Skip to content
The Believer's Library

Biblica® Open Lao Contemporary Version

John 5 OLCV

Show OLCV only
Verse × ×
1 After this there was a feast of the Jews, and Jesus went up to Jerusalem. ຕໍ່ມາ​ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ຮ່ວມ​ເທດສະການ​ຂອງ​ຊາວຢິວ.
2 By the Sheep Gate in Jerusalem is a pool with five covered porches, called Bethesda in Aramaic. ໃນ​ນະຄອນ​ເຢຣູຊາເລັມ ໃກ້​ປະຕູ​ແກະ​ມີ​ສະນ້ຳ​ແຫ່ງ​ໜຶ່ງ​ເອີ້ນ​ຕາມ​ພາສາ​ອາຣາມິກ​ວ່າ​ເບັດສະທາ ແລະ ສະນໍ້າ​ນີ້​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່,
3 In these lay a multitude of the sick—blind, lame, and paralyzed. ຢູ່​ບ່ອນນີ້​ມີ​ຄົນພິການ​ຈໍານວນ​ຫລວງຫລາຍ​ນອນ​ຢູ່​ເຊັ່ນ ຄົນຕາບອດ, ຄົນຂາເສັ້ງ, ຄົນເປ້ຍ.
4 Not in this edition ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ລົງ​ມາ ແລະ ກວນ​ນ້ຳ​ເປັນ​ບາງຄັ້ງຄາວ. ໃນ​ແຕ່​ລະ​ເທື່ອ​ທີ່​ນ້ຳ​ເຟືອນ​ຄົນທຳອິດ​ທີ່​ລົງ​ໄປ​ໃນ​ສະນໍ້າ​ກໍ​ຈະ​ໄດ້​ຮັບ​ການປິ່ນປົວ​ຈາກ​ພະຍາດ​ຕ່າງໆ​ທີ່​ພວກເຂົາ​ເປັນ.
5 One man was there who had been sick for thirty-eight years. ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ເຈັບປ່ວຍ​ມາ​ໄດ້​ສາມສິບແປດ​ປີ​ແລ້ວ.
6 Seeing him lying there and knowing he had already been there a long time, Jesus asked, "Do you want to be healed?" ເມື່ອ​ພຣະເຢຊູເຈົ້າ​ເຫັນ​ລາວ​ນອນ​ຢູ່​ໃນ​ທີ່​ນັ້ນ ແລະ ຮູ້​ວ່າ​ລາວ​ຕົກ​ຢູ່​ໃນ​ສະພາບ​ນີ້​ມາ​ດົນນານ​ແລ້ວ, ພຣະອົງ​ໄດ້​ຖາມ​ລາວ​ວ່າ, “ເຈົ້າ​ຢາກ​ຈະ​ຫາຍດີ​ບໍ?”
7 The sick man answered him, "Sir, I have no one to put me in the pool once the water stirs—while I'm on my way, someone else gets in first." ຄົນ​ປ່ວຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ເວລາ​ນ້ຳ​ເຟືອນ​ຂຶ້ນ​ບໍ່​ມີ​ຜູ້ໃດ​ຈະ​ຊ່ວຍ​ເອົາ​ຂ້ານ້ອຍ​ລົງ​ໄປ​ໃນ​ສະນ້ຳ. ໃນຂະນະ​ທີ່​ຂ້ານ້ອຍ​ພະຍາຍາມ​ຈະ​ລົງ​ໄປ ຄົນ​ອື່ນ​ກໍ​ລົງ​ໄປ​ກ່ອນ​ແລ້ວ”.
8 Jesus said to him, "Get up, take up your mat, and walk." ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລຸກຂຶ້ນ! ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ”.
9 At once the man became well, picked up his mat, and walked. That day was the Sabbath. ໃນທັນໃດ​ນັ້ນ ຊາຍ​ຄົນ​ນັ້ນ​ກໍ​ດີພະຍາດ, ລາວ​ຈຶ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ​ຍ່າງ​ໄປ. ວັນ​ທີ່​ເຫດການ​ໄດ້​ເກີດຂຶ້ນ​ນັ້ນ​ເປັນ​ວັນ​ຊະບາໂຕ,
10 So the Jews told the healed man, "It's the Sabbath—you're not allowed to carry your mat." ດັ່ງນັ້ນ ພວກ​ຢິວ​ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຫາຍດີ​ພະຍາດ​ນັ້ນ​ວ່າ, “ນີ້​ເປັນ​ວັນຊະບາໂຕ ກົດບັນຍັດ​ຫ້າມ​ບໍ່​ໃຫ້​ເຈົ້າ​ແບກ​ບ່ອນນອນ”.
