Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 29 OLCV

Show OLCV only
Verse × ×
1 Hezekiah became king at twenty-five, reigning twenty-nine years in Jerusalem. His mother: Abijah, daughter of Zechariah. ເມື່ອ​ເຮເຊກີຢາ​ຂຶ້ນ​ເປັນ​ກະສັດ ເພິ່ນ​ອາຍຸ​ຊາວ​ຫ້າ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເປັນ​ເວລາ​ຊາວ​ເກົ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ອາບີຢາ ເຊິ່ງ​ເປັນ​ລູກສາວ​ຂອງ​ເຊກາຣີຢາ.
2 He did right in our Father's eyes, just as his father David had done. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ​ເໝືອນ​ທີ່​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ​ໄດ້​ເຮັດ.
3 In his reign's first year, first month, he opened the doors of our Father's house and repaired them. ໃນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ທໍາອິດ​ຂອງ​ການ​ປົກຄອງ​ຂອງ​ເພິ່ນ, ເພິ່ນ​ໄດ້​ເປີດ​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ໄດ້​ສ້ອມແປງ​ປະຕູ​ຄືນ​ໃໝ່.
4 He brought in the priests and the Levites and gathered them in the eastern square. ເພິ່ນ​ໄດ້​ເອີ້ນ​ບັນດາ​ປະໂລຫິດ ແລະ ຊາວເລວີ​ມາ​ພົບ​ກັນ, ແລ້ວ​ກໍ​ປະຊຸມ​ກັນ​ກັບ​ພວກເຂົາ​ຢູ່​ທີ່​ສີ່​ແຍກ​ທາງ​ດ້ານ​ຕາເວັນອອກ.
5 He told them, "Hear me, Levites! Dedicate yourselves now, and dedicate our Father's house, the God of your fathers, and remove the filth from the Holy Place. ແລະ​ເພິ່ນ​ໄດ້​ກ່າວ​ວ່າ: “ຈົ່ງ​ຟັງ​ຂ້າພະເຈົ້າ, ຊາວເລວີ! ບັດນີ້ ຈົ່ງ​ຊຳລະ​ຕົນ​ເອງ​ໃຫ້​ບໍລິສຸດ ແລະ ຈົ່ງ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ. ຈົ່ງ​ລົບລ້າງ​ສິ່ງ​ທີ່​ເປັນ​ມົນທິນ​ທັງໝົດ​ອອກ​ຈາກ​ບ່ອນ​ສັກສິດ.
6 Our ancestors were unfaithful, doing evil in our Father's eyes; they abandoned him, turned their faces from our Father's dwelling, and turned their backs. ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່ສັດຊື່; ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ ໄດ້​ປະຖິ້ມ​ພຣະອົງ. ພວກເຂົາ​ໄດ້​ຫັນ​ໜ້າ​ໜີ​ຈາກ​ບ່ອນ​ທີ່​ພຣະເຈົ້າຢາເວ​ສະຖິດ​ຢູ່ ແລະ ໄດ້​ປິ່ນ​ຫລັງ​ໃສ່​ພຣະອົງ.
7 They also shut the entrance hall doors, extinguished the lamps, and did not burn incense or offer burnt offerings in the sanctuary to our Father, the God of Israel. ພວກເຂົາ​ຍັງ​ໄດ້​ປິດ​ລະບຽງ​ປະຕູ​ວິຫານ​ໄວ້, ບໍ່​ໃຕ້​ຕະກຽງ. ພວກເຂົາ​ບໍ່​ໄດ້​ເຜົາ​ເຄື່ອງຫອມ ຫລື ຖວາຍ​ເຄື່ອງເຜົາ​ບູຊາ​ໃດໆ​ທີ່​ບ່ອນ​ສັກສິດ​ແກ່​ພຣະເຈົ້າ​ແຫ່ງ​ອິດສະຣາເອນ.
8 So our Father's anger fell on Judah and Jerusalem, making them an object of terror, horror, and scorn, as you see with your own eyes. ເຫດສະນັ້ນ, ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຕົກ​ໃສ່​ຢູດາຍ ແລະ ເຢຣູຊາເລັມ; ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ທີ່​ໜ້າ​ລັງກຽດ, ເປັນ​ຕາ​ໜ້າ​ຢ້ານ ແລະ ຖືກ​ດູໝິ່ນ, ດັ່ງ​ທີ່​ພວກທ່ານ​ໄດ້​ເຫັນ​ກັບ​ຕາ​ຂອງ​ພວກທ່ານ​ເອງ.
