Skip to content
The Believer's Library

Biblica® Open Lao Contemporary Version

John 6 OLCV

Show OLCV only
Verse × ×
1 After this, Jesus crossed the Sea of Galilee, also called the Sea of Tiberias. ຕໍ່ມາ ພຣະເຢຊູເຈົ້າ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ທະເລສາບ​ຄາລີເລ (ຄື​ທະເລ​ຕີເບເຣຍ),
2 A large crowd followed him, because they saw the signs he performed on the sick. ແລະ ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ​ເພາະ​ພວກເຂົາ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະອົງ​ສະແດງ​ໂດຍ​ການຮັກສາ​ຄົນເຈັບປ່ວຍ.
3 Jesus went up on the mountainside and sat down there with his disciples. ແລ້ວ​ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ເນີນພູ ແລະ ນັ່ງ​ລົງ​ກັບ​ພວກສາວົກ​ຂອງ​ພຣະອົງ.
4 Now the Passover, the feast of the Jews, was near. ເທດສະການ​ປັດສະຄາ​ຂອງ​ຊາວ​ຢິວ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.
5 Looking up, Jesus saw a large crowd approaching and asked Philip, "Where can we buy bread for these people to eat?" ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ຄົນ​ເປັນ​ຈໍານວນ​ຫລວງຫລາຍ​ກຳລັງ​ມາ​ຫາ​ພຣະອົງ, ພຣະອົງ​ກ່າວ​ກັບ​ຟີລິບ​ວ່າ, “ພວກເຮົາ​ຈະ​ໄປ​ຫາ​ຊື້​ອາຫານ​ຢູ່​ໃສ​ມາ​ໃຫ້​ຄົນ​ເຫລົ່ານີ້​ກິນ?”
6 He said this to test Philip, for he himself already knew what he was going to do. ພຣະອົງ​ຖາມ​ເຊັ່ນ​ນີ້​ກໍ​ເພື່ອ​ຈະ​ລອງໃຈ​ຟີລິບ​ເທົ່ານັ້ນ, ເພາະ​ພຣະອົງ​ຄິດໃນໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ຢ່າງໃດ.
7 Philip answered him, "200 days' wages of bread isn't enough for each of them to get a little." ຟີລິບ​ຕອບ​ພຣະອົງ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ​ເພື່ອ​ພໍ​ຊື້​ເຂົ້າຈີ່​ໃຫ້​ຄົນ​ເຫລົ່ານີ້​ກິນ​ຄົນ​ລະ​ຄຳ!”
8 One of his disciples, Andrew, Simon Peter's brother, said to him, ສາວົກ​ອີກ​ຄົນ​ໜຶ່ງ​ຂອງ​ພຣະອົງ​ຄື​ອັນເດອາ​ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ ເວົ້າ​ຂຶ້ນ​ວ່າ,
9 "A boy here has five barley loaves and two fish—but what's that for so many?" “ເດັກນ້ອຍ​ຄົນ​ໜຶ່ງ​ຢູ່​ທີ່​ນີ້​ມີ​ເຂົ້າຈີ່​ຫ້າ​ກ້ອນ​ທີ່​ເຮັດ​ດ້ວຍ​ເຂົ້າບາເລ ແລະ ປາ​ນ້ອຍ​ສອງ​ໂຕ, ແຕ່​ຈະ​ພຽງພໍ​ໄດ້​ຢ່າງໃດ​ກັບ​ຄົນ​ຫລວງຫລາຍ​ເຊັ່ນ​ນີ້?”
10 Jesus said, "Have the people sit down." Much grass grew there, so about 5,000 men sat down. ພຣະເຢຊູເຈົ້າ​ກ່າວ​ວ່າ, “ໃຫ້​ປະຊາຊົນ​ນັ່ງລົງ”. ຢູ່​ບ່ອນນັ້ນ​ມີ​ຫຍ້າ​ຫລາຍ ແລະ ພວກເຂົາ​ຈຶ່ງ​ນັ່ງລົງ (ຢູ່​ທີ່​ນັ້ນ​ນັບ​ແຕ່​ຜູ້ຊາຍ​ມີ​ປະມານ​ຫ້າພັນ​ຄົນ).
