Skip to content
The Believer's Library

Biblica® Open Lao Contemporary Version

Acts 22 OLCV

Show OLCV only
Verse × ×
1 "Brothers and fathers, listen now to my defense before you." “ອ້າຍ ແລະ ພໍ່​ທັງຫລາຍ​ເອີຍ, ບັດນີ້​ຂໍ​ໃຫ້​ຟັງ​ຄຳ​ໃຫ້​ການ​ຂອງ​ຂ້າພະເຈົ້າ​ດ້ວຍ”.
2 When they heard him speaking to them in Hebrew, they grew even more quiet. And he said: ເມື່ອ​ປະຊາຊົນ​ໄດ້​ຍິນ​ເພິ່ນ​ກ່າວ​ເປັນ​ພາສາ​ອາຣາມິກ, ພວກເຂົາ​ກໍ​ງຽບ​ລົງ​ກວ່າ​ເກົ່າ. ແລ້ວ​ໂປໂລ​ຈຶ່ງ​ກ່າວ​ວ່າ:
3 "I am a Jew, born in Tarsus of Cilicia, raised in this city, trained at Gamaliel's feet in the strict law of our ancestors, as eager for God as all of you are today. “ຂ້າພະເຈົ້າ​ເປັນ​ຄົນຢິວ ເກີດ​ທີ່​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ແຕ່​ເຕີບໃຫຍ່​ຂຶ້ນ​ຢູ່​ໃນ​ເມືອງ​ນີ້. ຂ້າພະເຈົ້າ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ໄດ້​ຮັບ​ການ​ອົບຮົມ​ຢ່າງ​ຄົບຖ້ວນ​ໃນ​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ. ຂ້າພະເຈົ້າ​ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພຣະເຈົ້າ​ເໝືອນດັ່ງ​ທ່ານ​ທັງຫລາຍ​ໃນ​ວັນ​ນີ້.
4 I persecuted this Way to the death, binding and delivering to prison both men and women, ຂ້າພະເຈົ້າ​ໄດ້​ຂົ່ມເຫັງ​ບັນດາ​ຜູ້​ຕິດຕາມ ‘ທາງນັ້ນ’ ຈົນ​ພວກເຂົາ​ເສຍ​ຊີວິດ, ໄດ້​ຈັບກຸມ​ທັງ​ຜູ້ຊາຍ ແລະ ແມ່ຍິງ ແລ້ວ​ໂຍນ​ພວກເຂົາ​ເຂົ້າ​ຄຸກ,
5 as the high priest and the whole council of elders can testify. From them I received letters to the brothers in Damascus, and went to bring those there as prisoners to Jerusalem for punishment." ມະຫາ​ປະໂລຫິດ ແລະ ສະມາຊິກ​ສະພາ​ທຸກຄົນ​ສາມາດ​ເປັນພະຍານ​ໄດ້. ຂ້າພະເຈົ້າ​ກໍ​ໄດ້​ຮັບ​ຈົດໝາຍ​ຈາກ​ພວກເພິ່ນ​ໄປ​ເຖິງ​ພວກພີ່ນ້ອງ​ຂອງ​ພວກເຂົາ​ໃນ​ເມືອງ​ດາມັສກັດ, ແລ້ວ​ເດີນທາງ​ໄປ​ທີ່​ນັ້ນ​ເພື່ອ​ຈັບ​ຄົນ​ເຫລົ່ານີ້​ໄປ​ເປັນ​ນັກໂທດ ແລະ ນຳ​ໄປ​ເຢຣູຊາເລັມ​ເພື່ອ​ລົງໂທດ.
6 "Traveling and nearing Damascus about noon, a great light from heaven suddenly flashed around me." “ປະມານ​ຕອນທ່ຽງ ໃນ​ຂະນະ​ທີ່​ຂ້າພະເຈົ້າ​ມາ​ໃກ້​ຈະ​ເຖິງ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ກ້າ​ຈາກ​ສະຫວັນ​ສ່ອງ​ລົງ​ມາ​ອ້ອມ​ຂ້າພະເຈົ້າ.
7 I fell to the ground and heard a voice say to me, "Saul, Saul, why are you persecuting me?" ຂ້າພະເຈົ້າ​ລົ້ມ​ລົງ​ທີ່​ພື້ນ ແລະ ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, ‘ໂຊໂລ! ໂຊໂລ​ເອີຍ! ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?’
