Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 35 OLCV

Show OLCV only
Verse × ×
1 Josiah kept Passover to our Father in Jerusalem; they slaughtered the Passover lamb on the fourteenth day of the first month. ໂຢສີຢາ​ໄດ້​ສະຫລອງ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ​ໃນ​ເຢຣູຊາເລັມ ແລະ ມີ​ການ​ຂ້າ​ແກະ​ປັດສະຄາ​ໃນ​ມື້​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ.
2 He assigned priests their duties and encouraged them in service of our Father's house. ເພິ່ນ​ໄດ້​ແຕ່ງຕັ້ງ​ປະໂລຫິດ​ໃຫ້​ເຮັດ​ໜ້າທີ່​ຂອງ​ພວກເຂົາ ແລະ ໃຫ້​ກຳລັງໃຈ​ພວກເຂົາ​ໃນ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.
3 He told the Levites who taught all Israel and were holy to our Father: "Put the holy ark in the house Solomon son of David, king of Israel, built. You need no longer carry it on your shoulders. Now serve your Father and his people Israel. ເພິ່ນ​ໄດ້​ເວົ້າ​ກັບ​ຄົນ​ເລວີ, ຜູ້​ສັ່ງສອນ​ຊາວ​ອິດສະຣາເອນ​ທັງໝົດ ແລະ ຜູ້​ທີ່​ໄດ້​ຊຳລະ​ຕົນ​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ​ນັ້ນ​ວ່າ, “ຈົ່ງ​ເກັບ​ຫີບ​ພັນທະສັນຍາ​ອັນ​ສັກສິດ​ໄວ້​ໃນ​ວິຫານ​ທີ່​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ຂຶ້ນ. ບໍ່​ຕ້ອງ​ຫາມ​ໃສ່​ບ່າ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ, ບັດນີ້ ຈົ່ງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.
4 Prepare yourselves by your fathers' houses, by your divisions, by David king of Israel's written instructions, and his son Solomon's instructions. ຈົ່ງ​ຕຽມ​ຕົວ​ເຮັດ​ໜ້າທີ່​ຕາມ​ກຸ່ມ​ຄອບຄົວ, ຕາມ​ທີ່​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ ແລະ ໂຊໂລໂມນ ລູກຊາຍ​ຂອງ​ເພິ່ນ​ໄດ້​ກຳນົດ​ໄວ້.
5 Stand in the holy place by family groups of your lay brothers, one Levite division per group. “ຈົ່ງ​ໃຫ້​ຄົນ​ເລວີ​ແຕ່​ລະ​ກຸ່ມ​ປະຈຳ​ໜ້າທີ່​ໃນ​ສະຖານ​ສັກສິດ​ເພື່ອ​ປະຕິບັດ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຕາມ​ແຕ່​ລະ​ກຸ່ມ​ຄອບຄົວ​ທີ່​ໄດ້​ແບ່ງກັນ​ໄວ້.
6 Slaughter the Passover lamb, dedicate yourselves, and prepare for your brothers, following the word of our Father through Moses." ຈົ່ງ​ຂ້າ​ແກະ​ປັດສະຄາ, ຊຳລະ​ຕົນ ແລະ ຈັດຕຽມ​ລູກແກະ​ເພື່ອ​ຊາວ​ອິດສະເອນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຈົ້າ, ເຊິ່ງ​ເປັນ​ການ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ”.
7 Josiah gave the lay people 30,000 lambs and young goats, 3,000 bulls, for Passover offerings—for everyone present, from his own possessions. ໂຢຊີຢາ​ໄດ້​ຈັດ​ຕຽມ​ລູກແກະ ແລະ ລູກ​ແບ້​ເພື່ອ​ເປັນ​ເຄື່ອງບູຊາ​ປັດສະຄາ​ຈຳນວນ​ສາມ​ສິບ​ພັນ​ໂຕ ແລະ ງົວ​ເຖິກ​ຈຳນວນ​ສາມ​ພັນ​ໂຕ ສິ່ງ​ທັງ​ທັງໝົດ​ນີ້​ແມ່ນ​ມາ​ຈາກ​ຊັບສົມບັດ​ສ່ວນຕົວ​ຂອງ​ກະສັດ​ສຳລັບ​ປະຊາຊົນ​ທີ່​ຢູ່​ທີ່​ນັ້ນ.
