Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 36 OLCV

Show OLCV only
Verse × ×
1 The people of the land took Josiah's son Jehoahaz and made him king in Jerusalem in place of his father. ແລະ ປະຊາຊົນ​ທົ່ວ​ດິນແດນ​ໄດ້​ເລືອກ​ເຢໂຮອາຮາດ​ລູກຊາຍ​ຂອງ​ໂຢສີຢາ ແລະ ໃຫ້​ເພິ່ນ​ຂຶ້ນ​ເປັນ​ກະສັດ​ໃນ​ເຢຣູຊາເລັມ​ແທນ​ພໍ່​ຂອງ​ເພິ່ນ.
2 Jehoahaz was twenty-three years old when he became king, and he reigned three months in Jerusalem. ເມື່ອ​ເຢໂຮອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ຊາວສາມ​ປີ ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ສາມ​ເດືອນ.
3 Egypt's king deposed him at Jerusalem and fined the land about 7,500 pounds of silver and 75 pounds of gold. ກະສັດ​ເອຢິບ​ໄດ້​ປົດ​ເພິ່ນ​ອອກ​ຈາກ​ບັນລັງ​ໃນ​ເຢຣູຊາເລັມ ແລະ ບັງຄັບ​ຢູດາຍ​ໃຫ້​ເສຍ​ພາສີ​ເປັນ​ຈໍານວນ​ເງິນ 100 ຕາລັນຕົນ ແລະ ຄຳ 100 ຕາລັນຕົນ.
4 Egypt's king made his brother Eliakim king over Judah and Jerusalem, renaming him Jehoiakim; Neco took his brother Jehoahaz to Egypt. ກະສັດ​ເອຢິບ​ໄດ້​ແຕ່ງຕັ້ງ​ເຈົ້າ​ເອລີອາກິມ ນ້ອງຊາຍ​ຂອງ​ເຢໂຮອາຮາດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ເໜືອ​ຢູດາຍ ແລະ ເຢຣູຊາເລັມ ແລ້ວ​ໄດ້​ປ່ຽນ​ຊື່​ຂອງ​ເອລີອາກິມ​ເປັນ​ເຢໂຮຍອາກິມ. ແຕ່​ເນໂກ​ໄດ້​ນຳ​ຕົວ​ເຢໂຮອາຮາດ​ທີ່​ເປັນ​ອ້າຍ​ຂອງ​ເອລີອາກິມ​ໄປ​ທີ່​ເອຢິບ.
5 Jehoiakim was twenty-five when he became king; he reigned eleven years in Jerusalem, doing evil in our Father's eyes. ເມື່ອ​ເຢໂຮຍອາກິມ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ຊາວ​ຫ້າ​ປີ ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສິບ​ເອັດ​ປີ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.
6 Nebuchadnezzar king of Babylon marched against him, bound him in bronze chains to take him to Babylon. ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ມາ​ໂຈມຕີ​ເພິ່ນ ແລະ ຈັບ​ເຢໂຮຍອາກິມ​ມັດ​ດ້ວຍ​ໂສ້​ທອງສຳລິດ​ພ້ອມ​ກັບ​ນຳ​ເອົາ​ໂຕ​ເພິ່ນ​ໄປ​ທີ່​ບາບີໂລນ.
7 Nebuchadnezzar also took some of our Father's house articles to Babylon, putting them in his temple in Babylon. ເນບູກາດເນັດຊາ​ຍັງ​ໄດ້​ເອົາ​ເຄື່ອງ​ໃຊ້​ຕ່າງໆ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ ແລະ ເອົາ​ໄປ​ເກັບ​ໄວ້​ໃນ​ວິຫານ​ຂອງ​ຕົນ​ໃນ​ບາບີໂລນ​ດ້ວຍ.
