Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 30 OLCV

Show OLCV only
Verse × ×
1 Hezekiah sent word to all Israel and Judah, and wrote letters to Ephraim and Manasseh, to come to the house of our Father in Jerusalem to keep the Passover to our Father, the God of Israel. ເຮເສກີຢາ​ໄດ້​ແຈ້ງ​ໄປ​ທົ່ວ​ແດນ​ອິດສະຣາເອນ ແລະ ຢູດາຍ​ທັງໝົດ ແລະ ຍັງ​ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ເຜົ່າ​ເອຟຣາອິມ ແລະ ມານາເຊ, ເພື່ອ​ເຊີນ​ພວກເຂົາ​ໃຫ້​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ເຢຣູຊາເລັມ ແລະ ສະຫລອງ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ.
2 The king, his officials, and the whole assembly in Jerusalem had decided to keep the Passover in the second month, ກະສັດ​ເຮເຊກີຢາ ແລະ ບັນດາ​ຂ້າລາຊະການ ແລະ ປະຊາຊົນ​ທັງໝົດ​ໃນ​ເຢຣູຊາເລັມ​ໄດ້​ຕົກລົງ​ກັນ​ສະຫລອງ​ປັດສະຄາ​ໃນ​ເດືອນ​ທີ​ສອງ.
3 since they could not keep it then, because too few priests had made themselves holy and the people had not gathered at Jerusalem. ພວກເຂົາ​ບໍ່​ສາມາດ​ສະຫລອງ​ປັດສະຄາ​ຕາມ​ເວລາ​ເດີມ​ໄດ້ ເພາະ​ປະໂລຫິດ​ທີ່​ຊຳລະ​ຕົນ​ແລ້ວ​ມີ​ບໍ່​ພຽງພໍ ແລະ ປະຊາຊົນ​ກໍ​ຍັງ​ບໍ່​ໄດ້​ມາ​ຊຸມນຸມ​ກັນ​ໃນ​ເຢຣູຊາເລັມ.
4 The plan seemed right to the king and to all the assembly, ແຜນການ​ນີ້​ເບິ່ງ​ເໝືອນ​ວ່າ​ເປັນ​ທີ່​ພໍໃຈ​ຕໍ່​ທັງ​ກະສັດ ແລະ ປະຊາຊົນ.
5 so they sent a proclamation throughout Israel, from Beersheba to Dan, that the people should come to Jerusalem to keep the Passover to our Father, the God of Israel; for they had not kept it together in great numbers as written. ພວກເຂົາ​ຈຶ່ງ​ຕົກລົງ​ກັນ​ສົ່ງ​ການ​ປະກາດ​ໄປ​ທົ່ວ​ອິດສະຣາເອນ, ຕັ້ງແຕ່​ເມືອງ​ເບເອນເຊບາ​ຈົນ​ຮອດ​ເມືອງ​ດານ, ເພື່ອ​ເຊີນຊວນ​ປະຊາຊົນ​ໃຫ້​ມາ​ທີ່​ເຢຣູຊາເລັມ ແລະ ສະຫລອງ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ. ອີງຕາມ​ສິ່ງ​ທີ່​ໄດ້​ບັນທຶກ​ໄວ້​ແລ້ວ​ບໍ່​ເຄີຍ​ມີ​ຄົນ​ເປັນ​ຈໍານວນ​ຫລວງຫລາຍ​ມາ​ສະຫລອງ​ແບບ​ນີ້​ມາ​ກ່ອນ.
6 The couriers went through all Israel and Judah with letters from the king and his officials, ordered by the king: "Children of Israel, return to our Father, the God of Abraham, Isaac, and Israel, so he may return to the remnant of you who survived and escaped the power of the kings of Assyria. ຜູ້​ສົ່ງ​ຂ່າວ​ກໍ​ໄດ້​ອອກ​ໄປ​ທົ່ວ​ອິດສະຣາເອນ ແລະ ຢູດາຍ​ພ້ອມທັງ​ມີ​ຈົດໝາຍ​ຈາກ​ກະສັດ ແລະ ບັນດາ​ຂ້າລາຊະການ​ຂອງ​ເພິ່ນ, ຕາມ​ຄຳສັ່ງ​ຂອງ​ກະສັດ​ວ່າ​ດັ່ງນີ້: “ປະຊາຊົນ​ອິດສະຣາເອນ, ຈົ່ງ​ກັບ​ຄືນ​ມາ​ຫາ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ອິດສະຣາເອນ, ເພື່ອ​ພຣະອົງ​ຈະ​ກັບ​ຄືນ​ມາ​ຫາ​ພວກທ່ານ​ທີ່​ເຫລືອ​ຢູ່, ແລ້ວ​ພວກທ່ານ​ຈະ​ໄດ້​ໃຫ້​ລອດພົ້ນ​ຈາກ​ມື​ຂອງ​ບັນດາ​ກະສັດ​ແຫ່ງ​ອັດຊີເຣຍ.
