Skip to content
The Believer's Library

Biblica® Open Lao Contemporary Version

John 9 OLCV

Show OLCV only
Verse × ×
1 As Jesus passed by, he saw a man who had been blind from birth. ຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາບອດ​ມາ​ແຕ່​ເກີດ.
2 His disciples asked him, "Rabbi, who sinned, this man or his parents, that he was born blind?" ພວກສາວົກ​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ, ຜູ້ໃດ​ນໍ​ທີ່​ໄດ້​ເຮັດບາບ ຊາຍ​ຄົນ​ນີ້ ຫລື ພໍ່​ແມ່​ຂອງ​ລາວ, ລາວ​ຈຶ່ງ​ເກີດ​ມາ​ຕາບອດ?”
3 "Neither this man nor his parents sinned,' Jesus answered, 'but this happened so the works of our Father might be revealed in him. ພຣະເຢຊູເຈົ້າ​ກ່າວ​ວ່າ, “ບໍ່​ແມ່ນ​ຊາຍ​ຄົນ​ນີ້ ຫລື ພໍ່​ແມ່​ຂອງ​ລາວ​ທີ່​ເຮັດບາບ ແຕ່​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ພາລະກິດ​ຂອງ​ພຣະເຈົ້າ​ຈະ​ສະແດງ​ໃນ​ຊີວິດ​ຂອງ​ລາວ.
4 We must do the works of the one who sent me while it is day; night comes, when no one can work. ຕາບ​ໃດ​ທີ່​ຍັງ​ເປັນ​ເວລາ​ກາງເວັນ​ຢູ່, ພວກເຮົາ​ທັງຫລາຍ​ຕ້ອງ​ເຮັດ​ພາລະກິດ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ. ເວລາ​ກາງຄືນ​ກໍ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເວລາ​ນັ້ນ​ບໍ່​ມີ​ຜູ້ໃດ​ເຮັດ​ການ​ໄດ້.
5 As long as I am in the world, I am the light of the world.'" ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ໃນ​ໂລກ​ນີ້ ເຮົາ​ກໍ​ເປັນ​ຄວາມສະຫວ່າງ​ຂອງ​ໂລກ”.
6 Saying this, he spat on the ground, made mud from the saliva, and smeared it on the man's eyes. ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ​ພຣະອົງ​ກໍ​ຖົ່ມ​ນ້ຳລາຍ​ລົງ​ພື້ນດິນ ເຮັດ​ເປັນ​ຂີ້ຕົມ ແລະ ທາ​ໃສ່​ຕາ​ຂອງ​ຊາຍ​ຄົນ​ນັ້ນ.
7 He told him, "Go, wash in the pool of Siloam" (meaning Sent). So the man went, washed, and returned able to see. ພຣະອົງ​ສັ່ງ​ລາວ​ວ່າ, “ຈົ່ງ​ໄປ​ລ້າງ​ອອກ​ທີ່​ສະນ້ຳ​ສີໂລອາມ” (ສີໂລອາມ​ແປ​ວ່າ ໃຊ້​ໄປ). ດັ່ງນັ້ນ ຊາຍ​ຄົນ​ນັ້ນ​ຈຶ່ງ​ໄປ​ລ້າງ​ຂີ້ຕົມ​ອອກ ແລະ ຂະນະ​ທີ່​ກັບ​ຄືນ​ມາ​ເຮືອນ​ກໍ​ເຫັນຮຸ່ງ.
8 Neighbors and those who'd seen him begging before said, "Isn't this the one who used to sit and beg?" ເພື່ອນບ້ານ​ຂອງ​ລາວ ແລະ ຜູ້​ທີ່​ເຄີຍ​ເຫັນ​ລາວ​ນັ່ງ​ຂໍທານ​ກໍ​ຖາມ​ກັນ​ວ່າ, “ຄົນ​ນີ້​ບໍ່​ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍທານ​ນັ້ນ​ບໍ?”
9 Some said, "That's him." Others said, "No, he just looks like him." He kept saying, "I'm the one." ບາງຄົນ​ກໍ​ວ່າ​ແມ່ນ​ແລ້ວ. ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ບໍ່​ແມ່ນ ພຽງ​ແຕ່​ໜ້າຕາ​ລາວ​ຄື​ກັນ​ເທົ່ານັ້ນ”. ແຕ່​ໂຕ​ລາວ​ເອງ​ຢືນຢັນ​ວ່າ, “ຂ້ອຍ​ຄື​ຊາຍ​ຄົນ​ນັ້ນ”.
