Skip to content
The Believer's Library

Biblica® Open Lao Contemporary Version

Acts 18 OLCV

Show OLCV only
Verse × ×
1 After this, Paul left Athens and went to Corinth. ຫລັງຈາກນັ້ນ ໂປໂລ​ໄດ້​ອອກ​ຈາກ​ອາແຖນ ແລະ ໄປ​ຍັງ​ເມືອງ​ໂກຣິນໂທ.
2 There he found a Jew named Aquila, native of Pontus, newly arrived from Italy with his wife Priscilla since Claudius had ordered all Jews out of Rome. Paul visited them, ທີ່​ນັ້ນ ເພິ່ນ​ໄດ້​ພົບ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາກີລາ, ເປັນ​ຄົນ​ທີ່​ຢູ່​ແຂວງ​ປົນໂຕ, ເຊິ່ງ​ຫາ​ກໍ​ມາ​ຈາກ​ອີຕາລີ ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ​ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ​ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວຢິວ​ທັງໝົດ​ອອກ​ໄປ​ຈາກ​ໂຣມ. ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຄົນ​ນີ້,
3 since they shared a trade, he stayed and worked with them—tentmakers by trade. ແລະ ເພາະວ່າ​ໂປໂລ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ຜ້າເຕັນ​ເໝືອນ​ກັນ​ກັບ​ພວກເຂົາ, ເພິ່ນ​ຈຶ່ງ​ໄດ້​ພັກ ແລະ ເຮັດ​ວຽກ​ຢູ່​ກັບ​ພວກເຂົາ.
4 Every Sabbath he reasoned in the synagogue, trying to persuade Jews and Greeks. ທຸກ​ວັນຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ຊາວ​ຢິວ ແລະ ຊາວ​ກຣີກ​ໃນ​ທຳມະສາລາ​ເພື່ອ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.
5 When Silas and Timothy came from Macedonia, Paul was consumed by the word, testifying to the Jews that the Christ was Jesus. ເມື່ອ​ຊີລາ​ກັບ​ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ, ໂປໂລ​ກໍ​ອຸທິດ​ຕົນ​ເອງ​ທັງໝົດ​ເພື່ອ​ເທດສະໜາ, ເປັນພະຍານ​ກັບ​ຊາວຢິວ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ.
6 When they resisted and insulted him, he shook out his clothes and said, "Your blood is on your own heads! I'm clean of it. From now on I'll go to the Gentiles." ແຕ່​ເມື່ອ​ພວກ​ຢິວ​ຕໍ່ຕ້ານ ແລະ ໃສ່​ຮ້າຍ​ໂປໂລ, ເພິ່ນ​ຈຶ່ງ​ສັ່ນ​ເຄື່ອງນຸ່ງ​ຂອງ​ເພິ່ນ​ປະທ້ວງ ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ໃຫ້​ເລືອດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ! ຂ້າພະເຈົ້າ​ບໍ່​ມີ​ສ່ວນ​ຫຍັງ​ນຳ. ຕັ້ງແຕ່​ນີ້​ຕໍ່ໄປ ຂ້າພະເຈົ້າ​ຈະ​ໄປ​ຫາ​ຄົນຕ່າງຊາດ”.
7 He left the synagogue and went to the house of Titius Justus, a worshiper of our Father, next door to the synagogue. ແລ້ວ​ໂປໂລ​ກໍ​ໄດ້​ອອກ​ຈາກ​ທຳມະສາລາ​ໄປ​ຍັງ​ເຮືອນ​ຂອງ​ຕີໂຢ ຢູຊະໂຕ ທີ່​ຢູ່​ໃກ້​ກັບ​ທຳມະສາລາ, ລາວ​ເປັນ​ຄົນ​ໜຶ່ງ​ທີ່​ນະມັດສະການ​ພຣະເຈົ້າ.
8 Crispus, the synagogue leader, believed in the Lord with his whole household; many Corinthians who heard Paul believed and were baptized. ຝ່າຍ​ກີສະໂປ ຫົວໜ້າ​ທຳມະສາລາ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ຕົນ​ກໍ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ; ແລະ ຊາວ​ໂກຣິນໂທ​ຫລາຍ​ຄົນ​ທີ່​ໄດ້​ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ​ນັ້ນ​ກໍ​ໄດ້​ເຊື່ອ ແລະ ຮັບ​ບັບຕິສະມາ.
