Skip to content
The Believer's Library

Biblica® Open Lao Contemporary Version

John 11 OLCV

Show OLCV only
Verse × ×
1 A man named Lazarus was sick, from Bethany, the village of Mary and her sister Martha. ບັດນີ້​ມີ​ຊາຍ​ຄົນ​ໜຶ່ງ​ກຳລັງ​ປ່ວຍ​ຢູ່​ຊື່​ວ່າ​ລາຊາໂຣ. ລາວ​ມາ​ຈາກ​ບ້ານ​ເບັດທານີ, ບ້ານ​ທີ່​ມາຣີ ແລະ ມາທາ​ເອື້ອຍ​ຂອງ​ລາວ​ຢູ່.
2 Mary—whose brother Lazarus was sick—anointed the Lord with fragrant oil and dried his feet with her hair. (ມາຣີ​ຜູ້​ນີ້​ແມ່ນ​ຜູ້​ທີ່​ນ້ອງຊາຍ​ຂອງ​ລາວ​ຄື​ລາຊາໂຣ​ກຳລັງ​ປ່ວຍ​ຢູ່, ໄດ້​ເອົາ​ນ້ຳມັນຫອມ​ຖອກ​ຫົດສົງ​ອົງພຣະຜູ້ເປັນເຈົ້າ ແລະ ເອົາ​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ).
3 So the sisters sent word to him, saying, "Lord, the one you love is sick." ດັ່ງນັ້ນ ເອື້ອຍ​ທັງ​ສອງ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້​ທີ່​ພຣະອົງ​ຮັກ​ນັ້ນ​ກຳລັງ​ປ່ວຍ​ຢູ່”.
4 Hearing this, Jesus said, "This sickness won't end in death, but is for the glory of our Father, so the Son of our Father may be glorified through it." ເມື່ອ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຄວາມເຈັບປ່ວຍ​ນີ້​ຈະ​ບໍ່​ເຖິງ​ແກ່​ຄວາມຕາຍ​ດອກ. ແຕ່​ເກີດຂຶ້ນ​ເພື່ອ​ກຽດຕິຍົດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ຮັບກຽດ​ເພາະ​ການ​ນີ້”.
5 Now Jesus loved Martha and her sister and Lazarus. ພຣະເຢຊູເຈົ້າ​ຮັກ​ມາທາ​ກັບ​ນ້ອງສາວ​ຂອງ​ນາງ ແລະ ລາຊາໂຣ.
6 So when he heard Lazarus was sick, he stayed two more days where he was. ເມື່ອ​ພຣະອົງ​ໄດ້​ຍິນ​ວ່າ​ລາຊາໂຣ​ເຈັບປ່ວຍ ພຣະອົງ​ຍັງ​ພັກ​ຢູ່​ບ່ອນ​ທີ່​ພຣະອົງ​ພັກ​ຢູ່​ນັ້ນ​ອີກ​ສອງ​ວັນ.
7 Then after this he said to the disciples, "Let us go back to Judea." ແລະ ຫລັງຈາກ​ນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກສາວົກ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ແຂວງ​ຢູດາຍ​ເທາະ”.
8 The disciples said to him, "Rabbi, the Jews just now tried to stone you, and you're going back there?" ພວກສາວົກ​ໄດ້​ກ່າວ​ວ່າ, “ອາຈານ​ເອີຍ, ເມື່ອ​ບໍ່​ດົນ​ມາ​ນີ້​ພວກ​ຢິວ​ພະຍາຍາມ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ພຣະອົງ ແລ້ວ​ພຣະອົງ​ຍັງ​ຈະ​ກັບ​ຄືນ​ໄປ​ທີ່​ນັ້ນ​ອີກ​ບໍ?”