11 He answered them, "The man who healed me told me, 'Take up your mat and walk.'" ແຕ່​ລາວ​ຕອບ​ວ່າ, “ຜູ້​ທີ່​ຮັກສາ​ຂ້ານ້ອຍ​ໃຫ້​ດີພະຍາດ​ໄດ້​ບອກ​ຂ້ານ້ອຍ​ວ່າ, ‘ຈົ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ’ ”.
12 They asked him, "Who is the man who told you, 'Take it up and walk'?" ພວກເຂົາ​ຈຶ່ງ​ຖາມ​ຊາຍ​ຄົນ​ນັ້ນ​ວ່າ, “ຄົນ​ທີ່​ບອກ​ໃຫ້​ເຈົ້າ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ​ນັ້ນ​ແມ່ນ​ຜູ້ໃດ?”
13 But the healed man didn't know who it was, since Jesus had slipped away into the crowd there. ຄົນ​ທີ່​ໄດ້​ດີພະຍາດ​ນັ້ນ​ບໍ່​ຮູ້​ວ່າ​ພຣະອົງ​ແມ່ນ​ຜູ້ໃດ ເພາະ​ພຣະເຢຊູເຈົ້າ​ໄດ້​ໜີ​ໄປ​ປົນ​ກັບ​ປະຊາຊົນ​ທີ່​ຢູ່​ໃນ​ບ່ອນ​ນັ້ນ.
14 Later Jesus found him in the temple and said, "You are healed now. Stop sinning, or something worse may happen to you." ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເບິ່ງແມ, ເຈົ້າ​ດີພະຍາດ​ແລ້ວ ຢ່າ​ສູ່​ເຮັດບາບ​ອີກ​ຕໍ່​ໄປ ບໍ່​ດັ່ງນັ້ນ​ສິ່ງຊົ່ວຮ້າຍ​ກວ່າ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ”.
15 The man went away and told the Jews that it was Jesus who had made him well. ຊາຍ​ຄົນ​ນັ້ນ​ກໍ​ໄປ ແລະ ບອກ​ພວກ​ຢິວ​ວ່າ ແມ່ນ​ພຣະເຢຊູເຈົ້າ​ທີ່​ໄດ້​ເຮັດ​ໃຫ້​ຕົນ​ດີພະຍາດ.
16 And so the Jews began persecuting Jesus, because he was doing these things on the Sabbath. ດັ່ງນັ້ນ, ເພາະ​ພຣະເຢຊູເຈົ້າ​ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ໃນ​ວັນ​ຊະບາໂຕ ພວກຜູ້ນຳ​ຢິວ​ຈຶ່ງ​ເລີ່ມ​ຂົ່ມເຫັງ​ພຣະອົງ.
17 But Jesus answered them, "My Father is working until now, and I too am working." ໃນ​ການປ້ອງກັນ​ຂອງ​ພຣະອົງ ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ພຣະບິດາ​ຂອງ​ເຮົາ​ເຮັດ​ກິດຈະການ​ຂອງ​ພຣະອົງ​ສະເໝີ​ຈົນ​ເຖິງ​ທຸກວັນ​ນີ້ ແລະ ເຮົາ​ກໍ​ເຮັດ​ກິດຈະການ​ນັ້ນ​ເໝືອນກັນ”.
18 So the Jews sought even more to kill him: he not only broke the Sabbath but called our Father his own Father, making himself equal to him. ດ້ວຍເຫດນີ້​ພວກເຂົາ​ຈຶ່ງ​ພະຍາຍາມ​ຫາ​ໂອກາດ​ທີ່​ຈະ​ຂ້າ​ພຣະເຢຊູເຈົ້າ ເພາະ​ພຣະອົງ​ບໍ່​ພຽງ​ແຕ່​ລະເມີດ​ກົດບັນຍັດ​ວັນ​ຊະບາໂຕ​ເທົ່ານັ້ນ ແຕ່​ຍັງ​ໄດ້​ເອີ້ນ​ພຣະເຈົ້າ​ວ່າ​ເປັນ​ພຣະບິດາ​ຂອງ​ພຣະອົງ​ເອງ ເຊິ່ງ​ເປັນ​ການ​ຍົກ​ພຣະອົງ​ເອງ​ເທົ່າທຽມ​ກັບ​ພຣະເຈົ້າ.
