Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 34 OLCV

Show OLCV only
Verse × ×
1 Josiah was eight years old when he became king, and he reigned thirty-one years in Jerusalem. ເມື່ອ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ແປດ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ສິບ​ເອັດ​ປີ.
2 He did what was right in our Father's eyes and walked in the ways of David his father, not turning right or left. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ແລະ ໄດ້​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ, ໂດຍ​ບໍ່​ຫັນ​ໄປ​ທາງ​ຂວາ ຫລື ໄປ​ທາງ​ຊ້າຍ.
3 In the eighth year of his reign, while still a boy, he began to seek our Father, the God of David his father. In the twelfth year he began to purge Judah and Jerusalem of the high places, Asherah poles, carved images, and cast metal images. ໃນ​ປີ​ທີ​ແປດ​ຂອງ​ການ​ປົກຄອງ​ຂອງ​ເພິ່ນ ເມື່ອ​ເພິ່ນ​ຍັງ​ໜຸ່ມ​ນ້ອຍ, ເພິ່ນ​ກໍ​ໄດ້​ເລີ່ມ​ສະແຫວງຫາ​ພຣະເຈົ້າ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ໃນ​ປີ​ທີ​ສິບ​ສອງ​ເພິ່ນ​ກໍ​ໄດ້​ເລີ່ມ​ຕົ້ນ​ຊຳລະ​ຢູດາຍ ແລະ ບ່ອນ​ກາບໄຫວ້​ຕ່າງໆ, ເສົາໄມ້​ເຈົ້າແມ່​ອາເຊຣາ, ຮູບເຄົາລົບ​ອື່ນໆ​ທີ່​ຢູ່​ໃນ​ເຢຣູຊາເລັມ.
4 In his presence they tore down the Baals' altars; he cut down the incense altars above them, shattered the Asherah poles, carved images, and cast images, ground them to dust, and scattered it over the graves of those who had sacrificed to them. ພາຍໃຕ້​ການ​ຊີ້ນຳ​ຂອງ​ເພິ່ນ​ແທ່ນບູຊາ​ພະບາອານ​ໄດ້​ຖືກ​ທໍາລາຍ​ລົງ ແລະ ແທ່ນເຜົາ​ເຄື່ອງຫອມ​ທີ່​ຢູ່​ເທິງ​ແທ່ນບູຊາ​ນັ້ນ​ກໍ​ໄດ້​ຖືກ​ຕັດ​ລົງ​ເປັນ​ປ່ຽງໆ, ເພິ່ນ​ໄດ້​ທັບ​ເສົາໄມ້​ເຈົ້າແມ່​ອາເຊຣາ ແລະ ຮູບເຄົາລົບ​ຕ່າງໆ. ແລ້ວ​ເພິ່ນ​ກໍ​ໄດ້​ທັບ​ສິ່ງ​ເຫລົ່ານີ້​ໃຫ້​ໝຸ່ນ ແລະ ເອົາ​ໄປ​ໂຮຍ​ໃສ່​ເທິງ​ຂຸມຝັງສົບ​ຂອງ​ບັນດາ​ຜູ້​ທີ່​ຖວາຍ​ເຄື່ອງບູຊາ​ແກ່​ພະ​ເຫລົ່ານັ້ນ.
5 He burned the bones of the priests on their altars, and so he purged Judah and Jerusalem. ເພິ່ນ​ໄດ້​ເຜົາ​ກະດູກ​ບັນດາ​ປະໂລຫິດ​ຂອງ​ພະ​ເຫລົ່ານັ້ນ​ເທິງ​ແທ່ນບູຊາ​ຂອງ​ພວກເຂົາ​ເອງ, ແລ້ວ​ກໍ​ເພິ່ນ​ກໍ​ໄດ້​ຊຳລະ​ຢູດາຍ ແລະ ເຢຣູຊາເລັມ.