9 One night the Lord told Paul in a vision, "Don't be afraid; keep speaking, don't stay silent, ມີ​ຄືນ​ໜຶ່ງ ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ໂປໂລ​ໃນ​ນິມິດ​ວ່າ: “ຢ່າ​ຢ້ານ​ເລີຍ, ຈົ່ງ​ປະກາດ​ຕໍ່ໄປ, ຢ່າ​ມິດ​ຢູ່.
10 for I am with you, and no one will attack you to harm you, for I have many people in this city." ເພາະ​ເຮົາ​ຢູ່​ກັບ​ເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຈະ​ໂຈມຕີ ແລະ ເຮັດ​ຮ້າຍ​ໃຫ້​ເຈົ້າ​ໄດ້, ເພາະ​ເຮົາ​ມີ​ຄົນ​ຫລວງ​ຫລາຍ​ໃນ​ເມືອງ​ນີ້”.
11 So Paul stayed for a year and six months, teaching the word of our Father among them. ດັ່ງນັ້ນ ໂປໂລ​ຈຶ່ງ​ຢູ່​ສັ່ງສອນ​ພຣະຄຳ​ຂອງ​ພຣະເຈົ້າ​ຢູ່​ເມືອງ​ໂກຣິນໂທ​ນີ້​ຕະຫລອດ​ປີ​ໜຶ່ງ​ກັບ​ຫົກ​ເດືອນ.
12 While Gallio was proconsul of Achaia, the Jews united against Paul and brought him before the tribunal, ໃນ​ຂະນະ​ທີ່​ຄາລີໂອ​ເປັນ​ຜູ້ປົກຄອງ​ແຂວງ​ອະຂາຢາ, ພວກ​ຢິວ​ໃນ​ໂກຣິນໂທ​ໄດ້​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ ນຳ​ເພິ່ນ​ໄປ​ຂຶ້ນ​ສານ.
13 saying, "This man is persuading people to worship God in ways contrary to the law." ພວກເຂົາ​ຟ້ອງ​ວ່າ, “ຊາຍ​ຜູ້​ນີ້​ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ​ໃນ​ທາງ​ທີ່​ຜິດ​ກົດໝາຍ”.
14 As Paul was about to speak, Gallio told the Jews, "If this were some wrong or vicious crime, Jews, I'd have reason to put up with you. ເມື່ອ​ໂປໂລ​ກຳລັງ​ຈະ​ເອີ່ຍ​ປາກ​ເວົ້າ, ຄາລີໂອ​ກໍ​ເວົ້າ​ກັບ​ພວກ​ຢິວ​ວ່າ, “ຖ້າ​ພວກເຈົ້າ​ຊາວຢິວ​ຈະ​ຮ້ອງທຸກ ບໍ່​ວ່າ​ຄວາມຜິດ​ທາງ​ອາຊະຍາ ຫລື ຄະດີ​ສໍ້ໂກງ​ຮ້າຍແຮງ ກໍ​ສົມຄວນ​ທີ່​ເຮົາ​ຈະ​ຮັບຟັງ​ພວກເຈົ້າ.
15 Since this is a dispute about words, names, and your own law, settle it yourselves. I won't judge such matters. ແຕ່​ນີ້​ເປັນ​ບັນຫາ​ເລື່ອງ​ຖ້ອຍຄຳ, ເລື່ອງ​ຊື່​ຕ່າງໆ ແລະ ເລື່ອງ​ກົດບັນຍັດ​ຂອງ​ພວກເຈົ້າ​ເອງ, ຈົ່ງ​ໄປ​ຕົກລົງ​ກັນ​ເອງ. ເຮົາ​ຈະ​ບໍ່​ຕັດສິນ​ເລື່ອງ​ເຫລົ່ານີ້”.