19 So Jesus said to them, "Truly, truly, I tell you: the Son can do nothing on his own, but only what he sees the Father doing. Whatever the Father does, the Son does the same. ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພຣະບຸດ​ຈະ​ກະທຳ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງ​ບໍ່​ໄດ້, ພຣະອົງ​ສາມາດ​ກະທຳ​ໄດ້​ແຕ່​ພຽງ​ສິ່ງ​ທີ່​ເຫັນ​ພຣະບິດາເຈົ້າ​ຂອງ​ພຣະອົງ​ກະທຳ ເພາະ​ພຣະບິດາຈົ້າ​ກະທຳ​ສິ່ງ​ໃດ ພຣະບຸດ​ກໍ​ກະທຳ​ສິ່ງ​ນັ້ນ​ເໝືອນກັນ.
20 "For the Father loves the Son and shows him everything he does; he will show him greater works than these, so you will be amazed. ເພາະ​ພຣະບິດາ​ຮັກ​ພຣະບຸດ ແລະ ສະແດງ​ໃຫ້​ພຣະບຸດ​ເຫັນ​ທຸກສິ່ງ​ທີ່​ພຣະອົງ​ເອງ​ກະທຳ​ຢູ່. ແລ້ວ​ພຣະອົງ​ຈະ​ສະແດງ​ໃຫ້​ພຣະບຸດ​ເຫັນ​ສິ່ງ​ຍິ່ງໃຫຍ່​ກວ່າ​ນີ້​ອີກ ເພື່ອ​ວ່າ​ພວກເຈົ້າ​ຈະ​ປະຫລາດໃຈ.
21 For as the Father raises the dead and gives life, so the Son too gives life to anyone he wants. ເພາະ​ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ໃຫ້​ເປັນຄືນມາ ແລະ ໃຫ້ຊີວິດ​ແກ່​ພວກເຂົາ​ຢ່າງໃດ ພຣະບຸດ​ກໍ​ຈະ​ໃຫ້​ຊີວິດ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ທີ່​ຈະ​ໃຫ້​ຢ່າງ​ນັ້ນ​ເໝືອນກັນ.
22 For the Father judges no one, but has entrusted all judgment to the Son, ຫລາຍກວ່າ​ນັ້ນ ພຣະບິດາເຈົ້າ​ບໍ່​ໄດ້​ພິພາກສາ​ຜູ້ໃດ ແຕ່​ພຣະອົງ​ມອບ​ການພິພາກສາ​ທັງໝົດ​ໃຫ້​ແກ່​ພຣະບຸດ,
23 so everyone honors the Son as they honor the Father; whoever doesn't honor the Son doesn't honor the Father who sent him. ເພື່ອ​ຄົນ​ທັງຫລາຍ​ຈະ​ໄດ້​ຖວາຍກຽດ​ແກ່​ພຣະບຸດ​ເໝືອນ​ທີ່​ພວກເຂົາ​ໄດ້​ຖວາຍກຽດ​ແກ່​ພຣະບິດາເຈົ້າ. ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ຖວາຍກຽດ​ແກ່​ພຣະບຸດ​ກໍ​ບໍ່​ໄດ້​ຖວາຍກຽດ​ແກ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.
24 Truly, truly, I tell you: whoever hears my word and believes the one who sent me has eternal life and won't face judgment—they have passed from death to life. “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ຟັງ​ຄຳ​ຂອງ​ເຮົາ ແລະ ເຊື່ອ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ຜູ້​ນັ້ນ​ກໍ​ມີຊີວິດ​ນິລັນດອນ ແລະ ຈະ​ບໍ່​ເຂົ້າ​ໃນ​ການພິພາກສາ, ແຕ່​ໄດ້​ຜ່ານພົ້ນ​ຈາກ​ຄວາມຕາຍ​ໄປ​ສູ່​ຊີວິດ​ແລ້ວ.
25 Truly, truly, I tell you, an hour comes, and is now here, when the dead will hear the voice of the Son of our Father, and those hearing will live. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ ບັດນີ້​ກໍ​ມາ​ເຖິງ​ແລ້ວ ເມື່ອ​ຜູ້​ທີ່​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ບັນດາ​ຜູ້​ທີ່​ໄດ້​ຍິນ​ກໍ​ຈະ​ມີຊີວິດ.
26 For as the Father has life in himself, he gave the Son to also have life in himself. ເພາະວ່າ​ພຣະບິດາເຈົ້າ​ມີຊີວິດ​ໃນ​ພຣະອົງ​ເອງ​ສັນໃດ ພຣະອົງ​ກໍ​ໃຫ້​ພຣະບຸດ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນນັ້ນ.