6 In the cities of Manasseh, Ephraim, and Simeon, as far as Naphtali, in their ruins all around. ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ມານາເຊ, ເອຟຣາອິມ ແລະ ຊີເມໂອນ​ໄປ​ຈົນ​ຮອດ​ເນັບທາລີ ແລະ ໃນ​ຊາກ​ຫັກພັງ​ທີ່​ຢູ່​ອ້ອມ​ພວກເຂົາ,
7 He tore down the altars, crushed the Asherah poles and carved images to powder, and cut down all the incense altars throughout Israel. Then he returned to Jerusalem. ເພິ່ນ​ໄດ້​ທັບ​ແທ່ນບູຊາ​ລົງ ແລະ ເສົາໄມ້​ເຈົ້າແມ່​ອາເຊຣາ ແລະ ທັບ​ຮູບເຄົາລົບ​ໃຫ້​ໝຸ່ນ​ເປັນ​ຜົງ, ແທ່ນ​ເຜົາ​ເຄື່ອງຫອມ​ໃຫ້​ແຕກ​ເປັນ​ປ່ຽງໆ​ທົ່ວ​ອິດສະຣາເອນ. ແລ້ວ​ເພິ່ນ​ກໍ​ໄດ້​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ.
8 In the eighteenth year of his reign, having cleansed the land and the house, he sent Shaphan son of Azaliah, Maaseiah the city governor, and Joah son of Joahaz the recorder to repair the house of our Father. ໃນ​ປີ​ທີ​ສິບ​ແປດ​ຂອງ​ການ​ປົກຄອງ​ຂອງ​ໂຢສີຢາ, ເພິ່ນ​ໄດ້​ຊຳລະ​ດິນແດນ ແລະ ວິຫານ, ໂຢສີຢາ​ໄດ້​ແຕ່ງຕັ້ງ​ຊາຟານ ລູກຊາຍ​ຂອງ​ອາຊາລີຢາ, ມາອາເສອີຢາ​ໄປ​ເປັນ​ຜູ້​ປົກຄອງ​ເມືອງ, ພ້ອມ​ທັງ​ໄດ້​ແຕ່ງຕັ້ງ​ໂຢອາ ລູກຊາຍ​ຂອງ​ໂຢອາຮາດ​ເປັນ​ຜູ້​ບັນທຶກ, ເພື່ອ​ໄປ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.
9 They came to Hilkiah the high priest and handed over the money brought into the house of our Father, which the Levites who guarded the gates had collected from Manasseh, Ephraim, and all the remnant of Israel, from all Judah and Benjamin, and the residents of Jerusalem. ພວກເຂົາ​ໄດ້​ໄປ​ພົບ​ມະຫາ​ປະໂລຫິດ​ຮິນກີຢາ ແລະ ໄດ້​ມອບ​ເງິນ​ໃຫ້​ແກ່​ເພິ່ນ ເພື່ອ​ນຳ​ເອົາ​ມາ​ເຂົ້າ​ໄປ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າ, ເຊິ່ງ​ຊາວ​ເລວີ​ທີ່​ເປັນ​ຄົນ​ເຝົ້າ​ຍາມ​ປະຕູ​ໄດ້​ຮວບຮວມ​ເງິນ​ມາ​ຈາກ​ຊາວ​ມານາເຊ ແລະ ຊາວ​ເອຟຣາອິມ ແລະ ຈາກ​ປະຊາຊົນ​ທີ່​ຍັງ​ເຫລືອ​ຢູ່​ໃນ​ອິດສະຣາເອນ​ທັງໝົດ ແລະ ຈາກ​ປະຊາຊົນ​ຊາວ​ຢູດາ ຊາວ​ເບັນຢາມິນ ແລະ ຄົນ​ທີ່​ອາໄສ​ໃນ​ເຢຣູຊາເລັມ​ທັງໝົດ.
10 They gave it to the workers overseeing the house of our Father, and the workers in the house of our Father used it to repair and restore it. ແລ້ວ​ພວກເຂົາ​ນຳ​ເອົາ​ເງິນ​ເຫລົ່ານີ້​ໄປ​ມອບ​ໃຫ້​ຜູ້​ຄວບຄຸມ​ການ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ. ຄົນ​ເຫລົ່ານີ້​ໄດ້​ຈ່າຍ​ເງິນ​ໃຫ້​ຄົນງານ​ທີ່​ເຮັດ​ວຽກ​ສ້ອມແປງ ແລະ ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.
