Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 31 OLCV

Show OLCV only
Verse × ×
1 When this ended, all Israel present went out to the towns of Judah, smashed the sacred pillars, cut down the Asherah poles, and tore down the high places and altars throughout Judah, Benjamin, Ephraim, and Manasseh, destroying them completely. Then all Israel returned to their towns, each to his own property. ເມື່ອ​ຈົບ​ພິທີ​ສະຫລອງ​ແລ້ວ ຊາວ​ອິດສະຣາເອນ​ຜູ້​ທີ່​ຢູ່​ທີ່​ນັ້ນ​ກໍ​ໄດ້​ໄປ​ທີ່​ເມືອງ​ຕ່າງໆ​ຂອງ​ຢູດາຍ, ພວກເຂົາ​ໄດ້​ທຸບ​ທຳລາຍ​ຫີນ​ສັກສິດ ແລະ ໄດ້​ຕັດ​ເສົາໄມ້​ເຈົ້າແມ່​ອາເຊຣາ​ລົງ. ພວກເຂົາ​ໄດ້​ທຳລາຍ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ ແລະ ທຳລາຍ​ແທ່ນບູຊາ​ຕ່າງໆ​ທົ່ວ​ຢູດາຍ, ເຜົ່າ​ເບັນຢາມິນ, ເອຟຣາອິມ ແລະ ມານາເຊ. ຫລັງຈາກ​ພວກເຂົາ​ໄດ້​ທຳລາຍ​ຈົນ​ໝົດ​ແລ້ວ, ຊາວ​ອິດສະຣາເອນ​ທັງໝົດ​ກໍ​ກັບ​ຄືນ​ເມືອ​ເມືອງ ແລະ ດິນແດນ​ຂອງ​ຕົນ.
2 Hezekiah assigned the priests and Levites to their divisions, each by his service, priests and Levites alike, for burnt offerings and peace offerings, to serve, give thanks, and praise in the gates of our Father's camps. ເຮເຊກີຢາ​ໄດ້​ມອບໝາຍ​ໃຫ້​ບັນດາ​ປະໂລຫິດ ແລະ ຊາວເລວີ​ຈັດ​ໜ້າທີ່​ຮັບຜິດຊອບ​ຂອງ​ພວກເຂົາ​ແຕ່ລະ​ຄົນ​ໃນ​ຖານະ​ເປັນ​ປະໂລຫິດ ຫລື ຊາວເລວີ ເພື່ອ​ຖວາຍ​ເຄື່ອງເຜົາ​ບູຊາ, ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ, ການ​ບົວລະບັດ​ຮັບໃຊ້, ການ​ໂມທະນາ​ຂອບພຣະຄຸນ ແລະ ຮ້ອງ​ເພງ​ສັນລະເສີນ​ຢູ່​ທີ່​ປະຕູ​ຕ່າງໆ​ຂອງ​ບ່ອນ​ຢູ່​ຂອງ​ພຣະເຈົ້າຢາເວ.
3 The king gave from his own wealth for the burnt offerings—morning and evening burnt offerings, and those for Sabbaths, new moons, and appointed feasts—as written in our Father's law. ກະສັດ​ມີ​ສ່ວນ​ມອບ​ຊັບສິນ​ສ່ວນ​ຕົວ​ຂອງ​ຕົນ​ເພື່ອ​ຈັດຫາ​ເຄື່ອງເຜົາ​ບູຊາ​ປະຈຳ​ວັນ​ໃນ​ຕອນເຊົ້າ ແລະ ໃນ​ຕອນແລງ ແລະ ຈັດຫາ​ເຄື່ອງເຜົາ​ບູຊາ​ໃນ​ວັນ​ຊະບາໂຕ, ໃນ​ວັນ​ເດືອນ​ຂຶ້ນ​ໃໝ່ ແລະ ໃນ​ເທດສະການ​ຕ່າງໆ​ຕາມ​ທີ່​ກໍານົດ​ໄວ້​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.
4 He told Jerusalem's residents to give the priests' and Levites' portion, so they could devote themselves to our Father's law. ເພິ່ນ​ໄດ້​ສັ່ງ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ນຳ​ເອົາ​ສ່ວນ​ທີ່​ບັນດາ​ປະໂລຫິດ ແລະ ຊາວເລວີ​ຄວນ​ໄດ້​ຮັບ​ມາ​ໃຫ້​ພວກເຂົາ ເພື່ອ​ວ່າ​ປະໂລຫິດ ແລະ ຄົນ​ເລວີ​ຈະ​ອຸທິດ​ຕົນ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.
