Skip to content
The Believer's Library

Biblica® Open Lao Contemporary Version

Acts 19 OLCV

Show OLCV only
Verse × ×
1 While Apollos was in Corinth, Paul crossed the inland region and reached Ephesus, where he found some disciples. ຂະນະ​ທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ, ໂປໂລ​ໄດ້​ເດີນທາງ​ຂ້າມ​ເຂດ​ພູເຂົາ ແລະ ມາ​ຮອດ​ເມືອງ​ເອເຟໂຊ. ເພິ່ນ​ໄດ້​ພົບ​ສາວົກ​ບາງຄົນ​ຢູ່​ທີ່​ນັ້ນ
2 He asked them, "Did you receive the Holy Spirit when you believed?" They replied, "No, we haven't even heard there is a Holy Spirit." ແລະ ຖາມ​ພວກເຂົາ​ວ່າ, “ເມື່ອ​ພວກເຈົ້າ​ໄດ້​ຮັບ​ເຊື່ອ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ແລ້ວ​ບໍ?” ພວກເຂົາ​ຕອບ​ວ່າ, “ບໍ່ ພວກເຮົາ​ບໍ່​ເຄີຍ​ແມ່ນ​ແຕ່​ໄດ້​ຍິນ​ວ່າ​ມີ​ພຣະວິນຍານບໍລິສຸດເຈົ້າ”.
3 So he asked, "Into what then were you baptized?" "Into John's baptism," they said. ດັ່ງນັ້ນ ໂປໂລ​ຈຶ່ງ​ຖາມ​ວ່າ, “ແລ້ວ​ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ແບບ​ໃດ?” ພວກເຂົາ​ຕອບ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ”.
4 Paul said, "John baptized with a baptism of repentance, telling people to believe in the one coming after him—Jesus." ໂປໂລ​ຈຶ່ງ​ເວົ້າ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ຄື​ບັບຕິສະມາ​ແຫ່ງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ໂຢຮັນ​ໄດ້​ບອກ​ຄົນ​ໃຫ້​ເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ, ຄື​ໃຫ້​ເຊື່ອ​ໃນ​ພຣະເຢຊູເຈົ້າ”.
5 On hearing this, they were baptized in the name of the Lord Jesus. ເມື່ອ​ໄດ້​ຍິນ​ດັ່ງນີ້, ພວກເຂົາ​ກໍ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.
6 When Paul laid hands on them, the Holy Spirit came on them; they spoke in tongues and prophesied. ເມື່ອ​ໂປໂລ​ວາງມື​ໃສ່​ພວກເຂົາ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ແລະ ພວກເຂົາ​ກໍ​ເວົ້າ​ພາສາ​ແປກໆ ແລະ ທຳນວາຍ.
7 There were about twelve men in all. ຄົນ​ທັງໝົດ​ນີ້​ເປັນ​ຜູ້ຊາຍ​ມີ​ປະມານ​ສິບສອງ​ຄົນ.
8 Paul entered the synagogue, speaking boldly three months, reasoning and persuading about our Father's kingdom. ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ກ່າວ​ດ້ວຍ​ໃຈ​ກ້າຫານ​ເປັນ​ເວລາ​ສາມ​ເດືອນ, ມີ​ການ​ໂຕ້ຖຽງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງ​ໜ້າ​ຟັງ.
9 When some grew stubborn, refusing to believe and slandering the Way before the crowd, he withdrew from them, took the disciples, and reasoned daily in Tyrannus's lecture hall. ແຕ່​ບາງຄົນ​ໃນ​ພວກເຂົາ​ມີ​ໃຈ​ດື້ດ້ານ; ພວກເຂົາ​ບໍ່​ຍອມ​ເຊື່ອ ແລະ ກ່າວ​ໃສ່ຮ້າຍ “ທາງນັ້ນ” ຕໍ່ໜ້າ​ຄົນ​ທັງຫລາຍ. ດັ່ງນັ້ນ ໂປໂລ​ຈຶ່ງ​ໄປ​ຈາກ​ພວກເຂົາ. ເພິ່ນ​ໄດ້​ພາ​ພວກສາວົກ​ແຍກ​ອອກ​ໄປ​ກັບ​ເພິ່ນ ແລະ ໄດ້​ສົນທະນາກັນ​ໃນ​ຫ້ອງປະຊຸມ​ຂອງ​ຕີລາໂນ​ທຸກ​ວັນ.