8 His officials also gave willingly to the people, priests, and Levites. Hilkiah, Zechariah, and Jehiel, chief officers of our Father's house, gave the priests 2,600 Passover offerings and 300 bulls. ບັນດາ​ຂ້າລາຊະການ​ຂອງ​ເພິ່ນ​ກໍ​ໄດ້​ບໍລິຈາກ​ໃຫ້​ປະຊາຊົນ, ບັນດາ​ປະໂລຫິດ ແລະ ຄົນ​ເລວີ​ດ້ວຍ​ຄວາມ​ສະໝັກ​ໃຈ. ສ່ວນ​ຮິນກີຢາ, ເຊກາຣີຢາ ແລະ ເຢຮີເອນ ເຊິ່ງ​ເປັນ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ວິຫານ​ຂອງ​ພຣະເຈົ້າ​ໄດ້​ມອບ​ລູກແກະ​ກັບ​ລູກ​ແບ້ເຖິກ​ຈຳນວນ​ສອງ​ພັນ​ຫົກ​ຮ້ອຍ​ໂຕ ແລະ ງົວເຖິກ​ຈຳນວນ​ສາມ​ຮ້ອຍ​ໂຕ​ໃຫ້​ແກ່​ບັນດາ​ປະໂລຫິດ​ເປັນ​ເຄື່ອງບູຊາ​ປັດສະຄາ.
9 Conaniah, with his brothers Shemaiah and Nethanel, and Hashabiah, Jeiel, and Jozabad, Levite leaders, gave the Levites 5,000 Passover offerings and 500 bulls. ບັນດາ​ຜູ້ນຳ​ຂອງ​ຊາວ​ເລວີ​ຄື ໂກນານີຢາ, ເຊມາອີຢາ ແລະ ເນທາເນນ​ນ້ອງຊາຍ​ຂອງ​ລາວ ແລະ ຮາຊາບີຢາ, ເຢອີເອນ ແລະ ໂຢຊາບັດ​ໄດ້​ມອບ​ລູກແກະ ແລະ ລູກ​ແບ້​ຈຳນວນ​ຫ້າ​ພັນ​ໂຕ ແລະ ງົວ​ເຖິກ​ຈຳນວນ​ຫ້າ​ຮ້ອຍ​ໂຕ​ເປັນ​ເຄື່ອງຖວາຍ​ປັດສະຄາ​ໃຫ້​ແກ່​ຄົນ​ເລວີ.
10 The service was set; priests stood at their posts, Levites by their divisions, as the king commanded. ເມື່ອ​ມີ​ຈັດຕຽມ​ທຸກ​ຢ່າງ​ໄວ້​ຮຽບຮ້ອຍ ແລະ ບັນດາ​ປະໂລຫິດ​ກໍ​ເຂົ້າ​ປະຈຳ​ໜ້າທີ່​ຂອງ​ຕົນ ພ້ອມ​ທັງ​ຄົນ​ເລວີ​ກໍ​ໄດ້​ເຂົ້າ​ປະຈຳ​ໜ້າທີ່​ຕາມ​ໝວດ​ດັ່ງ​ທີ່​ກະສັດ​ສັ່ງ​ໄວ້​ແລ້ວ.
11 They slaughtered the Passover lambs; priests sprinkled the blood passed to them, and Levites skinned them. ກໍ​ຂ້າ​ລູກແກະ​ປັດສະຄາ ແລະ ສົ່ງ​ເລືອດ​ໃຫ້​ບັນດາ​ປະໂລຫິດ​ຊິດ​ໃສ່​ເທິງ​ແທ່ນບູຊາ, ໃນ​ຂະນະ​ທີ່​ຄົນ​ເລວີ​ກໍ​ໄດ້​ລອກ​ໜັງ​ສັດ​ອອກ.
12 They set aside the burnt offerings, distributing them by family division among the common people, to offer to our Father as written in the book of Moses; likewise with the bulls. ພວກເຂົາ​ໄດ້​ແຍກ​ເຄື່ອງເຜົາ​ບູຊາ​ເພື່ອ​ມອບ​ໃຫ້​ຕະກຸນ​ຕ່າງໆ ເພື່ອ​ໃຫ້​ປະຊາຊົນ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ, ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ. ພວກເຂົາ​ກໍ​ໄດ້​ເຮັດ​ແບບ​ດຽວ​ກັນ​ກັບ​ງົວ​ເຖິກ.