8 The rest of Jehoiakim's acts, his detestable things, and the charges against him are written in the Book of Kings of Israel and Judah; his son Jehoiachin reigned in his place. ເຫດການ​ອື່ນໆ​ກ່ຽວກັບ​ການ​ປົກຄອງ​ຂອງ​ເຢໂຮຍອາກິມ, ສິ່ງ​ທີ່​ໜ້າກຽດ​ໜ້າຊັງ​ທີ່​ເພິ່ນ​ໄດ້​ເຮັດ ແລະ ການ​ກະທໍາ​ອັນ​ຊົ່ວຮ້າຍ​ທັງໝົດ​ທີ່​ກ່ຽວກັບ​ເພິ່ນ, ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ ຢູດາຍ. ແລ້ວ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ຂຶ້ນ​ປົກຄອງ​ແທນ​ເພິ່ນ.
9 Jehoiachin was eight when he became king; he reigned three months and ten days in Jerusalem, doing evil in our Father's eyes. ເມື່ອ​ເຢໂຮຍອາກິນ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ສິບ​ແປດ​ປີ ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ເດືອນ​ກັບ​ສິບ​ວັນ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ
10 In spring, King Nebuchadnezzar brought him to Babylon with the precious articles from our Father's house, making Zedekiah, Jehoiachin's relative, king over Judah and Jerusalem. ໃນ​ລະດູ​ໃບໄມ້ປົ່ງ ກະສັດ​ເນບູກາດເນັດຊາ​ກໍ​ໄດ້​ນຳ​ເອົາ​ເຢໂຮຍອາກິມ, ພ້ອມ​ທັງ​ເອົາ​ເຄື່ອງໃຊ້​ຕ່າງໆ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ຄືນ​ໄປ​ທີ່​ບາບີໂລນ ແລະ ເພິ່ນ​ໄດ້​ໃຫ້​ລຸງ​ຂອງ​ເຢໂຮຍອາກິນ ຄື​ເຊເດກີຢາ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຢູດາຍ ແລະ ເຢຣູຊາເລັມ.
11 Zedekiah was twenty-one years old when he became king, and he reigned eleven years in Jerusalem. ເມື່ອ​ເຊເດກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ຊາວເອັດ​ປີ ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ.
12 He did evil in our Father's eyes, not humbling himself before Jeremiah the prophet, who spoke from our Father's mouth. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ແລະ ບໍ່​ໄດ້​ຖ່ອມ​ຕົວ​ລົງ​ຕໍ່ໜ້າ​ຜູ້ທຳນວາຍ​ເຢເຣມີຢາ ເຊິ່ງ​ເປັນ​ຜູ້​ທີ່​ກ່າວ​ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ.
13 He also rebelled against King Nebuchadnezzar, who made him swear by our Father, stiffening his neck and hardening his heart, refusing to return to our Father, God of Israel. ເຊເດກີຢາ​ຍັງ​ໄດ້​ກະບົດ​ຕໍ່​ກະສັດ​ເນບູກາດເນັດຊາ ຜູ້​ທີ່​ໄດ້​ໃຫ້​ເພິ່ນ​ປະຕິຍານ​ໃນ​ນາມ​ຂອງ​ພຣະເຈົ້າ. ເຊເດກີຢາ​ໄດ້​ກາຍ​ຄົນ​ໃຈ​ແຂງ ແລະ ດື້ດ້ານ ແລະ ບໍ່​ຍອມ​ຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ.
14 All the leading priests and the people grew more and more unfaithful, matching all the nations' detestable practices, and made unclean the house our Father had made holy in Jerusalem. ຍິ່ງ​ໄປ​ກວ່າ​ນັ້ນ ຜູ້ນຳ​ທັງໝົດ​ຂອງ​ປະໂລຫິດ ແລະ ຂອງ​ປະຊາຊົນ​ກໍ​ບໍ່ສັດຊື່​ຕໍ່​ພຣະເຈົ້າ​ຫລາຍ​ຂຶ້ນ, ໂດຍ​ຫັນ​ໄປ​ປະຕິບັດ​ຕາມ​ທຳນຽມ​ອັນ​ໜ້າກຽດ​ໜ້າຊັງ​ຂອງ​ຊົນຊາດ​ຕ່າງໆ ແລະ ສ້າງ​ມົນທິນ​ໃຫ້​ວິຫານ​ຂອງ​ພຣະເຈົ້າຢາເວ ເຊິ່ງ​ພຣະເຈົ້າ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ແລ້ວ​ຢູ່​ໃນ​ເຢຣູຊາເລັມ.