7 Do not be like your fathers and brothers, who were unfaithful to our Father, the God of their fathers, so he made them a desolation, as you see. ຢ່າ​ເປັນ​ເໝືອນ​ກັບ​ບັນພະບຸລຸດ ແລະ ພີ່ນ້ອງ​ອິດສະຣາເອນ​ຂອງ​ທ່ານ​ເລີຍ, ຜູ້​ທີ່​ບໍ່ສັດຊື່​ຕໍ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ, ດັ່ງນັ້ນ ພຣະອົງ​ຈຶ່ງ​ເຮັດ​ໃຫ້​ພວກເຂົາ​ເປັນ​ທີ່​ໜ້າ​ລັງກຽດ​ດັ່ງ​ທີ່​ພວກທ່ານ​ເຫັນ​ຢູ່.
8 Don't be stubborn like your fathers; give yourselves to our Father and come to his sanctuary, which he dedicated forever, and serve your Father, so his fierce anger turns from you. ຢ່າ​ດື້ດ້ານ​ເໝືອນດັ່ງ​ບັນພະບຸລຸດ​ຂອງ​ພວກທ່ານ; ຈົ່ງ​ຍອມ​ຈຳນົນ​ຕໍ່​ພຣະເຈົ້າຢາເວ. ຈົ່ງ​ມາ​ທີ່​ສະຖານ​ນະມັດສະການ​ຂອງ​ພຣະອົງ, ເຊິ່ງ​ພຣະອົງ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ຕະຫລອດ​ໄປ, ຈົ່ງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ, ເພື່ອ​ວ່າ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ​ຈະ​ຫັນໜີ​ຈາກ​ພວກທ່ານ​ໄປ.
9 For if you return to our Father, your brothers and your children will find compassion from their captors and return to this land. For your Father is gracious and merciful; he will not turn his face from you if you return to him." ຖ້າ​ພວກທ່ານ​ກັບ​ຄືນ​ມາ​ຫາ​ພຣະເຈົ້າຢາເວ, ແລ້ວ​ພີ່ນ້ອງ​ອິດສະຣາເອນ ແລະ ລູກຫລານ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພວກ​ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ ແລະ ພວກເຂົາ​ຈະ​ໄດ້​ກັບ​ຄືນ​ມາ​ທີ່​ດິນແດນ​ນີ້​ອີກ, ເພາະ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ມີ​ພຣະຄຸນ ແລະ ມີ​ໃຈ​ເມດຕາ​ກະລຸນາ. ພຣະອົງ​ຈະ​ບໍ່​ຫັນ​ໜ້າ​ໜີ​ຈາກ​ພວກທ່ານ ຖ້າ​ພວກທ່ານ​ກັບ​ຄືນ​ມາ​ຫາ​ພຣະອົງ”.
10 The couriers went from city to city through Ephraim and Manasseh to Zebulun, but the people laughed at them and mocked them. ຜູ້​ສົ່ງ​ຂ່າວ​ໄດ້​ເດີນທາງ​ໄປ​ຕັ້ງແຕ່​ເມືອງ​ໜຶ່ງ​ໄປ​ຫາ​ອີກ​ເມືອງ​ໃນ​ດິນແດນ​ຂອງ​ເຜົ່າ​ເອຟຣາອິມ ແລະ ມານາເຊ, ແລະ ໄກ​ອອກ​ໄປ​ຈົນ​ເຖິງ​ເຜົ່າ​ເຊບູໂລນ, ແຕ່​ປະຊາຊົນ​ໄດ້​ເວົ້າ​ດູໝິ່ນ ແລະ ເຢາະເຢີ້ຍ​ພວກເຂົາ.
