Skip to content
The Believer's Library

Biblica® Open Lao Contemporary Version

Acts 21 OLCV

Show OLCV only
Verse × ×
1 Having torn ourselves away from them, we set sail and went straight to Cos, then the next day to Rhodes, then from there to Patara. ເມື່ອ​ພວກເຮົາ​ແຍກ​ຈາກ​ຄົນ​ເຫລົ່ານັ້ນ​ແລ້ວ, ພວກເຮົາ​ກໍ​ອອກ​ສູ່​ທະເລ ແລະ ຂີ່ເຮືອ​ກົງ​ໄປ​ທີ່​ເກາະ​ໂກດ. ໃນ​ວັນ​ຕໍ່ມາ​ກໍ​ມາ​ເຖິງ​ເກາະ​ໂຣໂດ ແລະ ຈາກ​ທີ່​ນັ້ນ​ມາ​ເຖິງ​ເມືອງ​ປາຕາຣາ.
2 Finding a ship crossing over to Phoenicia, we went aboard and set sail. ພວກເຮົາ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ​ກຳລັງ​ຂ້າມ​ໄປ​ຍັງ​ເມືອງ​ໂຟນີເຊຍ, ຈຶ່ງ​ລົງ​ເຮືອ​ລຳ​ນັ້ນ ແລະ ເດີນທາງ​ຕໍ່ໄປ.
3 Sighting Cyprus and leaving it on our left, we sailed to Syria and landed at Tyre, where the ship was to unload its cargo. ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ ແລະ ລ່ອງ​ເຮືອ​ຜ່ານ​ທາງ​ໃຕ້​ຂອງ​ເກາະ​ລົງ​ມາ​ເຖິງ​ແຂວງ​ຊີເຣຍ. ພວກເຮົາ​ກໍ​ຈອດ​ທີ່​ທ່າ​ເມືອງ​ຕີເຣ​ບ່ອນ​ທີ່​ຂົນ​ສິນຄ້າ​ລົງ.
4 We found the disciples there and stayed seven days. Through the Holy Spirit they kept telling Paul not to set foot in Jerusalem. ພວກເຮົາ​ໄດ້​ພົບ​ພວກສາວົກ​ຢູ່​ທີ່​ນັ້ນ ແລະ ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ມື້. ພວກເຂົາ​ຂໍຮ້ອງ​ໂປໂລ​ໂດຍ​ການ​ນຳພາ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ວ່າ​ບໍ່​ໃຫ້​ເພິ່ນ​ໄປ​ເຢຣູຊາເລັມ.
5 When our time there was up, we left and went on, all of them with wives and children walking with us out of the city. We knelt on the beach and prayed, ແຕ່​ເມື່ອ​ເຖິງ​ເວລາ​ແລ້ວ​ພວກເຮົາ​ກໍ​ໄດ້​ກ່າວ​ອຳລາ ແລະ ອອກ​ເດີນທາງ​ຕໍ່ໄປ. ພວກສາວົກ​ທັງໝົດ​ຕະຫລອດ​ຈົນ​ເມຍ​ກັບ​ບັນດາ​ລູກ​ຂອງ​ພວກເຂົາ​ກໍ​ໄດ້​ມາ​ສົ່ງ​ພວກເຮົາ​ອອກ​ຈາກ​ເມືອງ ແລະ ພວກເຮົາ​ກໍ​ຄຸເຂົ່າ​ລົງ​ອະທິຖານ​ຢູ່​ທີ່​ຫາດຊາຍ.
6 and said farewell to one another. Then we went aboard the ship, and they returned home. ຫລັງຈາກ​ກ່າວ​ອຳລາ​ກັນ​ແລ້ວ, ພວກເຮົາ​ກໍ​ລົງ​ເຮືອ, ສ່ວນ​ພວກເຂົາ​ກໍ​ພາກັນ​ກັບ​ບ້ານ.
