Skip to content
The Believer's Library

Biblica® Open Lao Contemporary Version

John 4 OLCV

Show OLCV only
Verse × ×
1 So when Jesus knew the Pharisees heard he was making and baptizing more disciples than John. ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮູ້​ວ່າ​ພວກ​ຟາຣີຊາຍ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ມີ​ສາວົກ ແລະ ໃຫ້​ບັບຕິສະມາ​ຫລາຍກວ່າ​ໂຢຮັນ,
2 (though Jesus himself was not baptizing, but his disciples were), ເຖິງ​ແມ່ນ​ວ່າ​ຄວາມຈິງ​ແລ້ວ​ບໍ່​ແມ່ນ​ພຣະເຢຊູເຈົ້າ​ທີ່​ໃຫ້​ບັບຕິສະມາ ແຕ່​ແມ່ນ​ພວກສາວົກ​ຂອງ​ພຣະອົງ.
3 he left Judea and went back to Galilee. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ອອກ​ຈາກ​ແຂວງ​ຢູດາຍ ແລະ ກັບ​ໄປ​ຍັງ​ແຂວງ​ຄາລີເລ​ອີກ.
4 And he had to pass through Samaria. ບັດນີ້ ພຣະອົງ​ຈະ​ຕ້ອງ​ໄດ້​ຜ່ານ​ແຂວງ​ຊາມາເຣຍ​ໄປ.
5 So he came to a town of Samaria called Sychar, near the field Jacob gave his son Joseph. ດັ່ງນັ້ນ ພຣະອົງ​ຈຶ່ງ​ມາ​ເຖິງ​ເມືອງ​ໜຶ່ງ​ໃນ​ແຂວງ​ຊາມາເຣຍ​ຊື່​ວ່າ​ຊີຂາ ເຊິ່ງ​ຢູ່​ໃກ້​ກັບ​ດິນ​ຕອນ​ທີ່​ຢາໂຄບ​ໄດ້​ມອບ​ໃຫ້​ໂຢເຊັບ ລູກຊາຍ​ຂອງ​ເພິ່ນ.
6 Jacob's well was there. Jesus, tired from the trip, sat down at the well—about noon. ນ້ຳສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ທີ່​ນັ້ນ ແລະ ພຣະເຢຊູເຈົ້າ​ອິດເມື່ອຍ​ຈາກ​ການເດີນທາງ, ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນ້ຳສ້າງ. ຂະນະ​ນັ້ນ​ເປັນ​ເວລາ​ປະມານ​ຕອນທ່ຽງ.
7 A woman of Samaria came to draw water. Jesus said to her, "Give me a drink." ເມື່ອ​ຍິງ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ​ໄດ້​ມາ​ຕັກ​ນ້ຳ ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຂໍ​ນໍ້າ​ໃຫ້​ເຮົາ​ດື່ມ​ແດ່​ໄດ້​ບໍ?”
8 (For his disciples had gone into the town to buy food.). (ພວກສາວົກ​ຂອງ​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ເພື່ອ​ຊື້​ອາຫານ.)
9 The Samaritan woman said, "You're a Jew; why ask me, a Samaritan woman, for a drink?" (Jews don't associate with Samaritans.). ຍິງ​ຊາວ​ຊາມາເຣຍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານ​ເປັນ​ຄົນຢິວ ສ່ວນ​ຂ້ານ້ອຍ​ເປັນ​ຍິງ​ຊາວ​ຊາມາເຣຍ. ດ້ວຍ​ເຫດໃດ​ທ່ານ​ຈຶ່ງ​ມາ​ຂໍ​ດື່ມນ້ຳ​ຈາກ​ຂ້ານ້ອຍ?” (ເພາະ​ຊາວ​ຢິວ​ບໍ່​ຄົບຄ້າສະມາຄົມ​ກັບ​ຊາວ​ຊາມາເຣຍ.)
10 Jesus answered her, "If you knew our Father's gift, and who asks you, 'Give me a drink,' you'd have asked him, and he'd have given you living water." ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ຂອງຂັວນ​ທີ່​ພຣະເຈົ້າ​ມອບ​ໃຫ້ ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳ​ຈາກ​ເຈົ້າ, ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ ເພິ່ນ​ຈະ​ໃຫ້​ນ້ຳ​ທີ່​ມີຊີວິດ​ແກ່​ເຈົ້າ”.