10 This continued two years, so all living in Asia, both Jews and Greeks, heard the word of the Lord Jesus. ພວກເພິ່ນ​ເຮັດ​ຢ່າງ​ນີ້​ຢູ່​ສອງ​ປີ ຈົນ​ຊາວ​ຢິວ ແລະ ຊາວ​ກຣີກ​ທັງຫລາຍ​ທີ່​ຢູ່​ໃນ​ແຂວງ​ເອເຊຍ​ໄດ້​ຍິນ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ.
11 Our Father did extraordinary miracles through the hands of Paul, ພຣະເຈົ້າ​ເຮັດ​ການ​ອັດສະຈັນ​ພິເສດ​ເຫລືອເຊື່ອ​ຜ່ານ​ທາງ​ໂປໂລ,
12 so even handkerchiefs and aprons that touched his skin were carried to the sick, and diseases left them and evil spirits went out of them. ແມ່ນ​ແຕ່​ເມື່ອ​ນຳ​ເອົາ​ຜ້າ​ເຊັດ​ໜ້າ​ກັບ​ຜ້າ​ກັນເປື້ອນ​ທີ່​ຖືກ​ໂຕ​ເພິ່ນ​ໄປ​ວາງ​ໃສ່​ຄົນເຈັບປ່ວຍ, ຄົນ​ເຫລົ່ານັ້ນ​ກໍ​ດີພະຍາດ ແລະ ຜີມານຮ້າຍ​ກໍ​ອອກໄປ​ຈາກ​ພວກເຂົາ.
13 Some traveling Jewish exorcists also tried invoking the name of the Lord Jesus over those with evil spirits, saying, "I command you by the Jesus Paul preaches." ຊາວຢິວ​ບາງຄົນ​ທີ່​ທຽວ​ໄປ​ຕາມ​ບ່ອນ​ຕ່າງໆ​ແລ້ວ​ຂັບໄລ່​ວິນຍານຊົ່ວຮ້າຍ​ກໍ​ພະຍາຍາມ​ໃຊ້​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກັບ​ຄົນ​ທີ່​ຖືກ​ຜີມານຮ້າຍ​ສິງ. ພວກເຂົາ​ຈະ​ສັ່ງ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້​ທີ່​ໂປໂລ​ປະກາດ, ເຮົາ​ສັ່ງ​ເຈົ້າ​ໃຫ້​ອອກ​ໄປ”.
14 Seven sons of a Jewish high priest named Sceva were doing this. ຍັງ​ມີ​ຊາວຢິວ​ຜູ້​ໜຶ່ງ​ຊື່​ວ່າ​ຊະເກວາ ເປັນ​ຫົວໜ້າ​ປະໂລຫິດ​ມີ​ລູກຊາຍ​ເຈັດ​ຄົນ​ກໍ​ໄດ້​ເຮັດ​ຢ່າງ​ນີ້.
15 But the evil spirit answered them, "Jesus I know, and Paul I recognize, but who are you?" ມື້​ໜຶ່ງ ວິນຍານຊົ່ວຮ້າຍ​ໄດ້​ຕອບ​ພວກເຂົາ​ວ່າ, “ພຣະເຢຊູເຈົ້າ​ເຮົາ​ກໍ​ຮູ້​ຈັກ ແລະ ເຮົາ​ກໍ​ເຄີຍ​ໄດ້​ຍິນ​ເລື່ອງ​ໂປໂລ, ແຕ່​ພວກເຈົ້າ​ແມ່ນ​ຜູ້ໃດ?”