13 They roasted the Passover lamb in fire as required, boiled the holy offerings in pots, kettles, and pans, and quickly brought them to all the common people. ພວກເຂົາ​ປິ້ງ​ສັດ​ປັດສະຄາ​ຕາມ​ທີ່​ໄດ້​ກໍານົດ​ໄວ້ ແລະ ຕົ້ມ​ເຄື່ອງ​ຖວາຍ​ອັນ​ບໍລິສຸດ​ໃນ​ໝໍ້, ໝໍ້ກະທະ ແລະ ພາຊະນະ​ຕ່າງໆ ແລ້ວ​ກໍ​ຟ້າວ​ນຳ​ອອກ​ໄປ​ໃຫ້​ປະຊາຊົນ​ທັງໝົດ​ກິນ.
14 Afterward they prepared for themselves and the priests, since the priests, Aaron's sons, were busy offering burnt offerings and fat portions until night; so the Levites prepared for themselves and the priests, Aaron's sons. ຫລັງຈາກນັ້ນ ຄົນ​ເລວີ​ກໍ​ໄດ້​ຈັດຕຽມ​ຊີ້ນ​ສຳລັບ​ຕົນ​ເອງ ແລະ ບັນດາ​ປະໂລຫິດ, ເພາະ​ບັນດາ​ປະໂລຫິດ​ເຊື້ອສາຍ​ຂອງ​ອາໂຣນ​ແມ່ນ​ຢູ່​ກັບ​ການ​ຖວາຍ​ເຄື່ອງເຜົາ​ບູຊາ​ທັງ​ໂຕ ແລະ ໄຂມັນ​ເຄື່ອງ​ບູຊາ​ຈົນ​ຄ່ຳ. ດັ່ງນັ້ນ ຄົນ​ເລວີ​ຈຶ່ງ​ຈັດ​ຕຽມ​ອາຫານ​ສຳລັບ​ຕົນ​ເອງ ແລະ ສໍາລັບ​ບັນດາ​ປະໂລຫິດ​ທີ່​ເປັນ​ເຊື້ອສາຍ​ຂອງ​ອາໂຣນ.
15 The singers, Asaph's sons, stood at their posts as David, Asaph, Heman, and Jeduthun the king's seer had commanded. The gatekeepers stayed at each gate; they had no need to leave their duty, for their fellow Levites prepared for them. ບັນດາ​ນັກດົນຕີ​ເຊື້ອສາຍ​ຂອງ​ອາສັບ, ເຮມານ ແລະ ເຢດູທູນ ຜູ້ທຳນວາຍ​ຂອງ​ກະສັດ, ກໍ​ເຂົ້າ​ປະຈຳ​ໜ້າທີ່​ຂອງ​ຕົນ​ຕາມ​ທີ່​ດາວິດ​ໄດ້​ກໍານົດ​ໄວ້. ຄົນ​ເຝົ້າ​ຍາມ​ປະຕູ​ແຕ່​ລະ​ປະຕູ​ບໍ່​ຈຳເປັນ​ຕ້ອງ​ປະລະ​ຈາກ​ຈຸດ​ປະຕິບັດ​ງານ​ຂອງ​ຕົນ ເພາະ​ພີ່ນ້ອງ​ຊາວ​ເລວີ​ຂອງ​ພວກເຂົາ​ໄດ້​ຈັດຕຽມ​ອາຫານ​ໄວ້​ໃຫ້​ພວກເຂົາ​ແລ້ວ.
16 So all the service of our Father was arranged that day: to keep Passover and offer burnt offerings on the altar of our Father, by King Josiah's command. ດັ່ງນັ້ນ ໃນ​ເວລາ​ນັ້ນ ວຽກງານ​ຮັບໃຊ້​ພຣະເຈົ້າຢາເວ​ທັງໝົດ​ໃນ​ການ​ສະຫລອງ​ປັດສະຄາ ແລະ ຖວາຍ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ເທິງ​ແທ່ນບູຊາ​ແກ່​ພຣະເຈົ້າ​ຢາເວ​ໄດ້​ສຳເລັດ​ໄປ​ໄດ້​ດ້ວຍ​ດີ ຕາມ​ທີ່​ກະສັດ​ໂຢຊີຢາ​ໄດ້​ສັ່ງໄວ້.