8 I answered, "Who are you, Lord?" He replied, "I am Jesus of Nazareth, whom you're persecuting." “ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະອົງ​ເປັນ​ຜູ້ໃດ?’ “ພຣະອົງ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ​ຊາວ​ນາຊາເຣັດ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ’.
9 "Those with me saw the light but didn't understand the voice of the one speaking to me." ບັນດາ​ຄົນ​ທີ່​ໄປ​ກັບ​ຂ້າພະເຈົ້າ​ໄດ້​ເຫັນ​ແສງ​ສະຫວ່າງ​ນັ້ນ ແຕ່​ບໍ່​ເຂົ້າໃຈ​ສຽງ​ຂອງ​ພຣະອົງ​ຜູ້​ທີ່​ກ່າວ​ກັບ​ຂ້າພະເຈົ້າ.
10 I said, "What should I do, Lord?" The Lord replied, "Get up and go into Damascus. There you'll be told all you've been appointed to do." “ຂ້າພະເຈົ້າ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວໃດ?’ “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ‘ຈົ່ງ​ລຸກຂຶ້ນ ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ, ຢູ່​ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຖິງ​ສິ່ງ​ທັງໝົດ​ທີ່​ໄດ້​ກຳນົດ​ໃຫ້​ເຈົ້າ​ເຮັດ’.
11 "Since that light's brightness blinded me, my companions led me by the hand into Damascus." ຄົນ​ທີ່​ໄປ​ກັບ​ຂ້າພະເຈົ້າ​ໄດ້​ຈູງ​ມື​ຂ້າພະເຈົ້າ​ແລ້ວ​ພາ​ເຂົ້າ​ໄປ​ເມືອງ​ດາມັສກັດ ເພາະ​ແສງ​ກ້າ​ນັ້ນ​ເຮັດ​ໃຫ້​ຂ້າພະເຈົ້າ​ຕາບອດ.
12 "A man named Ananias, devout by the law, well spoken of by all the Jews living there, “ມີ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ມາ​ຫາ​ຂ້າພະເຈົ້າ, ເພິ່ນ​ເປັນ​ຄົນ​ເຄັ່ງຄັດ​ໃນ​ກົດບັນຍັດ ແລະ ເປັນ​ທີ່​ນັບຖື​ຂອງ​ຊາວຢິວ​ທັງຫລາຍ​ທີ່​ນັ້ນ​ຫລາຍ.
13 came and stood by me and said, 'Brother Saul, receive your sight.' At that very hour I looked up and saw him." ເພິ່ນ​ໄດ້​ຢືນ​ຢູ່​ທາງຂ້າງ​ຂ້າພະເຈົ້າ ແລະ ເວົ້າ​ວ່າ, ‘ອ້າຍ​ໂຊໂລ ຈົ່ງ​ເຫັນຮຸ່ງ​ອີກ​ສາ!’ ວິນາທີ​ນັ້ນ ຂ້າພະເຈົ້າ​ກໍ​ສາມາດ​ເບິ່ງ​ເຫັນ​ເພິ່ນ​ໄດ້.
14 "He said, 'The God of our fathers appointed you to know his will, to see the Righteous One, and to hear a voice from his mouth; “ແລ້ວ​ເພິ່ນ​ຈຶ່ງ​ເວົ້າ​ວ່າ: ‘ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເຈົ້າ​ເພື່ອ​ໃຫ້​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ໃຫ້​ໄດ້​ເຫັນ​ອົງ​ຜູ້ຊອບທຳ ແລະ ໃຫ້​ໄດ້​ຍິນ​ຖ້ອຍຄຳ​ຈາກ​ປາກ​ຂອງ​ພຣະອົງ.
15 for you will be his witness to everyone of what you have seen and heard. ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ພຣະອົງ​ກັບ​ຄົນ​ທັງຫລາຍ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ,
16 And now, why wait? Get up, be baptized, wash away your sins, calling on his name." ແລະ ບັດນີ້ ເຈົ້າ​ຊັກຊ້າ​ຢູ່​ເຮັດຫຍັງ? ຈົ່ງ​ລຸກຂຶ້ນ​ຮັບ​ບັບຕິສະມາ ແລະ ຊຳລະ​ລ້າງ​ບາບ​ທັງຫລາຍ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ’.