16 And the man who had the evil spirit leaped on them, overpowered them all, and prevailed against them, so that they fled out of that house naked and wounded. ແລ້ວ​ຄົນ​ທີ່​ມີ​ວິນຍານຊົ່ວຮ້າຍ​ເຂົ້າ​ສິງ​ນັ້ນ​ກໍ​ກະໂດດ​ເຂົ້າ​ໃສ່​ພວກເຂົາ ແລະ ເອົາ​ຊະນະ​ພວກເຂົາ​ທັງໝົດ. ຄົນ​ນັ້ນ​ໄດ້​ທຸບຕີ​ພວກເຂົາ​ຈົນ​ຕ້ອງ​ແລ່ນ​ໜີ​ອອກ​ຈາກ​ເຮືອນ​ທັງ​ທີ່​ເປືອຍ​ກາຍ ແລະ ເລືອດ​ອອກ​ຢູ່.
17 All Jews and Greeks living in Ephesus learned of this. Fear seized them all, and the name of the Lord Jesus was highly praised. ເມື່ອ​ເລື່ອງ​ນີ້​ໄປ​ເຖິງ​ຫູ​ຊາວ​ຢິວ ແລະ ຊາວ​ກຣີກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ພວກເຂົາ​ທັງຫລາຍ​ກໍ​ຖືກ​ຈູ່ໂຈມ​ດ້ວຍ​ຄວາມ​ຢ້ານ ແລະ ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກໍ​ເປັນ​ທີ່​ຍົກຍ້ອງ​ສັນລະເສີນ.
18 Many of those who had become believers also came, confessing and disclosing their practices. ບັດນີ້ ຄົນ​ທີ່​ເຊື່ອ​ຫລາຍ​ຄົນ​ໄດ້​ມາ​ສາລະພາບ ແລະ ເປີດເຜີຍ​ການ​ກະທຳ​ອັນ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ມາ.
19 Many who had practiced sorcery brought their scrolls together and burned them before everyone. They added up the price and found it worth 50,000 days' wages. ມີ​ຫລາຍ​ຄົນ​ທີ່​ເຄີຍ​ໃຊ້​ເວດມົນຄາຖາ​ກໍ​ນຳ​ຕຳລາ​ຂອງ​ຕົນ​ມາ​ເຜົາ​ຖິ້ມ​ຕໍ່ໜ້າ​ຄົນ​ທັງຫລາຍ. ເມື່ອ​ພວກເຂົາ​ຄິດໄລ່​ມູນຄ່າ​ຂອງ​ຕຳລາ​ນັ້ນ​ແລ້ວ, ລວມ​ທັງໝົດ​ຕົກ​ເປັນ​ເງິນ​ເຖິງ​ຫ້າສິບພັນ​ຫລຽນ​ແດກມາ.
20 So the word of the Lord Jesus continued to grow mightily and prevail. ດ້ວຍ​ເຫດ​ນີ້ ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ໄດ້​ແຜ່​ໄປ​ຢ່າງ​ກວ້າງຂວາງ ແລະ ຂະຫຍາຍ​ອອກ​ໄປ​ຢ່າງ​ແຂງແຮງ.
21 When this was done, Paul decided in his spirit to go through Macedonia and Achaia to Jerusalem, saying, "After I've been there, I must see Rome too." ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.
22 He sent two of his assistants, Timothy and Erastus, to Macedonia, while staying in Asia himself a while longer. ດັ່ງນັ້ນ ໂປໂລ​ຈຶ່ງ​ໃຊ້​ຜູ້ຊ່ວຍ​ຂອງ​ຕົນ​ສອງ​ຄົນ​ຄື​ຕີໂມທຽວ​ກັບ​ເອຣາຊະໂຕ​ໄປ​ຍັງ​ແຂວງ​ມາເກໂດເນຍ, ຂະນະ​ທີ່​ເພິ່ນ​ຍັງ​ພັກ​ຢູ່​ແຂວງ​ເອເຊຍ​ຕໍ່​ອີກ​ໄລຍະໜຶ່ງ.
23 About that time there arose a serious disturbance concerning the Way. ໃນ​ເວລາ​ນັ້ນ ເກີດ​ເຫດການ​ວຸ້ນວາຍ​ຄັ້ງ​ໃຫຍ່​ຂຶ້ນ​ກ່ຽວກັບ​ເລື່ອງ “ທາງນັ້ນ”.
