Skip to content
The Believer's Library

Biblica® Open Lao Contemporary Version

John 3 OLCV

Show OLCV only
Verse × ×
1 Now there was a man of the Pharisees named Nicodemus, a ruler of the Jews. ມີ​ຟາຣີຊາຍ​ຄົນ​ໜຶ່ງ​ຊື່​ນີໂກເດມ, ເປັນ​ສະມາຊິກ​ສະພາ​ການປົກຄອງ​ຂອງ​ຢິວ,
2 This man came to Jesus at night and said, "Rabbi, we know you are a teacher who has come from our Father, for no one can do these signs you do unless our Father is with him." ລາວ​ໄດ້​ມາຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ ແລະ ເວົ້າ​ວ່າ, “ຣັບບີ ພວກເຮົາ​ຮູ້​ຢູ່​ວ່າ​ທ່ານ​ເປັນ​ຄູສອນ​ຜູ້​ມາ​ຈາກ​ພຣະເຈົ້າ. ເພາະ​ບໍ່​ມີ​ຜູ້ໃດ​ສາມາດ​ສະແດງ​ໝາຍສຳຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ຖ້າ​ພຣະເຈົ້າ​ບໍ່​ໄດ້​ສະຖິດ​ຢູ່​ນໍາ​ຜູ້​ນັ້ນ”.
3 Jesus answered, "Truly, truly, I tell you: unless someone is born from above, he can't see the kingdom of our Father." ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ມີ​ຜູ້ໃດ​ສາມາດ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ຖ້າ​ພວກເຂົາ​ບໍ່​ບັງເກີດ​ໃໝ່”.
4 Nicodemus asked, "How can a man be born when he's old? Can he enter his mother's womb again and be born?" ນີໂກເດມ​ຖາມ​ວ່າ, “ຄົນ​ຈະ​ເກີດໃໝ່​ໄດ້​ຢ່າງໃດ​ເມື່ອ​ພວກເຂົາ​ເຖົ້າແກ່​ແລ້ວ? ແນ່ນອນ ພວກເຂົາ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ທ້ອງ​ແມ່​ເປັນ​ເທື່ອ​ທີ​ສອງ​ເພື່ອ​ເກີດ​ອອກມາ​ໃໝ່​ໄດ້!”
5 Jesus answered, "Truly, truly, I tell you, unless one is born of water and the Holy Spirit, he can't enter our Father's kingdom. ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່​ເກີດ​ຈາກ​ນ້ຳ ແລະ ຈາກ​ພຣະວິນຍານ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ໄດ້.
6 Born of the flesh is flesh, and born of the Holy Spirit is spirit. ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.
7 Don't be amazed that I said to you, 'You must be born from above.' ຢ່າ​ປະຫລາດໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ, ເຈົ້າ​ຈໍາເປັນ​ຕ້ອງ​ບັງເກີດ​ໃໝ່.
8 Wind blows where it wants; you hear its sound but don't know where it comes from or where it goes. So it is with everyone born of the Spirit." ລົມ​ຢາກ​ພັດ​ໄປ​ທິດ​ໃດ​ມັນ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ລົມ, ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ລົມ​ພັດ​ມາ​ຈາກ​ໃສ ຫລື ພັດ​ໄປ​ທິດ​ໃດ, ທຸກຄົນ​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ດັ່ງນີ້​ແຫລະ”.
9 Nicodemus said to him, "How can these things be?" ນີໂກເດມ​ຖາມ​ວ່າ, “ສິ່ງ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງໃດ?”
10 Jesus answered him, "Are you the teacher of Israel and yet you do not understand these things? ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຄົນ​ອິດສະຣາເອນ ແລ້ວ​ເຈົ້າ​ຍັງ​ບໍ່​ເຂົ້າໃຈ​ສິ່ງ​ເຫລົ່ານີ້​ບໍ?
11 Truly, truly, I tell you: we speak what we know, we testify to what we've seen, yet you don't accept our testimony. ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ຮູ້ ແລະ ພວກເຮົາ​ເປັນພະຍານ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ, ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມຮັບ​ເອົາ​ຄຳພະຍານ​ຂອງ​ພວກເຮົາ.
