Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 28 OLCV

Show OLCV only
Verse × ×
1 Ahaz became king at twenty; he reigned sixteen years in Jerusalem. He did not do right in our Father's eyes, as his ancestor David had. ອາຮາດ​ມີ​ອາຍຸ​ຊາວ​ປີ ເມື່ອ​ເພິ່ນ​ຂຶ້ນ​ເປັນ​ກະສັດ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສິບ​ຫົກ​ປີ. ອາຮາດ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ​ເໝືອນ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ເພິ່ນ​ທີ່​ເຄີຍ​ເຮັດ.
2 Instead, he walked in the ways of Israel's kings and cast metal idols for the Baals. ແຕ່​ເພິ່ນ​ໄດ້​ເຮັດ​ຕາມ​ວິຖີ​ທາງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ ເພິ່ນ​ຍັງ​ໄດ້​ສ້າງ​ຮູບເຄົາລົບ​ຕ່າງໆ​ເພື່ອ​ກາບໄຫວ້​ພະບາອານ.
3 He burned incense in Ben-Hinnom Valley and burned his sons in fire, copying detestable practices of the nations our Father drove out before Israel. ອາຮາດ​ເຜົາ​ເຄື່ອງບູຊາ​ຢູ່​ໃນ​ຮ່ອມພູ​ເບນຮິນໂນມ ແລະ ເອົາ​ລູກ​ຂອງ​ເພິ່ນ​ເອງ​ມາ​ເຜົາ​ເປັນ​ເຄື່ອງບູຊາ, ເພິ່ນ​ມີ​ສ່ວນ​ຮ່ວມ​ກັບ​ການ​ປະຕິບັດ​ສິ່ງ​ທີ່​ໜ້າລັງກຽດ​ຂອງ​ຊົນຊາດ​ຕ່າງໆ​ທີ່​ພຣະເຈົ້າ​ຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ຊາວ​ອິດສະຣາເອນ.
4 He sacrificed and burned incense on the high places, the hills, and under every leafy tree. ອາຮາດ​ໄດ້​ຖວາຍ​ເຄື່ອງບູຊາ ແລະ ເຜົາ​ເຄື່ອງຫອມ​ຕາມ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ, ເທິງ​ໂນນພູ​ຕ່າງໆ ແລະ ຢູ່​ກ້ອງ​ຕົ້ນໄມ້​ໃຫຍ່​ທຸກ​ຕົ້ນ.
5 So our Father gave him to Aram's king, who struck him, took many captives to Damascus; he was also given to Israel's king, who struck him a heavy blow. ເຫດສະນັ້ນ ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ​ຈຶ່ງ​ໄດ້​ມອບ​ເພິ່ນ​ໄວ້​ໃນ​ມື​ຂອງ​ກະສັດ​ແຫ່ງ​ອາຣາມ. ຊາວ​ອາຣາມ​ໄດ້​ເອົາ​ຊະນະ​ເພິ່ນ ແລະ ຈັບ​ເອົາ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ໄປ​ເປັນ​ນັກໂທດ ແລະ ນໍາ​ເອົາ​ພວກເຂົາ​ໄປ​ທີ່​ດາມັສກັດ. ພຣະເຈົ້າ​ຍັງ​ໄດ້​ມອບ​ອາຮາດ​ໄວ້​ໃນ​ມື​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ​ດ້ວຍ, ເຊິ່ງ​ເຮັດ​ໃຫ້​ເພິ່ນ​ຕ້ອງ​ສູນເສຍ​ທະຫານ​ຈຳນວນ​ຫລວງຫລາຍ.
6 Pekah son of Remaliah killed 120,000 brave men of Judah in one day, because they abandoned our Father, the God of their ancestors. ໃນ​ມື້​ດຽວ​ກັນ​ນັ້ນ ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ໄດ້​ຂ້າ​ທະຫານ​ໜຶ່ງ​ແສນ​ຊາວ​ພັນ​ຄົນ​ຢູ່​ໃນ​ຢູດາຍ ເພາະ​ປະຊາຊົນ​ຢູດາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.
