Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 33 OLCV

Show OLCV only
Verse × ×
1 Manasseh was twelve years old when he became king, and he reigned fifty-five years in Jerusalem. ເມື່ອ​ມານາເຊ​ຂຶ້ນ​ເປັນ​ກະສັດ ເມື່ອ​ເພິ່ນ​ມີ​ອາຍຸ​ສິບ​ສອງ​ປີ ແລະ ປົກຄອງ​ໃນ​ເຢຣູຊາເລັມ 55 ປີ.
2 He did evil in our Father's sight, like the detestable things of the nations our Father drove out before the Israelites. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ​ໂດຍ​ປະຕິບັດ​ຕາມ​ພິທີ​ການ​ຕ່າງໆ​ອັນ​ໜ້າ​ກຽດຊັງ​ຂອງ​ຊົນຊາດ​ຕ່າງໆ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ໃຫ້​ພົ້ນ​ຈາກ​ຊາວ​ອິດສະຣາເອນ.
3 He rebuilt the high places his father Hezekiah had torn down, built altars to the Baals, made Asherah poles, and he bowed down to all the forces of heaven and worshiped them. ມານາເຊ​ໄດ້​ສ້າງ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ ເຊິ່ງ​ເຮເຊກີຢາ​ພໍ່​ຂອງ​ເພິ່ນ​ໄດ້​ທຳລາຍ​ໄປ​ແລ້ວ​ນັ້ນ​ຂຶ້ນ​ມາ​ໃໝ່; ເພິ່ນ​ຍັງ​ໄດ້​ສ້າງ​ແທ່ນບູຊາ​ພະບາອານ ແລະ ໄດ້​ສ້າງ​ເສົາ​ໄມ້​ເຈົ້າແມ່​ອາເຊຣາ​ດ້ວຍ. ເພິ່ນ​ໄດ້​ກາບໄຫວ້​ດວງດາວ​ທັງໝົດ​ໃນ​ທ້ອງຟ້າ.
4 He built altars in our Father's house, where our Father said, "In Jerusalem my name remains forever." ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ເຊິ່ງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ວ່າ “ນາມ​ຂອງ​ເຮົາ​ຈະ​ຄົງ​ຕັ້ງ​ຢູ່​ໃນ​ເຢຣູຊາເລັມ​ຕະຫລອດ​ໄປ”.
5 He built altars to all heaven's forces in both courts of the house of our Father. ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ດວງດາວ​ທັງໝົດ​ໃນ​ທ້ອງຟ້າ​ຢູ່​ທີ່​ເດີ່ນ​ທັງ​ສອງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.
6 In the Valley of Ben-Hinnom he sacrificed his sons in the fire, practiced fortune-telling, omens, and witchcraft, and consulted mediums and spiritists. He did great evil before our Father, provoking his anger. ເພິ່ນ​ໄດ້​ເອົາ​ລູກຊາຍ​ຂອງ​ຕົນ​ເຜົາ​ເປັນ​ເຄື່ອງ​ບູຊາ​ໃນ​ຮ່ອມພູ​ເບນຮິນໂນມ, ເພິ່ນ​ໄດ້​ທຳນວາຍ​ໂຊກຊະຕາ, ໃຊ້​ເວດມົນ​ຄາຖາ, ສະແຫວງ​ຫາ​ລາງ​ບອກ​ເຫດການ​ລ່ວງ​ໜ້າ ແລະ ໄດ້​ປຶກສາ​ໝໍມໍ ແລະ ດວງ​ວິນຍານ​ຕ່າງໆ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫລາຍ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ ແລະ ຍົວະ​ໃຫ້​ພຣະອົງ​ໃຈຮ້າຍ.
7 He set the carved image he made in the house of our Father, of which our Father said to David and his son Solomon, "In this house and in Jerusalem, which I chose from all the tribes of Israel, I will put my name forever. ເພິ່ນ​ຕັ້ງ​ຮູບເຄົາລົບ​ທີ່​ເພິ່ນ​ໄດ້​ເຮັດ​ຂຶ້ນ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ກ່າວ​ກັບ​ດາວິດ ແລະ ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ນາມ​ຂອງ​ເຮົາ​ຈະ​ຕັ້ງ​ຢູ່​ຕະຫລອດ​ໄປ​ໃນ​ວິຫານ​ແຫ່ງ​ນີ້ ແລະ ໃນ​ເຢຣູຊາເລັມ, ເຊິ່ງ​ເຮົາ​ໄດ້​ເລືອກ​ຈາກ​ທຸກ​ເຜົ່າ​ຂອງ​ອິດສະຣາເອນ.
