1But Jesus went to the Mount of Olives.OLCVແຕ່ພຣະເຢຊູເຈົ້າໄດ້ໄປຍັງພູເຂົາໝາກກອກ.
2At dawn he came again to the temple; all the people came to him, and he sat down and taught them.OLCVພໍຮຸ່ງເຊົ້າພຣະອົງກໍເຂົ້າໄປໃນເດີ່ນວິຫານອີກ, ບ່ອນທີ່ຄົນທັງຫລາຍໄດ້ມາເຕົ້າໂຮມກັນຢູ່ອ້ອມພຣະອົງ ແລະ ພຣະອົງນັ່ງລົງເພື່ອສັ່ງສອນພວກເຂົາ.
3The scribes and Pharisees brought a woman caught in adultery and stood her in the middle.OLCVພວກຄູສອນກົດບັນຍັດ ແລະ ພວກຟາຣີຊາຍໄດ້ນຳເອົາຍິງຄົນໜຶ່ງທີ່ຖືກຈັບໃນຖານຫລິ້ນຊູ້ມາ. ພວກເຂົາໄດ້ໃຫ້ນາງຢືນຢູ່ຕໍ່ໜ້າຄົນກຸ່ມນັ້ນ
4They said to him, "Teacher, this woman was caught in the act of adultery.OLCVແລ້ວກ່າວຕໍ່ພຣະເຢຊູເຈົ້າວ່າ, “ອາຈານເອີຍ, ຍິງຜູ້ນີ້ຖືກຈັບໃນເວລາທີ່ກຳລັງຫລິ້ນຊູ້ຢູ່.
5Now in the Law, Moses commanded us to stone such women. So what do you say?OLCVໃນໜັງສືກົດບັນຍັດຂອງໂມເຊໄດ້ສັ່ງໃຫ້ພວກເຮົາເອົາກ້ອນຫີນແກວ່ງໃສ່ແມ່ຍິງທີ່ເຮັດຢ່າງນີ້. ສ່ວນທ່ານຈະວ່າຢ່າງໃດ?”
6They said this to test him, seeking grounds to accuse him. But Jesus bent down and wrote on the ground with his finger."OLCVພວກເຂົາໃຊ້ຄຳຖາມນີ້ເປັນບ້ວງແຮ້ວເພື່ອຊອກຫາເຫດກ່າວຫາພຣະອົງ. ແຕ່ພຣະເຢຊູເຈົ້າກົ້ມລົງ ແລະ ໃຊ້ນິ້ວມືຂຽນລົງທີ່ພື້ນດິນ.
7When they kept questioning him, he stood up and said to them, "Whichever of you has no sin, cast the first stone at her."OLCVເມື່ອພວກເຂົາຍັງຖາມບໍ່ຢຸດ ພຣະອົງຈຶ່ງຢືດໂຕຂຶ້ນແລ້ວກ່າວກັບພວກເຂົາວ່າ, “ຜູ້ໃດໃນພວກເຈົ້າທີ່ບໍ່ມີບາບໃຫ້ຜູ້ນັ້ນເອົາກ້ອນຫີນແກວ່ງໃສ່ນາງເປັນຄົນທຳອິດ”.
8And once more he bent down and wrote on the ground.OLCVແລ້ວພຣະອົງກໍກົ້ມລົງຂຽນໃສ່ພື້ນດິນອີກ.
9Hearing this, they left one by one, starting with the oldest, until Jesus was left alone with the woman standing there.OLCVໃນເວລານັ້ນ, ບັນດາຄົນທີ່ໄດ້ຍິນກໍເລີ່ມໜີອອກໄປເທື່ອລະຄົນ ເລີ່ມຈາກຜູ້ເຖົ້າກ່ອນຈົນເຫລືອແຕ່ພຣະເຢຊູເຈົ້າກັບຍິງຄົນນັ້ນທີ່ຍັງຢືນຢູ່ທີ່ນັ້ນ.