12 If I told you earthly things and you don't believe, how will you believe if I tell you heavenly things? ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ​ເຖິງ​ສິ່ງ​ໃນ​ໂລກ​ນີ້ ແລະ ເຈົ້າ​ບໍ່​ເຊື່ອ ແລ້ວ​ຖ້າ​ເຮົາ​ເວົ້າ​ເຖິງ​ສິ່ງ​ໃນ​ສະຫວັນ​ເຈົ້າ​ຈະ​ເຊື່ອ​ໄດ້​ຢ່າງໃດ?
13 No one has ascended into heaven except the one who descended from heaven, the Son of Man. ບໍ່​ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ​ເວັ້ນ​ແຕ່​ຜູ້​ທີ່​ມາ​ຈາກ​ສະຫວັນ​ຄື ບຸດມະນຸດ.
14 As Moses lifted up the serpent in the wilderness, so the Son of Man must be lifted up, ໂມເຊ​ຍົກ​ງູ​ຂຶ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ​ຢ່າງໃດ, ບຸດມະນຸດ​ກໍ​ຕ້ອງ​ຖືກ​ຍົກ​ຂຶ້ນ​ຢ່າງນັ້ນ,
15 that whoever believes in him may have eternal life. ເພື່ອວ່າ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ມີ​ຊີວິດ​ນິລັນດອນ”.
16 For our Father so loved the world that he gave his one and only Son, that whoever believes in him will not perish but have eternal life. ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.
17 For our Father did not send his Son into the world to condemn the world, but so the world could be saved through him. ເພາະວ່າ​ພຣະເຈົ້າ​ບໍ່​ໄດ້​ໃຊ້​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຕັດສິນ​ລົງໂທດ​ໂລກ ແຕ່​ເພື່ອ​ຊ່ວຍ​ໂລກ​ໃຫ້​ລອດພົ້ນ​ໂດຍ​ທາງ​ພຣະບຸດ​ນັ້ນ.
18 Whoever believes in him isn't condemned; whoever doesn't believe is condemned already, for not believing in the name of the one and only Son of our Father. ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະອົງ​ກໍ​ບໍ່​ຖືກ​ພິພາກສາ ແຕ່​ຜູ້ໃດ​ທີ່​ບໍ່​ເຊື່ອ​ກໍ​ຖືກ​ພິພາກສາ​ຢູ່​ແລ້ວ ເພາະ​ພວກເຂົາ​ບໍ່​ເຊື່ອ​ໃນ​ນາມ​ຂອງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະເຈົ້າ.
19 This is the judgment: light has entered the world, and people loved darkness more than light because their deeds were evil. ຄຳ​ຕັດສິນ​ເປັນ​ດັ່ງນີ້​ຄື ຄວາມສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ, ແຕ່​ມະນຸດ​ຮັກ​ຄວາມມືດ​ແທນ​ທີ່​ຈະ​ຮັກ​ຄວາມສະຫວ່າງ ເພາະ​ການກະທຳ​ຂອງ​ພວກເຂົາ​ຊົ່ວຮ້າຍ.
20 Everyone who does evil hates the light and won't come to the light, so that his deeds aren't exposed. ທຸກຄົນ​ທີ່​ເຮັດ​ຊົ່ວ​ກໍ​ກຽດຊັງ​ຄວາມສະຫວ່າງ ແລະ ຈະ​ບໍ່​ເຂົ້າ​ມາ​ໃນ​ຄວາມສະຫວ່າງ​ເພາະ​ຢ້ານ​ວ່າ​ການກະທຳ​ຂອງ​ຕົນ​ຈະ​ຖືກ​ເປີດເຜີຍ.