11 Even so, some from Asher, Manasseh, and Zebulun humbled themselves and came to Jerusalem. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ບາງ​ຄົນ​ຈາກ​ເຜົ່າ​ອາເຊ, ມານາເຊ ແລະ ເຊບູໂລນ​ໄດ້​ຖ່ອມໃຈ​ລົງ ແລະ ໄດ້​ມາ​ທີ່​ເຢຣູຊາເລັມ.
12 The hand of our Father was also on Judah, giving them one heart to do what the king and officials commanded by the word of our Father. ມື​ຂອງ​ພຣະເຈົ້າ​ກໍ​ຢູ່​ເໜືອ​ປະຊາຊົນ​ໃນ​ຢູດາຍ​ເຮັດ​ໃຫ້​ພວກເຂົາ​ເປັນ​ນໍ້າໜຶ່ງ​ໃຈ​ດຽວ​ກັນ​ເພື່ອ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ ແລະ ບັນດາ​ຂ້າລາຊະການ​ຂອງ​ເພິ່ນ​ໄດ້​ສັ່ງ​ໂດຍ​ເຮັດ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.
13 A very large assembly gathered at Jerusalem to keep the Feast of Bread Without Yeast in the second month. ປະຊາຊົນ​ຈຳນວນ​ຫລວງຫລາຍ​ກໍ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ເຢຣູຊາເລັມ​ໃນ​ເດືອນ​ທີ​ສອງ ເພື່ອ​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ.
14 They set to work and removed the altars in Jerusalem, and they took away all the incense altars, throwing them into the Kidron Valley. ພວກເຂົາ​ໄດ້​ມ້າງ​ແທ່ນບູຊາ​ໃນ​ເຢຣູຊາເລັມ ແລະ ກວາດລ້າງ​ແທ່ນ​ເຜົາ​ເຄື່ອງຫອມ​ຕ່າງໆ​ອອກ​ໄປ ແລະ ນຳ​ໄປ​ຖິ້ມ​ໃນ​ຮ່ອມພູ​ກິດໂຣນ.
15 They slaughtered the Passover lamb on the fourteenth of the second month. The priests and Levites were ashamed, so they dedicated themselves and brought burnt offerings to the house of our Father. ໃນ​ວັນ​ທີ​ສິບ​ສີ່​ເດືອນ​ທີ​ສອງ ພວກເຂົາ​ໄດ້​ຂ້າ​ລູກແກະ​ສຳລັບ​ຖວາຍບູຊາ​ໃນ​ປັດສະຄາ. ບັນດາ​ປະໂລຫິດ ແລະ ຊາວເລວີ​ຮູ້​ສຶກ​ລະອາຍ​ໃຈ ແລະ ຈຶ່ງ​ຊຳລະ​ຕົນ​ເອງ​ໃຫ້​ບໍລິສຸດ ແລ້ວ​ພວກເຂົາ​ນຳ​ເຄື່ອງເຜົາບູຊາ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.
16 They stood at their posts by custom, as the Law of Moses the man of God requires; the priests sprinkled the blood the Levites handed them. ຫລັງຈາກນັ້ນ ພວກເຂົາ​ກໍ​ໄດ້​ເຂົ້າ​ປະຈຳ​ໜ້າທີ່​ຂອງ​ຕົນ​ຕາມ​ທີ່​ກໍານົດ​ໄວ້​ໃນ​ຢູ່​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ. ຊາວເລວີ​ໄດ້​ນໍາ​ເອົາ​ເລືອດ​ມາ​ໃຫ້​ບັນດາ​ປະໂລຫິດ​ຊິດ​ໃສ່​ແທ່ນບູຊາ.
17 Many in the assembly had not dedicated themselves, so the Levites were in charge of killing the Passover lambs for everyone unclean, to dedicate them to our Father. ເນື່ອງ​ຈາກ​ມີ​ປະຊາຊົນ​ຫລວງຫລາຍ​ທີ່​ບໍ່​ໄດ້​ຊຳລະ​ຕົນ​ເອງ, ຊາວເລວີ​ຈຶ່ງ​ຕ້ອງ​ຂ້າ​ລູກແກະ​ປັດສະຄາ​ສໍາລັບ​ທຸກ​ຄົນ​ທີ່​ເປັນ​ມົນທິນ​ຕາມ​ລະບຽບ​ພິທີ ແລະ ເພື່ອ​ຄົນ​ທີ່​ບໍ່​ສາມາດ​ເອົາ​ລູກແກະ​ມາ​ຂ້າ​ຊໍາລະ​ຕົນ​ຖວາຍ​ແກ່​ພຣະເຈົ້າຢາເວ​ໄດ້.