8 I will never again remove Israel from the land I gave your ancestors, if only they carefully keep all I commanded them—the whole law, decrees, and rules through Moses." ແລະ ເຮົາ​ຈະ​ບໍ່​ເຮັດ​ຕີນ​ຂອງ​ຊາວ​ອິດສະຣາເອນ​ຕ້ອງ​ໜີ​ໄປ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຈົ້າ, ຂໍ​ພຽງ​ແຕ່​ພວກເຂົາ​ຈະ​ຕ້ອງ​ເອົາໃຈໃສ່​ປະຕິບັດ​ຕາມ​ທຸກ​ສິ່ງ​ທີ່​ເຮົາ​ສັ່ງ​ພວກເຂົາ​ໄວ້​ກ່ຽວກັບ​ກົດບັນຍັດ​ທັງໝົດ, ຂໍ້​ຄຳສັ່ງ​ຕ່າງໆ ແລະ ກົດລະບຽບ​ຕ່າງໆ​ທີ່​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂມເຊ”.
9 But Manasseh led Judah and Jerusalem's people astray, doing more evil than the nations our Father destroyed before Israel. ແຕ່​ມານາເຊ​ໄດ້​ນໍາ​ພາ​ຊາວ​ຢູດາ ແລະ ຊາວ​ເຢຣູຊາເລັມ​ຫລົງ​ຜິດ​ໄປ, ດັ່ງນັ້ນ ພວກເຂົາ​ຍິ່ງ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ຫລາຍ​ກວ່າ​ຊົນຊາດ​ຕ່າງໆ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ໃຫ້​ພົ້ນ​ໄປ​ຈາກ​ຊາວ​ອິດສະຣາເອນ.
10 Our Father spoke to Manasseh and his people, but they would not listen. ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ມານາເຊ ແລະ ປະຊາຊົນ​ຂອງ​ພຣະອົງ​ແລ້ວ, ແຕ່​ພວກເຂົາ​ກໍ​ບໍ່​ສົນໃຈ.
11 So our Father brought the army commanders of Assyria's king against them; they captured Manasseh with hooks, bound him in bronze shackles, and took him to Babylon. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ນຳ​ຜູ້ບັນຊາການ​ກອງທັບ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ​ມາ​ຕໍ່ສູ້​ພວກເຂົາ, ພວກເຂົາ​ໄດ້​ຈັບ​ມານາເຊ​ໄປ​ເປັນ​ຊະເລີຍ, ເອົາ​ເບັດ​ເກາະ​ດັງ​ຂອງ​ເພິ່ນ, ລ່າມ​ເພິ່ນ​ດ້ວຍ​ໂສ້​ທອງສຳລິດ ແລະ ຈັບ​ເອົາ​ເພິ່ນ​ໄປ​ທີ່​ບາບີໂລນ.
12 Distressed, he sought our Father's favor, humbling himself deeply before the God of his fathers. ໃນ​ຄວາມ​ທຸກລຳບາກ ເພິ່ນ​ໄດ້​ສະແຫວງ​ຫາ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ຢາເວ ແລະ ຖ່ອມຕົວ​ລົງ​ຫລາຍ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ.
13 He prayed to him, and our Father, moved by his plea, heard his cry for mercy, brought him back to Jerusalem, to his kingdom. Then Manasseh knew that our Father is God. ແລະ ເມື່ອ​ມານາເຊ​ໄດ້​ອະທິຖານ​ຫາ​ພຣະອົງ, ພຣະເຈົ້າຢາເວ​ກໍ​ໄດ້​ຟັງ ແລະ ໄດ້​ຕອບ​ຄຳ​ອ້ອນວອນ​ຂອງ​ເພິ່ນ; ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ນໍາ​ເພິ່ນ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ. ແລ້ວ​ມານາເຊ​ໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ.