11 The woman said to him, "Sir, you have nothing to draw with, and the well is deep. Where then do you get this living water? ນາງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ນາຍ​ເອີຍ ທ່ານ​ບໍ່​ມີ​ສິ່ງໃດ​ທີ່​ຈະ​ໃຊ້​ຕັກ​ນ້ຳ ແລະ ນ້ຳສ້າງ​ກໍ​ເລິກ ທ່ານ​ຈະ​ເອົາ​ນ້ຳ​ທີ່​ມີຊີວິດ​ມາ​ຈາກ​ໃສ?
12 Are you greater than our father Jacob, who gave us the well, drank from it himself, with his sons and livestock?" ທ່ານ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ຢາໂຄບ ບັນພະບຸລຸດ​ຂອງ​ພວກເຮົາ ຜູ້​ໄດ້​ໃຫ້​ນ້ຳສ້າງ​ນີ້​ແກ່​ພວກເຮົາ​ບໍ? ແລະ ຢາໂຄບ​ເອງ​ກັບ​ລູກຫລານ​ຕະຫລອດ​ຈົນ​ສັດລ້ຽງ ກໍ​ດື່ມນ້ຳ​ຈາກ​ນ້ຳສ້າງ​ນີ້”.
13 Jesus said to her, "Everyone who drinks of this water will be thirsty again, ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ທຸກຄົນ​ທີ່​ດື່ມນ້ຳ​ນີ້​ຍັງ​ຈະ​ຫິວນໍ້າ​ອີກ,
14 but whoever drinks the water I give him will never thirst again; that water will become in him a spring of water welling up to eternal life." ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.
15 The woman said to him, "Sir, give me this water, so I won't get thirsty or come here to draw water." ນາງ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ນາຍ​ເອີຍ ຂໍ​ນໍ້າ​ນີ້​ໃຫ້​ຂ້ານ້ອຍ​ເພື່ອ​ຂ້ານ້ອຍ​ຈະ​ບໍ່​ຫິວນໍ້າ​ອີກ ແລະ ບໍ່​ຕ້ອງ​ກັບ​ມາ​ຕັກ​ນ້ຳ​ຢູ່​ທີ່​ນີ້​ອີກ”.
16 Jesus said to her, "Go, call your husband, and come back here." ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອີ້ນ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້”.
17 The woman answered, "I have no husband." Jesus told her, "You're right to say you have no husband. ນາງ​ຕອບ​ວ່າ, “ຂ້ານ້ອຍ​ບໍ່​ມີ​ຜົວ”. ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວ​ວ່າ​ເຈົ້າ​ບໍ່​ມີ​ຜົວ.
18 For you've had five husbands, and the man you have now isn't your husband. You've spoken the truth." ແທ້ຈິງ​ແລ້ວ ເຈົ້າ​ມີ​ຜົວ​ຫ້າ​ຄົນ​ແລ້ວ ແລະ ຊາຍ​ຄົນ​ທີ່​ເຈົ້າ​ຢູ່​ນຳ​ເວລາ​ນີ້​ກໍ​ບໍ່​ແມ່ນ​ຜົວ​ຂອງ​ເຈົ້າ. ສິ່ງ​ທີ່​ເຈົ້າ​ຫາ​ກໍ​ເວົ້າ​ໄປ​ນັ້ນ​ກໍ​ເປັນ​ຄວາມຈິງ​ແທ້”.
19 The woman said to him, "Sir, I see that you are a prophet. ນາງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ນາຍ​ເອີຍ ຂ້ານ້ອຍ​ເຫັນ​ຄັກ​ແລ້ວ​ວ່າ​ທ່ານ​ເປັນ​ຜູ້ທຳນວາຍ.
20 Our fathers worshiped on this mountain, but you say Jerusalem is where people must worship." ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ໄດ້​ນະມັດສະການ​ທີ່​ພູ​ນີ້, ແຕ່​ພວກທ່ານ​ຊາວ​ຢິວ​ອ້າງ​ວ່າ​ບ່ອນ​ທີ່​ພວກຂ້ານ້ອຍ​ຄວນ​ນະມັດສະການ​ຕ້ອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ”.