10 So they asked him, "Then how were your eyes opened?" ພວກເຂົາ​ຖາມ​ລາວ​ວ່າ, “ແລ້ວ​ຕາ​ຂອງ​ເຈົ້າ​ເຫັນຮຸ່ງ​ໄດ້​ແນວໃດ?”
11 He replied, "The man called Jesus made mud, smeared it on my eyes, and told me, 'Go to Siloam and wash.' So I went, washed, and could see." ລາວ​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຢຊູ ໄດ້​ເຮັດ​ຂີ້ຕົມ​ແລ້ວ​ທາ​ໃສ່​ຕາ​ທັງ​ສອງ​ເບື້ອງ​ຂອງ​ຂ້ອຍ ແລະ ສັ່ງ​ໃຫ້​ຂ້ອຍ​ໄປ​ລ້າງ​ອອກ​ທີ່​ສະນ້ຳ​ສີໂລອາມ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ໄປ​ລ້າງ​ອອກ​ແລ້ວ​ຂ້ອຍ​ກໍ​ເບິ່ງ​ເຫັນ​ໄດ້”.
12 They said to him, "Where is he?" He said, "I do not know." ພວກເຂົາ​ຖາມ​ວ່າ, “ຊາຍ​ຄົນ​ນັ້ນ​ຢູ່​ໃສ?” ລາວ​ຕອບ​ວ່າ, “ຂ້ອຍ​ບໍ່​ຮູ້”.
13 They brought the man who had been blind to the Pharisees. ພວກເຂົາ​ຈຶ່ງ​ພາ​ຄົນ​ທີ່​ເຄີຍ​ຕາບອດ​ມາ​ພົບ​ພວກ​ຟາຣີຊາຍ.
14 Now it was a Sabbath day when Jesus made the mud and opened his eyes. ວັນ​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ຂີ້ຕົມ ແລະ ຮັກສາ​ຕາ​ຂອງ​ຊາຍ​ຄົນ​ນັ້ນ​ໃຫ້​ເຊົາ​ບອດ​ເປັນ​ວັນ​ຊະບາໂຕ.
15 So the Pharisees also asked him again how he had gained sight. He told them, "He put mud on my eyes, and I washed, and I see." ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ຖາມ​ຊາຍ​ຄົນ​ນັ້ນ​ເໝືອນກັນ​ວ່າ​ລາວ​ເຫັນຮຸ່ງ​ໄດ້​ຢ່າງໃດ. ຊາຍ​ຄົນ​ນັ້ນ​ກໍ​ຕອບ​ວ່າ, “ເພິ່ນ​ຜູ້​ນັ້ນ​ໄດ້​ເອົາ​ຂີ້ຕົມ​ທາ​ໃສ່​ຕາ​ທັງ​ສອງ​ເບື້ອງ​ຂອງ​ຂ້ານ້ອຍ, ແລ້ວ​ຂ້ານ້ອຍ​ໄປ​ລ້າງ​ອອກ ແລະ ດຽວ​ນີ້​ຂ້ານ້ອຍ​ກໍ​ເຫັນຮຸ່ງ”.
16 Some Pharisees said, "This man isn't from God—he doesn't keep the Sabbath." Others said, "How can a sinful man do such signs?" So they were divided among them. ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຊາຍ​ຄົນ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່​ຖືຮັກສາ​ວັນ​ຊະບາໂຕ”. ແຕ່​ຄົນ​ອື່ນ​ກໍ​ຖາມວ່າ, “ຄົນບາບ​ຈະ​ສະແດງ​ໝາຍສຳຄັນ​ຢ່າງ​ນີ້​ໄດ້​ແນວໃດ?” ດັ່ງນັ້ນ ພວກເຂົາ​ຈຶ່ງ​ແຕກແຍກກັນ.