9 For our fathers fell by the sword; our sons, daughters, and wives are captive for this. ດ້ວຍເຫດນີ້ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ລົ້ມ​ລົງ​ຕາຍ​ດ້ວຍ​ດາບ ແລະ ດ້ວຍ​ເຫດ​ນີ້ ດ້ວຍ​ລູກຊາຍ ແລະ ບັນດາ​ລູກສາວ ແລະ ເມຍ​ຂອງ​ພວກເຮົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.
10 Now I intend to make a covenant with our Father, the God of Israel, so his fierce anger turns from us. ບັດນີ້ ຂ້າພະເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຄໍາໝັ້ນສັນຍາ​ກັບ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ເພື່ອ​ວ່າ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ​ຈະ​ຫັນ​ໜີ​ໄປ​ຈາກ​ພວກເຮົາ.
11 My sons, don't be negligent now—our Father chose you to stand before him, serve him, be his servants, and burn incense." ລູກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ບັດນີ້ ຢ່າ​ໄດ້​ເມີນເສີຍ​ຕໍ່​ໜ້າທີ່​ຂອງ​ພວກທ່ານ ເພາະ​ພຣະເຈົ້າ​ຢາເວ​ໄດ້​ເລືອກ​ເອົາ​ພວກທ່ານ​ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພຣະອົງ ແລະ ຮັບໃຊ້​ພຣະອົງ, ເພື່ອ​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະອົງ ແລະ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະອົງ”.
12 The Levites stood: Kohathites—Mahath, Amasai's son, and Joel, Azariah's son; Merarites—Kish, Abdi's son, and Azariah, Jehallelel's son; Gershonites—Joah, Zimmah's son, and Eden, Joah's son; ແລ້ວ​ຊາວເລວີ​ເຫລົ່ານີ້​ຈຶ່ງ​ເລີ່ມ​ປະຕິບັດ​ໜ້າທີ່​ດັ່ງນີ້: ຈາກ​ຊາວໂກຮາດ​ຄື: ມາຮາດ ລູກຊາຍ​ຂອງ​ອາມາໄສ ແລະ ໂຢເອນ​ລູກຊາຍ​ຂອງ​ອາຊາຣີຢາ; ຈາກ​ຊາວ​ເມຣາຣິ​ຄື: ກີເຊ ລູກຊາຍ​ຂອງ​ອັບດີ ແລະ ອາຊາຣີຢາ​ລູກຊາຍ​ຂອງ​ເຢຮານເລເລນ; ຈາກ​ຊາວເກໂຊນ​ຄື: ໂຢອາ ລູກຊາຍ​ຂອງ​ຊິມມາ ແລະ ເອເດນ​ລູກຊາຍ​ຂອງ​ໂຢອາ;
13 of the sons of Elizaphan, Shimri and Jeiel; of the sons of Asaph, Zechariah and Mattaniah; ຈາກ​ເຊື້ອສາຍ​ຂອງ​ເອລີຊາຟັນ​ຄື: ຊິມຣີ ແລະ ເຢອູເອນ; ຈາກ​ເຊື້ອສາຍ​ຂອງ​ອາສັບ​ຄື: ເຊກາຣີຢາ ແລະ ມັດຕານິຢາ;
14 of the sons of Heman, Jehiel and Shimei; and of the sons of Jeduthun, Shemaiah and Uzziel. ຈາກ​ເຊື້ອສາຍ​ຂອງ​ເຮມານ​ຄື: ເຢອູເອນ ແລະ ຊີເມອີ; ຈາກ​ເຊື້ອສາຍ​ຂອງ​ເຢດູທູນ​ຄື: ເຊມາອີຢາ ແລະ ອຸດຊີເອນ.
15 They gathered their brothers, made themselves holy, and went to clean our Father's house, as the king commanded by our Father's words. ເມື່ອ​ພວກເຂົາ​ໄດ້​ມາ​ປະຊຸມ​ກັນ​ກັບ​ພວກ​ພີ່ນ້ອງ​ຊາວເລວີ ແລະ ໄດ້​ຊຳລະ​ຕົນ​ເອງ​ແລ້ວ, ພວກເຂົາ​ກໍ​ເຂົ້າ​ໄປ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ, ຕາມ​ທີ່​ກະສັດ​ໄດ້​ສັ່ງ​ໄວ້​ນັ້ນ, ປະຕິບັດ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.