7 Zichri, an Ephraim warrior, killed Maaseiah the king's son, Azrikam the palace commander, and Elkanah, the king's second. ຊີກະຣີ​ທີ່​ເປັນ​ນັກຮົບ​ຊາວ​ເອຟຣາອິມ, ລາວ​ໄດ້​ຂ້າ​ມາອາເສອີຢາ​ລູກຊາຍ​ຂອງ​ກະສັດ​ອາຮາດ, ອາຊະຣີກຳ​ເປັນ​ເຈົ້າໜ້າທີ່​ຮັບຜິດຊອບ​ວັງ ແລະ ເອນການາ​ເປັນ​ຜູ້ຮອງ​ຕໍ່​ຈາກ​ກະສັດ.
8 Israel captured 200,000 relatives—women, sons, daughters—and much plunder, carrying it off to Samaria. ທະຫານ​ອິດສະຣາເອນ​ໄດ້​ຈັບ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ຕົນ​ທີ່​ມາ​ຈາກ​ຢູດາຍ​ເປັນ​ຈໍານວນ​ສອງ​ແສນ​ຄົນ ມີ​ບັນດາ​ເມຍ, ບັນດາ​ລູກຊາຍ ແລະ ບັນດາ​ລູກສາວ​ຂອງ​ພວກເຂົາ​ໄປ​ເປັນ​ຊະເລີຍ. ພວກເຂົາ​ຍັງ​ໄດ້​ຢຶດ​ເຄື່ອງຂອງ​ເປັນ​ຈຳນວນ​ຫລວງຫລາຍ​ກັບ​ໄປ​ທີ່​ຊາມາເຣຍ.
9 Oded, a prophet of our Father, was there. He met the army returning to Samaria: "See, our Father, the God of your ancestors, was angry with Judah, so he handed them to you. But you killed them with rage reaching heaven. ແຕ່​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຂອງ​ພຣະເຈົ້າຢາເວ​ຊື່​ວ່າ ໂອເດັດ​ຢູ່​ທີ່​ນັ້ນ ແລະ ລາວ​ໄດ້​ອອກ​ໄປ​ພົບ​ກອງທັບ ເມື່ອ​ກອງທັບ​ກັບ​ຄືນ​ມາ​ທີ່​ຊາມາເຣຍ. ລາວ​ໄດ້​ກ່າວ​ກັບ​ພວກເຂົາ​ວ່າ, “ຍ້ອນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ, ພຣະອົງ​ໄດ້​ໂກດຮ້າຍ​ໃຫ້​ກັບ​ຊາວ​ຢູດາ, ພຣະອົງ​ຈຶ່ງ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ພວກທ່ານ. ແຕ່​ພວກທ່ານ​ໄດ້​ສັງຫານ​ພວກເຂົາ​ຢ່າງ​ໂຫດຮ້າຍ​ຈົນ​ໄປ​ເຖິງ​ຟ້າສະຫວັນ.
10 Now you intend to enslave Judah and Jerusalem's people, male and female. Aren't you yourselves guilty of sins against your Father? ແລະ ບັດນີ້ ພວກທ່ານ​ຕັ້ງໃຈ​ເຮັດ​ໃຫ້​ຜູ້ຊາຍ ແລະ ຜູ້ຍິງ​ຂອງ​ຊາວ​ຢູດາ ແລະ ຊາວ​ເຢຣູຊາເລັມ​ເປັນ​ຂ້າທາດ​ຂອງ​ພວກທ່ານ. ພວກທ່ານ​ບໍ່​ໄດ້​ເຮັດ​ຜິດບາບ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ບໍ?
11 Now listen: send back the relatives you captured, for our Father's fierce anger is on you." ຈົ່ງ​ຟັງ​ຂ້າພະເຈົ້າ! ຈົ່ງ​ສົ່ງ​ພີ່ນ້ອງ​ຊາວອິດສະຣາເອນ​ທີ່​ພວກທ່ານ​ຈັບ​ມາ​ເປັນ​ນັກໂທດ​ໃຫ້​ກັບ​ຄືນ​ເມືອ, ເພາະ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າ​ຢາເວ​ຈະ​ຕົກ​ໃສ່​ພວກທ່ານ”.