15 Our Father, the God of their fathers, sent word repeatedly through his messengers, pitying his people and his dwelling place. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ, ພຣະອົງ​ໄດ້​ສົ່ງ​ທູດ​ຂອງ​ພຣະອົງ​ມາ​ເຕືອນ​ພວກເຂົາ​ຢູ່​ຕະຫລອດ, ເພາະ​ພຣະອົງ​ສົງສານ​ປະຊາຊົນ ແລະ ບ່ອນ​ສະຖິດ​ຢູ່​ຂອງ​ພຣະອົງ.
16 But they mocked our Father's messengers, despised his words, mocked his prophets, until our Father's anger rose against his people, past remedy. ແຕ່​ບັນດາ​ປະຊາຊົນ​ກໍ​ເຢາະເຢີ້ຍ​ບັນດາ​ທູດ​ຂອງ​ພຣະເຈົ້າ, ດູຖູກ​ຖ້ອຍຄໍາ​ຂອງ​ພຣະອົງ ແລະ ໝິ່ນປະໝາດ​ຜູ້ທຳນວາຍ​ທັງຫລາຍ​ຂອງ​ພຣະອົງ ຈົນ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ພຸ່ງ​ຂຶ້ນ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ແລະ ຈົນ​ບໍ່​ສາມາດ​ຢັບຢັ້ງ​ໄດ້​ອີກ​ຕໍ່ໄປ.
17 So he brought Chaldea's king against them, who killed their young men with the sword in their sanctuary, sparing no young man, virgin, elder, or aged. Our Father gave them all into his hand. ພຣະອົງ​ໄດ້​ນຳ​ເອົາ​ກະສັດ​ແຫ່ງ​ບາບີໂລນ​ມາ​ຕໍ່ສູ້​ພວກເຂົາ, ຂ້າ​ຊາຍ​ໜຸ່ມ​ຂອງ​ພວກເຂົາ​ໃນ​ສະຖານ​ນະມັດສະການ ແລະ ບໍ່​ໄວ້​ຊີວິດ​ແມ່ນ​ແຕ່​ຊາຍ​ໜຸ່ມ ຫລື ຍິງ​ໜຸ່ມ, ຜູ້ເຖົ້າ ຫລື ຜູ້​ເຈັບປ່ວຍ. ພຣະເຈົ້າ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ເພິ່ນ.
18 All the articles of our Father's house, great and small, the treasures of our Father's house and of the king and his officials—all he brought to Babylon. ເພິ່ນ​ໄດ້​ນຳ​ເອົາ​ເຄື່ອງ​ໃຊ້​ຕ່າງໆ​ທັງໝົດ​ຈາກ​ວິຫານ​ຂອງ​ພຣະເຈົ້າ ບໍ່​ວ່າ​ນ້ອຍ ຫລື ໃຫຍ່ ແລະ ຊັບສົມບັດ​ທັງໝົດ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ຊັບສົມບັດ​ຂອງ​ກະສັດ ແລະ ຂອງ​ບັນດາ​ຂ້າລາຊະການ​ກັບ​ໄປ​ທີ່​ບາບີໂລນ.