14 Afterward he rebuilt the City of David's outer wall, west of Gihon in the valley to the Fish Gate entrance, around the Ophel, raising it very high. He posted army commanders in all Judah's fortified cities. ຫລັງຈາກ​ນັ້ນ ມານາເຊ​ກໍ​ໄດ້​ສ້າງ​ກຳແພງ​ຊັ້ນ​ນອກ​ຂອງ​ເມືອງ​ດາວິດ​ຂຶ້ນ​ໃໝ່, ຕັ້ງແຕ່​ດ້ານ​ຕາເວັນ​ຕົກ​ຂອງ​ນໍ້າພຸ​ກີໂຮນ​ໃນ​ຮ່ອມພູ​ຈົນ​ເຖິງ​ປະຕູ​ປາ ແລະ ອ້ອມ​ເນີນພູ​ໂອເຟນ; ເພິ່ນ​ຍັງ​ໄດ້​ສ້າງ​ກຳແພງ​ນັ້ນ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ​ຫລາຍ. ເພິ່ນ​ໄດ້​ຈັດ​ໃຫ້​ບັນດາ​ຜູ້ບັນຊາການ​ທະຫານ​ເຂົ້າ​ປະຈຳການ​ໃນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ທັງໝົດ​ໃນ​ຢູດາຍ.
15 He removed the foreign gods and idol from our Father's house, with all the altars he'd built on the temple mount and in Jerusalem, and threw them out of the city. ເພິ່ນ​ໄດ້​ທໍາລາຍ​ບັນດາ​ພະ​ຕ່າງຊາດ​ຈົນ​ໝົດ ແລະ ໄດ້​ເອົາ​ຮູບເຄົາລົບ​ອອກ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ໄດ້​ທໍາລາຍ​ແທ່ນບູຊາ​ທັງໝົດ​ທີ່​ເພິ່ນ​ໄດ້​ສ້າງ​ຂຶ້ນ​ເທິງ​ເນີນພູ​ທີ່​ວິຫານ​ຕັ້ງ​ຢູ່ ແລະ ໃນ​ເຢຣູຊາເລັມ; ແລ້ວ​ເພິ່ນ​ກໍ​ໄດ້​ໂຍນ​ສິ່ງ​ເຫລົ່ານີ້​ອອກ​ໄປ​ນອກ​ເມືອງ.
16 He rebuilt our Father's altar, sacrificed peace and thank offerings on it, and commanded Judah to serve our Father, the God of Israel. ແລ້ວ​ເພິ່ນ​ກໍ​ໄດ້​ສ້ອມແປງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່ ແລະ ໄດ້​ຖວາຍ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ ຖວາຍ​ເຄື່ອງບູຊາ​ຂອບພຣະຄຸນ​ພຣະເຈົ້າ​ເທິງ​ແທ່ນບູຊາ​ນັ້ນ ແລະ ສັ່ງ​ໃຫ້​ຊາວຢູດາ​ຮັບໃຊ້​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ.
17 The people, however, still sacrificed at the high places, but only to our Father, their God. ເຖິງ​ແມ່ນ​ວ່າ​ປະຊາຊົນ​ຍັງ​ສືບ​ຕໍ່​ຖວາຍ​ເຄື່ອງ​ບູຊາ​ຕາມ​ສະຖານ​ທີ່​ສູງ​ຕ່າງໆ​ກໍ​ຕາມ, ແຕ່​ພວກເຂົາ​ກໍ​ໄດ້​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ເທົ່ານັ້ນ.
18 Manasseh's other acts, his prayer to our Father, and the seers' words to him in the name of our Father, the God of Israel, are in the records of Israel's kings. ເຫດການ​ອື່ນໆ​ກ່ຽວກັບ​ການ​ປົກຄອງ​ຂອງ​ມານາເຊ, ລວມທັງ​ຄຳ​ອະທິຖານ​ຂອງ​ເພິ່ນ​ຕໍ່​ພຣະເຈົ້າ ແລະ ຖ້ອຍຄຳ​ຂອງ​ບັນດາ​ຜູ້ທຳນວາຍ​ທີ່​ໄດ້​ເວົ້າ​ກັບ​ເພິ່ນ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ຂຽນ​ໄວ້​ໃນ​ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.
