Skip to content
The Believer's Library

Biblica® Open Lao Contemporary Version

John 10 OLCV

Show OLCV only
Verse × ×
1 "Truly, truly, I tell you: whoever doesn't enter the sheepfold through the gate, but climbs in another way, is a thief and a robber. “ພວກເຈົ້າ​ທີ່​ເປັນ​ພວກ​ຟາຣີຊາຍ​ເອີຍ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ທີ່​ບໍ່​ໄດ້​ເຂົ້າ​ຄອກ​ແກະ​ທາງ​ປະຕູ​ແຕ່​ປີນ​ເຂົ້າ​ທາງ​ອື່ນ​ນັ້ນ​ກໍ​ເປັນ​ຂະໂມຍ ແລະ ໂຈນ.
2 But the one who enters by the gate is the shepherd of the sheep. ສ່ວນ​ຄົນ​ທີ່​ເຂົ້າ​ທາງ​ປະຕູ​ກໍ​ເປັນ​ຜູ້ລ້ຽງ​ແກະ.
3 The gatekeeper opens for him, and the sheep hear his voice. He calls his own sheep by name and leads them out. ຄົນຍາມ​ປະຕູ​ກໍ​ໄຂ​ປະຕູ​ໃຫ້​ຄົນ​ນັ້ນ ແລະ ແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ. ເພິ່ນ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່​ຂອງ​ມັນ ແລະ ພາ​ພວກມັນ​ອອກ​ໄປ.
4 After bringing all his own out, he goes ahead of them, and the sheep follow him because they know his voice. ເມື່ອ​ເພິ່ນ​ໄດ້​ພາ​ແກະ​ທັງໝົດ​ຂອງ​ຕົນ​ອອກມາ​ແລ້ວ ເພິ່ນ​ກໍ​ນຳໜ້າ​ພວກມັນ​ໄປ ແລະ ແກະ​ຂອງ​ເພິ່ນ​ກໍ​ຕິດຕາມ​ເພິ່ນ​ໄປ​ເພາະ​ພວກມັນ​ຮູ້ຈັກ​ສຽງ​ຂອງ​ເພິ່ນ.
5 They will never follow a stranger—they'll run from him, since they don't know the voice of strangers." ແຕ່​ຝູງແກະ​ຈະ​ບໍ່​ຕິດຕາມ​ຄົນແປກໜ້າ, ແທ້ຈິງແລ້ວ, ພວກມັນ​ຈະ​ແລ່ນ​ໜີ​ໄປ​ຈາກ​ຄົນ​ນັ້ນ​ເພາະ​ພວກມັນ​ບໍ່​ຮູ້ຈັກ​ສຽງ​ຂອງ​ຄົນແປກໜ້າ”.
6 Jesus told them this figure of speech, but they didn't grasp what he meant. ພຣະເຢຊູເຈົ້າ​ໃຊ້​ຄຳປຽບທຽບ​ນີ້ ແຕ່​ພວກ​ຟາຣີຊາຍ​ບໍ່​ເຂົ້າໃຈ​ວ່າ​ພຣະອົງ​ກຳລັງ​ບອກ​ສິ່ງ​ໃດ​ແກ່​ພວກເຂົາ.
7 So Jesus said again, "Truly, truly, I tell you, I am the gate for the sheep. ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ນີ້​ແຫລະ​ເປັນ​ປະຕູ​ສຳລັບ​ແກະ.
8 "All who came before me are thieves and robbers, but the sheep did not listen to them. ບັນດາ​ຜູ້​ທີ່​ມາ​ກ່ອນໜ້າ​ເຮົາ​ນັ້ນ​ເປັນ​ຂະໂມຍ ແລະ ໂຈນ, ແຕ່​ແກະ​ບໍ່​ໄດ້​ຟັງ​ພວກເຂົາ.
9 I am the gate; whoever enters through me will be saved, going in and out, finding pasture. ເຮົາ​ນີ້​ແຫລະ​ເປັນ​ປະຕູ​ນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ຈະ​ໄດ້​ພົ້ນ. ພວກເຂົາ​ຈະ​ເຂົ້າ​ມາ ແລະ ອອກ​ໄປ, ແລ້ວ​ກໍ​ພົບ​ທົ່ງຫຍ້າ.
10 The thief comes only to steal, kill, and destroy. I came so they may have life, and have it in abundance. ຂະໂມຍ​ມາ​ກໍ​ພຽງ​ແຕ່​ຈະ​ລັກ, ຈະ​ຂ້າ ແລະ ທຳລາຍ​ເທົ່ານັ້ນ. ເຮົາ​ໄດ້​ມາ​ເພື່ອ​ພວກເຂົາ​ຈະ​ໄດ້​ຊີວິດ ແລະ ຈະ​ໄດ້​ຊີວິດ​ຢ່າງ​ຄົບບໍລິບູນ.
