Skip to content
The Believer's Library

Biblica® Open Lao Contemporary Version

John 2 OLCV

Show OLCV only
Verse × ×
1 On the third day, a wedding took place in Cana of Galilee; Jesus's mother was there. ໃນ​ວັນ​ທີ​ສາມ ມີ​ງານ​ແຕ່ງງານ​ທີ່​ຈັດ​ຂຶ້ນ​ຢູ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ແມ່​ຂອງ​ພຣະເຢຊູເຈົ້າ​ກໍ​ຢູ່​ທີ່​ນັ້ນ
2 Jesus and his disciples were also invited to the wedding. ແລະ ພຣະເຢຊູເຈົ້າ​ກັບ​ພວກສາວົກ​ຂອງ​ພຣະອົງ​ກໍ​ຖືກ​ເຊີນ​ໄປ​ງານ​ແຕ່ງງານ​ເໝືອນກັນ.
3 When the wine ran out, the mother of Jesus said to him, "They have no wine." ເມື່ອ​ເຫລົ້າອະງຸ່ນ​ໝົດ​ແລ້ວ, ແມ່​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພວກເຂົາ​ບໍ່​ມີ​ເຫລົ້າອະງຸ່ນ​ເຫລືອ​ແລ້ວ”.
4 "Woman, why are you bringing me into this?" Jesus replied. "My hour has not yet come." ພຣະເຢຊູເຈົ້າ​ຕອບ​ວ່າ, “ຍິງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້​ເຮົາ​ໄປ​ຫຍຸ້ງກ່ຽວ​ນໍາ? ເພາະ​ເວລາ​ຂອງ​ເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ”.
5 His mother said to the servants, "Do whatever he tells you." ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ບັນດາ​ຄົນຮັບໃຊ້​ວ່າ, “ຈົ່ງ​ເຮັດ​ທຸກຢ່າງ​ຕາມ​ທີ່​ເພິ່ນ​ບອກ​ພວກເຈົ້າ”.
6 Six stone water jars stood there, used for Jewish purification, each holding twenty to thirty gallons. ໃນ​ບ່ອນ​ນັ້ນ​ມີ​ອ່າງຫີນ​ຕັ້ງ​ຢູ່​ຫົກ​ໜ່ວຍ, ເປັນ​ອ່າງ​ທີ່​ໃຊ້​ໃນ​ພິທີ​ຊຳລະ​ຂອງ​ຊາວຢິວ, ແຕ່​ລະ​ໜ່ວຍ​ໃສ່​ນ້ຳ​ໄດ້ 20 ຫາ 30 ກາລອນ.
7 Jesus said to them, "Fill the jars with water," so they filled them to the brim. ພຣະເຢຊູເຈົ້າ​ກ່າວ​ພວກ​ຄົນຮັບໃຊ້​ວ່າ, “ຈົ່ງ​ຕັກ​ນ້ຳ​ໃສ່​ອ່າງ​ໃຫ້​ເຕັມ;” ດັ່ງນັ້ນ​ພວກເຂົາ​ຈຶ່ງ​ຕັກ​ນ້ຳ​ໃສ່​ຈົນ​ເຕັມ​ພໍດີ​ກັບ​ປາກອ່າງ.