5 As soon as the order spread, Israelites abundantly gave firstfruits of grain, new wine, oil, honey, and all the field's produce, and brought in the tenth of everything abundantly. ພໍ​ແຕ່​ຄໍາສັ່ງ​ໄດ້​ປະກາດ​ອອກ​ໄປ, ຊາວອິດສະຣາເອນ​ທີ່​ມີ​ໃຈ​ກວ້າງຂວາງ​ກໍ​ໄດ້​ເອົາ​ນຳ​ຜົນທຳອິດ​ຂອງ​ເມັດພືດ, ເຫລົ້າອະງຸ່ນ, ນໍ້າມັນ​ໝາກກອກ, ນໍ້າເຜິ້ງ ແລະ ພືດຜົນ​ທຸກ​ຊະນິດ​ຂອງ​ພວກເຂົາ​ທີ່​ຢູ່​ໃນ​ທົ່ງນາ​ມາ​ຖວາຍ. ພວກເຂົາ​ໄດ້​ນຳ​ເອົາ​ເງິນ​ເປັນ​ຈໍານວນ​ຫລວງຫລາຍ, ໜຶ່ງ​ສ່ວນ​ສິບ​ຈາກ​ຊັບສິນ​ທຸກ​ຢ່າງ​ທີ່​ພວກເຂົາ​ມີ​ມາ​ຖວາຍ.
6 The Israelites and Judahites living in Judah's towns also brought the tenth of cattle and sheep, and the tenth of what was dedicated to our Father, piling them in heaps. ປະຊາຊົນ​ອິດສະຣາເອນ ແລະ ຢູດາຍ​ຜູ້​ທີ່​ອາໄສ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ຍັງ​ນຳ​ເອົາ​ໜຶ່ງ​ສ່ວນ​ສິບ​ຈາກ​ຝູງ​ງົວ ແລະ ຝູງແກະ​ຂອງ​ຕົນ​ມາ​ຖວາຍ ແລະ ໜຶ່ງ​ສ່ວນ​ສິບ​ຂອງ​ສິ່ງ​ບໍລິສຸດ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ, ແລ້ວ​ພວກເຂົາ​ກໍ​ເອົາ​ມາ​ລວມ​ກັນ​ໄວ້​ເປັນ​ກອງ.
7 They began piling the heaps in the third month, finishing in the seventh. ພວກເຂົາ​ເລີ່ມ​ນຳ​ເຂົ້າ​ມາ​ໃນ​ເດືອນ​ທີ​ສາມ​ຈົນ​ຄົບຖ້ວນ​ໃນ​ເດືອນ​ທີ​ເຈັດ.
8 Hezekiah and the officials came, saw the heaps, and blessed our Father and his people Israel. ເມື່ອ​ກະສັດ​ເຮເຊກີຢາ ແລະ ບັນດາ​ຂ້າລາຊະການ​ຂອງ​ເພິ່ນ​ມາ​ເຫັນ​ກອງ​ເຄື່ອງ​ຖວາຍ​ເຫລົ່ານີ້ ກໍ​ສັນລະເສີນ​ພຣະເຈົ້າຢາເວ ແລ້ວ​ກໍ​ອວຍພອນ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.
9 Hezekiah asked the priests and Levites about the heaps. ເຮເຊກີຢາ​ໄດ້​ຖາມ​ບັນດາ​ປະໂລຫິດ ແລະ ຊາວເລວີ​ກ່ຽວກັບ​ກອງ​ເຄື່ອງ​ຖວາຍ​ເຫລົ່ານັ້ນ;
10 Azariah the chief priest, of Zadok's house, answered him, "Since people began bringing contributions into our Father's house, we've eaten well with plenty remaining, for our Father blessed his people, leaving this large surplus." ແລະ ອາຊາຣີຢາ​ຫົວໜ້າ​ປະໂລຫິດ​ທີ່​ມາ​ຈາກ​ເຊື້ອສາຍ​ຂອງ​ຊາດົກ​ໄດ້​ຕອບ​ວ່າ, “ຕັ້ງແຕ່​ປະຊາຊົນ​ເລີ່ມ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ, ພວກເຮົາ​ກໍ​ມີ​ອາຫານ​ກິນ​ຈົນ​ອີ່ມ ແລະ ຍັງ​ເຫລືອ​ຈຳນວນ​ຫລວງຫລາຍ​ຂະໜາດ​ນີ້, ເພາະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ”.
11 Then Hezekiah ordered them to prepare storerooms in the house of our Father, and they prepared them. ເຮເຊກີຢາ​ໄດ້​ສັ່ງ​ໃຫ້​ຈັດ​ຕຽມ​ຄັງ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ພວກເຂົາ​ກໍ​ໄດ້​ເຮັດ​ຕາມ​ນັ້ນ.
