Skip to content
The Believer's Library

Biblica® Open Lao Contemporary Version

John 7 OLCV

Show OLCV only
Verse × ×
1 After this, Jesus traveled around Galilee, not wanting to go into Judea because Jewish leaders there were looking for a chance to kill him. ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ. ແຕ່​ພຣະອົງ​ບໍ່​ຢາກ​ໄປ​ແຂວງ​ຢູດາຍ ເພາະ​ພວກຜູ້ນຳ​ຊາວຢິວ​ຢູ່​ທີ່​ນັ້ນ​ກຳລັງ​ຊອກຫາ​ວິທີ​ທີ່​ຈະ​ຂ້າ​ພຣະອົງ.
2 But the Jewish Festival of Booths was near. ແຕ່​ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປຸກຕູບຢູ່​ຂອງ​ຊາວຢິວ​ແລ້ວ,
3 His brothers told him, "Leave here and go to Judea, so your disciples can also see the works you do. ບັນດາ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຈົ່ງ​ອອກ​ຈາກ​ຄາລີເລ ແລະ ໄປ​ຍັງ​ແຂວງ​ຢູດາຍ, ເພື່ອ​ວ່າ​ພວກສາວົກ​ຂອງ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ.
4 No one seeking public attention hides what he does. If you're doing these things, show yourself to the world." ບໍ່​ມີ​ຜູ້ໃດ​ຢາກ​ເປັນ​ທີ່​ຮູ້ຈັກ​ຂອງ​ສາທາລະນະ​ແລ້ວ​ຍັງ​ເຮັດ​ໃນ​ທີ່​ລັບ. ໃນ​ເມື່ອ​ເຈົ້າ​ກຳລັງ​ເຮັດ​ສິ່ງ​ເຫລົ່ານີ້ ກໍ​ຈົ່ງ​ສະແດງ​ຕົນ​ເອງ​ຕໍ​ໂລກ”.
5 For not even his brothers believed in him. ເພາະວ່າ​ແມ່ນແຕ່​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ເອງ​ກໍ​ບໍ່​ເຊື່ອ​ໃນ​ພຣະອົງ.
6 So Jesus told them, "My time has not yet come, but for you any time is right. ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບອກ​ພວກເຂົາ​ວ່າ, “ເວລາ​ຂອງ​ເຮົາ​ຍັງ​ບໍ່​ມາ​ເຖິງ ສຳລັບ​ພວກເຈົ້າ​ແລ້ວ​ເວລາ​ໃດ​ກໍ​ເໝາະສົມ.
7 "The world cannot hate you, but it hates me, because I testify that its works are evil. ໂລກ​ບໍ່​ສາມາດ​ກຽດຊັງ​ພວກເຈົ້າ ແຕ່​ໂລກ​ກຽດຊັງ​ເຮົາ​ເພາະ​ເຮົາ​ເປັນ​ພະຍານ​ວ່າ​ກິດຈະການ​ຂອງ​ໂລກ​ນັ້ນ​ຊົ່ວຮ້າຍ.
8 You yourselves go up to the festival; I'm not going up to this festival, since my time hasn't yet fully come." ພວກເຈົ້າ​ໄປ​ຮ່ວມ​ເທດສະການ​ນັ້ນ​ສາ. ຝ່າຍ​ເຮົາ​ບໍ່​ໄປ​ເທດສະການ​ນັ້ນ, ເພາະ​ເວລາ​ທີ່​ເໝາະສົມ​ສຳລັບ​ເຮົາ​ຍັງ​ບໍ່​ທັນ​ມາເຖິງ”.
9 After saying this, he stayed in Galilee. ຫລັງຈາກ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ໄດ້​ພັກ​ຢູ່​ທີ່​ແຂວງ​ຄາລີເລ.
10 After his brothers went up to the festival, he too went up—not openly, but secretly. ເຖິງຢ່າງໃດກໍຕາມ, ຫລັງຈາກ​ທີ່​ພວກ​ນ້ອງຊາຍ​ຂອງ​ພຣະອົງ​ໄປ​ງານ​ເທດສະການ​ແລ້ວ, ພຣະອົງ​ກໍ​ໄປ​ເໝືອນກັນ, ບໍ່​ໄດ້​ເປີດເຜີຍ ແຕ່​ໄປ​ຢ່າງ​ລັບໆ.
