Skip to content
The Believer's Library

Biblica® Open Lao Contemporary Version

Acts 16 OLCV

Show OLCV only
Verse × ×
1 Paul went on to Derbe and Lystra. A disciple was there named Timothy, son of a believing Jewish woman, but his father was a Greek. ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ຫລັງ​ຈາກ​ນັ້ນ​ກໍ​ໄປ​ຍັງ​ເມືອງ​ລີສະຕຣາ, ຢູ່​ທີ່​ນັ້ນ​ມີ​ສາວົກ​ຄົນ​ໜຶ່ງ​ຊື່​ຕີໂມທຽວ​ອາໄສ​ຢູ່, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ ແລະ ເປັນ​ຄົນຢິວ​ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.
2 He was well thought of by the brothers at Lystra and Iconium. ຕີໂມທຽວ​ເປັນ​ຜູ້​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ​ທີ່​ເມືອງ​ລີສະຕຣາ ແລະ ເມືອງ​ອີໂກນີອົມ.
3 Paul wanted him to travel with him, so he took and circumcised him, because of the Jews in those places, for they all knew his father was Greek. ໂປໂລ​ຕ້ອງການ​ຈະ​ພາ​ຕີໂມທຽວ​ຮ່ວມ​ເດີນທາງ​ໄປ​ນຳ, ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ​ເພາະ​ເຫັນ​ແກ່​ຊາວຢິວ​ທີ່​ຢູ່​ໃນ​ຂົງເຂດ​ນັ້ນ, ເພາະວ່າ​ຄົນ​ເຫລົ່ານັ້ນ​ກໍ​ຮູ້​ວ່າ​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.
4 Traveling through the towns, they delivered the decisions the apostles and elders in Jerusalem had made, for them to keep. ຂະນະ​ທີ່​ພວກເພິ່ນ​ກຳລັງ​ເດີນທາງ​ໄປ​ຍັງ​ເມືອງ​ຕ່າງໆ, ພວກເພິ່ນ​ກໍ​ໄດ້​ມອບ​ຂໍ້​ຕົກລົງ​ຂອງ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ໃນ​ເຢຣູຊາເລັມ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.
5 So the churches were strengthened in the faith and grew in numbers daily. ດັ່ງນັ້ນ ຄຣິສຕະຈັກ​ຕ່າງໆ​ຈຶ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ ແລະ ສະມາຊິກ​ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ທຸກວັນ.
6 They crossed the Phrygian and Galatian region, since the Holy Spirit had stopped them from speaking the word in Asia. ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.
7 Reaching Mysia, they tried entering Bithynia, but the Spirit of Jesus wouldn't let them. ເມື່ອ​ພວກເພິ່ນ​ມາ​ເຖິງ​ຊາຍແດນ​ແຂວງ​ມີເຊຍ, ພວກເພິ່ນ​ກໍ​ພະຍາຍາມ​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ​ບໍ່​ໃຫ້​ພວກເພິ່ນ​ປະກາດ.
8 So passing by Mysia, they went down to Troas. ພວກເພິ່ນ​ຈຶ່ງ​ຜ່ານ​ແຂວງ​ມີເຊຍ ແລະ ລົງ​ໄປ​ຍັງ​ເມືອງ​ໂທອາດ.
9 Paul saw a vision in the night: a Macedonian man stood pleading with him, "Cross over to Macedonia and help us." ໃນ​ເວລາ​ກາງຄືນ ໂປໂລ​ໄດ້​ຮັບ​ນິມິດ ເຫັນ​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຮ້ອງຂໍ​ເພິ່ນ​ວ່າ, “ຂໍ​ມາ​ຊ່ວຍ​ພວກຂ້ານ້ອຍ​ທີ່​ແຂວງ​ມາເກໂດເນຍ​ດ້ວຍ”.
10 When he had seen the vision, we tried at once to leave for Macedonia, concluding our Father had called us to tell them the good news. ຫລັງຈາກ​ໂປໂລ​ເຫັນ​ນິມິດ​ນີ້​ແລ້ວ, ພວກເຮົາ​ກໍ​ຕຽມພ້ອມ​ທັນທີ​ທີ່​ຈະ​ໄປ​ຍັງ​ແຂວງ​ມາເກໂດເນຍ, ເພາະ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ​ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ພວກເຂົາ.