16 And he drove them away from the tribunal." ດັ່ງນັ້ນ ເພິ່ນ​ຈຶ່ງ​ໄລ່​ພວກເຂົາ​ອອກ​ໄປ​ຈາກ​ສານ.
17 So they all grabbed Sosthenes, the synagogue leader, and beat him before the judgment seat, but none of it concerned Gallio. ແລ້ວ​ພວກເຂົາ​ຈຶ່ງ​ຈັບ​ໂຊຊະເຖນ ຫົວໜ້າ​ທຳມະສາລາ​ໄປ​ຂ້ຽນຕີ​ຢູ່​ຕໍ່ໜ້າ​ສານ; ແລະ ຄາລີໂອ​ກໍ​ບໍ່​ສົນໃຈ​ຫຍັງ.
18 Paul stayed on in Corinth for many more days. Then he said farewell to the brothers and sisters and sailed for Syria, accompanied by Priscilla and Aquila. At Cenchreae he had his hair cut off, for he was keeping a vow. ຫລັງຈາກ​ທີ່​ໂປໂລ​ພັກ​ຢູ່​ໃນ​ເມືອງ​ໂກຣິນໂທ​ຊົ່ວໄລຍະ​ໜຶ່ງ. ແລ້ວ​ເພິ່ນ​ກໍ​ຈາກ​ພວກ​ພີ່ນ້ອງ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂດຍ​ມີ​ປີຊະກີລາ​ກັບ​ອາກີລາ​ໄປ​ນຳ​ດ້ວຍ. ກ່ອນ​ທີ່​ເພິ່ນ​ຈະ​ລົງ​ເຮືອ​ໄປ, ເພິ່ນ​ໄດ້​ແຖ​ຫົວ​ທີ່​ເມືອງ​ເກັນເຂໄອ​ເພາະ​ໄດ້​ສາບານ​ຕົນ​ໄວ້.
19 They reached Ephesus, where Paul left Priscilla and Aquila, but he himself entered the synagogue and reasoned with the Jews. ເມື່ອ​ເດີນທາງ​ມາ​ເຖິງ​ເມືອງ​ເອເຟໂຊ, ບ່ອນ​ທີ່​ໂປໂລ​ໄດ້​ປະ​ປີຊະກີລາ​ກັບ​ອາກີລາ​ໄວ້. ສ່ວນ​ເພິ່ນ​ເອງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ.
20 When they asked him to stay longer, he declined. ເມື່ອ​ພວກເຂົາ​ຂໍ​ໃຫ້​ເພິ່ນ​ຢູ່​ຕໍ່ໄປ​ກັບ​ພວກເຂົາ​ອີກ, ເພິ່ນ​ກໍ​ໄດ້​ປະຕິເສດ.
21 But he left, saying, "I will come back to you if our Father is willing," and sailed from Ephesus. ແຕ່​ໃນ​ຂະນະ​ທີ່​ເພິ່ນ​ລາ​ຈາກ​ໄປ​ນັ້ນ, ໂປໂລ​ໄດ້​ສັນຍາ​ວ່າ, “ຖ້າ​ແມ່ນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ເຮົາ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ​ອີກ”. ແລ້ວ​ເພິ່ນ​ກໍ​ລົງ​ເຮືອ​ຈາກ​ເມືອງ​ເອເຟໂຊ​ໄປ.
22 Landing at Caesarea, he went up, greeted the church, then went down to Antioch. ເມື່ອ​ເພິ່ນ​ມາ​ຮອດ​ເມືອງ​ກາຍຊາເຣຍ​ແລ້ວ, ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ ແລະ ທັກທາຍ​ພີ່ນ້ອງ​ໃນ​ຄຣິສຕະຈັກ ແລະ ຈາກນັ້ນ​ເພິ່ນ​ກໍ​ໄດ້​ເດີນທາງ​ລົງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.
23 After some time there, he set out through Galatia and Phrygia, strengthening all the disciples. ຫລັງຈາກ​ພັກ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ​ໄດ້​ຊົ່ວໄລຍະ​ໜຶ່ງ​ແລ້ວ, ໂປໂລ​ກໍ​ເດີນທາງ​ໄປ​ຈາກ​ທີ່​ນັ້ນ ແລະ ໄປ​ຍັງ​ບ່ອນ​ຕ່າງໆ​ທົ່ວ​ແຂວງ​ຄາລາເຕຍ ແລະ ຟີເຄຍ, ເພື່ອ​ໜູນໃຈ​ສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ.
