Skip to content
The Believer's Library

Biblica® Open Lao Contemporary Version

Acts 20 OLCV

Show OLCV only
Verse × ×
1 After the uproar ended, Paul sent for the disciples, encouraged them, said goodbye, and left for Macedonia. ເມື່ອ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ, ໂປໂລ​ກໍ​ໄດ້​ເອີ້ນ​ເອົາ​ພວກສາວົກ​ມາ, ຫລັງຈາກ​ໜູນໃຈ​ພວກເຂົາ​ແລ້ວ ກໍ​ກ່າວ​ລາ ແລະ ອອກ​ເດີນທາງ​ໄປ​ມາເກໂດເນຍ.
2 When he had passed through those regions and given the believers much encouragement, he came to Greece. ເພິ່ນ​ໄດ້​ເດີນທາງ​ໄປ​ທົ່ວ​ຂົງເຂດ​ນັ້ນ, ກ່າວ​ຖ້ອຍຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ຄົນ​ທັງຫລາຍ ແລະ ໃນ​ທີ່ສຸດ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ,
3 He stayed three months; when the Jews plotted against him as he was about to sail for Syria, he decided to return through Macedonia. ເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ເດືອນ. ເພາະ​ພວກ​ຢິວ​ກຳລັງ​ວາງແຜນ​ຈະ​ທຳຮ້າຍ​ເພິ່ນ ຂະນະ​ທີ່​ເພິ່ນ​ກຳລັງ​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ, ເພິ່ນ​ຈຶ່ງ​ໄດ້​ຕັດສິນໃຈ​ກັບ​ໄປ​ທາງ​ແຂວງ​ມາເກໂດເນຍ.
4 Sopater son of Pyrrhus of Berea, Aristarchus and Secundus of Thessalonica, Gaius of Derbe, Timothy, and Tychicus and Trophimus of Asia accompanied him. ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂປໂລ​ໄດ້​ມີ​ໂຊປາເຕ​ລູກຊາຍ​ຂອງ​ປີໂຣ​ຈາກ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ​ຈາກ​ເມືອງ​ເທສະໂລນິກ, ໄຄໂຢ​ຈາກ​ເມືອງ​ເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກ​ແຂວງ​ເອເຊຍ.
5 These went on ahead and were waiting for us at Troas. ຄົນ​ເຫລົ່ານີ້​ໄດ້​ເດີນທາງ​ໄປ​ລ່ວງໜ້າ​ກ່ອນ ແລະ ຄອຍຖ້າ​ພວກເຮົາ​ຢູ່​ທີ່​ເມືອງ​ໂທອາດ.
6 We sailed from Philippi after the days of Unleavened Bread, reaching them at Troas in five days and staying there seven days. ແຕ່​ຫລັງຈາກ​ຜ່ານ​ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ໄປ​ແລ້ວ, ພວກເຮົາ​ກໍ​ລົງເຮືອ​ຈາກ​ເມືອງ​ຟີລິບປອຍ ແລະ ອີກ​ຫ້າ​ວັນ​ກໍ​ມາ​ສົມທົບ​ກັບ​ພວກເຂົາ​ທີ່​ເມືອງ​ໂທອາດ, ພວກເຮົາ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເຈັດ​ວັນ.
7 On the first day of the week, when we gathered to break bread, Paul talked with them; planning to leave the next day, he kept talking until midnight. ໃນ​ວັນ​ຕົ້ນ​ອາທິດ ພວກເຮົາ​ໄດ້​ມາ​ປະຊຸມ​ກັນ​ເພື່ອ​ຫັກ​ເຂົ້າຈີ່. ໂປໂລ​ກ່າວ​ແກ່​ຄົນ​ທັງຫລາຍ ແລະ ເພາະ​ເພິ່ນ​ຕັ້ງໃຈ​ຈະ​ຈາກ​ໄປ​ໃນ​ວັນ​ຕໍ່​ໄປ​ຈຶ່ງ​ສືບຕໍ່​ເວົ້າ​ຈົນ​ເຖິງ​ທ່ຽງຄືນ.