21 But whoever does the truth comes to the light, so it may be revealed that his works have been done in our Father." ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ມີຊີວິດ​ຢູ່​ໂດຍ​ຄວາມຈິງ ກໍ​ຈະ​ມາ​ສູ່​ຄວາມສະຫວ່າງ ເພື່ອ​ໃຫ້​ເຫັນ​ຈະແຈ້ງ​ວ່າ​ສິ່ງ​ທີ່​ພວກເຂົາ​ເຮັດ​ນັ້ນ ໄດ້​ເຮັດ​ໄປ​ໂດຍ​ເພິ່ງພາ​ພຣະເຈົ້າ.
22 After this, Jesus and his disciples went into the Judean countryside, where he stayed with them, baptizing. ຫລັງຈາກນັ້ນ ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ໄດ້​ອອກ​ໄປ​ຍັງ​ເຂດ​ຊົນນະບົດ​ຂອງ​ແຂວງ​ຢູດາຍ, ຢູ່​ທີ່​ນັ້ນ​ພຣະອົງ​ໃຊ້​ເວລາ​ຢູ່​ກັບ​ພວກເຂົາ ແລະ ໃຫ້​ບັບຕິສະມາ.
23 John also baptized at Aenon near Salim, since water was plentiful there, and people came and were baptized, ໂຢຮັນ​ກໍ​ກຳລັງ​ໃຫ້​ບັບຕິສະມາ​ຢູ່​ເໝືອນກັນ​ທີ່​ບ້ານ​ໄອນົນ​ໃກ້​ບ້ານ​ຊາລິມ, ເພາະ​ທີ່​ນັ້ນ​ມີ​ນ້ຳ​ຫລາຍ ແລະ ປະຊາຊົນ​ໄດ້​ພາກັນ​ມາ​ຫາ​ໂຢຮັນ ແລະ ຮັບ​ບັບຕິສະມາ.
24 for John had not yet been put in prison. (ນີ້​ແມ່ນ​ກ່ອນ​ໂຢຮັນ​ຖືກ​ຂັງ​ຄຸກ.)
25 Now a discussion arose between some of John's disciples and a Jew over purification. ເກີດ​ການໂຕ້ຖຽງກັນ​ຂຶ້ນ​ລະຫວ່າງ​ລູກສິດ​ບາງຄົນ​ຂອງ​ໂຢຮັນ​ກັບ​ຊາວ​ຢິວ​ຄົນ​ໜຶ່ງ​ກ່ຽວກັບ​ເລື່ອງ​ພິທີ​ຊຳລະ.
26 They came to John and said, "Rabbi, the man with you beyond the Jordan, the one you testified about—he's baptizing, and everyone goes to him." ພວກເຂົາ​ຈຶ່ງ​ມາ​ຫາ​ໂຢຮັນ ແລະ ເວົ້າ​ກັບ​ເພິ່ນ​ວ່າ, “ອາຈານ​ເອີຍ, ເບິ່ງແມ ຊາຍ​ຄົນ​ນັ້ນ​ເຄີຍ​ຢູ່​ກັບ​ທ່ານ​ທີ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ຄື​ຜູ້​ທີ່​ທ່ານ​ເປັນພະຍານ​ເຖິງ​ນັ້ນ, ເພິ່ນ​ກຳລັງ​ໃຫ້​ບັບຕິສະມາ​ຢູ່ ແລະ ທຸກຄົນ​ກໍ​ກຳລັງ​ໄປ​ຫາ​ເພິ່ນ”.
27 John replied, "A person cannot receive even one thing unless it is given him from heaven. ໂຢຮັນ​ຕອບ​ວ່າ, “ມະນຸດ​ສາມາດ​ຮັບ​ພຽງແຕ່​ສິ່ງ​ທີ່​ມອບ​ໃຫ້​ພວກເຂົາ​ຈາກ​ສະຫວັນ​ເທົ່ານັ້ນ.
28 You yourselves can testify: I said 'I'm not the Christ, but sent ahead of him.' ພວກເຈົ້າ​ເອງ​ກໍ​ເປັນພະຍານ​ໄດ້​ເຖິງ​ຄຳເວົ້າ​ຂອງ​ເຮົາ​ທີ່​ວ່າ, ‘ເຮົາ​ບໍ່​ແມ່ນ​ພຣະເມຊີອາ​ແຕ່​ເປັນ​ຜູ້​ທີ່​ຖືກ​ໃຊ້​ມາ​ກ່ອນໜ້າ​ພຣະອົງ’.