11 "I am the good shepherd. The good shepherd lays down his life for the sheep. “ເຮົາ​ເປັນ​ຜູ້ລ້ຽງແກະ​ທີ່​ດີ. ຜູ້ລ້ຽງແກະ​ທີ່​ດີ​ນັ້ນ​ຍ່ອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ແກະ.
12 The hired hand, not a shepherd, doesn't own the sheep. Seeing the wolf coming, he leaves the sheep and flees—the wolf snatches and scatters them. ຄົນຮັບຈ້າງ​ບໍ່​ແມ່ນ​ຜູ້ລ້ຽງແກະ ແລະ ບໍ່​ໄດ້​ເປັນ​ເຈົ້າຂອງ​ແກະ. ດັ່ງນັ້ນ ເມື່ອ​ລາວ​ເຫັນ​ໝາໄນ​ມາ​ລາວ​ກໍ​ປະຖິ້ມ​ແກະ ແລະ ແລ່ນ​ໜີ​ໄປ. ແລ້ວ​ໝາໄນ​ກໍ​ເຂົ້າ​ມາ​ທຳຮ້າຍ​ແກະ ແລະ ເຮັດ​ໃຫ້​ແຕກຊະ​ກັນ​ໄປ.
13 The man runs away because he is a hired hand and cares nothing for the sheep. ຄົນ​ນັ້ນ​ໄດ້​ແລ່ນ​ໜີ​ໄປ​ເພາະ​ວ່າ​ລາວ​ເປັນ​ພຽງ​ແຕ່​ຄົນຮັບຈ້າງ ແລະ ລາວ​ບໍ່​ໄດ້​ຫ່ວງໃຍ​ນຳ​ແກະ​ເລີຍ.
14 "I am the good shepherd. I know my own and my own know me, “ເຮົາ​ນີ້​ແຫລະ​ເປັນ​ຜູ້ລ້ຽງ​ທີ່​ດີ ເຮົາ​ຮູ້ຈັກ​ແກະ​ຂອງ​ເຮົາ ແລະ ແກະ​ຂອງ​ເຮົາ​ກໍ​ຮູ້ຈັກ​ເຮົາ
15 as the Father knows me and I know the Father, and I lay down my life for the sheep. ເໝືອນດັ່ງ​ທີ່​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ແລະ ເຮົາ​ສະຫລະ​ຊີວິດ​ຂອງ​ເຮົາ​ເພື່ອ​ແກະ​ນັ້ນ.
16 I have other sheep not of this fold; I must lead them too, and they will hear my voice. They will become one flock, one shepherd. ເຮົາ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ແມ່ນ​ຂອງ​ຄອກ​ນີ້. ເຮົາ​ຈະ​ຕ້ອງ​ນໍາ​ແກະ​ເຫລົ່ານັ້ນ​ມາ​ເໝືອນກັນ. ແກະ​ເຫລົ່ານັ້ນ​ຈະ​ຟັງ​ສຽງ​ຂອງ​ເຮົາ​ເໝືອນກັນ ແລະ ຈະ​ຮວມ​ກັນ​ເປັນ​ຝູງ​ດຽວ ແລະ ມີ​ຜູ້ລ້ຽງ​ແຕ່​ຜູ້​ດຽວ.
17 This is why the Father loves me: I lay down my life only to take it up again. ເຫດຜົນ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ຮັກ​ເຮົາ​ກໍ​ເພາະ​ເຮົາ​ໄດ້​ສະຫລະ​ຊີວິດ​ຂອງ​ເຮົາ​ພຽງ​ແຕ່​ຈະ​ຮັບ​ຊີວິດ​ນັ້ນ​ຄືນມາ​ອີກ.
18 No one takes it from me, but I lay it down on my own. I have authority to lay it down, and authority to take it up again. This charge I received from my Father." ບໍ່​ມີ​ຜູ້ໃດ​ຈະ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ໄດ້​ສະຫລະ​ຊີວິດ​ດ້ວຍ​ຄວາມສະໝັກໃຈ​ຂອງ​ເຮົາ​ເອງ. ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ ມີ​ສິດ​ທີ່​ຈະ​ຮັບ​ຊີວິດ​ຄືນ​ມາ​ອີກ. ເຮົາ​ໄດ້​ຮັບ​ຄຳສັ່ງ​ນີ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ”.
19 These words brought division among the Jews once again. ພວກ​ຢິວ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ກໍ​ແຕກແຍກ​ກັນ​ອີກ.
20 Many of them said, "He is demon-possessed and out of his mind. Why listen to him?" ຫລາຍຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ລາວ​ຖືກ​ຜີມານຮ້າຍ​ສິງ​ຢູ່ ແລະ ກຳລັງ​ເປັນ​ບ້າ. ຟັງ​ລາວ​ເຮັດຫຍັງ?”