11 So the Jewish leaders were looking for him at the festival and asking, "Where is he?" ບັດນີ້ ຢູ່​ທີ່​ງານ​ເທດສະການ​ພວກຜູ້ນຳ​ຊາວຢິວ​ໄດ້​ແນມ​ຫາ​ພຣະອົງ ແລະ ຖາມ​ວ່າ, “ຄົນ​ນັ້ນ​ຢູ່ໃສ?”
12 Much murmuring about him spread among the crowds: some said, "He's good," others, "No, he misleads the crowd." ຢູ່​ທ່າມກາງ​ປະຊາຊົນ​ນັ້ນ​ຕ່າງ​ກໍ​ມີ​ສຽງກະຊິບ​ກ່ຽວກັບ​ພຣະອົງ​ກະຈາຍ​ໄປ. ບາງຄົນ​ກໍ​ເວົ້າ​ວ່າ, “ລາວ​ເປັນ​ຄົນ​ດີ”. ສ່ວນ​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ບໍ່​ແມ່ນ, ລາວ​ຫລອກລວງ​ປະຊາຊົນ”.
13 Yet no one spoke about him openly, for fear of the Jewish leaders. ແຕ່​ບໍ່​ມີ​ຜູ້ໃດ​ກ້າ​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ​ຢ່າງ​ເປີດເຜີຍ​ເພາະ​ຢ້ານ​ພວກຜູ້ນຳ.
14 About the middle of the festival, Jesus went up into the temple and began to teach. ເມື່ອ​ເທດສະການ​ດຳເນີນ​ໄປ​ໄດ້​ເຄິ່ງໜຶ່ງ​ແລ້ວ ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ໄປ​ທີ່​ເດີ່ນ​ວິຫານ ແລະ ເລີ່ມຕົ້ນ​ສັ່ງສອນ.
15 The Jewish leaders were amazed and asked, "How does this man know so much without training?" ພວກ​ຢິວ​ຢູ່​ທີ່​ນັ້ນ​ກໍ​ປະຫລາດໃຈ ແລະ ໄດ້​ຖາມ​ວ່າ, “ຄົນ​ນີ້​ໄດ້​ຄວາມຮູ້​ຢ່າງ​ນີ້​ມາ​ໄດ້​ແນວໃດ ໃນ​ເມື່ອ​ລາວ​ບໍ່​ໄດ້​ຮຽນ​ມາ?”
16 Jesus answered them, "My teaching isn't mine—it's from the one who sent me. ພຣະເຢຊູເຈົ້າ​ຕອບ​ວ່າ, “ຄຳສອນ​ຂອງ​ເຮົາ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ຄຳສອນ​ນັ້ນ​ມາ​ຈາກ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.
17 Whoever wants to do our Father's will knows if my teaching is from my Father or I speak on my own. ຖ້າ​ຜູ້ໃດ​ເລືອກ​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ຄຳສອນ​ຂອງ​ເຮົາ​ມາ​ຈາກ​ພຣະເຈົ້າ ຫລື ວ່າ​ເຮົາ​ເວົ້າ​ເອົາ​ເອງ.
18 Whoever speaks on his own seeks his own glory, but whoever seeks the sender's glory is true, with no falsehood in him. ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ເອົາ​ເອງ​ກໍ​ເວົ້າ​ເພື່ອ​ຫາ​ກຽດ​ໃສ່​ຕົນ​ເອງ ແຕ່​ຜູ້​ທີ່​ສະແຫວງຫາ​ກຽດ​ຂອງ​ພຣະອົງ​ຜູ້​ໃຊ້​ຕົນ​ມາ​ກໍ​ເປັນ​ຄົນ​ຂອງ​ຄວາມ​ຈິງ; ໃນ​ໂຕ​ຜູ້​ນັ້ນ​ບໍ່​ມີ​ຄວາມຕົວະ​ເລີຍ.
