Skip to content
The Believer's Library

Biblica® Open Lao Contemporary Version

Acts 17 OLCV

Show OLCV only
Verse × ×
1 After traveling through Amphipolis and Apollonia, they came to Thessalonica, where there was a Jewish synagogue. ເມື່ອ​ໂປໂລ ແລະ ຜູ້ຮ່ວມງານ​ຂອງ​ເພິ່ນ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ເມືອງ​ອາໂປໂລນີ​ແລ້ວ, ພວກເພິ່ນ​ກໍ​ມາ​ເຖິງ​ເມືອງ​ເທສະໂລນິກ, ເຊິ່ງ​ໃນ​ທີ່​ນັ້ນ​ມີ​ທຳມະສາລາ​ຂອງ​ຊາວຢິວ.
2 Paul, as usual, went in to them and reasoned with them from the Scriptures on three Sabbaths. ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ ແລະ ໃນ​ວັນຊະບາໂຕ​ທັງ​ສາມ​ອາທິດ ໂປໂລ​ໄດ້​ຍົກ​ຂໍ້​ພຣະຄຳພີ​ຂຶ້ນ​ມາ​ຕອບໂຕ້​ກັບ​ພວກເຂົາ,
3 Opening and explaining the Scriptures that the Christ must suffer and rise from the dead, he said, "This Jesus I proclaim to you is the Christ." ໂດຍ​ອະທິບາຍ ແລະ ພິສູດ​ໃຫ້​ເຫັນ​ວ່າ, ພຣະຄຣິດເຈົ້າ​ຕ້ອງ​ທົນທຸກ​ທໍລະມານ ແລະ ເປັນຄືນມາຈາກຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ພວກເຈົ້າ​ນີ້​ຄື​ພຣະເມຊີອາ”.
4 Some of them were persuaded and joined Paul and Silas, along with a great many devout Greeks and quite a few leading women. ຄົນຢິວ​ບາງຄົນ​ໄດ້​ເຫັນດີ​ນຳ ແລະ ເຂົ້າ​ຮ່ວມ​ກັບ​ໂປໂລ ແລະ ຊີລາ ຕະຫລອດ​ທັງ​ຄົນກຣີກ​ຜູ້​ຢຳເກງ​ພຣະເຈົ້າ​ຈຳນວນ​ຫລາຍ ແລະ ແມ່ຍິງ​ຊົນ​ຊັ້ນ​ສູງ​ຫລາຍ​ຄົນ.
5 But the Jews grew jealous, gathered evil men from the marketplace, formed a mob, and threw the city into chaos. They stormed Jason's house, seeking to bring them out to the crowd. ແຕ່​ພວກ​ຢິວ​ເກີດ​ອິດສາ​ຈຶ່ງ​ລະດົມ​ນັກເລງ​ຕາມ​ຕະຫລາດ​ມາ​ຕັ້ງ​ກຸ່ມ​ກັນ ກໍ່​ຄວາມວຸ້ນວາຍ​ຂຶ້ນ​ໃນ​ເມືອງ. ພວກເຂົາ​ບຸກລຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຢາຊົນ ເພື່ອ​ຄົ້ນຫາ​ໂປໂລ​ກັບ​ຊີລາ ເພື່ອ​ຈະ​ນຳ​ພວກເພິ່ນ​ອອກ​ມາ​ໃຫ້​ປະຊາຊົນ.
6 Not finding them, they dragged Jason and some brothers before the city officials, shouting, "These men who have turned the world upside down have come here too, ແຕ່​ເມື່ອ​ບໍ່​ພົບ, ພວກເຂົາ​ກໍ​ລາກ​ຢາຊົນ​ກັບ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ໄປ​ຫາ​ເຈົ້າໜ້າທີ່​ຂອງ​ເມືອງ ແລະ ຮ້ອງ​ຂຶ້ນ​ວ່າ: “ຄົນ​ເຫລົ່ານີ້​ໄດ້​ສ້າງ​ບັນຫາ​ມາ​ທົ່ວ​ໂລກ​ແລ້ວ ບັດນີ້​ໄດ້​ມາ​ບ່ອນ​ນີ້,
7 Jason welcomed them. They all defy Caesar's decrees, claiming there is another king—Jesus. ແລະ ຢາຊົນ​ກໍ​ໄດ້​ຕ້ອນຮັບ​ພວກເຂົາ​ໄວ້​ໃນ​ເຮືອນ​ຂອງ​ຕົນ. ພວກເຂົາ​ທັງໝົດ​ໄດ້​ທ້າທາຍ​ຕໍ່​ຄຳສັ່ງ​ຂອງ​ກາຍຊາ, ພວກເຂົາ​ກ່າວ​ວ່າ ມີ​ກະສັດ​ອີກ​ອົງ​ໜຶ່ງ​ທີ່​ເອີ້ນ​ວ່າ​ເຢຊູ”.