11 They paid the carpenters and builders to buy cut stone, and timber for the joists and beams of the buildings the kings of Judah had let fall to ruin. ພວກເຂົາ​ຍັງ​ໄດ້​ມອບ​ເງິນ​ໃຫ້​ຊ່າງ​ໄມ້ ແລະ ຊ່າງ​ກໍ່​ໄປ​ຊື້​ຫີນ​ທີ່​ແກະ​ສະຫລັກ ແລະ ໄມ້​ສຳລັບ​ເຮັດ​ໂຄງຮ່າງ​ຂອງ​ອາຄານ ແລະ ໄມ້​ຄານ​ສຳລັບ​ອາຄານ​ຕ່າງໆ​ທີ່​ກະສັດ​ຂອງ​ຢູດາຍ​ໄດ້​ປ່ອຍ​ໃຫ້​ຫັກພັງ​ລົງ.
12 The men worked faithfully. Over them, directing the work, were Jahath and Obadiah, Levites of Merari's sons, and Zechariah and Meshullam of the Kohathites; and the Levites, all skilled musicians, ຄົນງານ​ໄດ້​ເຮັດ​ໜ້າທີ່​ຢ່າງ​ສັດຊື່. ຜູ້​ສັ່ງ​ການ​ແມ່ນ​ຢາຮາດ ແລະ ໂອບາດີຢາ, ເປັນ​ເຊື້ອສາຍ​ຂອງ​ຊາວ​ເລວີ​ຈາກ​ຕະກຸນ​ເມຣາຣິ, ເຊກາຣີຢາ ແລະ ເມຊຸນລຳ​ຈາກ​ຕະກຸນ​ໂກຮາດ. ຊາວ​ເລວີ​ທຸກຄົນ​ມີ​ຄວາມ​ຊຳນານ​ໃນ​ການ​ຫລິ້ນ​ດົນຕີ.
13 were over the laborers, directing all the workers task by task. Some Levites were scribes, officials, and gatekeepers. ມີ​ໜ້າທີ່​ເບິ່ງແຍງ​ສັ່ງ​ການ​ຄົນງານ​ໃຫ້​ເຮັດ​ວຽກ​ງານ​ແຕ່​ລະ​ຢ່າງ. ຊາວ​ເລວີ​ບາງຄົນ​ກໍ​ເຮັດ​ໜ້າທີ່​ເປັນ​ເລຂາທິການ, ຜູ້​ປ້ອງກັນ ແລະ ເປັນ​ຄົນ​ເຝົ້າ​ຍາມ​ປະຕູ.
14 As they brought out the money brought into the house of our Father, Hilkiah the priest found the Book of the Law of our Father, given through Moses. ໃນ​ຂະນະ​ທີ່​ພວກເຂົາ​ກໍາລັງ​ນຳເອົາ​ເງິນ​ເຂົ້າ​ມາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ, ປະໂລຫິດ​ຮິນກີຢາ​ໄດ້​ພົບ​ໜັງສື​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ຜ່ານທາງ​ໂມເຊ.
15 Hilkiah told Shaphan the scribe, "I've found the Book of the Law in our Father's house," and gave it to Shaphan. ຮິນກີຢາ​ໄດ້​ກ່າວ​ແກ່​ເລຂາ​ຊາຟານ​ວ່າ, “ຂ້າພະເຈົ້າ​ໄດ້​ພົບ​ໜັງສື​ກົດບັນຍັດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ”. ແລ້ວ​ເພິ່ນ​ກໍ​ໄດ້​ມອບ​ໜັງສື​ນັ້ນ​ໃຫ້​ແກ່​ຊາຟານ.
16 Shaphan brought the king the book and reported, "Your servants are doing everything put in their care. ຊາຟານ​ຈຶ່ງ​ນຳ​ເອົາ​ໜັງສື​ນັ້ນ​ໄປ​ມອບ​ໃຫ້​ກະສັດ ແລະ ລາຍງານ​ຕໍ່​ເພິ່ນ​ວ່າ: “ບັນດາ​ເຈົ້າໜ້າທີ່​ຂອງ​ທ່ານ​ກໍາລັງ​ເຮັດ​ທຸກ​ຢ່າງ​ທີ່​ໄດ້​ມອບໝາຍ​ໃຫ້​ພວກເຂົາ.
17 They emptied out the money found in the house of our Father and handed it to the overseers and workmen." ພວກເຂົາ​ໄດ້​ນຳ​ເອົາ​ເງິນ​ອອກ​ມາ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ມອບ​ເງິນ​ນັ້ນ​ໃຫ້​ຜູ້​ທີ່​ເບິ່ງແຍງ​ວຽກງານ ແລະ ຄົນງານ”.