7 Finishing our voyage from Tyre, we arrived at Ptolemais, greeted the brothers, and stayed one day with them. ພວກເຮົາ​ໄດ້​ສືບຕໍ່​ເດີນທາງ​ຈາກ​ເມືອງ​ຕີເຣ​ມາ​ຂຶ້ນ​ຝັ່ງ​ທີ່​ເມືອງ​ປະໂຕເລມາຍ, ຢູ່​ທີ່​ນັ້ນ ພວກເຮົາ​ໄດ້​ໄປ​ທັກທາຍ​ພວກ​ພີ່ນ້ອງ ແລະ ພັກ​ຢູ່​ກັບ​ພວກເຂົາ​ມື້​ໜຶ່ງ.
8 The next day we left for Caesarea and entered the house of Philip the evangelist, one of the seven, and stayed with him. ມື້​ຕໍ່ມາ​ພວກເຮົາ​ກໍ​ອອກ​ຈາກ​ທີ່​ນັ້ນ, ພວກເຮົາ​ມາ​ເຖິງ​ເມືອງ​ກາຍຊາເຣຍ ແລະ ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ, ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ກຸ່ມ​ເຈັດ​ຄົນ​ນັ້ນ.
9 He had four unmarried daughters who prophesied. ຟີລິບ​ມີ​ລູກສາວ​ສີ່​ຄົນ​ຍັງ​ບໍ່​ໄດ້​ແຕ່ງງານ ແລະ ຕ່າງ​ກໍ​ເປັນ​ຜູ້​ທີ່​ທຳນວາຍ.
10 While we were staying there for many days, a prophet named Agabus came down from Judea. ຫລັງຈາກ​ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ໄດ້​ຫລາຍວັນ​ແລ້ວ, ກໍ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ອາຄະໂບ​ມາ​ຈາກ​ແຂວງ​ຢູດາຍ.
11 He came to us, took Paul's belt, tied his own feet and hands, and said, "The Holy Spirit says this: the Jews in Jerusalem will tie up this belt's owner the same way, then hand him over into Gentile hands." ເຂົ້າ​ມາ​ຫາ​ພວກເຮົາ, ລາວ​ເອົາ​ສາຍແອວ​ຂອງ​ໂປໂລ​ມັດ​ມື​ມັດ​ຕີນ​ຂອງ​ຕົນ​ເອງ ແລະ ເວົ້າ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, ‘ຊາວຢິວ​ໃນ​ເຢຣູຊາເລັມ​ຈະ​ມັດ​ເຈົ້າຂອງ​ສາຍ​ຮັດ​ແອວ​ນີ້​ຢ່າງນີ້​ແຫລະ ແລະ ຈະ​ມອບ​ລາວ​ໃຫ້​ຄົນຕ່າງຊາດ’ ”.
12 When we heard this, we and the local people begged Paul not to go up to Jerusalem. ເມື່ອ​ພວກເຮົາ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຮົາ​ກັບ​ຄົນ​ອື່ນ​ທີ່​ຢູ່​ທີ່​ນັ້ນ​ຈຶ່ງ​ຮ້ອງຂໍ​ໂປໂລ​ບໍ່​ໃຫ້​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ.
13 Paul answered, "Why weep and break my heart? I'm ready not only to be bound but to die in Jerusalem for the name of the Lord Jesus." ແລ້ວ​ໂປໂລ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ ເຮັດ​ໃຫ້​ເຮົາ​ເສຍ​ໃຈ​ຢ່າງ​ນີ້? ເຮົາ​ຕຽມພ້ອມ​ບໍ່​ແມ່ນ​ແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ເທົ່ານັ້ນ, ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ເຢຣູຊາເລັມ​ດ້ວຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.
14 And since he would not be persuaded, we fell silent and said, "The Lord's will be done." ເມື່ອ​ພວກເຮົາ​ບໍ່​ສາມາດ​ຊັກຊວນ​ໃຫ້​ເພິ່ນ​ປ່ຽນໃຈ​ແລ້ວ, ພວກເຮົາ​ຈຶ່ງ​ຢຸດ​ຂໍຮ້ອງ​ເພິ່ນ ແລະ ເວົ້າວ່າ, “ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ”.