8 He told them, "Draw some out now, and take it to the head steward." So they did. ແລ້ວ​ພຣະອົງ​ບອກ​ພວກເຂົາ​ວ່າ, “ບັດນີ້ ຈົ່ງ​ຕັກ​ອອກມາ ແລ້ວ​ເອົາ​ໄປ​ໃຫ້​ເຈົ້າພາບ​ງານລ້ຽງ”. ພວກເຂົາ​ກໍ​ໄດ້​ເຮັດ​ຕາມ,
9 The master of the banquet tasted the water now wine, not knowing its source—though the servants who drew it knew. So he called the bridegroom aside, ແລະ ເຈົ້າພາບ​ງານລ້ຽງ​ກໍ​ໄດ້​ຊີມ​ນ້ຳ​ທີ່​ກາຍເປັນ​ເຫລົ້າອະງຸ່ນ​ນັ້ນ. ລາວ​ບໍ່​ຮູ້​ເລີຍ​ວ່າ​ເຫລົ້າອະງຸ່ນ​ນີ້​ມາ​ຈາກ​ໃສ, ແຕ່ວ່າ​ບັນດາ​ຄົນຮັບໃຊ້​ທີ່​ໄດ້​ຕັກ​ນ້ຳ​ກໍ​ຮູ້​ວ່າ​ມາ​ຈາກ​ໃສ. ເຈົ້າພາບ​ຈຶ່ງ​ເອີ້ນ​ເຈົ້າບ່າວ​ມາ​ທາງ​ຂ້າງ
10 and said, "Everyone serves the good wine first, then the lesser once guests are drunk. But you've kept the good wine till now." ແລະ ເວົ້າ​ວ່າ, “ທຸກຄົນ​ກໍ​ເຄີຍ​ເອົາ​ເຫລົ້າອະງຸ່ນ​ອັນ​ດີ​ມາ​ໃຫ້​ດື່ມ​ກ່ອນ ແລະ ເມື່ອ​ແຂກ​ທັງຫລາຍ​ດື່ມ​ຫລາຍ​ແລ້ວ​ຈຶ່ງ​ເອົາ​ເຫລົ້າອະງຸ່ນ​ລາຄາ​ຖືກ​ກວ່າ​ມາ​ໃຫ້ ແຕ່​ເຈົ້າ​ພັດ​ເກັບ​ເຫລົ້າອະງຸ່ນ​ທີ່​ດີ​ທີ່ສຸດ​ໄວ້​ຈົນ​ເຖິງ​ດຽວນີ້”.
11 Jesus performed this first sign at Cana in Galilee. He revealed his glory, and his disciples believed in him. ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.
12 After this he went down to Capernaum with his mother, brothers, and disciples, and stayed there a few days. ຫລັງຈາກນັ້ນ ພຣະອົງ​ໄດ້​ໄປ​ຍັງ​ເມືອງ​ກາເປນາອູມ​ພ້ອມ​ກັບ​ແມ່, ພວກນ້ອງຊາຍ ແລະ ພວກສາວົກ​ຂອງ​ພຣະອົງ. ພວກເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ສອງສາມ​ວັນ.
13 When the Jewish Passover was near, Jesus went up to Jerusalem. ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ຂອງ​ຊາວຢິວ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.
14 In the temple courts he found sellers of cattle, sheep, and doves, and others sitting at tables exchanging money. ໃນ​ເດີ່ນ​ວິຫານ ພຣະອົງ​ໄດ້​ພົບ​ຄົນ​ຂາຍ​ງົວ, ແກະ, ແລະ ນົກເຂົາ ແລະ ມີ​ບາງຄົນ​ນັ່ງ​ຢູ່​ທີ່​ໂຕະ​ຮັບ​ແລກປ່ຽນເງິນ.
15 He made a whip of cords and drove them all out of the temple courts, sheep and cattle alike, poured out the money-changers' coins, and overturned their tables. ພຣະອົງ​ຈຶ່ງ​ໃຊ້​ເຊືອກ​ເຮັດ​ເປັນ​ແສ້​ແລ້ວ​ໄລ່​ພວກເຂົາ​ທັງໝົດ​ລວມ​ທັງ​ແກະ ແລະ ງົວ ອອກ​ຈາກ​ເດີ່ນ​ວິຫານ. ພຣະອົງ​ໄດ້​ຖອກ​ຫລຽນ​ເງິນ ແລະ ຂວ້ຳ​ໂຕະ​ຂອງ​ຄົນ​ຮັບ​ແລກປ່ຽນເງິນ.