24 For a man named Demetrius, a silversmith who made silver shrines of Artemis, kept many craftsmen busy. ມີ​ຊ່າງຕີເງິນ​ຄົນ​ໜຶ່ງ​ຊື່​ວ່າ​ເດເມທີໂອ, ຜູ້​ທີ່​ເປັນ​ຄົນ​ສ້າງ​ຮູບຈຳລອງ​ວິຫານ​ຂະໜາດ​ນ້ອຍ​ຂອງ​ພະອາເຕມາ​ດ້ວຍ​ເງິນ, ເຊິ່ງ​ເຮັດ​ລາຍໄດ້​ໃຫ້​ພວກ​ຊ່າງ​ຫັດຖະກຳ​ຢູ່​ທີ່​ນັ້ນ​ຫລາຍ.
25 He gathered them and workers in similar trades and said, "Men, you know our wealth comes from this trade. ລາວ​ຈຶ່ງ​ເອີ້ນ​ບັນດາ​ຊ່າງ​ເຫລົ່ານັ້ນ​ກັບ​ຄົນງານ​ທີ່​ກ່ຽວຂ້ອງ​ກັບ​ທຸລະກິດ​ມາ ແລະ ເວົ້າ​ວ່າ: “ສະຫາຍ​ທັງຫລາຍ, ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ໄດ້​ຮັບ​ລາຍໄດ້​ດີ​ຈາກ​ທຸລະກິດ​ນີ້.
26 You see and hear that this Paul has persuaded and turned away a great many people—not only in Ephesus but nearly all of Asia—telling them gods made by hands aren't gods at all. ແລະ ພວກເຈົ້າ​ກໍ​ໄດ້​ເຫັນ ແລະ ໄດ້​ຍິນ​ທີ່​ໂປໂລ​ຄົນ​ນີ້​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ຫລົງທາງ​ທັງ​ໃນ​ເອເຟໂຊ​ກັບ​ທົ່ວ​ແຂວງ​ເອເຊຍ. ລາວ​ເວົ້າ​ວ່າ​ບັນດາ​ຮູບ​ປັ້ນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ​ບໍ່​ໄດ້​ແມ່ນ​ເທບພະເຈົ້າ​ເລີຍ.
27 The risk isn't just that our trade loses its good name, but that the temple of the great goddess Artemis will count for nothing, and she, worshiped by all Asia and the world, will be stripped of her greatness." ສິ່ງ​ນີ້​ເປັນ​ອັນຕະລາຍ​ເພາະ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ການ​ຄ້າ​ຂອງ​ພວກເຮົາ​ເສຍ​ຊື່​ສຽງ​ເທົ່ານັ້ນ, ແຕ່​ຍັງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ເທບທິດາ​ອາເຕມາ​ຜູ້​ຍິ່ງໃຫຍ່​ໝົດ​ຄວາມໝາຍ​ດ້ວຍ ແລະ ເທບທິດາ​ເອງ​ທີ່​ຄົນ​ທັງຫລາຍ​ຂາບໄຫວ້​ທົ່ວ​ແຂວງ​ເອເຊຍ ແລະ ທົ່ວ​ໂລກ ຈະ​ຖືກ​ປຸ້ນ​ເອົາ​ຄວາມຍິ່ງໃຫຍ່​ອັນ​ສັກສິດ​ຂອງ​ພະນາງ​ໄປ”.
28 Hearing this, they were enraged and shouted, "Great is Artemis of the Ephesians!" ເມື່ອ​ພວກເຂົາ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ, ພວກເຂົາ​ກໍ​ໃຈຮ້າຍ​ຫລາຍ ແລະ ເລີ່ມ​ຮ້ອງ​ຂຶ້ນ​ວ່າ: “ພະອາເຕມາ​ຂອງ​ຊາວ​ເອເຟໂຊ​ນັ້ນ​ຍິ່ງໃຫຍ່!”