9 Jesus answered, "Aren't there twelve hours in the day? Anyone who walks by day won't stumble - he sees the light of this world. ພຣະເຢຊູເຈົ້າ​ຕອບ​ວ່າ, “ກາງເວັນ​ມີ​ສິບສອງ​ຊົ່ວໂມງ​ບໍ່​ແມ່ນ​ບໍ? ຜູ້​ທີ່​ຍ່າງ​ໃນ​ເວລາ​ກາງເວັນ​ຈະ​ບໍ່​ຊູນສະດຸດ ເພາະ​ພວກເຂົາ​ເບິ່ງ​ເຫັນ​ໂດຍ​ຄວາມສະຫວ່າງ​ຂອງ​ໂລກ​ນີ້.
10 But if anyone walks at night, he stumbles, because the light is not in him." ແຕ່​ຖ້າ​ລາວ​ຍ່າງ​ໃນ​ເວລາ​ກາງຄືນ​ລາວ​ກໍ​ຈະ​ຊູນສະດຸດ ເພາະ​ພວກເຂົາ​ບໍ່​ມີ​ຄວາມສະຫວ່າງ​ໃນ​ໂຕ”.
11 After this, he told them, "Our friend Lazarus has fallen asleep, but I'm going to wake him." ຫລັງ​ຈາກ​ທີ່​ພຣະອົງ​ກ່າວ​ດັ່ງນັ້ນ​ແລ້ວ, ພຣະອົງ​ກໍ​ບອກ​ພວກສາວົກ​ຕື່ມ​ອີກ​ວ່າ, “ລາຊາໂຣ​ເພື່ອນ​ຂອງ​ເຮົາ​ກໍ​ນອນຫລັບ​ໄປ​ແລ້ວ ແຕ່​ເຮົາ​ຈະ​ໄປ​ທີ່​ນັ້ນ​ເພື່ອ​ປຸກ​ລາວ​ໃຫ້​ຕື່ນ​ຂຶ້ນ”.
12 So the disciples said to him, "Lord, if he has fallen asleep, he will get better." ພວກສາວົກ​ຂອງ​ພຣະອົງ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ລາວ​ນອນ​ຫລັບ​ລາວ​ກໍ​ຄົງ​ຈະ​ດີ​ຂຶ້ນ”.
13 Now Jesus had been speaking about his death, but they thought he meant natural sleep. ພຣະເຢຊູເຈົ້າ​ໄດ້​ກ່າວ​ເຖິງ​ການຕາຍ​ຂອງ​ລາຊາໂຣ, ແຕ່​ພວກສາວົກ​ຄິດ​ວ່າ​ພຣະອົງ​ໝາຍເຖິງ​ການ​ນອນຫລັບ​ທຳມະດາ.
14 So then Jesus told them plainly, "Lazarus has died, ດັ່ງນັ້ນ ພຣະອົງ​ຈຶ່ງ​ບອກ​ພວກເພິ່ນ​ຢ່າງ​ຈະ​ແຈ້ງ​ວ່າ, “ລາຊາໂຣ​ໄດ້​ຕາຍ​ແລ້ວ,
15 I'm glad for your sake I wasn't there, so you'll believe. But let's go to him." ແລະ ເພາະ​ເຫັນ​ແກ່​ພວກເຈົ້າ​ເຮົາ​ຈຶ່ງ​ດີໃຈ​ທີ່​ບໍ່​ໄດ້​ຢູ່​ທີ່​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຊື່ອ. ແຕ່​ໃຫ້​ພວກເຮົາ​ໄປ​ຫາ​ລາວ​ເທາະ”.
16 So Thomas, called the Twin, told the other disciples, "Let's go too, and die with him." ໂທມາ​ທີ່​ມີ​ຊື່​ອີກ​ວ່າ​ດີໄດມັດ ໄດ້​ເວົ້າ​ກັບ​ພວກສາວົກ​ຄົນ​ອື່ນໆ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ນຳ​ກັນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ກັບ​ພຣະອົງ”.
