Skip to content
The Believer's Library

Biblica® Open Lao Contemporary Version

Acts 23 OLCV

Show OLCV only
Verse × ×
1 Paul stared at the council: "Brothers, I have lived my life before our Father in all good conscience until today." ໂປໂລ​ຈ້ອງ​ເບິ່ງ​ໄປ​ທີ່​ສະມາຊິກ​ສະພາ​ແຊນເຮດຣິນ ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ເຮົາ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດສຳນຶກ​ທີ່​ດີ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້”.
2 The high priest Ananias ordered those standing near him to strike Paul on the mouth. ດ້ວຍເຫດນີ້​ມະຫາ​ປະໂລຫິດ​ອານາເນຍ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຄົນ​ທີ່​ຢືນ​ຢູ່​ໃກ້​ຕົບ​ປາກ​ໂປໂລ.
3 Paul said to him, "Our Father will strike you, you whitewashed wall! You sit there to judge me by the law, yet you break the law by ordering me struck?" ແລ້ວ​ໂປໂລ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ, “ພຣະເຈົ້າ​ຈະ​ຕົບ​ເຈົ້າ​ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນຂາວ! ເຈົ້າ​ນັ່ງ​ຢູ່​ທີ່​ນັ້ນ​ເພື່ອ​ຕັດສິນ​ເຮົາ​ຕາມ​ກົດບັນຍັດ ແຕ່​ເຈົ້າ​ຍັງ​ຝ່າຝືນ​ກົດບັນຍັດ​ໂດຍ​ສັ່ງ​ຄົນ​ໃຫ້​ຕົບ​ປາກ​ເຮົາ!”
4 Those standing nearby said, "Do you dare to insult our Father's high priest?" ບັນດາ​ຄົນ​ທີ່​ຢືນ​ຢູ່​ໃກ້​ໂປໂລ​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ບັງອາດ​ໝິ່ນປະໝາດ​ມະຫາ​ປະໂລຫິດ​ຂອງ​ພຣະເຈົ້າ!”
5 Paul said, "Brothers, I didn't know he was high priest; for Scripture says, 'Don't speak evil of your people's ruler.'" ໂປໂລ​ຈຶ່ງ​ຕອບ​ວ່າ, “ພີ່ນ້ອງ​ທັງຫລາຍ ຂ້າພະເຈົ້າ​ບໍ່ຮູ້​ວ່າ​ທ່ານ​ເປັນ​ມະຫາ​ປະໂລຫິດ ເພາະ​ມີ​ຄຳຂຽນ​ໄວ້​ວ່າ: ‘ຢ່າ​ເວົ້າ​ລ່ວງເກີນ​ຜູ້ມີອຳນາດ​ປົກຄອງ​ໃນ​ທ່າມກາງ​ພວກເຈົ້າ’”.
6 Paul, knowing some were Sadducees, others Pharisees, cried out in the council, "Brothers, I am a Pharisee, son of Pharisees. I am on trial over the hope and resurrection of the dead!" ເມື່ອ​ໂປໂລ​ຮູ້​ວ່າ​ບາງຄົນ​ໃນ​ພວກເຂົາ​ເປັນ​ພວກ​ຊາດູກາຍ ແລະ ບາງຄົນ​ກໍ​ເປັນ​ຟາຣີຊາຍ, ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ເປັນ​ຄົນຟາຣີຊາຍ, ສືບເຊື້ອສາຍ​ມາ​ຈາກ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ພິຈາລະນາ​ຄະດີ​ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ການ​ເປັນຄືນມາຈາກຕາຍ”.
7 When he said this, a dispute arose between the Pharisees and Sadducees, and the assembly was split. ເມື່ອ​ເພິ່ນ​ເວົ້າ​ຢ່າງ​ນັ້ນ​ແລ້ວ, ກໍ​ມີ​ການ​ໂຕ້ຖຽງກັນ​ລະຫວ່າງ ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ ແລະ ກອງປະຊຸມ​ກໍ​ໄດ້​ແບ່ງ​ອອກ​ເປັນ​ສອງ​ຝ່າຍ.
