Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 27 OLCV

Show OLCV only
Verse × ×
1 Jotham was twenty-five when he became king; he reigned sixteen years in Jerusalem. His mother was Jerushah, daughter of Zadok. ເມື່ອ​ໂຢທາມ​ຂຶ້ນ​ເປັນ​ກະສັດ ເພິ່ນ​ອາຍຸ​ຊາວ​ຫ້າ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສິບ​ຫົກ​ປີ. ແມ່​ຂອງ​ເພິ່ນ​ມີ​ຊື່​ວ່າ​ເຢຣູຊາ ເປັນ​ລູກສາວ​ຂອງ​ຊາດົກ.
2 He did right in the eyes of our Father, as his father Uzziah had done—except he did not enter the temple of our Father. Yet the people still acted wrongfully. ໂຢທາມ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ​ເໝືອນ​ກັນ​ກັບ​ອຸດຊີຢາ​ພໍ່​ຂອງ​ເພິ່ນ​ໄດ້​ເຮັດ, ແຕ່​ເພິ່ນ​ບໍ່​ໄດ້​ລ່ວງ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ຂອງ​ພຣະເຈົ້າຢາເວ​ເໝືອນ​ກັນ​ກັບ​ອຸດຊີຢາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຊາຊົນ​ກໍ​ຍັງ​ສືບຕໍ່​ເຮັດ​ບາບ​ຢູ່.
3 He built the Upper Gate of our Father's house, and built much on Ophel's wall. ໂຢທາມ​ໄດ້​ສ້າງ​ປະຕູ​ທາງ​ດ້ານເທິງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຂຶ້ນ​ໃໝ່ ແລະ ໄດ້​ຕໍ່​ເຕີມ​ກຳແພງ​ທີ່​ເນີນພູ​ໂອເຟນ.
4 He built cities in Judah's highlands, and in the forests he built forts and towers. ເພິ່ນ​ໄດ້​ສ້າງ​ເມືອງ​ຕ່າງໆ​ເທິງ​ເນີນພູ​ຂອງ​ຢູດາຍ ແລະ ໄດ້​ສ້າງ​ປ້ອມ​ປ້ອງກັນ ແລະ ຫໍຄອຍ​ຕ່າງໆ​ໃນ​ເຂດ​ປ່າໄມ້.
5 He fought the king of the Ammonites and defeated them. That year the Ammonites gave him 7,500 pounds of silver, 50,000 bushels of wheat, and 50,000 of barley—the same in the second and third years. ໂຢທາມ​ໄດ້​ສູ້ຮົບ​ກັບ​ກະສັດ​ຂອງ​ຊາວອຳໂມນ ແລະ ໄດ້​ເອົາ​ຊະນະ​ພວກເຂົາ. ໃນ​ປີ​ນັ້ນ​ຊາວ​ອໍາໂມນ​ຈ່າຍ​ເງິນ​ໃຫ້​ເພິ່ນ 100 ຕາລັນຕົນ, ເຂົ້າຫວີດ 10.000 ໂຄຣະ ແລະ ເຂົ້າບາເລ 10.000 ໂຄຣະ. ຊາວ​ອຳໂມນ​ໄດ້​ນໍາ​ເອົາ​ສິ່ງ​ເຫລົ່ານີ້​ມາ​ໃຫ້​ເພິ່ນ​ຕາມ​ຈຳນວນ​ເດີມ​ໃນ​ປີ​ທີ​ສອງ ແລະ ປີ​ທີ​ສາມ​ດ້ວຍ.
6 So Jotham grew strong, because he kept his conduct right before his Father. ໂຢທາມ​ມີ​ອຳນາດ​ເຂັ້ມແຂງ​ຂຶ້ນ ເພາະ​ເພິ່ນ​ໄດ້​ດຳເນີນ​ຕາມ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ​ຢ່າງ​ສັດຊື່.
7 The rest of Jotham's acts, all his wars and deeds, are written in the Book of the Kings of Israel and Judah. ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ໂຢທາມ, ພ້ອມທັງ​ການ​ສູ້ຮົບ​ຂອງ​ເພິ່ນ​ທັງໝົດ ແລະ ສິ່ງ​ອື່ນໆ​ອີກ​ທີ່​ເພິ່ນ​ໄດ້​ເຮັດ​ນັ້ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ປື້ມ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ ຢູດາຍ.
8 He was twenty-five years old when he became king, and he reigned sixteen years in Jerusalem. ເມື່ອ​ໂຢທາມ​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ 25 ປີ ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເປັນ​ເວລາ 60 ປີ.
9 Jotham rested with his ancestors; they buried him in the city of David, and his son Ahaz reigned in his place. ໂຢທາມ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ໄດ້​ຖືກ​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ອາຮາດ​ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]