Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 32 OLCV

Show OLCV only
Verse × ×
1 After these things and these acts of faithfulness, Sennacherib, Assyria's king, invaded Judah, besieged its fortified cities, meaning to break into them for himself. ຫລັງຈາກ​ທີ່​ກະສັດ​ເຮເຊກີຢາ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ຢ່າງ​ສັດຊື່​ແລ້ວ, ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ​ກໍ​ໄດ້​ມາ​ຮຸກຮານ​ຢູດາຍ. ເພິ່ນ​ໄດ້​ປິດລ້ອມ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມປ້ອງ​ໄວ້, ເພິ່ນ​ຄິດ​ຈະ​ຕີ​ເອົາ​ມາ​ເປັນ​ເມືອງ​ຂຶ້ນ​ຂອງ​ຕົນ.
2 When Hezekiah saw that Sennacherib had come, intent on making war against Jerusalem, ເມື່ອ​ເຮເຊກີຢາ​ເຫັນ​ວ່າ ເຊັນນາເກຣິບ​ໄດ້​ມາ ແລະ ຕັ້ງໃຈ​ຈະ​ສູ້ຮົບ​ກັບ​ເຢຣູຊາເລັມ,
3 he consulted his officials and warriors about blocking the springs outside the city, and they helped him. ເພິ່ນ​ກໍ​ໄດ້​ປຶກສາ​ກັບ​ບັນດາ​ເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່​ທະຫານ​ກ່ຽວກັບ​ການ​ປິດ​ນ້ຳ​ຈາກ​ບໍ່ນໍ້າ​ຕ່າງໆ​ທາງ​ນອກ​ເມືອງ ແລະ ພວກເຂົາ​ກໍ​ໄດ້​ຊ່ວຍ​ເພິ່ນ.
4 Many people gathered and blocked all the springs and the stream flowing through the land, asking, "Why should Assyria's kings come and find abundant water?" ພວກເຂົາ​ຈຶ່ງ​ນຳ​ເອົາ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ມາ​ເພື່ອ​ຕັນ​ບໍ່ນໍ້າ​ທັງໝົດ ແລະ ປິດ​ແມ່ນ້ຳ​ທີ່​ໄຫລ​ຜ່ານ​ທົ່ວ​ດິນແດນ. ພວກເຂົາ​ໄດ້​ເວົ້າ​ວ່າ “ເປັນຫຍັງ​ບັນດາ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ມາ ແລະ ຊອກຫາ​ບໍນ້ຳ​ທີ່​ອຸດົມສົມບູນ​ເຮັດ​ຫຍັງ?”
5 He worked hard to rebuild all the broken sections of the wall, raised towers on it, built another wall outside, strengthened the Millo of the city of David, and made abundant weapons and shields. ແລ້ວ​ເພິ່ນ​ໄດ້​ເຮັດວຽກ​ໜັກ​ເພື່ອ​ຮີບ​ສ້ອມແປງ​ກຳແພງ​ເມືອງ​ທັງໝົດ​ສ່ວນ​ທີ່​ມັນ​ເປ້ເພ ແລະ ສ້າງ​ຫໍຄອຍ​ຕາມ​ເທິງ​ກຳແພງ. ເພິ່ນ​ໄດ້​ກໍ່​ກຳແພງ​ດ້ານ​ນອກ​ອີກ​ຊັ້ນ​ໜຶ່ງ ແລະ ເຮັດ​ເພິ່ມ​ລະບຽງ​ຕື່ມ​ອີກ​ໃນ​ເມືອງ​ຂອງ​ດາວິດ. ເພິ່ນ​ຍັງ​ເຮັດ​ຫອກ ແລະ ໂລ່​ເປັນ​ຈຳນວນ​ຫລວງຫລາຍ​ໄວ້​ອີກ​ດ້ວຍ.