11 So we set sail from Troas and sailed straight to Samothrace, and the next day to Neapolis, ຈາກ​ເມືອງ​ໂທອາດ​ພວກເຮົາ​ໄດ້​ລົງ​ເຮືອ ແລະ ໄດ້​ເດີນທາງ​ໄປ​ຍັງ​ເກາະ​ຊາໂມທາເກ ແລະ ໃນ​ມື້​ຕໍ່ມາ​ກໍ​ມາ​ເຖິງ​ເມືອງ​ເນອາໂປລີ.
12 and from there to Philippi, a leading city of that district of Macedonia, a Roman colony. We stayed there several days. ພວກເຮົາ​ເດີນທາງ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ຟີລິບປອຍ, ເຊິ່ງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວໂຣມ ແລະ ເປັນ​ເມືອງ​ເອກ​ຂອງ​ແຂວງ​ມາເກໂດເນຍ, ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ.
13 On the Sabbath we went outside the gate to a river, supposing there was a place of prayer. We sat and spoke with the women gathered there. ໃນ​ວັນ​ຊະບາໂຕ ພວກເຮົາ​ໄດ້​ອອກ​ນອກ​ປະຕູ​ເມືອງ​ໄປ​ທີ່​ແມ່ນ້ຳ, ບ່ອນ​ທີ່​ພວກເຮົາ​ຄິດ​ວ່າ​ຈະ​ພົບ​ບ່ອນ​ອະທິຖານ. ພວກເຮົາ​ໄດ້​ນັ່ງ​ລົງ​ໂອ້ລົມ​ກັບ​ພວກແມ່ຍິງ​ທີ່​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ.
14 A woman named Lydia, from Thyatira, who sold purple cloth and worshiped our Father, was listening. The Lord opened her heart to Paul's words. ມີ​ຍິງ​ຄົນ​ໜຶ່ງ​ໃນ​ບັນດາ​ຄົນ​ທີ່​ກຳລັງ​ຟັງ​ຢູ່​ນັນ​ຊື່​ວ່າ​ລີເດຍ ເປັນ​ຄົນ​ຄ້າຂາຍ​ຜ້າ​ສີມ່ວງ ນາງ​ມາ​ຈາກ​ເມືອງ​ທົວເຕຣາ, ນາງ​ເປັນ​ຜູ້​ນະມັດສະການ​ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ​ເປີດ​ໃຈ​ນາງ​ໃຫ້​ຕອບສະໜອງ​ຕໍ່​ຖ້ອຍຄຳ​ຂອງ​ໂປໂລ.
15 When she and her household were baptized, she urged us: "If you judge me faithful to the Lord, come to my house and stay." And she persuaded us. ເມື່ອ​ນາງ​ກັບ​ສະມາຊິກ​ໃນ​ຄົວເຮືອນ​ຂອງ​ນາງ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ນາງ​ໄດ້​ເຊີນ​ພວກເຮົາ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ນາງ. ນາງ​ເວົ້າ​ວ່າ, “ຖ້າ​ທ່ານ​ເຫັນ​ວ່າ​ຂ້ານ້ອຍ​ເປັນ​ຜູ້ທີ່ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ, ຂໍ​ເຊີນ​ມາ​ພັກ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ດ້ວຍ”. ນາງ​ໄດ້​ຊັກຊວນ​ຈົນ​ພວກເຮົາ​ຂັດ​ບໍ່​ໄດ້.
16 As we went to the place of prayer, we met a slave girl possessed by a spirit of divination; she earned her owners great profit through fortune-telling. ຄັ້ງ​ໜຶ່ງ ຂະນະ​ທີ່​ພວກເຮົາ​ກຳລັງ​ຈະ​ໄປ​ຍັງ​ບ່ອນ​ອະທິຖານ, ມີ​ຂ້າທາດ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ວິນຍານ​ໝໍດູ​ສິງ​ຢູ່​ມາ​ພົບ​ພວກເຮົາ, ຍິງ​ນີ້​ຫາ​ເງິນ​ໃຫ້​ນາຍ​ຂອງ​ຕົນ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ການ​ດູມໍ.
17 She followed Paul and us, shouting, "These men are servants of the Most High God, announcing to you the way of salvation." ນາງ​ໄດ້​ຕິດຕາມ​ໂປໂລ​ກັບ​ພວກເຮົາ​ມາ ແລະ ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພວກເພິ່ນ​ມາ​ບອກ​ເລື່ອງ​ທາງ​ຄວາມພົ້ນ​ໃຫ້​ແກ່​ພວກເຈົ້າ”.