17 The Israelites present kept Passover then, and the Feast of Unleavened Bread seven days. ຊາວ​ອິດສະຣາເອນ​ຜູ້​ທີ່​ຢູ່​ທີ່​ນັ້ນ​ກໍ​ໄດ້​ຮ່ວມ​ສະຫລອງ​ປັດສະຄາ ແລະ ກໍ​ສືບ​ຕໍ່​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.
18 No Passover like it had been kept in Israel since Samuel the prophet's days; none of Israel's kings kept a Passover like Josiah's, with the priests, Levites, all Judah and Israel present, and Jerusalem's residents. ນັບ​ຕັ້ງ​ແຕ່​ສະໄໝ​ຂອງ​ຜູ້ທຳນວາຍ​ຊາມູເອນ ບໍ່​ເຄີຍ​ມີ​ການ​ສະຫລອງ​ປັດສະຄາ​ໃນ​ອິດສະຣາເອນ​ຢ່າງ​ນີ້​ເລີຍ; ບໍ່​ມີ​ກະສັດ​ຄົນ​ໃດ​ຂອງ​ອິດສະຣາເອນ​ສະຫລອງ​ປັດສະຄາ​ເໝືອນ​ດັ່ງ​ໂຢຊີຢາ​ຮ່ວມ​ກັບ​ບັນດາ​ປະໂລຫິດ, ຄົນ​ເລວີ, ຊາວ​ຢູດາ ແລະ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ຢູ່​ກັບ​ຊາວ​ເຢຣູຊາເລັມ.
19 This Passover was kept in the eighteenth year of Josiah's reign. ການ​ສະຫລອງ​ປັດສະຄາ​ນີ້​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ປີ​ທີ​ສິບ​ແປດ​ຂອງ​ການ​ປົກຄອງ​ຂອງ​ໂຢຊີຢາ.
20 After all this, once Josiah had prepared the temple, Egypt's king Neco marched up to fight at Carchemish on the Euphrates, and Josiah went out to meet him. ຫລັງ​ຈາກ​ທີ່​ໂຢຊີຢາ​ໄດ້​ຈັດ​ລະບຽບ​ວິຫານ​ຮຽບຮ້ອຍ​ແລ້ວ, ກະສັດ​ເນໂກ​ແຫ່ງ​ເອຢິບ​ກໍ​ໄດ້​ຍົກທັບ​ມາ​ຕໍ່ສູ້​ຢູ່​ທີ່​ກາກເກມິດ ທີ່​ແມ່ນໍ້າ​ເອີຟຣັດ, ແລະ ໂຢຊີຢາ​ກໍ​ໄດ້​ຍົກ​ທັບ​ອອກ​ໄປ​ພົບ​ເພິ່ນ​ຢູ່​ໃນ​ສະໜາມຮົບ.
21 But Neco sent messengers to him, saying, "What do we have to do with each other, king of Judah? I'm not coming against you today, but against the house I'm at war with. God told me to hurry—stop opposing God, who is with me, or he'll destroy you." ແຕ່​ເນໂກ​ໄດ້​ສົ່ງ​ຜູ້​ນຳ​ສານ​ມາ​ຫາ​ເພິ່ນ​ໂດຍ​ກ່າວ​ວ່າ, “ກະສັດ​ແຫ່ງ​ຢູດາຍ, ທ່ານ ແລະ ຂ້າພະເຈົ້າ​ມີ​ເລື່ອງ​ຜິດຖຽງ​ກັນ​ອັນ​ໃດ​ບໍ? ຂ້າພະເຈົ້າ​ບໍ່​ໄດ້​ຍົກທັບ​ມາ​ໂຈມ​ຕີ​ທ່ານ​ໃນ​ຄັ້ງ​ນີ້, ແຕ່​ຂ້າພະເຈົ້າ​ມາ​ສູ້ຮົບ​ກັບ​ຄອບຄົວ​ນັ້ນ​ທີ່​ຜິດ​ຖຽງກັນ​ຢູ່. ພຣະເຈົ້າ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ໃຫ້​ຮີບ​ຟ້າວ; ດັ່ງນັ້ນ ຈົ່ງ​ຢ່າ​ຂັດຂວາງ​ພຣະເຈົ້າ, ຜູ້​ທີ່​ຢູ່​ກັບ​ຂ້າພະເຈົ້າ​ເລີຍ, ບໍ່​ດັ່ງນັ້ນ​ພຣະອົງ​ຈະ​ທຳລາຍ​ທ່ານ”.