18 A large number of the people, many from Ephraim, Manasseh, Issachar, and Zebulun, had not purified themselves, yet ate the Passover, though not as written. But Hezekiah prayed for them: "May our good Father pardon everyone, ເຖິງ​ແມ່ນ​ວ່າ​ປະຊາຊົນ​ສ່ວນ​ຫລາຍ​ມາ​ຈາກ​ເຜົ່າ​ເອຟຣາອິມ, ມານາເຊ, ອິດຊາຄາ ແລະ ເຊບູໂລນ​ບໍ່​ໄດ້​ຊຳລະ​ຕົນ​ເອງ​ກໍ​ຕາມ, ພວກເຂົາ​ກໍ​ກິນ​ປັດສະຄາ​ໄດ້ ເຊິ່ງ​ເປັນ​ການ​ຂັດແຍ້ງ​ກັບ​ກົດບັນຍັດ ແຕ່​ເຮເຊກີຢາ​ກໍ​ໄດ້​ພາ​ວັນນາ​ອະທິຖານ​ເພື່ອ​ພວກເຂົາ​ວ່າ, “ຂໍ​ພຣະເຈົ້າຢາເວ, ຜູ້​ປະເສີດ, ຂໍ​ໂຜດ​ຍົກໂທດ​ໃຫ້​ແກ່​ທຸກຄົນ
19 who sets his heart to seek our Father, the God of his fathers, though not clean by the sanctuary's rules." ຜູ້​ທີ່​ຕັ້ງໃຈ​ຈະ​ສະແຫວງ​ຫາ​ພຣະເຈົ້າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ເຖິງ​ແມ່ນ​ວ່າ​ຕາມ​ກົດ​ຂອງ​ສະຖານ​ນະມັດສະການ​ແລ້ວ​ພວກເຂົາ​ຍັງ​ເປັນ​ມົນທິນ​ຢູ່​ກໍ​ຕາມ”.
20 And our Father listened to Hezekiah and healed the people. ແລ້ວ​ພຣະເຈົ້າຢາເວ​ໄດ້​ຟັງ​ອະທິຖານ​ຂອງ​ເຮເຊກີຢາ ແລະ ໄດ້​ຮັກສາ​ປະຊາຊົນ​ເຫລົ່ານັ້ນ.
21 The Israelites in Jerusalem kept the Feast of Bread Without Yeast seven days with great joy, and day by day the Levites and priests praised our Father with loud instruments resounding to him. ຊາວອິດສະຣາເອນ​ທີ່​ຢູ່​ໃນ​ເຢຣູຊາເລັມ​ຈຶ່ງ​ໄດ້​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ເປັນ​ເວລາ​ເຈັດ​ວັນ, ຝ່າຍ​ຊາວເລວີ ແລະ ບັນດາ​ປະໂລຫິດ​ກໍ​ຮ້ອງ​ເພງ​ຖວາຍ​ພຣະເຈົ້າຢາເວ​ທຸກ​ມື້ ປະສານ​ກັບ​ສຽງ​ເຄື່ອງ​ດົນຕີ​ທີ່​ໃຊ້​ສັນລະເສີນ​ພຣະເຈົ້າຢາເວ.
22 Hezekiah spoke encouragingly to all the Levites skilled in serving our Father. For seven days they ate their festival share, offering peace offerings and giving thanks to our Father, the God of their fathers. ເຮເສກີຢາ​ໄດ້​ກ່າວ​ໃຫ້​ກຳລັງ​ໃຈ​ຊາວເລວີ​ທັງໝົດ, ຜູ້​ທີ່​ໄດ້​ຮັບໃຊ້​ພຣະເຈົ້າຢາເວ​ຢ່າງ​ດີ ພວກເຂົາ​ໄດ້​ກິນ​ອາຫານ​ຕາມ​ສ່ວນ​ທີ່​ໄດ້​ແບ່ງ​ໄວ້​ໃຫ້​ພວກເຂົາ ແລະ ໄດ້​ຖວາຍ​ເຄື່ອງບູຊາ​ແຫ່ງ​ມິດຕະພາບ ແລະ ສັນລະເສີນ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ເປັນ​ເວລາ​ເຈັດ​ວັນ.