10Jesus stood up and said to her, "Woman, where are they? Has no one condemned you?"OLCVພຣະເຢຊູເຈົ້າຈຶ່ງຢືດໂຕຂຶ້ນ ແລະ ຖາມວ່າ, “ນາງເອີຍ, ພວກເຂົາໄປໃສໝົດ? ບໍ່ມີຜູ້ໃດລົງໂທດເຈົ້າບໍ?”
11She said, "No one, Lord." Jesus said, "I don't condemn you either. Go, and from now on, don't sin anymore."OLCVນາງຕອບວ່າ, “ນາຍເອີຍ, ບໍ່ມີຜູ້ໃດ”. ພຣະເຢຊູເຈົ້າກ່າວວ່າ, “ເຮົາກໍບໍ່ຕັດສິນລົງໂທດເຈົ້າເໝືອນກັນ. ບັດນີ້ ຈົ່ງໄປສາ ແລະ ຈົ່ງລະຖິ້ມວິຖີຊີວິດບາບຂອງເຈົ້າ”.
12Jesus spoke to them again: "I am the world's light. Whoever follows me will never walk in darkness but will have the light of life."OLCVເມື່ອພຣະເຢຊູເຈົ້າໄດ້ກ່າວກັບປະຊາຊົນອີກ, ພຣະອົງກ່າວວ່າ, “ເຮົານີ້ແຫລະ ເປັນຄວາມສະຫວ່າງຂອງໂລກ. ຜູ້ໃດກໍຕາມທີ່ຕາມເຮົາມາຈະບໍ່ເດີນໃນຄວາມມືດ, ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ”.
13So the Pharisees said to him, "You are bearing witness about yourself; your testimony is not true."OLCVພວກຟາຣີຊາຍຈຶ່ງທ້າທາຍພຣະອົງວ່າ, “ເບິ່ງແມ! ທ່ານເປັນພະຍານໃຫ້ແກ່ຕົນເອງ ຄຳພະຍານຂອງທ່ານກໍເຊື່ອຖືບໍ່ໄດ້”.
14Jesus replied, "Even if I testify about myself, my testimony is true, because I know where I came from and where I'm going; but you don't know where I come from or where I'm going.OLCVພຣະເຢຊູເຈົ້າຕອບວ່າ, “ເຖິງແມ່ນເຮົາເປັນພະຍານໃຫ້ຕົນເອງ, ຄຳພະຍານຂອງເຮົາກໍຖືກຕ້ອງ ເພາະເຮົາຮູ້ວ່າເຮົາມາແຕ່ໃສ ແລະ ຈະໄປໃສ. ແຕ່ພວກເຈົ້າບໍ່ຮູ້ເລີຍວ່າເຮົາມາແຕ່ໃສ ຫລື ຈະໄປໃສ.
15You judge according to the flesh; I judge no one.OLCVພວກເຈົ້າຕັດສິນຕາມມາດຕະຖານຂອງມະນຸດ; ສ່ວນເຮົາບໍ່ຕັດສິນຜູ້ໃດ.
16Even if I judge, my judgment is true, since I do not judge alone, but I and the Father who sent me.OLCVແຕ່ຖ້າເຮົາຕັດສິນ, ຄຳຕັດສິນຂອງເຮົາກໍຖືກຕ້ອງ ເພາະເຮົາບໍ່ໄດ້ເຮັດໂດຍເຮົາເອງຜູ້ດຽວ ພຣະບິດາເຈົ້າຜູ້ໃຊ້ເຮົາມາໄດ້ສະຖິດຢູ່ກັບເຮົາ.
17In your Law it is written that the testimony of two people is true.OLCVໃນໜັງສືກົດບັນຍັດຂອງພວກເຈົ້າເອງກໍຂຽນໄວ້ວ່າຄຳພະຍານຂອງສອງຄົນກໍເປັນຄວາມຈິງ.
18I testify about myself, and the Father who sent me testifies about me."OLCVເຮົາເປັນພະຍານໃຫ້ໂຕເຮົາເອງ ແລະ ພະຍານອີກຜູ້ໜຶ່ງຂອງເຮົາກໍຄືພຣະບິດາເຈົ້າຜູ້ໃຊ້ເຮົາມາ”.