11 Jesus then took the loaves, gave thanks, and distributed them to those seated; likewise with the fish, as much as they wanted. ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ນັ້ນ​ມາ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ຈຶ່ງ​ແຈກຢາຍ​ໃຫ້​ແກ່​ຜູ້​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ໃຫ້​ຫລາຍ​ຕາມ​ທີ່​ພວກເຂົາ​ຕ້ອງການ. ພຣະອົງ​ຈັບ​ເອົາ​ປາ​ມາ​ເຮັດ​ຢ່າງ​ດຽວ​ກັນ.
12 When they were full, he told his disciples, "Gather the leftover pieces, so nothing is lost." ເມື່ອ​ທຸກຄົນ​ກິນ​ອີ່ມ​ແລ້ວ ພຣະອົງ​ໄດ້​ບອກ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຈົ່ງ​ເກັບ​ຮວບຮວມ​ຈໍານວນ​ທີ່​ເຫລືອ​ໄວ້ ຢ່າ​ໃຫ້​ມີ​ອັນໃດ​ເສຍ​ໄປ”.
13 So they gathered the fragments left over from the five barley loaves after the people ate, filling twelve baskets. ພວກເຂົາ​ຈຶ່ງ​ເກັບ​ຈໍານວນ​ທີ່​ເຫລືອ​ຈາກ​ເຂົ້າຈີ່​ຫ້າ​ກ້ອນ​ທີ່​ເຮັດ​ຈາກ​ເຂົ້າບາເລ​ໄດ້​ເຕັມ​ສິບສອງ​ກະບຸງ.
14 So when the people saw the sign he did, they said, "This really is the Prophet coming into the world!" ຫລັງຈາກ​ທີ່​ປະຊາຊົນ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະເຢຊູເຈົ້າ​ໄດ້​ສະແດງ​ແລ້ວ, ພວກເຂົາ​ກໍ​ເລີ່ມ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ​ທີ່​ກຳນົດ​ວ່າ​ຈະ​ເຂົ້າ​ມາ​ໃນ​ໂລກ”.
15 Knowing they meant to come and seize him to make him king, Jesus withdrew again to the mountain alone. ພຣະເຢຊູເຈົ້າ​ຮູ້ຈັກ​ວ່າ​ພວກເຂົາ​ຕັ້ງໃຈ​ຈະ​ມາ​ໃຊ້​ກຳລັງ​ບັງຄັບ​ໃຫ້​ເອົາ​ພຣະອົງ​ຂຶ້ນ​ເປັນ​ກະສັດ, ພຣະອົງ​ຈຶ່ງ​ຂຶ້ນ​ໄປ​ເທິງ​ພູ​ອີກ​ແຕ່​ຜູ້​ດຽວ.
16 When evening came, his disciples went down to the sea, ເມື່ອ​ຄ່ຳ​ມາ​ແລ້ວ ພວກສາວົກ​ຂອງ​ພຣະອົງ​ໄດ້​ລົງ​ມາ​ທີ່​ທະເລສາບ,
17 got in a boat and headed across the sea to Capernaum. It was already dark, and Jesus had not yet reached them. ບ່ອນ​ທີ່​ພວກເພິ່ນ​ເຂົ້າ​ໄປ​ໃນ​ເຮືອ ແລະ ຂ້າມ​ຟາກ​ໄປ​ຍັງ​ເມືອງ​ກາເປນາອູມ. ຂະນະ​ນັ້ນ​ກໍ​ມືດ​ແລ້ວ ແລະ ພຣະເຢຊູເຈົ້າ​ກໍ​ຍັງ​ບໍ່​ທັນ​ໄດ້​ໄປ​ຫາ​ພວກເພິ່ນ​ເທື່ອ.