17 So when Jesus arrived, he found that Lazarus had already been in the tomb four days. ເມື່ອ​ພຣະເຢຊູເຈົ້າ​ມາ​ຮອດ​ກໍ​ພົບ​ວ່າ​ລາຊາໂຣ​ຢູ່​ໃນ​ອຸບມຸງ​ຝັງສົບ​ໄດ້​ສີ່​ວັນ​ແລ້ວ.
18 Bethany was near Jerusalem, about two miles away, ບ້ານ​ເບັດທານີ​ກໍ​ຢູ່​ຫ່າງ​ຈາກ​ນະຄອນ​ເຢຣູຊາເລັມ​ປະມານ 3 ກິໂລແມັດ,
19 and many of the Jews had come to Martha and Mary to console them about their brother. ຊາວ​ຢິວ​ຫລາຍ​ຄົນ​ໄດ້​ມາ​ຫາ​ມາທາ ແລະ ມາຣີ​ເພື່ອ​ເລົ້າໂລມໃຈ​ພວກເຂົາ​ທີ່​ໄດ້​ສູນເສຍ​ນ້ອງຊາຍ.
20 When Martha heard Jesus was coming, she went to meet him; Mary stayed sitting in the house. ເມື່ອ​ມາທາ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ມາ, ນາງ​ກໍ​ອອກໄປ​ຕ້ອນຮັບ​ພຣະອົງ ສ່ວນ​ມາຣີ​ນັ້ນ​ຍັງ​ຢູ່​ທີ່​ເຮືອນ.
21 Martha said to Jesus, "Lord, if you had been here, my brother would not have died. ມາທາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ຄົງ​ຈະ​ບໍ່​ຕາຍ.
22 But even now I know that whatever you ask of our Father, he will give you." ແຕ່​ຂ້ານ້ອຍ​ຮູ້​ວ່າ​ແມ່ນແຕ່​ເວລາ​ນີ້​ສິ່ງ​ໃດ​ທີ່​ພຣະອົງ​ຂໍ ພຣະເຈົ້າ​ຈະ​ມອບ​ໃຫ້​ແກ່​ພຣະອົງ”.
23 Jesus said to her, "Your brother will rise again." ພຣະເຢຊູເຈົ້າ​ກ່າວ​ຕໍ່​ນາງ​ວ່າ, “ນ້ອງຊາຍ​ຂອງ​ເຈົ້າ​ຈະ​ຟື້ນຄືນມາ​ອີກ”.
24 Martha said to him, "I know he'll rise again in the resurrection on the last day." ມາທາ​ຕອບ​ວ່າ, “ຂ້ານ້ອຍ​ກໍ​ຮູ້ຈັກ​ແລ້ວ​ວ່າ​ລາວ​ຈະ​ຟື້ນຄືນມາ​ອີກ​ໃນ​ການເປັນຄືນມາຈາກຕາຍ​ໃນ​ວັນ​ສຸດທ້າຍ”.
25 Jesus told her, "I am the resurrection and the life. Whoever believes in me will live, even though he dies, ພຣະເຢຊູເຈົ້າ​ກ່າວ​ຕໍ່​ນາງ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ເຫດ​ໃຫ້​ຄົນ​ທັງປວງ​ເປັນຄືນມາຈາກຕາຍ ແລະ ເປັນ​ຊີວິດ. ຜູ້​ທີ່​ເຊື່ອ​ໃນ​ເຮົາ​ເຖິງ​ວ່າ​ຕາຍ​ໄປ​ແລ້ວ​ກໍ​ຈະ​ມີຊີວິດ​ຢູ່
26 and everyone who lives and believes in me will never die. Do you believe this?" ຜູ້ໃດ​ກໍ​ຕາມ​ທີ່​ມີຊີວິດ​ຢູ່​ໂດຍ​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຕາຍ​ຈັກເທື່ອ. ເຈົ້າ​ເຊື່ອ​ຢ່າງ​ນີ້​ບໍ?”