19 They burned the house of our Father, tore down Jerusalem's wall, burned all its palaces, destroyed everything valuable in it. ພວກເຂົາ​ໄດ້​ຈູດ​ໄຟ​ເຜົາ​ວິຫານ​ຂອງ​ພຣະເຈົ້າ ແລະ ໄດ້​ທະລາຍ​ກຳແພງ​ເຢຣູຊາເລັມ​ລົງ ແລະ ຈູດ​ວັງ​ທຸກ​ບ່ອນ ແລະ ທຳລາຍ​ທຸກສິ່ງ​ທີ່​ມີ​ຄ່າ​ຢູ່​ທີ່​ນັ້ນ.
20 He exiled the sword's survivors to Babylon; they served him and his sons until Persia's kingdom began to reign, ບັນດາ​ຄົນ​ທີ່​ເຫລືອ​ຢູ່​ຜູ້​ລອດ​ຊີວິດ​ຈາກ​ຄົມ​ດາບ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ທີ່​ບາບີໂລນ, ພວກເຂົາ​ໄດ້​ກາຍ​ເປັນ​ເປັນ​ຄົນ​ຮັບໃຊ້​ຂອງ​ເພິ່ນ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຈົນ​ອານາຈັກ​ແຫ່ງ​ເປີເຊຍ​ຂຶ້ນ​ມາ​ມີ​ອຳນາດ.
21 to fulfill our Father's word through Jeremiah: until the land enjoyed its sabbaths, all its desolate days it rested, fulfilling seventy years. ແຜ່ນດິນ​ກໍ​ໄດ້​ຊື່ນຊົມຍິນດີ​ກັບ​ວັນ​ຊະບາໂຕ​ແຫ່ງ​ການ​ຢຸດພັກ​ຕະຫລອດ​ຊ່ວງ​ປີ​ທີ່​ຮົກຮ້າງ​ຢູ່​ຈົນ​ຄົບ​ເຈັດ​ສິບ​ປີ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ໂດຍ​ເຢເຣມີຢາ.
22 In Cyrus king of Persia's first year, to fulfill our Father's word through Jeremiah, our Father stirred Cyrus king of Persia's spirit to proclaim throughout all his kingdom, and to put it in writing: ໃນ​ປີ​ທີ​ໜຶ່ງ​ຂອງ​ສະໄໝ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ຖ້ອຍຄໍາ​ຂອງ​ພຣະອົງ​ສໍາເລັດ ໂດຍ​ພຣະເຈົ້າຢາເວ​ໄດ້​ດົນ​ໃຈ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ໃຫ້​ປະກາດ​ອອກ​ໄປ​ທົ່ວ​ອານາຈັກ​ຂອງ​ເພິ່ນ ແລະ ໃຫ້​ບັນທຶກ​ເລື່ອງ​ນີ້​ລົງ​ເປັນ​ລາຍ​ລັກ​ອັກສອນ​ວ່າ:
23 Cyrus king of Persia says: "The LORD, God of heaven, gave me all earth's kingdoms and charged me to build him a house in Jerusalem, in Judah. Any of his people among you—may the LORD his God be with him—let him go up." “ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ໄດ້​ກ່າວ​ດັ່ງນີ້​ວ່າ: “ ‘ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ໄດ້​ມອບ​ອານາຈັກ​ທັງໝົດ​ຂອງ​ໂລກ​ນີ້​ໃຫ້​ແກ່​ຂ້າພະເຈົ້າ ແລະ ພຣະອົງ​ໄດ້​ມອບໝາຍ​ໃຫ້​ຂ້າພະເຈົ້າ​ສ້າງ​ວິຫານ​ສຳລັບ​ພຣະອົງ​ຢູ່​ທີ່​ເຢຣູຊາເລັມ​ໃນ​ເຂດ​ຢູດາຍ. ຄົນ​ໃດ​ໃນ​ບັນດາ​ພວກທ່ານ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ ຂໍ​ໃຫ້​ພວກທ່ານ​ກັບ​ໄປ​ທີ່​ນັ້ນ ແລະ ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຢູ່​ກັບ​ພວກເຂົາ​ດ້ວຍ’ ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]