18 A strong wind was blowing, and the sea grew rough. ມີ​ລົມ​ພັດ​ແຮງ​ຈົນ​ເຮັດ​ໃຫ້​ນ້ຳ​ທະເລ​ປັ່ນປ່ວນ.
19 After rowing three or four miles, they saw Jesus walking on the water, approaching the boat, and were afraid. ເມື່ອ​ພວກເພິ່ນ​ພາຍເຮືອ​ໄປ​ໄດ້​ປະມານ 5 ຫລື 6 ແມັດ ພວກເພິ່ນ​ກໍ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ຢູ່​ເທິງ​ໜ້ານ້ຳ​ເຂົ້າ​ມາ​ຫາ​ເຮືອ, ພວກເພິ່ນ​ຈຶ່ງ​ຕົກໃຈ​ຢ້ານ​ຫລາຍ.
20 But he said to them, "It is I; do not be afraid." ແຕ່​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ແມ່ນ​ເຮົາ​ເອງ ຢ່າ​ຢ້ານ​ເລີຍ”.
21 So they were glad to take him into the boat, and instantly it reached the shore they were heading toward. ແລ້ວ​ພວກເພິ່ນ​ຈຶ່ງ​ເຕັມໃຈ​ຮັບ​ພຣະອົງ​ຂຶ້ນ​ໄປ​ໃນ​ເຮືອ ແລະ ໃນທັນໃດ​ນັ້ນ​ເຮືອ​ກໍ​ມາ​ເຖິງ​ຝັ່ງ​ທີ່​ພວກເພິ່ນ​ກຳລັງ​ມຸ່ງໜ້າ​ໄປ​ນັ້ນ.
22 The next day, the crowd remaining on the far shore saw that only one boat had been there, that Jesus had not boarded it with his disciples, but that his disciples had gone off alone. ມື້​ຕໍ່ມາ​ປະຊາຊົນ​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ນັ້ນ ເຫັນ​ວ່າ​ກ່ອນໜ້າ​ນັ້ນ​ມີ​ເຮືອ​ຢູ່​ທີ່​ນັ້ນ​ພຽງ​ແຕ່​ລຳ​ດຽວ, ແລະ ພຣະເຢຊູເຈົ້າ​ກໍ​ບໍ່​ໄດ້​ລົງ​ເຮືອ​ລຳ​ນັ້ນ​ໄປ​ກັບ​ພວກສາວົກ ມີ​ແຕ່​ພວກສາວົກ​ເທົ່ານັ້ນ​ໄປ.
23 Other boats came from Tiberias near the place where they ate bread after the Lord gave thanks. ແລ້ວ​ມີ​ເຮືອ​ລຳ​ອື່ນ​ທີ່​ມາ​ຈາກ​ເມືອງ​ຕີເບເຣຍ​ມາ​ຈອດ​ໃກ້​ບ່ອນ​ທີ່​ປະຊາຊົນ​ໄດ້​ກິນ​ເຂົ້າຈີ່​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ.
24 So when the crowd saw Jesus and his disciples weren't there, they got in boats and went to Capernaum to look for Jesus. ເມື່ອ​ປະຊາຊົນ​ເຫັນ​ວ່າ​ພຣະເຢຊູເຈົ້າ​ກັບ​ພວກສາວົກ​ບໍ່​ໄດ້​ຢູ່​ບ່ອນ​ນັ້ນ ພວກເຂົາ​ຈຶ່ງ​ລົງ​ເຮືອ ແລະ ໄປ​ທີ່​ເມືອງ​ກາເປນາອູມ​ເພື່ອ​ຕາມຫາ​ພຣະເຢຊູເຈົ້າ.