19They asked, "Where is your Father?" Jesus answered, "You know neither me nor my Father. If you knew me, you would know my Father also."OLCVພວກເຂົາຈຶ່ງຖາມພຣະອົງວ່າ, “ພຣະບິດາເຈົ້າຂອງທ່ານຢູ່ໃສ?” ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າບໍ່ຮູ້ຈັກເຮົາ ຫລື ພຣະບິດາເຈົ້າຂອງເຮົາ, ຖ້າພວກເຈົ້າຮູ້ຈັກເຮົາ ພວກເຈົ້າກໍຮູ້ຈັກພຣະບິດາເຈົ້າຂອງເຮົາເໝືອນກັນ”.
20He said this while teaching in the temple, in the treasury; no one seized him—his hour had not yet come.OLCVພຣະເຢຊູເຈົ້າກ່າວຄຳເຫລົ່ານີ້ໃນຂະນະທີ່ສັ່ງສອນຢູ່ໃນເດີ່ນວິຫານໃກ້ກັບບ່ອນວາງເຄື່ອງຖວາຍ. ແຕ່ກໍບໍ່ມີຜູ້ໃດຈັບພຣະອົງ, ເພາະຍັງບໍ່ເຖິງເວລາຂອງພຣະອົງເທື່ອ.
21So he told them again, "I am going away. You will look for me and die in your sin. Where I am going, you cannot come."OLCVພຣະເຢຊູເຈົ້າໄດ້ກ່າວກັບພວກເຂົາອີກເທື່ອໜຶ່ງວ່າ, “ເຮົາກຳລັງຈະໄປ ແລ້ວພວກເຈົ້າຈະຊອກຫາເຮົາ ແລະ ພວກເຈົ້າຈະຕາຍໃນຄວາມບາບຂອງພວກເຈົ້າ. ບ່ອນທີ່ເຮົາຈະໄປນັ້ນພວກເຈົ້າບໍ່ສາມາດໄປໄດ້”.
22So the Jews said, "Will he kill himself, since he says, "You can't come where I'm going"?"OLCVຖ້ອຍຄຳນີ້ເຮັດໃຫ້ພວກຢິວຖາມກັນວ່າ, “ລາວຈະຂ້າໂຕຕາຍບໍ? ເພາະລາວເວົ້າວ່າ, ‘ບ່ອນທີ່ເຮົາຈະໄປນັ້ນພວກເຈົ້າບໍ່ສາມາດໄປໄດ້’?”
23He said to them, "You're from below; I'm from above. You're of this world; I'm not of this world.OLCVແຕ່ພຣະອົງກ່າວຕໍ່ໄປວ່າ, “ພວກເຈົ້າມາຈາກເບື້ອງລຸ່ມ ເຮົາມາຈາກເບື້ອງເທິງ. ພວກເຈົ້າເປັນຂອງຝ່າຍໂລກນີ້ ເຮົາບໍ່ໄດ້ເປັນຂອງຝ່າຍໂລກນີ້.
24I told you that you'll die in your sins; if you don't believe I AM, you'll die in your sins."OLCVເຮົາໄດ້ບອກພວກເຈົ້າທັງຫລາຍວ່າພວກເຈົ້າຈະຕາຍໃນຄວາມບາບຂອງພວກເຈົ້າ, ຖ້າພວກເຈົ້າບໍ່ເຊື່ອວ່າເຮົາເປັນຜູ້ນັ້ນ ພວກເຈົ້າຈະຕາຍໃນບາບຂອງພວກເຈົ້າຢ່າງແນ່ນອນ”.
25So they said to him, "Just who are you?" Jesus said to them, "Exactly what I've said from the start.OLCVພວກເຂົາຈຶ່ງຖາມວ່າ, “ທ່ານແມ່ນຜູ້ໃດ?” ພຣະເຢຊູເຈົ້າຕອບວ່າ, “ເຮົາເປັນຜູ້ທີ່ເຮົາໄດ້ບອກພວກເຈົ້າຕັ້ງແຕ່ຕົ້ນນັ້ນ.