27 She said to him, "Yes, Lord; I believe you are the Christ, the Son of our Father, the one coming into the world." ນາງ​ຕອບ​ວ່າ, “ເຊື່ອ​ຢູ່​ແລ້ວ​ອົງພຣະຜູ້ເປັນເຈົ້າ​ເອີຍ, ຂ້ານ້ອຍ​ເຊື່ອ​ແລ້ວ​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ເຂົ້າ​ມາ​ໃນ​ໂລກ​ນີ້”.
28 After saying this, she went and called her sister Mary privately: "The Teacher is here—he's calling for you." ຫລັງຈາກ​ທີ່​ມາທາ​ກ່າວ​ດັ່ງນີ້​ແລ້ວ ນາງ​ກໍ​ກັບ​ຄືນ​ໄປ ແລະ ເອີ້ນ​ມາຣີ​ນ້ອງສາວ​ຂອງ​ຕົນ ແລະ ບອກ​ວ່າ, “ອາຈານ​ຢູ່​ທີ່​ນີ້​ແລ້ວ ແລະ ກຳລັງ​ຖາມ​ຫາ​ເຈົ້າ”.
29 When Mary heard this, she rose quickly and went to him. ເມື່ອ​ມາຣີ​ໄດ້​ຟັງ​ຢ່າງ​ນັ້ນ ນາງ​ຈຶ່ງ​ຟ້າວ​ລຸກຂຶ້ນ​ແລ້ວ​ໄປ​ຫາ​ພຣະອົງ.
30 Jesus had not yet entered the village; he was still where Martha met him. ໃນຂະນະ​ນັ້ນ ພຣະເຢຊູເຈົ້າ​ຍັງ​ບໍ່​ໄດ້​ເຂົ້າ​ມາ​ໃນ​ບ້ານ​ເທື່ອ ແຕ່​ຍັງ​ຢູ່​ໃນ​ບ່ອນ​ທີ່​ມາທາ​ມາ​ພົບ​ພຣະອົງ​ນັ້ນ.
31 The Jews with her in the house, comforting her, saw Mary rise quickly and leave; they followed, thinking she was going to the tomb to weep there. ເມື່ອ​ພວກ​ຢິວ​ທີ່​ກຳລັງ​ເລົ້າໂລມໃຈ​ມາຣີ​ຢູ່​ໃນ​ເຮືອນ​ເຫັນ​ວ່າ​ນາງ​ຟ້າວ​ລຸກ​ອອກ​ໄປ, ພວກເຂົາ​ຈຶ່ງ​ຕາມ​ນາງ​ໄປ ເພາະ​ຄິດວ່າ​ນາງ​ຈະ​ໄປ​ຮ້ອງໄຫ້​ຢູ່​ທີ່​ອຸບມຸງ​ຝັງສົບ​ພຸ້ນ.
32 Mary came to Jesus, saw him, fell at his feet, and said, "Lord, if you had been here, my brother would not have died." ເມື່ອ​ມາຣີ​ມາ​ຮອດ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຢູ່ ແລະ ໄດ້​ເຫັນ​ພຣະອົງ, ນາງ​ກໍ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ກໍ​ຄົງ​ບໍ່​ຕາຍ”.
33 When Jesus saw her weeping, and the Jews who came with her also weeping, he groaned in spirit and was troubled. ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນາງ​ຮ້ອງໄຫ້ ແລະ ພວກ​ຢິວ​ທີ່​ມາ​ກັບ​ນາງ​ກໍ​ຮ້ອງໄຫ້​ເໝືອນກັນ, ພຣະອົງ​ກໍ​ເປັນ​ທຸກ ແລະ ສະເທືອນ​ໃຈ​ຫລາຍ
34 And he said, "Where have you laid him?" They said to him, "Lord, come and see." ແລະ ຖາມ​ວ່າ, “ພວກເຈົ້າ​ໄດ້​ເອົາ​ສົບ​ໄປ​ວາງໄວ້​ຢູ່​ໃສ?” ພວກເຂົາ​ຕອບ​ວ່າ, “ເຊີນ​ມາ​ເບິ່ງ​ແມ, ອົງພຣະຜູ້ເປັນເຈົ້າ​ເອີຍ”.