15 After these days we got ready and went up to Jerusalem. ຫລັງຈາກນັ້ນ ພວກເຮົາ​ກໍ​ເລີ່ມ​ອອກ​ເດີນທາງ​ຂຶ້ນ​ໄປ​ເຢຣູຊາເລັມ.
16 Some disciples from Caesarea also went with us, bringing us to stay with Mnason, a Cypriot and early disciple. ມີ​ສາວົກ​ບາງຄົນ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ໄປ​ກັບ​ພວກເຮົາ​ດ້ວຍ ແລະ ນຳພາ​ພວກເຮົາ​ມາ​ເຮືອນ​ຂອງ​ມານະໂຊນ, ບ່ອນ​ທີ່​ພວກເຮົາ​ຈະ​ພັກ​ຢູ່​ທີ່​ນັ້ນ. ມານະໂຊນ​ມາ​ຈາກ​ເກາະ​ໄຊປຣັດ ແລະ ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ສາວົກ​ລຸ້ນ​ທຳອິດ.
17 When we arrived in Jerusalem, the brothers welcomed us gladly. ເມື່ອ​ພວກເຮົາ​ມາ​ເຖິງ​ເຢຣູຊາເລັມ​ແລ້ວ, ພວກ​ພີ່ນ້ອງ​ກໍ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ອົບອຸ່ນ.
18 On the following day Paul went with us to see James, and all the elders were present. ໃນ​ມື້​ຕໍ່ມາ ໂປໂລ​ກັບ​ພວກເຮົາ​ໄປ​ພົບ​ຢາໂກໂບ ແລະ ຜູ້ອາວຸໂສ​ທັງໝົດ​ກໍ​ຢູ່​ທີ່​ນັ້ນ.
19 He greeted them, then related one by one what our Father had done among the Gentiles through his ministry. ໂປໂລ​ໄດ້​ທັກທາຍ​ພວກເຂົາ ແລະ ລາຍງານ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ທ່າມກາງ​ຄົນຕ່າງຊາດ ຜ່ານທາງ​ພັນທະກິດ​ຂອງ​ຕົນ​ຢ່າງ​ລະອຽດ.
20 Hearing this, they praised our Father, then told him, "You see, brother, how many thousands of Jews have believed, and all are passionate for the law. ເມື່ອ​ພວກເຂົາ​ໄດ້​ຍິນ​ແລ້ວ, ພວກເຂົາ​ກໍ​ສັນລະເສີນ​ພຣະເຈົ້າ. ແລ້ວ​ພວກເຂົາ​ກໍ​ເວົ້າ​ກັບ​ໂປໂລ​ວ່າ: “ອ້າຍ​ເອີຍ, ທ່ານ​ກໍ​ເຫັນ​ຊາວຢິວ​ຈຳນວນ​ຫລາຍ​ພັນ​ຄົນ​ໄດ້​ເຊື່ອ ແລະ ພວກເຂົາ​ທັງໝົດ​ລ້ວນ​ແຕ່​ເຄັ່ງຄັດ​ໃນ​ກົດບັນຍັດ.
21 They were told you teach all Jews among the nations to abandon Moses, telling them not to circumcise their children or follow our customs. ພວກເຂົາ​ໄດ້​ຍິນ​ຂ່າວ​ວ່າ​ທ່ານ​ສັ່ງສອນ​ບັນດາ​ຊາວຢິວ​ທີ່​ຢູ່​ທ່າມກາງ​ຄົນຕ່າງຊາດ​ໃຫ້​ຫັນໜີ​ຈາກ​ໂມເຊ, ໂດຍ​ບອກ​ພວກເຂົາ​ວ່າ​ບໍ່​ຕ້ອງ​ໃຫ້​ລູກຫລານ​ຮັບພິທີຕັດ ຫລື ດຳເນີນຊີວິດ​ຕາມ​ທຳນຽມ​ຂອງ​ພວກເຮົາ.
22 So what should we do? They will certainly hear that you have come. ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ? ພວກເຂົາ​ຄົງ​ໄດ້​ຍິນ​ວ່າ​ທ່ານ​ມາ​ທີ່​ນີ້​ແລ້ວ​ຢ່າງ​ແນ່ນອນ.
23 So do what we tell you. We have four men who are under a vow. ດັ່ງນັ້ນ ຈົ່ງ​ເຮັດ​ຕາມ​ທີ່​ພວກເຮົາ​ບອກ​ທ່ານ. ມີ​ຊາຍ​ສີ່​ຄົນ​ທີ່​ຢູ່​ກັບ​ພວກເຮົາ​ທີ່​ສາບານ​ຕົວ​ໄວ້.