26I have much to say and judge about you, but the One who sent me is true; what I heard from him, I tell the world."OLCVເຮົາມີຫລາຍຢ່າງທີ່ຈະກ່າວໃນການຕັດສິນພວກເຈົ້າ ແຕ່ພຣະອົງຜູ້ໃຊ້ເຮົາມານັ້ນກໍເຊື່ອຖືໄດ້ ແລະ ສິ່ງທີ່ເຮົາໄດ້ຍິນມາຈາກພຣະອົງນັ້ນເຮົາກໍແຈ້ງແກ່ໂລກ”.
27They did not understand that he had been speaking to them about the Father.OLCVພວກເຂົາບໍ່ໄດ້ເຂົ້າໃຈວ່າພຣະອົງກຳລັງບອກພວກເຂົາກ່ຽວກັບພຣະບິດາເຈົ້າຂອງພຣະອົງ.
28So Jesus told them, "When you lift up the Son of Man, then you'll know that I AM, and that I do nothing on my own, but say these things as the Father taught me.OLCVດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ເມື່ອໃດພວກເຈົ້າທັງຫລາຍຍົກບຸດມະນຸດຂຶ້ນແລ້ວ ເມື່ອນັ້ນແຫລະ ພວກເຈົ້າຈຶ່ງຈະຮູ້ວ່າເຮົາເປັນຜູ້ນັ້ນ ແລະ ເຮົາບໍ່ໄດ້ເຮັດສິ່ງໃດຕາມໃຈຂອງເຮົາເອງ ແຕ່ກ່າວຕາມທີ່ພຣະບິດາເຈົ້າໄດ້ສອນເຮົາໄວ້.
29The one who sent me is with me; he hasn't left me alone, because I always do what pleases him."OLCVພຣະອົງຜູ້ໃຊ້ເຮົາມາກໍສະຖິດຢູ່ກັບເຮົາ, ພຣະອົງບໍ່ໄດ້ປະຖິ້ມເຮົາໄວ້ພຽງຄົນດຽວ ເພາະເຮົາເຮັດສິ່ງທີ່ພຣະອົງພໍໃຈສະເໝີ”.
30As he was saying these things, many believed in him.OLCVເມື່ອພຣະອົງກ່າວດັ່ງນີ້ແລ້ວ ຫລາຍຄົນກໍໄດ້ເຊື່ອໃນພຣະອົງ.
31Jesus then told the Jews who had believed him, "If you remain in my word, you are truly my disciples,OLCVພຣະເຢຊູເຈົ້າກ່າວຕໍ່ພວກຢິວທີ່ໄດ້ເຊື່ອໃນພຣະອົງວ່າ, “ຖ້າພວກເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ໃນຄຳສັ່ງສອນຂອງເຮົາ ພວກເຈົ້າກໍເປັນສາວົກແທ້ຂອງເຮົາ.
32and you will know the truth, and the truth will set you free."OLCVແລ້ວພວກເຈົ້າຈະໄດ້ຮູ້ຈັກຄວາມຈິງ ແລະ ຄວາມຈິງນັ້ນຈະເຮັດໃຫ້ພວກເຈົ້າເປັນອິດສະຫລະ”.
33They answered him, "We are Abraham's descendants, never enslaved to anyone. How can you say, 'You will become free'?"OLCVພວກເຂົາຕອບວ່າ, “ພວກເຮົາເປັນລູກຫລານຂອງອັບຣາຮາມ ແລະ ບໍ່ເຄີຍເປັນຂ້າທາດຂອງຜູ້ໃດ. ເປັນຫຍັງທ່ານຈຶ່ງເວົ້າວ່າພວກເຮົາຈະເປັນອິດສະຫລະ?”
34Jesus answered them, "Truly, truly, I tell you: everyone who keeps sinning is sin's slave.OLCVພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ທຸກຄົນທີ່ເຮັດບາບກໍເປັນຂ້າທາດຂອງບາບນັ້ນ.