12 They faithfully brought in the contributions, the tenth, and dedicated gifts. Conaniah the Levite led them; Shimei his brother was second. ແລ້ວ​ພວກເຂົາ​ໄດ້​ນຳ​ເອົາ​ເຄື່ອງຖວາຍ​ຕ່າງໆ, ໜຶ່ງ​ສ່ວນ​ສິບ ແລະ ຂອງຂັວນ​ເຂົ້າ​ມາ​ເກັບ​ໄວ້​ຢູ່​ທີ່​ນັ້ນ​ຢ່າງ​ສັດຊື່. ໂກນານີຢາ​ຊາວ​ເລວີ ເປັນ​ຫົວໜ້າ​ຮັບຜິດຊອບ​ສິ່ງຂອງ​ເຫລົ່ານີ້ ແລະ ນ້ອງຊາຍ​ຂອງ​ລາວ​ຄື ຊີເມອີ​ຢູ່​ໃນ​ຕໍາແໜ່ງ​ເປັນ​ຮອງ.
13 Jehiel, Azaziah, Nahath, Asahel, Jerimoth, Jozabad, Eliel, Ismachiah, Mahath, and Benaiah oversaw, under Conaniah and his brother Shimei, appointed by King Hezekiah and Azariah, chief officer of our Father's house. ເຢອູເອນ, ອາຊາຊີຢາ, ນາຮາດ, ອາສາເຮນ, ເຢຣິໂມດ, ໂຢຊາບັດ, ເອລີເອນ, ອິດຊະມາກີຢາ, ມາຮາດ ແລະ ເບນາອີຢາ​ເປັນ​ຜູ້​ຊ່ວຍ​ຂອງ​ໂກນານີຢາ ແລະ ຊີເມອີ​ນ້ອງຊາຍ​ຂອງ​ລາວ. ຄົນ​ທັງໝົດ​ເຫລົ່ານີ້​ໄດ້​ຮັບໃຊ້​ໂດຍ​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ກະສັດ​ເຮເຊກີຢາ ແລະ ອາຊາຣີຢາ​ໃຫ້​ເປັນ​ເຈົ້າໜ້າທີ່​ຮັບຜິດຊອບ​ເບິ່ງແຍງ​ວິຫານ​ຂອງ​ພຣະເຈົ້າ.
14 Kore son of Imnah, the Levite gatekeeper toward the east, oversaw the voluntary offerings to our Father, distributing our Father's contributions and the most holy gifts. ມີ​ໂກເຣ​ລູກຊາຍ​ຂອງ​ອີມນາ​ເປັນ​ຊາວເລວີ, ເຊິ່ງ​ເປັນ​ຄົນ​ເຝົ້າ​ຍາມ​ປະຕູ​ທາງ​ດ້ານ​ຕາເວັນ​ອອກ, ລາວ​ມີ​ໜ້າທີ່​ຮັບຜິດຊອບ​ເຄື່ອງຖວາຍ​ດ້ວຍ​ຄວາມ​ສະມັກໃຈ​ທີ່​ແກ່​ພຣະເຈົ້າ, ມີ​ໜ້າທີ່​ແຈກຢາຍ​ເຄື່ອງຖວາຍ​ຂອງ​ພຣະເຈົ້າຢາເວ ແລະ ເຄື່ອງຖວາຍ​ທີ່​ບໍລິສຸດ​ດ້ວຍ.
15 Under him, Eden, Miniamin, Jeshua, Shemaiah, Amariah, and Shecaniah served faithfully in the priestly towns, distributing to fellow priests by divisions, great and small alike, ເອເດນ, ມີນີອາມິນ, ເຢຊູອາ, ເຊມາອີຢາ, ອາມາຣີຢາ ແລະ ເຊການີຢາ​ເປັນ​ຜູ້ຊ່ວຍ​ຂອງ​ລາວ​ຢ່າງ​ສັດຊື່​ໃນ​ເມືອງ​ຕ່າງໆ​ຂອງ​ບັນດາ​ປະໂລຫິດ, ໂດຍ​ເຮັດ​ໜ້າທີ່​ແຈກ​ຢາຍ​ເຄື່ອງຖວາຍ​ແກ່​ພີ່ນ້ອງ​ທີ່​ເປັນ​ປະໂລຫິດ​ຢ່າງ​ເທົ່າທຽມ​ກັນ​ບໍ່​ວ່າ​ພວກເຂົາ​ຈະ​ເປັນ​ຄົນໜຸ່ມ ຫລື ເປັນ​ຜູ້​ອາວຸໂສ​ກໍ​ຕາມ.