21 Jesus told her, "Woman, believe me: an hour is coming when you'll worship the Father neither on this mountain nor in Jerusalem. ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຍິງ​ເອີຍ ຈົ່ງ​ເຊື່ອ​ໃນ​ເຮົາ​ເທາະ ໃກ້​ຈະ​ເຖິງ​ເວລາ​ແລ້ວ​ທີ່​ພວກເຈົ້າ​ຈະ​ບໍ່​ໄດ້​ນະມັດສະການ​ພຣະບິດາເຈົ້າ​ຢູ່​ທີ່​ພູ​ນີ້ ຫລື ທີ່​ນະຄອນ​ເຢຣູຊາເລັມ,
22 You worship what you don't know; we worship what we know—salvation comes from the Jews. ພວກເຈົ້າ​ຊາວ​ຊາມາເຣຍ​ນະມັດສະການ​ສິ່ງ​ທີ່​ພວກເຈົ້າ​ບໍ່​ຮູ້ຈັກ, ສ່ວນ​ພວກເຮົາ​ນະມັດສະການ​ສິ່ງ​ທີ່​ພວກເຮົາ​ຮູ້ຈັກ ເພາະ​ຄວາມພົ້ນ​ມາ​ທາງ​ຊາວ​ຢິວ.
23 But a time is coming, and now is, when true worshipers worship the Father in spirit and truth—for the Father seeks such worshipers. ແຕ່​ເວລາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ແລະ ບັດນີ້​ກໍ​ມາ​ເຖິງ​ແລ້ວ​ທີ່​ຜູ້ນະມັດສະການ​ທີ່​ແທ້ຈິງ​ຈະ​ນະມັດສະການ​ພຣະບິດາເຈົ້າ​ໃນ​ພຣະ​ວິນຍານ ແລະ ໃນ​ຄວາມ​ຈິງ, ເພາະວ່າ​ພຣະບິດາເຈົ້າ​ຊອກ​ຫາ​ຜູ້​ທີ່​ນະມັດສະການ​ພຣະອົງ​ແບບ​ນັ້ນ.
24 The Father is spirit, and those who worship him must worship in spirit and truth." ພຣະເຈົ້າ​ເປັນ​ວິນຍານ, ຜູ້​ທີ່​ນະມັດສະການ​ພຣະອົງ​ຕ້ອງ​ນະມັດສະການ​ໃນ​ພຣະວິນຍານ ແລະ ໃນ​ຄວາມ​ຈິງ”.
25 The woman said to him, "I know Messiah—the one called Christ—is coming. When he comes, he will tell us everything." ນາງ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ຂ້ານ້ອຍ​ຮູ້​ວ່າ​ພຣະເມຊີອາ (ທີ່​ເອີ້ນວ່າ​ພຣະຄຣິດເຈົ້າ) ກຳລັງ​ມາ. ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ອະທິບາຍ​ທຸກສິ່ງ​ແກ່​ພວກຂ້ານ້ອຍ”.
26 Jesus said to her, "I am he—the one speaking to you." ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ນາງ​ວ່າ, “ເຮົາ​ຜູ້​ທີ່​ກຳລັງ​ເວົ້າ​ຢູ່​ກັບ​ເຈົ້າ​ຢູ່​ນີ້ແຫລະ ຄື​ທ່ານ​ຜູ້​ນັ້ນ”.
27 Just then his disciples returned, amazed he was talking with a woman. Yet no one said, "What do you want?" or, "Why talk with her?" ໃນຂະນະ​ນັ້ນ ພວກສາວົກ​ຂອງ​ພຣະອົງ​ກໍ​ກັບ​ມາ​ຮອດ ແລະ ພາກັນ​ປະຫລາດໃຈ​ທີ່​ເຫັນ​ພຣະອົງ​ກຳລັງ​ສົນທະນາ​ຢູ່​ກັບ​ແມ່ຍິງ ແຕ່​ບໍ່​ມີ​ຜູ້ໃດ​ຖາມ​ວ່າ, “ພຣະອົງ​ຕ້ອງການ​ຫຍັງ?” ຫລື “ເປັນຫຍັງ​ພຣະອົງ​ຈຶ່ງ​ສົນທະນາ​ກັບ​ນາງ?”
28 So the woman left her water jar and went back to town and said to the people, ແລ້ວ​ຍິງ​ຄົນ​ນັ້ນ​ກໍ​ໄດ້​ປະ​ໄຫນ້ຳ​ຂອງ​ຕົນ​ກັບຄືນ​ເຂົ້າ​ໄປ​ໃນ​ເມືອງ ແລະ ບອກ​ຄົນ​ທັງຫລາຍ​ວ່າ,
29 "Come, see a man who told me everything I ever did. Could this be the Christ?" “ຈົ່ງ​ມາ​ເບິ່ງ​ຊາຍ​ຜູ້​ໜຶ່ງ​ທີ່​ບອກ​ຂ້ອຍ​ເຖິງ​ທຸກສິ່ງ​ທີ່​ຂ້ອຍ​ເຄີຍ​ໄດ້​ເຮັດ​ຜ່ານມາ ທ່ານ​ຜູ້ນີ້​ບໍ່​ແມ່ນ​ພຣະຄຣິດເຈົ້າ​ບໍ?”