35 Jesus wept. ພຣະເຢຊູເຈົ້າ​ຮ້ອງໄຫ້.
36 So the Jews said, "See how he loved him!" ແລ້ວ​ພວກ​ຢິວ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ, ພຣະອົງ​ຮັກ​ລາວ​ຫລາຍ​ປານໃດ!”
37 But some of them said, "Could this man who opened the blind man's eyes not have kept him from dying?" ແຕ່​ບາງຄົນ​ເວົ້າ​ວ່າ, “ພຣະອົງ​ຜູ້​ໄດ້​ເຮັດ​ໃຫ້​ຊາຍ​ຕາບອດ​ເຫັນຮຸ່ງ​ໄດ້ ແລ້ວ​ຈະ​ເຮັດ​ໃຫ້​ຄົນ​ນີ້​ບໍ່​ຕາຍ​ບໍ່​ໄດ້​ບໍ?”
38 So Jesus, again deeply moved in himself, came to the tomb—a cave with a stone against it. ພຣະເຢຊູເຈົ້າ​ສະເທືອນໃຈ​ຫລາຍ​ອີກ, ພຣະອົງ​ມາ​ທີ່​ອຸບມຸງ​ຝັງສົບ ເຊິ່ງ​ເປັນ​ຖ້ຳ​ທີ່​ມີ​ຫີນ​ກ້ອນ​ໜຶ່ງ​ວາງ​ຕັນ​ທາງເຂົ້າ.
39 Jesus said, "Take away the stone." Martha, the dead man's sister, said to him, "Lord, he must smell by now—he's been dead four days." ພຣະອົງ​ກ່າວ​ວ່າ, “ຈົ່ງ​ກຶ່ງ​ກ້ອນຫີນ​ອອກ”. ມາທາ​ເອື້ອຍ​ຂອງ​ຜູ້​ຕາຍ​ນັ້ນ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ປານ​ນີ້​ສົບ​ຄົງ​ມີ​ກິ່ນ​ເໝັນ​ແລ້ວ ເພາະ​ລາວ​ຢູ່​ໃນ​ອຸບມຸງ​ມາ​ໄດ້​ສີ່​ວັນ​ແລ້ວ”.
40 Jesus said to her, "Didn't I tell you: if you believe you'll see our Father's glory?" ຫລັງຈາກນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຈະ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ?”
41 So they removed the stone. Jesus looked up and said, "Father, I thank you that you heard me. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກຶ່ງ​ກ້ອນຫີນ​ອອກ ແລ້ວ​ພຣະເຢຊູເຈົ້າ​ເງີຍໜ້າ​ຂຶ້ນ ແລະ ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ​ທີ່​ພຣະອົງ​ຮັບ​ຟັງ​ຂ້ານ້ອຍ.
42 I knew you always hear me, but I said this for the crowd standing here, so they may believe you sent me." ຂ້ານ້ອຍ​ຮູ້ຈັກ​ວ່າ​ພຣະອົງ​ຮັບ​ຟັງ​ຂ້ານ້ອຍ​ຢູ່​ສະເໝີ, ແຕ່​ທີ່​ຂ້ານ້ອຍ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ເຫັນ​ແກ່​ຄົນ​ທັງຫລາຍ​ທີ່​ຢືນ​ຢູ່​ທີ່​ນີ້ ເພື່ອ​ພວກເຂົາ​ຈະ​ໄດ້​ເຊື່ອ​ວ່າ​ພຣະອົງ​ໃຊ້​ຂ້ານ້ອຍ​ມາ”.
43 When he had said this, he cried out with a loud voice, "Lazarus, come out!" ເມື່ອ​ກ່າວ​ດັ່ງນີ້​ແລ້ວ ພຣະເຢຊູເຈົ້າ​ເອີ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ລາຊາໂຣ​ເອີຍ, ຈົ່ງ​ອອກມາ​ສາ!”