6 He set war commanders over the people, gathered them at the city gate square, and encouraged them: ລາວ​ໄດ້​ແຕ່ງຕັ້ງ​ນາຍ​ທະຫານ​ເບິ່ງແຍງ​ປະຊາຊົນ ແລະ ໃຫ້​ພວກເຂົາ​ມາ​ເຕົ້າໂຮມ​ກັນ​ຕໍ່ໜ້າ​ລາວ​ທີ່​ສີ່​ແຍກ​ທີ່​ປະຕູ​ເມືອງ. ແລະ ໄດ້​ກ່າວ​ໃຫ້​ກຳລັງ​ໃຈ​ພວກເຂົາ​ດ້ວຍ​ຖ້ອຍຄໍາ​ດັ່ງນີ້:
7 "Be strong and brave. Don't fear or dread Assyria's king and all his horde, for more are with us than with him. “ຈົ່ງ​ເຂັ້ມແຂງ ແລະ ກ້າຫານ. ຢ່າ​ສູ່​ຢ້ານ ຫລື ທໍ້ຖອຍໃຈ ຍ້ອນ​ກະສັດ​ແຫ່ງ​ອັດຊີເຣຍ ແລະ ກອງທັບ​ໃຫ່ຍ​ທີ່​ມາ​ກັບ​ລາວ, ເພາະ​ມີ​ພະລັງ​ອຳນາດ​ໜຶ່ງ​ຍິ່ງໃຫຍ່​ກວ່າ​ພວກເຮົາ ແລະ ກວ່າ​ລາວ.
8 With him is only an arm of flesh; with us is our Father, to help us and fight our battles." The people relied on Hezekiah king of Judah's words. ລາວ​ມີ​ພຽງແຕ່​ອຳນາດ​ຂອງ​ມະນຸດ​ເທົ່ານັ້ນ ແຕ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈະ​ຊ່ວຍ​ພວກເຮົາ ແລະ ຕໍ່ສູ້​ເພື່ອ​ພວກເຮົາ”. ສິ່ງ​ທີ່​ເຮເຊກີຢາ​ແຫ່ງ​ຢູດາຍ​ກ່າວ​ນັ້ນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມໝັ້ນ​ໃຈ​ຫລາຍຂຶ້ນ.
9 After this, while besieging Lachish with all his forces, Sennacherib king of Assyria sent his servants to Jerusalem, to Hezekiah king of Judah and all Judah there, saying: ຕໍ່ມາ, ເມື່ອ​ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ ແລະ ກອງທັບ​ຂອງ​ລາວ​ກໍາລັງ​ປິດລ້ອມ​ເມືອງ​ລາກິດ​ໄວ້, ເພິ່ນ​ໄດ້​ສົ່ງ​ເຈົ້າໜ້າທີ່​ມາ​ທີ່​ເຢຣູຊາເລັມ​ພ້ອມທັງ​ຂໍ້ຄວາມ​ນີ້​ມາ​ຫາ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ ແລະ ມາ​ຫາ​ປະຊາຊົນ​ຢູດາຍ​ທັງທົດ​ທີ່​ຢູ່​ທີ່​ນັ້ນ​ດັ່ງນີ້:
10 "This is what Sennacherib king of Assyria says: On what are you trusting, staying under siege in Jerusalem? “ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ​ກ່າວ​ດັ່ງນີ້​ວ່າ: ແມ່ນ​ສິ່ງໃດ​ທີ່​ເຮັດ​ໃຫ້​ພວກເຈົ້າ​ໝັ້ນໃຈ, ພວກເຈົ້າ​ຈຶ່ງ​ຍັງ​ຢູ່​ໃນ​ເຢຣູຊາເລັມ​ພາຍໃຕ້​ການປິດ​ລ້ອມ​ນີ້?
11 Isn't Hezekiah deceiving you, surrendering you to die by famine and thirst, when he says, 'The LORD our God will save us from the hand of the king of Assyria'? ເມື່ອ​ເຮເຊກີຢາ​ໄດ້​ກ່າວ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຊ່ວຍ​ພວກເຮົາ​ພົ້ນ​ຈາກ​ມື​ກະສັດ​ແຫ່ງ​ອັດຊີເຣຍ,’ ເພິ່ນ​ກໍາລັງ​ຫລອກລວງ​ພວກເຈົ້າ, ເພື່ອ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ຕາຍ​ດ້ວຍ​ຄວາມ​ອຶດ​ເຂົ້າ ແລະ ຫິວ​ນໍ້າ.