8 For the Sadducees say there is no resurrection, and neither angel nor spirit, but the Pharisees acknowledge them all. (ພວກ​ຊາດູກາຍ​ບອກ​ວ່າ​ບໍ່​ມີ​ການ​ເປັນຄືນມາຈາກຕາຍ, ບໍ່​ມີ​ເທວະດາ ແລະ ບໍ່​ມີ​ວິນຍານ, ແຕ່​ພວກ​ຟາຣີຊາຍ​ເຊື່ອ​ວ່າ​ມີ​ສິ່ງ​ເຫລົ່ານີ້​ທັງໝົດ.)
9 A loud uproar broke out. Some scribes from the Pharisees' side stood and argued sharply: "We find nothing wrong in this man. What if a spirit or an angel spoke to him?" ແລ້ວ​ກໍ​ເກີດ​ຄວາມ​ວຸ້ນວາຍ​ຄັ້ງ​ໃຫຍ່ ແລະ ມີ​ພວກ​ຄູສອນກົດບັນຍັດ​ທີ່​ເປັນ​ຟາຣີຊາຍ​ບາງຄົນ​ໄດ້​ລຸກຂຶ້ນ ແລະ ຄັດຄ້ານ​ຢ່າງ​ດຸເດືອດ. ພວກເຂົາ​ເວົ້າ​ວ່າ, “ເຮົາ​ເຫັນ​ວ່າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ຜິດ, ອາດ​ເປັນ​ວິນຍານ ຫລື ເທວະດາ​ເວົ້າ​ກັບ​ລາວ​ກໍ​ໄດ້?”
10 As the dispute grew violent, the commander, fearing Paul would be torn apart by them, ordered the soldiers to go down, seize him from among them, and bring him into the barracks. ການ​ໂຕ້ຖຽງ​ຮຸນແຮງ​ຂຶ້ນ​ຈົນ​ນາຍພັນ​ຢ້ານ​ວ່າ​ໂປໂລ​ຈະ​ຖືກ​ພວກເຂົາ​ຈີກ​ເປັນ​ຕ່ອນໆ. ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ໃຫ້​ລົງ​ໄປ​ເອົາ​ໂປໂລ​ອອກມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ນຳ​ເພິ່ນ​ເຂົ້າ​ໄປ​ທີ່​ຄ້າຍ​ທະຫານ.
11 The next night our Lord Jesus stood beside him and said, "Take courage! As you testified about me in Jerusalem, so you must testify in Rome too." ໃນ​ຄືນ​ຕໍ່ມາ ອົງພຣະຜູ້ເປັນເຈົ້າ​ຢືນ​ຢູ່​ໃກ້​ໂປໂລ ແລະ ກ່າວ​ວ່າ, “ຈົ່ງ​ກ້າຫານ! ດັ່ງ​ທີ່​ເຈົ້າ​ໄດ້​ເປັນພະຍານ​ໃຫ້​ເຮົາ​ໃນ​ເຢຣູຊາເລັມ​ຢ່າງ​ໃດ, ເຈົ້າ​ກໍ​ຈະ​ຕ້ອງ​ເປັນ​ພະຍານ​ໃນ​ໂຣມ​ຢ່າງ​ນັ້ນ”.
12 At daybreak the Jews conspired and swore not to eat or drink until they killed Paul. ເຊົ້າ​ວັນ​ຕໍ່ມາ​ພວກ​ຢິວ​ໄດ້​ເຕົ້າໂຮມກັນ​ວາງແຜນ ແລະ ຜູກມັດ​ກັນ​ດ້ວຍ​ຄຳສາບານ​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ.
13 There were more than forty who had joined in this plot. ຄົນ​ທີ່​ຮ່ວມ​ໃນ​ແຜນການ​ນີ້​ມີ​ຊາຍ​ຫລາຍ​ກວ່າ​ສີ່ສິບ​ຄົນ.
14 They went to the chief priests and elders and said, "We have bound ourselves under a solemn oath to taste nothing until we kill Paul. ແລ້ວ​ພວກເຂົາ​ກໍ​ໄດ້​ໄປ​ພົບ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຜູ້ອາວຸໂສ ແລ້ວ​ເວົ້າ​ວ່າ, “ຂ້າພະເຈົ້າ​ທັງຫລາຍ​ໄດ້​ສາບານ​ໄວ້​ຢ່າງ​ໜັກແໜ້ນ​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ອັນໃດ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ.