8 And they stirred up the crowd and the city authorities who heard these things." ເມື່ອ​ປະຊາຊົນ ແລະ ເຈົ້າໜ້າທີ່​ຂອງ​ເມືອງ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ​ກໍ​ວຸ້ນວາຍ​ຂຶ້ນ.
9 And when they had taken bail from Jason and the rest, they let them go. ຫລັງຈາກນັ້ນ ພວກເຂົາ​ຈຶ່ງ​ໃຫ້​ຢາຊົນ​ກັບ​ຄົນ​ທີ່​ເຫລືອ​ຈ່າຍ​ຄ່າ​ປະກັນ​ໂຕ​ແລ້ວ​ປ່ອຍ​ພວກເພິ່ນ​ໄປ.
10 The brothers at once sent Paul and Silas off by night to Berea; on arrival they went to the Jewish synagogue. ພໍ​ເຖິງ​ກາງຄືນ ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ກໍ​ສົ່ງ​ໂປໂລ​ກັບ​ຊີລາ​ໄປ​ຍັງ​ເມືອງ​ເບເຣຍ. ເມື່ອ​ພວກເພິ່ນ​ມາ​ຮອດ​ກໍ​ເຂົ້າ​ໄປ​ໃນ​ທຳມະສາລາ​ຂອງ​ຊາວຢິວ.
11 These Jews were more open-minded than those in Thessalonica, receiving the word eagerly and examining Scripture daily to see if these things were true. ຄົນຢິວ​ໃນ​ເມືອງ​ເບເຣຍ​ມີ​ຈິດໃຈ​ດີ​ງາມ​ກວ່າ​ຊາວ​ເທສະໂລນິກ ເພາະ​ພວກເຂົາ​ໄດ້​ຮັບ​ຟັງ​ຖ້ອຍຄຳ​ດ້ວຍ​ຄວາມ​ກະຕືລືລົ້ນ ແລະ ສຶກສາ​ພຣະຄຳພີ​ທຸກ​ວັນ ເພື່ອ​ກວດ​ເບິ່ງ​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມ​ຈິງ.
12 So many of them believed, along with many prominent Greek women and men. ຜົນ​ກໍ​ຄື​ມີ​ຊາວຢິວ​ຫລາຍ​ຄົນ​ໄດ້​ເຊື່ອ ພ້ອມ​ທັງ​ພວກ​ແມ່ຍິງ​ຊົນ​ຊັ້ນ​ສູງ​ຊາວກຣີກ​ຈຳນວນ​ໜຶ່ງ ແລະ ຜູ້ຊາຍ​ຊາວກຣີກ​ອີກ​ຫລາຍຄົນ.
13 When Jews from Thessalonica learned Paul proclaimed the word of our Father in Berea too, they went there also, agitating and stirring up the crowds. ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ​ຮູ້​ວ່າ​ໂປໂລ​ກຳລັງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເບເຣຍ, ບາງຄົນ​ໃນ​ພວກເຂົາ​ຈຶ່ງ​ໄປ​ທີ່​ນັ້ນ​ເໝືອນກັນ, ພວກເຂົາ​ໄດ້​ກໍ່ກວນ ແລະ ປັ່ນປ່ວນ​ປະຊາຊົນ.
14 The brothers immediately sent Paul off to the sea, but Silas and Timothy stayed there. ພວກ​ພີ່ນ້ອງ​ທີ່​ເຊື່ອ​ຈຶ່ງ​ສົ່ງ​ໂປໂລ​ໄປ​ທີ່​ແຄມທະເລ​ທັນທີ, ສ່ວນ​ຊີລາ​ກັບ​ຕີໂມທຽວ​ຍັງ​ຢູ່​ທີ່​ເມືອງ​ເບເຣຍ.