18 Shaphan the scribe told the king, "Hilkiah the priest gave me a book," and read it to the king. ແລ້ວ​ເລຂາ​ຊາຟານ​ກໍ​ໄດ້​ບອກ​ກະສັດ​ວ່າ, “ປະໂລຫິດ​ຮິນກີຢາ​ໄດ້​ມອບ​ໜັງສື​ນີ້​ໃຫ້​ຂ້ານ້ອຍ”. ແລ້ວ​ຊາ​ຟານ​ຈຶ່ງ​ອ່ານ​ໜັງສື​ນັ້ນ​ຕໍ່ໜ້າ​ກະສັດ.
19 When the king heard the words of the Law, he tore his clothes. ເມື່ອ​ກະສັດ​ໄດ້​ຍິນ​ຄໍາຖ້ອຍ​ຈາກ​ໜັງສື​ກົດບັນຍັດ​ນັ້ນ, ເພິ່ນ​ກໍ​ຈີກ​ເສື້ອ​ຂອງ​ຕົນ
20 The king commanded Hilkiah, Ahikam son of Shaphan, Abdon son of Micah, Shaphan the scribe, and Asaiah the king's servant: ເພິ່ນ​ໄດ້​ສັ່ງ​ຮິນກີຢາ, ອາຮີກຳ ລູກຊາຍ​ຂອງ​ຊາຟານ, ອັບໂດນ ລູກຊາຍ​ຂອງ​ມີກາ, ຊາຟານ​ເລຂາທິການ ແລະ ອາສາອີຢາ​ຜູ້ຮັບໃຊ້​ປະຈຳ​ກະສັດ​ດັ້ງ​ນີ້:
21 "Go, ask our Father for me and those left in Israel and Judah about the words of the book that was found. Great is his anger poured out on us, because our ancestors did not keep our Father's word, doing all written in this book." “ຈົ່ງ​ໄປ​ຖາມ​ພຣະເຈົ້າຢາເວ​ເພື່ອ​ເຮົາ ແລະ ເພື່ອ​ປະຊາຊົນ​ຜູ້​ທີ່​ຍັງ​ເຫລືອ​ຢູ່​ໃນ​ອານາຈັກ​ອິດສະຣາເອນ ແລະ ຢູດາຍ​ກ່ຽວກັບ​ສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ທີ່​ໄດ້​ພົບ​ນີ້. ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ທີ່​ຕົກ​ໃສ່​ພວກເຮົາ​ນັ້ນ​ໃຫຍ່​ຫລາຍ ເພາະ​ບັນພະບຸລຸດ​ຂອງ​ພວກເຮົາ​ນັ້ນ​ບໍ່​ໄດ້​ຮັກສາ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ບໍ່​ໄດ້​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ນີ້​ເລີຍ”.
22 So Hilkiah and the king's men went to Huldah, the woman prophet, wife of Shallum son of Tokhath, son of Hasrah, keeper of the wardrobe. She lived in Jerusalem's Second Quarter. They spoke with her about this. ຮິນກີຢາ ແລະ ບັນດາ​ຄົນ​ທີ່​ກະສັດ​ສົ່ງ​ມາ​ກັບ​ເພິ່ນ​ຈຶ່ງ​ໄປ​ພົບ​ກັບ​ຜູ້ທຳນວາຍ​ຍິງ​ຮຸນດາ, ເຊິ່ງ​ອາໄສ​ຢູ່​ທີ່​ເຢຣູຊາເລັມ​ແຂວງ​ສອງ ນາງ​ເປັນ​ເມຍ​ຂອງ​ຊໍລູມ​ທີ່​ເປັນ​ລູກຊາຍ​ຂອງ​ໂທກຮັດ ແລະ ຮາກຣາ, ຊານລຸມ​ເປັນ​ຜູ້​ຮັບຜິດຊອບ​ເຄື່ອງນຸ່ງ​ໃນ​ວິຫານ.
23 She told them, "This is what our Father, the God of Israel, says: Tell the man who sent you to me: ນາງ​ກ່າວ​ກັບ​ພວກເຂົາ​ວ່າ, “ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ ຈົ່ງ​ແຈ້ງ​ຜູ້​ທີ່​ໃຊ້​ເຈົ້າ​ມາ​ຫາ​ເຮົາ​ວ່າ:
24 This is what our Father says: I am about to bring disaster on this place and its residents—all the curses written in the book read to the king of Judah. ‘ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ນຳ​ໄພພິບັດ​ມາ​ຍັງ​ບ່ອນ​ນີ້ ແລະ ມາ​ຍັງ​ປະຊາຊົນ​ຕາມ​ຄຳ​ສາບແຊ່ງ​ທັງໝົດ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ທີ່​ໄດ້​ອ່ານ​ຕໍ່ໜ້າ​ກະສັດ​ຢູດາຍ.