16 The priests entered our Father's inner house to cleanse it, bringing all the impurity they found in our Father's temple out to the courtyard. The Levites carried it out to the Kidron brook. ບັນດາ​ປະໂລຫິດ​ໄດ້​ເຂົ້າ​ໄປ​ທາງ​ໃນ​ສະຖານ​ນະມັດສະການ​ຂອງ​ພຣະເຈົ້າຢາເວ​ເພື່ອ​ຊຳລະ​ບ່ອນ​ນັ້ນ. ພວກເຂົາ​ນຳ​ເອົາ​ທຸກສິ່ງ​ທີ່​ເປັນ​ມົນທິນ​ທີ່​ພວກເຂົາ​ພົບ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ອອກ​ມາ​ທີ່​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຊາວເລວີ​ໄດ້​ຂົນ​ສິ່ງ​ທີ່​ເປັນ​ມົນທິນ​ອອກ​ໄປ ແລະ ນໍາ​ເອົາ​ທີ່​ຮ່ອມພູ​ກິດໂຣນ.
17 They began dedicating the first day of month one; by the eighth day of that month, they reached our Father's entrance hall. They dedicated the house of our Father eight days, finishing the sixteenth day of month one. ພວກເຂົາ​ໄດ້​ເລີ່ມຕົ້ນ​ຊຳລະ​ວິຫານ​ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ໜຶ່ງ ແລະ ໃນ​ວັນ​ທີ​ແປດ​ຂອງ​ເດືອນ​ນັ້ນ ພວກເຂົາ​ກໍ​ຊຳລະ​ອອກ​ມາ​ຈົນ​ຮອດ​ດ້ານໜ້າ​ລະບຽງ​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໃຊ້​ເວລາ​ອີກ​ແປດ​ວັນ​ໃນ​ການ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ. ແລ້ວ​ກໍ​ສໍາເລັດ​ໃນ​ວັນ​ທີ​ສິບ​ຫົກ​ຂອງ​ເດືອນ​ທີ​ໜຶ່ງ.
18 Then they came in to King Hezekiah and said, "We have cleaned all of our Father's house—the altar of burnt offering with all its utensils, and the table of the Bread of the Presence with all its utensils. ແລ້ວ​ພວກເຂົາ​ໄດ້​ໄປ​ພົບ​ກະສັດ​ເຮເຊກີຢາ ແລະ ໄດ້​ລາຍງານ​ວ່າ: “ພວກຂ້ານ້ອຍ​ໄດ້​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ​ທັງໝົດ​ແລ້ວ, ພ້ອມທັງ​ແທ່ນບູຊາ​ຂອງ​ເຜົາ​ເຄື່ອງຖວາຍ​ບູຊາ ແລະ ເຄື່ອງໃຊ້​ທັງໝົດ​ປະຈຳ​ແທ່ນບູຊາ, ແລະ ໂຕະ​ວາງ​ເຂົ້າຈີ່​ຖວາຍ ແລະ ເຄື່ອງໃຊ້​ທັງໝົດ​ປະຈຳ​ໂຕະ.
19 All the utensils King Ahaz discarded during his unfaithful reign we have prepared and dedicated—they stand before our Father's altar." ພວກຂ້ານ້ອຍ​ໄດ້​ຈັດຕຽມ ແລະ ໄດ້​ຊຳລະ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ກະສັດ​ອາຮາດ​ໄດ້​ເອົາ​ອອກ​ໄປ​ໃນ​ເວລາ​ທີ່​ເພິ່ນ​ບໍ່​ສັດຊື່​ຕໍ່​ພຣະເຈົ້າ ຂະນະ​ທີ່​ເພິ່ນ​ໄດ້​ເປັນ​ເປັນ​ກະສັດ. ບັດນີ້ ສິ່ງຂອງ​ເຫລົ່ານັ້ນ​ໄດ້​ວາງ​ໄວ້​ຢູ່​ທາງໜ້າ​ຂອງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ແລ້ວ”.