15 Paul's escorts brought him to Athens, then left with orders for Silas and Timothy to join him as soon as possible. ຄົນ​ທີ່​ຄຸ້ມກັນ​ໂປໂລ​ນັ້ນ​ກໍ​ໄປ​ກັບ​ພວກເພິ່ນ​ໄປ​ຍັງ​ອາແຖນ ແລະ ຫລັງຈາກນັ້ນ​ກໍ​ຮັບ​ຄຳສັ່ງ​ຈາກ​ເພິ່ນ​ໃຫ້​ບອກ​ຊີລາ​ກັບ​ຕີໂມທຽວ​ຕາ​ໄປ​ສົມທົບ​ກັບ​ເພິ່ນ​ໄວ​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້.
16 While Paul waited for them in Athens, his spirit was provoked within him, seeing the city full of idols. ໃນ​ຂະນະ​ທີ່​ໂປໂລ​ລໍຖ້າ​ຊີລາ​ກັບ​ຕີໂມທຽວ​ຢູ່​ໃນ​ອາແຖນ, ເພິ່ນ​ກໍ​ທຸກໃຈ​ຫລາຍ​ທີ່​ເຫັນ​ເມືອງ​ນີ້​ເຕັມ​ໄປ​ດ້ວຍ​ຮູບເຄົາລົບ.
17 So he debated in the synagogue with Jews and worshipers of God, and daily in the marketplace with whoever was there. ດັ່ງນັ້ນ ເພິ່ນ​ຈຶ່ງ​ຍົກ​ເຫດຜົນ​ມາ​ໂຕ້ຕອບ​ກັບ​ທັງ​ຄົນ​ຢິວ ແລະ ຄົນ​ກຣີກ​ທີ່​ຢຳເກງ​ພຣະເຈົ້າ​ໃນ​ທຳມະສາລາ ແລະ ທຸກຄົນ​ທີ່​ເພິ່ນ​ພົບ​ຕາມ​ຕະຫລາດ​ໃນ​ແຕ່ລະວັນ.
18 Some of the Epicurean and Stoic philosophers also debated with him. Some asked, "What's this babbler trying to say?" Others said, "He seems to promote foreign gods"—since he preached the good news of Jesus and the resurrection. ມີ​ນັກປັດຊະຍາ​ຂອງ​ພວກ​ເອປີກູຣຽວ ແລະ ພວກ​ຊະໂຕອິກ​ກຸ່ມ​ໜຶ່ງ​ມາ​ໂຕ້ຕອບ​ກັບ​ໂປໂລ​ດ້ວຍ. ບາງຄົນ​ໃນ​ພວກເຂົາ​ຖາມ​ວ່າ, “ນັກເວົ້າ​ຄົນ​ນີ້​ພະຍາຍາມ​ຈະ​ເວົ້າ​ຫຍັງ?” ຄົນ​ອື່ນໆ​ເວົ້າ​ວ່າ, “ເບິ່ງ​ຄື​ລາວ​ຈະ​ນຳ​ພະ​ຕ່າງດ້າວ​ມາ​ເຜີຍແຜ່”. ທີ່​ພວກເຂົາ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ໂປໂລ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ ແລະ ການ​ເປັນຄືນມາຈາກຕາຍ.
19 They took him and brought him to the Areopagus, asking, "Can we know what this new teaching you're presenting is? ແລ້ວ​ພວກເຂົາ​ຈຶ່ງ​ນຳ​ເອົາ​ໂປໂລ​ມາ​ທີ່​ສະພາ​ອາເຣໂອປາໂຂ, ບ່ອນ​ທີ່​ພວກເຂົາ​ເວົ້າ​ຕໍ່​ເພິ່ນ​ວ່າ, “ພວກເຮົາ​ຂໍ​ຮູ້​ຄຳສອນ​ໃໝ່​ທີ່​ເຈົ້າ​ກຳລັງ​ເວົ້າ​ເຖິງ​ນັ້ນ​ໄດ້​ບໍ່?
20 For you bring strange things to our ears, so we want to know what they mean." ເຈົ້າ​ນຳ​ເອົາ​ຄວາມຄິດ​ແປກໆ​ເຂົ້າ​ມາ ແລະ ພວກເຮົາ​ຢາກ​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ມີ​ຄວາມໝາຍ​ວ່າ​ຢ່າງໃດ”.