18 She did this for many days. Paul, deeply annoyed, turned and told the spirit, "I command you in the name of Jesus Christ to come out of her." It came out instantly. ນາງ​ເຮັດ​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ. ໃນ​ທີ່​ສຸດ​ໂປໂລ​ກໍ​ເກີດ​ລຳຄານ​ຫລາຍ​ຈົນ​ເພິ່ນ​ຫັນ​ໄປ​ອ້ອມຮອບ ແລະ ສັ່ງ​ວິນຍານຊົ່ວ​ນັ້ນ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເຮົາ​ສັ່ງ​ໃຫ້​ວິນຍານຊົ່ວ​ນີ້​ຈົ່ງ​ອອກ​ມາ​ຈາກ​ໂຕ​ຂອງ​ນາງ!” ວິນຍານຊົ່ວ​ນັ້ນ​ກໍ​ອອກ​ຈາກ​ນາງ​ທັນທີ.
19 When her owners saw their hope of profit was gone, they seized Paul and Silas, dragged them to the marketplace before the rulers. ເມື່ອ​ເຈົ້າ​ຂອງ​ຂ້າທາດ​ນັ້ນ​ເຫັນ​ວ່າ​ຄວາມຫວັງ​ທີ່​ຈະ​ຫາ​ເງິນ​ຂອງ​ພວກເຂົາ​ໄດ້​ໝົດ​ໄປ​ແລ້ວ, ພວກເຂົາ​ຈຶ່ງ​ຈັບ​ໂປໂລ​ກັບ​ຊີລາ ແລະ ລາກ​ພວກເພິ່ນ​ມາ​ທີ່​ບ່ອນ​ຊຸມນຸມ​ຊົນ​ເພື່ອ​ພົບ​ຜູ້ມີອຳນາດ.
20 Bringing them to the magistrates, they said, "These men are Jews, disturbing our city. ພວກເຂົາ​ນຳ​ພວກເພິ່ນ​ມາ​ຢູ່​ຕໍ່ໜ້າ​ຄະນະ​ຜູ້ປົກຄອງ​ເມືອງ​ແລ້ວ​ເວົ້າ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ຢິວ ແລະ ກຳລັງ​ກໍ່ກວນ​ບ້ານເມືອງ​ຂອງ​ພວກເຮົາ​ໃຫ້​ວຸ້ນວາຍ
21 They advocate customs that are not lawful for us as Romans to accept or practice." ໂດຍ​ແນະນຳ​ສັ່ງສອນ​ທຳນຽມ​ອັນ​ຜິດ​ກົດໝາຍ​ສຳລັບ​ພວກເຮົາ​ຊາວ​ໂຣມ​ໃຫ້​ຍອມຮັບ ຫລື ປະຕິບັດຕາມ”.
22 The crowd joined the attack, and the magistrates ripped off Paul and Silas's clothes and ordered them beaten with rods. ປະຊາຊົນ​ກໍ​ຮ່ວມ​ໂຈມຕີ​ໂປໂລ​ກັບ​ຊີລາ, ຄະນະ​ຜູ້ປົກຄອງ​ເມືອງ​ໄດ້​ສັ່ງ​ໃຫ້​ຈີກ​ເຄື່ອງນຸ່ງ​ຂອງ​ພວກເພິ່ນ​ອອກ ແລະ ຂ້ຽນຕີ​ພວກເພິ່ນ​ດ້ວຍ​ໄມ້ແສ້.
23 After beating them severely, they threw them into prison, ordering the jailer to guard them securely. ຫລັງຈາກ​ພວກເພິ່ນ​ຖືກ​ຂ້ຽນຕີ​ຢ່າງ​ໜັກ​ແລ້ວ, ພວກເພິ່ນ​ກໍ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຄຸກ ແລະ ສັ່ງ​ຄົນ​ຮັກສາ​ຄຸກ​ໃຫ້​ເຝົ້າ​ຢ່າງ​ເຂັ້ມງວດ.
24 Given that order, he locked them in the inner cell and clamped their feet in stocks. ເມື່ອ​ໄດ້​ຮັບ​ຄຳສັ່ງ​ຢ່າງ​ນັ້ນ​ແລ້ວ, ເຈົ້າໜ້າທີ່​ກໍ​ຂັງ​ພວກເພິ່ນ​ໄວ້​ໃນ​ຫ້ອງ​ຂັງ​ຊັ້ນ​ໃນ ແລະ ມັດ​ຕີນ​ຂອງ​ພວກເພິ່ນ​ໃສ່​ຂື່​ໄວ້.