8 There were many lamps in the upper room where we were gathered. ໃນ​ຫ້ອງ​ຊັ້ນເທິງ​ທີ່​ພວກເຮົາ​ປະຊຸມ​ກັນ​ນັ້ນ​ມີ​ຕະກຽງ​ຫລາຍ​ໜ່ວຍ.
9 A young man named Eutychus sat in the window, sinking into deep sleep as Paul kept talking. Overcome by sleep, he fell from the third story and was picked up dead. ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ຊື່​ຢູຕີໂຂ​ນັ່ງ​ຢູ່​ເທິງ​ຂອບ​ປ່ອງຢ້ຽມ, ຍິ່ງ​ໂປໂລ​ເວົ້າ​ດົນ​ລາວ​ກໍ​ຍິ່ງ​ເຫງົານອນ​ຫລາຍ​ຂຶ້ນ. ເມື່ອ​ລາວ​ນອນຫລັບສະໜິດ​ແລ້ວ​ລາວ​ຈຶ່ງ​ຕົກ​ຈາກ​ຊັ້ນ​ສາມ​ລົງ​ມາ​ຈົນ​ເຖິງ​ພື້ນດິນ ພໍ​ປະຄອງ​ຂຶ້ນ​ມາ​ກໍ​ພົບ​ວ່າ​ຕາຍ​ແລ້ວ.
10 Paul went down, bent over him, and embracing him said, "Don't be alarmed; his life is in him." ໂປໂລ​ໄດ້​ລົງ​ໄປ​ແລ້ວ​ກົ້ມ​ລົງ​ກອດ​ລາວ​ໄວ້ ແລະ ເວົ້າ​ວ່າ, “ບໍ່​ຕ້ອງ​ຕົກໃຈ ລາວ​ຍັງ​ມີ​ຊີວິດ​ຢູ່!”
11 He went back up, broke bread, ate, and talked with them a long time, until daybreak, then left. ຫລັງ​ຈາກ​ນັ້ນ ໂປໂລ​ກໍ​ກັບ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນເທິງ​ອີກ ແລ້ວ​ຫັກ​ເຂົ້າຈີ່ ແລະ ກິນ. ຫລັງຈາກ​ໄດ້​ສົນທະນາ​ກັນ​ຕໍ່​ຈົນ​ເຖິງ​ຮຸ່ງເຊົ້າ, ເພິ່ນ​ຈຶ່ງ​ຈາກ​ໄປ.
12 And they brought the young man home alive, and were greatly comforted. ຄົນ​ທັງຫລາຍ​ຈຶ່ງ​ພາ​ຊາຍໜຸ່ມ​ຄົນ​ທີ່​ຟື້ນ​ນັ້ນ​ກັບ​ເມືອ​ເຮືອນ ແລະ ຮູ້ສຶກ​ສະບາຍໃຈ​ຫລາຍ.
13 We went ahead by ship to Assos, planning to take Paul aboard; he had chosen to go by land. ພວກເຮົາ​ລົງ​ເຮືອ​ເດີນທາງ​ໄປ​ຍັງ​ເມືອງ​ອາໂຊ, ບ່ອນ​ທີ່​ພວກເຮົາ​ຈະ​ໄປ​ຮັບ​ໂປໂລ​ຕາມ​ທີ່​ໄດ້​ນັດ​ໄວ້ ເພາະ​ເພິ່ນ​ຈະ​ມາ​ອາໂຊ​ທາງບົກ.
14 And when he met us at Assos, we took him on board and came to Mitylene. ເມື່ອ​ເພິ່ນ​ໄດ້​ພົບ​ພວກເຮົາ​ທີ່​ເມືອງ​ອາໂຊ ພວກເຮົາ​ກໍ​ຮັບ​ເພິ່ນ​ລົງ​ເຮືອ ແລະ ເດີນທາງ​ຕໍ່​ໄປ​ຍັງ​ເມືອງ​ມີຕີເລເນ.