17 "When I had returned to Jerusalem and was praying in the temple, I fell into a trance," “ເມື່ອ​ຂ້າພະເຈົ້າ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ ໃນ​ຂະນະ​ທີ່​ກຳລັງ​ອະທິຖານ​ຢູ່​ໃນ​ວິຫານ​ນັ້ນ, ຂ້າພະເຈົ້າ​ກໍ​ລືມຄີງ​ໄປ
18 and saw him saying to me, "Hurry and leave Jerusalem quickly, because they won't accept your testimony about me." ແລະ ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ໄວໆ! ຈົ່ງ​ຮີບ​ອອກ​ໄປ​ຈາກ​ເຢຣູຊາເລັມ​ດຽວ​ນີ້ ເພາະ​ຄົນ​ຢູ່​ທີ່​ນີ້​ຈະ​ບໍ່​ຍອມ​ຮັບ​ຄຳພະຍານ​ຂອງ​ເຈົ້າ​ທີ່​ກ່ຽວກັບ​ເຮົາ’.
19 I said, "Lord, they themselves know that I went from synagogue to synagogue imprisoning and beating those who believed in you. “ຂ້າພະເຈົ້າ​ຕອບ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ຄົນ​ເຫລົ່ານີ້​ຮູ້​ດີ​ວ່າ​ຂ້ານ້ອຍ​ເຄີຍ​ໄປ​ທີ່​ທຳມະສາລາ​ຕ່າງໆ​ເພື່ອ​ຈັບກຸມ ແລະ ຂ້ຽນຕີ​ບັນດາ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ.
20 When the blood of your witness Stephen was being shed, I stood by, approving and guarding the cloaks of those killing him.'" ແລະ ເມື່ອ​ເລືອດ​ຂອງ​ຊະເຕຟາໂນ​ຜູ້​ທີ່​ສະຫລະ​ຊີວິດ​ເພື່ອ​ຄວາມເຊື່ອ​ຫລັ່ງ​ອອກ​ມາ ຂ້ານ້ອຍ​ກໍ​ຢືນ​ຢູ່​ທີ່​ນັ້ນ​ເຫັນດີ​ນຳ ແລະ ເຝົ້າ​ເຄື່ອງນຸ່ງ​ໃຫ້​ຄົນ​ທີ່​ຂ້າ​ຊະເຕຟາໂນ’.
21 "And he said to me, 'Go, for I will send you far away to the Gentiles.'" “ແລ້ວ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ໄປ​ສາ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ໄກ, ໄປ​ຫາ​ຄົນຕ່າງຊາດ’ ”.
22 Up to that point they listened, then they raised their voices and shouted, "Erase such a man from the earth! He shouldn't be allowed to live!" ປະຊາຊົນ​ໄດ້​ຟັງ​ໂປໂລ​ກ່າວ​ມາ​ເຖິງ​ຕອນ​ນີ້ ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ກຳຈັດ​ລາວ​ຈາກ​ແຜ່ນດິນ! ລາວ​ບໍ່​ສົມຄວນ​ມີຊີວິດ​ຢູ່!”
23 And as they were shouting and throwing off their cloaks and flinging dust into the air, ຂະນະ​ທີ່​ພວກເຂົາ​ກຳລັງ​ຮ້ອງ​ສຽງ​ດັງ​ພ້ອມທັງ​ແກ້​ເສື້ອຄຸມ​ອອກ ແລະ ຊັດ​ຂີ້ຝຸ່ນ​ຂຶ້ນ​ໄປ​ໃນ​ອາກາດ,
24 the commander ordered him taken into the barracks and whipped, to learn why they were shouting against him like this. ນາຍພັນ​ກໍ​ສັ່ງ​ໃຫ້​ນຳ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ, ລາວ​ສັ່ງ​ໃຫ້​ຂ້ຽນຕີ​ໂປໂລ ແລະ ສືບສວນ​ຫາ​ສາເຫດ​ທີ່​ເຮັດ​ໃຫ້​ປະຊາຊົນ​ຮ້ອງ​ສຽງ​ດັງ​ໃສ່​ໂປໂລ​ຢ່າງ​ນີ້.