29 The city filled with confusion; together they rushed into the theater, dragging along Gaius and Aristarchus, Macedonians, Paul's traveling companions. ບໍ່​ດົນ​ກໍ​ເກີດ​ຄວາມວຸ້ນວາຍ​ທົ່ວ​ທັງ​ເມືອງ​ຂຶ້ນ. ປະຊາຊົນ​ໄດ້​ຈັບ​ໄຄໂຢ​ກັບ​ອາຣິດຕາໂຂ, ຜູ້​ເປັນ​ເພື່ອນ​ຮ່ວມ​ເດີນທາງ​ຂອງ​ໂປໂລ​ຈາກ​ແຂວງ​ມາເກໂດເນຍ ແລະ ພວກເຂົາ​ທັງໝົດ​ຈຶ່ງ​ຮີບ​ພາກັນ​ເຂົ້າໄປ​ໃນ​ໂຮງລະຄອນ.
30 When Paul wanted to go in among the crowd, the disciples would not let him. ໂປໂລ​ຢາກ​ຈະ​ປາກົດ​ຕໍ່ໜ້າ​ປະຊາຊົນ, ແຕ່​ພວກສາວົກ​ບໍ່​ຍອມ.
31 Even some officials of the province, his friends, sent word urging him not to risk entering the theater. ແມ່ນແຕ່​ເຈົ້າໜ້າທີ່​ບາງຄົນ​ຂອງ​ແຂວງ​ນັ້ນ ເຊິ່ງ​ເປັນ​ໝູ່​ຂອງ​ໂປໂລ​ກໍ​ສົ່ງ​ຂ່າວ​ມາ​ຂໍຮ້ອງ​ບໍ່​ໃຫ້​ເພິ່ນ​ເຂົ້າ​ໄປ​ໃນ​ໂຮງລະຄອນ​ນັ້ນ.
32 Meanwhile some shouted one thing, others another—the assembly was in confusion, and most didn't know why they'd gathered. ມີ​ຄວາມສັບສົນ​ໃນ​ທີ່​ປະຊຸມ ບາງຄົນ​ຮ້ອງ​ບອກ​ວ່າ​ຢ່າງ​ນີ້ ບາງຄົນ​ຮ້ອງ​ບອກ​ວ່າ​ຢ່າງ​ນັ້ນ. ປະຊາຊົນ​ສ່ວນຫລາຍ​ບໍ່​ຮູ້​ວ່າ​ເປັນຫຍັງ​ຕົນ​ເອງ​ຈຶ່ງ​ມາ​ທີ່​ນັ້ນ.
33 Some in the crowd coached Alexander, whom the Jews pushed forward; motioning with his hand, he wanted to defend himself before the people. ພວກ​ຢິວ​ທີ່​ຢູ່​ໃນ​ຝູງຊົນ​ໄດ້​ຊຸກ​ອາເລັກຊັນເດີ​ອອກ​ໄປ​ຂ້າງໜ້າ ແລະ ບາງຄົນ​ໃນ​ປະຊາຊົນ​ກໍ​ຮ້ອງ​ສັ່ງ​ລາວ. ລາວ​ໂບກ​ມື​ໃຫ້​ງຽບ​ເພື່ອ​ຈະ​ກ່າວ​ແກ້​ຕໍ່ໜ້າ​ປະຊາຊົນ.
34 Realizing he was a Jew, they shouted as one for about two hours, "Great is Artemis of the Ephesians!" ແຕ່​ເມື່ອ​ພວກເຂົາ​ຮູ້​ວ່າ​ລາວ​ເປັນ​ຊາວ​ຢິວ, ພວກເຂົາ​ກໍ​ຮ້ອງ​ເປັນ​ສຽງ​ດຽວ​ກັນ​ປະມານ​ສອງ​ຊົ່ວໂມງ​ວ່າ: “ພະອາເຕມາ​ຂອງ​ຊາວ​ເອເຟໂຊ​ນັ້ນ​ຍິ່ງໃຫຍ່!”