27 And he has given him authority to execute judgment, because he is the Son of Man. ແລະ ພຣະອົງ​ໃຫ້​ພຣະບຸດ​ມີ​ສິດອຳນາດ​ພິພາກສາ ເພາະວ່າ​ພຣະອົງ​ເປັນ​ບຸດມະນຸດ.
28 Don't be astonished at this—an hour is coming when everyone in the tombs will hear his voice, “ຢ່າ​ປະຫລາດໃຈ​ໃນ​ຂໍ້​ນີ້, ເພາະ​ຈະ​ເຖິງ​ເວລາ​ໜຶ່ງ​ເມື່ອ​ທຸກ​ຄົນ​ທີ່​ຢູ່​ໃນ​ຂຸມຝັງສົບ​ຂອງ​ຕົນ​ຈະ​ໄດ້​ຍິນ​ສຽງ​ຂອງ​ພຣະບຸດ
29 and come out—those who did good, to the resurrection of life; those who did evil, to the resurrection of judgment. ແລະ ຈະ​ໄດ້​ອອກມາ, ບັນດາ​ຜູ້​ທີ່​ເຮັດ​ດີ​ກໍ​ຈະ​ເປັນຄືນມາ​ສູ່​ຊີວິດ ແລະ ຜູ້​ທີ່​ເຮັດ​ຊົ່ວ​ກໍ​ຈະ​ເປັນຄືນມາ​ເພື່ອ​ຮັບ​ການ​ລົງໂທດ.
30 By myself I can do nothing. I judge as I hear; my judgment is fair, because I seek not my own will but the will of the One who sent me. ເຮົາ​ເຮັດ​ສິ່ງໃດ​ຕາມໃຈ​ເຮົາ​ເອງ​ບໍ່​ໄດ້, ເຮົາ​ພິພາກສາ​ຕາມ​ທີ່​ເຮົາ​ໄດ້​ຍິນ​ເທົ່ານັ້ນ ແລະ ຄຳພິພາກສາ​ຂອງ​ເຮົາ​ກໍ​ຍຸຕິທຳ, ເພາະ​ເຮົາ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເອງ​ພໍໃຈ ແຕ່​ເຮັດ​ໃຫ້​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ພໍໃຈ.
31 "If I testify about myself, my testimony is not valid. “ຖ້າ​ເຮົາ​ເປັນ​ພະຍານ​ໃຫ້​ກັບ​ຕົນ​ເອງ, ຄຳພະຍານ​ຂອງ​ເຮົາ​ກໍ​ບໍ່​ໜ້າ​ເຊື່ອຖື.
32 There is another who testifies about me, and I know his testimony about me is true. ມີ​ຜູ້​ໜຶ່ງ​ອີກ​ທີ່​ເປັນ​ພະຍານ​ໃຫ້​ເຮົາ ແລະ ເຮົາ​ຮູ້​ວ່າ​ຄຳພະຍານ​ຂອງ​ລາວ​ກ່ຽວກັບ​ເຮົາ​ເຊື່ອຖື​ໄດ້.
33 You sent messengers to John, and he has testified to the truth. “ພວກເຈົ້າ​ໄດ້​ໃຊ້​ຄົນ​ໄປ​ຫາ​ໂຢຮັນ ແລະ ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ຄວາມຈິງ.
34 Not that I accept human testimony, but I say these things so that you may be saved. ບໍ່​ແມ່ນ​ວ່າ​ເຮົາ​ຍອມ​ຮັບ​ຄຳພະຍານ​ຂອງ​ມະນຸດ ແຕ່​ເຮົາ​ເວົ້າ​ເຖິງ​ເລື່ອງ​ນີ້​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ພົ້ນ.
35 John was a burning, shining lamp, and you were willing to rejoice briefly in his light. ໂຢຮັນ​ເປັນ​ຕະກຽງ​ທີ່​ລຸກ ແລະ ໃຫ້​ແສງສະຫວ່າງ ແລ້ວ​ພວກເຈົ້າ​ກໍ​ເລືອກ​ທີ່​ຈະ​ຍິນດີ​ໃນ​ຄວາມສະຫວ່າງ​ຂອງ​ລາວ​ຊົ່ວຂະນະໜຶ່ງ.
36 But I have testimony greater than John's: the works my Father gave me to finish—the very works I'm doing—testify that my Father sent me. “ເຮົາ​ມີ​ຄຳພະຍານ​ທີ່​ສຳຄັນ​ກວ່າ​ຄຳພະຍານ​ຂອງ​ໂຢຮັນ​ອີກ ເພາະ​ງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບໝາຍ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ຄື​ທຸກ​ງານ​ທີ່​ເຮົາ​ກຳລັງ​ເຮັດ​ຢູ່​ນີ້​ແຫລະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ.