25 About midnight Paul and Silas prayed and sang hymns to our Father while the prisoners listened to them. ປະມານ​ທ່ຽງຄືນ ໂປໂລ​ກັບ​ຊີລາ ກຳລັງ​ພາກັນ​ອະທິຖານ ແລະ ຮ້ອງເພງ​ສັນລະເສີນ​ພຣະເຈົ້າ ແລະ ພວກນັກໂທດ​ຄົນ​ອື່ນໆ​ກໍ​ຟັງ​ຢູ່.
26 Suddenly a violent earthquake shook the prison's foundations; instantly all doors opened and everyone's chains loosened. ທັນໃດ​ນັ້ນ ກໍ​ເກີດ​ແຜ່ນດິນໄຫວ​ຮຸນແຮງ​ຈົນ​ຮາກຖານ​ຂອງ​ຄຸກ​ສັ່ນ​ສະເທືອນ. ໃນ​ທັນໃດ​ນັ້ນ ປະຕູ​ຄຸກ​ທຸກ​ບານ​ກໍ​ໄຂ​ອອກ​ທັນທີ ແລະ ໂສ້​ທີ່​ມັດ​ນັກໂທດ​ທຸກຄົນ​ກໍ​ຫລຸດ​ອອກ.
27 The jailer woke, saw the prison doors open, drew his sword meaning to kill himself, thinking the prisoners had escaped. ເມື່ອ​ເຈົ້າໜ້າທີ່​ຕື່ນ​ຂຶ້ນ ແລະ ເຫັນ​ວ່າ​ປະຕູ​ຄຸກ​ໄຂ​ຢູ່ ຈຶ່ງ​ຖອດ​ດາບ​ອອກມາ​ກຳລັງ​ຈະ​ຂ້າ​ຕົນ​ເອງ​ເພາະ​ຄິດ​ວ່າ​ນັກໂທດ​ໜີ​ໄປ​ແລ້ວ.
28 But Paul shouted, "Don't harm yourself, for we are all here!" ແຕ່​ໂປໂລ​ຮ້ອງ​ຂຶ້ນ​ວ່າ, “ຢ່າ​ເຮັດ​ຮ້າຍ​ໃຫ້​ຕົນ​ເອງ! ພວກເຮົາ​ຍັງ​ຢູ່​ທີ່​ນີ້​ທຸກຄົນ!”
29 The jailer called for lights, rushed in, and fell trembling before Paul and Silas. ເຈົ້າໜ້າທີ່​ໄດ້​ເອີ້ນ​ໃຫ້​ຈຸດ​ໄຟ ແລ້ວ​ແລ່ນ​ເຂົ້າ​ມາ​ໝອບ​ລົງ​ທັງ​ໂຕ​ສັ່ນ​ຕໍ່ໜ້າ​ໂປໂລ​ກັບ​ຊີລາ.
30 Then he brought them outside and said, "Sirs, what must I do to be saved?" ແລ້ວ​ລາວ​ກໍ​ໄດ້​ພາ​ພວກເພິ່ນ​ອອກ​ມາ​ແລ້ວ​ຖາມ​ວ່າ, “ທ່ານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຮັບ​ຄວາມພົ້ນ?”
31 And they said, "Believe in the Lord Jesus, and you will be saved, you and your household." ພວກເພິ່ນ​ຕອບ​ວ່າ, “ຈົ່ງ​ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ແລ້ວ​ເຈົ້າ​ກັບ​ຄົວເຮືອນ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ຄວາມພົ້ນ”.
32 They spoke the Lord's word to him and everyone in his house. ແລ້ວ​ພວກເພິ່ນ​ກໍ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່ ແລະ ແກ່​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ເຮືອນ​ຂອງ​ລາວ.
33 In that hour of the night, he took them and washed their wounds; then he and his whole household were baptized at once. ຕອນ​ກາງຄືນ​ໃນ​ຊົ່ວໂມງ​ດຽວ​ກັນ​ນັ້ນ ຜູ້​ຮັກສາ​ຄຸກ​ກໍ​ພາ​ພວກເພິ່ນ​ໄປ​ລ້າງ​ບາດແຜ; ແລ້ວ​ຜູ້​ຮັກສາ​ຄຸກ​ກັບ​ຄອບຄົວ​ຂອງ​ລາວ​ທັງໝົດ​ກໍ​ຮັບ​ບັບຕິສະມາ​ທັນທີ.
34 He brought them up into his house, set food before them, and was overjoyed with his whole household at believing in our Father. ຜູ້​ຮັກສາ​ຄຸກ​ໄດ້​ພາ​ພວກເພິ່ນ​ເຂົ້າໄປ​ໃນ​ເຮືອນ ແລະ ຈັດ​ອາຫານ​ມາ​ລ້ຽງ​ພວກເພິ່ນ, ຜູ້​ຮັກສາ​ຄຸກ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ລາວ​ເອງ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ​ໄດ້​ມາ​ເຊື່ອ​ພຣະເຈົ້າ.