19 Didn't Moses give you the law? Yet none of you obeys the law. Why are you trying to kill me?" ໂມເຊ​ບໍ່​ໄດ້​ໃຫ້​ກົດບັນຍັດ​ແກ່​ພວກເຈົ້າ​ບໍ? ແຕ່​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ຮັກສາ​ກົດບັນຍັດ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ທີ່​ຈະ​ຂ້າ​ເຮົາ?”
20 The crowd answered, "You have a demon! Who is trying to kill you?" ປະຊາຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜີມານຮ້າຍ​ສິງ​ຢູ່ ແມ່ນ​ຜູ້ໃດ​ພະຍາຍາມ​ທີ່​ຈະ​ຂ້າ​ເຈົ້າ?”
21 Jesus replied, "I did one work, and you are all amazed. ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ເຮັດການ​ອັດສະຈັນ​ຢ່າງ​ໜຶ່ງ ແລະ ພວກເຈົ້າ​ທັງຫລາຍ​ກໍ​ພາກັນ​ປະຫລາດໃຈ​ແລ້ວ.
22 "Moses gave you circumcision—not from Moses, but the patriarchs—and you circumcise a man on the Sabbath. ເຖິງປານນັ້ນ ເພາະ​ໂມເຊ​ໄດ້​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ (ເຖິງແມ່ນວ່າ​ແທ້ຈິງ​ແລ້ວ​ການ​ຮັບ​ພິທີຕັດ​ບໍ່​ໄດ້​ມາ​ຈາກ​ໂມເຊ ແຕ່​ມາ​ຈາກ​ບັນພະບຸລຸດ), ພວກເຈົ້າ​ກໍ​ໄດ້​ໃຫ້​ເດັກນ້ອຍ​ຜູ້ຊາຍ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ.
23 If a man is circumcised on the Sabbath so the law of Moses isn't broken, why are you angry at me for making a whole man well on the Sabbath? ບັດນີ້ ຖ້າ​ເດັກນ້ອຍ​ຜູ້ຊາຍ​ຍັງ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ ເພື່ອ​ບໍ່​ໃຫ້​ກົດບັນຍັດ​ຂອງ​ໂມເຊ​ຖືກ​ລະເມີດ, ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຈຮ້າຍ​ໃຫ້​ເຮົາ​ທີ່​ໄດ້​ຮັກສາ​ທົ່ວ​ທັງ​ຮ່າງກາຍ​ຂອງ​ມະນຸດ​ໃນ​ວັນ​ຊະບາໂຕ?
24 Stop judging by appearances, and judge with right judgment." ຈົ່ງ​ຢຸດ​ຕັດສິນ​ຕາມ​ທີ່​ເຫັນ​ພຽງ​ພາຍນອກ ແຕ່​ຈົ່ງ​ຕັດສິນ​ໃຫ້​ຖືກຕ້ອງ​ຕາມ​ຄວາມເປັນຈິງ”.
25 Then some Jerusalemites said, "Isn't this the man they want to kill? ເມື່ອ​ເຖິງ​ຕອນ​ນີ້ ຊາວ​ເຢຣູຊາເລັມ​ບາງຄົນ​ເລີ່ມ​ຖາມ​ຂຶ້ນ​ວ່າ, “ບໍ່​ແມ່ນ​ຊາຍ​ຄົນ​ນີ້​ບໍ​ທີ່​ພວກເຂົາ​ພະຍາຍາມ​ທີ່​ຈະ​ຂ້າ?
26 Yet he speaks openly, and they say nothing to him. Can the rulers truly know this is the Christ? ລາວ​ຢູ່​ທີ່​ນີ້ ແລະ ກຳລັງ​ເວົ້າ​ຢູ່​ຢ່າງ​ເປີດເຜີຍ ແລະ ພວກເຂົາ​ກໍ​ບໍ່​ໄດ້​ເວົ້າ​ຫຍັງ​ກັບ​ລາວ​ຈັກ​ຄຳ. ພວກ​ຜູ້ມີອຳນາດ​ສະຫລຸບ​ໄດ້​ແນ່ນອນ​ແລ້ວ​ແມ່ນ​ບໍ​ວ່າ​ລາວ​ເປັນ​ພຣະຄຣິດເຈົ້າ?
