Side by side with the Father's Heart Bible™ ໂຊພາ
1ແລ້ວໂຊພາຊາວນາອາມາໄດ້ຕອບວ່າ:
2“ຄວາມລໍາບາກໃຈຂອງຂ້ອຍເຮັດໃຫ້ຂ້ອຍຕ້ອງຮີບຕອບເພາະຂ້ອຍຖືກລົບກວນຫລາຍ.
3ຂ້ອຍໄດ້ຍິນຄຳຕິຕຽນທີ່ເຮັດໃຫ້ຂ້ອຍເສຍກຽດ,ແລະ ຄວາມເຂົ້າໃຈຂອງຂ້ອຍດົນໃຈໃຫ້ຂ້ອຍຕອບ.
4“ແນ່ນອນ ເຈົ້າຮູ້ວ່າມັນເປັນມາແນວໃດຕັ້ງແຕ່ສະໄໜເດີມນັ້ນ,ຕັ້ງແຕ່ມະນຸດຖືກວາງໄວ້ເທິງຢູ່ແຜ່ນດິນໂລກ,
5ຄືຄວາມສະໜຸກຂອງຄົນຊົ່ວຮ້າຍນັ້ນສັ້ນ,ຄວາມຊື່ນຊົມຍິນດີຂອງຄົນທີ່ບໍ່ນັບຖືພຣະເຈົ້ານັ້ນຄົງຢູ່ພຽງແຕ່ຊົ່ວຄາວ.
6ແມ່ນວ່າຄວາມໂອ້ອວດຂອງລາວຈະຂຶ້ນໄປເຖິງຟ້າສະຫວັນແລະ ຫົວຂອງລາວຈຸເມກ,
7ລາວຈະພິນາດຈິບຫາຍຕະຫລອດໄປດັ່ງອາຈົມຂອງລາວເອງ;ຜູ້ທີ່ເຄີຍເຫັນລາວຈະເວົ້າວ່າ, ‘ລາວໄປໃສແລ້ວ?’
8ລາວຫາຍໄປເໝືອນດັ່ງຄວາມຝັນ, ບໍ່ມີຜູ້ໃດພົບເຫັນອີກ,ລາວຖືກກຳຈັດໄປດັ່ງນິມິດໃນຕອນກາງຄືນ.
9ຕາທີ່ໄດ້ເຫັນລາວຈະບໍ່ເຫັນລາວອີກ;ບ່ອນຢູ່ຂອງລາວຈະບໍ່ເຫັນລາວອີກ.
10ລູກຫລານຂອງລາວຈະຕ້ອງຊົດໃຊ້ໃຫ້ຄົນທຸກຍາກ;ມືຂອງລາວເອງຕ້ອງຄືນຊັບສົມບັດຂອງຕົນ.
11ກຳລັງແຫ່ງໄວໜຸ່ມທີ່ເຕັມຢູ່ໃນກະດູກຂອງລາວຈະນອນລົງກັບລາວໃນຂີ້ຝຸ່ນດິນ.
12“ແມ່ນແຕ່ຄວາມຊົ່ວຮ້າຍກໍຫວານຢູ່ໃນປາກຂອງລາວແລະ ລາວເຊື່ອງມັນໄວ້ກ້ອງລີ້ນຂອງລາວ,
13ແມ່ນວ່າລາວອົດທົນບໍ່ໄດ້ທີ່ຈະປ່ອຍມັນໄປແລະ ມັນຍັງຢູ່ໃນປາກຂອງລາວ,
14ແຕ່ອາຫານຂອງລາວຈະບູດສົ້ມໃນທ້ອງຂອງລາວ;ມັນກາຍເປັນເໝືອນພິດຂອງງູໃນໂຕລາວ.
15ລາວຈະຄາຍຊັບສົມບັດທີ່ລາວກືນລົງໄປອອກມາ;ພຣະເຈົ້າຈະເຮັດໃຫ້ທ້ອງຂອງລາວຮາກມັນອອກມາ.
16ລາວຈະດູດພິດຂອງງູພິດ;ແລະ ແຂ້ວຂອງມັນຈະຂ້າລາວ.
17ລາວຈະບໍ່ໄດ້ຊິມນ້ຳເຜິ້ງ ແລະ ນ້ຳນົມ,ທີ່ໄຫລເໝືອນແມ່ນ້ຳລຳທານ,
18ລາວຕ້ອງສົ່ງຄືນສິ່ງທີ່ເຮັດມາດ້ວຍຄວາມລຳບາກທີ່ລາວຍັງບໍ່ໄດ້ກິນ;ລາວຈະບໍ່ໄດ້ຊື່ນຊົມຜົນກຳໄລໃດໆຈາກການຄ້າຂອງລາວ.
19ເພາະລາວໄດ້ກົດຂີ່ຄົນທຸກຍາກ ແລະ ປ່ອຍໃຫ້ພວກເຂົາຂັດສົນ;ລາວໄດ້ຢຶດເຮືອນທີ່ລາວບໍ່ໄດ້ປຸກສ້າງ.
20“ແນ່ນອນ ລາວຈະບໍ່ວັນພໍຈາກຄວາມໂລບຂອງລາວຈັກເທື່ອ;ລາວບໍ່ສາມາດຊ່ວຍຊີວິດຂອງຕົນເອງໄດ້ໂດຍຊັບສົມບັດຂອງລາວ.
21ບໍ່ມີອັນໃດເຫລືອໃຫ້ລາວກືນກິນອີກ;ຄວາມຮັ່ງມີຂອງລາວຈະບໍ່ໝັ້ນຄົງ.
22ໃນຂະນະທີ່ລາວມີທຸກສິ່ງ, ຄວາມທຸກລຳບາກຈະປົກຄຸມລາວ;ຄວາມລໍາບາກຢ່າງຫລວງຫລາຍຈະຕົກໃສ່ລາວ.
23ເມື່ອລາວໄດ້ກິນຈົນເຕັມທ້ອງ,ພຣະເຈົ້າຈະລະບາຍຄວາມໂກດຮ້າຍເຜົາຜານລາວແລະ ສົ່ງຫ່າຝົນລົງມາໃສ່ລາວ.
24ແມ່ນວ່າລາວຈະຫລົບໜີໄປຈາກອາວຸດເຫລັກ,ລູກທະນູທອງສຳລິດຈະແທງລາວ.
25ລາວຈະດຶງລູກທະນູອອກຈາກຫລັງ,ດຶງປາຍລູກທະນູອັນແຫລມຄົມອອກຈາກຕັບຂອງລາວ.ຄວາມຢ້ານກົວຈະເກີດຂຶ້ນກັບລາວ;
26ຊັບສົມບັດຂອງລາວກໍຈະຫາຍໄປໃນຄວາມມືດ.ໄຟບໍ່ມີວັນມອດຈະເຜົາຜານລາວແລະ ທຳລາຍທຸກສິ່ງທີ່ເຫລືອຢູ່ໃນເຕັນຂອງລາວ
27ຟ້າສະຫວັນຈະເປີດເຜີຍຄວາມຜິດຂອງລາວ;ແຜ່ນດິນໂລກຈະລຸກຂຶ້ນຕໍ່ສູ້ລາວ.
28ນໍ້າຖ້ວມຈະພັດເອົາເຮືອນຂອງລາວໄປ,ນໍ້າໄຫລຖ້ວມແຮງໃນວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ.
29ນີ້ຄືຊະຕາກຳທີ່ພຣະເຈົ້າກຳນົດໄວ້ໃຫ້ຄົນຊົ່ວຮ້າຍ,ເຊິ່ງເປັນມໍລະດົກທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ”.