21 But others said, "These aren't a demon-possessed man's words. Can a demon open blind eyes?" ແຕ່​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ຄຳ​ເຫລົ່ານີ້​ບໍ່​ແມ່ນ​ຄຳເວົ້າ​ຂອງ​ຄົນ​ທີ່​ຖືກ​ຜີມານຮ້າຍ​ສິງ. ຜີມານຮ້າຍ​ຈະ​ເຮັດ​ໃຫ້​ຄົນຕາບອດ​ເຫັນຮຸ່ງ​ໄດ້​ບໍ?”
22 Then came the Feast of Dedication at Jerusalem. It was winter, ແລ້ວ​ກໍ​ມາເຖິງ​ເທດສະການ​ສະຫລອງ​ວິຫານ​ທີ່​ນະຄອນ​ເຢຣູຊາເລັມ, ເຊິ່ງ​ເປັນ​ລະດູ​ໜາວ,
23 and Jesus was walking in the temple, in Solomon's Colonnade. ແລະ ພຣະເຢຊູເຈົ້າ​ຍ່າງ​ຢູ່​ທີ່​ລະບຽງ​ຂອງ​ໂຊໂລໂມນ​ໃນ​ເດີ່ນ​ວິຫານ.
24 The Jews surrounded him and said, "How long will you hold us in suspense? If you are the Christ, tell us plainly." ພວກ​ຢິວ​ທີ່​ຢູ່​ທີ່​ນັ້ນ​ໄດ້​ມາ​ຫຸ້ມ​ອ້ອມ​ພຣະອົງ ແລະ ເວົ້າ​ວ່າ, “ທ່ານ​ຈະ​ເຮັດ​ໃຫ້​ພວກເຮົາ​ຢູ່​ໃນ​ຄວາມສົງໄສ​ດົນ​ປານໃດ? ຖ້າ​ທ່ານ​ເປັນ​ພຣະຄຣິດເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ໃຫ້​ຮູ້​ຢ່າງ​ແຈ່ມແຈ້ງ​ສາ”.
25 Jesus answered, "I told you, and you don't believe. The works I do in my Father's name testify about me, ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ, ແຕ່​ພວກເຈົ້າ​ບໍ່​ເຊື່ອ. ພາລະກິດ​ທີ່​ເຮົາ​ເຮັດ​ໃນ​ນາມ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ກໍ​ເປັນ​ພະຍານ​ຢືນຢັນ​ໃຫ້​ແກ່​ເຮົາ,
26 but you do not believe, because you are not my sheep. ແຕ່​ພວກເຈົ້າ​ບໍ່​ເຊື່ອ​ເພາະ​ພວກເຈົ້າ​ບໍ່​ແມ່ນ​ແກະ​ຂອງ​ເຮົາ.
27 My sheep listen to my voice; I know them, and they follow me. ແກະ​ຂອງ​ເຮົາ​ກໍ​ຟັງ​ສຽງ​ຂອງ​ເຮົາ, ເຮົາ​ຮູ້ຈັກ​ແກະ​ນັ້ນ ແລະ ແກະ​ນັ້ນ​ກໍ​ຕິດຕາມ​ເຮົາ.
28 I give them eternal life, and they will never perish, and no one will snatch them from my hand. ເຮົາ​ໃຫ້​ຊີວິດ​ນິລັນດອນ​ແກ່​ແກະ​ນັ້ນ ແລະ ແກະ​ນັ້ນ​ຈະ​ບໍ່​ຈິບຫາຍ​ຈັກເທື່ອ, ບໍ່​ມີ​ຜູ້ໃດ​ຍາດ​ເອົາ​ແກະ​ນັ້ນ​ອອກ​ໄປ​ຈາກ​ມື​ຂອງ​ເຮົາ​ໄດ້.
29 My Father, who gave them to me, is greater than all; no one can snatch them out of the Father's hand. ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ໄດ້​ມອບ​ແກະ​ນັ້ນ​ໃຫ້​ແກ່​ເຮົາ​ຍິ່ງໃຫຍ່​ກວ່າ​ທຸກສິ່ງ ບໍ່​ມີ​ຜູ້ໃດ​ຈະ​ຍາດ​ເອົາ​ແກະ​ນັ້ນ​ຈາກ​ມື​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້.
30 I and the Father are one." ເຮົາ​ກັບ​ພຣະບິດາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”.
31 Again the Jews picked up stones to stone him. ເປັນ​ອີກ​ຄັ້ງ​ໜຶ່ງ​ທີ່​ພວກ​ຢິວ​ຈັບ​ເອົາ​ກ້ອນຫີນ​ຂຶ້ນ​ມາ​ເພື່ອ​ຈະ​ແກວ່ງ​ໃສ່​ພຣະອົງ,
32 Jesus replied, "I have shown you many good works from the Father. For which of these are you going to stone me?" ແຕ່​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ສະແດງ​ສິ່ງ​ດີ​ຫລາຍ​ຢ່າງ​ທີ່​ມາ​ຈາກ​ພຣະບິດາເຈົ້າ​ໃຫ້​ພວກເຈົ້າ​ເຫັນ. ພວກເຈົ້າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຮົາ​ເພາະ​ເຫດ​ອັນ​ໃດ?”