12 Some Ephraimite chiefs—Azariah son of Johanan, Berechiah son of Meshillemoth, Jehizkiah son of Shallum, Amasa son of Hadlai—opposed those coming from battle. ແລ້ວ​ບັນດາ​ຜູ້ນຳ​ບາງຄົນ​ໃນ​ເອຟຣາອິມ​ຄື ອາຊາຣີຢາ​ລູກຊາຍ​ຂອງ​ໂຢຮານານ, ເບເຣກີຢາ​ລູກຊາຍ​ຂອງ​ເມຊິນເລໂມດ, ເຢຮີຊະກີຢາ​ລູກຊາຍ​ຂອງ​ຊໍລູມ ແລະ ອາມາສາ​ລູກຊາຍ​ຂອງ​ຮັດໄລ​ໄດ້​ປະເຊີນ​ໜ້າ​ກັບ​ບັນດາ​ຄົນ​ທີ່​ຫາ​ກໍ​ກັບ​ມາ​ຈາກ​ການ​ສູ້ຮົບ.
13 "Don't bring the captives here," they said. "You plan to add to our sins and guilt against our Father. Our guilt is already great, and fierce anger hangs over Israel." ພວກເຂົາ​ໄດ້​ເວົ້າ​ວ່າ, “ຢ່າ​ນຳ​ເອົາ​ບັນດາ​ນັກໂທດ​ເຫລົ່ານັ້ນ​ມາ​ທີ່​ນີ້, ບໍ່​ດັ່ງນັ້ນ​ພວກເຮົາ​ຈະ​ມີ​ຄວາມ​ຜິດ​ຕໍ່ໜ້າ​ພຣະເຈົ້າຢາເວ. ພວກທ່ານ​ຕັ້ງໃຈ​ຈະ​ເພີ່ມ​ຄວາມ​ບາບ ແລະ ຄວາມ​ຜິດ​ຂອງ​ພວກເຮົາ​ໃຫ້​ໜັກ​ຂຶ້ນ​ອີກ​ບໍ? ເພາະ​ຄວາມ​ຜິດ​ຂອງ​ເຮົາ​ກໍ​ໜັກ​ຢູ່​ແລ້ວ ແລະ ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າ​ກໍ​ຕົກ​ໃສ່​ອິດສະຣາເອນ”.
14 So the soldiers handed the captives and plunder in front of the officials, before the whole assembly. ດັ່ງນັ້ນ ພວກ​ທະຫານ​ຈຶ່ງ​ໄດ້​ປ່ອຍ​ບັນດາ​ນັກໂທດ​ໄປ ແລະ ເອົາ​ສິ່ງຂອງ​ທີ່​ພວກເຂົາ​ໄດ້​ຢຶດ​ນັ້ນ​ສົ່ງ​ຄືນ​ໃຫ້​ບັນດາ​ເຈົ້າໜ້າທີ່ ແລະ ໃຫ້​ປະຊາຊົນ​ທັງໝົດ.
15 The named men took the captives and clothed all the naked from the plunder. They gave them clothes and sandals, food and drink, and anointed them with oil. They set the feeble on donkeys, brought them to their fellow Israelites at Jericho, city of palms, then returned to Samaria. ຄົນ​ທີ່​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ຮັບຜິດຊອບ​ບັນດາ​ນັກໂທດ ແລະ ສິ່ງຂອງ​ທີ່​ໄດ້​ຢຶດ​ມາ​ນັ້ນ​ພວກເຂົາ​ກໍ​ຢາຍ​ເຄື່ອງນຸ່ງ​ໃຫ້​ຄົນ​ທີ່​ເປືອຍ​ກາຍ​ຢູ່. ພວກເຂົາ​ໄດ້​ຈັດຕຽມ​ເຄື່ອງນຸ່ງ, ເກີບ, ອາຫານ, ນໍ້າດື່ມ ແລະ ຢາ​ທາ​ບາດແຜ​ໃຫ້​ແກ່​ພວກເຂົາ. ສ່ວນ​ຄົນ​ທີ່​ອິດເມື່ອຍ​ອ່ອນແຮງ​ກໍ​ໃຫ້​ນັ່ງ​ເທິງ​ຫລັງ​ລໍ. ດັ່ງນັ້ນ ພວກເຂົາ​ໄດ້​ນຳ​ບັນດາ​ນັກໂທດ​ກັບ​ຄືນ​ເມືອ​ໄປ​ຫາ​ພີ່ນ້ອງ​ຊາວ​ອິດສະຣາເອນ​ທີ່​ເຢຣິໂກ, ເມືອງ​ແຫ່ງ​ຕົ້ນປາມ, ແລ້ວ​ພວກເຂົາ​ກໍ​ໄດ້​ກັບ​ຄືນ​ໄປ​ທີ່​ຊາມາເຣຍ.