30 They left the town and were coming to him. ພວກເຂົາ​ຈຶ່ງ​ອອກຈາກ​ເມືອງ​ໄປ​ຫາ​ພຣະອົງ.
31 Meanwhile the disciples were urging him, "Rabbi, eat." ໃນຂະນະ​ນັ້ນ ພວກສາວົກ​ໄດ້​ຂໍຮ້ອງ​ພຣະອົງ​ວ່າ, “ອາຈານ​ເອີຍ ຂໍ​ເຊີນ​ຮັບປະທານ​ອາຫານ”.
32 But he said to them, "I have food to eat that you know nothing about." ແຕ່​ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ມີ​ອາຫານ​ກິນ​ທີ່​ພວກເຈົ້າ​ບໍ່​ຮູ້”.
33 So the disciples said to one another, "Has anyone brought him something to eat?" ດັ່ງນັ້ນ ພວກສາວົກ​ຈຶ່ງ​ເວົ້າ​ກັນ​ວ່າ, “ມີ​ຄົນ​ເອົາ​ອາຫານ​ມາ​ໃຫ້​ພຣະອົງ​ກິນ​ແລ້ວ​ບໍ?”
34 Jesus said to them, "My food is doing the will of the one who sent me and finishing his work. ພຣະເຢຊູເຈົ້າ​ກ່າວ​ວ່າ, “ອາຫານ​ຂອງ​ເຮົາ​ຄື​ການ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ແລະ ເຮັດ​ພັນທະກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ.
35 Don't you say, 'Four months more, then harvest comes'? Look, I tell you: raise your eyes, see the fields—white for harvest. ພວກເຈົ້າ​ເວົ້າ​ບໍ່​ແມ່ນ​ບໍ​ວ່າ​ອີກ​ສີ່​ເດືອນ​ກໍ​ຈະ​ເຖິງ​ລະດູ​ເກັບກ່ຽວ? ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ມືນຕາ ແລະ ເບິ່ງ​ທີ່​ທົ່ງນາ! ເຂົ້າ​ກໍ​ສຸກ​ພ້ອມ​ທີ່​ຈະ​ເກັບກ່ຽວ​ແລ້ວ.
36 Already the harvester earns wages, gathering fruit for eternal life, so that planter and harvester may rejoice together. ແມ່ນແຕ່​ເວລາ​ນີ້​ຜູ້​ທີ່​ກ່ຽວ​ກໍ​ກຳລັງ​ຮັບ​ຄ່າຈ້າງ ແລະ ຮວບຮວມ​ເອົາ​ຜົນລະປູກ​ໄວ້​ສຳລັບ​ຊີວິດ​ນິລັນດອນ, ເພື່ອ​ວ່າ​ທັງ​ຜູ້ຫວ່ານ ແລະ ຜູ້ເກັບກ່ຽວ​ຈະ​ຊື່ນຊົມຍິນດີ​ນຳກັນ.
37 For here the saying holds true: 'One plants and another harvests.' ເພາະ​ເຫດ​ນີ້ແຫລະ ຄຳ​ທີ່​ວ່າ, ‘ຄົນ​ໜຶ່ງ​ຫວ່ານ ແລະ ອີກ​ຄົນ​ໜຶ່ງ​ເກັບກ່ຽວ​ກໍ​ເປັນ​ຄວາມຈິງ​ແທ້’.
38 I sent you to reap what you didn't work for. Others worked, and you have entered into their labor." ເຮົາ​ໄດ້​ໃຊ້​ພວກເຈົ້າ​ທັງຫລາຍ​ໄປ​ເກັບກ່ຽວ​ສິ່ງ​ທີ່​ພວກເຈົ້າ​ບໍ່​ໄດ້​ອອກແຮງ​ເຮັດ. ຄົນອື່ນ​ໄດ້​ເຮັດ​ວຽກ​ໜັກ ແລະ ພວກເຈົ້າ​ໄດ້​ເກັບກ່ຽວ​ຜົນປະໂຫຍດ​ຈາກ​ແຮງງານ​ຂອງ​ພວກເຂົາ”.