24 Take these men, purify yourself with them, and pay their expenses so they may shave their heads. Then everyone will know the reports about you are false, and that you yourself keep the law. ຈົ່ງ​ພາ​ຄົນ​ເຫລົ່ານີ້​ໄປ, ຮ່ວມ​ພິທີ​ຊຳລະ​ຕົວ​ຂອງ​ພວກເຂົາ ແລະ ຈ່າຍ​ຄ່າ​ທຳນຽມ​ໃຫ້​ພວກເຂົາ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ແຖ​ຫົວ. ແລ້ວ​ທຸກຄົນ​ຈະ​ໄດ້​ຮູ້​ວ່າ​ສິ່ງ​ທີ່​ພວກເຂົາ​ໄດ້​ຍິນ​ມາ​ກ່ຽວກັບ​ທ່ານ​ນັ້ນ​ບໍ່​ເປັນ​ຄວາມຈິງ, ແຕ່​ທ່ານ​ເອງ​ໄດ້​ດຳເນີນຊີວິດ​ດ້ວຍ​ການ​ເຊື່ອຟັງ​ກົດບັນຍັດ.
25 As for the Gentiles who have believed, we already wrote our decision: avoid food offered to idols, blood, strangled animals, and sexual immorality." ສຳລັບ​ຄົນຕ່າງຊາດ​ທີ່​ຮັບ​ເຊື່ອ​ແລ້ວ, ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ແຈ້ງ​ໃຫ້​ພວກເຂົາ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ຕົກລົງ​ກັນ​ວ່າ​ໃຫ້​ພວກເຂົາ​ລະເວັ້ນ​ຈາກ​ການ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ຮູບເຄົາລົບ, ລະເວັ້ນ​ຈາກ​ການກິນ​ເລືອດ, ລະເວັ້ນ​ຈາກ​ການກິນ​ຊີ້ນສັດ​ທີ່​ຖືກ​ຮັດຄໍ​ຕາຍ ແລະ ລະເວັ້ນ​ຈາກ​ການ​ຜິດສິນທຳທາງເພດ”.
26 So Paul took the men, and the next day, having purified himself with them, entered the temple, announcing when the purification days would end and the offering would be made for each of them. ມື້​ຕໍ່ມາ ໂປໂລ​ຈຶ່ງ​ໄດ້​ພາ​ສີ່​ຄົນ​ນັ້ນ​ໄປ ແລະ ຊຳລະ​ຕົວ​ເພິ່ນ​ເອງ​ຮ່ວມ​ກັບ​ພວກເຂົາ. ແລ້ວ​ເພິ່ນ​ກໍ​ເຂົ້າ​ໄປ​ໃນ​ວິຫານ​ເພື່ອ​ປະກາດ​ວັນ​ຄົບ​ກຳນົດ​ການ​ຊຳລະ​ຕົວ​ຈະ​ສິ້ນສຸດ​ລົງ ແລະ ການ​ຖວາຍ​ເຄື່ອງບູຊາ​ສຳລັບ​ພວກເຂົາ​ແຕ່ລະຄົນ.
27 As the seven days were ending, Jews from Asia saw him in the temple, stirred up the whole crowd, and grabbed him, ເມື່ອ​ໃກ້​ຄົບ​ເຈັດ​ວັນ ຊາວຢິວ​ບາງຄົນ​ທີ່​ມາ​ຈາກ​ແຂວງ​ເອເຊຍ​ເຫັນ​ໂປໂລ​ທີ່​ວິຫານ. ພວກເຂົາ​ຈຶ່ງ​ປຸກລະດົມ​ປະຊາຊົນ​ທັງໝົດ​ໃຫ້​ຈັບ​ໂປໂລ,
28 shouting, "Men of Israel, help! This is the man teaching everyone everywhere against our people, the law, and this place. He's even brought Greeks into the temple, making this holy place unclean." ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ປະຊາຊົນ​ອິດສະຣາເອນ, ຊ່ວຍ​ພວກເຮົາ​ແດ່! ຄົນ​ນີ້​ແຫລະ​ທີ່​ເປັນ​ຜູ້​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ທຸກບ່ອນ​ໃຫ້​ຕໍ່ຕ້ານ​ຊົນຊາດ​ຂອງ​ພວກເຮົາ, ໃຫ້​ຕໍ່ຕ້ານ​ກົດບັນຍັດ​ຂອງ​ເຮົາ ແລະ ສະຖານທີ່​ແຫ່ງ​ນີ້. ຫລາຍ​ກວ່າ​ນັ້ນ​ອີກ ລາວ​ໄດ້​ພາ​ຄົນກຣີກ​ເຂົ້າ​ມາ​ໃນ​ບໍລິເວນ​ວິຫານ ແລະ ເຮັດ​ໃຫ້​ສະຖານທີ່​ສັກສິດ​ນີ້​ເປັນ​ມົນທິນ”.