17 Again they asked the blind man, "What do you say about him, since he opened your eyes?" He said, "He is a prophet." ໃນ​ທີ່ສຸດ ພວກເຂົາ​ຈຶ່ງ​ຖາມ​ຊາຍ​ຕາບອດ​ອີກ​ວ່າ, “ເຈົ້າ​ຈະ​ວ່າ​ຢ່າງໃດ​ກ່ຽວກັບ​ເລື່ອງ​ຄົນ​ນັ້ນ? ໃນ​ເມື່ອ​ລາວ​ຮັກສາ​ຕາ​ຂອງ​ເຈົ້າ​ໃຫ້​ເຊົາ​ບອດ”. ລາວ​ຕອບ​ວ່າ, “ເພິ່ນ​ເປັນ​ຜູ້ທຳນວາຍ”.
18 The Jews did not believe he had been blind and gained sight, until they summoned the parents of the man who had gained sight. ພວກ​ຢິວ​ຍັງ​ບໍ່​ເຊື່ອ​ວ່າ​ລາວ​ເຄີຍ​ຕາບອດ ແລະ ກັບ​ມາ​ເຫັນຮຸ່ງ​ໄດ້ ຈົນ​ວ່າ​ພວກເຂົາ​ໄດ້​ໄປ​ເອີ້ນ​ເອົາ​ພໍ່​ແມ່​ຂອງ​ລາວ​ມາ.
19 They asked them, "Is this your son you say was born blind? How then does he now see?" ພວກເຂົາ​ຖາມ​ວ່າ, “ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ພວກເຈົ້າ​ແມ່ນ​ບໍ? ຄົນ​ນີ້​ເປັນ​ຄົນ​ທີ່​ພວກເຈົ້າ​ບອກ​ວ່າ​ຕາບອດ​ມາ​ແຕ່​ເກີດ​ແມ່ນ​ບໍ? ບັດນີ້ ລາວ​ເຫັນຮຸ່ງ​ໄດ້​ແນວໃດ?”
20 His parents answered, "We know that this is our son and that he was born blind. ພໍ່​ແມ່​ຂອງ​ລາວ​ຕອບ​ວ່າ, “ພວກຂ້ານ້ອຍ​ຮູ້​ວ່າ​ລາວ​ເປັນ​ລູກຊາຍ​ຂອງ​ພວກຂ້ານ້ອຍ ແລະ ພວກຂ້ານ້ອຍ​ຮູ້​ວ່າ​ລາວ​ຕາບອດ​ມາ​ຕັ້ງແຕ່​ເກີດ.
21 But how he now sees, we don't know; or who opened his eyes, we don't know. Ask him—he's an adult; he'll speak for himself." ແຕ່​ພວກຂ້ານ້ອຍ​ບໍ່​ຮູ້​ວ່າ ດຽວນີ້​ລາວ​ເຫັນຮຸ່ງ​ໄດ້​ແນວໃດ ຫລື ຜູ້ໃດ​ຮັກສາ​ຕາ​ຂອງ​ລາວ​ໃຫ້​ເຊົາ​ບອດ. ຈົ່ງ​ຖາມ​ລາວ​ສາ. ລາວ​ເປັນ​ຜູ້ໃຫຍ່​ແລ້ວ ລາວ​ເວົ້າ​ເອງ​ໄດ້”.
22 His parents said this, fearing the Jews, since the Jews had already agreed that if anyone confessed Jesus as the Christ, he would be expelled from the synagogue. ພໍ່​ແມ່​ຂອງ​ລາວ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ຢ້ານ​ພວກຜູ້ນຳ​ຂອງ​ຢິວ ເພາະ​ພວກເຂົາ​ໄດ້​ຕົກລົງ​ກັນ​ໄວ້​ແລ້ວ​ວ່າ​ຖ້າ​ຜູ້ໃດ​ຍອມຮັບ​ພຣະເຢຊູເຈົ້າ​ວ່າ​ເປັນ​ພຣະຄຣິດເຈົ້າ​ຈະ​ຕ້ອງ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ.
23 That was why his parents said, "He is of age; ask him." ດ້ວຍເຫດນີ້​ພໍ່​ແມ່​ຂອງ​ລາວ​ຈຶ່ງ​ບອກ​ວ່າ, “ລາວ​ເປັນ​ຜູ້ໃຫຍ່​ແລ້ວ, ຈົ່ງ​ຖາມ​ລາວ​ເອງ”.
