Skip to content
The Believer's Library

Biblica® Open Lao Contemporary Version

Isaiah 4 OLCV

Side by side with the Father's Heart Bible™

1ໃນ​ວັນ​ນັ້ນ​ຍິງ​ເຈັດ​ຄົນ​ຈະ​ເອົາ​ຜູ້ຊາຍ​ຄົນ​ດຽວແລະ ເວົ້າ​ວ່າ,“ພວກເຮົາ​ຈະ​ຫາ​ອາຫານ​ກິນ​ເອງແລະ ຈັດ​ຕຽມ​ເຄື່ອງນຸ່ງ​ສຳລັບ​ພວກເຮົາ​ເອງ;ຂໍ​ແຕ່​ໃຫ້​ພວກເຮົາ​ໃຊ້​ນາມສະກຸນ​ຂອງ​ເຈົ້າ​ເທົ່າ​ນັ້ນ.ເພື່ອ​ຊ່ວຍ​ລົບລ້າງ​ຄວາມ​ອັບອາຍ​ໃຫ້​ພວກເຮົາ​ດ້ວຍ!”

ກິ່ງ​ຂອງ​ພຣະເຈົ້າ​ຢາເວ

2ໃນ​ວັນ​ນັ້ນ ກິ່ງ​ຂອງ​ພຣະເຈົ້າ​ຢາເວ​ຈະ​ງາມ ແລະ ເຕັມ​ດ້ວຍ​ສະຫງ່າລາສີ, ຜົນ​ແຫ່ງ​ດິນແດນ​ນັ້ນ​ຈະ​ເປັນ​ສະຫງ່າລາສີ ແລະ ຄວາມ​ພາກພູມໃຈ​ຂອງ​ຊາວ​ອິດສະຣາເອນ​ທີ່​ເຫລືອ. 3ບັນດາ​ຄົນ​ທີ່​ເຫລືອ​ຢູ່​ໃນ​ຊີໂອນ, ຄື​ຜູ້​ທີ່​ຢູ່​ໃນ​ເຢຣູຊາເລັມ, ຈະ​ຖືກ​ເອີ້ນ​ວ່າ​ຜູ້​ບໍລິສຸດ, ຄື​ທຸກຄົນ​ທີ່​ມີ​ຊື່​ບັນທຶກ​ຢູ່​ໃນ​ທະບຽນ​ພົນລະເມືອງ​ເຢຣູຊາເລັມ. 4ອົງພຣະຜູ້ເປັນເຈົ້າ​ຈະ​ຊຳລະ​ມົນທິນ​ຂອງ​ພວກ​ແມ່ຍິງ​ຊີໂອນ; ພຣະອົງ​ຈະ​ຊຳລະ​ຮອຍ​ເລືອດ​ຈາກ​ເຢຣູຊາເລັມ​ໂດຍ​ວິນຍານ ແຫ່ງ​ໄຟ ແລະ ການ​ພິພາກສາ. 5ຈາກນັ້ນ​ພຣະເຈົ້າ​ຢາເວ​ຈະ​ສ້າງ​ກຸ່ມ​ເມກ​ຄວັນ​ໃນ​ຍາມ​ກາງເວັນ ແລະ ເເປວ​ໄຟ​ລຸກ​ໃຫຍ່​ໃນ​ຍາມ​ກາງຄືນ​ເໜືອ​ພູເຂົາ​ຊີໂອນ ແລະ ເໜືອ​ບັນດາ​ຜູ້​ທີ່​ຊຸມນຸມກັນ​ຢູ່​ທີ່ນັ້ນ; ເໜືອ​ສິ່ງ​ທັງໝົດ​ເຫລົ່ານັ້ນ​ຄື​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຈະ​ເປັນ​ເພດານ​ຟ້າ. 6ມັນ​ຈະ​ເປັນ​ບ່ອນ​ລີ້ໄພ ແລະ ຮົ່ມ​ເງົາ​ບັງ​ຄວາມ​ຮ້ອນ​ເອົ້າ​ໃນ​ຍາມ​ກາງເວັນ ແລະ ເປັນ​ບ່ອນ​ປົກປ້ອງ ແລະ ບ່ອນ​ລີ້ໄພ​ຈາກ​ພະຍຸ ແລະ ຝົນ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]