33 "We're stoning you not for good work," they said, "but for blasphemy, because you, a mere man, claim to be God." ພວກ​ຢິວ​ຕອບ​ວ່າ, “ທີ່​ເຮົາ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ​ບໍ່​ແມ່ນ​ເພາະ​ສິ່ງ​ດີ ແຕ່​ເພາະ​ເຈົ້າ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ, ເພາະ​ເຈົ້າ​ເປັນ​ພຽງ​ມະນຸດ​ແຕ່​ຕັ້ງ​ຕົນ​ເອງ​ເປັນ​ພຣະເຈົ້າ”.
34 Jesus answered them, "Is it not written in your Law: 'I have said you are gods'? ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ພວກເຈົ້າ​ບໍ່​ແມ່ນ​ບໍ​ວ່າ, ‘ເຮົາ​ໄດ້​ກ່າວ​ວ່າ​ພວກເຈົ້າ​ເປັນ​ພະ’?
35 If he called them 'gods,' to whom the word of my Father came—and Scripture cannot be broken, ຖ້າ​ຄົນ​ເຫລົ່ານັ້ນ​ທີ່​ພຣະຄຳ​ຂອງ​ພຣະເຈົ້າ​ມາ​ເຖິງ​ຖືກ​ເອີ້ນ​ວ່າ​ເປັນ ‘ພະ’ ແລະ ຖ້າ​ພຣະຄຳພີ​ຖືກຕ້ອງ​ສະເໝີ
36 what about the one the Father set apart and sent into the world? Why accuse me of blasphemy for saying, 'I am the Son of our Father'? ແລ້ວ​ຜູ້​ທີ່​ພຣະບິດາເຈົ້າ​ເລືອກ​ໄວ້ ແລະ ໃຊ້​ເຂົ້າ​ມາ​ໃນ​ໂລກ​ນີ້​ຈະ​ວ່າ​ແນວໃດ? ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ກ່າວຫາ​ເຮົາ​ວ່າ​ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເພາະ​ເຮົາ​ກ່າວ​ວ່າ, ‘ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ’?
37 "If I am not doing the works of my Father, then do not believe me. ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ພາລະກິດ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ເຮັດ​ກໍ​ຢ່າ​ເຊື່ອ​ເຮົາ​ເລີຍ.
38 But if I do them, even if you won't believe me, believe the works, so you'll know and keep knowing the Father is in me, and I in the Father." ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ, ເຖິງແມ່ນວ່າ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍ​ຕາມ, ແຕ່​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ ເຂົ້າໃຈ​ວ່າ​ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພຣະບິດາເຈົ້າ”.
39 Again they tried to seize him, but he escaped their grasp. ເຫດສະນັ້ນ ພວກເຂົາ​ຈຶ່ງ​ພະຍາຍາມ​ຈະ​ຈັບ​ພຣະອົງ​ອີກ ແຕ່​ພຣະອົງ​ໜີ​ພົ້ນ​ຈາກ​ການຈັບກຸມ​ຂອງ​ພວກເຂົາ​ໄປ​ໄດ້.
40 Jesus then went back across the Jordan, to the place where John had first been baptizing, and stayed there. ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ຂ້າມ​ແມ່ນ້ຳຈໍແດນ​ກັບ​ໄປ​ຍັງ​ບ່ອນ​ທີ່​ໂຢຮັນ​ເຄີຍ​ໃຫ້​ຮັບ​ບັບຕິສະມາ. ພຣະອົງ​ຢູ່​ທີ່​ນັ້ນ,
41 Many came to him, saying, "John performed no sign, but all John said about this man was true." ແລະ ມີ​ຫລາຍ​ຄົນ​ໄດ້​ພາກັນ​ມາ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ເຖິງແມ່ນວ່າ​ໂຢຮັນ​ບໍ່​ເຄີຍ​ສະແດງ​ໝາຍສຳຄັນ​ຈັກ​ຢ່າງ, ແຕ່​ທຸກສິ່ງ​ທີ່​ໂຢຮັນ​ບອກ​ກ່ຽວກັບ​ທ່ານ​ຜູ້​ນີ້​ກໍ່​ເປັນ​ເປັນ​ຄວາມ​ຈິງ”.
42 And in that place many believed in him. ແລະ ໃນ​ທີ່​ນັ້ນ​ກໍ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະເຢຊູເຈົ້າ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]