35The slave does not remain in the house forever; the son remains forever.OLCVຂ້າທາດບໍ່ໄດ້ຢູ່ໃນຄອບຄົວຕະຫລອດໄປ ແຕ່ລູກຊາຍກໍຢູ່ໃນຄອບຄົວຕະຫລອດໄປ.
36So if the Son sets you free, you will be free indeed.OLCVດັ່ງນັ້ນ ຖ້າພຣະບຸດຈະເຮັດໃຫ້ພວກເຈົ້າເປັນອິດສະຫລະ ພວກເຈົ້າກໍຈະເປັນອິດສະຫລະຢ່າງແທ້ຈິງ.
37I know you are Abraham's descendants; yet you seek to kill me because my word has no space in you.OLCVເຮົາຮູ້ວ່າພວກເຈົ້າເປັນລູກຫລານຂອງອັບຣາຮາມ. ພວກເຈົ້າຊອກຫາໂອກາດເພື່ອຈະຂ້າເຮົາ ເພາະຄຳສັ່ງສອນຂອງເຮົາບໍ່ໄດ້ເຂົ້າສູ່ໃຈຂອງພວກເຈົ້າ.
38I speak what I've seen with my Father, and you do what you heard from your father."OLCVເຮົາກຳລັງບອກພວກເຈົ້າເຖິງສິ່ງທີ່ເຮົາໄດ້ເຫັນເມື່ອຢູ່ກັບພຣະບິດາເຈົ້າ ແລະ ພວກເຈົ້າກໍເຮັດສິ່ງທີ່ພວກເຈົ້າໄດ້ຍິນຈາກພໍ່ຂອງພວກເຈົ້າ”.
39They answered, "Abraham is our father." Jesus said, "If you were Abraham's children, you'd do the works Abraham did,OLCVພວກເຂົາຕອບວ່າ, “ພໍ່ຂອງພວກເຮົາແມ່ນອັບຣາຮາມ”. ພຣະເຢຊູເຈົ້າກ່າວວ່າ, “ຖ້າພວກເຈົ້າເປັນລູກຂອງອັບຣາຮາມ ພວກເຈົ້າກໍຈະເຮັດສິ່ງທີ່ອັບຣາຮາມໄດ້ເຮັດ.
40but now you want to kill me—a man who told you the truth I heard from my Father. Abraham didn't do this.OLCVແຕ່ບັດນີ້ ພວກເຈົ້າຕັ້ງໃຈຊອກຫາໂອກາດທີ່ຈະຂ້າເຮົາ, ຜູ້ທີ່ໄດ້ບອກພວກເຈົ້າເຖິງຄວາມຈິງທີ່ເຮົາໄດ້ຍິນມາຈາກພຣະເຈົ້າ. ອັບຣາຮາມບໍ່ໄດ້ເຮັດຢ່າງນີ້.
41You do your father's works." They said to him, "We weren't born of sexual sin. We have one Father—God himself."OLCVພວກເຈົ້າກຳລັງເຮັດຕາມສິ່ງທີ່ພໍ່ຂອງພວກເຈົ້າເອງໄດ້ເຮັດ”. ພວກເຂົາຄັດຄ້ານວ່າ, “ພວກເຮົາບໍ່ແມ່ນລູກທີ່ເກີດນອກກົດໝາຍ ພວກເຮົາມີພຣະບິດາເຈົ້າອົງດຽວຄືພຣະເຈົ້າເທົ່ານັ້ນ”.
42Jesus said to them, "If God were your Father, you'd love me, for I came from God and am here. I didn't come on my own—he sent me.OLCVພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ຖ້າພຣະເຈົ້າເປັນພຣະບິດາຂອງພວກເຈົ້າແລ້ວ, ພວກເຈົ້າກໍຈະຮັກເຮົາ, ເພາະເຮົາມາຈາກພຣະເຈົ້າ ແລະ ເຮົາຢູ່ທີ່ນີ້ແລ້ວ. ເຮົາບໍ່ໄດ້ມາເອງ, ແຕ່ພຣະອົງໄດ້ໃຊ້ເຮົາມາ.