12 Wasn't it Hezekiah who removed his high places and altars, telling Judah and Jerusalem to worship at one altar and burn offerings there? ເຮເຊກີຢາ​ເອງ​ບໍ່​ໄດ້​ທໍາລາຍ​ສະຖານທີ່​ບູຊາ​ທີ່​ສູງ ແລະ ແທ່ນບູຊາ​ຂອງ​ພະ​ຕ່າງໆ​ໂດຍ​ກ່າວ​ກັບ​ຢູດາຍ ແລະ ເຢຣູຊາເລັມ​ວ່າ, ‘ພວກເຈົ້າ​ຈະ​ຕ້ອງ​ນະມັດສະການ​ຕໍ່ໜ້າ​ແທ່ນບູຊາ ແລະ ເຜົາ​ເຄື່ອງບູຊາ​ຢູ່​ເທິງ​ແທ່ນບູຊາ​ບ່ອນດຽວ​ເທົ່ານັ້ນ’?
13 Don't you know what I and my fathers did to all peoples of other lands? Could their nations' gods rescue their lands from my hand? “ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຮົາ ແລະ ບັນພະບຸລຸດ​ຂອງ​ເຮົາ​ໄດ້​ເຮັດ​ຫຍັງ​ແກ່​ປະຊາຊົນ​ທັງໝົດ​ໃນ​ດິນແດນ​ອື່ນໆ? ບັນດາ​ພະ​ຂອງ​ຊົນຊາດ​ເຫລົ່ານັ້ນ​ສາມາດ​ກອບກູ້​ດິນແດນ​ຂອງ​ຕົນ​ຈາກ​ມື​ເຮົາ​ໄດ້​ບໍ?
14 What god of nations my fathers devoted to destruction could save his people from my hand? How then can your God save you from my hand? ພະ​ທັງໝົດ​ຂອງ​ຊົນຊາດ​ເຫລົ່ານີ້​ອົງ​ໃດ​ທີ່​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ທຳລາຍ​ໄປ​ທີ່​ສາມາດ​ຊ່ວຍ​ປະຊາຊົນ​ຂອງ​ຕົນ​ໃຫ້​ພົ້ນຈາກ​ກຳມື​ຂອງ​ເຮົາ​ໄດ້? ແລ້ວ​ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ເຮົາ​ໄດ້​ຢ່າງໃດ?
15 Don't let Hezekiah deceive or mislead you like this, and don't believe him: no god of any nation or kingdom could rescue his people from my hand or my fathers'—much less will your God rescue you from my hand!" ບັດນີ້ ຢ່າ​ປ່ອຍ​ໃຫ້​ເຮເຊກີຢາ​ຫລອກລວງ​ພວກເຈົ້າ ຫລື ນຳ​ພາ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ​ເຊັ່ນນີ້​ເລີຍ. ຢ່າ​ສູ່​ໄປ​ເຊື່ອ​ລາວ, ເພາະ​ບໍ່​ມີ​ພະເຈົ້າ​ຂອງ​ຊົນຊາດ​ໃດ ຫລື ອານາຈັກ​ໃດໆ​ສາມາດ​ກອບກູ້​ປະຊາຊົນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮົາ ຫລື ຈາກ​ບັນພະບຸລຸດ​ຂອງ​ເຮົາ​ໄດ້. ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮົາ​ກໍ​ເປັນ​ໄປ​ບໍ່​ໄດ້!”
16 And his servants spoke still more against our Father and against his servant Hezekiah. ເຈົ້າໜ້າທີ່​ຂອງ​ເຊັນນາເກຣິບ​ກ່າວ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ ແລະ ຕໍ່ສູ້​ກະສັດ​ເຮເຊກີຢາ​ຜູ້ຮັບໃຊ້​ຂອງ​ພຣະອົງ.