20 King Hezekiah rose early, gathered the city's officials, and went up to our Father's house. ມື້​ຕໍ່ມາ​ໃນ​ເວລາ​ເຊົ້າໆ ກະສັດ​ເຮເຊກີຢາ​ໄດ້​ເອີ້ນ​ບັນດາ​ເຈົ້າ​ໜ້າທີ່​ຂອງ​ເມືອງ​ໃຫ້​ມາ​ປະຊຸມ​ກັນ ແລ້ວ​ກໍ​ພາກັນ​ຂຶ້ນ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ນໍາ​ກັນ.
21 They brought seven bulls, seven rams, seven lambs, seven male goats as a sin offering for the kingdom, sanctuary, and Judah, and he commanded Aaron's sons, the priests, to offer them on our Father's altar. ພວກເຂົາ​ໄດ້​ນຳ​ເອົາ​ງົວເຖິກ​ເຈັດ​ໂຕ, ແກະເຖິກ​ເຈັດ​ໂຕ, ແກະ​ຜູ້​ເຈັດ​ໂຕ ແລະ ແບ້​ຜູ້​ເຈັດ​ໂຕ​ເປັນ​ເຄື່ອງຖວາຍ​ບູຊາ​ໄຖ່​ບາບ​ສຳລັບ​ອານາຈັກ, ສຳລັບ​ສະຖານ​ນະມັດສະການ ແລະ ສຳລັບ​ຢູດາ. ກະສັດ​ໄດ້​ສັ່ງ​ໃຫ້​ບັນດາ​ປະໂລຫິດ, ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອາໂຣນ​ຖວາຍ​ສັດ​ເຫລົ່ານັ້ນ​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ.
22 They killed the bulls; the priests took the blood and splashed it on the altar. They killed the rams and splashed the blood on the altar, then killed the lambs and splashed the blood on the altar. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂ້າ​ງົວເຖິກ ແລະ ບັນດາ​ປະໂລຫິດ​ໄດ້​ນຳ​ເອົາ​ເລືອດ​ໄປ ແລະ ຊິດ​ໃສ່​ເທິງ​ແທ່ນບູຊາ; ຕໍ່ມາ ພວກເຂົາ​ໄດ້​ຂ້າ​ແກະຜູ້ ແລະ ເອົາ​ເລືອດ​ຊິດ​ໃສ່​ເທິງ​ແທ່ນບູຊາ; ພວກເຂົາ​ໄດ້​ຂ້າ​ລູກແກະ ແລ້ວ​ເອົາ​ເລືອດ​ຊິດ​ໃສ່​ເທິງ​ແທ່ນບູຊາ.
23 They brought the sin-offering goats before the king and assembly, and laid their hands on them. ພວກເຂົາ​ໄດ້​ເອົາ​ແບ້ເຖິກ​ສຳລັບ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ໄດ້​ນຳ​ອອກ​ມາ​ຕໍ່ໜ້າ​ກະສັດ ແລະ ປະຊາຊົນ​ທີ່​ມາ​ຊຸມນຸມ​ກັນ ແລ້ວ​ພວກເຂົາ​ກໍ​ໄດ້​ວາງ​ມື​ໃສ່​ແບ້ເຖິກ​ເຫລົ່ານັ້ນ.
24 The priests slaughtered them and made a sin offering with their blood on the altar to atone for all Israel, because the king had ordered the burnt offering and sin offering for all Israel. ຫລັງຈາກນັ້ນ ບັນດາ​ປະໂລຫິດ​ກໍ​ໄດ້​ຂ້າ​ແບ້ ແລະ ນໍາ​ເອົາ​ເລືອດ​ໄປ​ຖອກ​ໃສ່​ເທິງ​ແທ່ນບູຊາ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ໃຫ້​ກັບ​ອິດສະຣາເອນ​ທັງໝົດ, ເພາະ​ກະສັດ​ໄດ້​ສັ່ງ​ໃຫ້​ເຜົາ​ເຄື່ອງຖວາຍ​ບູຊາ ແລະ ເຄື່ອງບູຊາ​ໄຖ່​ບາບ​ສຳລັບ​ອິດສະຣາເອນ​ທັງໝົດ.
