, "Feed my lambs." ເມື່ອ​ພວກເພິ່ນ​ຮັບປະທານ​ອາຫານ​ແລ້ວ, ພຣະເຢຊູເຈົ້າ​ກ່າວ​ກັບ​ຊີໂມນ​ເປໂຕ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່ານີ້​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງ​ເຮົາ​ເດີ”.
16 A second time Jesus asked, "Simon son of John, do you love me with all your heart?" He replied, "Yes, Lord, you know I love you as a friend." Jesus said, "Take care of my sheep." ພຣະເຢຊູເຈົ້າ​ກ່າວ​ອີກ​ຄັ້ງ​ທີ​ສອງ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ລ້ຽງ​ຮັກສາ​ແກະ​ຂອງ​ເຮົາ​ເດີ”.
17 A third time Jesus said to him, "Simon son of John, do you love me as a friend?" Peter was hurt that Jesus asked him a third time, "Do you love me as a friend?" and said, "Lord, you know everything; you know that I love you as a friend." Jesus said to him, "Feed my sheep." ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.
18 "Truly, truly, I tell you: when you were young, you dressed yourself and went where you wanted; but when you're old, you'll stretch out your hands, and another will dress you and take you where you don't want to go." ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ເມື່ອ​ເຈົ້າ​ຍັງ​ໜຸ່ມ ເຈົ້າ​ແຕ່ງໂຕ​ຂອງ​ເຈົ້າ​ເອງ ແລະ ທຽວ​ໄປ​ມາ​ຕາມ​ທີ່​ເຈົ້າ​ຕ້ອງການ ແຕ່​ເມື່ອ​ເຈົ້າ​ເຖົ້າແກ່​ແລ້ວ ເຈົ້າ​ຈະ​ຢຽດ​ມື​ຂອງ​ເຈົ້າ​ອອກ ແລະ ມີ​ຄົນ​ອື່ນ​ມາ​ແຕ່ງໂຕ​ໃຫ້​ເຈົ້າ ແລະ ຈະ​ພາ​ເຈົ້າ​ໄປ​ຍັງ​ບ່ອນ​ທີ່​ເຈົ້າ​ບໍ່​ຢາກ​ໄປ”.
19 Jesus said this to show by what kind of death Peter would glorify our Father. Then he told him, "Follow me." ພຣະເຢຊູເຈົ້າ​ກ່າວ​ຢ່າງ​ນີ້​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເປໂຕ​ຈະ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ການ​ຕາຍ​ຢ່າງໃດ. ແລ້ວ​ພຣະອົງ​ຈຶ່ງ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ!”
20 Peter turned and saw the disciple Jesus loved following—the one who leaned back against Jesus at supper and asked, "Lord, who is going to betray you?" ເປໂຕ​ຫັນຫລັງ​ມາ​ເຫັນ​ສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ຕິດຕາມ​ມາ (ເຊິ່ງ​ເປັນ​ສາວົກ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເນີ້ງ​ໂຕ​ອີງ​ພຣະເຢຊູເຈົ້າ​ໃນ​ລະຫວ່າງ​ຮັບປະທານ​ອາຫານຄ່ຳ​ໃນ​ວັນ​ນັ້ນ ແລະ ເຄີຍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ?”)
21 When Peter saw him, he said to Jesus, "Lord, what about this man?" ເມື່ອ​ເປໂຕ​ເຫັນ​ລາວ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແລ້ວ​ຄົນ​ນີ້​ເດ​ຈະ​ເປັນ​ຢ່າງ​ໃດ?”
22 Jesus told him, "If I want him to remain until I come, what's that to you? You follow me." ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ຫຍັງ​ກັບ​ເຈົ້າ? ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ”.
23 So this word spread among the brothers and sisters that this disciple would not die. Yet Jesus did not tell him he would not die, but, "If I want him to remain until I come, what is that to you?" ເພາະ​ເຫດ​ນີ້ ຈຶ່ງ​ມີ​ຂ່າວລື​ໄປ​ໃນ​ທ່າມກາງ​ພວກ​ພີ່ນ້ອງ​ວ່າ​ສາວົກ​ຄົນ​ນັ້ນ​ຈະ​ບໍ່​ຕາຍ. ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ກ່າວ​ວ່າ​ລາວ​ຈະ​ບໍ່​ຕາຍ ແຕ່​ພຣະອົງ​ກ່າວ​ວ່າ, “ຖ້າ​ເຮົາ​ຕ້ອງການ​ໃຫ້​ລາວ​ມີຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ຫຍັງ​ກັບ​ເຈົ້າ?”
24 This is the disciple testifying to these things and who wrote them; we know his testimony is true. ສາວົກ​ຄົນ​ນີ້​ແຫລະ ທີ່​ເປັນ​ພະຍານ​ເຖິງ​ເຫດການ​ເຫລົ່ານີ້ ແລະ ເປັນ​ຜູ້​ຈົດ​ບັນທຶກ​ໄວ້. ພວກເຮົາ​ກໍ​ຮູ້ຈັກ​ວ່າ​ຄຳພະຍານ​ຂອງ​ເພິ່ນ​ນັ້ນ​ເປັນ​ຈິງ.
25 Jesus did many other things too. If each were written down, I don't think the world itself could hold the books written. ພຣະເຢຊູເຈົ້າ​ໄດ້ເຮັດ​ສິ່ງ​ອື່ນໆ​ອີກ​ຫລາຍ​ຢ່າງ. ຖ້າ​ຈະ​ຂຽນ​ໄວ້​ທັງໝົດ ຂ້າພະເຈົ້າ​ຄິດ​ວ່າ​ທົ່ວ​ທັງ​ໂລກ​ນີ້​ຈະ​ບໍ່​ມີ​ບ່ອນ​ພໍ​ສຳລັບ​ໜັງສື​ຕ່າງໆ​ທີ່​ຈະ​ຂຽນ​ຂຶ້ນ​ນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]