15 So now, you and the council, ask the commander to bring him down to you, as if to examine his case more closely. We're ready to kill him before he arrives." ດັ່ງນັ້ນ ບັດນີ້ ຂໍ​ໃຫ້​ພວກທ່ານ​ກັບ​ສະພາ​ແຊນເຮດຣິນ​ຍື່ນ​ຄຳຮ້ອງ​ຕໍ່​ນາຍພັນ​ໃຫ້​ນຳ​ເອົາ​ໂປໂລ​ມາ​ຕໍ່ໜ້າ​ພວກທ່ານ ໂດຍ​ອ້າງ​ເຫດຜົນ​ວ່າ​ຕ້ອງການ​ສືບສວນ​ຫາ​ຂໍ້ມູນ​ກ່ຽວກັບ​ຄະດີ​ຂອງ​ລາວ​ໃຫ້​ຊັດເຈນ​ຕື່ມ​ອີກ. ສ່ວນ​ພວກເຮົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຂ້າ​ລາວ​ກ່ອນ​ທີ່​ລາວ​ຈະ​ມາ​ເຖິງ​ທີ່​ນີ້”.
16 But Paul's sister's son, hearing of the ambush, went and entered the barracks and told Paul. ແຕ່​ລູກຊາຍ​ຂອງ​ນ້ອງສາວ​ໂປໂລ​ຮູ້​ແຜນການ​ນີ້, ລາວ​ຈຶ່ງ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ ແລະ ບອກ​ໂປໂລ.
17 Paul called a centurion and said, "Take this young man to the commander—he has something to report." ແລ້ວ​ໂປໂລ​ກໍ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ມາ ແລະ ບອກ​ວ່າ, “ຈົ່ງ​ພາ​ຊາຍໜຸ່ມ​ຜູ້​ນີ້​ໄປ​ພົບ​ນາຍພັນ; ລາວ​ມີ​ເລື່ອງ​ຈະ​ແຈ້ງ​ໃຫ້​ເພິ່ນ​ຮູ້”.
18 So he took him to the commander and said, "The prisoner Paul called me and asked me to bring this young man to you; he has something to tell you." ດັ່ງນັ້ນ ນາຍຮ້ອຍ​ຜູ້​ນີ້​ຈຶ່ງ​ພາ​ລາວ​ໄປ​ພົບ​ນາຍພັນ. ນາຍຮ້ອຍ​ບອກ​ວ່າ, “ໂປໂລ​ຜູ້​ທີ່​ເປັນ​ນັກໂທດ​ໄດ້​ຂໍ​ຂ້ານ້ອຍ​ໃຫ້​ພາ​ຊາຍໜຸ່ມ​ຄົນ​ນີ້​ມາ​ພົບ​ທ່ານ ເພາະວ່າ​ລາວ​ມີ​ເລື່ອງ​ຈະ​ບອກ​ໃຫ້​ທ່ານ​ຮູ້”.
19 The commander took his hand, led him aside privately, and asked, "What do you have to tell me?" ນາຍພັນ​ຈຶ່ງ​ຈູງ​ມື​ຊາຍໜຸ່ມ​ຄົນ​ນັ້ນ​ອອກ​ມາ ແລະ ຖາມ​ວ່າ, “ເຈົ້າ​ຕ້ອງການ​ຈະ​ບອກ​ເລື່ອງ​ຫຍັງ​ແກ່​ເຮົາ?”
20 He said, "The Jews have agreed to ask you to bring Paul down to the council tomorrow, pretending to inquire more precisely about him. ລາວ​ຕອບ​ວ່າ: “ພວກ​ຢິວ​ຕົກລົງ​ກັນ​ຈະ​ຂໍ​ໃຫ້​ທ່ານ​ນຳ​ໂຕ​ໂປໂລ​ລົງ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ໃນ​ມື້​ອື່ນ ໂດຍ​ອ້າງ​ເຫດຜົນ​ວ່າ​ກອງປະຊຸມ​ຕ້ອງການ​ຢາກ​ໄດ້​ຂໍ້ມູນ​ກ່ຽວກັບ​ລາວ​ໃຫ້​ຄັກແນ່​ຕື່ມ​ອີກ.