25 Finding him across the sea, they asked, "Rabbi, when did you get here?" ເມື່ອ​ພວກເຂົາ​ພົບ​ພຣະອົງ​ຢູ່​ທີ່​ອີກ​ຟາກ​ໜຶ່ງ​ຂອງ​ທະເລສາບ, ພວກເຂົາ​ກໍ​ຖາມ​ພຣະອົງ​ວ່າ, “ຣັບບີ, ທ່ານ​ມາ​ເຖິງ​ທີ່​ນີ້​ເວລາ​ໃດ?”
26 Jesus answered them, "Truly, truly, I tell you: you seek me not because you saw signs, but because you ate the loaves and were filled. ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຊອກຫາ​ເຮົາ ບໍ່​ແມ່ນ​ເພາະ​ພວກເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ເຮົາ​ເຮັດ​ນັ້ນ ແຕ່​ເພາະ​ພວກເຈົ້າ​ໄດ້​ກິນ​ເຂົ້າຈີ່​ຈົນ​ອີ່ມ.
27 Don't work for food that spoils, but for food that lasts to eternal life, which the Son of Man will give you. For on him our Father has set his seal." ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.
28 Then they said to him, "What must we do to be doing the works of our Father?" ແລ້ວ​ພວກເຂົາ​ຖາມ​ພຣະອົງ​ວ່າ, “ພວກຂ້ານ້ອຍ​ຕ້ອງ​ເຮັດ​ແນວໃດ​ຈຶ່ງ​ຈະ​ເຮັດ​ງານ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ເຮັດ​ໄດ້?”
29 Jesus answered them, "This is our Father's work: that you believe in the one he sent." ພຣະເຢຊູເຈົ້າ​ຕອບ​ວ່າ, “ງານ​ຂອງ​ພຣະເຈົ້າ​ຄື: ຈົ່ງ​ເຊື່ອ​ໃນ​ຜູ້​ທີ່​ພຣະອົງ​ໃຊ້​ມາ”.
30 So they asked him, "What sign will you give, so we may see and believe you? What work will you do? ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ຈະ​ໃຫ້​ໝາຍສຳຄັນ​ອັນໃດ​ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ເຫັນ ແລະ ເຊື່ອ​ທ່ານ? ທ່ານ​ຈະ​ເຮັດຫຍັງ​ແດ່?
31 Our ancestors ate manna in the wilderness, as it is written: 'He gave them bread from heaven to eat.'" ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ໄດ້​ກິນ​ມານາ​ໃນ​ຖິ່ນແຫ້ງແລ້ງກັນດານ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ພຣະອົງ​ໃຫ້​ອາຫານ​ຈາກ​ສະຫວັນ​ແກ່​ພວກເຂົາ​ກິນ’”.
32 Jesus told them, "Truly, truly, I tell you: Moses didn't give you the bread from heaven—my Father gives you the true bread from heaven. ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ແມ່ນ​ໂມເຊ​ທີ່​ເປັນ​ຜູ້​ເອົາ​ອາຫານ​ມາ​ຈາກ​ສະຫວັນ​ນັ້ນ​ໃຫ້​ແກ່​ພວກເຈົ້າ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງ​ເຮົາ​ທີ່​ເອົາ​ອາຫານ​ແທ້​ຈາກ​ສະຫວັນ​ໃຫ້​ແກ່​ພວກເຈົ້າ.
33 For the bread of our Father is he who comes down from heaven and gives the world life." ເພາະ​ອາຫານ​ຈາກ​ພຣະເຈົ້າ​ແມ່ນ​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ ແລະ ໃຫ້​ຊີວິດ​ແກ່​ໂລກ”.
34 So they said to him, "Lord, give us this bread always." ພວກເຂົາ​ຕອບ​ວ່າ, “ນາຍ​ເອີຍ, ຂໍ​ໃຫ້​ອາຫານ​ນີ້​ໃຫ້​ແກ່ພວກ​ຂ້ານ້ອຍ​ຢູ່​ເລື້ອຍໆ​ແດ່​ທ້ອນ”.