25 As they stretched him out for the straps, Paul said to the centurion standing there, "Is it legal for you to whip a Roman citizen who hasn't been condemned?" ເມື່ອ​ພວກເຂົາ​ຈັບ​ໂປໂລ​ມັດ​ຄຶງ​ໄວ້​ເພື່ອ​ຈະ​ຂ້ຽນຕີ ໂປໂລ​ຈຶ່ງ​ເວົ້າ​ຕໍ່​ນາຍຮ້ອຍ​ທີ່​ຢືນ​ຢູ່​ໃນ​ທີ່​ນັ້ນ​ວ່າ, “ການ​ຂ້ຽນຕີ​ພົນລະເມືອງ​ໂຣມ​ທີ່​ຍັງ​ບໍ່​ທັນ​ໄດ້​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແມ່ນ​ຖືກຕ້ອງ​ຕາມ​ກົດໝາຍ​ບໍ?”
26 Hearing this, the centurion went to the commander and reported it: "What are you about to do? This man is a Roman citizen." ເມື່ອ​ນາຍຮ້ອຍ​ໄດ້​ຍິນ​ຢ່າງ​ນັ້ນ​ກໍ​ໄປ​ຫາ​ນາຍພັນ ແລະ ລາຍງານ. ນາຍຮ້ອຍ​ຖາມ​ວ່າ, “ທ່ານ​ຈະ​ເຮັດ​ແນວໃດ? ຊາຍ​ຜູ້​ນີ້​ເປັນ​ພົນລະເມືອງ​ໂຣມ”.
27 So the commander came and asked, "Tell me, are you a Roman citizen?" "Yes," he said. ນາຍພັນ​ຈຶ່ງ​ໄປ​ຫາ​ໂປໂລ ແລະ ຖາມ​ວ່າ, “ຈົ່ງ​ບອກ​ເຮົາ ເຈົ້າ​ເປັນ​ພົນລະເມືອງ​ໂຣມ​ບໍ?” ໂປໂລ​ຕອບ​ວ່າ, “ແມ່ນ​ແລ້ວ”.
28 The commander said, "I paid a large sum for this citizenship." But Paul said, "I was born a citizen." ນາຍພັນ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕ້ອງ​ໄດ້​ຈ່າຍ​ເງິນ​ຈຳນວນ​ຫລວງຫລາຍ​ເພື່ອ​ຈະ​ໄດ້​ສັນຊາດ​ໂຣມ”. ໂປໂລ​ຕອບ​ວ່າ, “ແຕ່​ຂ້ານ້ອຍ​ເປັນ​ຄົນ​ສັນຊາດ​ໂຣມ​ໂດຍ​ກຳເນີດ”.
29 So those about to question him withdrew at once; the commander was afraid, realizing he had bound a Roman citizen. ແລ້ວ​ບັນດາ​ຜູ້​ທີ່​ຈະ​ສືບສວນ​ໂປໂລ​ຈຶ່ງ​ຖອຍ​ອອກໄປ​ຈາກ​ເພິ່ນ​ທັນທີ, ສ່ວນ​ນາຍພັນ​ເອງ​ກໍ​ຕົກໃຈ​ຢ້ານ​ທີ່​ໄດ້​ສັ່ງ​ລ່າມ​ໂສ້​ໂປໂລ ເຊິ່ງ​ເປັນ​ພົນລະເມືອງ​ໂຣມ.
30 The next day, wanting to know exactly why the Jews accused him, the commander freed Paul, ordered the chief priests and the whole council to assemble, brought Paul down, and set him before them. ນາຍພັນ​ຢາກ​ຮູ້​ຄັກແນ່​ວ່າ​ເປັນຫຍັງ​ໂປໂລ​ຈຶ່ງ​ຖືກ​ຊາວຢິວ​ກ່າວຫາ, ດັ່ງນັ້ນ ມື້​ຕໍ່ມາ​ເພິ່ນ​ຈຶ່ງ​ປ່ອຍ​ໂປໂລ ແລະ ສັ່ງ​ໃຫ້​ພວກຫົວໜ້າ​ປະໂລຫິດ​ກັບ​ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ​ມາ​ປະຊຸມ​ກັນ. ຫລັງຈາກນັ້ນ ເພິ່ນ​ກໍ​ໄດ້​ນຳ​ໂປໂລ​ໄປ ແລະ ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]