16 At that time King Ahaz sent to the king of Assyria for help. ໃນ​ເວລາ​ນັ້ນ ກະສັດ​ອາຮາດ​ສົ່ງ​ຄົນ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ບັນດາ​ກະສັດ​ແຫ່ງ​ອັດຊີເຣຍ.
17 The Edomites had invaded Judah once again and carried off captives, ຊາວ​ເອໂດມ​ໄດ້​ກັບ​ມາ​ອີກ ແລະ ໄດ້​ໂຈມຕີ​ຢູດາຍ ແລະ ຈັບ​ເອົາ​ບັນດາ​ນັກໂທດ​ໄປ​ນໍາ,
18 while Philistines raided Judah's lowland and Negev towns, seizing Beth-shemesh, Aijalon, Gederoth, Soco, Timnah, and Gimzo with their villages, and settled there. ໃນ​ຂະນະ​ດຽວ​ກັນ​ນັ້ນ ຊາວ​ຟີລິດສະຕິນ​ກໍ​ປຸ້ນ​ເມືອງ​ຕ່າງໆ​ຢູ່​ແຖບ​ຕີນ​ພູ ແລະ ໃນ​ເນເກັບ​ຂອງ​ຢູດາຍ. ພວກເຂົາ​ໄດ້​ຢຶດ​ເມືອງ​ຕ່າງໆ ແລະ ໄດ້​ປົກຄອງ​ເບັດເຊເມດ, ໄອຢາໂລນ ແລະ ເກເດໂຣດ ແລະ ໂຊໂກ, ຕິມນາ ແລະ ກິມໂຊ, ພ້ອມ​ທັງ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ເມືອງ​ເຫລົ່ານີ້.
19 Our Father humbled Judah because of Ahaz king of Israel, who spread wrongdoing in Judah and betrayed our Father completely. ພຣະເຈົ້າຢາເວ​ໄດ້​ໃຫ້​ຢູດາຍ​ຖ່ອມຕົວ​ລົງ ເພາະ​ກະສັດ​ອາຮາດ​ແຫ່ງ​ອິດສະຣາເອນ, ເພາະ​ເພິ່ນ​ໄດ້​ສົ່ງເສີມ​ຄວາມ​ຊົ່ວຮ້າຍ​ໃນ​ຢູດາຍ ແລະ ບໍ່ສັດຊື່​ຕໍ່​ພຣະເຈົ້າຢາເວ.
20 Tiglath-pileser king of Assyria came to Ahaz, but Tiglath-pileser brought him trouble instead of help. ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ໄດ້​ມາ​ຫາ​ເພິ່ນ, ແຕ່​ເພິ່ນ​ໄດ້​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ອາຮາດ​ແທນ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍເຫລືອ.
21 Ahaz stripped our Father's house, the royal palace, and the officials of their treasures, giving them to Assyria's king—yet it brought him no help. ອາຮາດ​ໄດ້​ເອົາ​ສິ່ງຂອງ​ບາງຢ່າງ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ຈາກ​ວັງ ແລະ ຈາກ​ບັນດາ​ເຈົ້າໜ້າທີ່​ໄປ ແລ້ວ​ກໍ​ໄດ້​ມອບ​ສິ່ງ​ເຫລົ່ານັ້ນ​ໃຫ້​ແກ່​ກະສັດ​ແຫ່ງ​ອັດຊີເຣຍ, ແຕ່​ເພິ່ນ​ກໍ​ບໍ່​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ຈາກ​ອາຮາດ.