35 Jesus told them, "I am the bread of life. Whoever comes to me will never hunger; whoever believes in me will never thirst. ແລ້ວ​ພຣະເຢຊູເຈົ້າ​ປະກາດ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ອາຫານ​ແຫ່ງ​ຊີວິດ. ຜູ້ໃດ​ກໍ​ຕາມ​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຫິວເຂົ້າ​ຈັກເທື່ອ ແລະ ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຫິວນ້ຳ​ຈັກເທື່ອ.
36 But as I told you, you have seen me and still do not believe. ແຕ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ວ່າ, ພວກເຈົ້າ​ໄດ້​ເຫັນ​ເຮົາ ແລະ ພວກເຈົ້າ​ກໍ​ຍັງ​ບໍ່​ເຊື່ອ.
37 All the Father gives me will come to me, and the one who comes to me I will never drive away. ຄົນ​ເຫລົ່ານັ້ນ​ທັງໝົດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ​ກໍ​ຈະ​ມາ​ຫາ​ເຮົາ ແລະ ຜູ້ໃດ​ກໍ​ຕາມ​ທີ່​ມາຫາ​ເຮົາ ເຮົາ​ຈະ​ບໍ່​ຂັບໄລ່​ໄປ​ຈັກເທື່ອ.
38 For I came down from heaven not to do my own will, but the will of him who sent me. ເພາະວ່າ​ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ​ບໍ່​ແມ່ນ​ເພື່ອ​ເຮັດ​ຕາມໃຈ​ຂອງ​ເຮົາ​ເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.
39 This is the will of him who sent me: that I lose none of all he has given me, but raise them up on the last day. ແລະ ນີ້​ແມ່ນ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ຄື ບໍ່​ໃຫ້​ເຮົາ​ສູນເສຍ​ຄົນ​ທັງປວງ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ເຮົາ​ແມ່ນແຕ່​ຄົນດຽວ ແຕ່​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.
40 For this is the will of my Father: that everyone who looks to the Son and believes in him should have eternal life, and I will raise them up on the last day." ເພາະ​ພຣະບິດາເຈົ້າ​ຂອງ​ເຮົາ​ປະສົງ​ໃຫ້​ທຸກຄົນ​ທີ່​ແນມເບິ່ງ​ພຣະບຸດ ແລະ ເຊື່ອ​ໃນ​ພຣະອົງ​ຈະ​ມີ​ຊີວິດ​ນິລັນດອນ ແລະ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ”.
41 So the Jews grumbled about him because he said, "I am the bread that came down from heaven." ແລ້ວ​ພວກ​ຢິວ​ຈຶ່ງ​ເລີ່ມ​ພາກັນ​ຈົ່ມ​ກ່ຽວກັບ​ພຣະອົງ​ເພາະ​ພຣະອົງ​ກ່າວ​ວ່າ, “ເຮົາ​ເປັນ​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ”.
42 They said, "Isn't this Jesus, Joseph's son, whose father and mother we know? How can he now say, 'I have come down from heaven'?" ພວກເຂົາ​ເວົ້າ​ວ່າ, “ຜູ້​ນີ້​ແມ່ນ​ເຢຊູ​ລູກຊາຍ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ? ພວກເຮົາ​ກໍ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ, ດ້ວຍເຫດໃດ ລາວ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ລົງ​ມາ​ຈາກ​ສະຫວັນ’?”
43 Jesus answered them, "Stop grumbling among yourselves. ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພາກັນ​ເຊົາ​ຈົ່ມ​ສາ.
44 "No one can come to me unless the Father who sent me draws him, and I will raise him on the last day. ບໍ່​ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້​ນອກຈາກ​ພຣະບິດາເຈົ້າ​ຜູ້​ໃຊ້​ເຮົາ​ມາ​ນັ້ນ​ຊັກນໍາ​ພວກເຂົາ ແລະ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.