43Why don't you understand my speech? Because you cannot bear to hear my word.OLCVເປັນຫຍັງພາສາຂອງເຮົາບໍ່ຊັດເຈນຕໍ່ພວກເຈົ້າບໍ? ເພາະພວກເຈົ້າບໍ່ສາມາດໄດ້ຮັບຟັງສິ່ງທີ່ເຮົາກ່າວ.
44You belong to your father, the devil, and want to carry out his desires. He was a murderer from the beginning, not standing in truth, since no truth is in him. When he lies, he speaks from his own nature, since he's a liar and the lie's father.OLCVພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.
45But because I tell the truth, you do not believe me.OLCVແຕ່ເພາະເຮົາບອກຄວາມຈິງ ພວກເຈົ້າຈຶ່ງບໍ່ເຊື່ອເຮົາ!
46Who among you convicts me of sin? If I speak truth, why don't you believe me?OLCVໃນພວກເຈົ້າມີຜູ້ໃດແດ່ທີ່ພິສູດໄດ້ວ່າເຮົາເຮັດບາບ? ຖ້າເຮົາເວົ້າຄວາມຈິງເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອເຮົາ?
47Whoever is from our Father hears his words; you don't hear because you're not from our Father."OLCVຜູ້ໃດກໍຕາມທີ່ເປັນຂອງພຣະເຈົ້າຍ່ອມຮັບຟັງຖ້ອຍຄຳທີ່ພຣະເຈົ້າກ່າວ. ເຫດຜົນທີ່ພວກເຈົ້າບໍ່ຮັບຟັງກໍເພາະວ່າພວກເຈົ້າບໍ່ໄດ້ເປັນຂອງພຣະເຈົ້າ”.
48The Jews replied, "Aren't we right in saying that you are a Samaritan and have a demon?"OLCVພວກຢິວຕອບພຣະອົງວ່າ, “ພວກເຮົາເວົ້າຖືກຕ້ອງແລ້ວບໍ່ແມ່ນບໍວ່າເຈົ້າເປັນຊາວຊາມາເຣຍ ແລະ ມີຜີມານຮ້າຍສິງຢູ່?”
49Jesus answered, "I do not have a demon, but I honor my Father, and you dishonor me.OLCVພຣະເຢຊູເຈົ້າກ່າວວ່າ, “ເຮົາບໍ່ໄດ້ຖືກຜີມານຮ້າຍສິງ, ແຕ່ເຮົາຖວາຍກຽດແກ່ພຣະບິດາເຈົ້າຂອງເຮົາ ແລະ ພວກເຈົ້າບໍ່ໃຫ້ກຽດເຮົາ.
50But I'm not seeking my own glory; our Father seeks it, and he judges.OLCVເຮົາບໍ່ໄດ້ສະແຫວງຫາກຽດສຳລັບຕົນເອງ ແຕ່ມີຜູ້ໜຶ່ງຊອກຫາໃຫ້ເຮົາ ແລະ ພຣະອົງເປັນຜູ້ຕັດສິນ.
51Truly, truly, I say to you, if anyone keeps my word, he will never see death."OLCVເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມປະຕິບັດຕາມຄຳຂອງເຮົາ ຜູ້ນັ້ນກໍຈະບໍ່ພົບກັບຄວາມຕາຍຈັກເທື່ອ”.
52The Jews said to him, "Now we know you have a demon. Abraham died, as did the prophets, yet you say, 'Whoever keeps my word will never taste death.'OLCVເມື່ອພວກຢິວໄດ້ຍິນຢ່າງນີ້ກໍຮ້ອງຂຶ້ນວ່າ, “ດຽວນີ້ພວກເຮົາຮູ້ແລ້ວວ່າຜີມານຮ້າຍສິງເຈົ້າຢູ່! ອັບຣາຮາມໄດ້ຕາຍໄປແລ້ວ ແລະ ບັນດາຜູ້ທຳນວາຍກໍໄດ້ຕາຍໄປແລ້ວເໝືອນກັນ, ແຕ່ເຈົ້າມາເວົ້າວ່າຜູ້ໃດກໍຕາມປະຕິບັດຕາມຄຳຂອງເຈົ້າຜູ້ນັ້ນຈະບໍ່ໄດ້ຊິມລົດຄວາມຕາຍຈັກເທື່ອ.