25 Because they abandoned me and made offerings to other gods, provoking me to anger with all they have made, my wrath will pour out on this place and not be put out. ເພາະ​ພວກເຂົາ​ໄດ້​ປະຖິ້ມ​ເຮົາ ແລະ ໄດ້​ເຜົາ​ເຄື່ອງ​ຫອມ​ຖວາຍ​ແກ່​ບັນດາ​ພະ​ອື່ນໆ ແລະ ຍົວະ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ດ້ວຍ​ທຸກ​ຢ່າງ​ທີ່​ມື​ຂອງ​ພວກເຂົາ​ໄດ້​ເຮັດ​ຂຶ້ນ, ເຮົາ​ຈະ​ຖອກ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ໃສ່​ບ່ອນ​ນີ້ ແລະ ຈະ​ລະງັບ​ບໍ່​ໄດ້’.
26 But tell the king of Judah, who sent you to inquire of me: This is what our Father, the God of Israel, says about the words you heard: ຈົ່ງ​ບອກ​ກະສັດ​ຢູດາຍ​ທີ່​ໃຊ້​ພວກເຈົ້າ​ມາ​ຖາມ​ພຣະເຈົ້າ​ຢາເວ​ນັ້ນ​ວ່າ, ‘ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ກ່ຽວກັບ​ຂໍ້ຄວາມ​ທີ່​ເຈົ້າ​ໄດ້​ຍິນ​ດັ່ງນີ້​ວ່າ:
27 Because your heart was tender and you humbled yourself before our Father when you heard his words against this place and its residents, and humbled yourself before me, tore your clothes, and wept before me, I myself have heard you, declares our Father. ເນື່ອງຈາກ​ຈິດໃຈ​ຂອງ​ເຈົ້າ​ໄດ້​ຍອມຮັບ ແລະ ເຈົ້າ​ໄດ້​ຖ່ອມຕົວ​ລົງ​ຕໍ່ໜ້າ​ພຣະເຈົ້າ​ເມື່ອ​ໄດ້​ຍິນ​ສິ່ງ​ທີ່​ເຮົາ​ກ່າວ​ໄວ້​ກ່ຽວກັບ​ສະຖານ​ທີ່​ນີ້ ແລະ ປະຊາຊົນ, ແລະ ເພາະ​ເຈົ້າ​ໄດ້​ຖ່ອມຕົວ​ລົງ​ຕໍ່ໜ້າ​ເຮົາ ແລະ ຈີກ​ເສື້ອ​ຂອງ​ຕົນ ແລະ ຮ້ອງໄຫ້​ຕໍ່ໜ້າ​ເຮົາ, ເຮົາ​ໄດ້​ຍິນ​ເຈົ້າ​ແລ້ວ ພຣະເຈົ້າ​ຢາເວ​ປະກາດ​ດັ່ງນີ້.
28 I will gather you to your ancestors, laid in your grave in peace. Your eyes won't see any of the disaster I'm bringing on this place and its people." So they brought the king this reply. ບັດນີ້ ເຮົາ​ຈະ​ຮວບຮວມ​ເຈົ້າ​ກັບ​ບັນພະບຸລຸດ​ຂອງ​ເຈົ້າ ແລະ ເຈົ້າ​ຈະ​ຖືກ​ຝັງ​ໄວ້​ຢ່າງ​ສະຫງົບ​ສຸກ. ດວງ​ຕາ​ຂອງ​ເຈົ້າ​ບໍ່​ຕ້ອງ​ເຫັນ​ໄພພິບັດ​ທັງໝົດ ເຊິ່ງ​ເຮົາ​ຈະ​ນຳ​ມາ​ຍັງ​ສະຖານ​ທີ່​ນີ້ ແລະ ປະຊາຊົນ​ເຫລົ່ານັ້ນ​ທີ່​ອາໄສ​ຢູ່​ບ່ອນ​ນີ້’ ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ນຳ​ເອົາ​ຄຳຕອບ​ຂອງ​ນາງ​ກັບ​ຄືນ​ມາ​ບອກ​ກະສັດ.