39 Many Samaritans from that town believed in him because of the woman's testimony: "He told me everything I ever did." ຊາວ​ຊາມາເຣຍ​ເປັນ​ຈໍານວນ​ຫລວງຫລາຍ​ຈາກ​ເມືອງ​ນັ້ນ​ໄດ້​ເຊື່ອ​ໃນ​ພຣະອົງ ເພາະ​ຄຳພະຍານ​ຂອງ​ຍິງ​ນັ້ນ, “ພຣະອົງ​ໄດ້​ບອກ​ທຸກສິ່ງ​ທີ່​ຂ້ອຍ​ເຄີຍ​ໄດ້​ເຮັດ​ມາ”.
40 When the Samaritans came to him, they asked him to stay with them; he stayed two days. ດັ່ງນັ້ນ ເມື່ອ​ຊາວ​ຊາມາເຣຍ​ມາ​ຫາ​ພຣະອົງ, ພວກເຂົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພຣະອົງ​ຢູ່​ກັບ​ພວກເຂົາ ແລະ ພຣະອົງ​ກໍ​ຢູ່​ທີ່​ນັ້ນ​ສອງ​ວັນ.
41 And many more believed because of his word. ມີ​ຄົນ​ອື່ນໆ​ອີກ​ຈໍານວນ​ຫລວງຫລາຍ​ໄດ້​ກາຍເປັນ​ຜູ້​ທີ່​ເຊື່ອ​ເພາະ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ.
42 They told the woman, "It is no longer because of what you said that we believe—we've heard for ourselves, and we know this man truly is the Savior of the world." ພວກເຂົາ​ໄດ້​ເວົ້າ​ກັບ​ຍິງ​ຄົນ​ນັ້ນ​ວ່າ, “ຕັ້ງແຕ່​ນີ້​ໄປ ພວກເຮົາ​ບໍ່​ໄດ້​ເຊື່ອ​ພຽງ​ເພາະ​ຄຳເວົ້າ​ຂອງ​ເຈົ້າ, ແຕ່​ເພາະ​ດຽວນີ້​ພວກເຮົາ​ໄດ້​ຍິນ​ເພິ່ນ​ເອງ​ເວົ້າ ແລະ ພວກເຮົາ​ກໍ​ຮູ້​ວ່າ​ພຣະອົງ​ນີ້​ແຫລະ ທີ່​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ​ແທ້ຈິງ”.
43 After the two days he departed from there for Galilee. ຫລັງ​ຈາກ​ສອງ​ວັນ​ຜ່ານ​ໄປ ພຣະເຢຊູເຈົ້າ​ໄດ້​ອອກ​ຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຄາລີເລ.
44 (For Jesus himself had testified that a prophet has no honor in his own hometown.). (ພຣະອົງ​ເອງ​ໄດ້​ເປັນ​ພະຍານ​ວ່າ​ຜູ້ທຳນວາຍ​ບໍ່​ໄດ້​ຮັບ​ຄວາມນັບຖື​ໃນ​ບ້ານເມືອງ​ຂອງ​ຕົນ​ເອງ.)
45 When he arrived in Galilee, the Galileans welcomed him, having seen all he did in Jerusalem at the feast—they too had gone to the feast. ເມື່ອ​ພຣະອົງ​ໄປ​ຮອດ​ແຂວງ​ຄາລີເລ​ແລ້ວ, ຊາວ​ຄາລີເລ​ກໍ​ໄດ້​ຕ້ອນຮັບ​ພຣະອົງ. ພວກເຂົາ​ໄດ້​ເຄີຍ​ເຫັນ​ທຸກສິ່ງ​ທີ່​ພຣະອົງ​ກະທຳ​ໃນ​ເທດສະການ​ປັດສະຄາ​ທີ່​ນະຄອນ​ເຢຣູຊາເລັມ ເພາະ​ພວກເຂົາ​ຢູ່​ທີ່​ນັ້ນ​ເໝືອນກັນ.