16 To the dove sellers he said, "Take these out of here! Don't make my Father's house a marketplace." ພຣະອົງ​ກ່າວ​ກັບ​ຄົນ​ຂາຍ​ນົກເຂົາ​ວ່າ, “ຈົ່ງ​ເອົາ​ສິ່ງ​ເຫລົ່ານີ້​ອອກ​ໄປ​ຈາກ​ບ່ອນນີ້! ຢ່າ​ເຮັດ​ໃຫ້​ວິຫານ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ກາຍເປັນ​ຕະຫລາດ!”
17 His disciples remembered that it is written: "Zeal for your house will consume me." ພວກສາວົກ​ຂອງ​ພຣະອົງ​ຈຶ່ງ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຄວາມ​ຮ້ອນໃຈ​ສຳລັບ​ວິຫານ​ຂອງ​ພຣະອົງ​ກໍ​ໄໝ້​ຢູ່​ພາຍໃນ​ຂ້ານ້ອຍ”.
18 So the Jews asked, "What sign will you show us for doing these things?" ແລ້ວ​ພວກ​ຢິວ​ໄດ້​ຖາມ​ພຣະອົງ​ວ່າ, “ເຈົ້າ​ຈະ​ສະແດງ​ໝາຍສຳຄັນ​ອັນໃດ​ໃຫ້​ພວກເຮົາ​ເຫັນ​ວ່າ​ເຈົ້າ​ມີ​ສິດອຳນາດ​ທີ່​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້?”
19 Jesus answered them, "Destroy this temple, and in three days I will raise it up." ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ມ້າງ​ວິຫານ​ນີ້​ລົງ ແລ້ວ​ເຮົາ​ຈະ​ສ້າງຂຶ້ນ​ໃໝ່​ພາຍໃນ​ສາມ​ວັນ”.
20 They replied, "This temple took forty-six years to build, and will you raise it in three days?" ພວກ​ຢິວ​ຕອບ​ວ່າ, “ວິຫານ​ນີ້​ໄດ້​ໃຊ້​ເວລາ​ສ້າງ​ເຖິງ​ສີ່ສິບຫົກ​ປີ​ຈຶ່ງ​ສຳເລັດ, ສ່ວນ​ເຈົ້າ​ຈະ​ສ້າງຂຶ້ນ​ໃໝ່​ພາຍໃນ​ສາມ​ວັນ​ບໍ?”
21 But the temple he had spoken of was his body. ແຕ່​ວິຫານ​ທີ່​ພຣະອົງ​ກ່າວ​ເຖິງ​ນັ້ນ​ຄື​ຮ່າງກາຍ​ຂອງ​ພຣະອົງ.
22 After he rose from the dead, his disciples remembered he had said this, and believed the Scripture and the word Jesus had spoken. ຫລັງ​ຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ພວກສາວົກ​ຈຶ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ແລ້ວ​ພວກເພິ່ນ​ຈຶ່ງ​ເຊື່ອ​ພຣະຄຳພີ ແລະ ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ.
23 While he was in Jerusalem at the Passover, many saw the signs he did and trusted in his name. ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ເທດສະການ​ປັດສະຄາ​ນັ້ນ, ພຣະອົງ​ໄດ້​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ ມີ​ຄົນ​ຈໍານວນ​ຫລາຍ​ໄດ້​ເຫັນ ແລະ ໄດ້​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ.
24 But Jesus would not entrust himself to them, for he knew all people. ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ວາງໃຈ​ພວກເຂົາ; ເພາະ​ພຣະອົງ​ຮູ້ຈັກ​ມະນຸດ​ທັງຫລາຍ.
25 He didn't need anyone's testimony about people—he knew what was in each one. ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ມາ​ເປັນພະຍານ​ເຖິງ​ເລື່ອງ​ມະນຸດ, ເພາະ​ພຣະອົງ​ຮູ້ຈັກ​ດີ​ວ່າ​ມີ​ຫຍັງ​ແດ່​ຢູ່​ໃນ​ແຕ່ລະຄົນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]