19 His prayer, how our Father was moved by him, all his sin and unfaithfulness, and the places where he built high places, set up Asherah poles, and carved images before he humbled himself—all recorded in the seers' records. ຄຳ​ອະທິຖານ​ຂອງ​ມານາເຊ ແລະ ການ​ທີ່​ພຣະເຈົ້າ​ໄດ້​ຕອບ​ເພິ່ນ, ການ​ເຮັດ​ບາບ​ຕ່າງໆ ແລະ ຄວາມ​ບໍ່​ສັດຊື່​ຂອງ​ເພິ່ນ ແລະ ລວມ​ທັງ​ສະຖານ​ທີ່​ສູງ​ຕ່າງໆ​ທີ່​ເພິ່ນ​ໄດ້​ສ້າງ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ ແລະ ຕັ້ງ​ເສົາໄມ້​ຂອງ​ເຈົ້າແມ່​ອາເຊຣາ ແລະ ຮູບເຄົາລົບ​ຕ່າງໆ​ໄວ້​ກ່ອນ​ທີ່​ເພິ່ນ​ໄດ້​ຖ່ອມຕົວ​ລົງ ສິ່ງ​ທັງໝົດ​ເຫລົ່ານີ້​ໄດ້​ຂຽນ​ໄວ້​ໃນ​ການ​ບັນທຶກ​ຂອງ​ບັນດາ​ຜູ້ທໍານວາຍ.
20 Manasseh died and was buried in his palace. And his son Amon became king in his place. ມານາເຊ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ໃນ​ວັງ​ຂອງ​ເພິ່ນ. ແລ້ວ​ອາໂມນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
21 Amon was twenty-two years old when he became king, and he reigned two years in Jerusalem. ເມື່ອ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ອາຍຸ​ຊາວ​ສອງ​ປີ ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສອງ​ປີ.
22 He did evil before our Father, as his father Manasseh had. Amon sacrificed to all the carved images Manasseh made and worshiped them. ອາໂມນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ​ຕາມ​ແບບ​ຢ່າງ​ຂອງ​ມານາເຊ​ພໍ່​ຂອງ​ເພິ່ນ. ອາໂມນ​ໄດ້​ກາບໄຫວ້ ແລະ ຖວາຍ​ເຄື່ອງບູຊາ​ແກ່​ບັນດາ​ຮູບເຄົາລົບ​ທັງໝົດ​ທີ່​ມານາເຊ​ໄດ້​ສ້າງ​ຂຶ້ນ.
23 Unlike his father Manasseh, he did not humble himself before our Father; instead Amon multiplied his guilt. ແຕ່​ເພິ່ນ​ບໍ່​ຄື​ກັນ​ກັບ​ມານາເຊ​ພໍ່​ຂອງ​ເພິ່ນ, ເພິ່ນ​ບໍ່​ໄດ້​ຖ່ອມຕົວ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ; ເພິ່ນ​ໄດ້​ເຮັດ​ຜິດ​ຫລາຍ​ຂຶ້ນ.
24 Amon's servants conspired against him and killed him in his palace. ພວກ​ຜູ້ຮັບໃຊ້​ຂອງ​ອາໂມນ​ໄດ້​ຮ່ວມ​ຫົວ​ກັນ​ຂ້າ​ເພິ່ນ​ໃນ​ວັງ​ຂອງ​ເພິ່ນ.
25 The people of the land killed all who conspired against King Amon and made his son Josiah king in his place. ປະຊາຊົນ​ໃນ​ດິນແດນ​ນັ້ນ​ຈຶ່ງ​ຂ້າ​ຊີວິດ​ຜູ້​ລັກລອບ​ຂ້າ​ກະສັດ​ອາໂມນ​ທຸກຄົນ ແລ້ວ​ແຕ່ງຕັ້ງ​ໂຢຊີຢາ​ລູກຊາຍ​ຂອງ​ອາໂມນ​ຂຶ້ນ​ເປັນ​ກະສັດ​ແທນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]