45 It is written in the Prophets: 'And they will all be taught by our Father.' Everyone who has heard and learned from the Father comes to me. ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຜູ້ທຳນວາຍ​ວ່າ: ‘ພວກເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ການສອນ​ຈາກ​ພຣະເຈົ້າ’. ທຸກຄົນ​ທີ່​ໄດ້​ຍິນ​ພຣະບິດາເຈົ້າ ແລະ ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.
46 Not that anyone has seen the Father except the one from him; he has seen the Father. ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະບິດາເຈົ້າ​ນອກຈາກ​ຜູ້​ທີ່​ມາ​ຈາກ​ພຣະເຈົ້າ​ເທົ່ານັ້ນ​ທີ່​ໄດ້​ເຫັນ​ພຣະບິດາເຈົ້າ.
47 Truly, truly, I tell you, whoever believes has eternal life. ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ມີ​ຊີວິດ​ນິລັນດອນ.
48 I am the bread of life. ເຮົາ​ເປັນ​ອາຫານ​ແຫ່ງ​ຊີວິດ.
49 Your ancestors ate the manna in the wilderness, yet they died. ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ກິນ​ມານາ​ໃນ​ຖິ່ນແຫ້ງແລ້ງກັນດານ ເຖິງປານນັ້ນ​ພວກເຂົາ​ກໍ​ຕາຍ,
50 This is the bread that comes down from heaven, so anyone may eat it and not die. ແຕ່​ນີ້​ຄື​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ ເຊິ່ງ​ຄົນໃດ​ໄດ້​ກິນ​ແລ້ວ​ຈະ​ບໍ່​ຕາຍ.
51 I am the living bread come down from heaven. Whoever eats this bread will live forever. The bread I will give is my flesh, for the life of the world." ເຮົາ​ເປັນ​ອາຫານ ເຊິ່ງ​ໃຫ້​ຊີວິດ​ທີ່​ລົງ​ມາ​ຈາກ​ສະຫວັນ. ຜູ້ໃດ​ກໍ​ຕາມ​ໄດ້​ກິນ​ອາຫານ​ນີ້​ຈະ​ມີ​ຊີວິດ​ຢູ່​ຕະຫລອດໄປ. ອາຫານ​ນີ້​ແມ່ນ​ເນື້ອກາຍ​ຂອງ​ເຮົາ ເຊິ່ງ​ເຮົາ​ຈະ​ໃຫ້​ເພື່ອ​ໂລກ​ນີ້​ຈະ​ໄດ້​ມີ​ຊີວິດ”.
52 Then the Jews argued sharply among themselves, "How can this man give us his flesh to eat?" ແລ້ວ​ພວກ​ຢິວ​ຈຶ່ງ​ເລີ່ມ​ຜິດຖຽງ​ກັນ​ຢ່າງ​ຮຸນແຮງ​ວ່າ, “ຊາຍ​ຜູ້​ນີ້​ຈະ​ເອົາ​ເນື້ອ​ກາຍ​ຂອງ​ຕົນ​ໃຫ້​ພວກເຮົາ​ກິນ​ໄດ້​ຢ່າງໃດ?”
53 Jesus told them, "Truly, truly, I tell you, unless you eat the flesh of the Son of Man and drink his blood, you have no life in yourselves. ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ບໍ່​ກິນ​ເນື້ອກາຍ​ຂອງ​ບຸດມະນຸດ ແລະ ດື່ມ​ເລືອດ​ຂອງ​ພຣະອົງ, ພວກເຈົ້າ​ກໍ​ຈະ​ບໍ່​ມີ​ຊີວິດ​ຢູ່​ພາຍໃນ​ໂຕ​ຂອງ​ພວກເຈົ້າ.