15 Sailing from there, we came opposite Chios the next day, put in at Samos the day after, and reached Miletus the following day. ມື້​ຕໍ່ມາ​ພວກເຮົາ​ກໍ​ລົງ​ເຮືອ​ອອກ​ຈາກ​ທີ່​ນັ້ນ ແລະ ໄດ້​ມາ​ເຖິງ​ເກາະ​ຂີໂອ. ມື້​ຕໍ່ມາ​ພວກເຮົາ​ກໍ​ມາ​ເຖິງ​ເກາະ​ຊາໂມ ແລະ ໃນ​ມື້​ຕໍ່ມາ​ອີກ​ກໍ​ມາ​ເຖິງ​ມີເລໂຕ.
16 Paul had decided to sail past Ephesus, avoiding time in Asia; he was hurrying to reach Jerusalem, if possible, by Pentecost. ໂປໂລ​ໄດ້​ຕັດສິນໃຈ​ຂີ່ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ​ຢູ່​ທີ່​ແຂວງ​ເອເຊຍ, ເພາະ​ຖ້າ​ເປັນ​ໄປ​ໄດ້​ເພິ່ນ​ຈະ​ຟ້າວ​ໄປ​ເຢຣູຊາເລັມ, ເພື່ອ​ໃຫ້​ທັນ​ວັນ​ເພັນເຕຄໍສະເຕ.
17 From Miletus he sent to Ephesus and called the elders of the church to come to him. ຈາກ​ເມືອງ​ມີເລໂຕ, ໂປໂລ​ໃຊ້​ຄົນ​ໄປ​ເຊີນ​ບັນດາ​ຜູ້ປົກຄອງ​ຄຣິສຕະຈັກ​ເອເຟໂຊ​ມາ.
18 When they came, he said, "You know how I lived among you the whole time, from the first day I set foot in Asia, ເມື່ອ​ພວກເຂົາ​ມາ​ເຖິງ​ແລ້ວ, ເພິ່ນ​ກໍ​ກ່າວ​ກັບ​ຄົນ​ເຫລົ່ານັ້ນ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ຂ້າພະເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງໃດ​ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ​ຕັ້ງແຕ່​ມື້​ທຳອິດ​ທີ່​ຂ້າພະເຈົ້າ​ໄດ້​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ.
19 serving our Lord Jesus with complete humility, tears, and trials brought on by the Jews' plots against me, ຂ້າພະເຈົ້າ​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ​ຫລາຍ ແລະ ດ້ວຍ​ນ້ຳຕາ ແລະ ເຖິງ​ວ່າ​ຖືກ​ທົດລອງ​ຢ່າງ​ໜັກ​ຈາກ​ແຜນ​ຮ້າຍ​ຂອງ​ພວກ​ຢິວ​ທີ່​ເປັນ​ຄູ່​ຕໍ່ສູ້​ຂອງ​ຂ້າພະເຈົ້າ.
20 how I held nothing back that would help you, but declared it and taught you publicly and house to house, ທ່ານ​ທັງຫລາຍ​ຮູ້​ແລ້ວ​ວ່າ​ຂ້າພະເຈົ້າ​ບໍ່​ໄດ້​ລໍຊ້າ​ທີ່​ຈະ​ເທດສະໜາ​ສິ່ງໃດ​ທີ່​ເປັນ​ປະໂຫຍດ​ກັບ​ພວກທ່ານ​ເລີຍ ແຕ່​ໄດ້​ສັ່ງສອນ​ທັງ​ໃນ​ບ່ອນ​ສາທາລະນະ ແລະ ຕາມ​ບ້ານ​ເຮືອນ​ຕ່າງໆ.
21 testifying to both Jews and Greeks: repentance toward our Father and faith in our Lord Jesus. ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.