46 He went again to Cana in Galilee, where he had turned water to wine. A royal official's son was sick at Capernaum. ແລ້ວ​ພຣະອົງ​ໄດ້​ໄປ​ຍັງ​ບ້ານ​ການາ​ໃນ​ແຂວງ​ຄາລີເລ​ອີກ​ເທື່ອ​ໜຶ່ງ, ຄື​ບ່ອນ​ທີ່​ພຣະອົງ​ໄດ້​ປ່ຽນ​ນ້ຳ​ໃຫ້​ກາຍເປັນ​ເຫລົ້າອະງຸ່ນ. ແລະ ມີ​ຂ້າລາຊະການ​ຄົນ​ໜຶ່ງ ເຊິ່ງ​ລູກຊາຍ​ຂອງ​ລາວ​ນອນ​ປ່ວຍ​ຢູ່​ທີ່​ເມືອງ​ກາເປນາອູມ,
47 Hearing that Jesus had come from Judea to Galilee, he went to him and begged him to come down and heal his son, who was about to die. ເມື່ອ​ຊາຍ​ຄົນນີ້​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ໄດ້​ອອກຈາກ​ແຂວງ​ຢູດາຍ​ມາ​ເຖິງ​ແຂວງ​ຄາລີເລ​ແລ້ວ ຈຶ່ງ​ມາ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ມາ​ຮັກສາ​ລູກຊາຍ​ຂອງ​ຕົນ​ທີ່​ໃກ້​ຈະ​ຕາຍ​ແລ້ວ.
48 So Jesus said to him, "Unless you people see signs and wonders, you will never believe." ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ”.
49 The royal official said to him, "Sir, come down before my child dies." ຂ້າລາຊະການ​ຜູ້​ນັ້ນ​ເວົ້າ​ວ່າ, “ນາຍ​ເອີຍ ຂໍ​ໃຫ້​ທ່ານ​ລົງ​ໄປ​ກ່ອນ​ທີ່​ລູກ​ຂອງ​ຂ້ານ້ອຍ​ຈະ​ຕາຍ”.
50 Jesus said to him, "Go; your son will live." The man believed what Jesus told him and left. ພຣະເຢຊູເຈົ້າ​ຕອບ​ວ່າ, “ຈົ່ງ​ກັບ​ເມືອ​ສາ ລູກຊາຍ​ຂອງ​ເຈົ້າ​ຈະ​ຍັງ​ມີຊີວິດ​ຢູ່”. ຊາຍ​ຄົນ​ນັ້ນ​ເຊື່ອ​ຄຳ​ທີ່​ພຣະເຢຊູເຈົ້າ​ກ່າວ ແລະ ລາ​ກັບຄືນ​ເມືອ,
51 As he was going down, his servants met him and told him that his boy was living. ໃນ​ຂະນະ​ທີ່​ລາວ​ກຳລັງ​ກັບຄືນ​ເມືອ​ນັ້ນ ກໍ​ພົບ​ກັບ​ພວກ​ຄົນຮັບໃຊ້​ຂອງ​ລາວ​ທີ່​ມາ​ບອກ​ຂ່າວ​ວ່າ​ລູກຊາຍ​ຂອງ​ລາວ​ຍັງ​ມີຊີວິດ​ຢູ່.
52 So he asked them the hour he improved, and they said, "Yesterday at the seventh hour, the fever left him." ເມື່ອ​ລາວ​ຖາມ​ເຖິງ​ເວລາ​ທີ່​ລູກຊາຍ​ຂອງ​ລາວ​ມີ​ອາການ​ດີ​ຂຶ້ນ ຄົນ​ເຫລົ່ານັ້ນ​ໄດ້​ບອກ​ວ່າ, “ລາວ​ດີ​ໄຂ້​ມື້ວານ​ນີ້​ຕອນ​ບ່າຍ​ໜຶ່ງ​ໂມງ”.
53 So the father knew this was the hour when Jesus told him, "Your son will live." He and his whole household believed. ແລ້ວ​ຜູ້​ເປັນ​ພໍ່​ຈຶ່ງ​ນຶກ​ໄດ້​ວ່າ​ເປັນ​ເວລາ​ດຽວ​ກັນ​ກັບ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ຕົນ​ວ່າ, “ລູກຊາຍ​ຂອງ​ເຈົ້າ​ຈະ​ຍັງ​ມີຊີວິດ​ຢູ່”. ດັ່ງນັ້ນ ລາວ ແລະ ຄົນ​ໃນ​ຄອບຄົວ​ຂອງ​ລາວ​ທັງໝົດ​ຈຶ່ງ​ໄດ້​ເຊື່ອ.
54 This was now the second sign that Jesus did when he had come from Judea to Galilee. ນີ້​ຄື​ໝາຍສຳຄັນ​ເທື່ອ​ທີ​ສອງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ຫລັງຈາກ​ທີ່​ໄດ້​ອອກຈາກ​ແຂວງ​ຢູດາຍ​ມາ​ຍັງ​ແຂວງ​ຄາລີເລ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]