44 The dead man came out, feet and hands bound with strips of linen, and his face wrapped in cloth. Jesus said to them, "Untie him; let him go." ຜູ້​ຕາຍ​ນັ້ນ​ກໍ​ອອກມາ ມີ​ແຜ່ນ​ຜ້າຝ້າຍລິນິນ​ພັນ​ມື ແລະ ຕີນ​ຂອງ​ລາວ ແລະ ມີ​ຜ້າ​ຜືນ​ໜຶ່ງ​ຄຸມ​ໜ້າ​ຂອງ​ລາວ​ໄວ້. ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ແກ້​ຜ້າພັນສົບ​ອອກ ແລະ ປ່ອຍ​ລາວ​ໄປ”.
45 So many of the Jews who came to Mary and saw what Jesus did believed in him. ເຫດສະນັ້ນ ຊາວ​ຢິວ​ຫລາຍ​ຄົນ​ທີ່​ມາ​ຢ້ຽມຢາມ​ມາຣີ ແລະ ໄດ້​ເຫັນ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ນັ້ນ ກໍ​ເຊື່ອ​ພຣະອົງ.
46 But some of them went to the Pharisees and told them what Jesus had done. ແຕ່​ບາງຄົນ​ໃນ​ພວກເຂົາ​ໄດ້​ໄປ​ພົບ​ພວກ​ຟາຣີຊາຍ ແລະ ເລົ່າ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ຟັງ.
47 So the chief priests and Pharisees convened the council and said, "What are we doing? For this man performs many signs. ແລ້ວ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ເອີ້ນ​ປະຊຸມ​ສະພາ​ແຊນເຮດຣິນ. ພວກເຂົາ​ຖາມ​ກັນ​ວ່າ, “ພວກເຮົາ​ເຮັດ​ຫຍັງ​ໄດ້​ແດ່? ຊາຍ​ຄົນ​ນີ້​ກຳລັງ​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ.
48 If we leave him alone, everyone will believe in him, and the Romans will come and take away both our place and our nation." ຖ້າ​ພວກເຮົາ​ປ່ອຍ​ໃຫ້​ລາວ​ເຮັດ​ແບບ​ນີ້​ຕໍ່ໄປ ທຸກ​ຄົນ​ກໍ​ຈະ​ພາກັນ​ເຊື່ອ​ລາວ ແລ້ວ​ພວກໂຣມ​ກໍ​ຈະ​ມາ​ເອົາ​ທັງ​ວິຫານ ແລະ ຊາດ​ຂອງ​ພວກເຮົາ​ໄປ”.
49 But one of them, Caiaphas, high priest that year, told them, "You know nothing at all. ຫລັງຈາກ​ນັ້ນ ມີ​ຜູ້​ໜຶ່ງ​ໃນ​ພວກເຂົາ​ຊື່​ວ່າ​ກາຢະຟາ ຜູ້​ທີ່​ເປັນ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ ໄດ້​ເວົ້າ​ຂຶ້ນ​ວ່າ, “ພວກທ່ານ​ບໍ່​ຮູ້ຈັກ​ຫຍັງ​ເລີຍ!
50 Don't you see it's better for you that one man die for the people than the whole nation perish?" ພວກທ່ານ​ບໍ່​ໄດ້​ເຂົ້າໃຈ​ວ່າ​ມັນ​ຈະ​ເປັນ​ປະໂຫຍດ​ສຳລັບ​ພວກທ່ານ ທີ່​ໃຫ້​ຄົນ​ໜຶ່ງ​ຕາຍ​ເພື່ອ​ປະຊາຊົນ​ກໍ​ດີ​ກວ່າ​ຈະ​ໃຫ້​ຄົນ​ທັງ​ຊາດ​ຕ້ອງ​ຈິບຫາຍ”.