22 Now bound by the Spirit, I'm heading to Jerusalem, not knowing what awaits me there, “ແລະ ບັດນີ້ ພຣະວິນຍານ​ໄດ້​ບັງຄັບ​ໃຫ້​ຂ້າພະເຈົ້າ​ໄປ​ເຢຣູຊາເລັມ, ບໍ່ຮູ້​ວ່າ​ຈະ​ເກີດ​ອັນໃດ​ຂຶ້ນ​ກັບ​ຂ້າພະເຈົ້າ​ໃນ​ທີ່​ນັ້ນ,
23 except the Holy Spirit tells me in every city that chains and sufferings await me. ຮູ້​ພຽງ​ແຕ່ວ່າ​ໃນ​ທຸກ​ເມືອງ​ທີ່​ໄປ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ເຕືອນ​ຂ້າພະເຈົ້າ​ວ່າ​ຄຸກ ແລະ ຄວາມທຸກຍາກລຳບາກ​ກຳລັງ​ຄອຍຖ້າ​ຂ້າພະເຈົ້າ​ຢູ່.
24 But I place no value on my life, nor treasure it for myself, only that I finish my course and the ministry I received from our Lord Jesus, testifying to the gospel of our Father's grace. ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.
25 And now I know none of you among whom I went preaching the kingdom of our Father will see my face again. “ບັດນີ້ ຂ້າພະເຈົ້າ​ຮູ້​ວ່າ​ບໍ່​ມີ​ຈັກ​ຄົນ​ໃນ​ພວກທ່ານ​ທີ່​ຂ້າພະເຈົ້າ​ໄດ້​ທຽວ​ໄປ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ຟັງ​ນັ້ນ​ຈະ​ໄດ້​ເຫັນ​ຂ້າພະເຈົ້າ​ອີກ.
26 Therefore I testify to you this day that I am innocent of the blood of all, ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍ​ປະກາດ​ແກ່​ພວກທ່ານ​ໃນ​ວັນ​ນີ້​ວ່າ ຂ້າພະເຈົ້າ​ພົ້ນ​ຈາກ​ຄວາມ​ຮັບຜິດຊອບ​ຕໍ່​ຄວາມຕາຍ​ຂອງ​ທຸກຄົນ.
27 for I did not shrink from declaring to you the whole purpose of our Father. ເພາະ​ຂ້າພະເຈົ້າ​ບໍ່​ໄດ້​ລໍຊ້າ​ທີ່​ຈະ​ປະກາດ​ໃຫ້​ພວກທ່ານ​ທັງຫລາຍ​ຮູ້​ຄວາມ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ.
28 Watch yourselves and all the flock the Holy Spirit made you overseers of, to shepherd our Father's church, which he purchased with the blood of his own Son. ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.
29 I know that after my departure fierce wolves will come in among you, not sparing the flock. ຂ້າພະເຈົ້າ​ຮູ້​ວ່າ​ເມື່ອ​ຂ້າພະເຈົ້າ​ຈາກ​ໄປ​ແລ້ວ ຈະ​ມີ​ພວກ​ໝາໄນ​ຮ້າຍກາດ​ຈະ​ເຂົ້າ​ມາ​ໃນ​ພວກທ່ານ ແລະ ຈະ​ບໍ່​ລະເວັ້ນ​ຊີວິດ​ຂອງ​ຝູງ​ແກະ​ເລີຍ.
30 Men from among you will rise, speaking distorted things, to draw the disciples away after them. ແມ່ນແຕ່​ໃນ​ທ່າມກາງ​ພວກທ່ານ​ເອງ​ກໍ​ຈະ​ມີ​ຄົນ​ລຸກຂຶ້ນ​ມາ​ເວົ້າ​ບິດເບືອນ​ຄວາມ​ຈິງ ເພື່ອ​ຈະ​ດຶງ​ພວກສາວົກ​ໄປ​ຕິດຕາມ​ພວກເຂົາ.