54 Whoever feeds on my flesh and drinks my blood has eternal life, and I will raise him on the last day. ຜູ້ໃດ​ກໍ​ຕາມ​ທີ່​ກິນ​ເນື້ອກາຍ ແລະ ດື່ມ​ເລືອດ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ມີ​ຊີວິດ​ນິລັນດອນ ແລະ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.
55 For my flesh is true food, and my blood is true drink. ເພາະ​ເນື້ອກາຍ​ຂອງ​ເຮົາ​ເປັນ​ອາຫານ​ແທ້ ແລະ ເລືອດ​ຂອງ​ເຮົາ​ກໍ​ເປັນ​ເຄື່ອງດື່ມ​ແທ້.
56 Whoever feeds on my flesh and drinks my blood remains in me, and I in him. ຜູ້ໃດ​ກໍ​ຕາມ​ທີ່​ກິນ​ເນື້ອກາຍ ແລະ ດື່ມ​ເລືອດ​ຂອງ​ເຮົາ, ຜູ້​ນັ້ນ​ກໍ​ຢູ່​ໃນ​ເຮົາ ແລະ ເຮົາ​ກໍ​ຢູ່​ໃນ​ພວກເຂົາ.
57 As the living Father sent me and I live because of the Father, so whoever feeds on me will live because of me. ພຣະບິດາເຈົ້າ​ຜູ້​ມີ​ຊີວິດ​ຢູ່​ໄດ້​ໃຊ້​ເຮົາ​ມາ ແລະ ເຮົາ​ມີຊີວິດ​ຢູ່​ເພາະ​ພຣະບິດາເຈົ້າ​ສັນໃດ ຜູ້​ທີ່​ກິນ​ເຮົາ​ກໍ​ຈະ​ມີຊີວິດ​ຢູ່​ເພາະ​ເຮົາ​ສັນນັ້ນ.
58 This is the bread that came down from heaven. It is not like the bread your ancestors ate and still died. Whoever feeds on this bread will live forever." ນີ້​ຄື​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ. ບັນພະບຸລຸດ​ຂອງ​ພວກເຈົ້າ​ກິນ​ມານາ ແລະ ຕາຍ​ໄປ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ກິນ​ອາຫານ​ນີ້​ຈະ​ມີຊີວິດ​ຢູ່​ຕະຫລອດໄປ”.
59 He said these things while teaching in the synagogue at Capernaum. ພຣະອົງ​ໄດ້​ກ່າວ​ສິ່ງ​ເຫລົ່ານີ້​ຂະນະ​ທີ່​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ໃນ​ເມືອງ​ກາເປນາອູມ.
60 On hearing it, many of his disciples said, "This is a hard teaching. Who can accept it?" ເມື່ອ​ໄດ້​ຍິນ​ດັ່ງນັ້ນ ສາວົກ​ຂອງ​ພຣະອົງ​ຫລາຍ​ຄົນ​ຈຶ່ງ​ເວົ້າ​ວ່າ, “ຄຳສອນ​ນີ້​ຍາກ​ແທ້. ຜູ້ໃດ​ຈະ​ຮັບ​ໄດ້?”
61 Aware that his disciples were grumbling about this, Jesus said to them, "Does this offend you? ພຣະອົງ​ຮູ້​ວ່າ​ພວກສາວົກ​ຂອງ​ພຣະອົງ​ກຳລັງ​ຈົ່ມ​ເຖິງ​ເລື່ອງ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເລື່ອງ​ນີ້​ເຮັດ​ໃຫ້​ພວກເຈົ້າ​ເຄືອງໃຈ​ບໍ?
62 "Then what if you see the Son of Man ascending to where he was before? ຖ້າ​ພວກເຈົ້າ​ເຫັນ​ບຸດມະນຸດ​ຂຶ້ນ​ເມືອ​ຍັງ​ບ່ອນ​ທີ່​ພຣະອົງ​ເຄີຍ​ຢູ່​ແຕ່ກ່ອນ​ນັ້ນ​ພວກເຈົ້າ​ຈະ​ວ່າ​ຢ່າງໃດ!