27 But we know this man's origin. When the Christ comes, no one will know his origin." ແຕ່​ພວກເຮົາ​ຮູ້​ວ່າ​ຊາຍ​ຄົນ​ນີ້​ມາ​ຈາກ​ໃສ ເມື່ອ​ພຣະຄຣິດເຈົ້າ​ມາ​ຈະ​ບໍ່​ມີ​ຜູ້ໃດ​ຮູ້​ວ່າ​ພຣະອົງ​ມາ​ຈາກ​ໃສ”.
28 Then Jesus, teaching in the temple, cried out: "You know me, and know where I'm from. Yet I didn't come on my own—the one who sent me is true, and you don't know him. ດັ່ງນັ້ນ ຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກຳລັງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ, ພຣະອົງ​ຮ້ອງ​ສຽງດັງ​ວ່າ, “ແມ່ນ​ແລ້ວ, ພວກເຈົ້າ​ຮູ້ຈັກ​ເຮົາ ແລະ ພວກເຈົ້າ​ຮູ້​ວ່າ​ເຮົາ​ມາ​ຈາກ​ໃສ. ເຮົາ​ບໍ່​ໄດ້​ມາ​ດ້ວຍ​ສິດອຳນາດ​ຂອງ​ເຮົາ​ເອງ, ແຕ່​ພຣະອົງ​ຜູ້​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ເປັນ​ຄວາມ​ຈິງ. ພວກເຈົ້າ​ບໍ່​ຮູ້ຈັກ​ພຣະອົງ,
29 I know him, because I am from him, and he sent me." ແຕ່​ເຮົາ​ຮູ້ຈັກ​ພຣະອົງ​ເພາະ​ເຮົາ​ມາ​ຈາກ​ພຣະອົງ ແລະ ພຣະອົງ​ໄດ້​ໃຊ້​ເຮົາ​ມາ”.
30 So they tried to grab him, but no one touched him, because his hour had not yet come. ເມື່ອ​ໄດ້​ຟັງ​ດັ່ງນັ້ນ​ແລ້ວ ພວກເຂົາ​ກໍ​ພະຍາຍາມ​ທີ່​ຈະ​ຈັບ​ພຣະອົງ, ແຕ່​ບໍ່​ມີ​ຜູ້ໃດ​ລົງ​ມື​ຈັບ​ພຣະອົງ ເພາະ​ຍັງ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ.
31 But many in the crowd believed in him, asking, "When the Christ comes, will he do more signs than this man did?" ແຕ່​ປະຊາຊົນ​ຫລາຍ​ຄົນ​ກໍ​ຍັງ​ເຊື່ອ​ໃນ​ພຣະອົງ​ຢູ່. ພວກເຂົາ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດເຈົ້າ​ມາ, ພຣະອົງ​ຈະ​ສະແດງ​ໝາຍສຳຄັນ​ຫລວງຫລາຍ​ກວ່າ​ຜູ້​ນີ້​ບໍ?”
32 The Pharisees heard the crowd murmuring these things about him, so the chief priests and Pharisees sent temple guards to seize him. ພວກ​ຟາຣີຊາຍ​ໄດ້​ຍິນ​ປະຊາຊົນ​ຊິ່ມ​ກັນ​ເລື່ອງ​ພຣະອົງ​ຢ່າງ​ນັ້ນ. ດັ່ງນັ້ນ ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ສົ່ງ​ຄົນຍາມ​ວິຫານ​ໄປ​ຈັບ​ພຣະອົງ.
33 So Jesus said, "I'm with you a little while longer, and then I go to the one who sent me. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ພຽງ​ໄລຍະ​ເວລາ​ສັ້ນ, ແລ້ວ​ເຮົາ​ຈະ​ໄປ​ຫາ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.