24 So they called the once-blind man again and said, "Give God the glory. We know this man is a sinner." ພວກເຂົາ​ຈຶ່ງ​ເອີ້ນ​ເອົາ​ຄົນ​ທີ່​ເຄີຍ​ຕາບອດ​ມາ​ພົບ​ເປັນ​ເທື່ອ​ທີ​ສອງ ແລະ ເວົ້າ​ວ່າ, “ຈົ່ງ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ການເວົ້າ​ຄວາມຈິງ. ພວກເຮົາ​ຮູ້​ວ່າ​ຄົນ​ນັ້ນ​ເປັນ​ຄົນບາບ”.
25 He replied, "Whether he's a sinner, I don't know. I know one thing: I was blind, now I see." ລາວ​ຕອບ​ວ່າ, “ເພິ່ນ​ເປັນ​ຄົນບາບ ຫລື ບໍ່​ນັ້ນ, ຂ້ານ້ອຍ​ບໍ່​ຮູ້. ສິ່ງ​ດຽວ​ທີ່​ຂ້ານ້ອຍ​ຮູ້​ຄື ຂ້ານ້ອຍ​ເຄີຍ​ຕາບອດ ແຕ່​ມາ​ດຽວນີ້​ຂ້ານ້ອຍ​ເຫັນຮຸ່ງ​ແລ້ວ!”
26 They said to him, "What did he do to you? How did he open your eyes?" ແລ້ວ​ພວກເຂົາ​ຈຶ່ງ​ຖາມວ່າ, “ເພິ່ນ​ໄດ້​ເຮັດ​ຢ່າງໃດ​ກັບ​ເຈົ້າ? ເພິ່ນ​ເຮັດ​ວິທີ​ໃດ​ຕາ​ຂອງ​ເຈົ້າ​ຈຶ່ງ​ເຊົາ​ບອດ?”
27 He answered them, "I already told you, and you didn't listen. Why do you want to hear it again? Do you also want to become his disciples?" ລາວ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ບອກ​ພວກທ່ານ​ແລ້ວ ແລະ ພວກທ່ານ​ບໍ່​ຟັງ. ເປັນຫຍັງ​ພວກທ່ານ​ຈຶ່ງ​ຢາກ​ຟັງ​ອີກ? ບໍ່​ແມ່ນ​ພວກທ່ານ​ຢາກ​ເປັນ​ສາວົກ​ຂອງ​ເພິ່ນ​ເໝືອນກັນ​ບໍ?”
28 And they reviled him, saying, "You are his disciple, but we are disciples of Moses. ແລ້ວ​ພວກເຂົາ​ຈຶ່ງ​ພາກັນ​ເວົ້າ​ດູຖູກ​ລາວ​ຢ່າງ​ໃຫຍ່ ແລະ ເວົ້າ​ວ່າ, “ເຈົ້າ​ເປັນ​ສາວົກ​ຂອງ​ຄົນ​ນັ້ນ! ສ່ວນ​ພວກເຮົາ​ເປັນ​ສາວົກ​ຂອງ​ໂມເຊ!
29 We know God spoke to Moses, but we don't know where this man is from." ພວກເຮົາ​ຮູ້​ວ່າ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ ແຕ່​ສຳລັບ​ຄົນ​ນັ້ນ, ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ລາວ​ມາ​ຈາກ​ໃສ”.
30 The man answered them, "Here's the amazing thing: you don't know where he's from, yet he opened my eyes. ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ປະຫລາດໃຈ​ແທ້! ພວກທ່ານ​ບໍ່​ຮູ້ຈັກ​ວ່າ​ເພິ່ນ​ມາ​ຈາກ​ໃສ ແຕ່​ເພິ່ນ​ໄດ້​ຮັກສາ​ຕາ​ຂອງ​ຂ້ານ້ອຍ​ໃຫ້​ເຊົາ​ບອດ.
31 We know God doesn't listen to sinners, but if anyone reveres God and does his will, God listens to him. ພວກເຮົາ​ຮູ້ຈັກ​ວ່າ​ພຣະເຈົ້າ​ບໍ່​ຟັງ​ຄົນບາບ. ພຣະອົງ​ຟັງ​ຄົນ​ທີ່​ຢຳເກງ​ພຣະເຈົ້າ ແລະ ເຮັດ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.
32 Never since the world began has anyone heard of someone opening the eyes of a person born blind. ບໍ່​ມີ​ຜູ້ໃດ​ເຄີຍ​ໄດ້​ຍິນ​ເລື່ອງ​ການຮັກສາ​ຄົນຕາບອດ​ຕັ້ງແຕ່​ເກີດ​ໃຫ້​ເຫັນຮຸ່ງ​ໄດ້.