35 But when morning came, the magistrates sent the police, saying, "Release those men." ພໍ​ຮຸ່ງເຊົ້າ​ມາ ຄະນະ​ຜູ້ປົກຄອງ​ເມືອງ​ໄດ້​ໃຊ້​ເຈົ້າໜ້າທີ່​ມາ​ພ້ອມ​ກັບ​ຄຳສັ່ງ​ວ່າ, “ຈົ່ງ​ປ່ອຍ​ຄົນ​ເຫລົ່ານັ້ນ​ໄປ”.
36 The jailer told Paul, "The magistrates sent orders to release you. Come out now and go in peace." ຜູ້​ຮັກສາ​ຄຸກ​ໄດ້​ບອກ​ໂປໂລ​ວ່າ, “ຄະນະ​ຜູ້ປົກຄອງ​ເມືອງ​ໄດ້​ສັ່ງ​ໃຫ້​ປ່ອຍ​ໂຕ​ທ່ານ​ກັບ​ຊີລາ, ບັດນີ້ ຂໍ​ໃຫ້​ພວກທ່ານ​ອອກ​ໄປ​ດ້ວຍ​ສັນຕິສຸກ”.
37 But Paul said to them, "They beat us publicly, without trial, Roman citizens that we are, and threw us into prison. Now they want to send us off secretly? No! Let them come themselves and lead us out." ແຕ່​ໂປໂລ​ເວົ້າ​ກັບ​ພວກ​ເຈົ້າໜ້າທີ່​ວ່າ: “ພວກເຂົາ​ໄດ້​ຂ້ຽນ​ພວກເຮົາ​ໃນ​ທີ່​ສາທາລະນະ​ໂດຍ​ບໍ່​ໄດ້​ສືບສວນ​ທັງ​ທີ່​ພວກເຮົາ​ເອງ​ກໍ​ເປັນ​ພົນລະເມືອງ​ໂຣມ ແລະ ຈັບ​ພວກເຮົາ​ເຂົ້າ​ຄຸກ ແລ້ວ​ບັດນີ້​ພວກເຂົາ​ຢາກ​ສົ່ງ​ພວກເຮົາ​ໃຫ້​ອອກ​ໄປ​ຢ່າງ​ງຽບໆ​ຊັ້ນ​ບໍ? ບໍ່​ໄດ້! ໃຫ້​ພວກເຂົາ​ມາ​ເອງ ແລະ ພາ​ພວກເຮົາ​ອອກ​ໄປ”.
38 The officers reported these words to the magistrates, who were afraid to hear they were Roman citizens. ພວກ​ເຈົ້າໜ້າທີ່​ໄດ້​ກັບ​ໄປ​ລາຍງານ​ເລື່ອງ​ນີ້​ແກ່​ຄະນະ​ຜູ້ປົກຄອງ​ເມືອງ ແລະ ເມື່ອ​ພວກເຂົາ​ໄດ້​ຍິນ​ວ່າ​ໂປໂລ​ກັບ​ຊີລາ​ເປັນ​ພົນລະເມືອງ​ຂອງ​ໂຣມ​ກໍ​ພາ​ກັນ​ຕົກໃຈ.
39 They came, apologized, led them out, and asked them to leave the city. ພວກເຂົາ​ມາ​ເອົາ​ໃຈ​ພວກເພິ່ນ ແລະ ພາ​ພວກເພິ່ນ​ອອກ​ຈາກ​ຄຸກ​ແລ້ວ​ຂໍຮ້ອງ​ໃຫ້​ພວກເພິ່ນ​ອອກ​ໄປ​ຈາກ​ເມືອງ​ນັ້ນ.
40 So they left the prison and went to Lydia's house. There they saw the brothers, encouraged them, and left. ຫລັງຈາກ​ໂປໂລ ແລະ ຊີລາ​ອອກ​ຈາກ​ຄຸກ​ແລ້ວ​ກໍ​ໄດ້​ມາ​ທີ່​ເຮືອນ​ຂອງ​ນາງ​ລີເດຍ, ພວກເພິ່ນ​ໄດ້​ພົບ​ກັບ​ພວກ​ພີ່ນ້ອງ ແລະ ໜູນໃຈ​ພວກເຂົາ​ແລ້ວ​ກໍ​ລາ​ຈາກ​ໄປ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]