29 The one with the bride is the bridegroom—Jesus. The bridegroom's friend, who stands and hears him, rejoices greatly at the bridegroom's voice. So my joy is now complete. ເຈົ້າສາວ​ກໍ​ເປັນ​ຂອງ​ເຈົ້າບ່າວ. ເພື່ອນ​ຂອງ​ເຈົ້າບ່າວ​ກໍ​ຄອຍຖ້າ​ຟັງ​ເຈົ້າບ່າວ​ຢູ່ ແລະ ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເມື່ອ​ໄດ້​ຍິນ​ສຽງ​ຂອງ​ເຈົ້າບ່າວ. ເຮົາ​ກໍ​ມີ​ຄວາມຊື່ນຊົມຍິນດີ​ຢ່າງ​ນັ້ນ ແລະ ບັດນີ້​ຄວາມຊື່ນຊົມຍິນດີ​ນັ້ນ​ກໍ​ຄົບຖ້ວນ​ແລ້ວ.
30 He must increase, but I must decrease." ພຣະອົງ​ຈະ​ຕ້ອງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ”.
31 The one who comes from above is above all. The one from earth belongs to earth and speaks in an earthly way. The one who comes from heaven is above all. ຜູ້​ທີ່​ມາ​ຈາກ​ເບື້ອງເທິງ​ນັ້ນ​ກໍ​ຢູ່​ເໜືອ​ກວ່າ​ທຸກສິ່ງ, ຜູ້​ທີ່​ມາ​ຈາກ​ໂລກ​ກໍ​ເປັນ​ຂອງ​ໂລກ ແລະ ເວົ້າ​ຢ່າງ​ຄົນ​ທີ່​ມາ​ຈາກ​ໂລກ. ພຣະອົງ​ຜູ້​ທີ່​ມາ​ຈາກ​ສະຫວັນ​ກໍ​ຢູ່​ເໜືອ​ທຸກສິ່ງ.
32 He bears witness to what he has seen and heard, yet no one receives his testimony. ພຣະອົງ​ເປັນພະຍານ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຫັນ ແລະ ໄດ້​ຍິນ, ແຕ່​ບໍ່​ມີ​ຜູ້ໃດ​ຍອມຮັບ​ຄຳພະຍານ​ຂອງ​ພຣະອົງ.
33 Whoever receives his testimony confirms that our Father is true. ແຕ່​ຜູ້​ທີ່​ຍອມຮັບ​ຄຳພະຍານ​ນັ້ນ​ກໍ​ຢືນຢັນ​ວ່າ​ພຣະເຈົ້າ​ເປັນ​ຈິງ.
34 The one our Father sent speaks our Father's words, for he gives the Holy Spirit without measure. ເພາະ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ​ກໍ​ຈະ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ, ເພາະວ່າ​ພຣະເຈົ້າ​ມອບ​ພຣະວິນຍານ​ໃຫ້​ໂດຍ​ບໍ່​ຈຳກັດ.
35 Our Father loves the Son and has given all things into his hand. ພຣະບິດາ​ຮັກ​ພຣະບຸດ ແລະ ມອບ​ທຸກສິ່ງ​ໄວ້​ໃນ​ມື​ຂອງ​ພຣະບຸດ.
36 Whoever believes in the Son has eternal life; whoever disobeys the Son won't see life—our Father's wrath remains on him. ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະບຸດ​ກໍ​ມີຊີວິດ​ນິລັນດອນ, ແຕ່​ຜູ້ໃດ​ທີ່​ບໍ່​ຍອມຮັບ​ພຣະບຸດ​ກໍ​ຈະ​ບໍ່​ໄດ້​ຊີວິດ​ນິລັນດອນ, ເພາະ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຍັງ​ຢູ່​ກັບ​ພວກເຂົາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]