22 Josiah did not turn away from him, but disguised himself to fight him. He ignored Neco's words from the mouth of our Father, and went to fight in the plain of Megiddo. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂຢສີຢາ​ກໍ​ບໍ່​ຍອມ​ຖອຍ​ທັບ​ໜີ​ຈາກ​ເພິ່ນ, ແຕ່​ໄດ້​ປອມຕົວ​ເຂົ້າ​ໄປ​ຕໍ່ສູ້​ໃນ​ສະໜາມຮົບ. ເພິ່ນ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານ​ທາງ​ກະສັດ​ເນໂກ ແຕ່​ໂຢສີຢາ​ໄດ້​ອອກ​ໄປ​ຕໍ່ສູ້​ເພິ່ນ​ຢູ່​ທີ່​ທົ່ງພຽງ​ຂອງ​ເມືອງ​ເມກິດໂດ.
23 Archers shot King Josiah; he told his servants, "Get me out—I'm badly wounded." ທະຫານ​ທະນູ​ໄດ້​ຍິງ​ລູກ​ທະນູ​ຖືກ​ກະສັດ​ໂຢຊີຢາ ແລະ ເພິ່ນ​ໄດ້​ບອກ​ຂ້າລາຊະການ​ຂອງ​ເພິ່ນ​ວ່າ, “ຈົ່ງ​ພາ​ເຮົາ​ອອກ​ໄປ​ຈາກ​ທີ່​ນີ້; ເຮົາ​ໄດ້​ຮັບ​ບາດ​ເຈັບ​ຫລາຍ”.
24 His servants moved him from the chariot to his second chariot and brought him to Jerusalem, where he died and was buried in his fathers' tombs. All Judah and Jerusalem mourned Josiah. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ເພິ່ນ​ລົງ​ຈາກ​ລົດມ້າ​ຂອງ​ເພິ່ນ, ແລ້ວ​ນຳ​ເພິ່ນ​ຂຶ້ນ​ລົດມ້າ​ຮົບ​ອີກ​ຄັ້ນ​ໜຶ່ງ ແລະ ນໍາ​ເອົາ​ເພິ່ນ​ກັບ​ໄປ​ທີ່​ເຢຣູຊາເລັມ. ເພິ່ນ​ກໍ​ຕາຍ ແລະ ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ, ແລະ ປະຊາຊົນ​ທັງໝົດ​ໃນ​ຢູດາຍ ແລະ ເຢຣູຊາເລັມ​ກໍ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ.
25 Jeremiah composed laments for Josiah, and to this day all the singers, men and women, sing laments for Josiah. This became a custom in Israel, and it is written in the Laments. ເຢເຣມີຢາ​ໄດ້​ແຕ່ງ​ບົດເພງ​ຄ່ຳຄວນ​ໄວ້ທຸກ​ໃຫ້​ແກ່​ໂຢຊີຢາ ແລະ ຄະນະ​ນັກຮ້ອງ​ຜູ້ຊາຍ ແລະ ຜູ້ຍິງ​ທຸກຄົນ​ກໍ​ຍັງ​ຮ້ອງເພງ​ໄວ້ທຸກ​ໃຫ້​ແກ່​ໂຢຊີຢາ​ຈົນ​ເຖິງ​ທຸກ​ວັນ​ນີ້. ສິ່ງ​ເຫລົ່ານີ້​ໄດ້​ກາຍເປັນ​ປະເພນີ​ໃນ​ປະເທດ​ອິດສະຣາເອນ ແລະ ມີ​ບັນທຶກ​ໄວ້​ໃນ​ບັນດາ​ບົດເພງ​ຄ່ຳຄວນ.
26 The rest of Josiah's acts, and his faithful deeds in keeping with what is written in our Father's law. ເຫດການ​ອື່ນໆ​ກ່ຽວກັບ​ການ​ປົກຄອງ​ຂອງ​ໂຢຊີຢາ ແລະ ການ​ງານ​ຕ່າງໆ​ທີ່​ເພິ່ນ​ໄດ້​ທຸ້ມເທ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ
27 His acts, first to last, are written in the Book of the Kings of Israel and Judah. ເຫດການ​ທັງໝົດ, ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ແມ່ນ​ໄດ້​ຖືກ​ຂຽນ​ໄວ້​ໃນ​ປື້ມ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ ຢູດາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]