21 Now all the Athenians and foreigners living there spent their time on nothing but telling or hearing something new. (ຊາວ​ອາແຖນ ແລະ ຊາວ​ຕ່າງດ້າວ​ທັງໝົດ​ທີ່​ອາໄສ​ຢູ່​ທີ່​ນັ້ນ​ແຕ່ລະວັນ​ບໍ່​ໄດ້​ເຮັດ​ຫຍັງ​ນອກ​ຈາກ​ໂອ້ລົມ ແລະ ຮັບ​ຟັງ​ຄວາມຄິດ​ໃໝ່ໆ.)
22 Paul stood in the middle of the Areopagus and said, "Athenians, I see that you are extremely religious in every way. ໂປໂລ​ຈຶ່ງ​ຢືນ​ຂຶ້ນ​ຕໍ່ໜ້າ​ທີ່​ປະຊຸມ​ສະພາ​ອາເຣໂອປາໂຂ ແລ້ວ​ກ່າວ​ວ່າ: “ຊາວ​ອາແຖນ​ທັງຫລາຍ​ທີ່​ນັບຖື! ຂ້າພະເຈົ້າ​ເຫັນ​ວ່າ​ພວກທ່ານ​ທັງຫລາຍ​ເປັນ​ຜູ້​ເຄັ່ງຄັດ​ສາສະໜາ​ຫລາຍ​ໃນ​ທຸກ​ດ້ານ.
23 For as I passed through and examined your sacred objects, I found an altar inscribed: 'To an unknown god.' What you worship without knowing it, I now proclaim to you. ເພາະ​ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ໄປ​ທົ່ວ ແລະ ໄດ້​ສັງເກດ​ເບິ່ງ​ສິ່ງ​ທີ່​ພວກທ່ານ​ນະມັດສະການ, ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ມີ​ຄຳຈາລຶກ​ໄວ້​ວ່າ: ‘ແດ່​ພຣະເຈົ້າ​ທີ່​ບໍ່​ຮູ້ຈັກ’. ເພາະ​ພວກທ່ານ​ບໍ່​ວ່າ​ພວກທ່ານ​ນະມັດສະການ​ຫຍັງ​ຢູ່ ແລະ ນີ້​ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ຈະ​ປະກາດ​ແກ່​ພວກທ່ານ.
24 Our Father, who made the world and everything in it, being Sovereign of heaven and earth, doesn't live in temples made by hands, “ພຣະເຈົ້າ​ຜູ້​ໄດ້​ສ້າງ​ໂລກ ແລະ ສິ່ງ​ທັງປວງ​ໃນ​ໂລກ ຄື​ອົງພຣະຜູ້ເປັນເຈົ້າ​ເໜືອ​ສະຫວັນ ແລະ ແຜ່ນດິນໂລກ, ພຣະອົງ​ບໍ່​ໄດ້​ອາໄສ​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.
25 nor served by human hands, as if he needed anything—he himself gives everyone life, breath, and everything. ແລະ ພຣະອົງ​ບໍ່​ໄດ້​ເພິ່ງພາ​ການ​ບົວລະບັດ​ຈາກ​ມື​ມະນຸດ​ເໝືອນ​ວ່າ​ພຣະອົງ​ຕ້ອງການ​ສິ່ງ​ໃດ​ສິ່ງ​ໜຶ່ງ. ເພາະວ່າ​ພຣະອົງ​ເອງ​ທີ່​ເປັນ​ຜູ້​ໃຫ້​ຊີວິດ, ລົມ​ຫາຍໃຈ ແລະ ສັບພະທຸກສິ່ງ​ແກ່​ມະນຸດ.
26 From one man he made every nation of mankind live across the whole earth, fixing their set times and the boundaries of their homelands, ຈາກ​ມະນຸດ​ພຽງ​ຄົນ​ດຽວ ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ທຸກ​ຊົນຊາດ ໃຫ້​ພວກເຂົາ​ອາໄສ​ຢູ່​ທົ່ວ​ໂລກ, ພຣະອົງ​ກຳນົດ​ເວລາ​ໃນ​ປະຫວັດສາດ ແລະ ເຂດແດນ​ທີ່​ພວກເຂົາ​ຄວນ​ຈະ​ຢູ່.
27 so they might seek our Father, perhaps reach for him and find him—though he is not far from each of us, ພຣະເຈົ້າ​ເຮັດ​ຢ່າງ​ນີ້​ກໍ​ເພື່ອ​ມະນຸດ​ຈະ​ໄດ້​ສະແຫວງ​ຫາ​ພຣະອົງ ແລະ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຊອກ​ຫາ​ພຣະອົງ ແລະ ພົບ​ພຣະອົງ, ເຖິງ​ວ່າ​ພຣະອົງ​ບໍ່​ໄດ້​ຢູ່​ໄກ​ຈາກ​ພວກເຮົາ​ທຸກຄົນ​ເລີຍ.