22 In his time of distress, this same King Ahaz became even more unfaithful to our Father. ໃນ​ເວລາ​ທີ່​ກະສັດ​ອາຮາດ​ພົບ​ຄວາມ​ເດືອດຮ້ອນ ເພິ່ນ​ກໍ​ຍິ່ງ​ບໍ່ສັດຊື່​ຕໍ່​ພຣະເຈົ້າຢາເວ​ຫລາຍ​ຂຶ້ນ.
23 He sacrificed to Damascus's gods, his defeaters, thinking, "Aram's kings' gods helped them; I'll sacrifice to them so they'll help me." But they ruined him and all Israel. ເພິ່ນ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ບັນດາ​ພະ​ຂອງ​ດາມັສກັດ​ທີ່​ໄດ້​ເອົາ​ຊະນະ​ເພິ່ນ; ເພາະ​ເພິ່ນ​ຄິດ​ວ່າ, “ເນື່ອງ​ຈາກ ບັນດາພະ​ຂອງ​ກະສັດ​ແຫ່ງ​ອາຣາມ​ໄດ້​ຊ່ວຍເຫລືອ​ພວກເຂົາ. ເຮົາ​ຈະ​ຖວາຍ​ເຄື່ອງບູຊາ​ໃຫ້​ພະ​ເຫລົ່ານັ້ນ ເພື່ອ​ວ່າ​ພະ​ເຫລົ່ານັ້ນ​ກໍ​ຈະ​ຊ່ວຍ​ເຮົາ​ນໍາ”. ແຕ່​ພະ​ເຫລົ່ານີ້​ແມ່ນ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ເພິ່ນ ແລະ ມາ​ສູ່​ອິດສະຣາເອນ​ທັງໝົດ.
24 Ahaz gathered the articles of our Father's house and cut them to pieces, shut the doors of our Father's house, and set up altars for himself at every corner in Jerusalem. ອາຮາດ​ໄດ້​ຮວບຮວມ​ເຄື່ອງໃຊ້​ຕ່າງໆ​ຈາກ​ວິຫານ​ຂອງ​ພຣະເຈົ້າ ແລະ ທັບ​ເຄື່ອງໃຊ້​ເຫລົ່ານັ້ນ​ເປັນ​ປ່ຽງໆ. ເພິ່ນ​ໄດ້​ປິດ​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄວ້ ແລະ ຕັ້ງ​ແທ່ນບູຊາ​ໄວ້​ທຸກ​ແຈ​ຖະໜົນ​ຫົນທາງ​ໃນ​ເຢຣູຊາເລັມ.
25 In every Judah town he built high places to burn offerings to other gods, angering our Father, the God of his ancestors. ເພິ່ນ​ໄດ້​ສ້າງ​ທີ່​ສະຖານ​ບູຊາ​ເທິງ​ທີ່​ສູງ​ໃນ​ທຸກ​ເມືອງ​ຂອງ​ຢູດາຍ ເພື່ອ​ເຜົາ​ເຄື່ອງບູຊາ​ແກ່​ພະ​ອື່ນໆ ແລະ ໄດ້​ຍຸແຍ່​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ​ໃຈຮ້າຍ.
26 The rest of his deeds and all his ways, first to last, are written in the Book of the Kings of Judah and Israel. ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເພິ່ນ ແລະ ວຽກງານ​ທັງໝົດ​ຂອງ​ເພິ່ນ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ປື້ມ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ ອິດສະຣາເອນ.
27 Ahaz rested with his ancestors, buried in Jerusalem, but not in Israel's kings' tombs. His son Hezekiah reigned instead. ອາຮາດ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ໄດ້​ຖືກ​ຝັງ​ໄວ້​ໃນ​ນະຄອນ​ເຢຣູຊາເລັມ, ແຕ່​ເພິ່ນ​ບໍ່​ໄດ້​ຖືກ​ວາງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ແຫ່ງ​ອິດສະຣາເອນ. ແລ້ວ​ເຮເຊກີຢາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]