21 Don't listen to them—more than forty of their men are waiting in ambush for him. They've bound themselves by oath not to eat or drink until they kill him, and now they're ready, waiting for your agreement." ຂໍ​ທ່ານ​ຢ່າ​ໄດ້​ອະນຸມັດ, ເພາະວ່າ​ພວກເຂົາ​ຫລາຍ​ກວ່າ​ສີ່ສິບ​ຄົນ​ທີ່​ກຳລັງ​ລໍຖ້າ​ປອງຮ້າຍ​ໂປໂລ. ພວກເຂົາ​ໄດ້​ສາບານ​ໄວ້​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ອັນໃດ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ. ບັດນີ້ ພວກເຂົາ​ພ້ອມ​ແລ້ວ, ລໍຖ້າ​ແຕ່​ທ່ານ​ອະນຸມັດ​ຕາມ​ຄຳຂໍ​ຂອງ​ພວກເຂົາ”.
22 The commander sent the young man off, ordering him, "Tell no one you reported this to me." ນາຍພັນ​ຈຶ່ງ​ໃຫ້​ຊາຍໜຸ່ມ​ນັ້ນ​ໄປ ແລະ ເຕືອນ​ລາວ​ວ່າ: “ຢ່າ​ບອກ​ຜູ້ໃດ​ວ່າ​ເຈົ້າ​ໄດ້​ມາ​ລາຍງານ​ເລື່ອງ​ນີ້​ສູ່​ຂ້ອຍ​ຟັງ”.
23 Then he called two centurions: "Ready 200 soldiers for Caesarea, and seventy horsemen, and 200 spearmen, by nine tonight." ຫລັງຈາກນັ້ນ ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ​ສອງ​ຄົນ​ມາ ແລະ ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ຕຽມ​ກຳລັງ​ທະຫານ​ສອງຮ້ອຍ​ຄົນ, ທະຫານ​ມ້າ​ເຈັດສິບ​ຄົນ ແລະ ທະຫານຫອກ​ສອງຮ້ອຍ​ຄົນ​ເພື່ອ​ໄປ​ທີ່​ເມືອງ​ກາຍຊາເຣຍ​ໃນເວລາ​ເກົ້າໂມງ​ຂອງ​ຄືນ​ນີ້,
24 He told them to provide mounts for Paul, to bring him safely to Governor Felix. ຈົ່ງ​ຈັດຫາ​ມ້າ​ໃຫ້​ໂປໂລ​ຂີ່​ເພື່ອ​ໂປໂລ​ຈະ​ໄປ​ເຖິງ​ຜູ້ປົກຄອງ​ເຟລິກ​ຢ່າງ​ປອດໄພ”.
25 And he wrote a letter that read as follows:" ແລ້ວ​ນາຍພັນ​ກໍ​ຂຽນ​ຈົດໝາຍ​ສະບັບ​ໜຶ່ງ​ໂດຍ​ມີ​ໃຈຄວາມ​ດັ່ງນີ້:
26 "Claudius Lysias, to his Excellency Governor Felix: Greetings. ຂ້າພະເຈົ້າ ກລາວດີໂອລີເຊຍ, ຮຽນ​ພະນະ​ທ່ານ, ເຟລິກ​ຜູ້ປົກຄອງ: ຂໍ​ຄຳນັບ.
27 The Jews seized this man and were about to kill him when I came with my troops and rescued him, having learned he was a Roman citizen. ພວກ​ຢິວ​ໄດ້​ຈັບ​ໂຕ​ຊາຍ​ຄົນ​ນີ້​ໄວ້ ແລະ ເກືອບ​ຈະ​ຂ້າ​ລາວ ແຕ່​ຂ້າພະເຈົ້າ​ໄດ້​ນຳ​ທະຫານ​ເຂົ້າ​ຊ່ວຍ​ລາວ​ໄວ້​ໄດ້ ເພາະ​ຂ້າພະເຈົ້າ​ຮູ້​ວ່າ​ລາວ​ເປັນ​ຄົນ​ສັນຊາດ​ໂຣມ.