35 When the town clerk had quieted the crowd, he said, "Men of Ephesus, who doesn't know the Ephesians' city is temple keeper of the great Artemis and of the image that fell from heaven? ເຈົ້າໜ້າທີ່​ຂອງ​ເມືອງ​ນັ້ນ​ກໍ​ເຮັດ​ໃຫ້​ປະຊາຊົນ​ງຽບ​ລົງ​ແລ້ວ​ກ່າວ​ວ່າ: “ຊາວ​ເອເຟໂຊ​ເອີຍ ຜູ້ໃດ​ກໍ​ຮູ້​ວ່າ​ຊາວ​ເມືອງ​ເອເຟໂຊ​ເປັນ​ຜູ້ຮັກສາ​ວິຫານ​ຂອງ​ພະອາເຕມາ​ຜູ້​ຍິ່ງໃຫຍ່ ຕະຫລອດ​ຈົນ​ຮູບຈຳລອງ​ຂອງ​ພະນາງ​ຕົກ​ລົງ​ມາ​ຈາກ​ຟ້າ​ສະຫວັນ?
36 Since these things cannot be denied, you ought to keep calm and do nothing rash. ເຫດສະນັ້ນ, ໃນ​ເມື່ອ​ຄວາມຈິງ​ເຫລົ່ານີ້​ບໍ່​ອາດ​ປະຕິເສດ​ໄດ້, ພວກເຈົ້າ​ທັງຫລາຍ​ກໍ​ຄວນ​ງຽບສະຫງົບ​ຢ່າ​ເຮັດ​ສິ່ງໃດ​ໂດຍ​ບໍ່​ໄດ້​ຄິດ​ກ່ອນ.
37 For you have brought these men here who are neither temple robbers nor blasphemers of our goddess. ພວກເຈົ້າ​ນຳ​ຄົນ​ເຫລົ່ານີ້​ມາ​ບ່ອນ​ນີ້​ໂດຍ​ທີ່​ພວກເຂົາ​ບໍ່​ໄດ້​ເປັນ​ຄົນ​ປຸ້ນ​ວິຫານ​ຕ່າງໆ ຫລື ບໍ່​ໄດ້​ໝິ່ນປະໝາດ​ເທບທິດາ​ຂອງ​ພວກເຮົາ.
38 So if Demetrius and his fellow craftsmen have a charge against anyone, courts are in session and proconsuls are available—let them accuse each other there. ແລ້ວ​ຖ້າ​ເດເມທີໂອ​ກັບ​ພວກ​ຊ່າງ​ຫັດຖະກຳ​ມີ​ເລື່ອງ​ຈະ​ຮ້ອງທຸກ​ກ່ຽວກັບ​ຄົນ​ໃດ​ຄົນ​ໜຶ່ງ, ສານ​ກໍ​ເປີດ​ຢູ່ ແລະ ຜູ້ກວດການ​ກໍ​ມີ, ພວກເຂົາ​ສາມາດ​ຟ້ອງ​ໄດ້.
39 But if you are seeking anything further, it will be settled in the regular assembly. ຖ້າ​ພວກເຈົ້າ​ມີ​ຂໍ້​ກ່າວຫາ​ອັນໃດ​ອີກ​ກໍ​ຕ້ອງ​ຕົກລົງ​ກັນ​ໃນ​ທີ່​ປະຊຸມ​ຕາມ​ກົດໝາຍ.
40 We risk being charged with today's riot, since we have no reason to justify this uproar." ພວກເຮົາ​ສ່ຽງ​ຕໍ່​ການ​ເປັນ​ຜູ້​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້​ກໍ່​ຄວາມ​ວຸ້ນວາຍ​ເພາະ​ເຫດການ​ທີ່​ເກີດຂຶ້ນ​ໃນ​ວັນ​ນີ້. ໃນ​ກໍລະນີ​ນີ້​ພວກເຮົາ​ບໍ່​ສາມາດ​ອະທິບາຍ​ເຖິງ​ຄວາມ​ວຸ້ນວາຍ​ນີ້​ໄດ້, ເພາະ​ພວກເຮົາ​ບໍ່​ມີ​ຂໍ້​ອ້າງ​ສຳລັບ​ເລື່ອງ​ນີ້”.
41 And when he had said this, he dismissed the assembly. ຫລັງຈາກ​ກ່າວ​ຢ່າງ​ນີ້​ແລ້ວ ເພິ່ນ​ກໍ​ສັ່ງ​ໃຫ້​ເລີກ​ປະຊຸມ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]