17 Sennacherib also wrote letters insulting our Father, the God of Israel, speaking against him: "The nations' gods did not rescue their people from my hand; neither will Hezekiah's God rescue his people from my hand." ກະສັດ​ຍັງ​ໄດ້​ຂຽນ​ຈົດໝາຍ​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອິດສະຣາເອນ, ແລະ ກ່າວ​ຕໍ່ສູ້​ພຣະອົງ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ບັນດາ​ພະ​ຂອງ​ປະຊາຊົນ​ທັງໝົດ​ໃນ​ດິນແດນ​ອື່ນໆ​ບໍ່​ໄດ້​ຊ່ວຍ​ກອບກູ້​ປະຊາຊົນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ມື​ເຮົາ​ໄດ້, ພຣະເຈົ້າ​ຂອງ​ເຮເຊກີຢາ​ກໍ​ຈະ​ບໍ່​ຊ່ວຍ​ກອບກູ້​ປະຊາຊົນ​ຂອງ​ລາວ​ຈາກ​ມື​ຂອງ​ເຮົາ​ໄດ້​ເຊັ່ນດຽວ​ກັນ”.
18 They shouted loudly in Judah's language to Jerusalem's people on the wall, to frighten and terrify them, to seize the city. ຈາກ​ນັ້ນ ພວກເຂົາ​ຮ້ອງ​ຂຶ້ນ​ເປັນ​ພາສາ​ເຮັບເຣີ​ໃສ່​ປະຊາຊົນ​ຊາວ​ເຢຣູຊາເລັມ​ທີ່​ຢູ່​ເທິງ​ກຳແພງ​ເມືອງ, ເພື່ອ​ເຮັດ​ໃຫ້​ພວກເຂົາ​ເສຍ​ກໍາລັງ​ໃຈ ແລະ ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ເພື່ອ​ຈະ​ໄດ້​ຢຶດ​ເມືອງ.
19 They spoke of Jerusalem's God like the gods of earth's peoples, the work of human hands. ພວກເຂົາ​ໄດ້​ເວົ້າ​ໃຫ້​ພຣະເຈົ້າ​ຂອງ​ຊາວ​ເຢຣູຊາເລັມ​ເປັນ​ເໝືອນ​ກັບ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ​ໃນ​ໂລກ​ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ມະນຸດ.
20 Then King Hezekiah and the prophet Isaiah son of Amoz prayed about this, crying out to heaven. ກະສັດ​ເຮເຊກີຢາ ແລະ ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ຮ້ອງ​ຂຶ້ນ​ເປັນ​ຄໍາອະທິຖານ​ສູ່​ຟ້າສະຫວັນ​ກ່ຽວກັບ​ເລື່ອງ​ນີ້.
21 So our Father sent an angel who killed every mighty warrior, commander, and officer in the Assyrian king's camp. Sennacherib returned home in disgrace, and when he entered his god's temple, some of his own sons killed him there with the sword. ແລະ ພຣະເຈົ້າຢາເວ​ໄດ້​ສົ່ງ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຂ້າ​ທະຫານ, ພວກ​ຜູ້ບັນຊາການ ແລະ ພວກ​ເຈົ້າໜ້າທີ່​ທັງໝົດ​ໃນ​ຄ້າຍ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ​ຈົນ​ໝົດ. ສະນັ້ນ ເຊັນນາເກຣິບ​ຈຶ່ງ​ຖອຍ​ທັບ​ໄປ​ກັບ​ທີ່​ດິນແດນ​ຂອງ​ເພິ່ນ​ໄປ​ດ້ວຍ​ຄວາມອັບອາຍ. ແລະ ເມື່ອ​ເພິ່ນ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ເທບພະເຈົ້າ​ຂອງ​ເພິ່ນ, ລູກຊາຍ​ບາງຄົນ​ຂອງ​ເພິ່ນ, ເຊິ່ງ​ເປັນ​ລູກຊາຍ​ແທ້​ຂອງ​ເພິ່ນ​ໄດ້​ຂ້າ​ເພິ່ນ​ດ້ວຍ​ດາບ.
22 So our Father saved Hezekiah and Jerusalem's people from the hand of Sennacherib king of Assyria and all others, and he cared for them on every side. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຊ່ວຍ​ກອບກູ້​ເອົາ​ເຮເຊກີຢາ ແລະ ຊາວ​ເຢຣູຊາເລັມ​ຈາກ​ມື​ຂອງ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ ແລະ ຈາກ​ບັນດາ​ສັດຕູ​ອື່ນໆ. ພຣະອົງ​ໄດ້​ເບິ່ງແຍງ​ພວກເຂົາ​ທຸກໆ​ດ້ານ.