28 Wanting to know the charge they were bringing against him, I brought him down to their council. ຂ້າພະເຈົ້າ​ຢາກ​ຮູ້​ວ່າ​ເປັນຫຍັງ​ພວກເຂົາ​ຈຶ່ງ​ກ່າວຫາ​ລາວ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ນຳ​ໂຕ​ລາວ​ໄປ​ທີ່​ສະພາ​ແຊນເຮດຣິນ​ຂອງ​ພວກເຂົາ,
29 I found him accused over questions of their law, with no charge deserving death or imprisonment. ຂ້າພະເຈົ້າ​ພົບ​ວ່າ​ຄຳ​ກ່າວຫາ​ນັ້ນ​ແມ່ນ​ເລື່ອງ​ກົດບັນຍັດ​ຂອງ​ພວກເຂົາ​ເອງ, ແຕ່​ບໍ່​ມີ​ຂໍ້​ກ່າວຫາ​ອັນໃດ​ທີ່​ສົມຄວນ​ຈະ​ສັ່ງ​ປະຫານ​ຊີວິດ ຫລື ຂັງຄຸກ.
30 Told of a plot against the man, I sent him to you at once, also ordering his accusers to state their case against him before you." ເມື່ອ​ຂ້າພະເຈົ້າ​ໄດ້​ຮັບ​ແຈ້ງ​ວ່າ​ມີ​ແຜນການ​ກຳຈັດ​ຊາຍ​ຄົນ​ນີ້, ຂ້າພະເຈົ້າ​ຈຶ່ງ​ສົ່ງ​ລາວ​ມາ​ຫາ​ທ່ານ​ທັນທີ. ຂ້າພະເຈົ້າ​ຍັງ​ໄດ້​ສັ່ງ​ໃຫ້​ຜູ້​ກ່າວຫາ​ມາ​ວ່າ​ຄວາມ​ກັນ​ຕໍ່ໜ້າ​ທ່ານ.
31 So the soldiers, following their orders, took Paul and brought him by night to Antipatris. ພວກທະຫານ​ຈຶ່ງ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ, ພວກເຂົາ​ໄດ້​ນຳ​ເອົາ​ໂປໂລ​ໄປ​ໃນ​ຄືນ​ນັ້ນ​ເອງ ແລະ ລາວ​ໄປ​ໄກ​ຈົນ​ເຖິງ​ເມືອງ​ອັນຕີປາຕີ.
32 The next day they let the horsemen go on with him while they returned to the barracks. ມື້​ຕໍ່ມາ ພວກເຂົາ​ກໍ​ໃຫ້​ພວກ​ທະຫານມ້າ​ນຳ​ເພິ່ນ​ເດີນທາງ​ຕໍ່ໄປ, ສ່ວນ​ພວກເຂົາ​ກັບ​ຄືນ​ມາ​ທີ່​ຄ້າຍ​ທະຫານ.
33 The horsemen reached Caesarea, delivered the letter to the governor, and presented Paul to him. ເມື່ອ​ພວກ​ທະຫານມ້າ​ໄປ​ເຖິງ​ເມືອງ​ກາຍຊາເຣຍ, ພວກເຂົາ​ກໍ​ມອບ​ຈົດໝາຍ​ໃຫ້​ຜູ້ປົກຄອງ ແລະ ມອບ​ໂປໂລ​ໃຫ້​ແກ່​ເພິ່ນ​ດ້ວຍ.
34 After reading it, the governor asked what province he was from, and learned he was from Cilicia, ເມື່ອ​ຜູ້ປົກຄອງ​ອ່ານ​ຈົດໝາຍ​ແລ້ວ​ຈຶ່ງ​ຖາມ​ວ່າ​ໂປໂລ​ມາ​ຈາກ​ແຂວງ​ໃດ, ເມື່ອ​ຮູ້​ວ່າ​ມາຈາກ​ກີລີເກຍ,
35 "I'll hear you," he said, "once your accusers arrive." He ordered him held under guard in Herod's headquarters. ເພິ່ນ​ຈຶ່ງ​ເວົ້າວ່າ, “ເຮົາ​ຈະ​ຟັງ​ກໍລະນີ​ຂອງ​ເຈົ້າ​ເມື່ອ​ຜູ້ກ່າວຫາ​ມາ​ຊ້ອງໜ້າ​ກັນ​ທີ່​ນີ້”. ຈາກນັ້ນ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມໂຕ​ໂປໂລ​ໄວ້​ທີ່​ວັງ​ຂອງ​ເຮໂຣດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]