34 You will search for me and not find me; you cannot come where I am." ພວກເຈົ້າ​ຈະ​ຊອກຫາ​ເຮົາ ແຕ່​ພວກເຈົ້າ​ຈະ​ບໍ່​ພົບ​ເຮົາ ແລະ ບ່ອນ​ທີ່​ເຮົາ​ຢູ່​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້”.
35 So the Jewish leaders asked each other, "Where does he intend to go that we won't find him? Does he intend to go to our people dispersed among the Greeks and teach the Greeks? ພວກ​ຢິວ​ຈຶ່ງ​ເວົ້າ​ຕໍ່​ກັນ​ວ່າ, “ຊາຍ​ຜູ້​ນີ້​ຕັ້ງ​ໃຈ​ຈະ​ໄປ​ໃສ​ທີ່​ພວກເຮົາ​ບໍ່​ສາມາດ​ຊອກຫາ​ລາວ? ລາວ​ຈະ​ໄປ​ຫາ​ຄົນ​ຂອງ​ພວກເຮົາ​ທີ່​ກະແຈກກະຈາຍ​ຢູ່​ທ່າມກາງ​ພວກກຣີກ ແລະ ໄປ​ສອນ​ພວກ​ກຣີກ​ນັ້ນ​ບໍ?
36 What does he mean: 'You will look for me, but you will not find me,' and 'Where I am, you cannot come'?" ລາວ​ໝາຍຄວາມ​ວ່າ​ຢ່າງໃດ​ເມື່ອ​ລາວ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ຊອກຫາ​ເຮົາ​ແຕ່​ບໍ່​ພົບ​ເຮົາ’ ແລະ ‘ບ່ອນ​ທີ່​ເຮົາ​ຢູ່​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້’?”
37 On the last, great day of the festival, Jesus stood and called out, "Whoever is thirsty, let him come to me and drink. ໃນ​ວັນ​ສຸດທ້າຍ ແລະ ເປັນ​ວັນ​ສຳຄັນ​ທີ່ສຸດ​ຂອງ​ເທດສະການ, ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ກ່າວ​ດ້ວຍ​ສຽງດັງ​ວ່າ, “ຖ້າ​ຜູ້ໃດ​ຫິວນ້ຳ​ໃຫ້​ມາ​ຫາ​ເຮົາ ແລະ ດື່ມ.
38 Whoever believes in me, as Scripture said, rivers of living water will flow from his heart." ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ ແມ່ນ້ຳ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ມາ​ຈາກ​ພາຍໃນ​ພວກເຂົາ”.
39 He said this about the Holy Spirit, whom believers in him were to receive; the Spirit had not yet been given, since Jesus had not yet been glorified. ສິ່ງ​ທີ່​ພຣະອົງ​ກ່າວ​ນັ້ນ​ພຣະອົງ​ໝາຍເຖິງ​ພຣະວິນຍານ ເຊິ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ຕາມ​ພາຍຫລັງ. ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ໃຫ້​ພຣະວິນຍານ​ເທື່ອ, ເນື່ອງຈາກ​ພຣະເຢຊູເຈົ້າ​ຍັງ​ບໍ່​ໄດ້​ຮັບ​ສະຫງ່າລາສີ.
40 When they heard these words, some of the crowd said, "This really is the Prophet." ເມື່ອ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະອົງ​ແລ້ວ ປະຊາຊົນ​ບາງຄົນ​ກໍ​ເວົ້າ​ວ່າ, “ຊາຍ​ຜູ້ນີ້​ເປັນ​ຜູ້ທຳນວາຍ​ຢ່າງ​ແນ່ນອນ”.
41 Others said, "This is the Christ." But others asked, "How can the Christ come from Galilee? ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ພຣະຄຣິດເຈົ້າ”. ແຕ່​ຍັງ​ມີ​ຄົນ​ອື່ນ​ອີກ​ຖາມ​ວ່າ, “ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ຄາລີເລ​ໄດ້​ຢ່າງໃດ?