24 A Jew named Apollos, born in Alexandria, came to Ephesus—a learned man, well versed in the Scriptures. ໃນ​ຂະນະ​ດຽວ​ກັນ​ນັ້ນ ມີ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາໂປໂລ, ເປັນ​ຊາວ​ອາເລັກຊັນເດຍ​ຕັ້ງແຕ່​ເກີດ, ລາວ​ໄດ້​ມາ​ທີ່​ເມືອງ​ເອເຟໂຊ. ລາວ​ເປັນ​ຜູ້​ທີ່​ມີ​ການສຶກສາ ແລະ ມີ​ຄວາມ​ຊຳນານ​ທາງດ້ານ​ພຣະຄຳພີ​ເປັນ​ຢ່າງ​ດີ.
25 He had been taught the way of the Lord, and, spirit boiling over, spoke and taught accurately about Jesus—though he knew only John's baptism. ລາວ​ໄດ້​ຮັບ​ການ​ຝຶກຝົນ​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ລາວ​ເວົ້າ​ດ້ວຍ​ໃຈຮ້ອນຮົນ​ແທ້ໆ ແລະ ສັ່ງສອນ​ເລື່ອງ​ພຣະເຢຊູເຈົ້າ​ຢ່າງ​ຖືກຕ້ອງ, ເຖິງ​ວ່າ​ລາວ​ຮູ້​ຈັກ​ພຽງ​ແຕ່​ບັບຕິສະມາ​ຂອງ​ໂຢຮັນ​ເທົ່ານັ້ນ.
26 He spoke boldly in the synagogue. Priscilla and Aquila heard him, took him aside, and explained the way of our Father more accurately. ລາວ​ເລີ່ມຕົ້ນ​ກ່າວ​ໃນ​ທຳມະສາລາ​ດ້ວຍໃຈ​ກ້າຫານ. ເມື່ອ​ປີຊະກີລາ​ກັບ​ອາກີລາ​ໄດ້​ຟັງ​ແລ້ວ, ພວກເຂົາ​ກໍ​ໄດ້​ເຊີນ​ລາວ​ມາ​ເຮືອນ​ເພື່ອ​ອະທິບາຍ​ເລື່ອງ​ທາງ​ຂອງ​ພຣະເຈົ້າ​ໃຫ້​ລາວ​ເຂົ້າໃຈ​ຫລາຍ​ຂຶ້ນ.
27 When Apollos wanted to cross to Achaia, the brothers and sisters encouraged him and wrote to the disciples to welcome him; arriving, he greatly helped those who had believed by grace, ເມື່ອ​ອາໂປໂລ​ຕ້ອງການ​ຈະ​ໄປ​ທີ່​ແຂວງ​ອະຂາຢາ, ພວກ​ພີ່ນ້ອງ​ກໍ​ໄດ້​ໜູນໃຈ​ລາວ ແລະ ໄດ້​ຂຽນ​ຈົດໝາຍ​ຝາກ​ເຖິງ​ພວກສາວົກ​ທີ່​ນັ້ນ​ໃຫ້​ຕ້ອນຮັບ​ລາວ. ເມື່ອ​ລາວ​ມາ​ຮອດ​ແລ້ວ, ລາວ​ກໍ​ໄດ້​ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ຫລວງຫລາຍ.
28 for he forcefully refuted the Jews in public, proving from the Scriptures that the Christ was Jesus. ເພາະ​ລາວ​ໄດ້​ໂຕ້ຕອບ​ຢ່າງ​ແຂງແຮງ​ກັບ​ພວກ​ຢິວ​ຕໍ່ໜ້າ​ຄົນ​ທັງຫລາຍ, ລາວ​ໄດ້​ຍົກ​ຂໍ້​ພຣະຄຳພີ​ມາ​ພິສູດ​ວ່າ​ພຣະເຢຊູເຈົ້າ​ຄື​ພຣະເມຊີອາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]