29 They had earlier seen Trophimus the Ephesian with Paul in the city and assumed Paul had brought Trophimus into the temple. (ກ່ອນ​ໜ້າ​ນີ້​ພວກເຂົາ​ເຫັນ​ໂທຟີໂມ ຊາວ​ເອເຟໂຊ​ຢູ່​ກັບ​ໂປໂລ​ໃນ​ເມືອງ​ຈຶ່ງ​ຄິດ​ວ່າ​ໂປໂລ​ໄດ້​ພາ​ລາວ​ເຂົ້າ​ໄປ​ໃນ​ບໍລິເວນ​ວິຫານ.)
30 The whole city was stirred; people ran together, seized Paul, dragged him out of the temple, and at once the gates were shut. ຄົນ​ທົ່ວ​ເມືອງ​ກໍ​ແຕກຕື່ນ ແລະ ຄົນ​ແລ່ນ​ມາ​ຈາກ​ທຸກ​ທິດ. ຈັບ​ໂປໂລ, ພວກເຂົາ​ໄດ້​ລາກ​ໂຕ​ເພິ່ນ​ອອກ​ຈາກ​ວິຫານ​ແລ້ວ​ອັດ​ປະຕູ​ທັນທີ.
31 As they tried to kill him, word reached the cohort commander that all Jerusalem was in turmoil. ຂະນະ​ທີ່​ພວກເຂົາ​ກຳລັງ​ຫາ​ທາງ​ຈະ​ຂ້າ​ໂປໂລ​ຢູ່​ນັ້ນ, ຂ່າວ​ກໍ​ໄປ​ເຖິງ​ນາຍພັນ​ກອງທັບ​ທະຫານ​ໂຣມ​ວ່າ​ທົ່ວ​ເຢຣູຊາເລັມ​ເກີດ​ຄວາມ​ວຸ້ນວາຍ.
32 He immediately took soldiers and centurions and ran down to them. Seeing the commander and soldiers, the crowd stopped beating Paul. ລາວ​ຈຶ່ງ​ໄດ້​ນຳ​ເຈົ້າໜ້າທີ່​ກັບ​ທະຫານ​ແລ່ນ​ອອກ​ໄປ​ຫາ​ປະຊາຊົນ​ທັນທີ. ເມື່ອ​ພວກ​ກໍ່​ຄວາມ​ວຸ້ນວາຍ​ເຫັນ​ນາຍພັນ​ກັບ​ທະຫານ​ມາ​ກໍ​ຢຸດ​ທຸບຕີ​ໂປໂລ.
33 The commander came, seized him, ordered him bound with two chains, then asked who he was and what he'd done. ດັ່ງນັ້ນ ນາຍພັນ​ຈຶ່ງ​ເຂົ້າ​ໄປ​ຫາ ແລະ ຈັບ​ເພິ່ນ ແລ້ວ​ສັ່ງ​ໃຫ້​ເອົາ​ໂສ້​ສອງ​ເສັ້ນ​ລ່າມ​ເພິ່ນ​ໄວ້​ແລ້ວ​ຖາມ​ວ່າ​ເພິ່ນ​ເປັນ​ຜູ້ໃດ ແລະ ເພິ່ນ​ໄດ້​ເຮັດ​ຫຍັງ.