28 for 'In him we live and move and have our being'; as even some of your own poets have said, 'We too are his descendants.' ‘ເພາະວ່າ​ໃນ​ພຣະອົງ​ນັ້ນ ພວກເຮົາ​ມີຊີວິດ​ເຄື່ອນໄຫວ​ໄປ​ມາ ແລະ ເປັນ​ຢູ່’ ດັ່ງ​ທີ່​ນັກແຕ່ງ​ກາບກອນ​ຂອງ​ພວກທ່ານ​ບາງຄົນ​ເວົ້າ​ວ່າ, ‘ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະອົງ’.
29 So as our Father's children, we shouldn't think the divine is like gold, silver, or stone—an image shaped by human skill and imagination. “ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພຣະເຈົ້າ​ເປັນ​ຄຳ, ເປັນ​ເງິນ ຫລື ເປັນ​ຫີນ ເປັນ​ຮູບ​ປັ້ນ​ທີ່​ມະນຸດ​ອອກແບບ ແລະ ສ້າງ​ຂຶ້ນ.
30 The times of ignorance our Father overlooked, but now he commands all people everywhere to repent. ໃນ​ອະດີດ​ພຣະເຈົ້າ​ເບິ່ງ​ຂ້າມ​ຄວາມໂງ່​ເຊັ່ນນັ້ນ ແຕ່​ບັດນີ້ ພຣະອົງ​ໄດ້​ສັ່ງ​ມະນຸດ​ທຸກຄົນ​ໃນ​ທົ່ວ​ທຸກ​ບ່ອນ​ໃຫ້​ຖິ້ມໃຈເກົ່າເອົາໃຈໃໝ່.
31 He set a day to judge the world justly, through a man he appointed—proving it to all by raising him from the dead." ເພາະ​ພຣະອົງ​ໄດ້​ກຳນົດ​ວັນ​ໜຶ່ງ​ທີ່​ພຣະອົງ​ຈະ​ພິພາກສາ​ໂລກ​ດ້ວຍ​ຄວາມຍຸຕິທຳ​ໂດຍ​ຊາຍ​ຜູ້​ໜຶ່ງ​ທີ່​ໄດ້​ພຣະອົງ​ໄດ້​ແຕ່ງຕັ້ງ​ໄວ້. ພຣະອົງ​ໄດ້​ພິສູດ​ສິ່ງ​ນີ້​ແກ່​ທຸກຄົນ​ເຫັນ ໂດຍ​ໃຫ້​ຊາຍ​ຜູ້​ນີ້​ເປັນຄືນມາຈາກຕາຍ”.
32 Hearing of the resurrection of the dead, some mocked; others said, "We'll hear you on this again." ເມື່ອ​ພວກເຂົາ​ໄດ້​ຍິນ​ເລື່ອງ​ການ​ເປັນຄືນມາຈາກຕາຍ, ບາງຄົນ​ໃນ​ພວກເຂົາ​ກໍ​ຫົວ​ເຢາະເຢີ້ຍ, ແຕ່​ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ພວກເຮົາ​ຢາກ​ຟັງ​ເຈົ້າ​ເວົ້າ​ເຖິງ​ເລື່ອງ​ນີ້​ອີກ”.
33 So Paul left them. ແລ້ວ​ໂປໂລ​ກໍ​ອອກ​ໄປ​ຈາກ​ສະພາ.
34 But some men joined him and believed, including Dionysius the Areopagite, a woman named Damaris, and others. ມີ​ບາງຄົນ​ໄດ້​ຕິດຕາມ​ໂປໂລ ແລະ ໄດ້​ຮັບ​ເຊື່ອ. ທ່າມກາງ​ຄົນ​ເຫລົ່ານັ້ນ​ມີ​ດັ່ງນີ້, ດີໂອນີຊີໂອ ຜູ້​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ສະພາ​ອາເຣໂອປາໂຂ, ແມ່ຍິງ​ຄົນ​ໜຶ່ງ​ຊື່​ດາມາຣີ ແລະ ຄົນ​ອື່ນ​ອີກ​ຈຳນວນ​ໜຶ່ງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]