25 He stationed the Levites in our Father's house with cymbals, harps, and lyres, as David, Gad the king's seer, and Nathan the prophet commanded—for the command came from our Father through his prophets. ເຮເສກີຢາ​ໄດ້​ໃຫ້​ຄົນ​ເລວີ​ປະຈຳ​ໜ້າທີ່​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພ້ອມ​ກັບ​ໃຫ້​ດີດ​ພິນໃຫຍ່ ແລະ ພິນນ້ອຍ ແລະ ຕົບແສ່ງ​ຕາມ​ທີ່​ດາວິດ ແລະ ກາດ​ຜູ້ທຳນວາຍ​ຂອງ​ກະສັດ ແລະ ຜູ້ທຳນວາຍ​ນາທານ​ໄດ້​ກຳນົດ​ໄວ້; ພຣະເຈົ້າຢາເວ​ທີ່​ໄດ້​ສັ່ງ​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ຂອງ​ພຣະອົງ​ໄວ້.
26 The Levites stood with the instruments of David, and the priests with the trumpets. ດັ່ງນັ້ນ ຄົນ​ເລວີ​ຈຶ່ງ​ເຂົ້າ​ປະຈຳ​ທີ່​ຕຽມ​ບັນເລງ​ເຄື່ອງ​ດົນຕີ​ທີ່​ດາວິດ​ເຮັດ​ຂຶ້ນ ສ່ວນ​ບັນດາ​ປະໂລຫິດ​ກໍ​ເຂົ້າ​ປະຈຳ​ທີ່​ຕຽມ​ເປົ່າ​ແກ​ຂອງ​ຕົນ.
27 Hezekiah ordered the burnt offering on the altar; when it began, the song of our Father began too, with the trumpets and the instruments of David, king of Israel. ເຮເຊກີຢາ​ໄດ້​ສັ່ງ​ໃຫ້​ຖວາຍ​ເຄື່ອງເຜົາ​ບູຊາ​ເທິງ​ແທ່ນບູຊາ. ໃນ​ຂະນະ​ທີ່​ເລີ່ມ​ຕົ້ນ​ຖວາຍບູຊາ, ພວກເຂົາ​ກໍ​ເລີ່ມ​ຮ້ອງ​ສັນລະເສີນ​ພຣະເຈົ້າຢາເວ​ດ້ວຍ​ການ​ເປົ່າ​ແກ​ປະສານ​ກັນ​ກັບ​ການ​ຫລິ້ນ​ເຄື່ອງ​ດົນຕີ​ຂອງ​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ.
28 The whole assembly bowed, the singers sang, the trumpeters sounded, until the burnt offering was finished. ຂະນະ​ທີ່​ນັກຮ້ອງ​ຂັບຮ້ອງ ແລະ ນັກດົນຕີ​ເປົ່າ​ແກ, ຊຸມນຸມ​ປະຊາຊົນ​ທັງໝົດ​ກໍ​ກົ້ມ​ກາບ​ນະມັດສະການ. ເປັນ​ເຊັ່ນ​ນີ້​ຈົນ​ກວ່າ​ຖວາຍ​ເຄື່ອງເຜົາ​ບູຊາ​ສຳເລັດ.
29 When the offering ended, the king and all present with him bowed and worshiped. ເມື່ອ​ການ​ຖວາຍ​ເຄື່ອງບູຊາ​ສຳເລັດ​ແລ້ວ, ກະສັດ ແລະ ທຸກຄົນ​ທີ່​ຢູ່​ກັບ​ເພິ່ນ​ກໍ​ໄດ້​ຄຸເຂົ່າ​ລົງ​ກາບ​ນະມັດສະການ.
30 King Hezekiah and the officials had the Levites praise our Father with words from David and Asaph the seer. They sang for joy, bowed low, and worshiped. ກະສັດ​ເຮເຊກີຢາ ແລະ ບັນດາ​ເຈົ້າໜ້າທີ່​ໄດ້​ສັ່ງ​ໃຫ້​ຊາວເລວີ​ສັນລະເສີນ​ພຣະເຈົ້າຢາເວ​ດ້ວຍ​ບົດ​ສັນລະເສີນ​ຂອງ​ດາວິດ ແລະ ຂອງ​ຜູ້ທຳນວາຍ​ອາສັບ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ ກົ້ມ​ກາບ​ນະມັດສະການ​ພຣະເຈົ້າ.