42 Doesn't Scripture say the Christ comes from David's line and from Bethlehem, David's village?" ພຣະຄຳພີ​ບອກ​ໄວ້​ບໍ່​ແມ່ນ​ບໍ​ວ່າ​ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ ແລະ ຈາກ​ເບັດເລເຮັມ ເມືອງ​ທີ່​ດາວິດ​ຢູ່?”
43 So the crowd was divided over him. ດ້ວຍເຫດນີ້ ປະຊາຊົນ​ຈຶ່ງ​ມີ​ຄວາມເຫັນ​ແຕກແຍກ​ກັນ​ໃນ​ເລື່ອງ​ຂອງ​ພຣະເຢຊູເຈົ້າ.
44 Some of them wanted to seize him, but no one laid a hand on him. ບາງຄົນ​ຕ້ອງການ​ທີ່​ຈະ​ຈັບ​ພຣະອົງ ແຕ່​ບໍ່​ມີ​ຜູ້ໃດ​ລົງ​ມື​ຈັບ​ພຣະອົງ.
45 So the temple guards returned to the chief priests and Pharisees, who asked, "Why didn't you bring him?" ໃນ​ທີ່ສຸດ​ພວກຄົນຍາມ​ວິຫານ​ຈຶ່ງ​ກັບ​ໄປ​ຫາ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ, ຄົນ​ເຫລົ່ານັ້ນ​ໄດ້​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ບໍ່​ຈັບ​ລາວ​ມາ?”
46 The guards answered, "No one ever spoke the way this man does." ພວກຄົນຍາມ​ຕອບ​ວ່າ, “ບໍ່​ເຄີຍ​ມີ​ຜູ້ໃດ​ເວົ້າ​ເໝືອນ​ຊາຍ​ຜູ້​ນີ້​ເວົ້າ”.
47 "Have you also been deceived?" the Pharisees answered. ພວກ​ຟາຣີຊາຍ​ເວົ້າ​ຕອບ​ຄືນ​ວ່າ, “ພວກເຈົ້າ​ໝາຍຄວາມ​ວ່າ​ລາວ​ໄດ້​ຫລອກລວງ​ພວກເຈົ້າ​ເໝືອນກັນ​ບໍ?
48 "Has any of the rulers or of the Pharisees believed in him? ມີ​ພວກ​ຜູ້ນຳ ຫລື ພວກ​ຟາຣີຊາຍ​ຄົນ​ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ລາວ?
49 But this crowd, who knows nothing of the law—they are under a curse." ບໍ່​ມີ! ຄົນ​ກຸ່ມ​ນີ້​ບໍ່​ຮູ້​ສິ່ງ​ໃດ​ກ່ຽວກັບ​ກົດບັນຍັດ​ເລີຍ ພວກເຂົາ​ຖືກ​ສາບແຊ່ງ​ຢູ່​ແລ້ວ”.
50 Nicodemus, who had gone to Jesus earlier and was one of their own number, asked them, ນີໂກເດມ ຜູ້​ທີ່​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ກ່ອນ​ໜ້າ​ນີ້ ແລະ ເປັນ​ຄົນ​ໜຶ່ງ​ໃນ​ຈໍານວນ​ພວກເຂົາ​ໄດ້​ຖາມ​ວ່າ,
51 "Does our law condemn a man without first hearing him and finding out what he does?" “ກົດໝາຍ​ຂອງ​ພວກເຮົາ​ຈະ​ຕັດສິນ​ລົງໂທດ​ຜູ້ໃດ​ໂດຍ​ບໍ່​ຟັງ​ລາວ​ກ່ອນ​ວ່າ​ລາວ​ໄດ້​ເຮັດ​ຫຍັງ​ມາ​ບໍ?”
52 They replied, "Are you from Galilee too? Search, and see: no prophet arises from Galilee." ພວກເຂົາ​ຕອບ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ຈົ່ງ​ໄປ​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ຜູ້ທຳນວາຍ​ບໍ່​ໄດ້​ມາ​ຈາກ​ຄາລີເລ”.
53 Then they all went home. ແລ້ວ​ທຸກຄົນ​ຕ່າງ​ກໍ​ກັບ​ຄືນ​ເມືອ​ເຮືອນ​ຂອງ​ຕົນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]