29 Then the king summoned all the elders of Judah and Jerusalem. ຫລັງຈາກ​ນັ້ນ ກະສັດ​ໂຢຊີຢາ​ກໍ​ໄດ້​ເອີ້ນ​ຜູ້ອາວຸໂສ​ຂອງ​ຢູດາຍ ແລະ ເຢຣູຊາເລັມ​ທຸກຄົນ​ມາ​ລວມ​ກັນ.
30 The king went up to the house of our Father with all Judah's men, Jerusalem's residents, the priests, the Levites, and all the people, great and small. He read them all the words of the Book of the Covenant found in the house of our Father. ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ພ້ອມ​ກັນ​ກັບ​ປະຊາຊົນ​ຢູດາຍ, ຊາວ​ເຢຣູຊາເລັມ, ບັນດາ​ປະໂລຫິດ ແລະ ຄົນ​ເລວີ ຄື​ປະຊາຊົນ​ທັງໝົດ ຕັ້ງ​ແຕ່​ຜູ້​ນ້ອຍ​ທີ່​ສຸດ​ຈົນ​ເຖິງ​ຜູ້ໃຫຍ່​ທີ່​ສຸດ. ເພິ່ນ​ໄດ້​ອ່ານ​ທຸກ​ຖ້ອຍ​ຄຳ​ໃນ​ໜັງສື​ພັນທະສັນຍາ​ໃຫ້​ພວກເຂົາ​ຟັງ, ເຊິ່ງ​ໄດ້​ພົບ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ.
31 The king stood in his place and made a covenant before our Father—to follow our Father, keep his commandments, testimonies, and statutes with all his heart and all his soul, and carry out the covenant's words written in this book. ເພິ່ນ​ຢືນ​ຢູ່​ຂ້າງ​ເສົາ ແລະ ຮື້​ຟື້ນ​ພັນທະສັນຍາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ທີ່​ວ່າ​ຈະ​ປະຕິບັດ​ຕາມ​ພຣະເຈົ້າ​ຢາເວ ແລະ ປະຕິບັດ​ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າ, ກົດລະບຽບ ແລະ ດຳລັດ​ຂອງ​ພຣະອົງ​ດ້ວຍ​ສຸດ​ໃຈ ແລະ ສຸດ​ຈິດ, ແລະ ຈະ​ເຊື່ອຟັງ​ຖ້ອຍຄຳ​ແຫ່ງ​ພັນທະສັນຍາ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ນີ້.
32 He made everyone present in Jerusalem and Benjamin pledge to it, and the people of Jerusalem acted by the covenant of our Father, the God of their fathers. ແລ້ວ​ເພິ່ນ​ກໍ​ໄດ້​ໃຫ້​ທຸກຄົນ​ໃນ​ເຢຣູຊາເລັມ ແລະ ຊາວ​ເບັນຢາມິນ​ປະຕິຍານ​ຕົນ​ຕໍ່​ພັນທະສັນຍາ​ນັ້ນ; ປະຊາຊົນ​ຊາວ​ເຢຣູຊາເລັມ​ກໍ​ເຮັດ​ຢ່າງ​ນັ້ນ​ຕາມ​ພັນທະສັນຍາ​ຂອງ​ພຣະເຈົ້າ, ຜູ້​ເປັນ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.
33 Josiah removed all detestable things from the territory of the people of Israel, and made everyone in Israel serve our Father, their God. As long as he lived, they did not turn from following our Father. ໂຢຊີຢາ​ໄດ້​ທໍາລາຍ​ຮູບເຄົາລົບ​ອັນ​ໜ້າລັງກຽດ​ທັງໝົດ​ໄປ​ຈາກ​ດິນແດນ​ທັງໝົດ​ທີ່​ເປັນ​ຂອງ​ຊາວ​ອິດສະຣາເອນ ແລະ ເພິ່ນ​ໄດ້​ຮຽກຮ້ອງ​ໃຫ້​ທຸກຄົນ​ທີ່​ຢູ່​ໃນ​ອິດສະຣາເອນ​ໃຫ້​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ຕິດຕາມ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກເຂົາ​ຕະຫລອດ​ສະໄໝ​ຂອງ​ໂຢຊີຢາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]