33 If this man were not from God, he could do nothing." ຖ້າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ​ແລ້ວ​ເພິ່ນ​ກໍ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້”.
34 They answered him, "You were born entirely in sin, yet you teach us?" and threw him out. ພວກເຂົາ​ຕອບ​ໂຕ້​ລາວ​ວ່າ, “ເຈົ້າ​ຕົກ​ຢູ່​ໃນ​ຄວາມບາບ​ມາ​ຕັ້ງແຕ່​ເກີດ; ເຈົ້າ​ກ້າ​ມາ​ສັ່ງສອນ​ພວກເຮົາ​ໄດ້​ຢ່າງໃດ!” ແລ້ວ​ພວກເຂົາ​ກໍ​ໄລ່​ລາວ​ອອກໄປ.
35 Jesus heard they had thrown him out, and finding him, said, "Do you believe in the Son of Man?" ພຣະເຢຊູເຈົ້າ​ໄດ້​ຍິນ​ວ່າ​ພວກເຂົາ​ໄດ້​ໄລ່​ລາວ​ອອກໄປ​ແລ້ວ ແລະ ເມື່ອ​ພຣະອົງ​ພົບ​ລາວ, ພຣະອົງ​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ເຊື່ອ​ໃນ​ບຸດມະນຸດ​ບໍ?”
36 He answered, "And who is he, sir, so I can believe in him?" ຊາຍ​ຄົນ​ນັ້ນ​ເວົ້າ​ວ່າ, “ນາຍ​ເອີຍ, ຜູ້ໃດ​ຄື​ບຸດມະນຸດ? ຂໍ​ບອກ​ຂ້ານ້ອຍ​ແດ່ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ເຊື່ອ​ໃນ​ພຣະອົງ”.
37 Jesus said to him, "You have seen him, and it is he who is speaking with you." ພຣະເຢຊູເຈົ້າ​ກ່າວ​ວ່າ, “ບັດນີ້​ເຈົ້າ​ກໍ​ໄດ້​ເຫັນ​ພຣະອົງ​ແລ້ວ, ແທ້ຈິງແລ້ວ ພຣະອົງ​ຄື​ຜູ້​ທີ່​ກຳລັງ​ເວົ້າ​ກັບ​ເຈົ້າ​ຢູ່”.
38 He said, "Lord, I believe," and he worshiped him. ຄົນ​ນັ້ນ​ຈຶ່ງ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂ້ານ້ອຍ​ເຊື່ອ​ແລ້ວ” ແລະ ລາວ​ກໍ​ຂາບໄຫວ້​ນະມັດສະການ​ພຣະອົງ.
39 Jesus said, "I came into this world for judgment, so those who don't see may see, and those who see may become blind." ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກ​ນີ້​ເພື່ອ​ການ​ພິພາກສາ, ເພື່ອ​ວ່າ​ຄົນຕາບອດ​ຈະ​ເຫັນຮຸ່ງ ແລະ ຜູ້​ທີ່​ເຫັນຮຸ່ງ​ຈະ​ກາຍ​ເປັນ​ຄົນຕາບອດ”.
40 Some Pharisees with him heard this and said, "Are we blind too?" ພວກ​ຟາຣີຊາຍ​ບາງຄົນ​ທີ່​ຢູ່​ກັບ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ ຈຶ່ງ​ຖາມ​ວ່າ, “ແມ່ນຫຍັງ? ພວກເຮົາ​ກໍ​ຕາບອດ​ເໝືອນກັນ​ບໍ?”
41 Jesus told them, "If you were blind, you would have no sin; but since you say, 'We see,' your sin remains." ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ຕາບອດ​ພວກເຈົ້າ​ກໍ​ຄົງ​ຈະ​ບໍ່​ມີ​ຄວາມບາບ, ແຕ່​ບັດນີ້ ພວກເຈົ້າ​ເວົ້າ​ວ່າ​ເຮົາ​ເຫັນຮຸ່ງ​ຢູ່, ເຫດສະນັ້ນ ຄວາມຜິດບາບ​ຂອງ​ພວກເຈົ້າ​ຈຶ່ງ​ຍັງ​ມີ​ຢູ່.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]