23 Then the whole assembly agreed to keep the feast another seven days, and they kept it seven more days with joy. ແລ້ວ​ປະຊາຊົນ​ທັງໝົດ​ກໍ​ໄດ້​ຕົກລົງ​ກັນ​ສະຫລອງ​ເທດສະການ​ຕໍ່​ໄປ​ອີກ​ເປັນ​ເວລາ​ເຈັດ​ວັນ; ຈຶ່ງ​ມີ​ການ​ສະຫລອງ​ຕໍ່​ໄປ​ອີກ​ເປັນ​ເວລາ​ເຈັດ​ວັນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.
24 Hezekiah king of Judah gave the assembly 1,000 bulls and 7,000 sheep, and the officials gave 1,000 bulls and 10,000 sheep, and many priests dedicated themselves. ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ໄດ້​ມອບ​ງົວເຖິກ​ໜຶ່ງ​ພັນ​ໂຕ ແລະ ລູກແກະ ແລະ ແບ້​ເຈັດ​ພັນ​ໂຕ​ແກ່​ໃຫ້​ປະຊາຊົນ ແລະ ບັນດາ​ເຈົ້າໜ້າທີ່​ກໍ​ໄດ້​ເອົາ​ງົວເຖິກ​ໜຶ່ງ​ພັນ​ໂຕ ແລະ ແກະເຖິກ​ສິບ​ພັນ​ໂຕ​ໃຫ້​ພວກເຂົາ. ມີ​ບັນດາ​ປະໂລຫິດ​ເປັນ​ຈຳນວນ​ຫລາຍ​ໄດ້​ຊຳລະ​ຕົນ​ໃຫ້​ບໍລິສຸດ.
25 All Judah's assembly rejoiced, with the priests, the Levites, the whole assembly that came from Israel, and the foreigners from Israel's land and those living in Judah. ປະຊາຊົນ​ຢູດາຍ​ທັງໝົດ​ກໍ​ພາ​ກັນ​ຊື່ນຊົມ​ຍິນດີ​ພ້ອມ​ທັງ​ບັນດາ​ປະໂລຫິດ ຊາວເລວີ ແລະ ທຸກຄົນ​ທີ່​ມາ​ເຕົ້າໂຮມ​ກັນ​ໃນ​ອິດສະຣາເອນ​ດ້ວຍ, ລວມທັງ​ຄົນຕ່າງດ້າວ​ທີ່​ມາ​ຈາກ​ອິດສະຣາເອນ ແລະ ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ຢູດາຍ​ດ້ວຍ.
26 Great joy filled Jerusalem, for nothing like this had happened there since the days of Solomon son of David, king of Israel. ມີ​ຄວາມ​ຊື່ນຊົມ​ຍິນດີ​ຢ່າງ​ໃຫຍ່​ໃນ​ເຢຣູຊາເລັມ ເພາະ​ບໍ່​ເຄີຍ​ມີ​ການ​ສະຫລອງ​ຢ່າງ​ນີ້​ເລີຍ​ຕັ້ງແຕ່​ສະໄໝ​ຂອງ​ໂຊໂລໂມນ​ລູກຊາຍ​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ.
27 The priests and Levites rose to bless the people, and their voice was heard; their prayer reached his holy home in heaven. ບັນດາ​ປະໂລຫິດ ແລະ ຊາວເລວີ​ໄດ້​ຢືນ​ຂຶ້ນ​ອວຍພອນ​ປະຊາຊົນ ແລະ ພຣະເຈົ້າ​ໄດ້​ຟັງ​ສຽງ​ຂອງ​ພວກເຂົາ, ເພາະ​ຄຳ​ອະທິຖານ​ຂອງ​ພວກເຂົາ​ຂຶ້ນ​ໄປ​ເຖິງ​ຟ້າສະຫວັນ, ເຊິ່ງ​ເປັນ​ບ່ອນ​ຢູ່​ອັນ​ບໍລິສຸດ​ຂອງ​ພຣະອົງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]