51 He didn't say this on his own; as high priest that year, he prophesied Jesus would die for the nation, ເພິ່ນ​ບໍ່​ໄດ້​ເວົ້າ​ດັ່ງນີ້​ຕາມ​ຄວາມຄິດ​ຂອງ​ຕົນ​ເອງ ແຕ່​ເວົ້າ​ໃນ​ຖານະ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ, ເພິ່ນ​ໄດ້​ທຳນວາຍ​ວ່າ​ພຣະເຢຊູເຈົ້າ​ຈະ​ຕາຍ​ເພື່ອ​ຊົນຊາດ​ຢິວ,
52 not only for the nation, but also to gather into one the scattered children of our Father. ແລະ ບໍ່​ພຽງ​ແຕ່​ຊົນຊາດ​ນີ້​ເທົ່ານັ້ນ​ແຕ່​ຍັງ​ຕາຍ​ເພື່ອ​ລູກ​ຂອງ​ພຣະເຈົ້າ​ທີ່​ກະຈັດກະຈາຍ​ຢູ່, ເພື່ອ​ນໍາ​ພວກເຂົາ​ເຂົ້າ​ມາ​ຮວມ​ກັນ​ເປັນ​ອັນໜຶ່ງອັນດຽວກັນ.
53 So from that day on they plotted to put him to death. ດັ່ງນັ້ນ ຕັ້ງແຕ່​ມື້​ນັ້ນ​ມາ ພວກເຂົາ​ຈຶ່ງ​ວາງແຜນ​ຈະ​ເອົາ​ຊີວິດ​ຂອງ​ພຣະອົງ.
54 So Jesus no longer moved about openly among the Jews, but withdrew to a town called Ephraim near the wilderness, and stayed there with his disciples. ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ໄດ້​ເຄື່ອນໄຫວ​ຢ່າງ​ເປີດເຜີຍ​ໃນ​ທ່າມກາງ​ປະຊາຊົນ​ໃນ​ແຂວງ​ຢູດາຍ​ອີກ​ຕໍ່​ໄປ. ແຕ່​ພຣະອົງ​ໄດ້​ແຍກ​ໄປ​ຍັງ​ເຂດ​ໃກ້​ຖິ່ນແຫ້ງແລ້ງກັນດານ​ຈົນ​ຮອດ​ບ້ານ​ເອຟຣາອິມ, ພຣະອົງ​ພັກ​ຢູ່​ທີ່​ນັ້ນ​ກັບ​ພວກສາວົກ​ຂອງ​ພຣະອົງ.
55 The Jews' Passover was near, and many went up from the country to Jerusalem before it to purify themselves. ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ຂອງ​ຊາວຢິວ, ຄົນ​ຈໍານວນ​ຫລວງຫລາຍ​ຈາກ​ຊົນນະບົດ​ເດີນທາງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ປະກອບ​ພິທີ​ຊຳລະ​ໂຕ​ກ່ອນ​ເທດສະການ​ປັດສະຄາ.
56 So they looked for Jesus, asking each other as they stood in the temple, "What do you think? Surely he won't come to the feast?" ພວກເຂົາ​ສືບຕໍ່​ຊອກຫາ​ພຣະເຢຊູເຈົ້າ ແລະ ຂະນະ​ທີ່​ພວກເຂົາ​ຢືນ​ຢູ່​ໃນ​ເດີ່ນ​ວິຫານ​ພວກເຂົາ​ກໍ​ຖາມ​ກັນ​ວ່າ, “ເຈົ້າ​ຄິດ​ຢ່າງໃດ? ເພິ່ນ​ຄົງ​ຈະ​ບໍ່​ມາ​ໃນ​ງານ​ເທດສະການ​ນີ້​ເລີຍ​ແມ່ນ​ບໍ?”
57 The chief priests and Pharisees had ordered that anyone who knew his whereabouts must report it, so they could arrest him. ຝ່າຍ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ໄດ້​ອອກ​ຄຳສັ່ງ​ໄວ້​ວ່າ​ຖ້າ​ຜູ້ໃດ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ບ່ອນ​ໃດ​ໃຫ້​ມາ​ລາຍງານ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ໄປ​ຈັບ​ພຣະອົງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]