37 And my Father who sent me has himself testified about me. You've never heard his voice or seen his form, ແລະ ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ ພຣະອົງ​ເອງ​ໄດ້​ເປັນ​ພະຍານ​ໃຫ້​ເຮົາ. ພວກເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ສຽງ ແລະ ບໍ່​ເຄີຍ​ເຫັນ​ຮູບຮ່າງ​ຂອງ​ພຣະອົງ​ຈັກເທື່ອ,
38 and you don't have his word remaining in you, since you don't believe the one he sent. ພວກເຈົ້າ​ບໍ່​ໄດ້​ມີ​ຖ້ອຍຄຳ​ຂອງ​ພຣະອົງ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ບໍ່​ເຊື່ອ​ໃນ​ຜູ້​ທີ່​ພຣະອົງ​ໄດ້​ໃຊ້​ມາ​ນັ້ນ.
39 You search the Scriptures, thinking they hold eternal life—yet they themselves testify about me, ພວກເຈົ້າ​ສຶກສາ​ໃນ​ພຣະຄຳພີ​ເພາະ​ພວກເຈົ້າ​ຄິດ​ວ່າ​ໂດຍ​ພຣະຄຳພີ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ. ຂໍ້​ພຣະຄຳພີ​ເຫລົ່ານັ້ນ​ທີ່​ເປັນ​ພະຍານ​ກ່ຽວກັບ​ເຮົາ,
40 yet you refuse to come to me so that you may have life. ແຕ່​ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີວິດ.
41 I do not accept glory from people, “ເຮົາ​ບໍ່​ຮັບ​ເອົາ​ກຽດຕິຍົດ​ຈາກ​ການ​ເປັນ​ມະນຸດ,
42 but I know you—that you do not have the love of our Father within you. ແຕ່​ເຮົາ​ຮູ້ຈັກ​ພວກເຈົ້າ, ເຮົາ​ຮູ້​ວ່າ​ພວກເຈົ້າ​ບໍ່​ໄດ້​ມີ​ຄວາມ​ຮັກ​ຂອງ​ພຣະເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ.
43 I have come in my Father's name, and you don't receive me; if another comes in his own name, you'll receive him. ເຮົາ​ໄດ້​ມາ​ໃນ​ນາມ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພວກເຈົ້າ​ບໍ່​ໄດ້​ຍອມຮັບ​ເຮົາ ແຕ່​ຖ້າ​ຜູ້​ອື່ນ​ມາ​ໃນ​ນາມ​ຊື່​ຂອງ​ຕົນ​ເອງ ພວກເຈົ້າ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ.
44 How can you believe, when you accept glory from one another and don't seek the glory from the only God? ພວກເຈົ້າ​ສາມາດ​ເຊື່ອ​ໄດ້​ຢ່າງໃດ ຖ້າ​ຫາກ​ພວກເຈົ້າ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ ແຕ່​ບໍ່​ໄດ້​ຊອກຫາ​ກຽດຕິຍົດ​ຈາກ​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ແຕ່​ພຽງ​ອົງ​ດຽວ?
45 Don't think I will accuse you before my Father. Moses, in whom you've hoped, accuses you. “ແຕ່​ຢ່າ​ຄິດ​ວ່າ​ເຮົາ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະບິດາເຈົ້າ. ຜູ້​ທີ່​ຟ້ອງ​ພວກເຈົ້າ​ຄື​ໂມເຊ ຜູ້​ທີ່​ພວກເຈົ້າ​ໄດ້​ມອບ​ຄວາມຫວັງ​ໄວ້​ນໍາ​ນັ້ນ.
46 For if you believed Moses, you would believe me, because he wrote about me. ຖ້າ​ພວກເຈົ້າ​ເຊື່ອ​ໂມເຊ ພວກເຈົ້າ​ຄວນ​ເຊື່ອ​ເຮົາ, ເພາະ​ໂມເຊ​ໄດ້​ຂຽນ​ກ່ຽວກັບ​ເຮົາ.
47 But if you do not believe his writings, how will you believe my words?" ແຕ່​ເພາະ​ພວກເຈົ້າ​ບໍ່​ເຊື່ອ​ສິ່ງ​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ແລ້ວ ພວກເຈົ້າ​ຈະ​ເຊື່ອ​ສິ່ງ​ທີ່​ເຮົາ​ກ່າວ​ໄດ້​ຢ່າງໃດ?”
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]