34 In the crowd some shouted one thing, some another. Unable to learn what was true because of the uproar, he ordered Paul brought into the barracks. ບາງຄົນ​ໃນ​ພວກປະຊາຊົນ​ຮ້ອງ​ບອກ​ວ່າ​ຢ່າງ​ນີ້ ບາງຄົນ​ຮ້ອງ​ບອກ​ວ່າ​ຢ່າງ​ນັ້ນ ເມື່ອ​ນາຍພັນ​ບໍ່​ສາມາດ​ຈັບ​ຄວາມ​ຈິງ​ໄດ້ ຈຶ່ງ​ສັ່ງ​ໃຫ້​ນຳ​ຕົວ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ.
35 When Paul reached the steps, soldiers had to carry him because of the crowd's violence, ເມື່ອ​ໂປໂລ​ມາ​ຮອດ​ຂັ້ນໄດ ຝູງຊົນ​ມີ​ຄວາມ​ຮຸນແຮງ​ຫລາຍ​ຈົນ​ພວກ​ທະຫານ​ຈຳເປັນ​ຕ້ອງ​ຫາມ​ໂປໂລ​ໄປ.
36 for the mob kept following, shouting, "Away with him!" ສ່ວນ​ປະຊາຊົນ​ທີ່​ຕິດຕາມ​ໄປ​ນັ້ນ​ກໍ​ຍັງ​ສືບຕໍ່​ຮ້ອງ​ວ່າ, “ຈົ່ງ​ເອົາ​ມັນ​ໄປ​ຂ້າ!”
37 As Paul was about to be led into the barracks, he asked the commander, "May I say something to you?" He replied, "Do you know Greek?" ຂະນະ​ທີ່​ພວກ​ທະຫານ​ກຳລັງ​ຈະ​ນຳ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ, ເພິ່ນ​ໄດ້​ຖາມ​ນາຍພັນ​ວ່າ, “ຂ້ານ້ອຍ​ຂໍ​ເວົ້າ​ບາງ​ສິ່ງ​ກັບ​ທ່ານ​ແດ່​ໄດ້​ບໍ່?” ນາຍພັນ​ຖາມ​ວ່າ, “ເຈົ້າ​ເວົ້າ​ພາສາ​ກຣີກ​ໄດ້​ບໍ່?
38 Aren't you the Egyptian who stirred up a revolt earlier and led 4,000 Assassins into the wilderness? ຖ້າ​ດັ່ງນັ້ນ ເຈົ້າ​ກໍ​ບໍ່​ແມ່ນ​ຄົນເອຢິບ​ຄົນ​ນັ້ນ​ທີ່​ກ່ອນ​ໜ້າ​ນີ້​ໄດ້​ກໍ່​ກະບົດ ແລະ ນຳ​ຜູ້​ກໍ່​ການ​ຮ້າຍ​ສີ່ພັນ​ຄົນ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ​ບໍ?”
39 Paul answered, "I am a Jew, from Tarsus in Cilicia, a citizen of no insignificant city. I beg you, let me speak to the people." ໂປໂລ​ຕອບວ່າ, “ຂ້ານ້ອຍ​ເປັນ​ຄົນຢິວ​ຈາກ​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ ເປັນ​ພົນລະເມືອງ​ຈາກ​ເມືອງ​ທີ່​ສຳຄັນ. ຂໍ​ທ່ານ​ອະນຸຍາດ​ໃຫ້​ຂ້ານ້ອຍ​ກ່າວ​ແກ່​ປະຊາຊົນ​ດ້ວຍ”.
40 With permission granted, Paul stood on the steps and motioned to the people with his hand. When deep silence fell, he spoke to them in Hebrew: ເມື່ອ​ນາຍພັນ​ອະນຸຍາດ​ແລ້ວ ໂປໂລ​ຈຶ່ງ​ຢືນ​ຢູ່​ທີ່​ຂັ້ນໄດ ແລະ ໂບກມື ໃຫ້​ປະຊາຊົນ​ງຽບ​ລົງ. ເມື່ອ​ຄົນ​ທັງຫລາຍ​ງຽບ​ລົງ​ແລ້ວ ໂປໂລ​ຈຶ່ງ​ກ່າວ​ເປັນ​ພາສາ​ອາຣາມິກ​ວ່າ:
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]