23 Many brought gifts to our Father in Jerusalem, and treasures to Hezekiah king of Judah; afterward all nations honored Hezekiah highly. ມີ​ຄົນ​ຈຳນວນ​ຫລວງຫລາຍ​ໄດ້​ນຳ​ເຄື່ອງຖວາຍ​ມາ​ທີ່​ເຢຣູຊາເລັມ ເພື່ອ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ ໄດ້​ນຳ​ເອົາ​ຂອງຂັວນ​ອັນ​ມີ​ຄ່າ​ມາ​ໃຫ້​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ. ນັບ​ຕັ້ງແຕ່​ນັ້ນ​ມາ ເພິ່ນ​ກໍ​ໄດ້​ຮັບ​ຄວາມ​ນັບຖື​ເປັນ​ຢ່າງສູງ​ຈາກ​ຊົນຊາດ​ທັງໝົດ.
24 In those days Hezekiah grew sick to death; he prayed to our Father, who answered, giving him a sign. ໃນ​ເວລາ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບປ່ວຍ​ໜັກ ແລະ ຈົນ​ເພິ່ນ​ເກືອບ​ຕາຍ. ເພິ່ນ​ຈຶ່ງ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ, ພຣະອົງ​ໄດ້​ຕອບ ແລະ ໃຫ້​ໝາຍສຳຄັນ​ແກ່​ເພິ່ນ.
25 But Hezekiah didn't repay the good done him; his heart grew proud, so anger came on him and on Judah and Jerusalem. ແຕ່​ເຮເຊກີຢາ​ມີ​ໃຈ​ຈອງຫອງ​ຂຶ້ນ ແລະ ເພິ່ນ​ບໍ່​ໄດ້​ສຳນຶກ​ໃນ​ຄວາມ​ເມດຕາ​ຂອງ​ພຣະອົງ​ທີ່​ໄດ້​ສໍາແດງ​ແກ່​ເພິ່ນ; ເຫດສະນັ້ນ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ລົງ​ມາ​ເທິງ​ເພິ່ນ ແລະ ຢູດາຍ ແລະ ເຢຣູຊາເລັມ.
26 Hezekiah humbled himself for his proud heart, he and Jerusalem's people, so our Father's wrath didn't reach them in Hezekiah's days. ແລ້ວ​ເຮເຊກີຢາ ແລະ ຊາວ​ເຢຣູຊາເລັມ​ກໍ​ໄດ້​ກັບໃຈ​ຈາກ​ຄວາມ​ຈອງຫອງ​ຂອງ​ຕົນ; ເຫດສະນັ້ນ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ບໍ່​ໄດ້​ຕົກ​ໃສ່​ພວກເຂົາ​ໃນ​ຊ່ວງ​ສະໄໝ​ຂອງ​ເຮເຊກີຢາ.
27 Hezekiah had great wealth and honor. He built storerooms for silver, gold, gems, spices, shields, and other valuables, ເຮເຊກີຢາ​ໄດ້​ຮັ່ງມີ​ຂຶ້ນ​ຫລາຍ ແລະ ມີ​ກຽດ​ຫລາຍ, ເພິ່ນ​ໄດ້​ສ້າງ​ຄັງ​ຕ່າງໆ ເພື່ອ​ເກັບ​ເງິນ, ຄໍາ, ຫີນ​ອັນ​ງົດງາມ​ຕ່າງໆ, ເຄື່ອງເທດ, ໂລ່ ແລະ ສິ່ງຂອງ​ທີ່​ມີ​ຄ່າ​ອື່ນໆ.
28 storerooms for the harvest of grain, new wine, and oil; stalls for all kinds of livestock; pens for flocks. ເພິ່ນ​ຍັງ​ໄດ້​ສ້າງ​ຄັງ​ເພື່ອ​ເກັບ​ເຂົ້າ, ເຫລົ້າອະງຸ່ນ​ໃໝ່, ນໍ້າມັນ​ໝາກກອກ ແລະ ເພິ່ນ​ໄດ້​ສ້າງ​ຄອກ​ຕ່າງໆ​ສຳລັບ​ງົວ​ປະເພດ​ຕ່າງ ແລະ ຄອກແກະ.