53Are you greater than our father Abraham, who died? The prophets died too! Who do you claim to be?"OLCVເຈົ້າຍິ່ງໃຫຍ່ກວ່າອັບຣາຮາມພໍ່ຂອງພວກເຮົາບໍ? ອັບຣາຮາມໄດ້ຕາຍໄປແລ້ວ ແລະ ບັນດາຜູ້ທຳນວາຍກໍໄດ້ຕາຍໄປແລ້ວເໝືອນກັນ. ແລ້ວເຈົ້າຄິດວ່າເຈົ້າເປັນຜູ້ໃດ?”
54Jesus answered, "If I glorify myself, my glory is nothing. It is my Father who glorifies me, of whom you say, 'He is our God.'OLCVພຣະເຢຊູເຈົ້າຕອບວ່າ, “ຖ້າເຮົາຍົກຍ້ອງໃຫ້ກຽດແກ່ເຮົາເອງ, ກຽດຂອງເຮົາກໍບໍ່ມີຄວາມໝາຍ. ພຣະບິດາເຈົ້າຂອງເຮົາຄືຜູ້ທີ່ພວກເຈົ້າບອກວ່າເປັນພຣະເຈົ້າຂອງພວກເຈົ້າ ເປັນຜູ້ທີ່ຍົກຍ້ອງໃຫ້ກຽດເຮົາ.
55You don't know him, but I know him. If I said I didn't know him, I'd be a liar like you. But I know him and keep his word.OLCVເຖິງແມ່ນວ່າພວກເຈົ້າຍັງບໍ່ຮູ້ຈັກພຣະອົງ, ແຕ່ເຮົາຮູ້ຈັກພຣະອົງ. ຖ້າເຮົາກ່າວວ່າເຮົາບໍ່ຮູ້ຈັກພຣະອົງ ເຮົາກໍເປັນຄົນຂີ້ຕົວະເໝືອນກັນກັບພວກເຈົ້າ, ແຕ່ເຮົາຮູ້ຈັກພຣະອົງ ແລະ ເຊື່ອຟັງຖ້ອຍຄຳຂອງພຣະອົງ.
56Your father Abraham rejoiced that he would see my day. He saw it and was glad."OLCVອັບຣາຮາມພໍ່ຂອງພວກເຈົ້າມີຄວາມຊື່ນຊົມຍິນດີທີ່ຈະເຫັນວັນຂອງເຮົາ, ເພິ່ນກໍໄດ້ເຫັນແລ້ວ ແລະ ມີຄວາມຊື່ນຊົມຍິນດີ”.
57So the Jews said to him, "You're not yet fifty years old, and you've seen Abraham?"OLCVພວກຢິວເວົ້າກັບພຣະອົງວ່າ, “ເຈົ້າມີອາຍຸຍັງບໍ່ຮອດຫ້າສິບປີ ແລະ ເຈົ້າໄດ້ເຫັນອັບຣາຮາມແລ້ວບໍ!”
58Jesus said to them, "Truly, truly, I say to you, before Abraham was, I AM."OLCVພຣະເຢຊູເຈົ້າກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ກ່ອນອັບຣາຮາມເກີດ, ເຮົາກໍເປັນຢູ່ແລ້ວ!”
59So they grabbed stones to throw at him, but Jesus hid himself and slipped out of the temple.OLCVດັ່ງນັ້ນ ພວກເຂົາຈຶ່ງຈັບເອົາກ້ອນຫີນຂຶ້ນມາເພື່ອຈະແກວ່ງໃສ່ພຣະອົງ, ແຕ່ພຣະເຢຊູເຈົ້າຫລີກໜີ ແລະ ອອກໄປຈາກບໍລິເວນວິຫານ.