31 So watch, remembering that for three years, night and day, I never stopped warning each one of you with tears. ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຈື່ຈຳ​ໄວ້​ວ່າ​ທັງ​ກາງຄືນ ແລະ ກາງເວັນ​ຕະຫລອດ​ສາມ​ປີ ຂ້າພະເຈົ້າ​ບໍ່​ເຄີຍ​ຢຸດ​ໃນ​ການ​ເຕືອນ​ພວກທ່ານ​ທຸກຄົນ​ດ້ວຍ​ນ້ຳຕາ.
32 Now I entrust you to our Father and to the word of his grace, able to build you up and give you the inheritance among all who are made holy. “ບັດນີ້ ຂ້າພະເຈົ້າ​ຂໍ​ມອບ​ພວກທ່ານ​ທັງຫລາຍ​ໄວ້​ກັບ​ພຣະເຈົ້າ ແລະ ໄວ້​ກັບ​ພຣະຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ເຊິ່ງ​ສາມາດ​ເສີມ​ສ້າງ​ພວກທ່ານ ແລະ ໃຫ້​ພວກທ່ານ​ມີ​ມໍລະດົກ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ.
33 I coveted no one's silver or gold or clothing. ຂ້າພະເຈົ້າ​ບໍ່ໄດ້​ໂລບ​ເອົາ​ເງິນ ຫລື ຄຳ ຫລື ເຄື່ອງນຸ່ງ​ຂອງ​ຜູ້ໃດ.
34 You yourselves know that these hands provided for my needs and for those who were with me. ພວກທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ດ້ວຍ​ສອງ​ມື​ຂອງ​ຂ້າພະເຈົ້າ​ນີ້​ໄດ້​ຫາ​ລ້ຽງ​ຕົນ​ເອງ ແລະ ເພື່ອນຮ່ວມງານ​ຂອງ​ຂ້າພະເຈົ້າ.
35 In everything I showed you that, working hard this way, we must help the weak, remembering the words of our Lord Jesus, that he himself said, It is more blessed to give than to receive." ທຸກສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ ຂ້າພະເຈົ້າ​ກໍ​ສະແດງ​ໃຫ້​ພວກທ່ານ​ເຫັນ​ແລ້ວ​ວ່າ​ພວກເຮົາ​ຕ້ອງ​ຊ່ວຍ​ຄົນ​ທີ່​ອ່ອນແອ ດ້ວຍ​ການ​ເຮັດ​ວຽກ​ໜັກ, ຈົ່ງ​ຈື່ຈຳ​ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເອງ​ໄດ້​ກ່າວ​ໄວ້​ໃຫ້​ດີ​ວ່າ: ‘ການ​ໃຫ້​ເປັນ​ເຫດ​ໃຫ້​ມີ​ຄວາມສຸກ​ຫລາຍ​ກວ່າ​ການ​ຮັບ’ ”.
36 And when he had said these things, he knelt down with them all and prayed. ເມື່ອ​ກ່າວ​ຈົບ​ແລ້ວ​ໂປໂລ​ກໍ​ຄຸເຂົ່າ​ລົງ​ອະທິຖານ​ຮ່ວມ​ກັບ​ພວກເຂົາ.
37 They all wept; they embraced Paul and kissed him, ພວກເຂົາ​ທັງໝົດ​ຮ້ອງໄຫ້​ຂະນະ​ທີ່​ໂອບ​ກອດ ແລະ ຈູບ​ລາ​ໂປໂລ.
38 grieving most over his words—that they'd never see his face again—they walked him to the ship. ສິ່ງ​ທີ່​ເຮັດ​ໃຫ້​ພວກເຂົາ​ໂສກເສົ້າ​ທີ່ສຸດ​ຄື​ເມື່ອ​ໂປໂລ​ເວົ້າ​ວ່າ​ພວກເຂົາ​ຈະ​ບໍ່​ໄດ້​ເຫັນ​ໜ້າ​ຂອງ​ເພິ່ນ​ອີກ, ຫລັງຈາກນັ້ນ​ພວກເຂົາ​ກໍ​ພາກັນ​ໄປ​ສົ່ງ​ໂປໂລ​ທີ່​ເຮືອ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]