29 He built cities for himself and gained huge flocks and herds, for our Father gave him very great wealth. ເພິ່ນ​ໄດ້​ສ້າງ​ໝູ່ບ້ານ​ຫລາຍ​ແຫ່ງ ແລະ ມີ​ຝູງແບ້, ຝູງແກະ ແລະ ຝູງ​ງົວ​ເປັນ​ຈໍານວນ​ຫລວງຫລາຍ. ເພາະ​ພຣະເຈົ້າ​ໄດ້​ໃຫ້​ຄວາມ​ຮັ່ງມີ​ອັນ​ຫລວງຫລາຍ​ໃຫ້​ແກ່​ເພິ່ນ.
30 Hezekiah stopped Gihon's upper outlet and directed the water down the west side of David's city. He succeeded in all he did. ກະສັດ​ເຮເຊກີຢາ​ແມ່ນ​ເປັນ​ຜູ້​ທີ່​ອັດ​ນໍ້າ​ທີ່​ໄຫລ​ໄປ​ສູ່​ບໍ່ນໍ້າ​ກີໂຮນ​ດ້ານເທິງ ແລະ ທາງ​ລະບາຍ​ນ້ຳ​ໄຫລ​ມາ​ສູ່​ທາງ​ດ້ານ​ຕາເວັນ​ຕົກ​ຂອງ​ເມືອງ​ຂອງ​ດາວິດ. ເພິ່ນ​ໄດ້​ປະສົບ​ຜົນ​ສໍາເລັດ​ໃນ​ທຸກ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ.
31 When Babylon's rulers sent envoys to him asking about the land's sign, our Father left him to himself, to test him and to know all in his heart. ແຕ່​ເມື່ອ​ບັນດາ​ຜູ້ປົກຄອງ​ຂອງ​ບາບີໂລນ​ໄດ້​ສົ່ງ​ຄະນະ​ທູດ​ມາ​ຖາມ​ກ່ຽວກັບ​ໝາຍສຳຄັນ​ທີ່​ເກີດ​ຂຶ້ນ​ໃນ​ດິນແດນ​ຂອງ​ເພິ່ນ, ພຣະເຈົ້າ​ໄດ້​ປ່ອຍ​ໃຫ້​ພວກເພິ່ນ​ທົດສອບ​ເຮເຊກີຢາ ແລະ ເພື່ອ​ຢາກຮູ້​ທຸກສິ່ງ​ທີ່​ຢູ່​ໃນ​ຈິດໃຈ​ຂອງ​ເພິ່ນ.
32 Hezekiah's remaining acts and faithful deeds are written in the vision of Isaiah the prophet, son of Amoz, in the Book of the Kings of Judah and Israel. ເຫດການ​ອື່ນໆ​ກ່ຽວກັບ​ການ​ປົກຄອງ​ຂອງ​ເຮເຊກີຢາ ແລະ ການ​ກະທໍາ​ທີ່​ເປັນ​ການ​ອຸທິດຕົນ​ຂອງ​ເພິ່ນ​ເພື່ອ​ພຣະເຈົ້າ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ນິມິດ​ຂອງ​ຜູ້ທໍານວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໃນ​ປື້ມ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ ອິດສະຣາເອນ.
33 Hezekiah slept with his ancestors, buried in the upper tombs of David's sons. All Judah and Jerusalem's residents honored him at death. His son Manasseh succeeded him. ເຮເຊກີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ເທິງ​ເນີນພູ​ທີ່​ເປັນ​ບ່ອນທີ່​ອຸບມຸງ​ຂອງ​ເຊື້ອສາຍ​ດາວິດ​ຕັ້ງ​ຢູ່. ປະຊາຊົນ​ຢູດາຍ ແລະ ເຢຣູຊາເລັມ​ທັງໝົດ​ໄດ້​ໃຫ້​ກຽດ​ເພິ່ນ​ເມື່ອ​ເພິ່ນ​ໄດ້​ຕາຍໄປ. ແລ້ວ​ມານາເຊ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]