16 besides giving to those registered by genealogy, males three and up—all entering the house of our Father for daily duty—for their service by office and division. ນອກຈາກ​ນີ້, ພວກເຂົາ​ຍັງ​ໄດ້​ແຈກຢາຍ​ໃຫ້​ກັບ​ຜູ້ຊາຍ​ທີ່​ມີ​ອາຍຸ​ສາມ​ປີ​ຂຶ້ນ​ໄປ ຫລື ມີ​ຊື່​ຢູ່​ໃນ​ບັນທຶກ​ລຳດັບ​ວົງ​ຕະກຸນ​ຄື​ທຸກຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເພື່ອ​ປະຕິບັດ​ໜ້າທີ່​ປະຈຳ​ວັນ​ຂອງ​ພວກເຂົາ, ຕາມ​ໜ້າທີ່​ຮັບຜິດຊອບ ແລະ ຕາມ​ໝວດ​ຂອງ​ພວກເຂົາ​ທີ່​ໄດ້​ຈັດຕັ້ງ​ໄວ້.
17 Priests were registered by clans; Levites twenty and up, by duty and division. ແລະ ພວກເຂົາ​ໄດ​ແຈກ​ຢາຍ​ໃຫ້​ແກ່​ບັນດາ​ປະໂລຫິດ​ທີ່​ມີ​ຊື່​ບັນທຶກ​ຕາມ​ຄອບຄົວ​ໃນ​ວົງ​ຕະກຸນ​ຂອງ​ພວກເຂົາ ແລະ ແຈກຢາຍ​ໃຫ້​ແກ່​ຊາວເລວີ​ຜູ້​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ, ຕາມ​ໜ້າທີ່​ຮັບຜິດຊອບ ແລະ ຕາມ​ໝວດ​ຂອງ​ພວກເຂົາ​ທີ່​ໄດ້​ຈັດຕັ້ງໄວ້​ເໝືອນ​ກັນ.
18 They were registered with all their little ones, wives, sons, and daughters—the whole community—for they faithfully dedicated themselves in holiness. ລວມທັງ​ລູກນ້ອຍ, ເມຍ, ລູກຊາຍ ແລະ ລູກສາວ​ໃນ​ຊຸມຊົນ​ທັງໝົດ​ທີ່​ມີ​ລາຍ​ຊື່​ບັນທຶກ​ຕາມ​ລຳດັບ​ວົງ​ຕະກຸນ​ເຫລົ່ານີ້ ເພາະ​ພວກເຂົາ​ສັດຊື່​ໃນ​ການ​ຊຳລະ​ຕົນ​ໃຫ້​ບໍລິສຸດ.
19 For Aaron's priestly descendants living in the pasture-fields around their towns, men were named in each and every town to give shares to every male priest and all Levites listed by genealogy. ສຳລັບ​ບັນດາ​ປະໂລຫິດ, ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ອາໂຣນ, ຜູ້​ທີ່​ອາໄສ​ຢູ່​ໃນ​ພື້ນ​ທີ່​ປູກຝັງ​ຕາມ​ເມືອງ​ຕ່າງໆ​ຂອງ​ພວກເຂົາ ຫລື ຢູ່​ຕາມ​ເມືອງ​ອື່ນໆ, ຈະ​ມີ​ຄົນ​ຮັບຜິດຊອບ​ແຈກຢາຍ​ສ່ວນ​ແບ່ງ​ໃຫ້​ແກ່​ຜູ້ຊາຍ​ທຸກຄົນ​ໃນ​ພວກເຂົາ ແລະ ຊາວເລວີ​ທັງໝົດ​ທີ່​ມີ​ລາຍ​ຊື່​ບັນທຶກ​ລຳດັບ​ວົງ​ຕະກຸນ​ຂອງ​ຊາວເລວີ.
20 Hezekiah did this throughout all Judah. He did what was good, right, and faithful before our Father. ເຮເສກີຢາ​ໄດ້​ເຮັດ​ແບບ​ນີ້​ທົ່ວ​ຢູດາຍ, ເຊິ່ງ​ເປັນ​ການ​ເຮັດ​ສິ່ງ​ທີ່​ດີ ແລະ ຖືກຕ້ອງ ແລະ ສັດຊື່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.
21 In all he undertook—serving the house of our Father, keeping the law and command, seeking our Father—he gave his whole heart, and thrived. ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ເພື່ອ​ການຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ, ແລະ ໃນ​ການ​ເຊື່ອຟັງ​ກົດບັນຍັດ ແລະ ໃນ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງ​ພຣະອົງ, ເພິ່ນ​ສະແຫວງ​ຫາ​ພຣະເຈົ້າ​ຂອງ​ເພິ່ນ ແລະ ເຮັດ​ວຽກງານ​ຢ່າງ​ສຸດໃຈ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]