63 The Spirit gives life; the flesh helps nothing. The words I have spoken to you are spirit and life. ພຣະວິນຍານ​ໃຫ້​ຊີວິດ ເນື້ອໜັງ​ບໍ່​ສຳຄັນ​ຫຍັງ​ເລີຍ. ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ວິນຍານ ແລະ ຊີວິດ,
64 But some of you don't believe." For Jesus knew from the start who didn't believe, and who would betray him. ເຖິງປານນັ້ນ​ກໍ​ຍັງ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ເຊື່ອ”. ເພາະ​ພຣະເຢຊູເຈົ້າ​ຮູ້​ຕັ້ງ​ແຕ່​ທຳອິດ​ວ່າ​ຄົນໃດ​ໃນ​ພວກເພິ່ນ​ທີ່​ບໍ່​ເຊື່ອ ແລະ ແມ່ນ​ຄົນ​ໃດ​ທີ່​ຈະ​ທໍລະຍົດ​ພຣະອົງ.
65 And he said, "This is why I told you: no one can come to me unless the Father enables him." ພຣະອົງ​ກ່າວ​ຕໍ່​ໄປ​ວ່າ, “ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ບອກ​ພວກເຈົ້າ​ວ່າ​ບໍ່​ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້ ນອກຈາກ​ພຣະບິດາເຈົ້າ​ຈະ​ໃຫ້​ຜູ້​ນັ້ນ​ມາ”.
66 From this time many of his disciples turned back and no longer walked with him. ຈາກ​ເວລາ​ນັ້ນ​ມາ ສາວົກ​ຂອງ​ພຣະອົງ​ຫລາຍ​ຄົນ​ກໍ​ຫັນ​ຫລັງ​ກັບ ແລະ ເຊົາ​ຕິດຕາມ​ພຣະອົງ.
67 So Jesus asked the Twelve, "Do you want to leave too?" ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກສາວົກ​ສິບສອງ​ຄົນ​ວ່າ, “ພວກເຈົ້າ​ເດ ຢາກ​ຖອຍໜີ​ໄປ​ເໝືອນກັນ​ບໍ?”
68 Simon Peter answered him, "Lord, to whom should we go? You have the words of eternal life. ຝ່າຍ​ຊີໂມນ​ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ພວກຂ້ານ້ອຍ​ຈະ​ໄປ​ຫາ​ຜູ້ໃດ? ພຣະອົງ​ມີ​ຖ້ອຍຄຳ​ແຫ່ງ​ຊີວິດ​ນິລັນດອນ.
69 We have believed and known you are the Holy One of our Father." ພວກຂ້ານ້ອຍ​ເຊື່ອ ແລະ ຮູ້​ແລ້ວ​ວ່າ​ພຣະອົງ​ເປັນ​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ”.
70 Jesus answered them, "Have I not chosen you, the Twelve? Yet one of you is a devil." ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ວ່າ, “ເຮົາ​ໄດ້​ເລືອກ​ພວກເຈົ້າ​ທັງ​ສິບສອງ​ຄົນ​ໄວ້​ບໍ່​ແມ່ນ​ບໍ? ເຖິງປານນັ້ນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ກໍ​ເປັນ​ມານຮ້າຍ!”
71 He meant Judas, son of Simon Iscariot, one of the Twelve, who was about to betray him. (ພຣະອົງ​ໝາຍ​ເຖິງ​ຢູດາ​ຜູ້​ເປັນ​ລູກຊາຍ​ຂອງ​ຊີໂມນ​ອິດສະກາຣິອົດ, ເຖິງ​ແມ່ນ​ຢູດາ​ເປັນ​ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ ແຕ່​ຕໍ່ມາ​ລາວ​ກໍ​ທໍລະຍົດ​ພຣະອົງ.)
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]