31 Then Hezekiah said, "You have now dedicated yourselves to our Father. Come near, bring sacrifices and thank offerings to our Father's house." So the assembly brought sacrifices and thank offerings; all willing hearts brought burnt offerings. ຫລັງຈາກນັ້ນ ເຮເຊກີຢາ​ກໍ​ໄດ້​ກ່າວ​ວ່າ, “ບັດນີ້ ພວກເຈົ້າ​ໄດ້​ອຸທິດຖວາຍ​ຕົນ​ເອງ​ແກ່​ພຣະເຈົ້າຢາເວ​ແລ້ວ. ຈົ່ງ​ນຳ​ເອົາ​ເຄື່ອງບູຊາ​ມາ ແລະ ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ”. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ໄດ້​ນຳ​ເຄື່ອງບູຊາ ແລະ ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ຖວາຍ ແລະ ທຸກຄົນ​ທີ່​ເຕັມ​ໃຈ​ກໍ​ໄດ້​ນຳ​ເຄື່ອງເຜົາ​ບູຊາ​ມາ​ຖວາຍ.
32 The assembly brought seventy bulls, one hundred rams, 200 lambs—all as a burnt offering to our Father. ຈໍານວນ​ຂອງ​ເຄື່ອງເຜົາ​ບູຊາ​ທີ່​ປະຊາຊົນ​ນຳ​ມາ​ຖວາຍ​ມີ​ຄື ງົວເຖິກ​ເຈັດ​ສິບ​ໂຕ, ແກະ​ເຖິກ​ໜຶ່ງ​ຮ້ອຍ​ໂຕ ແລະ ແກະຜູ້​ສອງ​ຮ້ອຍ​ໂຕ ສັດ​ທັງໝົດ​ນີ້​ເປັນ​ເຄື່ອງເຜົາ​ບູຊາ​ແກ່​ພຣະເຈົ້າຢາເວ.
33 And the consecrated offerings were 600 bulls and 3,000 sheep. ຈໍານວນ​ສັດ​ທີ່​ຊຳລະ​ຖວາຍ​ເປັນ​ເຄື່ອງບູຊາ​ມີ​ງົວເຖິກ​ຫົກ​ຮ້ອຍ​ໂຕ, ແກະ ແລະ ແບ້​ສາມ​ພັນ​ໂຕ.
34 The priests were too few to skin all the burnt offerings, so their Levite brothers helped them until the work was done and until the priests made themselves holy; the Levites were more honest in heart to make themselves holy than the priests. ແຕ່​ມີ​ບັນດາ​ປະໂລຫິດ​ໜ້ອຍ​ເກີນ​ໄປ​ສຳລັບ​ລົກ​ໜັງ​ສັດ​ທີ່​ເປັນ​ເຄື່ອງເຜົາ​ບູຊາ​ທັງໝົດ; ດັ່ງນັ້ນ ພີ່ນ້ອງ​ຊາວເລວີ​ໄດ້​ມາ​ຊ່ວຍເຫລືອ​ພວກເຂົາ​ຈົນ​ວຽກງານ​ສຳເລັດ ແລະ ຈົນ​ປະໂລຫິດ​ຄົນ​ອື່ນໆ​ໄດ້​ເຮັດ​ພິທີ​ຊຳລະ​ຕົນ, ເພາະ​ຊາວເລວີ​ເຄັ່ງຄັດ​ໃນ​ການ​ຊຳລະ​ຕົນ​ຫລາຍ​ກວ່າ​ບັນດາ​ປະໂລຫິດ.
35 Besides the many burnt offerings, there was fat from peace offerings and drink offerings for them. So the service of our Father's house was restored. ມີ​ເຄື່ອງເຜົາ​ບູຊາ​ຢ່າງ​ຫລວງຫລາຍ, ພ້ອມ​ທັງ​ໄຂມັນ​ຂອງ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ ເຄື່ອງດື່ມ​ຖວາຍບູຊາ​ພ້ອມ​ກັນ​ກັບ​ເຄື່ອງເຜົາ​ບູຊາ. ດັ່ງນັ້ນ ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ກໍ​ໄດ້​ຮັບ​ການ​ຟື້ນຟູ​ຂຶ້ນ​ໃໝ່.
36 Hezekiah and all the people rejoiced over what our Father prepared for them, since it happened suddenly. ເຮເຊກີຢາ ແລະ ປະຊາຊົນ​ທັງໝົດ​ກໍ​ພາ​ກັນ​ຊົມຊື່ນ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ປະຊາຊົນ​ຂອງ​ພຣະອົງ, ເພາະ​ທຸກຢ່າງ​ສຳເລັດ​ຜົນ​ຢ່າງ​ວ່ອງໄວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]